ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Jan. 7, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

alt

 

ການທີ່ຈະຮັກໃຜຈັກຄົນ 1 

ບໍ່ຈຳເປັນຕ້ອງໄປຫາເຫດຜົນ ວ່າເປັນຫຍັງຈິ່ງກະເຈົ້າໄດ້,,,,,ຮູ້ແຕ່ວ່າທຸກມື້ນີ້ ຮັກ ແລະ ຕ້ອງຮັກໃຫ້ດີທີ່ສຸດ


ການທີ່ຈະຮັກໃຜຈັກຄົນ 1

ບໍ່ຕ້ອງໄປເສຍເວລາຄິດ ວ່າລາວຜູ້ນັ້ນ ເຮັດຫຍັງເພື່ອເຮົາແດ່ ,,,, ແຕ່ໃຫ້ມານັ່ງຖາມໂຕເອງວ່າ ເຮົາເຮັດຫຍັງແດ່ ເພື່ອຄົນທີ່ເຮົາຮັກ ແລະ ໄດ້ເຮັດແລ້ວຫລືຍັງ


ການທີ່ຈະຮັກໃຜຈັກຄົນ 1

ຢ່າໄປມົວແຕ່ລະແວງກັນວ່າ ຄົນໆນັ້ນຈະໄປມີຄົນອື່ນ ນອກຈາກເຮົາ,,,,ແຕ່ຄວນລະວັງໃຈຂອງຕົນເອງໃຫ້ເຂັ້ມແຂງພໍທີ່ຈະບໍ່ຮັບໃຜເຊົ້າມມາໃນໃຈອີກ


ການທີ່ຈະຮັກໃຜຈັກຄົນ 1

ບໍ່ຈຳເປັນຕ້ອງບອກຮັກກັນຢູ່ທຸກມື້ ,,,ເາພການທີ່ຄອຍຫ່ວງໃຍກັນຢູ່ສະເຫມີ ສາມາດແທນຄຳວ່າຮັກໄດ້ດີກວ່າ


ການທີ່ຈະຮັກໃຜຈັກຄົນ 1

ເລລາທີ່ຜິດຖຽງກັນ ຄຳວ່າແພ້ ຫລື ຊະນະມັນບໍ່ສຳຄັນ ,,,ກໍ່ຍອມໃຫ້ອີກຝ່າຍເປັນຜູ້ສະນະສະເຫມີ ຖ້າເຮັດໃຫ້ຄົນໆນັ້ນສະບາຍໃຈ


ການທີ່ຈະຮັກໃຜຈັກຄົນ 1

ບໍ່ຈຳເປັນຕ້ອງຕົວຕິດກັນ ໄປໃສມາໃສນຳກັນເປັນປະຈຳ,,,,ຕະຫລອດເວລາ ຂໍພຽງມີແຕ່ກັນແລະກັນໄວ້ໃນໃຈສະເຫມີກໍ່ພໍແລ້ວ


ການທີ່ຈະຮັກໃຜຈັກຄົນ 1

ບໍ່ຄວນພະຍາຍາມປ່ຽນແປງຕົວເຂົາ,,, ແຕ່ຄວນແມ່ນເຮົາທີ່ຄວນພະຍາຍາມປັບຕົວໃຫ້ເຂົ້າກັບເຂົາຄົນນັ້ນຈະດີກວ່າ


ການທີ່ຈະຮັກໃຜຈັກຄົນ 1

ຄວາມຮັກ ສອນໃຫ້ໄດ້ຮຽນຮູ້ໃນຫລາຍໆສິ່ງ ,,,, ຄວາມຮັກຊ່ວຍໃຫ້ເປັນຄົນທີ່ສົມບູນແບບ,,,, ຄວາມຮັກເປັນບົດຮຽນດີໆ ທີ່ບໍ່ອາດເຂົ້າໃຈເຖຶງທ່ອງແທ້ຖ້າບໍ່ໄດ້ສຳພັດກັບຕົວເອງ ນີ້ແມ່ນສິ່ງທີ່ເຮົາໄດ້ຮຽນຮູ້ ຈາກການທີ່ໄດ້ຮັກ ໃຜຈັກຄົນ1

 

ooooooooooooooooooooo......##########.....oooooooooooooooooooooo

 

 

 

ຂຽນເມື່ອ ຂຽນເມື່ອ: Jan. 3, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

 

ຜູ້ຊາຍ ມັກໃຫ້ຜູ້ຍິງ ເຮັດແນວໃດ ?

 

1. ມັກ ຜູ້ຍິງທີ່ໃຫ້ກຽດ ໂດຍສະເພາະ ຕໍ່ຫນ້າຄົນອື່ນ
(ຈະໄດ້ຮູ້ສຶກວ່າ ຫນ້າທີ່ຂອງຜູ້ຍຶງ ຢູ່ໃນ control )


2.ມັກ ຜູ້ຍຶງທີ່ເວົ້າຈາອອ່ນຫວານ ມ່ວນຫູ ຍີ້ມຫວານໆ 
(ຈະໄດ້ຮູ້ສຶກ ຄືວ່າມີຄົນກຳລັງມາໃຫ້ບໍລິການ ມາເອົາໃຈ )


3. ມັກ ຜູ້ຍຶງທີ່ສົດຊື່ນ ຍີ້ມແຍ້ມ ລ່າເລີງ ສົດໃສ ຕະລົກແດ່ ....ແທ້ລະ ໃຜເດຊິມັກຄົນຫນ້າບູດຂືງຂັງເນາະ
(ຈະໄດ້ຮູ້ສຶກຄວາມຄຽດຫລື 4 ຣຽດ ຫົດຫາຍໄປ ໄດ້ຮອຍຍີ້ມ ແລະ ກຳລັງໃຈມາແທນ )


4. ມັກ ຜູ້ຍຶງທີ່ເອົາອົກເອົາໃຈເກັ່ງໃນທຸກເລື່ອງ
( ຈະໄດ້ຮູ້ສຶກວ່າໂຕເອງສຳຄັນ ແຖມປານໄດ້ເປັນອະເສ່ຍອີກ )

 

********....(^_^)....********


5. ມັກ ຜູ້ຍິງທີ່ເຮັດໃຫ້ຮູ້ສຶກສະບາຍໃຈ ອົບອຸ່ນ ຢາກຢູ່ໃກ້ໆ
(ເປັນສິ່ງທີ່ໂຫຍຫາຕະຫລອດເວລາ ແຕ່ບໍ່ກ້າເປີດເຜີຍ )


6. ມັກ ຜູ້ຍິງທີ່ຈັກແກ້ງໂງ່ແດ່ ແຕ່ເກັ່ງ ມີຄວາມຮູ້ຄວາມສາມາດ
(ຈະໄດ້ຮູ້ສຶກມີຄວາມພູມໃຈເຫລືອຢູ່ແດ່ )


7. ມັກ ຜູ້ຍິງທີ່ຈັກງອນແດ່ ຫນ້ອຍ1
( ຈະໄດ້ໄປງໍ້ໄດ້ ແຕ່ຢ່າງອນດຸໆໃດລະ ດຽວຈະເບື່ອກ່ອນ )


