ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ Jan. 7, 2009 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 52 ເທື່ອ
ເຄີຍບໍ່ ເວລາລົມກັບໃຜຈັກຄົນໃດຄົນ 1 ພຽງຄັ້ງດຽວ ແຕ່ຄວາມຮູ້ສຶກມັນບອກວ່າຄືເຄີຍຮູ້ຈັກກັນມາດົນ .... ແບບນີ້ ເອີ້ນໄດ້ບໍ່ວ່າ ຮັກແທ້ .... ເຄີຍບໍ່ເວລາລົມກັບຫລາຍໆຄົນຈະລົມໄດ້ແປ໋ບດຽວ ແຕ່ເວລາລົມກັບຄົນໆນັ້ນ ລົມໄດ້ດົນ ແບບບໍ່ຮູ້ເບື່ອເລີຍ.... ເວລາຢູ່ນຳກັນລົມນຳກັນ ກໍ່ຈະມີຄວາມສຸກ ບໍ່ເບື່ອທີ່ມີລາວຢູ່ໃກ້ໆ ແລະ ເມື່ອຍາມທີ່ລາວຫ່າງໄກ ບໍ່ໄດ້ເຫັນຫນ້າກໍ່ຈະຮູ້ສຶກເຫົງາໆ ແລະ ກະຄຶດຮອດ

 
ສ້າງເມື່ອ Jan. 3, 2009 25 ຄົນໂຫວດ, 0 ຄຳເຫັນ, ອ່ານ 105 ເທື່ອ
ຜູ້ຍິງຊັງຜຼ້ຊາຍແບບໃດຫລາຍທີ່ສຸດ ອາດຈະເປັນນິໃສ ທ່າທາງ ບຸກຄະລິກ ການເວົ້າຈາ ສະແດງຄວາມຄິດເຫັນກັນໄດ້

 
ສ້າງເມື່ອ Jan. 3, 2009 28 ຄົນໂຫວດ, 0 ຄຳເຫັນ, ອ່ານ 90 ເທື່ອ
ຢາກຮູ້ວ່າ ຜູ້ຊາຍບໍ່ມັກຜູ້ຍິງແບບໃດຫລາຍທີ່ສຸດ ອາດຈະເປັນນິໃສ ທ່າທາງ ບຸກຄະລິກ ການເວົ້າຈາ ສະແດງຄວາມຄິດເຫັນກັນໄດ້ ເພື່ອສາວໆພັນລາວຈະໄດ້ທຳໂຕຫນ້າຮັກຫລາຍຂື້ນ ເພາະຂອງແບບນີ້ບາງເທື່ອບໍ່ບອກກະບໍ່ຮູ້ ຕາມແບບສຳຫລວດທີ່ຈິງຫຍາກຂຽນຫລາຍກ່ວານີ້ ແຕ່ເອົາມາທໍ່ນີ້ພໍລະ ທີ່ເຫລືອ ເພີ່ມເຕີມກັນເອົາ

 
ສ້າງເມື່ອ Jan. 1, 2009 28 ຄົນໂຫວດ, 0 ຄຳເຫັນ, ອ່ານ 68 ເທື່ອ
ກະເຈົ້າວ່າ ຄົນເຮົາເວລາເມົາມັກຈະເວົ້າຄວາມຈິງ ລະຖ້າຫມູ່ຂອງເຮົາເມົາມາລະມາບອກວ່າມັກຮັກເຮົາມາດົນແລ້ວ ແຕ່ລາວເອງກໍ່ມີແຟນແລ້ວແຕ່ຍັງມາບອກຮັກມາເວົ້າຄວາມໃນໃຈ ຈະເຊື່ອໄດ້ບໍ່ກັບຄຳເວົ້າທີ່ວ່າ ເມົາມັກຈະເວົ້າຄວາມຈິງ

 
ສ້າງເມື່ອ Dec. 31, 2008 22 ຄົນໂຫວດ, 0 ຄຳເຫັນ, ອ່ານ 58 ເທື່ອ
ຖ້າຫມູ່ທີ່ພວກເຈົ້າໄວ້ໃຈ ມາເວົ້າໃສ່ຮ້າຍ ຫລື ເວົ້າແນວບໍ່ດີໃຫ້ກັບພວກເຈົ້າທັງໆທີ່ມັນບໍ່ເປັນແນວນັ້ນ ແບບນີ້ສະແດງວ່າຕ້ອງການທຳລາຍກັນເຫັນໆ ແນ່ນອນວ່າຕ້ອງເສຍຄວາມຮູ້ສຶກ ແລະເວລາແນວນີ້ ພວກເຈົ້າຈະເຮັດແນວໃດ

