ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 2, 2012 | ມີ 1 ຄຳເຫັນ ແລະ 0 trackback(s)

 ຕໍ່ຈາກບົດວັນເສົາ! ມື້ນີ້ຊິວ່າຂຽນບົດ ວັນອາທິດ ມັນກະຊິຊ້ຳຫົວຂໍ້!​ ເລີຍຕັ້ງຊື່ເລື່ອງວ່າ ປ່ຽນຖ້ຽວບິນ!

 

ພໍດີວ່າແຜນເຮັດວຽກ ແລ້ວຊ່ວງເຊົ້າກະເລີຍຄິດວ່າຄວນຈະກັບວຽງຈັນໄດ້ແລ້ວ! ເລີຍຟ້າວໂທຫາທາງການບິນລາວ ເພາະວ່າຖ້ຽວບິນທີ່ຈອງໄວ້ແມ່ນຕອນຫ້າໂມງແລງ! 

ຂ້າພະເຈົ້າ: ສະບາຍດີ ນີ້ແມ່ນສາຍການບິນລາວບໍ່?

ສາວການບິນ: ແມ່ນແລ້ວ, ມີຫຍັງໃຫ້ຊ່ວຍບໍ່?

ຂ້າພະເຈົ້າ: ຄືວ່າຂ້ອຍຢາກປຽນຖ້ຽວບິນມາເປັນຕອນບ່າຍ ໂມງ 1 ບໍ່ຮູ້ວ່າ ຍັງມີບ່ອນວ່າງບໍ່?

ສາວການບິນ: ນ້ອງຂໍນາມສະກຸນແດ່?

ຂ້າພະເຈົ້າ: ຊິເອົານາມສະກຸນອ້າຍໄປ! ນ້ອງຊິໄດ້ແຕ່ງງານນຳອ້າຍໄດ່ (ອັນນີ້ເວົ້າຕື່ມໃສ່ເດີໆ ຮະຮະຮຮະະ)

 

ພາຍຫຼັງສາວການບິນໄດ້ ຂໍ້ມູນ ເພິ່ນກໍ່ກວດຄິກແຄກໆໆໆ! ແລ້ວກະຕອບກັບ!

ສາວການບິນ: ອ້າຍ ຍັງມີບ່ອນວ່າງຢູ່ ແຕ່ວ່າ ຖ້ຽວບິນນີ້ແມ່ນແມ່ນ ຍົນແອບັດ ແລະມັນຍັງແຕ່ ບ່ອນນັ່ງ ທີ່ອ້າຍຕ້ອງໄດ້ຈ່າຍເພີ່ມອີກສາມແສນ! ເພາະບ່ອນລາຄາຊັ້ນປະຫຍັດ ທີ່ອ້າຍຈອງເຕັມໝົດແລ້ວ!

ຂ້າພະເຈົ້າ: ນ້ອງເອີຍ! ກວດໃຫ້ອ້າຍອີກບາດດູ! ອ້າຍມາທ່ຽວຫຼວງພະບາງ ເງິນໝົດຕົວແລ້ວ! ຍັງແຕ່ ຫົກສິບພັນກີບ ຈ້າງລົດກັບເຮືອນ!

ສາວການບິນ: ເອົາຈັ່ງຊີ້! ຊັ້ນນ້ອງ ຊິເອົາຊື່່ອ້າຍເປັນ ສະແຕນບາຍນໍ້ 

ຂ້າພະເຈົ້າ: ໂອ໋ ຂອບໃຈເດີ!​ຊັ້ນອ້າຍຈະມາ ເດີນຕອນ 12 ໂມງ!

 

ຫຼວງເບິງໂມງກະ ສິບເອັດໂມງຍັງ! ເຂົ້າສວາຍກະບໍ່ທັນໄດ້ກິນ! ເລີຍຟ້າວໂທຫາແມ່!​ເພາະບ້ານພໍ່ແມ່ຢູ່ຫຼວງພະບາງ! ບອກພວກເພິ່ນວ່າຈະມາກິນເຂົ້ານຳ ຕອນ ສິບເອັດໂມງເຄິ່ງ!

 

ກິນເຂົ້າຮຽບຮ້ອຍແລ້ວ, ລົດທີ່ເຊົ້່າມາກໍ່ມຸ້ງໜ້າພາໄປເດີນບິນ!

 

ມາຮອດເດີນບິນ, ຄົນຫຼາຍສົມຄວນ, ມີແຕ່ພວກຕ່າງປະເທດ. ສ່ວນຫຼາຍແມ່ນຜູ້ເຖົ້າທີ່ມາເປັ່ນກຸ່ມ!

ຍ່າງເຂົ້າໄປບ່ອນຈອງປີ້, ສາວທີ່ໂທລົມເພິ່ນກະບອກວ່າ ໃຫ້ອ້າຍລໍຖ້າອີກ ສິບນາທີເດີ! ກະຕ້ອງໄດ້ລໍຖ້າ. ບັງເອີນເຫັນໝູ່ຫຼຸ້ນອ້າຍທີ່ເປັນ ຜູ້ນຳທ່ຽວ ກະໄປທັກທາຍ! ລາວກະຢາກປ່ຽນຖ້ຽວບິນຄືກັນ. ຈິ່ງແນະນຳໃຫ້ລາວຟ້າວໄປຫາສາວການບິນ ທີ່ໜ້າຮັກຜູ້ນັ້ນ ເພື່ອຂໍສະແຕນບາຍ!

 

ໄຄແຕ່ມີຄົນມານັ່ງ ຊ່ຽງໂຊກນຳອີກຄົນ! ແລະຈັກໜ້ອຍກະມີອີກສາວໜື່ງ ຍ່າງມານັ່ງຂ້າງໆ ກະຈົ່ມຂຶ້ນວ່າ! ໂອ໋ຍ! ເຂົາຈ່ອງປີ້ໃຫ້ຜິດ! ຈ່ອງຕອນເຊົ້າ! ແລະແລ້ວ ກະມີຜູ້ທີ່ ສາມມາ ສະແຕນບາຍ! ຄິດຢາກຫົວໃນໃຈວ່າ ກູມີໝູ່ແລ້ວ! ຢ່າງໜ້ອຍຄັນບໍ່ໄດ້ ກະກັບບ້ານຫຼາຍຄົນຢູ່! ຮະຮະຮຮະ

ໄດ້ຍິນສຽງ ປະກາດໃຫ້ຜູ້ໂດຍສານ ທຸກຄົນເຂົ້າແຈ້ງຄົນອອກເມືອງ! ຍິ່ງເຮັດໃຫ້ຕື່ນເຕັ້ນ ວ່າຊິໄດ້ໄປຫຼືບໍ່! ປະມານອີກ ຫ້ານາທີ! ສາວຄົນງາມ (ຂ້ອຍຈື່ໜ້າລາວໄດ້ດີ ດຽວມາຫຼວງພະບາງຄັ້ງໜ້າ ຊິໄດ້ຊື້ຂອງຕອນມາຂອບໃຈລາວ) ກະຍ່າງມາຫາເອີ່ນຊື່ ຂ້າພະເຈົ້າ ແລະ ອີກສອງຄົນ! ດີໃຈຢ່າງຍິ່ງເມື່ອລາວບອກໃຫ້ໄປ ແຈ້ງປີ້ໄດ້ເດີ! 

 

ອ້າຍນຳທ່ຽວ ຍ່າງໄປກ່ອນ! ແຕ່ລາວບອກໃຫ້ ຂ້ອຍເຂົ້າເຊັກອິນກ່ອນ! ລາວເຮັດວຽກກັບຕ່າງປະເທດຫຼາຍ ເລີຍໃຫ້ຄວາມສຳຄັນ ເລື່ອງການລຽນຄິວ!

ພາຍຫຼັງໄດ້ປີ້ແລ້ວ ກະເຂົ້າແຈ້ງອອກເມືອງ, ກວດເຄືອງຜ່ານການເອກສະເລ່! ແລ້ວກະໄປນັ່ງຖ້າອີກປະມານ ສິບນາທີ! ສາວເພິ່ນກໍ່ເປີດປະຕູປ່ອຍໃຫ້ຜູ້ໂດຍສານຂຶ້ນເຄື່ອງ! 

 

ຂຶ້ນໄປຮອດ ເຄື່ອງບິນແອບັສ ກະຟ້າວຊອກຫາບ່ອນນັ່ງໝາຍເລກ 24D ກະຢູ່ທາງຫຼັງພຸ້ນລະ! ແຕ່ວ່າອ້າຍນຳທ່ຽວລາວພັດໄດ້ 3C ທີ່ເປັນບ່ອນນັ່່ງຊັ້ນ ທຸລະກິດ! ໂອ໋ຽ! ຄັ້ນຮູ້ຈັ່ງຊີ້ໃຫ້ລາວເຂົ້າແຈ້ງປີ້ກ່ອນກະດີ! ຮະຮະຮຮະ ແຕ່ກະບໍ່ເປັນຫຍັງ! ຊັ່ນທຸລະກິດ ມີຄວາມແຕກຕ່າງກະແມ່ນວ່າ ຕັ່ງມັນໃຫຍ່ກວ່າ ຊັ້ນປະຫຍັດ ແລະ ອາດໄດ້ກິນ ວາຍ! 

ຍ່າງມາຮອດເກືອບສຸດ! ກະໄດ້ບ່ອນນັ່ງຂອງຕົນເອງ! ມີສອງຜົວເມຍ ຕ່າງປະເທດ ນັ່ງຢູ່ທາງຂ້າງຕິດກັບປ່ອງຢ້ຽມ. ແລະທາງຊ້າຍ ມີສາວໄທ, ແລະ ຕ່າງປະເທດຄູ່ຜົວເມຍອີກສອງຄົນຖັດຂ້າງໆ ສາວໄທ. 

ທີ່ຂ້າພະເຈົ້າສະດຸດຕາ ຕອນນັ່ງລົງຕັ່ງ ແລະ ຮັດສາຍແອວ ເພືອສັ່ງເກດເຫັນບາງຢ່າງທີ່ເອີ້ນວ່າ ຄວາມແຕກຕ່າງ! ສອງຜົວເມຍຕ່າງປະເທດທີ່ນັ່ງຂ້າງໆ ຂ້າພະເຈົ້າແມ່ນພາກັນ ຈັບປື້້ມຄົນລະຫົວ ເຮົາຮູ້ກັນດີວ່າ ຕ່າງປະເທດມັກການອ່ານ! ຜູ້ເປັນຜົວແມ່ນອ່ານປຶ່ນກຽວກັບອານາຈັກລາວລ້ານຊ້າງ! ສ່ວນຜູ້ເປັນເມຍອ່ານປືມ ໂລນລີພາເນັດ! ເວົ້າໄດ້ວ່າ! ຄົນຕ່າງປະເທດທຸກຄົນ ໃນເຮືອບິນ ຈະຈັບປຶ້ນຄົນລະຫົວເລີຍ! ສາວຈີນທີ່ນັ່ງທາງໜ້າກະມີປືມ ໂລນລີພາເນັດ! ກະເລີຍຄິດໃນໃຈວ່າ!​ເອີ! ພວກນີ້ຄືຊິຮູ້ເລື່ອງລາວຂອງປະເທດລາວຫຼາຍກວ່າຂ້ອຍຊ້ຳຕີ!

ແຕ່ທີ່ທັນສະໄໝໄປອີກ ແມ່ນຂ້າພະເຈົ້າແນມເຫັນສອງຜົວເມຍເຖົ້າທີ່ນັ່ງຖັດຈາກສາວໄທ ທີ່ນັ່ງຢູ່ຂ້າງຊ້າຍ, ແມ່ນພາກັນຈັບ ແພດຄົນລະອັນ! ຖືວ່າທັນສະໄໝ ແລະ ສາມາດ ບັນທຶກປື້ມທີ່ເປັນອີເລກໂທນິກ ໄດ້ຫຼາຍໆ ເຫຼັ້ມ! ສອງຜົວເມຍນັ້ນ ກໍ່ໃຈຈົດໃຈຈໍອ່ານເຕັມທີ່! 

 

ນັ່ງໄປນັ່ງມາ ປະມານ ສາມສີນາທີ, ຍົນກະເລີມແລ່ນອອກໄປເຂົ້າເລນ ເພື່ອບິນ! ຜູ້ຊ່ວຍຈຸບິນ ກະພາກັນສາທິດ ແລະ ແນະນຳຕາມທຳນຽມ! ຂ້າພະເຈົ້າຈົນຈື່ໄດ້ໝົດເລີຍ! ຮະຮະຮຮະຮະ 

ຕອນຍົນຂຶ້ນນີ້ ມັນຂ້ອນຂ້າງ ຍືກໆໆຍັກໆໆ ເພາະເປັນຍົນໃຫຍ່!​ບອກໄດ້ວ່າ ຍົນນ້ອຍເວລາຂື້ນຮູ້ສຶກດີກວ່າ! 