8. ມັກ ຜູ້ຍິງທີ່ແຕ່ງໂຕຮຽບຮ້ອຍ ແຕ່ແຝງດ້ວຍຄວາມເຊັກຊີ່ ມີສະເຫ່ນ ແລະ ໂຣແມັນຕິກ
( ເພື່ອຫມູ່ແລະຄົນໃກ້ຊິດ ຈະໄດ້ອິດສາຈັ່ງໃດລະ )


9. ມັກ ຜູ້ຍິງ ເອາະເສາະເກັ່ງ
(ຄຶວ່າໄດ້ເປັນນາຍຍົກລັດທະມົນຕີ ທີ່ຕ້ອງໄດ້ເອາະເສາະ ໂຄງການຈຶ່ງຈະໄດ້ຮັບການອະນຸມັດ )


10. ມັກ ຜູ້ຍິງໄຟແຮງສູງ
( ຊີວິດຮັກຈະໄດ້ມີຣົດຊາດ ....ອັນນີ້ກະງົງວ່າມີລົດຊາດແນວໃດ ໃຜຮູ້ບອກແດ່)

 

ນີ້ແມ່ນ 10 ຂໍ້ທີ່ຫາມາໄດ້ ທ່ານສຸພາບບູລົດ ເອີ້ຍ...ບູລູດທ່ານໃດມີເພີ່ນເຕີມ ກໍ່ມາບອກເອື້ອຍນ້ອງພັນລາວແດ່ເດີ້ ເພາະຄິດວ່າຍັງມີອີກຫລາຍ

ອິອິອິ ຖືວ່າແລກປ່ຽນບົດຮຽນນຳກັນເລີຍ

 

 

ຂຽນເມື່ອ ຂຽນເມື່ອ: Dec. 31, 2008 | ມີ 20 ຄຳເຫັນ ແລະ 0 trackback(s)
ມຸມພັກໃຈ : ຂໍ້ຄິດຂອງຄົນສະຫລາດ

ຄົນທີ່ສະຫຼາດ ຍ່ອມບໍ່ເຄີຍຄິດວ່າຄົນອື່ນໂງ่່
ແລະຄົນໂງ່ມັກຄິດວ່າຕົນເອງສະຫລາດ
ຄົນທີ່ດຖູກຄົນອື່ນວ່າໂງ່ ແຕ່ທີ່ແທ້ແລ້ວ ໂຕເອງນັນແລະ ທີ່ໂງ່ກວ່າກະເຈົ້າ

 

     ສິ່ງທີ່ເຮົາບໍ່ມັກ ... ບາງເທື່ອເຮົາກໍ່ຈຳເປັນຕ້ອງຮູ້ 

     ຢ່າປິດກັ້ນໂຕເອງໃຫ້ຫ່າງໄກຈາກສິ່ງທີ່ຕົນເອງບໍ່ມັກ ເພາະວ່າບາງເທື່ອສິ່ງທີ່ທຳຮ້າຍເຮົາໄດ້ງ່າຍກວ່າຫມູ່

     ກໍ່ຄືສິ່ງທີ່ເຮົາບໍ່ຍອມຮັບຮູ້ ບໍ່ຍອມຮຽນ ແລະ ກໍ່ບໍ່ເຄີຍເຂົ້າໃຈ

 

     ຊີວິດເປັນຂອງເຮົາ ທາງເດີນຊີວິດກໍ່ຍ່ອມເປັນຂອງເຮົາ

 

     ຊີວິດ ບໍ່ເຄີຍມີຄຳວ່າສາຍ

ຫາກກ້າວຫລົງ ຫລືເດີນທາງຜິດ ເຮົາສາມາດກັບມາເລີ່ມຕົ້ນໃຫ່ມໄດ້ ເຖິງຈະຊ້າກວ່າທີ່ຄວນຈະເປັນໄປ ແຕ່ກໍ່ຍັງດີກວ່າ ຈົມເລິກ ຢູ່ໃນຄວາມມືດ ໃນ ທາງທີ່ຜິດ

ຢ່າພະຍາຍາມຢັດຍຽດຄວາມສຸກ ຫລື ສິ່ງທີ່ເຮົາຄິດວ່າດີ ໃຫ້ກັບຄົນອື່ນໆ 

ເພາະມັນອາດຈະກາຍເປັນຄວາມທຸກ ທຸກທັງຜູ້ໃຫ້ ແລະທຸກທັງຜູ້ຮັບ

ເຄີຍຖາມໂຕເອງບໍ່ ວ່າຊີວິດຕ້ອງການອີ່ຫຍັງ ? ຖາມ ... ແລະ ຫາຄຳຕອບໃຫ້ແນ່ໃຈ ແລະ ເຂົ້າໃຈໃຫ້ເຖິງແກ່ນແທ້ 

ເມື່ອນັ້ນ ເຮົາຈະກ້າວຕໍ່ໄປຂ້າງຫນ້າຢ່າງເຊື່ອຫມັ້ນ ແລະ ຖືກທາງ

 

ໂລກເຮົາຍັງຄົງປິ່ນຢູ່ຕະຫລອດ  ຫາກມື້ນີ້ເຮົາຢຸດຢູ່ຊື່ໆ .........ມື້ອື່ນ ເຮົາອາດຈະແລ່ນໄລ່ນຳບໍ່ທັນ

ຈົ່ງຍ່າໃຊ້ເຫດຜົນຂອງເຮົາ ຕັດສິນຄວາມຫມາຍໃນສິ່ງທີ່ເຮົາເຫັນ ໂດຍທີ່ບໍ່ຮັບຟັງ ເຫດຜົນຈາກອີກຝ່າຍ1 ໃຫ້ດີເສຍກ່ອນ


ຂຽນເມື່ອ ຂຽນເມື່ອ: Dec. 31, 2008 | ມີ 22 ຄຳເຫັນ ແລະ 0 trackback(s)

ເພີ່ນເປັນຫມູ່ຮັກຂອງເຂົາຄົນ 1 ແຕ່ບໍ່ຮູ້ວ່າເພີ່ນຈະເຫັນເຂົາເປັນຫມູ່ແບບໃດແທ້ ບ້ານໃກ້ກັນ ຮຽນຫ້ອງດຽວກັນ ເຮັດວຽກບ່ອນດຽວ

 

ເຖິງເພີ່ນຈະຕົວະຈະເປັນແນວໃດເຂົາກະບໍ່ເຄີຍໃສ່ໃຈ ເຮັດເປັນບໍ່ຮູ້ເຮັດເປັນໂງ່ທັງທີ່ຮູ້ໃນໃຈ

 

ການກະທຳຂອງເພີ່ນມີມາແຕ່ຕອນຮຽນນຳກັນ ເຂົາກະບໍ່ເຄີຍວ່າຈະເວົ້າຫລັບຫລັງຫາຕື່ມຄວາມໃສ່

 