 
ສ້າງເມື່ອ Dec. 24, 2008 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 54 ເທື່ອ
ຖ້າແຟນເກົ່າທີ່ເຄີຍຖີ້ມເຮົາໄປ ທີ່ເຄີຍເຮັດແນວບໍ່ດີຕ່າງໆນາໆໃຫ້ເຮົາເສຍໃຈຕະຫລອດ ແຕ່ກ່ອນມີຫຍັງສ່ວນຫລາຍກໍ່ຈະມີແຕ່ເຮົາທີ່ຊ່ວຍລາວມາຕະຫລອດ ບໍ່ວ່າເລື່ອງຮຽນເລື່ອງວຽກ ສຸດທ້າຍລາວກະສວມເຂົາແອບຄົບກັບອີກຄົນແລ້ວກໍ່ຖີ້ມເຮົາໄປມີຄົນໃຫ່ມ ແລ້ວມື້ຫນຶ່ງລາວກັບມາ ແລ້ວຂໍໃຫ້ເຮົາຊ່ວຍ ຢາກໃຫ້ເຮົາຊອກໂປຣເຈັກທີ່ເຮົາເຄີຍເຮັດໃຫ້ລາວ ເພາະອີກແຕ່4-5 ມື້ລາວກໍ່ຈະຂື້ນພຣີເຊັນແລ້ວ ລະມາຊູຊີໃຫ້ເຮົາຊອກໃຫ້ ເປັນພວກເຈົ້າຈະຊ່ວຍຫລືບໍ່ ແຕ່ວ່າດຽວນີ້ຂ້ອຍຊ່ວຍລາວໄປຮຽບຮ້ອຍແລ້ວ ອິອິອິ ບໍ່ຢາກເປັນຄົນໃຈດຳ ຖືວ່າຊ່ວຍຄົນໃຫ້ທານຫາບຸນຄົ່ມທຸກ

 
ສ້າງເມື່ອ Dec. 24, 2008 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 48 ເທື່ອ
ມື້ອື່ນກໍ່ແມ່ນວັນຄິດສມາດແລ້ວ ແຖມຍັງປີໃຫ່ມອີກ ຖ້າຕ້ອງໃຫ້ຂອງຂັວນ ຫລືໄດ້ຮັບຂອງຂັວນ ພວກເຈົ້າວ່າແບບໃດດີກວ່າ ຄວາມຈິງແລ້ວແບບໃດກໍ່ດີ ຂໍພຽງແຕ່ເຮົາໃຫ້ດ້ວຍຄວາມຈິງໃຈ ແລະ ລະຫວ່າງຂອງຂັວນທີ່ເຮັດຂື້ນມາເອງດ້ວຍມືຂອງເຮົາ ແລະ ຂອງຂວັນທີ່ຫາຕາມຮ້ານທົ່ວໄປ ແບບໃດຈະດີກວ່າກັນ ແລະ ຖ້າເປັນພວກຈົ້າເດ ຄິດວ່າແບບໃດດີກວ່າ ລະຫວ່າງ...........ໃຫ້ເຫດຜົນແດ່ ຍິ່ງດີ

 
ສ້າງເມື່ອ Dec. 16, 2008 13 ຄົນໂຫວດ, 0 ຄຳເຫັນ, ອ່ານ 60 ເທື່ອ
ສຳຫລັບເຈົ້າຂອງແລ້ວ ດຽວນີ້ເວັບທີ່ເຂົ້າປະຈຳກະຄື ພັນລາວ ລະກະ www.manager.co.th www.thaiware.com www.com-th.net ລະພວກເຈົ້າເດ ມັກເຂົ້າເວັບໃດ ແນະນຳກັນແດ່ __________ ____________ ________________ _______________________ ແລະນີ້ກໍ່ຄືເວັບທີ່ຈະເອົາມາສົມທຽບກັນ ລະວ່າງເວັບລາວກັບເວັບໄທ ແລະຢາກໃຫ້ເວັບລາວມີຫຍັງເພີ່ມ ມັກແບບໃດ ມາຮ່ວມກັນໃຫ້ຄວາມເຫັນໄວ

 
ສ້າງເມື່ອ Dec. 16, 2008 18 ຄົນໂຫວດ, 0 ຄຳເຫັນ, ອ່ານ 56 ເທື່ອ
ຄັນເວົ້າເລື່ອງຕຳສົ້ມແລ້ວໃຜໆ ກະຄືຊິມັກຄືກັນ ພວກເຈົ້າມັກກິນອັນໃດຫລາຍກວ່າກັນ ລະຫວ່າງ

