ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Nov. 11, 2008 | ມີ 9 ຄຳເຫັນ ແລະ 0 trackback(s)

ໝູ່ກັບ​ແຟນແຕກ​ຕ່າງ​ກັນ​ບ່ອນ​ໃດ

 

 

alt

ຂໍ້ 1   ໝູ່ ຄື​ຄົນ​ທີ່​ຈິງ​ໃຈ​ກັບ​ເຮົາ

         ​ແຕ່​ແຟນ ບາງ​ເທື່ອ​ເບີ່​ງຄື​ຊິ​ຈິງ​ໃຈ ​ແຕ່​ແລ້ວ​ກະ​ຍັງ​ແອບ​ຂີ້​ຕົວະ ​ເພື່ອ​ຄວາມ​ສະບາຍ​ໃຈ​ຂອງ​ເຮົາ ຂໍ້2   ຖ້າ​ເຮົາ​ເປັນ​ຜູ້​ຊາຍ ​ແຟນ​ເຮົາ​ກະ​ຕ້ອງ​ເປັນ​ຜູ້ຍິງ

       ​ແຕ່ໝູ່ ​ເປັນ​ຜູ້ຍິງ​ຫລື​ຜູ້​ຊາຍ​ກໍ່​ໄດ້ ບາງ​ເທື່ອ​ກະ​ເປັນ​ທອມ ​ເປັນ ​ເກ ຮັບ​ໄດ້​ຫມົດ

 

ຂໍ້ 3 ຍ່າງ​ກັບ​ແຟນ ຄວງ​ແຂນ ຍ່າງ​ກັບໝູ່ ກອດ​ຄໍ ຂໍ້ 4   ມື້​ໃດ​ບໍ່​ໄດ້​ລົມ​ນຳ​ແຟນ ​ໃຈ​ຊິ​ຂາດ​ຕາຍ ກິນ​ບໍ່​ໄດ້ນອນ​ບໍ່​ຫລັບ  ບໍ່​ໄດ້​ລົມ​ນຳໝູ່ກະທຳ​ມະ​ດາສນ​ໃຈ​ຫຍັງ​ວະ ຂໍ້ 5  ​ເວລາ​ຕື່ມ​ເງິນ​ໂທລະສັບ ຄົນ​ທຳ​ອິດ​ທີ່​ຄິດ​ຮອດ​ກໍ່​ຄື​ແຟນ ​ແຕ່​ກັບໝູ່ ພຽງ​ແຕ່​ຊອ໋ດຫາ​ກໍ່​ພໍລະ

ຂໍ້ 6  ລົມ​ກັບ​ແຟນ ​ແລ້ວໝູ່​ໂທມາບໍ່​ເຄີຍ​ສົນ​ໃຈ

      ​ແຕ່​ຖ້າ​ລົມ​ກັບໝູ່​ແລ້ວ​ແຟນ​ໂທ​ມາ ຮີບ​ຕັດ​ບົດ  "​ເທົ່າ​ນີ້​ກ່ອນ​ເດີ້ ມີ​ວຽກຕ້ອງ​ເຮັດ​ຕໍ່​ນະ"

ຂໍ້ 7 ​ແຟນ ລົມ​ກັນ​ເທື່ອ​ໃດ​ເປັນ​ຊົ່ວ​ໂມງ ກັບໝູ່ 2-3 ນາທີ​ກະ​ພໍລະ ລົມ​ຫຍັງ​ຫລາຍ ​ເປືອງ

 

ຂໍ້ 8  ​ເວລາ​ຊິ​ໄປ​ຫລີ້ນ ຊວນ​ແຟນ​ເປັນ​ຄົນ​ທຳ​ອິດ ສ່ວນໝູ່​ເອົາ​ໄວ້​ມື້​ຫນ້າກ່ອນ​ສະ  ບໍວ່າງ ຂໍ້ 9 ​ເວົ້າ​ກັບໝູ່…​ເອີ່ ກູ ​ມຶງ ​ເຮ້ຍ ​ເວນ ​ສັດ (ສາລະພັດ​ແນວ​ຊິ​ຕອບ) ກັບ​ແຟນລະ​ຕ້ອງ ….ຈະ..​ຈ໋າ ​ໂດຍ ຕະຫລອດ

ຂໍ້ 10   ​ເຈິໜ້າໝູ່ (​ເຊັງ​ວະ) ​ເຈິໜ້າ​ແຟນ  ​ໂລກນີ້​ຈັ່ງ​ແມ່ນ​ເປັນຕາ​ຢູ່​ແທ້​ເດ ​ແນມ​ທາງ​ໃດ​ກະ​ມີ​ແຕ່​ສີ​ບົວ ຢາກ​ໃຫ້ 1 ມື້​ມີ​ຫລາຍ​ກວ່າ 24 ຊົ່ວ​ໂມງ ຂໍ້  11  ໝູ່ບອກ​ອີ່​ຫຍັງ​ກະ​ຢ່າ ຕ້ອງ​ເອົາ 100 ຫານ​ກ່ອນ ທີ່​ກັບ​ແຟນບອກ​ລະ ​ໂດຍ…​ທີ່​ຮັກ

ຂໍ້ 12  ​ແຟນ….ດ໋ຽວ​ເຂົາ​ຈ່າຍ​ເອງ​ກະ​ໄດ້  ກັບໝູ່….ຫານ​ຫານ  ​ແຊ​ເດີ້ …ຫ້າມ​ກິນ​ຟຣີ  

ຂໍ້  13 ​ແຟນ….​ເວລາ​ທີ່​ກະ​ເຈົ້າເຈິ​ຄົນ​ທີ່​ດີກ​ວ່າ​ເຮົາກະ​ເຈົ້າ​ກໍ່​ໄປ​ຫາ​ຄົນ​ນັ້ນ    ​ແຕ່ໝູ່ ….​ເຖິງ​ຈະ​ເຈິ​ຄົນ​ທີ່​ດີກ​ວ່າ ​ແຕ່​ກະ​ຍັງ​ຄົບ​ກັບ​ເຮົາ​ຢູ່​ຄື​ເກົ່າ

       ຂໍ້  14  ນິ​ໃສ​ທີ່​ບໍ່​ດີ​ຂອງ​ເຮົາ ​ແຟນບອກ​ວ່າ​ຮັບ​ບໍ່​ໄດ້ ​ແຕ່ໝູ່ ບອກ​ວ່າ​ເລື່ອງ​ເລັກ​ນ້ອຍ ບໍ່​ໄດ້​ໃສ່​ໃຈ​ມັນ​ດອກ ຂໍ້  15  ​ໃນ​ເມື່ອ​ວັນ​ເວລາ​ທີ່​ຕ້ອງ​ແຍກ​ຈາກ​ກັນ ​ແຟນ ອາດ​ເບີ່​ງ​ເຮົາ​ເປັນ​ຄົນ​ແປກໜ້າ ​ແຕ່​ສຳ​ຫລັບໝູ່ ບໍ່​ວ່າ​ມື້​ໃດ​ດົນ​ພຽງ​ໃດ ກໍ່​ບໍ່​ເຄີຍ​ເປັນ​ຄົນ​ແປກໜ້າຂອງ​ກັນ​ແລະ​ກັນ

 

Delicious Digg Fark


LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com