ໃນໃຈນະຫຍາກບອກຈະຕາຍ ວ່າບໍ່ໃຫ້ເຮັດແບບນີ້ມັນເບີ່ງບໍ່ງາມ ບໍ່ໃຫ້ຕົວະເພາະຄົນອື່ນກະເຈົ້າກະຮູ້ຄືກັນ

 

ແຕ່ກໍ່ບໍ່ກ້າບອກເພາະຢ້ານເພີ່ນບໍ່ເຂົ້າໃຈຄວາມຫວັງດີຂອງເຂົາ ກໍ່ເລີຍໄດ້ແຕ່ເຮັດເປັນເສີຍໆ ແລະນີ້ກໍ່ອາດຈະເປັນຄວາມຜິດຂອງເຂົາສ່ວນຫນຶ່ງ

 

ແຕ່ພໍເວລາຜ່ານໄປ ເຂົາຮູ້ສຶກວ່າເພີ່ນບໍ່ປ່ຽນ ແຖມຍັງຮ້າຍແຮງຂື້ນກວ່າເກົ່າ ເພີ່ນກະໃຫ່ຍແລ້ວຫນ້າຈະຄິດໄດ້ ແຕ່ບໍ່ເລີຍ ເຂົາຮູ້ສຶກວ່າ ຖ້າເຂົາຍັງໄປກັບເພີ່ນແນ່ນອນຄົນອື່ນຈະເບີ່ງເຂົາຄືກັນກັບທີ່ເບີ່ງເພີ່ນ ກໍ່ເລີຍຕ້ອງໄດ້ຕີຕົວຫ່າງອອກ

 

"ເພາະຄຳສອນຂອງພໍ່ເຂົາທີ່ວ່າ ແນວໃດບໍ່ດີກໍ່ຫລີກລ່ຽງເອົາ ຢ່າເອົາຕົວໄປປະປົນ ຄົນເຮົາມີປາກມີຕາ ແຕ່ຄວາມຄິດບໍ່ຄືກັນ ແມ່ນຢູ່ວ່າເຮົາບໍ່ເປັນແນວນັ້ນ ແຕ່ຄົນອື່ນທີ່ເບີ່ງເຂົາຈະຮູ້ນຳເຮົາຫລືບໍ່ ຫມູ່ເປັນແນວໃດມັນກະຕ້ອງເປັນແນວນັ້ນ ບໍ່ຊັນຊິເປັນຫມູ່ກັນໄດ້"

 

ເຂົາບໍ່ຈຳເປັນທີ່ຈະຕ້ອງເລີກຄົບເພີ່ນເປັນຫມູ່ລະເຂົາກະບໍ່ຢາກເຮັດແນວນັ້ນ ເພາະຄົນເຮົາມີທັງດ້ານດີດ້ານບໍ່ດີ ເຂົາເລືອກທີ່ຈະເບີ່ງດ້ານດີຂອງເພີ່ນ ເພາະເພີ່ນເປັນຫມູ່ທີ່ເຂົາຮັກ ແລະ ກໍ່ມີຫລາຍຄັ້ງທີ່ເຮົາຊ່ວຍເຫລືອກັນແລະກັນ

 

ເຂົາເອງກະບໍ່ເຂົ້າໃຈຄືກັນວ່າເປັນຫຍັງເຂົາຈິ່ງຄົບເພີ່ນເປັນຫມູ່ໄດ້ ຫມູ່ແຕ່ລະຄົນໃຜກໍ່ເວົ້າໃຫ້ເຂົາວ່າຢ່າໂງ່ຫລາຍ ແຕ່ເຂົາວ່າເລື້ອງບາງເລື້ອງເຮັດປັນໂງ່ດີກວ່າ ເພາະແນວໃດເຮົາກໍ່ຮູ້ແກ່ໃຈດີຢູ່ແລ້ວ

 

ຂໍພຽງເພີ່ນບໍ່ສ້າງຄວາມເດືອດຮ້ອນໃຫ້ເຂົາລະເປັນພໍ

 

ແຕ່ແລ້ວວັນຫນຶ່ງ ເພີ່ນໄດ້ໄປເວົ້າໃຫ້ຄົນໃນບໍລິສັດທີ່ເຮົາເຮັດວຽກນຳກັນຟັງວ່າ "ຮູ້ຈັກລາວຫນ້ອຍໄປແລ້ວ ....ນິຫວ໋າ ລົງໄປເຮັດວຽກຢູ່ຫັນນະ ມີຜູ້ບ່າວບັກຫລາຍໆ ລົມຜູ້ນີ້ລົມຜູ້ນັ້ນ  ກິນເບຍບັກເກັ່ງໆ ມີແຕ່ຜູ້ຊາຍ ໂອ້ຍ ຄັນແມ່ນຂ້ອຍນິບໍ່ເຮັດ..ແບບນັ້ນດອກ " .....

 

ເຂົາຟັງຮອດນີ້ແລ້ວອື້ງເລີຍ... ນີ້ຍັງແມ່ນສ່ວນ 1 ທີ່ເຂົາໄດ້ຮູ້ ລະທີ່ເຂົາບໍ່ຮູ້ເດ ຈະມີຫຍັງອີກ ສົມກັບຄຳເວົ້າຂອງຫມູ່ທີ່ມາເຕືອນເຂົາໄວ້ແລ້ວວ່າ ຕອນນີ້ມຶງຍັງບໍ່ເຈິ ດຽວຫາກຊິເຈິເອງ ຢ່າໄວ້ໃຈມັນຫລາຍ ພວກກູຫລີ້ນນຳມັນແຕ່ນ້ອຍ ຮູ້ຫມົດລະວ່າເປັນແນວໃດ...

ເຂົາໄດ້ແຕ່ຍີ້ມແລ້ວບອກກັບຄົນທີ່ເຮັດວຽກນຳກັນວ່າ ຖາມພວກທີ່ເຮັດວຽກຢູ່ພຸນຈະດີກວ່າ ວ່າເປັນແນວໃດແທ້