 
ສ້າງເມື່ອ Dec. 7, 2008 21 ຄົນໂຫວດ, 0 ຄຳເຫັນ, ອ່ານ 87 ເທື່ອ
ເຈົ້າຄຶດແນວໃດກັບແຟນທີ່ຄົບນຳປະຈຸບັນ ວ່າຄົນໆນີ້ແມ່ນແລ້ວຫລືຍັງ ຫລື ວ່າຍັງບໍ່ແມ່ນເທື່ອ ລະມີອັນໃດແດ່ທີ່ທ່ານຍາກໃຫ້ແຟນຂອງທ່ານເປັນ ເຊັ່ນວ່າ ເວລາລາວຍີ້ມນະງາມ2 ແຕ່ເສຍດາຍລາວມັກເຮັດຫນ້າບູດ ຂີ້ຫຶງເກີນໄປບໍ່ ປະມານນີ້

 
ສ້າງເມື່ອ Dec. 7, 2008 25 ຄົນໂຫວດ, 0 ຄຳເຫັນ, ອ່ານ 71 ເທື່ອ
ມີໃຜແດ່ທີ່ເຄີຍໄປດູມໍ ແລ້ວຄີ້ວ ລະກະຖືກແທ້ ລະພວກເຈົ້າເຊື່ອເລື່ອງນີ້ບໍ່ນະ

 
ສ້າງເມື່ອ Oct. 20, 2008 28 ຄົນໂຫວດ, 0 ຄຳເຫັນ, ອ່ານ 88 ເທື່ອ
ເປັນເຈົ້າຈະເຮັດແນວໃດ ຖ້າຢູ່ດີໆກໍ່ມີຜູ້ຍິງ/ຜູ້ຊາຍ ຄົນໜຶ່ງເຂົ້າມາເປັນມືທີ່ສາມ ແລະ ກໍ່ແອບຄົບກັນມາໄລຍະໜຶ່ງໂດຍທີ່ລາວກໍ່ຮູ້ດີວ່າຄົນໆນີ້ມີເຈົ້າຢູ່ແລ້ວ ແລະ ເບີ່ງຄືວ່າແຟນຂອງເຈົ້າຈະຮັກລາວນຳອີກ ແລ້ວກໍ່ເລີ່ມບໍ່ສົນໃຈເຈົ້າ ເລື່ອງນີ້ມັນເກີດຂື້ນກັບໝູ່ຂ້ອຍ ມັນຮັກຜູ້ຊາຍຄົນນີ້ຫລາຍ

 
ສ້າງເມື່ອ Sep. 20, 2008 55 ຄົນໂຫວດ, 0 ຄຳເຫັນ, ອ່ານ 191 ເທື່ອ
ຄິດແນວໃດກັບຜູ້ຍິງທີ່ມັກນຸ່ງໂສ້ງຂາສັ້ນໄປທ່ຽວ ຫລື ບໍ່ກະແຕ່ງໂຕແຊັກຊີ ມັກໂຊ ນີ້ສຳຫລັບຜູ້ຍິງທົ່ວໄປ ລະຖ້າແຟນເຈົ້າເປັນແບບນີ້ເດ

 
ສ້າງເມື່ອ Aug. 20, 2008 37 ຄົນໂຫວດ, 0 ຄຳເຫັນ, ອ່ານ 141 ເທື່ອ
ແຕ່ລະຄົນ ແນ່ນອນຕ້ອງເຄີຍມີຄວາມຮັກ ບໍ່ວ່າຈະເປັນຮັກຂ້າງດຽວ ຮັກຖືກຖີ້ມ ຮັກລອກລວງ ແລະ ອີກຫລາຍໆເຫດຜົນທີ່ເຮັດໃຫ້ເຮົາເສຍໃຈ ສຳຫລັບຂ້ອຍເອງແມ່ນມີຄວາມຮັກມາກໍ່ຫລາຍ ແຕ່ທີ່ອົກຫັກແທ້ໆ ແມ່ນມີເທື່ອ1 ແລະ ທ່ານເດ ຈັກເທື່ອແລ້ວ ແລະ ຍ້ອນຫຍັງ ສາມາດລະບາຍ ຫລື ບອກຄວາມຮູ້ສຶກໄດ້ຍິ່ງເປັນການດີ ຈະໄດ້ເຮັດເປັນບົດລາຍງານໄວ້ເລີຍ ວ່າຄົນເຮົາອົກຫັກສ່ວນຫລາຍແມ່ນເກີດຍ້ອນຫຍັງ ອິອິອິ