ຍົນບິນຂຶ້ນໄດ້ທີ່ ແລະ ຕ່ຳແໜ໋ງແລ້ວ ໄຟສັນຍານ ຮັດສາຍແອວກະມອດ ແລະ ຈຸບິນກໍ່ພາກັນ ກຽມເສີບຂອງວ່າງ! ເພິ່ນກະຍູ້ລໍ້ອາຫານໄປທາງໜ້າແລ້ວກະຢາຍນ້ຳ ແລະ ຊອງໝາກໄມ້ອົມແຫ້ງຂອງດາວຜູ້ລະຖົງ! ເພາະວ່າຄົນຫຼາຍໆ ກະຢາຍມາຢາຍມາ! ພໍດີມາຮອດແຖວຂ້າພະເຈົ້າ! ກະໄດ້໋ຍິນສຽງແຈ້ງຈາກກັບຕັນບອກລຸກທີມວ່າ! ກຳລັງຈະລົດຄວາມສູງລົງ ໃຫ້ກຽມພ້ອມ. ໂອ່ຍ! ຍັງບໍ່ໄດ້ຍ້ຳຊ້ຳ, ສອງເຖ້ົາຂ້າງໆ ກະຟ້າວ ຈີກຊອງໝາກໄມ້ອົບແຫ້ງກິນ! ສ່ວນຄົນທາງໜ້າຄືຊິພາກັນກິນໝົດແລ້ວ! ຈັກໜ້ອຍເຫັນ ສາວແອຍ່າງຈັບຖົງຢ່າງດຳ ໄປທາງໜ້າ ເພື່ອເກັບເອົາຂີ້ເຫຍື້ອ! ຕົນເອງກະ ຈີກຊອງກິນຮຽບຮ້ອຍ! ຫຼວງເຫັນເມຍຂອງຕາຝຣັ່ງທີ່ນັ່ງຂ້າງໆ ລາວຄືຊິມັກຂະໜົມນີ້ຫຼາຍ, ເພາະລາວຈັບກິນອັນເປັນ ຊີ້ນໝົດແລ້ວ! ລາວຍັງຖອກ ແລະ ຈີ້ມອັນທີ່ມັນແຕກເປັນຝຸ່ນ ກິນຈົນໝົດ! ເລີຍຄິດໃນໃຈວ່າ ຊິບໍ່ໄດ້ລົມກັບ ບໍລິສັດດາວເຮືອງ ແລ້ວສົ່ງ ໝາກໄມ້ອົບແຫ້ງນີ້ໄປຂາຍບໍ່?

ໃຊ້ເວລາພຽງແຕ່ ສາມສິບນາທີໃນການບິນ, ຍົນກໍ່ໄດ້ແລ່ນລົງທີ່ສະໜາມບິນວັດໄຕ! ຂ້າພະເຈົ້າບອກວ່າ ການຂຶ້ນຂອງຍົນແອບັສ ມັນສັ່ນໆ ແດ່! ແຕ່ບອກໄດ້ເລີຍວ່າການເອົາຍົນລົງມື້ວານນີ້ ຖືວ່າເປັນມືອາຊີບແທ້! ນຸ້ມນວນປານເອົາຍອງຝ້າຍຢອງໃສ່ນ້ຳ! 

 

ເອົາລະ! ແລ້ວະຈີກກັນສະບັບໜ້າ! ເອົາຮູບຫາງຍົນມາຝາກ! ຖ່າຍຕອນຍ່າງຂຶ້ນ!

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

 ຫຼາຍຄົນຄືຊິເວົ້້າວ່າ! ເອ໋! ຄືວ່າມັກຕັ້ງຫົວຂໍ້ເລື່ອງ ແປກໆ! ມີວັນສຸກ, ວັນຈັນ! ມື້ນີ້ແມ່ນວັນເສົາ! ດຽວບໍ່ຕ້ອງຕົກໃຈເດີ້!ເພາະວ່າ ຫົວຂໍ້ແບບນີ້ຈະບໍ່ກາຍເຈັດຄັ້ງແນ່ນອນ!

ມານັ້ງຂຽນຢູ່ນີ້ກະຍັງຕໍ່ເນື່ອງຈາກເລື່ອງລາວ ໄປຫຼວງພະບາງອີກໂອ໋! ຫັ້ນລະ! ກະເປັນວັນສຸດທ້າຍ ຂອງການມາວຽກທີ່ຫຼວງພະບາງ! ຢ້ຳອີກຄັ້ງ! ຕົ້ນເອງແມ່ນຍັງຮູ້ສຶກວ່າ ເຂັມເວລາມັນປິ່ນໄວແທ້ໆ! ປຶບປັບ ມາຮອດຫຼວງພະບາງ ແປບດຽວຈະກັບແລ້ວ! ສາມມື້ສອງຄືນ ປານ ວ່າສອງນາທີ ສາມລິບດາ! (ອະທິບາຍສັບ: ລິບດາ ແມ່ນຫົວໜ່ວຍຄິດໄລ່ເລື່ອງໂມງເດີ! 1 ຊົ່ວໂມງມີ 60 ນາທີ, 1 ນາທີ ມີ 60 ວິນາທີ, 1 ນາທີ ມີ 60 ລິບດາ). 

ຖ້າເວົ້າຮອດວັນເສົາ, ບັນດາມະນຸດເຮັດວຽກ ແຕ່ວັນຈັນ ຫາ ວັນສຸກ ກໍ່ແມ່ນຈະຮູ້ສຶກດີໃຈ ທີ່ຈະໄດ້ປະ ແລະ ໃຫ້ສະໝອງໄດ້ພັກຜ່ອນພາຍຫຼັງຫ້າມື້ຂອງຄວາມບາກບັ່ນເຮັດວຽກຫາເງິນ! ຍິ່ງເປັນພະນັກງານເງິນເດືອນ ເປັນລູກຈ້າງຂອງເພິ່ນແລ້ວ ກະເອີ້ນວ່າ! ຫົວໜ້າ ຂໍພັກຈັກສອງມື້! ດຽວເຈີກັນ! ແຕ່ສຳລັບ ຜູ້ທີ່ເປັນເຈົ້າຂອງທຸລະກິດຂອງຕົນເອງແລ້ວ! ແມ່ນວ່າຈະມີອິດສະຫຼະໃນການຊົມໃຊ້ເວລາ ແລະ ບໍ່ມີໃຜມາກົດດັນ, ແຕ່ວ່າບາງຄົນອາດຈະບໍ່ມີວັນເສົາ ຫຼື ອາທິດ! ເພາະຕ້ອງໄດ້ເປີດທຸລະກິດທຸກມື້! ເພາະຖ້າພັກ ກໍ່ຄືວ່າ ຂາຍລາຍໄດ້! ສະນັ້ນ, ການເປັນເຈົ້າຂອງທຸລະກິດຕົນເອງ ກະຖືວ່າ ເຮັດໜ້ອຍໄດ້ໜ້ອຍ ເຮັດຫຼາຍໄດ້ຫຼາຍ!

ເວົ້າແຕ່ແນວຮູ້ສຶກວ່າເງິນໆ ຄຳໆ ເນາະ! ເຊົາເວົ້າກ່ອນ! ປ່ຽນເລື່ອງມາໂອ້ລົມກ່ຽວກັບວ່າ! ແລ້ວເຮົາຈະເຮັດຫຍັງໃນວັນເສົາ! ຫຼາຍຄົນບອກວ່າພັກຜ່ອນ ຟັງເພງ ແລະ ໄປທ່ຽວ! ອັນນີ້ເຫັນດີນຳ! ແຕ່ວ່າບາງເທື່ອຄັນມານັ່ງຄິດເບິ່ງວ່າ ຖ້າເຮົາມີໂອກາດໃຊ້ເວລາຫວ່າງຂອງເຮົາໄປເຮັດອັນໃດອັນໜື່ງ ທີ່ເພື່ອເປັນການຊ່ວຍຄົນໃນສັງຄົມ, ໂດຍສະເພາະແມ່ນຜູ້ດ້ອຍໂອກາດກວ່າເຮົາເດ໋! ຄືຈະເປັນອີກຢ່າງທີ່ໜ້າຈະເຮັດໃຫ້ວັນເສົາຂອງເຮົາມີສີສັນ ແລະ ມີຄ່າຫຼາຍກວ່າ ການນັ່ງເຊ່ເວ່ຢູ່ບ້ານ!  ເອີ! ຟັງມາກະມີເຫດຜົນໄດ໋ເນາະ!

ແຕ່ມັນກໍ່ແລ້ວແຕ່ບຸກຄົນວ່າ ຈະຈັດສັນເວລາຫວ່າງໄປເຮັດຫຍັງ! ບົນພື່ນຖານທີ່ວ່າເຮັດແລ້ວຮູ້ສຶກວ່າມີຄວາມສຸກ ແລະ ສຳຄັນ ບໍ່ໃຫ້ຜູ້ອື່ນເດືອດຮ້ອນແມ່ນດີແລ!

ຜູ້ຂຽນເອງກະເປັນຜູ້ໜື່ງທີ່ມັກການແບ່ງປັນ ແລະ ຍາດເວລາຫວ່າງ ເຮັດນັ້ນເຮັດນີ້! (ອັນແບ່ງປັນນັ້ນກະແມ່ນເລື່ອງປະສົບການ, ແນວຄິດ ແລະ ປຶກສາຫາລື! ເລື່ອງຊັບນີ້ ມີກຳລັງໜ້ອຍ ກະເລີຍໃຫ້ແບບສົມມາພາຄວນ ແລ້ວແຕ່ສະຖານະການບັນຊີ! ຄັນວ່າຕົນເອງກະເປົາໜັກ ຮັບຮອງວ່າແບ່ງປັນຫຼາຍຕື່ມ! ຮະຮະຮຮະ ເວົ້າໃສ່ຄົນມີເງິນ ທັງຫຼາຍເດີ!)

 

ຜູ້ທີ່ເພິ່ນມາອ່ານບົດຂຽນ, ອາດຈະຈົ່ມອີກອັນແມ່ນ! ໂອ໋! ວັນພັກກະຊິໃຫ້ມາອ່ານບົດຍາວໆ ຂອງເຈົ້ານີ້ບໍ່! ຟັງເພັງດີກວ່າ! ຮະຮະຮຮະ ະຮີວວວວວວວ ອ່ານມາຮອດນີ້ແລ້ວ ກະອົດສາອ່ານໃຫ້ຈົບສາ! 

ເອົາລະນໍ້, ຫວັງວ່າທຸກຄົນຈະມີວັນເສົາທີ່ມີຄວາມສຸກ! ຜູ້ຂຽນເອງກະແລ້ວວຽກງານ, ກະຈະສວາຍໂອກາດວັນເສົານີ້ໄປເຮັດວຽກຊ່ວຍນ້ອງໆ ທີ່ໄດ້ຮັບການຊ່ວຍເຫຼືອດ້ານການສຶກສາ (ຫ້າມຄິດໄປທາງລົບເດີ) ຖ້າໃຜຢູ່ແຖວຫຼວງພະບາງ ຢາກມີສ່ວນຮ່ວມ ກະໄປໄດ້ ຕາມຂໍ້ມູນຂ້າງລຸ່ມ

ສູນພາສາອັງກິດລີອອດເດີ! www.leot.org.uk ຫຼື www.lelclaos.org ມັກເຟສບຸກ ກະມີ: https://www.facebook.com/groups/laoeducation/

 

ແລ້ວເຈີກັນໃໝ່!

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 ມື້ວານນີ້ວຸ້ນໆ (29 ພະຈິກ 2012) ກະເລີຍລືມມາຂຽນການເດີນທາງໃຫ້ເພື່ອນໆພັນລາວໄດ້ອ່ານ! 

ກະຕາມພາສາຄົນເຮັດວຽກເຮັດວາ ທີ່ຕ້ອງໄດ້ໄປພຸ້ນ ໄປພີ້ ! ວານນີ້ກໍ່ໄດ້ເດີນທາງຈາກ ວຽງຈັນ ມາຫຼວງພະບາງ! ຕ້ອງໄດ້ຕື່ນແຕ່ເຊົ້າເພາະວ່າຮີບໄປອອກເດີນຕອນ 8 ໂມງ! 

ບັນຍາກາດເສັ້ນທາງຮູ້ສຶກບາງໆ ເພາະປົກກະຕິ ຕອນ ເຈັດແປດ ໂມງ ລົດລາຈະຫຼາຍ ຜູ້ຄົນພາການເດີນທາງໄປວຽກໄປວາ! ແຕ່ມື້ວານນີ້ແມ່ນແປກໆ! ທີ່ລົດລາ ແມ່ນບາງຕາຫຼາຍ! ຄືຊິແມ່ນຍ້ອນຫຼາຍຄົນຍັງເມົາບຸນທາດຫຼວງຕີເບາະ!​ ເພາະບຸນໃຫຍ່ປະຈຳປີ ບຸນພະທາດຫຼວງວຽງຈັນ ແມ່ນຫາກໍ່ປິດໄປ ວັນພຸດ 28 ພະຈິກ 2012.

ຖ້ຽວບິນຫຼວງພະບາງວຽງຈັນ! ໂອ໋ຍຂຽນຫຼົງ! ຖ້ຽວບິນ ວຽງຈັນ ຫຼວງພະບາງ, ມື້ນີ້ແມ່ນຖືວ່າຄົນເຕັມເລີຍ ແລະ ສ່ວນຫຼາຍກໍ່ແມ່ນມີແຕ່ຄົນຕ່າງປະເທດ ພວກໂຕໃຫຍ່ໆ! ຄົນລາວກໍ່ມີສ່ວນໜື່ງ!