ປົກກະຕິ ເຂົາຈະ 4 ຣຽດ ກັບເລື່ອງຢ່າງ່ວາ ເຂົາບໍ່ມັກໃຫ້ໃຜມາເວົ້າແນວເສຍຫາຍໃຫ້ໂຕເອງ ໃນເມື່ອບໍ່ມັກກໍ່ແນ່ຢູ່ແລ້ວວ່າບໍ່ມີທາງທີ່ຊິໄປວິຈານໂຕເອງດ້ວຍການກະທຳແບບນັ້ນ  ............ເພີ່ນເອງກໍ່ຮູ້ດີ
ເຂົາບໍ່ເຂົ້າໃຈ ວ່າເພີ່ນເວົ້າແບບນີ້ເພື່ອຫຍັງ ເປັນຫຍັງຕ້ອງເວົ້າປີ້ນເລື່ອງຂອງຕົນເອງມາໃສ່ຫມູ່ ທັງທີ່ຫມູ່ບໍ່ໄດ້ເປັນແບບນັ້ນເລີຍ ທີເລື່ອງເພີ່ນທີ່ເຮັດບໍ່ດີ ມີແຕ່ແນວເສຍໆຫາຍໆ ເຂົາຍັງເຮັດເປັນບໍ່ຮູ້ບໍ່ເຫັນເລີຍ ບໍ່ເຂົ້າໃຈວ່າເຮັດໄປເພື່ອຫຍັງ ຕັ້ງແຕ່ມື້ນັ້ນມາ ຄວາມຮູ້ສຶກເຂົາໄດ້ປ່ຽນໄປ ມັນເສຍຄວາມຮູ້ສຶກ ຫມົດຄວາມສັດທາຫມົດຄວາມໄວ້ວາງໃຈ ບໍ່ຄິດວ່າຈະເຮັດໃສ່ກັນໄດ້ ເລີຍໄດ້ແຕ່ເກັບອາການໄວ້ ແລະ ລະວັງຫລາຍຂື້ນ ເຂົາຮູ້ວ່າມື້ໃດມື້ຫນຶ່ງເພີ່ນຕ້ອງມາເຫັນທີ່ເຂົາຂຽນໄວ້ ກະຫຍາກໃຫ້ຮູ້ວ່າ ສິ່ງທີ່ເພີ່ນເຮັດນະເຂົາໃຫ້ອະໄພໄດ້ ບໍ່ຖືໂທດຫຍັງລະກະບໍ່ໄດ້ຊັງເລີຍ ເຂົາຢາກໃຫ້ເພີ່ນເຊົານະ ເຊົາຕົວະເຊົາຫລີ້ນ ອັນທີ່ມັນບໍ່ດີບໍ່ຕ້ອງເຮັດ ເວົ້າຄວາມຈິງບໍ່ມີໃຜວ່າດີກວ່າເພີ່ນເວົ້າຕົວະເວົ້າແຕ່ງຕື່ມຄວາມ ທີ່ເພີ່ນເຮັດຜ່ານມານະ ທຸກຄົນຮູ້ແຕ່ກະເຈົ້າບໍ່ເວົ້າຄືກັບເຂົານິລະ ຖ້າເພີ່ນບໍ່ເຊົາກໍ່ມີແຕ່ຈະເສຍຫາຍຕົວເພີ່ນເອງ


ສຳຫລັບຄົນທີ່ອ່ານຈົບ ການມີຫມູ່ກໍ່ເປັນແບບນີ້ແຫລະ ຫາຄົນທີ່ຈິງໃຈຢາກ

ຄົນທີ່ອັນຕະລາຍທີ່ສຸດມັກຈະເປັນຄົນໃກ້ໂຕ

ຂຽນເມື່ອ ຂຽນເມື່ອ: Dec. 16, 2008 | ມີ 25 ຄຳເຫັນ ແລະ 0 trackback(s)

 

ນິໃສຂອງຜູ້ຍິງກະເປັນແນວນີ້ລະ ອ່ານແລ້ວໃຫ້ຄວາມເຫັນແດ່ ວ່າມັນຈິງບໍ່ ^_^

alt


1. ບ້າ​ດູມໍ...ເຖິງ​ຈະ​ຮູ້ວ່າ​ງົມ​ງາຍ ມັກ​ກັນ​ແທ້ໆ

2.
ຕ່ອມ​ນໍ້າ​ຕາ​ຕື້ນ...​ເບີ່​ງຫນັງ​ຊຶ້ງໆ ​ເພັງ​ເສົ້າໆ ນໍ້າ​ຕາກະ​ໄຫລ​ລະ ຈັ່ງ​ແມ່ນ​ອອ່ນ​ໄຫວ​ເດ້

3.
ຕິດ​ລະຄອນ​ ບາງ​ຄັ້ງ​ກະ​ຕ້ອງ​ໄດ້​ເລື່ອນ​ນັດ ຫລື ຍົກ​ເລີກ ​ເພາະ​ຫນັງ​ຈະ​ຈົບ ​ແຮງ​ເປັນ​ຫນັງ​ທີ່​ມັກລະ​ຢ່າ​ຄິດ​ວ່າ​ເຈ໊ຈະ​ອອກ​ຫ່າງ​ຈໍ​ທໍລະ​ທັດ​ໄດ້

4.
ປາກ​ກໍ່​ບອກ​ວ່າ​ຮັກ ວ່າ​ຮັກ​ແຕ່​ເຈົ້າ​ຄົນ​ດຽວ ​ແຕ່​​ໃຜ​ຊິ​ຮູ້ວ່າ​ເພີ່ນ​ນະ ​ແອບ​ປີ້ງ​ຄົນ​ນີ້​ຄົນ​ນັ້ນ​ຕະຫລອດ

5.
ນັດ​ປາ​ຕີ້​ກັບ​ຫມູ່​ເທື່ອ​ໃດ ລະ​ທອ໋ກ​ເປັນ​ທ໋ອກ ລືມ​ແຟນ​ໄດ້​ທັນທີ

6.
ກັບ​ແຟນນະ​ຫ້າມ​ໄປ​ປຫມົດ... ຫ້າມ​ຊື້​ນັ້ນ​ຊື້​ນີ້ ​ແຕ່​ກັບ​ໂຕ​ເອງລະ​ເຕັມທີ່​ເລີຍ

7.
ໃຈ​ລອຍ​ຕະຫລອດ ຂັບ​ລົດ​ໄປ​ໃສ​ມາ​ໃສ ຄັນ​ບໍ່​ຜິດ​ກົດ​ຈາລະ​ຈອນ ກະ​ເລີຍ​ທາງ​ທີ່​ຕົນ​ຈະ​ໄປ

8.
ເຈິະ ອາຫານ​ຈານ​ໂປດ​​ເທື່ອ​ໃດ ກິລິຍາ​ຍິງ ຫາຍ​ໄປ​​ເລີຍ ບໍ່​ມີ​ຄຳ​ວ່າ​ຢ້ານ​ຕຸ້ຍ

9.
ມັກ​ໃຊ້​ມານ​ຍາ​ຍິງ ​ເອົາ​ຕົວ​ລອດ

10.
ເລື່ອງ​ນິນທາ ​ແຮະ222 ບອກ​ໄວ້​ກ່ອນ​ເລີຍ​ວ່າ ມີ​ພຽງ 1 ​ໃນ 100 ທີ່ຈະ​ເລືອກ​ນັ່ງ​ຟັງ​ຫລາຍ​ກວ່າ​ສະ​ແດງ​ຄວາມ​ຄິດ​ເຫັນ ສວ່ນ​ໃຫ່ຍ​ແລ້ວ ຮ່ວມ​ກັນ​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ກັນ​ທັ້ງນານນນນນນ