 
ສ້າງເມື່ອ Aug. 12, 2008 33 ຄົນໂຫວດ, 0 ຄຳເຫັນ, ອ່ານ 170 ເທື່ອ
ເປັນຫຍັງນະ ຜູ້ຊາຍບາງຄົນມັກຈະໃຫ້ຜູ້ຍິງເປັນຄົນຈ່າຍຕະຫລອດ ບໍ່ວ່າຈະເປັນຄ່າເຂົ້າຄ່ານ້ຳຄ່າປີ້ໜັງ ແລະ ຫລາຍໆຢ່າງ ແມ້ແຕ່ເວລາເລາະຕະຫາດຍັງກ້າໜ້າດ້ານບອກແຟນຊື້ເສື້ອໃຫ້ອີກ ທັ້ງໆທີ່ໂຕເອງບໍ່ເຄີຍຊື້ຫຍັງໃຫ້ຂະເຈົ້າຊ້ຳ ຈ່າຍຄ່າເຂົ້າຄ່ານ້ຳກະຊິໃຫ້ອຕ່ຜູ້ຍິງ ແບບນີ້ມັນກະຊິສູບຜູ້ຍິງກີນຕົວະນິ ເຮັດປານເປັນແມ່ເອົາໂລດ ຮູ້ວ່າຂໍແລ້ວບໍ່ໄດ້ກະຍັງຂໍຢູ່ ງົງບ່ອນທີ່ວ່າ ຂະເຈົ້າຄືບໍ່ອາຍເກາະ ຖ້າຂໍແລ້ວໄດ້ກະວ່າ ກຽດສັກສີຂອງຄວາມເປັນລູກຜູ້ຊາຍໄປຢູ່ໃສໝົດ ຊ່ວຍຄອມເມັ້ນໃຫ້ພ້ອມເດີ້

 
ສ້າງເມື່ອ Aug. 10, 2008 32 ຄົນໂຫວດ, 0 ຄຳເຫັນ, ອ່ານ 102 ເທື່ອ
ຄິດແນວໃດກ່ຽວກັບຜູ້ຍິງທີ່ເຮັດວຽກເປັນ IT support ກໍ່ຄື ເປັນຊ່າງແປງຄອມພິວເຕີ້ ປະກອບຕູ້ເຊີເວີ ແລ່ນສາຍເນັດເວີກ ແລະ ເກືອບທຸກຢ່າງກ່ຽວກັບຄອມພິວເຕີນະ

 
ສ້າງເມື່ອ Aug. 4, 2008 16 ຄົນໂຫວດ, 0 ຄຳເຫັນ, ອ່ານ 102 ເທື່ອ
ຖ້າມີຜູ້ຊາຍເຂົ້າມາຈີບ ແຕ່ເປັນເກຊິເຮັດແນວໃດ

 
ສ້າງເມື່ອ Aug. 4, 2008 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 100 ເທື່ອ
ແມ່ນໃຜມັກແດ່ຜູ້ຊາຍແບບນີ້ ຂໍ້ດີ:_______ - ຕົງໄປຕົງມາ ຄິດຫຍາກເຮັດຫຍັງກະເຮັດ - ເປັນຕົວຂອງຕົວເອງ (ບໍ່ມີສະຫງວນທ່າສຸພາບບູລຸດຜູ້ຊາຍອົກສາມສອກໄວ້ເລີຍ) - ຮັກຄອບຄົວ - ຮູ້ຈັກປະຢັດເງິນ(ຂີ້ຖີ່) - ມີຄວາມມຸ່ງໝັ້ນໃນຊີວິດ ບໍ່ຢອມແພ້ອຸປະສັກ ຂໍ້ເສຍ________ - ເຫັນແກ່ໂຕ - ບໍ່ຄິດເຫັນໃຈຄົນອື່ນ - ບໍ່ຈິງໃຈ ທຸກຢ່າງນຳມາເຊິ່ງຜົນປະໂຫຍດ - ຮັກ ແຕ່ເອົາປຽບຜູ້ຍິງ ບໍ່ໃຫ້ກຽດ - ຂາດນິໃສຄວາມເປັນສຸພາບບູລຸດ ຜູ້ຊາຍເອິກໄກ່ນ້ອຍ - ຂີ້ໜຽວ ມັກອາໃສຄົນທີ່ຕົນຮັກໃນເລື່ອງຂອງເງິນທອງ

 
ສ້າງເມື່ອ Aug. 4, 2008 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 51 ເທື່ອ
ເພັງລາວປະຈຸບັນນີ້ຖືວ່າມີຄວາມກ້າວໜ້າຫລາຍ ທາງວົງການບັນເທິງ ຫຍາກຮູ້ວ່າແຕ່ລະຄົນຄິດເຫັນແນວໃດຕອບໃຫ້ແດ່ ໂດຍສະເພາະ ໄວໜຸ່ມລາວ ສາມາດຕອບໄດ້ນອກເໜືອແບບຕົວເລືອກ


LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com