ການບິນຖືວ່າສະດວກສະບາຍດີ ອາກາດປອດໂປ່ງ! ມີເມກແດ່ ກະຕອນໃກ້ຊິຮອດຫຼວງພະບາງ! ເພາະວ່າ ເປັນເຂດພູຜາ ກະເລີຍວ່າມີ ເມກມອກໃນຍາມເຊົ້າ ອັນເປັນການຕົກແຕ່ງໃຫ້ທິວທັດຫຼວງພະບາງງາມເດັ່ນໄປອີກ!

ຍົນລົງຈອດ, ເອົາກະເປົາ ແລ້ວກໍ່ມຸ້ງໜ້າເຂົ້າຕົວເມືອງ! ມາຖ້ຽວນີ້ ໄດ້ພັກຢູ່ໂຮງແຮມ ຊຽງທອງ ພາເລສ! ເປັນໂຮງແຮມທີ່ມີທີ່ຕັ້ງທີ່ງົດງາມ ຕິດກັບນ້ຳຂອງ ແລະ ຂ້າງໆ ວັດຊຽງທອງເລີຍ! ໂອຍ! ບໍ່ຢາກເວົ້າເລີຍວ່າ ບັນຍາກາດດີອີຫຼີໂອ໋! ແຕ່ໜ້າເສຍດາຍໜ້ອຍໜືງ ຍາມໜາວປີນີ້ ມັນຮ້ອນ ແຕ່ວ່າຢູ່ຫຼວງພະບາງກະບໍ່ໄດ້ຮ້ອນຫຼາຍ! ແຕ່ຖ້າຫາກອາກາດມັນເຢັນຄືແຕ່ກ່ອນ ຄືຈະໄດ້ສຳພັດ ອີກບັນຍາກາດ! 

ມາວຽກກະຕ້ອງໄດ້ລຸຍວຽກ! ວານນີ້ເມື່ອຍແອບແຍບ ພົບປະກັບຜູ້ຄົນ ແຕ່ສິບໂມງ ຈົນຮອດ ສີ່ໂມງ! ລວມທັງໝົດກະປະມານ ສິບຄັ້ງ! ແຕ່ກະບໍ່ເປັນຫຍັງ ເພາະເປັນວຽກທີ່ຕື່ນເຕັ້ນ ແລະ ໄດ້ຮຽນຮູ້ຫຼາຍ! 

ແລ້ວວຽກແລ້ວ ກໍ່ພັກຜ່ອນທີ່ໂຮງແຮມ ຈາກນັ້ນ ກໍ່ກຽມໄປກິນອາຫານແລງ! ໄດ້ມີໂອກາດ ໄປຮ້ານນີ້ອີກຄັ້ງ! ຮ້ານອາຫານຮາກ ແລະ ໃບ! ໃກ້ໆ ກັບວົງວຽນສີ່ແຍກຄອກງົວ! ຮ້ານອາຫານນີ້ ຂາຍແພງກະວ່າແມ່ນ ແຕ່ຈະໄດ້ບັນຍາກາດ ອັນໂຣແມນຕິກ ແລະ ໄດ້ຊົມການສະແດງດົນຕີພື້ນເມືອງ ແລະ ບົດຟ້ອນອັນອ່ອນຊ້ອຍ! ກິນໄປນຳຊົມໄປນຳຈັ່ງແມ່ນມີຄວາມສຸກໂອ໋! 

ກິນເຂົ້າອີ່ມ, ຄັນມາຫຼວງພະບາງແລ້ວ ກະເລີຍສວຍໂອກາດ ໄປພັກຜ່ອນແດ່! ໄປນັ່ງຟັງເພັງ ຈີບເບຍຢູ່ຮ້ານ ສະຕາເບຍ! ທີ່ຈິ່ງບໍ່ຢາກສົ່ງເສີມການກິນເບຍເດີ! ແຕ່ທີ່ຂຽນໃຫ້ອ່ານເພາະຕົນເອງຢາກໃຫ້ໄປຟັງເພງ ແລະ ແອບແຍງສາວມໍລະດົກໂລກຫຼາຍກວ່າ! ແຍງລ້າໆ 

ມາຈົບທີ່ ດາວຟ້າ! ເພາະເມົາແລ້ວປ່ວງ! ຮະຮະຮະຮຮະ! ເຫັນບໍ! ວ່າແລ້ວ ຢ່າກິນເບຍຫຼາຍ! ທີ່ໄປດາວຟ້າ ກໍ່ບໍ່ສະໜັບສະໜູນໃຫ້ກິນເບຍຫຼາຍ! ແຕ່ໄປຟັງເພງ ກັບໂຍກຍ້າຍ ສວ່າຍສາຍບື່! 

ກັບມານອນ ກໍ່ພໍດີ ສິບສອງໂມງເປະ!

 

ສຽງໂມງປຸກດັງ ຕີດໆໆໆໆໆໆໆ! ກໍ່ແມ່ນຫົກໂມງປາຍສິບຫ້າ! ຂອງເຊົ້າວັນໃໝ່! ລູກຂຶ້ນມາເປີດປະຕູ ໜ້າຫ້ອງ! ສຽງເຮືອຈັກຂີ່ໄປມາ ຕາມລ້ອງນ້ຳຂອງ ບັນຍາກາດ ອັນວິເສດ ຫຼຽວເຫັນຕົ້ນໄມ້ລຽງລາຍຕາມຕາຝັ່ງ! ບໍ່ຮູ້ແນວຈະບັນລະຍາຍເປັນຄຳເວົ້າວ່າ! ຫຼວງພະບາງ ມີມົນຂັງແທ້ໆໆໆ! ອາບນ້ຳ, ປ່ຽນເຄື່ອງ ແລ້ວອອກມາ ກິນເຂົ້າເຊົ້າ! ຮ້ານອາຫານຂອງໂຮງແຮມກໍ່ ໃຫ້ບັນຍາກາດແບບ ເວົ້າຍາກອີກ! ເພາະກິນໄປ ຊົມທີວທັດ ແລະ ໄດ້ຍິນສຽງທຳມະຊາດ! ພ້ອມກັບການບໍລິການອັນເປັນມືອາຊີບ ຂອງນ້ອງພະນັກງານ! ບອກໄດ້ເລີຍວ່າ! ເປັນອາຫານເຊົ້າອີກມື້ທີ່ໃຫ້ທັງຄວາມແຊບຊ້ອຍ ແລະ ບັນຍາກາດ ທີ່ປະທັບໃຈ!

 

ເອົາລະ! ໄປວຽກກ່ອນເດີ! ແລ້ວຈະມາເວົ້າສູ່ຟັງອີກ!

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 ວັນທີ່ສາມຂອງການມາລົງພາກສະໜາມ ຊ່ວຍສະໜັບສະໜູນວຽກກັບບັນດາໂຮງແຮມທີ່ ສະຫວັນນະເຂດ. ຕື່ນເຊົ້າແດ່ຈັກໜ່ອຍມື້ນີ້ເພາະວ່າ ຕ້ອງໄດ້ກຽມຈັດເຝິກອົບຮົມການນຳໃຊ້ ລະບົບອອນລາຍໃຫ້ກັບໂຮງແຮມ. ຫີວເຂົ້າກະພໍປານນັ້ນ, ເລີຍຕັດສິນໃຈຖາມໂຊເຟີ ຮີບພາໄປກິນບັນກວນ ຫຼື ພາສາບ້ານຂ້ອຍເອີ້ນວ່າ ແໜມຂາວ ໂອ໋! 

ແຕ່ກ່ອນຈະໄປກິນບັນກວນ, ກະຟ້າວອອກມາກວດກາເບິ່ງວ່າທາງໂຮງແຮມ ໄດ້ມີການຈັດຫ້ອງປະຊຸມໃຫ້ຮຽບຮ້ອຍຕາມສັ່ງແລ້ວບໍ່! ຈັ່ງແມ່ນຊາດຂ້ອຍ! ຫ້ອງປະຊຸມຍັງມະຍຸມະຍະ! ບໍ່ໄດ້ຈັດຫຍັງເລີຍ!​ເລີຍຟ້າວໄປຫາເຄົ້າເຕີ ແລະ ບອກໃຫ້ເພິ່ນຮີບຈັດຫ້ອງປະຊຸມໃຫ້ດ່ວນ ເພາະວ່າ ປະຊຸມຕອນ 9 ໂມງ,​ຕອນໄປກວດຫ້ອງປະຊຸຸມແມ່ນ 7 ໂມງເຄິ່ງ! ໄຄແຕ່ຕື່ນອາວເຊົ້າ ຈິ່ງພໍມີເວລາ ອີກຊົ່ວໂມງກວ່າຈັດການ! ໝໍເຝົ້າເຄົ້າເຕີ ກະເຮັດໜ້າງົງໆ ວ່າໄດ້ສັ່ງໄວ້ແລ້ວບໍ່!​ບ໋າ ເປັນຕາ ຮ້າຍໃຫ້ລາວແທ້! ຕອນຢູ່ວຽງກະສັ່ງ, ມາຮອດສະຫວັນ ມື້ທຳອິດ ກະສັ່ງ! ແຕ່ວານນີ້ ໄປທ່ຽວ ຮອຍກວຽນ ເລີຍບໍ່ໄດ້ເຂົ້າມາກວດ! ຮະຮະຮຮະຮະ ເວົ້າໄປເວົ້າມາ ກະເປັນຄວາມຜິດພາດຂອງຕົນເອງໜ້ອຍໜື່ງ ທີ່ຄວນຈະກວດ ແຕ່ວານນີ້! ຮະຮະະຮຮະ ຮີວ!!!! ແຕ່ຈັ່ງໃດ ກະແມ່ນຄວາມຜິດພາດຂອງໂຮງແຮມຫຼາຍກວ່າ! ເພາະຂາດຄວາມຮັບຜິດຊອບ!

ຈັດການຫ້ອງປະຊຸມແລ້ວ, ຫຼຽວເບິ່ງໂມງກະປະມານ 8 ໂມງປານ ສອງນາທີ, ພໍມີເວລາ ຢູ່! ກະເລີຍໃຫ້ ໂຊເຟີ ເຈົ້າຖິ່ນພາໄປກິນບັນກວນ! 

ຖ້າມາສະຫວັນ ຄ້ງທຳອິດ ຫຼື ຄົນບໍ່ມັກຈື່ທາງ,​ເຈົ້າຫຼົງແນ່ນອນ! ຂ້ອຍມາຫຼາຍໆ​ຄັ້ງ ກະຍັງງົງ ເພາະ ການຈັດ ຜັງເມືອງແມ່ນເປັນຮັບຈະຕຸລັດ, ແບບວ່າຂີ່ໄປທາງໃດ ກະຄືກັນໄປໝົດ ອັນຮ່ອມ ແລະ ເສັ້ນທາງ! ໄຄແຕ່ໄດ້ໂຊເຟີເຈົ້າຖິ່ນ, ໃຊ້ເວລາ ປະມານ ຫ້ານາທີ່ເພິ່ນກະພາໄປຫາຮ້ານບັນກວນ ທີ່ເຈົ້າຂອງທຸກິດເພິ່ນເປັນຄົນຫວຽດນາມ. ກະຕາມສະຕາຍ ຮ້ານຂອງຄົນຫວຽດ, ຮ້ານນີ້ກະບໍ່ໄດ້ໃຫຍ່ໂຕມະໂຫຖານ, ເປັນການເອົາໜ້າບ້ານຫ້ອງແຖວ ມາປັບ ເຮັດຮ້ານບັນກວດ ແລະ ເຂົ້າຈີ່ປ໋າເຕ໋!​ ມີໂຕະສຳລັບແຂກນັ່ງປະມານ ສີ່ໜ່ວຍ,​ ຈັດໄວ້ທາງນອກສອງ ແລະ ທາງຂ້າງໃນເຮືອນ ອີກສອງ.

ກະສັ່ງໂລດແລະວ່າ!​ບັນກວນ ຈານໜື່ງ! ຄັນຊິເວົ້າແນມຂາວຢ້ານເພິ່ນບໍ່ຈັກ! 

ຕື່ນເຕັ້ນຢ່າງໃຫຍ່!​ບັນກວນສະຫວັນ ມີຊອຍຊີ້ນປີ້ງໃສ່! ກະງົງ! ເປັນຫຍັງຕ້ອງມີຊີ້ນປີ້ງ! ກະເກັບເປັນຄຳຖາມໃນໃຈ! ສ່ວນອົງປະກອບອື່ນແມ່ນບໍ່ຕ່າງຈາກບ່ອນອື່ນທີ່ມີບັນກວນ ເປັນກ້ອນທີ່ມີໃນເປັນເນື້ອໝູ່ຟັກມຸ່ນໆ ກັບເຄື່ອງເທດ, ແລະໂຮຍໜ້າດ້ວຍ ທອດກະທຽມ.​ອັນສຳຄັນທີ່ຂາດບໍ່ໄດ້ຂອງບັນກວນແມ່ນ ຢໍ່ຂາວ! ບອກໄດ້ເລີຍວ່າຖ້າກິນບັນກວນບໍ່ມີຢໍ່ຂາວ ແມ່ນບໍ່ແມ່ນແນ່ນອນ! 

