ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສັນຍານຂອງຄວາມຮັກສະແດງອອກຫຼາຍແບບ

ແບບວ່າ ຕາມຄວາມຮູ້ສຶກຂອງແຕ່ລະຄົນ ຫັ້ນນາ...

ລອງອ່ານເບີ່ງດູຖ້າເຈົ້າມີສັນຍານຄວາມຮັກກັບໃຜຄົນໜຶ່ງ

ທີ່ຄ້າຍໆກັບສັນຍານຂ້າງລຸ່ມນີ້ກໍ່ສະແດງວ່າເຈົ້າຮັກເຂົາແລ້ວ.

1. ເມື່ອເຈົ້າຢາກຢູ່ກັບເຂົາແຕ່ບໍ່ກ້າບອກ

2. ເມື່ອເຈົ້າຢູ່ໃກ້ໆເຂົາແລ້ວມີຄວາມສຸກ

3. ເມື່ອເຈົ້າຢາກເຫັນໜ້າເຂົາທຸກເວລາ

4. ເມື່ອເຈົ້າຢາກນຳເຂົາໄປທຸກໆບ່ອນທີ່ເຂົາຈະໄປ

5. ເມື່ອເຈົ້າລັກເບີ່ງເຂົາເວລວທີ່ເຂົາເຜີຕົວ

6. ເມື່ອເຈົ້າລັກຍີ້ມຊື່ນຊົມເຂົາຢູ່ຫ່າງໆ

7. ເມື່ອເຈົ້າບໍ່ກ້າສົບຕາເຂົາເວລາພົບໜ້າກັນ

8. ເມື່ອເຈົ້າຢາກໃຫ້ເຂົາມີຄວາມສຸກໂດຍລືມເບີ່ງໂຕເອງ

9. ເມື່ອຫົວໃຈຂອງເຈົ້າເຕັ້ນໄວແລະເຮັດຫຍັງກໍ່ບໍ່ຖືກ

ເມື່ອພໍ້ໜ້າເຂົາ

10. ເມື່ອເຈົ້າເຫັນເຂົາມ່ວນຊື່ນຢູ່ກັບຄົນອື່ນ

ແລ້ວເຈົ້າຢາກເຂົ້າໄປຮ່ວມວົງນຳ

11. ເມື່ອເຈົ້າຢາກເບີ່ງແຍງເຂົາໄປຕະຫຼອດຊີວິດ

12. ເມື່ອເຈົ້າຮັບເຂົາໄດ້ທຸກຢ່າງທີ່ເປັນໂຕຂອງເຂົາ

ໂດຍບໍ່ຄິດຈະປ່ຽນແປງຂໍ້ບົກພ່ອງຂອງເຂົາ

13. ເມື່ອເຈົ້າຢາກຄອບຄອງເຂົາໄວ້ຄົນດຽວ

14. ເມື່ອເຈົ້າມີເຂົາແລ້ວບໍ່ຄິດຈະຊອກຫາຄົນໃໝ່ທີ່ດີກວ່າ

ນີ້ກໍ່ສະແດງວ່າເຈົ້າຮັກເຂົາໝົດໃຈສາແລ້ວ

 

ຈາກ ວາລະສານອັບເດດ ສະບັບ 22,2009 ຂອງປີທີ່8 

                           (ໜ້າ 50)

                                                      

Delicious Digg Fark Twitter