11.
ເຮັດ​ໂຕ​​ເປັນ​ສາວ​ບອບ​ບາງ...ຍາກ​ໃຫ້​ຝ່າຍ​ຊາຍ​ທະຫນຸທະ​ຫນອມ

12.
ມັກ​ຄົ້ນ​ເອົາ​ເລື່ອງ​ເກົ່າໆໆໆ ຂອງ​ຄົນ​ອື່ນ ມາ​ເວົ້າ​ທຸກ​ຄັ້ງ​ທີ່​ຜິດ​ໃຈ​ກັນ

13.
ເຈິະ ຜູ້​ບ່າວ ​​ບ່າວ​ນ້ອຍ​ເທື່ອ​ໃດລະ ອາ​ຍຸ​ຟາກ​ທະນາຄານ​ຕະຫລອດ

14.
ເຫັນ​ເຄື່ອງ​ລຸດລາຄາ​ລະ​ໂອ້​ຍຍຍຍ …..ປານ​ມີ​ແມ່​ເຫຼັກມາ​ດູດ

15.
ເອົາ​ແຕ່​​ໃຈ​ເປັນທີ່​ສຸດ ຂັດ​ໃຈນ້ອຍ1 ກະ​ເຮັດ​ຫນ້າ​ງໍ​ລະ ​ໂດຍ​ສະ​ເພາະ​ກັບ​ຄົນພິ​ເສດ ທີ່​ຄົນ​ອື່ນ​ເອົາ​ໃຈ​ແດ່ ກະ​ຫາ​ກະ​ເຈົ້າ​ວ່າ​ບໍ່​ມີ​ເຫດຜົນ

16.
ຂີ້​ຫຶງ​ໄດ້​ທຸກ​ສະຖານະ​ການ

17.
ບາງ​ເທື່ອ​ກະ​ເຮັດ​ເປັນ​ຮ້ອງ​ໂຮ ​ໂອ້​ຍອ້າຍ ຮຽກຮ້ອງ​ຄວາມ​ສົນ​ໃຈ ທັ້ງທີ່​ມັນ​ບໍ່​ຫນັກ​ຫນາ ລະ​ກະ​ບໍ່​ເປັນ​ຈຳ​ເປັນ

18.
ບ້າ​ດາລາ​ນັກ​ຮ້ອງ ...

19.
ມື້​ໃດ​ທີ່​ຢາກ​ຢູ່​ຄົນ​ດຽວ...ໄປ​ໄກໆ​ເລີຍ ຢ່າ​ໄດ້​ມາ​ຫຍຸ້ງ​ມາ​ວົນ

20.
ອັນ​ສຸດທ້າຍ ​ເຖິງ​ຈະ​ເປັນສຸພາບ​ສະຕີ ​ເອົາ​​ເຂົ້າ​ແທ້ໆ ​ເວລາ​ເຈິຮູບພາບ​ນູ໊ດພາບ​ໂປ້ ຄຼິບ​ເຄິບ ກໍ່​ມັກ​ແອບ​ເບີ່​ງຄື​ກັນ​ນະ​ແຫລະ ​ແຕ່​ຢ່າ​ໃຫ້​ໃຜ​ຮູ້​​ເດີ້​…ເຮີ່ ໆ

 

ເອົາຄວາມຈິງຂອງຜູ້ຍິງມາບອກແລ້ວເຮົາ ອິອິອິ ໂຕໃດຄວນປ່ຽນກະປ່ຽນສາເດີ້ ເອື້ອຍນ້ອງພັນລາວ


ຄຳ​ຖາມ​ຖີ້ມທ້າ​ຍ….. ຊິ​ມີ​ຜູ້​ຊາຍ​ຈັກ​ຄົນ​ເດ ທີ່​ຈະ​ທົນ​ຜູ້ຍິງ​ງາມໆ​ແຕ່​ມີ​ຄົບ​ທຸກ 20 ຂໍ້​ຂ້າງ​ເທິງ​ນີ້​ໄດ້​ແດ່?

 

................ ********* -^_^ -**********................

 

 

 

ຂຽນເມື່ອ ຂຽນເມື່ອ: Dec. 14, 2008 | ມີ 48 ຄຳເຫັນ ແລະ 0 trackback(s)

ທັງງາມ ທັງຫນ້າຮັກ ເຊັກຊີ່ ຂາວອື໋ມ

ລະກະບໍ່ແມ່ນງາມທຳມະດາອີກ

ຄົງຈະຖືກໃຈອ້າຍນ້ອງພັນລາວເຮົາ

alt

alt

alt

alt

alt

ຂຽນເມື່ອ ຂຽນເມື່ອ: Dec. 4, 2008 | ມີ 19 ຄຳເຫັນ ແລະ 0 trackback(s)


 

"ຖ້າ​ອ໊ອກຊີ​ເຈນເຮັດ​ໃຫຊີ​ວິດ​ຄົງ​ຢູ່​ໄດ້

ຄວາມ​ຮັກ ກໍ່​ເຮັດ​ໃຫ້ການ​ມີ​ຊີວິດ​ນັ້ນ​ມີ​ຄວາມ​ຫມາຍ​ຫລາຍ​ຂື້ນ"

 

alt


ຄວາມ​ຮັກ ທີ່​ປະ​ທັບ​ໃຈ ຂໍ​ເກັບ​ໄວ້​ໃນ​ໃຈ ​ແລ້ວ​ກະ​ອົມ​ຍີ້ມ …^_^

ຄວາມ​ຮັກ ທີ່​ບໍ່​ປະ​ທັບ​ໃຈ ​ຂໍ​ເກັບ​ໄວ້​​ເປັນ​ປະສົບ​ການ

ຄວາມ​ຮັກ​ ທີ່​ເຮັດ​ເພື່ອ​ຄົນ​ອື່ນ ​ເປັນຄວາມ​ພູມ​ໃຈ​​ແບບ​ຂໍ​ເກັບ​ໄວ້​ເອງ

ຄວາມ​ຮັກ ທີ່​ເຮັດ​​ເພື່ອ​ໂຕ​ເອງ ​ແບບ​ນີ້​ບໍ່​ເອີ້ນ​ວ່າ​ຮັກ

ຄວາມ​ຮັກ​ ທີ່​ຜ່ານ​ມາ​ໃນ​ອະດີດ ກໍ່ຂໍ​ໃຫ້​ເປັນຄວາມ​ຊົງ​ຈຳ​ທີ່​ແສນ​ດີ

ຄວາມ​ຮັກ ທີ່​ເຈິ​ໃນ​ປະຈຸ​ບັນ​ ກໍ່ຂໍ​ໃຫ້​ສົມ​ຫວັງ​ກັນ​ທຸກໆຄົນ….@_^

ສ່ວນ​ຄວາມ​ຮັກ​ ທີ່​ຈະ​ເຈິ​ໃນ​ອະນາ​ຄົດ ອັນ​ນີ້​ກະ​ໃຫ້​ອະ​ຖິຖານ​ກັນ​ເອົາ​ເອງ​ເດີ້ … ອິອິອິ …
 
 ເຄີຍ​ບໍ່​ທີ່​ຈະ​ມີ  ​ເຈົ້າ​ເຄີຍ​ມີ​ຄົນ​ແບບ​ນີ້​ບໍ່ ທີ່​ບໍ່​ແມ່ນ​ພໍ່​ແມ່​ພີ່ນ້ອງ ? …….