ຫີວເດີ! ກະກິນກ່ອນສະວ່າ! ລົດຊາດ ຂ້ອນຂ້າງຈະຈາງແຕ່ ເມື້່ອກິນປົນກັບ ຊີ້ນປີ້ງກະໄດ້ລົດຊາດອີກແບບ! ເອີ! ອາດຈະມແມ່ນເຫດຜົນເຮັດໃຫ້ ເນື່ອແປງຈາງນີ້ຕີ ເພິ່ນຈິ່ງເອົາຊີ້ນປີ້ງມາໃສ່! ແຕ່ວ່າ ມີຢໍ່ຂາວກະໜ້າຈະໂອເຄ! 

ເວົ້າເລື່ອງບັນກວນ ຫຼື ແນມຂາວ ນີ້ແຕ່ລະຂອງເຂດກໍ່ຈະເຮັດມີເອກະລັກ,​ ໄປກິນທາງຊຳເໜືອ ເພິ່ນເຮັດບັນກວນແມ່ນກ້ອນນ້ອຍໆໆໆ ແບບວ່າພໍດີຄຳ, ເວລາສັ່ງກິນຕ້ອງຖ້າດົນໆໆໆໆ! ມາທາງຫຼວງພະບາງ ນີ້ຂ້ອນຂ້າງມີເອກະລັກ ແບບເອົາສົ້ມໝູ່ເອົາໄຂ່ ໃສ່ໄປອີກ! ມາຮອດສະຫວັນພັດມີຊີ້ນປີ້ງ! ກະເປັນສີສັນຂອງບັນກວນ! 

ກິນອີ່ມໜຳສຳລານແລ້ວ! ກະຟ້າວກັບໄປກຽມປະຊຸ່ມ! ແຕ່ພັດຄືຫິວໆ ນອນເພາະມື້ຄືນໄປ ຮອຍກວຽນ ມາ ຮະະຮຮະຮະຮະ!​ ຈິ່ງບອກໂຊເຟີພາແວະຈັກຫ້ານາທີ່ທີ່ຮ້ານກາເຟດາວ ເອົາລາເຕ້ເຢັນຈັກຈອກ!

ເອົາລະຂໍເວລາໄປຈັດປະຊຸມກ່ອນເດີ ພີ່່ນ້ອງເອີຍ! ອີກຫ້ານາທີກະ 9 ໂມງແລ້ວ!

ສຸກສັນວັນສຸກທຸກຄົນ!!!!!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 ມາຂຽນບົດນີ້ ຫາກໍ່ອອກມາຈາກ ຮ້ານອາຫານລາຕີ ທີ່ເອີ້ນວ່າໜ້າປະທັບໃຈທີ່ສຸດຂອງແຂວງສະຫວັນນະເຂດ. ຊື່ຮ້ານແມ່ນ ຮ້ານອາຫານ ຮອຍກວຽນ. ແຕ່ກີ້ແມ່ນເທັກຊື່ວ່າ ເທກອອດສະກາ ແຕ່ວ່າຕ້ອງຍຸດເພາະມີການຂ້າກັນຕາຍ! ແທງກັນຢູ່ຫ້ອງນ້ຳຕາຍຄາທີ່ ຍ້ອນຍາດຜູ້ສາວ! ຈັ່ງແມ່ນພວກມັນຊອກຍາກນໍ້! ຜູ້ຍິງດຽວນີ້ ມີ່ຢູ່ ສາມສ່ວນແລ້ວ!

ເຈົ້າຂອງ ອອດສະກາ ເລີຍປ່ຽນກົນລະຍຸດມາເຮັດເປັນຮ້ານອາຫານ ຊື່ ຮອຍກວຽນ ທີ່ຮັບໃຊ້ ລຸກຄ້າ ດ້ວຍການເສບດົນຕີແບບ ສົດໆໆໆໆໆ! 

ບອກໄດ້ເລີຍວ່າ ບໍ່ເສຍໂອກາດ ຖ້າໄດ້ມາ ທີ່ຮ້ານອາຫານຮອຍກວຽນ! ນັກຮ້ອງເພິ່ນກໍ່ນຳເຂົ້າມາຈາກ ໄທ ບໍ່ວ່າຈະແມ່ນ ເສກໂລໂຊ, ແອດຄາລາບາວ, ພັ້້ນ, ຄຳພີ, ບີ້ເດີສະຕາ ຫຼື ນັກຮ້ອງລາວດັ່ງໆ ເຊັນ ກະຕ່າຍ ເຈົ້າບໍ່ແມ່ນອາກາດ! ຈະໄດ້ມີໂອກາດ ເຈີກັບນັກຮ້ອງ ແນວໜ້າທັງຈາກໄທ ແລະ ລາວ!!!​ ທີ່ຈິ່ງຕົວຈິງຂອງເຈົ້າຂອງເພັງທີ່ເວົ້າມາ ບໍ່ມີດ໋ອກ, ແຕ່ຜູ້ຂຽນຢາກບອກວ່າ, ນັກຮ້ອງໄດ້ຖ່າຍທອດບົດເພັງ ເປັນສຳນຽງສຽງຮ້ອງ ທີ່ບາງຄ້ັງຍັງກ້າເວົ້າໄດ້ວ່າ ຮ້ອງມ່ວນ ແລະ ຕື່ນເຕັ້ນກວ່າ ເຈົ້າຂອງເພັງວ່າຊັ້ນຊາ!

ພໍດີເພື່ອນຮ່ວມຫ້ອງທີ່ ມຊ ໂທຫາ ກະປະມານ ສິບໂມງຍັງແລ້ວ, ຕົວເອງກະຢູ່ຫ້ອງພັກ ນຸ່ງແຕ່ສະລິບ ກຽມຈະນອນ,​ແຕ່ກະຕ້ອງຮີບປ່ຽນເຄື່ອງເພື່ອຈະໄດ້ໄປຜ່ອນຄາຍ ຟັງເພັງຈັກບາດ ໃນໂອກາດມາດິນແດນສະຫວັນຄັ້ງນີ້.

ກະບໍ່ຕ່າງຫຍັງກັບວຽງຈັນ, ຖ້າໄປເທັກກ່ອນ ສິບໂມງ ເຈົ້້າກະຈະເປັນເຈົ້າຖິ່ນແນ່ນອນ ເພາະບໍ່ມີໃຜເລີຍ! ການມາທ່ຽວເທັກ ທີ່່ສະຫວັນ ຕ້ອງມາປະມານ ສິບໂມງຍັງ,​ແຕ່ຜູ້ຄົນຈະມາແທ້ໆ ເອີ້ນວ່າມາຫຼາຍແມ່ນ ສິບໂມງປາຍ! 

ມາຮອດ ຮ້ານອາຫານເທັກ ຮອຍກວຽນ ກະມີການ ກວດກາຄວາມປອດໄພ ປານວ່າຢູ່ສະໝາມບິນ ມີການສະແກນ ກວດອາວຸດ! ເປັນທີ່ຮຽບຮ້ອຍ! 

ພວກເຮົາໄດ້ໂຕະທີ່ໃກ້ກັບເວທີ ແຕ່ທີ່ໜ້າແປກໃຈ ພວກເຮົາມີປະມານ ສິບກວ່າຄົນ ແຕ່ເປັນພວກເທີກທັງໝົດ! ຮະຮະຮຮະຮະ ເອີ້ນວ່າ ແກ້ງເດີແມ່ນ ກະວ່າໄດ້! ກະບໍ່ສົນໃຈໃຜດ໋ອກ! ສັ່ງເບຍມາລະກະຟັງເພັງຕາມຈຸດປະສົງທີ່ຕັ້ງໄວ້! ບໍ່ພໍຄາວ ຜູ້ຄົນເລີມທະຍອຍກັນມາ! ບໍ່ຮອດ ສາມສິບນາທີ່! ບໍ່ມີບ່ອນນັ່ງແລ້ວ!

ໂຕະທີ່ເພິ່ນເອົາມາເຮັດນີ້ກະພິເສດ ທີ່ສຸດ ແລະ ຖືວ່າເປັນຮ້ານດຽວໃນປະເທດລາວ ຫຼື ໃນໂລກກະວ່າໄດ້! ເພາະຄືເພິ່ນຊິຮ່ວມຫຸ້ນກັບ ໂຮງງານຕັດຫຍິບແນ່ນອນ ເພາະ ເພິນເອົາຈັກຕັດຫຍິບເກົ່າມາດັດ ແປງໜ້າກະດານ ເພື່ອເຮັດເປັນໂຕະ! ຄືຊິມີປະມານ ຮ້ອຍກວ່າໜ່ວຍ! ພິເສດແທ້ໆ ເພາະທັງກິນເບຍໄປ ຜູ້ໃດຂິ້ຄ້ານເຕັ້ນກະຢຽບຈັກຫຍິບຫຼິ້ນເປັນການອອກກຳລັງກາຍ! 

ເພັງທຳອິດທີ່ໄດ້ຍິນແມ່ນເພັງໂລໂຊ ບອກໄດ້ວ່າເປັນນັກຮ້ອງທີຜູ້ຂຽນກະມັກຫຼາຍ! ແລະ ທີ່ໜ໊າປະທັບໃຈ ສຽງຮ້ອງຂອງນັກຮ້ອງບອກໄດ້ວ່າ ອັນດຽວກັບ ບັກເສກໂລໂຊຢູ່ໄທເລີຍ! ຕໍ່ດ້ວຍບົດເພັງຂອງຄຳພີ! ໂອ໋ຍ! ເວົ້າແທ້ໆ ຄຳພີຕົວຈິງອາດຈະອາຍ ນັກຮ້ອງຜູ້ນີ້ ເພາະລູກຄໍອັນດຽວກັນເປະ! ຄາລາບາວ ກໍ່ມາ, ຜູ້ຮ້ອງແມ່ນຖ່າຍທອດຄວາມເປັນສິລະປິນຕົ້ນສະບັດໄດ້ຢ່າງໜ້າປະທັບໃຈ! ແລະ ດົນຕີທີ່ຫຼີ້ນແບບສົດໆ​ກະບໍ່ຜິດພ້ຽນ!

ເພາະສາມາດຂຽນຂໍເພັງ,​ກະຕາມຄວາມມັກ ກະເລີຍຂໍເພັງ ເຈົ້າບໍ່ແມ່ນອາກາດ ຂອງກະຕ່າຍ! ເພິ່ນກະຮ້ອງໃຫ້ຟັງ! ນັກຮ້ອງທີ່ຮ້ອງເພັງນີ້ ໂອ໋ຍສຸດຍອດ! ສຽງບັກຕ່າຍແທ້ໆໆໆໆໆ

 

ບອກໄດ້ເລີຍວ່າ ມາຮ້ານ ຮອຍກວຽນ ເຈົ້້າຈະໄດ້ຮັບຟັງບົດເພັງທີ່ຄຸ້ມສຸດໆ! ອັນນີ້ບໍ່ໄດ້ຮັບຈ້າງໂຄສະນາໃຫ້ກັບຮ້ານເພິ່ນດ໋ອກເດີ! ແຕ່ເປັນຄວາມປະທັບໃຈສ່ວນຕົວ! ນັກຮ້ອງຍິງທີ່ຖ່າຍທອດເພັງຂອງ ດາເອັນໂດຟີນ ກະບອກໄດ້ວ່າ! ມະຫາຄືເລີຍ! 

 

ລົມກັບໝູ່ໄປໆມາໆ ຈິ່ງຮູ້ໄດ້ວ່າ, ນັກຮ້ອງທີ່ດັ່ງໆ ນັ້ນແມ່ນນຳເຂົ້າມາຈາກປາກເຊ! ໂອ໋! ບອກໄດ້ເລີຍວ່າ ສຽງ ແລະ ສຳນຽງ ສຸດຍອດ! 

 

ນອກຈາກຈະໄດ້ຟັງບົດເພັງອັນ ໜ້າປະທັບໃຈແລ້ວ! ສິ່ງໜື່ງກໍ່ແມ່ນຄວາມໜ້າຮັກ ຂອງສາວໆ ນາງຟ້າທັງຫຼາຍ! ທັງນາງຟ້າປອມ ແລະ ນາງຟ້າແທ້! ອັນທີ່ວ່ານາງຟ້າປອມກະແມ່ນບັນດາ ສາວໆ ທີ່ມາແຕ່ແຂວງອື່ນ ແລະ ກະເທີຍ! ບອກໄດ້ວ່າ ມີຄົບສີສັນ! ແລະ ອີກອັນທີ່ເປັນຄູ່ແຂ່ງຂອງບັນດາຜູ້ຊາຍ ແມ່ນ ອ້າຍທອມ! ຫຼາຍແທ້ໆໆໆໆໆ ຢູ່ສະຫວັນນະເຂດ! ອ້າຍທອມບາງຄົນກະງາມໄດ້! ໝູ່ຂ້ອຍຈົນເວົ້າອອກປາກວ່າ!​ ເບິ່ງຕີ! ອ້າຍທອມ ມີສາວງາມແທ້! ແຕ່ຂໍເປັນແຟນຂອງທັງທອມທັງສາວໄດ້ບໍ່? ຮະຮະຮຮະ ກະເປັນການເວົ້າຢ໋ອກໄຍກັນຕອນເມົາ! 

