ໝູ່ເກົ່າຄົນໜຶ່ງໂທມາຫາ ເລົາບໍ່ໄດ້ໂທມາຫາເປັນເວລາດົນນານແລ້ວ ກ່ອນໜ້ານີ້ໄດ້ຂ່າວວ່າເລົາກໍາລັງ in loveຢູ່ ຊ່ວງທໍາອິດທີ່ລາວ in love ກັບແຟນ ເລົາຈະປິດມືຖືມື້ນີ້ເລົາໂທມາສົງໃສເປີດມືຖືແລ້ວ
ສຸກ:ຮາໂຫລ!
ໝູ່ເກົ່າ:ຮາໂຫລ ສຸກຫວາ...
ສຸກ:ເອີ!....ຄິດວ່າຜົວມຶງຫວາ
ໝູ່ເກົ່າ:ເປັນຫຍັງຜູ້ຊາຍຄືຊົ່ວແບບນີ້ວະ
ສຸກ:ອ້າວ!.......ກູກະຜູ້ຊາຍໃດ
ໝູ່ເກົ່າ:ຜູ້ຊາຍແບບມຶງກະຊົ່ວ
ສຸກ:ອ້າວ!.......ແຕ່ກູເປັນໝູ່ມຶງໃດ
ໝູ່ເກົ່າ:ຫລືເພາະກູມີໝູ່ແບບມຶງຊີວິດກູເລີຍເຈິແຕ່ຄົນຊົ່ວຯ
ສຸກ:ເອົ້າ!ແມ່ນໃຜອີກລະ
ໝູ່ເກົ່າ:ກະມີຢູ່ຄົນດໆວຫັນແລະ
ສຸກ:ເປັນຫຍັງ???ມັນນອນໃຈມຶງຫວາ ກັກຯຯຯຯຯຯຯຯຯຯ^^
ໝູ່:ຮືຯຯຯຯຢ່າເຢາະເຢີຍກູແມະ
ສຸກ:5555555ໂອເຄຯ ມີຫຍັງເວົ້າມາ
ໝູ່ເກົ່າ:ເຮີ!!!...ຜູ້ຊາຍເປັນແບບນີ້ທຸກຄົນເລີຍຫວາ
ສຸກ:ເປັນແບບນີ້!!!ຈັ່ງໃດວະ???
ໝູ່ເກົ່າ:ມັກງ່າຍ ເຈົ້າຊູ້
ສຸກ:ມັນກະບໍ່ທຸກຄົນດອກ.......
ໝູ່ເກົ່າ:ລະເປັນຫຍັງກູຄືເຈິແຕ່ຜູ້ຊາຍເຈົ້າຊູ້
ສຸກ:ກະຜູ້ຊາຍບໍ່ມັກງ່າຍບໍ່ເຈົ້າຊູ້ມຶງຫັກບໍ່ມັກເດ
ໝູ່ເກົ່າ:ມັນບໍ່ມັກເດສັນ
ສຸກ:ຫັນເດມຶງກະເລືອກເອງລະຕົກລົງແຟນມຶງເຮັດຫຍັງ
ໝູ່ເກົ່າ:ລວນລາມໝູ່ກູ ກູຄວນເຮັດຈັງໃດດີ
ສຸກ:ເຮີຍ!!!!ເລີກເລີຍ
ໝູ່ເກົ່າ:ມີວິທີອື່ນບໍ່ທີ່ບໍ່ແມ່ນເລີກ
ສຸກ:ຈັ່ງສັນກາ....ຄົບກັບມັນຕໍ່ໄປ
ໝູ່ເກົ່າ:ຢ່າຕອບແບບນີ້ແມະ
ສຸກ:ອ້າວ!......ລະຈະໃຫ້ຕອບຈັ່ງໃດລະ
ໝູ່ເກົ່າ:ເປັນຫຍັງມຶງຈຶງບອກໃຫ້ກູເລີກ
ສຸກ:ກະມັນບໍ່ໄດ້ຮັກມຶງແລ້ວ
ໝູ່ເກົ່າ:ມຶງຮູ້ໄດ້ຈັ່ງໃດ
ສຸກ:ຖ້າຮັກມັນບໍ່ເຮັດຈັ່ງຊີ້ດອກ
ໝູ່ເກົ່າ:ທີມຶງຍັງເຮັດ
ສຸກ:ເພາະບໍ່ໄດ້ຮັກ
ໝູ່ເກົ່າ:ເພາະມຶງຊົ່ວຕ່າງຫາກ
ສຸກ:ບໍ່ໄດ້ຊົ່ວເພາະບໍ່ຮັກຕ່າງຫາກ
ໝູ່ເກົ່າ:ແຕ່ເລົາບອກຮັກກູເດ
ສຸກ:ໂອຍ........ຄໍາວ່າຮັກໃຜກະເວົ້າໄດ້
ໝູ່ເກົ່າ:ລະມຶງເຄີຍເວົ້າບໍ່
ສຸກ:ກະກູບໍ່ມັກເວົ້າຕົວະເດ
ໝູ່ເກົ່າ:ເລົາບໍ່ໄດ້ຕົວະໃດ.......
ສຸກ:ມຶງຮູ້ໄດ້ຈັ່ງໃດ
ໝູ່ເກົ່າ:ເວລາເລົາເວົ້າຄໍາວ່າຮັກກູຮູ້ສຶກໄດ້
ສຸກ:ລະຕອນນີ້ຮູ້ສຶກຈັ່ງໃດ
ໝູ່ເກົ່າ:ມຶງກະດາຍ...ເວົ້າຫຍັງທີ່ເຮັດໃຫ້ກູສະບາຍໃຈໄດ້ບໍ
ສຸກ:ມັນຮັກມຶງ ມຶງກະອົດທົນເອົາ
ໝູ່ເກົ່າ:ລະເປັນຫຍັງກູຕ້ອງອົດທົນ
ສຸກ:ເອົ້າ!!!ກະຍ້ອນມຶງຮັກມັນ
ໝູ່ເກົ່າ:ຮັກຕາຍຫຍັງ
ສຸກ:ອາວ!!!ຈັ່ງໃດແທ້ນິ
ໝູ່ເກົ່າ:ບໍ່ຮູ້ ຜູ້ຊາຍຊົ່ວ
ສຸກ:ມຶງດ່າໃຜ
ໝູ່ເກົ່າ:ດ່າຜູ້ຊາຍມັກງ່າຍເຈົ້າຊູ້
ສຸກ:ມຶງເລີກກັບມັນລະກະແລ້ວ
ໝູ່ເກົ່າ:ກູເຮັດບໍ່ໄດ້ກູຮັກເລົາ
ສຸກ:ເອີ້!ລະມຶງຊິໂທມາເຮັດຫຍັງ ເທົ່ານີ້ແລະ
(ຈົບ)