ຕອບ​ໂຕ​ເອງ​ໃຫ້​ໄດ້​ວ່າ​ແມ່ນ​ໃຜ

 

ເຄີຍ​ບໍ່ທີ່​ຈະ​ມີ…ຄົນ​ທີ່ຍົກ​ໂທດ​ໃຫ້​ເຮົາທຸກ​ເລື່ອງ

ເຄີຍ​ບໍ່ທີ່​ຈະ​ມີ…ຄົນ​ຢູ່ຄຽງຂ້າງ​ເຮົາ ​ເວລາ​ທີ່​ເຮົາ​ເສຍ​ໃຈ

ເຄີຍ​ບໍ່ທີ່​ຈະ​ມີ…ຄົນ​ມາ​ຮູ້​ແລະ​ຈົດ​ຈຳ​ຄວາມ​ເປັນ​ເຮົາ​ຫມົດ​ທຸກ​ຢ່າງ

ເຄີຍ​ບໍ່ທີ່​ຈະ​ມີ…ຄົນ​ມາຍ​ອມ​ເສຍ​ສິ່ງ​ທີ່​ຮັກ​ເພື່ອ​ເຮົາ​ໄດ້

ເຄີຍ​ບໍ່ທີ່​ຈະ​ມີ…ຄົນ​ທີ່ເຫັນ​ເຮົາສຳຄັນ​ກ່ວາ​ຫມູ່

ເຄີຍ​ບໍ່ທີ່​ຈະ​ມີ…ຄົນ​ທີ່​ເຮົາ​ຢູ່​ນຳ​ຊື່ໆ ກະ​ມີ​ຄວາມສຸກ​ແລ້ວ

ເຄີຍ​ບໍ່ທີ່​ຈະ​ມີ…ຄົນ​ທີ່​ຫມັ້ນ​ໃຈ​ໃນຄຳ​ວ່າ​ຮັກ​ຂອງ​ເຮົາ

ເຄີຍ​ບໍ່ທີ່​ຈະ​ມີ…ຄົນ​ທີ່​ບໍ່​ອາຍ​ເມື່ອ​ໄດ້​ຢ່າງ​ຂ້າງ​ເຮົາ ​ເຖິງ​ວ່າ​ເຮົາ​ຊິ​ຂີ້ຮ້າຍ ຫນ້າ​ຕາ​ບໍ່​ດີ​ກໍ່ຕາມ

ເຄີຍ​ບໍ່ທີ່​ຈະ​ມີ…ຄົນ​ທີ່​ທົນ​ເຮົາ​ໄດ້ ບໍ່​ວ່າ​ເຮົາ​ຈະ​ດ່າ ຈະ​ວ່າ​ລາວ​ແນ​ງ​ໃດ​ກໍ່​ຢ່າ

 

 

ເຄີຍ​ບໍ່​ທີ່​ຈະ​ມີ...ຄົນ​ທີ່​ຮັບ​ໄດ້​ໃນ​ສິ່ງທີ່​ເຮົາ​ເປັນ ບໍ່​ວ່າ​ຈະ​ມີ​ຄົນ​ມາ​ເວົ້າ​ຮ້າຍ​ແນວ​ໃດ​ໃສ່​ເຮົາ​ກໍ່​ຕາມ

ເຄີຍ​ບໍ່​ທີ່​ຈະ​ມີ...ຄົນ​ທີ່​ເຫັນ​ຄວາມ​ຜິດ​ຂອງ​ເຮົາ​ເປັນຄວາມ​ຫນ້າຮັກ

ເຄີຍ​ບໍ່​ທີ່​ຈະ​ມີ..ຄົນ​ທີ່​ເຮົາ​ຄຶດ​ຮອດ​ເຖິງ​ວ່າ​ເຮົາ​ບໍ່​ໄດ້​ເຫ​ງົາກໍ່ຕາມ

​ເຄີຍ​ບໍ່​ທີ່​ຈະ​ມີ...ຄົນ​ທີ່​ເຮົາ​ຄິດ​​ເຫັນ​ເປັນ​ຄົນ​ທຳ​ອິດ​ໃນ​ເວລາ​ທີ່​ເຮົາ​ທຸກ​ໃຈ

ເຄີຍ​ບໍ່​ທີ່​ຈະ​ມີ...ຄົນ​ທີ່​ເຮົາ​ຮູ້​ວ່າ ລາວ​ສາມາດ​ຊ່ວຍ​ໃຫ້​ເຮົາ​ສະບາຍ​ໃຈ​ໄດ້

ເຄີຍ​ບໍ່​ທີ່​ຈະ​ມີ...ຄົນ​ທີ່​ແຄ​ເຮົາ​​ເອົາ​ແທ້​ເອົາ​ວ່າ ບໍ່​ວ່າ​ເຮົາ​ຊິ​ທຳຮ້າຍ​ຊິເຮັດ​ໃຫ້​ລາ​ວ​ເຈັບ​ຊ່ຳ​ໃດ​ກໍ່​ຕາມ

ເຄີຍ​ບໍ່​ທີ່​ຈະ​ມີ...ຄົນ​ທີ່​ຮັບຮູ້ຕົວ​ຕົນ​ແທ້​ຈິງ​ຂອງ​ເຮົາ

ເຄີຍ​ບໍ່​ທີ່​ຈະ​ມີ...ຄົນ​ທີ່​ຍັງ​ຮັກ​ເຮົາ​ເຖິງ​ວ່າ​ເຮົາ​ຊິ​ບໍ່​ເຫັນ​ຄວາມ​ສຳຄັນ​ຂອງ​ລາວ​​ເລີຍ

 

 

 

ຖ້າວ່າ​ເຮົາ​ເຄີຍ​ມີ​ລາວ​ຄົນ​ນີ້​ຢູ່​ແທ້ ​ເຮົາ​ກໍ່​ຄວນ​ຈະ​ຖະຫນອມ​ລາວ​ໄວ້​ໃຫ້​ດີ

ຖ້າ​ເຮົາ​ສູນ​ເສຍ​ລາວ​ໄປ​ແລ້ວ ​ເຮົາ​ເອງ​ນັ້ນ​ແລະທີ່​ຈະ​ເປັນ​ຄົນ​ເສຍ​ໃຈ

 

ຂຽນເມື່ອ ຂຽນເມື່ອ: Nov. 24, 2008 | ມີ 13 ຄຳເຫັນ ແລະ 0 trackback(s)


ຄວາມຫ່າງໄກ - ວັດຄວາມຜູກພັນ


ສຳລັບໃຜທີ່ເຄີຍຜິດຫວັງ ລອງອ່ານນີ້ເບີ່ງ

 

alt

 

 

 

 

 

ມີຄົນບອກວ່າ…..ຟ້າດິນໄດ້ລົງໂທດລາວໃຫ້ຫ່າງໄກກັບຄົນຮັກ

ໂດຍສ່ວນຕົວ ຂ້ອຍພັດຄຶດວ່າຟ້າດິນກຳລັງສົງໃສຄູ່ນີ້ວ່າ….

ເຂົາເຈົ້າຊິຮັກກັນແທ້ບໍ່ ຫລາຍກວ່າ

ເລີຍທົດສອບໂດຍການແຍກຄົນ 2 ຄົນໄປຄົນລະທາງ

ອາດຈະຜູ້ໃດຜູ້ 1... ມີພຶດຕິກໍາ...ບໍ່ໜ້າໄວ້ໃຈ

.......