 

ຟັງເພັງກະມ່ວນຫຼາຍ! ແຕ່ຈະຢູ່ເດີກບໍ່ໄດ້! ຮອດປະມານ ສິບເອັດໂມງກະຕ້ອງໄດ້ຝືນໃຈກັບທີ່ພັກ ເພາະມີວຽກແຕ່ເຊົ້າ! ແຕ່ກະຮູ້ສຶກຄຸ້ມກັບເບຍແກ້ວ ສິບເກົ້າພັນກີບ ແລກກັບການສະແດງ ສຽງຮ້ອງ ແລະ ດົນຕີອັນມີຄຸນນະພາບ!

 

ຖ້າມີໂອກາດໄປສະຫວັນ, ຢ່າລື່ມ ຮອຍກວຽນ!!!!!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

 ເປັນວັນທີ່ ສອງທີ່ມາເຮັດວຽກຢູ່ ສະຫວັນນະເຂດ, ມື້ນີ້ໄດ້ມີໂອກາດ ອອກຈາກຕົວເມືອງໄກສອນຂອງສະຫວັນນະເຂດ ມາແຖວ ເຊໂນ.

ຫຼາຍຄົນຖົກຖຽງກັນວ່າ ອັນເຊໂນ ນີ້ມັນມີຄວາມໝາຍວ່າຈັ່ງໃດ? ທີ່ຈິງເຂດນີ້ເປັນເຂດທະຫານເກົ່າ ຂອງຊ່ວງສົງຄາມ ແລະ ເປັນເຂດທີ່ເພິ່ນໃຊ້ເປັນເຂດກຳນົດທິດ ຄຳວ່າເຊໂນ ຄຳພາສາຝຣັ່ງ SENO- S: Sud (South); E: Est (East); N: Nord (North), O: Ouest (West). ບາດນີ້ຫຼາຍໆ ຄົນຄົງຈະຮູ້ວ່າ ເຊໂນ ແປວ່າ ທິດທັງສີ່ເນາະ!

ຂີ່ລົດອອກຈາກເມືອງໄກສອນ ໃຊ້ເວລາປະມານ ສິບຫາ ຫຼື ຊາວນາທີ ນີ້ລະ, ພວກເຮົາກະເຂົາຫາ ວົງວຽນເຊໂນ ທີ່ເປັນເຂດ ທີ່ມີການຄ້າຂາຍ ແລະ ແລກປ່ຽນສິນຄ້າທີ່ຟົດຟື້່ນ ເພາະ ເປັນເປັນທີ່ຕັ້ງລະຫວ່າງກາງ, ຖ້າຈະຂຶ້ນເໜືອກະແມ່ນໄປ ທ່າແຂກ, ລົງໃຕ້ ກະໄປຫາສາລະວັນ, ປາກເຊ, ແລະໄປທາງຫວຽດນາມ ທາງທິດຕາເວັນອອກສ່ຽງໃຕ້! ທີ່ສຳຄັນ ແມ່ນຮ້ານອາຫານ! ປີ້ງໄກ່ເຊໂນ ແມ່ນບໍ່ນ້ອຍໜ້າ ປີ້ງໄກນາປົ່ງຢູ່ສາລະວັນ! ບອກໄດ້ເລີຍວ່າ ໄດ້ກິນໄກ່ລາດປີ້ງແທ້ໆ!!!

ມານັ່ງທີ່ຮ້ານ ນ້ອຍເຈົ້າຂອງຮ້ານໃຈດີ ຈັດການປີ້ງໄກ່ ພ້ອມຕ່ຳໝາກຮຸ່ງບໍ່ເຜັດປານໃດ ເພາະ ກິນເຜັດລະມັນມັກສະເອີ໋. ພ້ອມກັບປີ້ງເຄື່ອງໃນ ແລະ ສົມປາ, ໂດຍມີເຂົ້າໜຽວຮ້ອນໆ ມາໜ່ຽງໃສ່! ບອກໄດ້ເລີຍວ່າ ເປັນອາຫານສວາຍທີ່ແຊບຫຼາຍ! ຕອນຂຽນນີ້ກຳລັງຫຍ້ຳ ຕອນໄກ່ຢູ່! ຮະຮະຮະຮຮະ. ຮ້ານທີ່ນັ່ງກິນ, ກະບໍ່ໄດ້ໃຫຍ່ໂຕ ມີພຽງໂຕະປະມານ ສາມໜ່ວຍ ທີສາມາດ ນັ່ງໄດ້ປະມານ ຊາວກວ່າຄົນ. ອາຫານທີ່ເພິ່ນຂາຍ ຫຼັກໆ ກະແມ່ນໄກ່ ບໍ່ວ່າຈະປີງ ເນື້ອໄກ່, ເຄື່ອງໃນ, ສົມຜັກ, ສົມປາ,​ຕ່ຳໝາກຮູ່ງ, ປີ້ງປາ.. ຖືວ່າແບບສະຕາຍລາວໆ ແທ້ໆ.

ມົນສະເໜ່ຂອງເຊໂນ ແລ້ວເຫັນວ່າເປັນເຂດນ້ອຍໆ ຖືເປັນທາງຜ່ານ ຂອງການລົງໃຕ້ ຂື້່ນເໜືອ. ທຸກຄົນ ຈະອີມໜຳສຳລານກັບອາຫານ ທີ່ຊາວເຊໂນ ພາກັນມາວາງຂາຍ. ມີຫຼາຍໆ ສິບຮ້ານ ສາມາດເລືອກໄດ້ຕາມໃຈຊອບ. ອາຫານກໍ່ບໍແພງ ທີ່ສຳຄັນ ແມ່ນແຊບ! ຖ້າມີໂອກາດ ຈະຕ້ອງໄປຢາມເດີ!

ສາວເຊໂນ ກໍ່ແມ່ນອີກມົນຂັງໜື່ງ ທີ່ເຮັດໃຫ້ ດິນແດນແຫ່ງນີ້ ມີຄວາມໂດງດັງ ຈົນມີການແຕ່ບົດເພງ ສາວເຊໂນ! ຄິດວ່າທຸກຄົນຄືຊິໄດ້ຟັງ! ງາມອີຫຼີເດີ! ຂະໜາດບ່າວຫຼວງພະບາງຄືຜູ້ຂຽນ ຍັງຕ້ອງໄດ້ຍ້ອງວ່າ ສາວເຊໂນໜ້າຮັກຫຼາຍ. 

ເອົາລະ! ດຽວຈະອອກໄປວຽກກ່ອນ! ໄປແອວສາວເຊໂນ! ຮະຮະຮະຮະ

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 ສະຫວັນ......................

ຖ້າເວົ້າຮອດສະຫວັນ, ຫຼາຍໆຄົນກະແມ່ນມະໂນພາບຕາມການເລົ່າຂານວ່າເປັນດິນແດນແຫ່ງຄວາມສຸກທັງປວງ,​ເປັນສະຖານທີ່ ທີ່ບັນດາ ເລົ່ານາງຟ້າ ເທວະບຸດເທວະດາ ອາໄສຢູ່ ວ່າຊັ້ນຊາ! ແຕ່ທີ່ຈະມາເວົ້າມື້ນີ້ ຈະພາໄປສະຫວັນ......ນະເຂດເດີ!

ຕ້ອງໄດ້ຕື່ນແຕ່ເຊົ້າຕູ່! ເຊົ້າມືດສະ ມັນຈິ່ງຖືກ! ເພາະຖ້ຽວບິນແມ່ນຕອນ 6 ໂມງເຊົ້າ, ຕ້ອງໄດ້ໄປ ແຈ້ງປີຕອນ 5 ໂມງ ເລີຍຕ້ອງໄດ້ຕື່ນແຕ່ 4 ໂມງ ເພື່ອອາບນ້ຳ ກະກຽມເຄື່ອງ. ປະມານ 5 ໂມງຍັງສິບ ແທກຊີ ກະມາຮັບ! ອອກຈາກບ້ານແຖວທົ່ງສາງນາງໄປຫາສະໜາມບິນ ກະປະມານ ສິບນາທີກວ່າ ນີ້ລະ. ຕາມເສັ້ນທາງແມ່ນຍັງ ມິດງຽບ ມີພຽງລົດບາງຄັນແລ່ນໄປມາ, ອາວມີຫຼາຍແດ່ກະເຂດ ແຖວຕະຫຼາດທົ່ງຂັນຄຳເພາະຜູ້ຄົນ ມາຕະຫຼາດຕະລີ ຈັບຈ່າຍຊື້ເຂົ້າຂອງ.

ມາຮອດເດີນບິນວັດໄຕ, ກະຖືວ່າມີຜູ້ຄົນຫຼາຍສົມຄວນ ເພາະ ມີຖ້ຽວບິນຈະໄປ ສະຫວັນນະເຂດ,​ປາກເຊ ແລະ ສ່ຽມລຽບ ທີ່ຕ້ອງໄດ້ໄປແຕ່ເຊົ້າໆ. ຫຼັງຈາກແຈ້ງປີແລ້ວໆ ກະອອກມາຖ້າກຽມເຂົ້າຫ້ອງ ແຈ້ງຄົນອອກເມືອງ. ເຈົ້າໜ້າທີ່ເພິ່ນຄືຊິມາຊ້າແດ່ ກະເລີຍຕ້ອງຖ້າປະມານ ສິບກວ່ານາທີ.

ເມື່ອປະຕູແຈ້ງຄົນອອກເມືອງເປີດ, ຜູ້ໂດຍສາຍກໍ່ທະຍອຍກັນໄປຕໍ່ຄິວ ເພື່ອແຈ້ງເອກະສານ, ແຕ່ຮູ້ສຶກວ່າມັນຄືຊັກຊ້າ ແທ້ກັບ ຜູ້ທີ່ຍືນເອກະສານຄົນທຳອິດ ເພາະກາຍໄປແລ້ວ ຫ້ານາທີ ກະຍັງຈ້ຳເອກະສານອອກບໍ່ໄດ້. ສັງເກດດີໆ ແລ້ວແມ່ນສາວນ້ອຍ ຄົນນັ້ນມີບັນຫາ ເລື່ອງເອກະສານ ເພາະ ເພິ່ນບໍ່ມີບັດປະຈຳຕົວ ແຕ່ພັດເອົາບັດນັກສຶກສາມາແທນ. ເພາະຕາມລະບຽບການແລ້ວ ຕ້ອງແມ່ນບັດປະຈຳຕົວ ຫຼື ໜັງສືຜ່ານແດນເທົ່ານັ້ນ,​ເຈົ້າໜ້າທີ່ເພິ່ນອານຸຍາດ. ສະນັ້ນ, ຖ້າຈະເດີນທາງໄປກັບຍົນໂດຍສານ ກະຕ້ອງໄດ້ກະກຽມໄວ້ເດີ! ເພື່ອບໍ່ໃຫ້ມີບັນຫາ. ສຸດທ້າຍ, ເຈົ້າໜ້າທີ່ເພິ່ນກະອານຸໂລມໃຫ້! ກ່ອນຊິໄດ້ ສາວນ້ອຍຄົນນັ້ນ,​ກໍ່ໄດ້ຫາຜູ້ນັ້ນຜູ້ນີ້, ຄືຊິແມ່ນໂທຫາ ເສັ້ນສາຍເພິ່ນຕິເບາະ! ຮະຮະຮະຮະ!! ຕາມສັງເກດ ຄືຊິແມ່ນສາວສະຫວັນນະເຂດ ນິລະ ເພາະເປັນຄົນຮູບຮ່າງນ້ອຍ ແລະ ສຽງປາກໜ້າຕາກະແມ່ນອອກສະຫວັນສະຫວັນ!

ເຂົ້າມານັ່ງຢູ່ຫ້ອງລໍຖ້າຂຶ້ນຍົນ, ນັ່ງໄປນັ່ງມາຫຼຽວເບິ່ງໂມງ ທັງຫາວນອນ ນັບໄດ້ປະມານ ຊາວຄັ້ງ! ຈັ່ງແມ່ນຊາດ! ປະມານ 6 ໂມງກະດີໃຈ ທີ່ຈະໄດ້ຂຶ້ນຍົນ, ພໍດີໄດ້ຍິນສຽງແຈ້ງ! ທ່ານຜູ້ໂດຍສາຍທີ່ຈະເດີນທາງໄປສະຫວັນນະເຂດຖ້ຽວບິນ ຄິວວີ203 ໂປດຊາບ, ພວກເຮົາຕ້ອງຂໍອາໄພທີ່ຈະແຈ້ງໃຫ້ຊາບວ່າ ການບິນຖ້ຽວນີ້ແມ່ນຈະຊັກຊ້າ ເພາະອາກາດ ຢູ່ປາຍທາງບໍ່ອຳນວຍ! (ເອົາອີກແລ້ວ ຄິດໃນໃຈ!) ການບິນຈະຖືກເລື່ອນໄປເປັນເວລາ 6:30.  ກະເລີຍຕ້ອງໄດ້ນັ່ງເຫງົານອນຕໍ່ໄປອີກຈັກເຄິ່ງຊົ່ວໂມງ.

ຫົກໂມງປາຍຊາວນາທີ, ເພິ່ນກະແຈ້ງ ໃຫ້ຂຶ້ນເຄື່ອງບິນໄດ້! ຮູ້ສຶກມີແຮງຍ໋າວແດ່! ຍົນທີ່ຈະພາໄປສະຫວັນນະເຂດໃນມື້ນີ້ກະແມ່ນ ຍົນ ອາເຕແອ! ພໍຂຶ້ນໄປຮອດເຄື່ອງບິນ ກະມີຜູ້ໂດຍສານ ປະມານ 1 ສ່ວນ ສາມ ຂອງຄວາມຈຸທັງໝົດ. ຖືວ່າມີຄົນເດີນທາງໜ້ອຍໃນມື້ນີ້.

ຕາມທຳນຽມ, ຂຶ້ນເຄື່ອງ ໃສ່ສາຍຮັດແອດ,​ສາວແອມາແຈກຜ້າເຍັນ, ຈາກນັ້ນ ກະແມ່ນການສາທິດ ການຮັດສາຍແອດ ການນຳໃຊ້ເຄື່ອງສຸກເສີນຕ່າງໆ. ສຸດທ້າຍກັບຕັນ ກະສະບາຍດີ ແລ້ວເອົາຍົນທະຍານຂຶ້ນຟ້າ ມຸ້ງໜ້າໄປສະຫວັນນະເຂດ!

ພໍຍົນຂຶ້ນໄດ້ທີ່ ແລະ ໄຟສັນຍານຮັດສາຍແອວດັບລົງ, ສາຍແອ ເພິ່ນກະບອກວ່າ ຈະມີການເສີບເຂົ້າເຊົ້າເດີ! ພໍດີແຮງຫິວຢູ່! ເພາະກ່ອນອອກຈາກບ້ານດື່ມແຕ່ນົມມາປ໋ອງດຽວ, ກະເພາະຮູ້ສຶກຫິວໆໆ. ອາຫານເຊົ້າທີ່ສາວແອໃຈດິເພິ່ນເອົາມາເສີບມື້ນີ້ກະແມ່ນ ແຊນວິນນ້ອຍໆ ໄສ້ປາເຕ໋ ໄສ້ເນີຍ ພ້ອມທັງມີ ເຂົ້າຈີມົນຍັດໃນຫວານ ແລະ ໝາກໄມ້ສາມປ່ຽງ. ສ່ວນເຄື່ອງດື່ມຂ້ອຍເລືອກເອົາຊ້າຮ້ອນໆ ຈັກຈອກ.

ກິນແລ້ວໆ ກະຂໍງຽບຈັກ ສິບນາທີ!

ການບິນຄັ້ງນີ້ແມ່ນບິນຢູ່ໃນຄວາມສູງ ຫ້າພັນສອງຮ້ອຍແມດຈາກລະດັບໜ້ານ້ຳທະເລ ດ້ວຍຄວາມໄວ ຫ້າຮ້ອຍກິໂລແມດຕໍ່ຊົ່ວໂມງ ຄາວວ່າພວກເຮົາ ຈະຮອດສະໜາມບິນສະຫວັນນະເຂດຕອນເວລາ ເຈັດໂມງເຄີ່ງ. ສຽງຂອງກັບຕັນຊ່ວຍເພິ່ນເວົ້າ! ອາກາດທີ່ສະຫວັນນະເຂດ ແມ່ນດີຫຼາຍ ແລະ ອຸຫະພູມຂ້າງນອກແມ່ນ 24 ອົງສາ.

ຕົນເອງກະພໍດີຕື່ນ,​ເຈັດຍ່ຽວ ກະເລີຍໄປຫ້ອງນ້ຳ. ການຍ່ຽວຢູ່ເທິງຍົນ ນີ້ຕ້ອງມີສີລະປະ ເພາະວ່າ ມັນບໍ່ມີໂຖຍ່ຽວສຳລັບຜູ້ຊາຍ. ຄັນຊິໄປນັ່ງຍ່ອງຢໍ້ ຄືຜູ້ຍິງ ການຍ່ຽວກະຊິລຳບາກ ເພາະວ່າ ອາວຸດເຮົາມັນໃຊ້ໃນສະຖານະການນັ້ນຍາກ ອີກຢາກບ່ອນນັ່ງກະແຄບ. ກາຍຢື່ນຍ່ຽວຢູ່ຍົນ ຕ້ອງໄດ້ມີປະສົບການ ເພາະບາງຄັ້ງ ຍົນອາດຈະໂອນເອນ ຕອນເຂົ້າຂຸມອາກາດ ສະນັ້ນຕ້ອງກຽມພ້ອມ ບໍ່ຊັ້ນ ຍ່ຽວຈະພົ້ງກະເດັ່ນໄປທົ່ວ. ເທັກນິກ ກະມີຢູ່ວ່າ ຕ້ອງຢືນຈ່າງຂາ ແລະ ທຸ້ມນ້ຳໜັກລົງຂາທັງສອງ ຕ້ອງຮັບປະກັນວ່າ ຢືນຢ່າງໝັ້ນຄົງ!​ຈາກນັ້ນ ຄ່ອຍຈົກປື່ນ ອອກມາສີດ. ການສີດ ກະຕ້ອງໄດ້ແນໃຫ້ມັນແນ່ນອນເພື່ອບໍ່ໃຫ້ມັນ ອອກນອກເປົ້າໝາຍເດີ! ຮະຮະຮຮະຮະ!

ອອກຈາກຫ້ອງນ້ຳ ກັບມານັ່ງບໍ່ພໍຫ້ານາທີ ຍົນກະເລີ່ມລົດຄວາມສູງ ແລະ ຄວາມໄວ ລົງສູູ່ສະໜາມບິນສະຫວັນນະເຂດ! ທີ່ຈິງແລ້ວການບິນຈາກວຽງຈັນ ຫາ ສະຫວັນນະເຂດ ແມ່ນບິນຜ່ານນ່ານຟ້າປະເທດໄທ! ຈົນມາຮອດຊາຍແດນສະຫວັນນະເຂດຈິ່ງໄດ້ມີການບິນຂ້າມນ້ຳຂອງ ແລ້ວລົງເດີນເລີຍ!

ການລົງສູ່ພື່ນກະເຮັດໄດ້ຢ່າງສວຍງາມ ແລະ ປອດໄພດີ!!! ເອົາລະ...​ແລ້ວເຈີກັນພາກສອງ ຂອງ ການເດີນທາງມາສະຫວັນນະເຂດເດີ! ໄປວຽກກ່ອນ!!!!!!

 

ເກັບພາບບາງຕອນມາໃຫ້ຂ້າງລຸ່ມ... (ດຽວຫວ່າງແລ້ວຈະໂຫຼດ)

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 2, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 ຫຼາຍໆຄົນ ອາດມີອາລົມຄຶກຄັກ ເມືອເວລາ ຜ່ານມາຮອດ ເຊົ້າວັນສຸກ! ແລະ ຍິງຈະຄັກຄຶກໄປອີກ ພໍໃກ້ຈະຮອດໂມງເລີກວຽກ ເລີກງານ. ບາງຄົນກໍ່ມີແຜນການ ຊຸມແຊວ ຕາມນິໄສຄົນລາວ ຄົນຈິງໃຈ ເມົາໆໆໆ! 

ຜູ້ຂຽນເອງ ກະມີອາລົມຈັ່ງຊີຄືກັນ, ແຕ່ວ່າຕອນຂຽນຢູ່ນີ້ ກະປະມານ 6 ໂມງຍັງ ສິບ! ມີນັດ ກັບເພື່ອນຮ່ວມງານຢູ່ຫ້ອງການບ່ອນເກົ່າ! ກະຄິດວ່າຈະໄດ້ໄປຈອບໆ ຂໍເບຍຈັກ ປ໋ອງ ກະຊິກັບ. 

ເວົ້າຮອດອາລົມວັນສຸກ, ຖືວ່າເປັນການຮູ້ສຶກທີ່ເອົາ ພູຜາໜ້ານ້ຳ ອອກຈາກຊວງອົກກະວ່າໄດ້! ເພາະຫຼາຍຄົນ ທີ່ເຮັດວຽກ ງ໋ອບໆໆໆ ແຕ່ວັນຈັນ ຫາ ວັນສຸກ ຈະໄດ້ ມີສອງວັນທ້າຍອາທິດ ໄດ້ພັກຜ່ອນ! ລືມບັນຫາ ກັບວຽກກັບງານ ແລະ ຫາຄວາມຍ່ອນການ ສະບາຍຈິດ ແກ່ຕົນເອງ, ຄອບຄົວ ແລະ ເພື່ອນມິດສະຫາຍ.

ບັນດານ້ອງໆ ນັກຮຽນ ຫຼາຍຄົນກໍ່ແມ່ນດີໃຈ ບໍ່ໜ້ອຍ ເພາະວ່າ ຈະໄດ້ພັກຍາວແດ່! ໜ໊າສົງສານກໍ່ມີແຕ່ ບັນດານ້ອງ ທີ່ຍັງຕ້ອງໄດ້ ຮຽນເພີ່ມຕ້ອນທ້າຍສັບປະດາ, ກະຂໍເອົາໃຈຊ່ວຍເດີ! ຢາກເກັງກວ່າຄົນອື່ນ ຕ້ອງໄດ້ຮຽນດຸແດ່! ສ່ວນຜູຂຽນເອງນີ້ກະ ຂໍມີວັນ ເສົາອາທິດ ທີ່ສະບາຍ ສະບາຍໆໆໆໆ ກ່ອນ!

ກິດຈະກຳ ທ້າຍອາທິດ ຂອງຄົນເມືອງໃຫຍ່ ສ່ວນຫຼາຍ ກໍ່ຈະພາກັນ ຂີລົດ ອອກໄປຊານເມືອງ ພໍຈະໄດ້ ກິນເຂົ້າຕາມຮ້ານອາຫານ (ຜູ້ເພິ່ນມີເງິນຫຼາຍ), ຜູ້ມີໄຮ່ນາຮົ້ວສວນ ກໍ່ພໍທີ່ຈະເປັນ ປູກຜັກໝີສີ່ໃບ, ເບິ່ງສ່ວນ ໄປຈັ່ງຊັ້ນລະ! ເວົ້າແລ້ວ, ຄົນໃນເມືອງນີ້ກົດດັນຫຼາຍ! ເພາະ ມັນຕ້ອງໄດ້ດີ້ນຮົນ ຫາເບ້ຍຫາເງິນ!​ຍິງເປັນຄົນຕ່າງແຂວງ ຄືຜູ້ຂຽນທີ່ຕ້ອງຢູ່ແບບເຮືອນເຊົ່າເຂົ້າຊື້ ກະຍິງມີພາລະຫຼາຍ!!! ຮະຮຮະຮະ ຮີວວວວ ຂຽນຄືຈົ່ມນີ້ແຫຼະ ວ່າບໍ່?

ເອົາລະ ຊິມີຫຍັງກະຕາມ! ດຽວຊິໄດ້ປິດ ບົດນີ້ກ່ອນ 6 ໂມງຍັງ 3 ນາທີ ແລ້ວ! ຊິໄປເຕະບານ ແລ້ວ ເອົາເບຍ ແກ່ເມື່ອຍກ່ອນ!!!

ເຕະບານ: ຢູ່ເດີນ ສະຕາ ເດີ! ໄປເຊຍແດ່!

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 1, 2012 | ມີ 17 ຄຳເຫັນ ແລະ 0 trackback(s)

 ນັ່ງເຮັດວຽກໄປໆ ມາໆ! ກະເລີຍມີຄຳຖາມອອກມາວ່າ ເອ໋! ເປັນຫຍັງຈິ່ງມີການ ຄິດຮອດ!

ມັນກໍ່ເປັນເລື່ອງແປກ ທີ່ມະນຸດມະນາ ຫຼື ແມ່ນແຕ່ສັດກະວ່າໄດ້! ທີ່ຈະມີຄວາມສາມາດໃນການ ຈົດຈຳ ບັດດາອາດິດ ທີ່ເປັນການຊ່ວຍເຕື່ອນສະຕິ, ຊ່ວຍໃຫ້ຫວນຄິດຫາ ຄວາມຮູ້ສຶກອັນດີໆ ແລະ ບົດຮຽນຕ່າງທີ່ຜ່ານມາ! ການຄິດຮອດທີ່ມີຄວາມສຸກທີ່ສຸດ ແມ່ນເປັນການ ຄິດຮອດ ອາດິດ ທີ່ຕົນເອງ ອາດຈະໄດ້ສຳພັດ ດ້ວຍປະສົບການ ອັນທີ່ປະທັບໃຈ! ໂດຍສະເພາະ ແມ່ນເລື່ອງ ຄວາມຮັກ! ຫຼາຍຄົນຕ້ອງມີປະສົບການນີ້ແນ່ນອນ! 