.......

ຖ້າເຮົາຄິດວ່າມັນເປັນການທົດສອບ ວ່າເຮົາເລືອກຖືກຄົນແລ້ວຫຼືບໍ່

ຄວາມຫ່າງໄກ...ຈະເປັນຕົວວັດປະລິມານຄວາມຜູກພັນ...ທີ່ເຮົາມີຕໍ່ກັນ

 

 

ຖ້າຄວາມຮູ້ສຶກຍັງບໍ່ປ່ຽນແປງແຖມຍັງເພີ່ມຄວາມຫ່ວງໃຍຄວາມຄິດຮອດ

ນັ້ນກໍ່ແປວ່າ ເຮົາມີຄວາມຮັກທີ່ແທ້ຈິງໃຫ້ລາວສະແດງວ່າເຮົາຜ່ານການທົດສອບນີ້

 

 

ແຕ່ຖ້າລາວປ່ຽນແປງໄປທຳອິດກະຕິດຕໍ່ກັນຖີ່ໆແດ່ພັກຫຼັງໆ..ກໍ່ເລີ່ມຫ່າງໆ ຫາຍໆ...

ລາວບໍ່ຜ່ານການທົດສອບກໍ່ໃນເມື່ອປະລິມານຄວາມຮັກຄວາມຜູກພັນຂອງລາວມີບໍ່ພຽງພໍ

ເຮົາໜ້າຈະພູມໃຈໃນຕົວເອງ...ທີ່ເຮົາໄດ້ເລື່ອນຂັ້ນຂື້ນໄປ...ເຖິງວ່າລາວເອງຈະບໍ່ຜ່ານການທົດສອບນີ້

ຖ້າລາວຢາກກ້າວມາຢູ່ຂ້າງເຮົາ....ລາວກໍ່ຕ້ອງເລັ່ງແລະໃສ່ໃຈເພື່ອຈະໄດ້ຜ່ານການທົດສອບ

ແລ້ວກ້າວມາຢູ່ຂ້າງເຮົາເອງ...

 

 

ຖ້າລາວບໍ່ຜ່ານ...ກໍ່ຖືວ່າເປັນບຸນ...

ທີ່ຟ້າດິນໄດ້ຄັດຄົນໂງ່....ອອກໄປຈາກເຮົາແລ້ວ....

 

 

ແລ້ວຊິປະສາອີ່ຫຍັງກັບຄູ່ທີ່ຢູ່ໃກ້ກັນ ກະຄືຄຳເວົ້າທີ່ວ່າ ຮັກແທ້ແພ້ໃກ້ຊິດ...

 ແຕ່ຫາກຖ້າມີຄົນໃດຄົນ 1 ຫລື ລາວເປັນຝ່າຍປ່ຽນໄປເອງ...

ນັ້ນກໍ່ສະແດງວ່າ ຄົນໆນັ້ນ ບໍ່ຄູ່ຄວນກັບເຈົ້າ

ກໍ່ຈົ່ງພູມໃຈ...ແລະ ຍີ້ມສູ້

ເພາະລາວຂາດຄຸນນະສົມບັດ ແລະ ໂງ່ເກີນກວ່າທີ່ຈະຄຽງຄູ່ກັບເຈົ້າໄດ້

ຟ້າດິນຈິ່ງດຶງລາວອອກເພື່ອໃຫ້ໂອກາດຄົນອື່ນທີ່ດີກວ່າ

ໄດ້ເຂົ້າຮ່ວມການທົດສອບ.. ແລະ ..ກຽມພ້ອມທີ່ຈະຄຽງຄູ່ເບີ່ງແຍງເຈົ້າ

…………..ຈົນເທົ່າວັນສິ້ນໃຈລາຈາກ …………….

alt...ຂໍໃຫ້ແຕ່ລະຄົນທີ່ອ່ານບົດຄວາມນີ້ເຈິຄົນທີ່ຮັກ ແລະ ກໍ່ສົມຫວັງກັບຄວາມຮັກເດີ້...alt

 

ຂຽນເມື່ອ ຂຽນເມື່ອ: Nov. 24, 2008 | ມີ 12 ຄຳເຫັນ ແລະ 0 trackback(s)

alt

 

 

ຄັ້ງຫນື່ງ...ເຈົ້າເຄີຍຫຼົງໄຫຼ ໃນເວລາທີ່ລາວເຮັດດີນຳ

ແລ້ວຄັ້ງຫນຶ່ງເຈົ້າເຄີຍຄຽດ ເມື່ອລາວຜິດກັບເຈົ້າ

ຄັ້ງໜຶ່ງເຈົ້າເຄີຍມັກ ເມື່ອລາວບອກວ່າຮັກເຈົ້າ

ແລ້ວຄັ້ງໜຶ່ງເຈົ້າເຄີຍຊັງ ເມື່ອລາວບໍ່ງໍ້

ຄັ້ງໜຶ່ງເຈົ້າເຄີຍຊື່ສັດ ເມື່ອລາວຈິງໃຈກັບເຈົ້າ

ແລ້ວຄັ້ງໜຶ່ງເຈົ້າເຄີຍງຸດງິດ ເມື່ອລາວ ເຮັດເສີຍຊາໃສ່ເຈົ້າ

ຄັ້ງໜຶ່ງເຈົ້າເຄີຍຫົວ ໃນເວລາທີ່ລາວຍອກລໍ້ເຈົ້າ

ແລ້ວຄັ້ງໜຶ່ງເຈົ້າເຄີຍ ຮ້ອງໄຫ້ ເມື່ອລາວນອກໃຈເຈົ້າ

 

ຄັ້ງໜຶ່ງເຈົ້າເຄີຍເສຍສະຫຼະເວລາ ເມື່ອລາວຢາກພົບເຈົ້າ

ແລ້ວຄັ້ງໜຶ່ງເຈົ້າເຄີຍສູນເສຍທັ້ງກາຍແລະໃຈ ເມື່ອລາວບໍ່ຕ້ອງການເຈົ້າ

ຄັ້ງໜຶ່ງເຈົ້າເຄີຍອົບອຸ່ນ ເມື່ອລາວກອດເຈົ້າ

ແລ້ວຄັ້ງໜຶ່ງເຈົ້າເຄີຍເຫງົາ ໃນເວລາທີ່ບໍ່ມີລາວ ຫຼື ເມື່ອນຶກເຖິງພາບລາວກັບເຈົ້າ

 

ຄັ້ງໜຶ່ງເຈົ້າເຄີຍອຸ່ນໃຈ ເມື່ອລາວ ຫ່ວງໃຍຄຽງຂ້າງເຈົ້າ

ແລ້ວຄັ້ງໜຶ່ງເຈົ້າເຄີຍອອ່ນແອ ເມື່ອລາວ ບໍ່ສົນໃຈເຈົ້າ

ຄັ້ງໜຶ່ງເຈົ້າເຄີຍຍົກໂທດໃຫ້ ໃນເວລາທີ່ລາວເຮັດຜິດ

ແລ້ວຄັ້ງໜຶ່ງເຈົ້າເຄີຍຢາກຂໍໂທດ ເມື່ອລາວບໍ່ຢູ່ຟັງເຈົ້າແລ້ວ

 