ຄິດຮອດຄວາມຮັກໄວມັດທະຍົມ: ອັນນີ້ກໍ່ແມ່ນອີກຄວາມຄຳນຶງທີ່ ຫວານແວວ ແລະ ໄຮ້ດຽງສາກໍ່ວ່າໄດ້! ຄວາມຮັກ ຫຼື ການແອບຮັກ ໃຜບາງຄົນໃນໄວຮຽນມັດທະຍົມ ຖືໄດ້ວ່າເປັນອີກລົດຊາດ ຫຼື ອະທະລົດ ທີ່ເຕີມແຕ່ງ ໃຫ້ການໄປຮ່ຳໄປຮຽນ ແຕ່ລະມື້ ເຕັມໄປດ້ວຍ ສີສັນ ແລະ ດອກໄມ້! ຄວາມຮັກຊ່ວງນີ້ ບໍ່ຈຳເປັນຕ້ອງສະໜິດ ຕິດແໜ້ນ ຫຼື ຕ້ອງໄດ້ເປັນແຟນກັນດ໋ອກ! ພຽງໄດ້ແອບຮັກ, ມີຄົນເຢີ້ຍໃສ່ ກະເຮັດໃຫ້ມັນໜ້າແດງແລ້ວ! ອັນນີ້ເວົ້າຕອນສະໄໝຂອງຕົນເອງ! ແຕ່ກະບໍ່ຮູ້ວ່າ ສະໄໝນີ້. ເດັກນ້ອຍມັນຕິດຈະຫຼວດປານໃດແລ້ວ!

ຄິດຮອດຄວາມຮັກໄວມະຫາໄລ: ອັນນີ້ຖືໄດ້ວ່າ ເປັນຄວາມຮັກທີ່ຂ້ອນຂ້າງຈະເປັນທາງການ, ມີການເອົາໃຈໃສ່ ແລະ ລົດຊາດ ທີ່ລຶກຊຶ້ງ! ເພາະຕ່າງຄົນກໍ່ບັນລຸນິຕິພາວະ, ໃຫຍ່ກ້າໜ້າບານ, ກ້າສ່ຽງ ແລະ ກ້າພະຈົນໄພ! ເວົ້າມາຮອດນີ້ ກະຄິດຮອດ ອະດີດເດ໋! ບໍ່ຮູ້ວ່າຜູ້ທີ່ກຳລັງອ່ານ ຢູ່ນີ້ກະມີອະດີດ ທີ່ຫວານຊືນຕອນມະຫາໄລ ຢູ່ວະ? ຜູ້ຂຽນນີ້ກະບໍ່ໄດ້ມີອາດິດຫຼາກຫຼາຍຕອນຮຽນມະຫາໄລ ແຕ່ວ່າຄິດຮອດຍາມໃດ ກະອົດອົມຍີ້ມບໍ່ໄດ້! ຄິດຮອດລະມີຄວາມຄຶກຄັກ ຢາກກັບໄປ ຮຽນດົງໂດກອີກຄັ້ງ!

 

ແລ້ວທ່ານເດ! ຄິດຮອດຫຍັງແດ່ນໍ້?

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 ຫຼາຍໆຄົນຄົງຈະໄດ້ມີໂອກາດ ເຮັດບຸນສິນກິນທານ ໃນໂອກາດວັນອອກພັນສາປະວໍຣະນາ! ອາດຈະເວົ້າໄດ້ວ່າ ເປັນອີກປາງບຸນໃຫຍ່ຂອງຄົນລາວທົ່ວປະເທດກະວ່າແມ່ນ! ຫຼາຍໆທ້ອງຖິ່ນ ກໍ່ໄດ້ຈັດການແຂ່ງຂັນເຮືອຍາວປະເພນີ, ທີ່ເດັ່ນໆ ກໍ່ຈະແມ່ນຊ່ວງເຮືອທ່າວັດຈັນ ທີ່ນະຄອນຫຼວງວຽງຈັນ.

ແຕ່ວ່າອີກປະເພນີທີ່ຫຼາຍໆຄົນຮູ້ຈັກ ທີ່ໃນວັນອອກພັນສາຈະມີຂຶ້ນ ຄືການໄຫຼເຮືອໄຟ ເຊິ່ງໃນນາມເປັນລູກຫຼານຂອງຊາວຫຼວງພະບາງ, ຕົນເອງກໍ່ຍັງຄິດຮ່ຳຢາກຫວນຄືນໄປປະຕິບັດ ປະເພນີ້ອັນດີງານນີ້! 

ເວົ້າເຖິງໄຫຼເຮືອໄຟ ຫຼາຍຄົນອາດຈະ ບໍ່ຮູ້ ແຕ່ຖ້າວ່າ ລອຍກະໂທງ ແມ່ນຈະຮູ້ດີ! ຄວາມແຕກຕ່າງຂອງການໄຫຼເຮືອໄຟ ແລະ ລອຍກະໂທງ ນັ້ນບົ່ງບອກໄດ້ຢ່າງ ຊັດເຈນ, ແລະ ຄິດວ່າອາດຈະມີແຕ່ແຂວງຫຼວງພະບາງ ທີ່ຈະຈັດງານ ໄຫຼເຮືອໄຟທີອະລັງການ ແລະ ງົດງາມ, ມີການຈັດແຂ່ງ ເຮືອໄຟປະຈຳບ້ານ, ແລະ ເອົາລົງລ່ອງຕາມລຳແມ່ນ້ຳຂອງ ໃນຄ່ຳຄືນວັນເພັງອອກພັນສາ.

 

ພາບຂ້າງລຸ່ມແມ່ນ ອີກພາບອັນປະທັບໃຈ ແລະ ຂັງດ້ວຍມົນສະເໜອັນງົດງາມຂອງເຮືອໄຟທີຫຼວງພະບາງ

 

ການເຮັດເຮືອໄຟນອກຈາກຈະເຮັດ ເຮືອໃຫຍ່ໆ ເພື່ອປະກວດ ແລ້ວ, ບັນດາສ່ວນບຸກຄົນ ຄອບຄົວ ກໍ່ຈະພາກັນ ເຮັດເຮືອໄຟນ້ອຍເພື່ອເອົາໄປລ່ອງເຊັນກັນ:

ປະເພດເຮືອໄຟຈະແບ່ງອອກເປັນສອງປະເພດ:

ເຮືອໄຟບົກ: ແມ່ນຈະເຮັດຂຶ້ນ ແລະ ຕົບແຕ່ງ ປະດັບກັບທີ່ ໂດຍບໍ່ເອົາລົ່ງໄປລ່ອງຕາມແມ່ນນ້ຳ. ເຮືອໄຟບົກ ຖືວ່າຈະເປັນທີ່ນີຍົມ ແລະ ທຸກຄອບຄົວ ທີ່ຫຼວງພະບາງ ແມ່ນຈະພາກັນເຮັດເຮືອໄຟບົກນ້ອຍໃຫຍ່ແລ້ວແຕ່ສັດທາ ແລະ ຄວາມສາມາດ.

ເຮືອໄຟນ້ຳ: ແມ່ນເຮື່ອທີ່ຈະນຳລົງໄປລ່ອງຕາມລຳນ້ຳ. ຖືວ່າເປັນພິເສດ, ເພື່ອຈະເອົາເຄື່ອງຂອງ ເງິນຄຳ ແລະ ຂອງບູຊາພະຍານາກ ໃສ່ເຮືອໄຟ ແລະ ກໍ່ຈະພາກັນ ອາທິຖານ ໃຫ້ເຮືອໄຟນຳເອົາສິ່ງທີ່ບໍ່ດີ, ພະຍາດໂລຄາ ລ່ອງໄຫຼໄປຕາມແມ່ນ້ຳ. ເປັນການບູຊາຂໍພອນພະຍານາກ ໃຫ້ນຳມາຍັງໂຊກລາບ ແລະ ຄວາມຊຸມເຢັນ.

 

ເວົ້າມາຮອດນີ້ ຕົນເອງກໍ່ຄິດຮອດຍາມເປັນເດັກນ້ອຍ, ທີ່ພໍ່ຈະພາຕົນເອງເອົາຕົ້ນກ້ວຍມາເຮັດເປັນເຮືອໄຟ ແລ້ວນຳເອົາໄປລ່ອງທີ່ນ້ຳຂອງ! ມັນກໍ່ຫຼາຍປີສົມຄວນທີ່ ບໍ່ໄດ້ເຮັດປະເພນີນີ້, ຕົ້ນເອງແມ່ນຈະກັບໄປຫຼວງພະບາງປີໜ້າແນ່ນອນ ເພື່ອຍ້ອນໄປຍັງອາດິດ ແລະ ເພື່ອປະຕິບັດ ປະເພນີອັນງົດງາມ ທີ່ຄວນຄ່າແກ່ການຮັກສາ! 

 

ໂຊກດີທຸກຄົນ

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 15, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 ເຮັດວຽກ ວັນຈັນ ແລະ ວັນອັງຄານ ທີ່ທ່າແຂກ! ມື້ນີ້ວັນພຸດ ກໍ່ເລີມການເດີນທາງແຕ່ເຊົ້າ ພາຍຫຼັງກິນເຂົ້າເຊົ້າໄດ້ແຮງ! ລົດຕູ້ພວກເຮົາກໍ່ເລີມ ມູ້ງໜ້າກັບຄືນເສັນທາງເລກທີ່ ສິບສາມ ຫາເມືອງປາກຊັນ! ໄດ້ຍິນຄຳວ່າປາກຊັນ ຫຼາຍຄົນຄົງຈະຄິດຮອດເພງ! ກູຫຼາບປາກຊັນ! ເຊິ່ງເປັນບົດເພັງທີ່ພັນລະນາຄວາມງາມຂອງເມືອງນ້ອຍໆ ອັນໜ້າຮັກ ແລະ ມີສະເໜ ແຫ່ງນີ້! 

ອອກຈາກຕົວເມືອງທ່າແຂກ ທ້ອງຟ້າຍາມເຊົ້າກໍ່ຍັງຄື້ມໆ ທ່າມກາງບັນຍາກາດ ລະດູຝົນ (ຂ້າງລຸ່ມແມ່ນພາບ ເມືອງທ່າແຂກຕອນເຊົ້າ)ເດີ

 

ມຸ້ງໜ້າຂຶ້ນເໜືອ, ໄຄທີ່ວ່າອາກາດເປັນໃຈ ຝົນກະຕົກບາງບ່ອນເບົາໆ ຈິ່ງເຮັດໃຫ້ການເດີນທາງສູ່ ປາກຊັນໄປດ້ວຍດີ! ໃຊ້ເວລາປະມານ ສອງຊົ່ວໂມງກວ່າ ພວກເຮົາກໍ່ມາຮອດປາກຊັນ!  ເວົ້າແທ້ໆ ປາກຊັນແມ່ນຍັງເປັນເມືອງທີ່ຮັກສາຄວາມເປັນເອກະລັກ. ເປັນເມືອງທີ່ບໍ່ມີຄວາມເອີກະເຫຼີກ ຫຼື ສີສັນຈົນເກີນໄປ! ບ້ານເຮືອນຍັງແບບປະຍຸກລາວ. ຖະໜົນຫົນທາງກໍ່ ບໍ່ກວ້າງຂວາງ ແຕ່ກໍສະດວກ ແລະ ສະອາດ. 

ພາກັນຂີ່ລົດເລາະຕາມແຄມທາງລຽບຕາມ ນ້ຳຊັນ! ຕົ້ນເອງກະຄິດໃນໃຈວ່າ ໜ້າຈະພັດທະນາໃຫ້ມີກິດຈະກຳ ແລະ ໃຫ້ເປັນການທ່ອງທ່ຽວ ທີ່ອາດໃກ້ຄຽງວັງວຽງໄດ້ ເພາະ ປາກຊັນມີແມ່ນ້ຳ ຕັ້ງສອງສາຍໄຫຼຜ່ານ. ສິ່ງສຳຄັນ ແມ່ນໃຊ້ເວລາພຽງສອງຊົ່ວໂມງກະຮອດ ຖ້າມາແຕ່ວຽງຈັນ. ສະນັ້ນ, ຄົນໃນເມືອງວຽງຈັນ ຈະມີແຫຼ່ງທ່ອງທ່ຽວທີ່ໃກ້ ເພື່ອພັກຜ່ອນຢ່ອນໃຈ! ໜ້າຄິດເນາະ! ໂດຍສະເພາະ ຄິດຫາກິດຈະກຳພັກຜ່ອນ! ກິລາທາງນ້ຳ ແລະ ສຳຄັນ ທ່ອງທ່ຽວແບບອານຸລັກ ວິຖີຊີວິດ! ເພາະບັນຍາກາດແຄມນ້ຳ ຊັ້ນ ເຈົ້າເອີຍ!​ຈັ່ງແມ່ນເຮັດໃຫ້ຂອ້ຍຄິດຮອດບ້ານຢູ່ຫຼວງພະບາງ! ຄິດຮອດຕອນໄປອາບນ້ຳຄານຍາມນ້ອຍ! ໂດດຕົ້ນໝາກຂ້າມແຄມນ້ຳຂອງ! ຄັກແທ້ໆ

ຂີ່ລົດໄປມາ ເມືອຍເລີຍຂໍນັ່ງພັກທີ່ຮ້ານນ້ອຍ ຂ້າງນ້ຳຊັນ ບ່ອນທີ່ນ້ອງສອງສີທີ່ທຸກຄົນໄດ້ຍິນເພງ ນັ້ນລະ!

ນ້ຳຊັນຍາມໃກ້ອັດສະດົງ!