ແລ້ວຄັ້ງໜຶ່ງເຈົ້າເຄີຍ ຄິດຮອດລາວ ໃນເວລາທີ່ໄກກັນ

ແລ້ວຄັ້ງໜຶ່ງເຈົ້າເຄີຍຄິດເຫັນຄວາມຊົງຈຳ ແລະ ຄວາມຜູກພັນທີ່ເຄີຍມີ

ໃນເມື່ອເຈົ້າບໍ່ມີລາວ

 

 


 

ພຽງຄັ້ງໜຶ່ງ...ທີ່ເຈົ້າສຸກ ແລະ ທຸກ ເພາະ ຮັກ

 

 

 

ພຽງຄັ້ງໜຶ່ງທີ່ເຈົ້າອາດຈະບໍ່ສົມຫວັງໃນຮັກ

 

 

 

 

ແຕ່ເຈົ້າຈະບໍ່ຜິດຫວັງໃນຮັກ

 

 

ດີກວ່າທີ່ເຈົ້າບໍ່ເຄີຍໄດ້ສຳພັດຄວາມຮູ້ສຶກນີ້ເລີຍ…..

 

"Love is like the sun, when it is there you want to bask in it's warmth,
when it is gone, you just want to drink hot chocolate and curl up in a blanket."

 

 

.............ooo^_^ooo............

..

 

 

ຂຽນເມື່ອ ຂຽນເມື່ອ: Nov. 21, 2008 | ມີ 14 ຄຳເຫັນ ແລະ 0 trackback(s)

ຕອນຄ່ຳໆ ເວລາ 11 ໂມງປາຍນິແຫລະ ຂະນະທີ່ຂ້ອຍນັ່ງຫລີ້ນພັນລາວຢູ່

ກໍ່ໄດ້ຍິນສຽງ message ເຂົ້າ ພໍຈັບມາອ່ານເບີ່ງ ປະກົດວ່າເປັນຂໍ້ຄວາມຈາກຜູ້ຊາຍທີ່ເລີກຂ້ອຍໄປ

his message:  ເຮັດຫຍັງຢູ່ ນອນລະ

ນັ່ງຄິດດົນເຕີບວ່າຈະຕອບຫລືບໍ່ ແຕ່ຖ້າເຮົາບໍ່ໄດ້ຄິດຫຍັງກັບກະເຈົ້າແລ້ວກະບໍ່ຈຳເປັນທີ່ຈະຫນີ ກະເລີຍຕອບໄປ

Me: ຍັງ

his message: ຫວ໋າ

.....

.....

his message: ຄິດຮອດນະ

Me: ຫວ໋າ ຂອບໃຈ ບໍ່ໄດ້ພາແຟນໄປຫລີ້ນຫວ໋າ

 

his message: ບໍ່ ລາວຢູ່ບ້ານຕິບໍ່ຮູ້ແຫລະ ເພີ່ນເດ ແຟນບໍ່ໄດ້ມາຫລີ້ນນຳຫວ໋າ

Me: ຊິມາຫລີ້ນແນວໃດ ລາວບໍ່ໄດ້ຢູ່ລາວ ອິດສາພວກເພີ່ນເດຢູ່ໃກ້ກັນ ບາດແຟນເຂົາຕີ້

 

his message: ຫວ໋າ ຄືບໍ່ເອົາເຂົາເປັນແຟນເລີຍ

 

Me: ເອົາເຮັດຫຍັງ ເຄີຍເປັນແຟນກັນລະເດ

his message: ຢາກເປັນແຟນກັນອີກນະ

 

Me: ເອົາໄວ້ເກີດຊາດຫນ້າກ່ອນ ຊາດນີ້ພໍລະ

his message: ໂດຍ

...

his message:ແຟນເພີ່ນຄືຊິດີກັບເພີ່ນເນາະ

Me: ໂດຍ ກະດີກວ່າເພີ່ນຫລາຍເຕີບ

 

his message: ໂດຍ ເຂົາມັນບໍ່ດີແມ່ນບໍ່

Me: ບໍ່ດີແລະ ແນວບໍ່ເຄີຍປ່ຽນແປງແກ້ໄຂໂຕເອງຈັກເທື່ອ

 

his message: ເຂົາຂໍໂທດ

Me: ຂໍໂທດແຕ່ບໍ່ເຄີຍແກ້ໄຂ ເກັບເອົາໄວ້ໄປເວົ້າກັບຄົນອື່ນສາ ເບື່ອແຮງ

 

his message: ຂໍໂທດເດີ້ທີ່ລົບກວນ ເຂົາລືມເພີ່ນບໍ່ໄດ້ນະ

Me: ຂອບໃຈທີ່ບໍ່ລືມ ຖ້າລືມກະບໍ່ແມ່ນຄົນລະ

his message: ປ່າ...ຄືເວົ້າແບບນີ້ ໃຫ້ເຂົາ

..

..

his message: ຄົບກັບລາວລະຈັກແນວໃດບຸ ບໍ່ຄືຕອນຄົບກັບເພີ່ນ ເຂົາຍັງຄິດຮອດເພີ່ນຢູ່ ໃຫ້ໂອກາດເຂົາໄດ້ບໍ່

Me: ໃຫ້ໄປກະຄືເກົ່າ ເພີ່ນເລືອກໄປເອງຕົວະ ຕອນນີ້ເຂົາມີຄົນໃຫ່ມແລ້ວ ເປັນຫມຼ່ກັນເອົາ ໂທດເດີ້

...

...

...

....ມາຮູ້ເມື່ອກະເຊົ້າແລ້ວ ....

 

ນີ້ແຫລະນາຄົນເຮົາ  ຊົ່ວຊິກັບມາມັນກະສາຍ ....

 

 

 

 

 

ຂຽນເມື່ອ ຂຽນເມື່ອ: Nov. 11, 2008 | ມີ 4 ຄຳເຫັນ ແລະ 0 trackback(s)

 

‘ ຫມູ່!! ສຳຄັນ​ສະ​ເຫມີ...ລະຫວ່າງ​ເພື່ອນ​ກັບ​ແຟນ’ alt

-------------------------- --------------------------

++ ຂ້າມ​ທາງ ++ ແຟນ: ຂ້າມ​ໄດ້​ບໍ່ ລະວັງ​ເດີ້ ຈັບ​ມື​ເຂົາ​ໄວ້ ຫມູ່: ………ອ້າວ! ເຫີ້ຍ!ຖ້າ​ກູ​ແດ່(ແມ່​ມຶງ! ຂ້າມ​ໄປ​ປະ​ກູ) -------------------------- --------------------------

++ ​ເວລາ​ຢ່າງ ++ ແຟນ: ແນບ​ຊິດ​ໄປ​ໃສ​ໄປ​ນຳ​ກັນ​ປານ​ມີ​ອີ່​ຫຍັງ​ດູດ​ເອົາ​ໂລດ ຫມູ່<