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ໄດ້ມີໂອກາດເດີນທາງໄປໃຕ້ລົງເໜືອຫຼາຍໆຄັ້ງ!​ ແລະ ນີ້ກໍ່ແມ່ນອີກຄັ້ງທີ່ໄດ້ເດີນທາງມາ ເມືອງທ່າແຂກ ແຂວງຄຳມ່ວນ. ທີ່ຈິງຕົນເອງອາດຈະມີຄວາມຜູກພັນກັບດິນແດນແຫ່ງນີ້ ເພາະວ່າ ພໍ່ເຖົ້າເປັນຄົນ ແຂວງນີ້ ແຕ່ວ່າເພີ່ນເປັນທະຫານ ແລະ ໄດ້ຍ້າຍໄປຢູ່ຫຼວງພະບາງ. ເຊິງຕົນເອງກໍ່ແມ່ນຖືວ່າເປັນຄົນ ມືເຊື້ອສາຍ ຄຳມ່ວນ ແລະ ຫຼວງພະບາງກໍ່ວ່າໄດ້. 

ອອກເດີນທາງແຕ່ເຊົ້າໆ ຂອງວັນຈັນທີ່ຜ່ານມາ ຈາກນະຄອນຫຼວງວຽງຈັນ. ອາກາດກໍ່ເປັນໃຈ ສະພາບທ້ອງຟ້າກະຄື້ມໆ ຊົງໆ ຈະມີການທັງເທຂອງນ້ຳຝົນ,​ແຕ່ວ່າກໍ່ບໍ່ມີປະກົດການຝົນຕົກ. ຕາມເສັ້ນທາງຈາກ ນະຄອນຫຼວງວຽງຈັນອອກຕາມເສັ້ນທາງ ເລກທີ 13 ໃຕ້ ກໍ່ຍັງເບົາບາງ ເລື່ອງການສັນຈອນ. ເປົ້າໝາຍປາຍທາງຂອງການເດີນທາງຄັ້ງນີ້ກໍ່ແມ່ນການໄປເຮັດວຽກທີ່ເມືອງທ່າແຂກ. ອອກຈາກວຽງຈັນປະມານ ຊົ່ວໂມງກວ່າໆ ພວກເຮົາກໍ່ເດີນທາງມາໄກສົມຄວນ, ນ້ຳຝົນຍ່ອຍໆ ກໍ່ຕົກມາໃສ່ໜ້າແວ່ນຂອງລົດຕູ້ ທີ່ແລ່ນດ້ວຍຄວາມໄວປະມານ ແປດສິບ ເກົ້າສິບ ກິໂລແມັດຕໍ່ຊົ່ວໂມງ. 

ໃຊ້ເວລາປະມານ ສອງຊົ່ວໂມງກວ່າໆ ພວກເຮົາກໍ່ມາຮອດປາກຊັນ ເມືອງຫຼວງຂອງແຂວງບໍລິຄຳໄຊ. ຍ້ອນຫີວເຂົ້າເລີຍພາກັນ ຈອດກິນເຂົ້າປຽກ ເປັນການປັ້ນອາຫານເຊົ້າ. ເບິ່ງໂມງຕອນນັ້ນກໍ່ປະມານ ແປດໂມງເຄິງ. 

ກິນເຂົ້າປຽກໄກ່ ມີແຮງດີແລ້ວ,​ພວກເຮົາກໍ່ມູ້ງໜ້າໄປທ່າແຂກຕໍ໋. ເສັ້ນທາງ ເລກທີ່ 13 ນີ້ກະຮູ້ສຶກວ່າເປເພສົມຄວນ, ຫຼາຍຊ່ວງແມ່ນກຳລັງກໍ່ສ້າງຄືນ ແລະ ບາງບ່ອນກໍ່ເປເພໜັກ. ມັນອາດຈະໝົດອາຍຸການໃຊ້ງານ ເພາະເສັ້ນທາງ ສາຍນີ້ກໍ່ມີອາຍຸຫຼາຍກວ່າສິບກວ່າປີ ແລ້ວ.

ປະມານ ສີບເອັດໂມງ ສາມສິບ, ລົດຕູ້ພວກເຮົາກໍ່ໄດ້ແລ່ນເຂົ້າເຂດ ເມືອງທ່າແຂກ, ຖ້າຜູ້ໃດຕິດຕາມຂ່າວຄາວ ກໍ່ຈະຮູ້ວ່າ ກ່ອນຮອດເມືອງທ່າແຂກ ປະມານ ສິບກວ່າກິໂລ ແມ່ນຈະໄດ້ເຈີ ທາງຕັດໄປຫາຂວາມິດຕະພາບ ລາວ ໄທ ແຫ່ງທີ່ ສາມ. ເຊິ່ງຫາກໍ່ເປີດໃຊ້ຊ່ວງ ຕົ້ນປີນີ້ ແລະ ນີ້ກໍ່ຖືເປັນອີກສິ່ງອຳນວຍຄວາມສະດວກໜື່ງໃນການສັນຈອນ ສົ່ງສິນຄ້າ ແລະ ໄປມາຫາສູ່ ຂອງປະຊາຊົນສອງປະເທດ ໂດຍສະເພາະ, ໂດຍລວມກໍ່ແມ່ນການເຊື່ອມໂຍງຂອງພາກພື້ນ. 

ມາຮອດຕົວເມືອງທ່າແຂກ ທ້ອງກະເລີ່ມຮ້ອງ ເລີຍພາກັນເຂົ້າທີ່ພັກ ທີ່ໂຮງແຮມ ອິນທິຣາ ທ່າແຂກ, ແລ້ວກໍ່ຈັດການ ສັ່ງອາຫານສວາຍ ທີ່ຮ້ານອາຫານທີ່ໂຮງແຮມ. 

ກິນເຂົ້າເອົາແຮງ ແລ້ວ ກໍ່ເລີມວຽກວັນທຳອິດ ທີ່ທ່າແຂກ (ດຽວຂໍຂ້າມໄປຮອດຕອນແລງເລີຍນໍ້)

ເຮັດວຽກຢ່າງໜັກ ໄປພົບກັບບັນດານັດໝາຍທີ່ໄດ້ວາງແຜນໄວ້, ພໍຮອດຄ້າຍແລງ ກໍ່ໄດ້ເລີຍຕ້ອງໄດ້ສາກແບກເຕີລີ ໂດຍການໄປນັ່ງທີ່ຮ້ານນ້ອຍ ແຄມຂອງທີ່ໃຫ້ບັນຍາກາດຄ້າຍຄຳຍາມແລງ. ນັ້ງກິນເບຍ ກັບປີ້ງເປັດ ແລະ ເລືອດແປງ! ໂອຍ! ຫາຍເມືອຍເລີຍ.

 

ຍົກ ໆໆໆ​ເດີ!

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 7, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 ນອນບໍຫຼັບ! ຫຼາຍຄົນອາດຈະເປັນຄືກັນ ບາງຄັ້ງບາງຄາວ ທີ່ອາດຈະຕື່ນຂຶ້ນມາຕອນເດີກໆ ແລ້ວ ຕາເຈົ້າກຳ ກະບໍ່ຍອມປິດ. ແຕ່ບາງທີ່ຫຼັບຕາແລ້ວ ສະໝອງກະຍັງເຮັດວຽກຢູ່! ອາການນີ້ກະເກີດຂຶ້ນກັບຕົນເອງ ບໍ່ຮູ້ຈະເຮັດຫຍັງກະເລີຍ ມານັ່ງຂຽນເລື້ອຍເປື່ອຍ!! ຮູ້ສຶກວ່າ ມາຮອດ ພາກທີ່  5 ແລ້ວ! 

ເລື້ອຍເປື້ອຍມື້ຄຳຄືນນີ້, ແມ່ນຢາກແບ່ງປັນແນວຄວາມຄິດ ຢູ່ສອງສາມປະເດັນ, ອັນທຳອິດ ຈະເວົ້າກ່ຽວກັບ ການຫາວຽກເຮັດງານທຳ, ແລະ ອັນທີ່ສອງ ກະຈະແມ່ນການແບ່ງປັນ ບໍ່ວ່າຈະເປັນຄວາມຮູ້ ຫຼື ປະສົບການ ເຊິ່ງຄິດວ່າອາດຈະເປັນ ສິ່ງເລັກໆ ນ້ອຍໆ ທີ່ເພື່ອນໆ ສາມາດຮຽນຮູ້ນຳກັນ.

ເອົາລະ ຂໍເຂົ້າປະເດັນເລື່ອງ ການຫາວຽກເຮັດງານທຳ. ຫຼາຍຄົນອາດຈະກຳລັງຊອກຫາວຽກເຮັດ ໂດຍສະເພາະ ກໍ່ແມ່ນນັກສຶກສາ ທີຈົບໃໝ່, ຄົນຫວ່າງງານ ຫຼື ອາດຈະແມ່ນແຕ່ ຄົນທີ່ກຳລັງຈະຊອກຫາປະສົບການອັນໃໝ່ ເວົ້າງ່າຍໆ ຢາກປ່ຽນວຽກ. ສະເພາະຄົນທີ່ຍັງບໍ່ເຄີຍເຮັດວຽກ ກະອາດຈະມີຂໍເສຍປຽບເວລາທີ່ຈະໄປສະໝັກວຽກຫາງານ ເພາະສ່ວນໃຫຍ່ແລ້ວ ຕາມໃບປະກາດ ມັກຂຽນໄວ້ວ່າ ຖ້າມີປະສົບການຈະພິຈາລະນາເປັນພິເສດ! ຫຼື ຕ້ອງມີປະສົບການຢ່າງໜ້ອຍ ເທົ່ານັ້ນເທົ່ານີ້ປີ! ນັກສຶກສາຈົບໃໝ່ໆ ອ່ານມາຮອດເງື່ອນໄຂຂໍ້ນີ້ ຫຼາຍຄົນກະທໍ້ໃຈ ແລະ ຄິດວ່າການຫາວຽກງານນີ້ຈັ່ງແມ່ນມັນຍາກ ອີຫຼີ! ເອົາລະ ແລ້ວຈະເຮັດແນວໃດຈະໄດ້ວຽກ? ກ່ອນອື່ນ ຄິດວ່າຕ້ອງຖ້າມຕົວເຈົ້າຂອງເອງສາກ່ອນວ່າ ເຮົາມັກ ແລະ ຮັກ ທີ່ຈະເຮັດວຽກງານນັ້ນບໍ່? ແລະ ຈະຄິດວ່າເຮັດໄດ້ດົນປານໃດ? ສິ່ງທີ່ຕົນເອງຢາກນຳມາແລກປ່ຽນ ກໍ່ແມ່ນວ່າ ເຮົາຕ້ອງຫາວິທີການຕະຫຼາດ ເພື່ອເປັນຈຸດຂາຍ ຫຼື ໃຫ້ນາຍຈ້າງຮັບຮູ້ວ່າ ເຮົາສາມາດເຮັດວຽກນີ້ໄດ້ ແລະ ເຮົາມີດີ ຄວນຄ່າທີ່ນາຍຈ້າງ ໜ້າຈະລອງຮັບໄປພິຈາລະນາ! ເອົາລະແລ້ວເຮົາຈະກຽມຕົວຄືແນວໃດ

ຕາມປະເພນີ, ການສະໝັກງານຈະມີຫຼາຍຂັ້ນຕອນ, ກະເລີ່ມແຕ່ ການສົ່ງໃບສະໝັກ, ເຂົ້າໄປຮອບເສັງ, ເຂົ້າໄປສຳພາດ, ລອງວຽກ ແລ້ວຈິ່ງໄດ້ວຽກຖາວອນ (ໄລຍະຍາວ). ເຮັດຈັ່ງໃດ ບໍ່ມີປະສົບການ ສົ່ງຊິວະປະຫວັດໄປ ເຂົ້າກະໂຍນເຂົ້າຖັງຂີ້ເຫຍື້ອແລ້ວ! ຈະແກ້ໄຂຈັ່ງໃດ! ກ່ອນອື່ນຕ້ອງຂຽນ ຊີວະປະຫວັດໃຫ້ມີຄວາມໜ້າສົນໃຈ, ມີຄວາມຖືກຕ້ອງ ແຕ່ກະຕ້ອງ ແຕ່ງເຕີມສີສັນ ໃຫ້ມັນເຂົ້າກັບວຽກ ທີ່ເຮົາຈະສະໝັກ! ການແຕ່ງເຕີມ ບໍ່ແມ່ນຈະໄປຕົວະ ເລື່ອງການຮຽນ ຫຼື ສິ່ງທີ່ມັນຜິດກົດໝາຍເດີ! ສິ່ງທີ່ຢາກໃຫ້ແຕ່ງເຕີມນັ້ນ ແມ່ນການບອກໃຫ້ນາຍຈ້າງຮູ້ວ່າ ເຮົາສາມາດເຮັດວຽກ ດັ່ງກ່າວໄດ້ ໂດຍການບອກໃຫ້ແຈ້ງປະໂລດ ໃນຊີວະປະຫວັດ ວ່າເຮົາມີດີແນວໃດ? ບາງຄົນກະຍັງ ຄາໃຈອີກແລ້ວ ອັນເລື່ອງປະສົບການ!! ເຮົາສາມາດເອົາທຸກຢ່າງ ມາເປັນປະສົບການ! ສະນັ້ນ, ສິ່ງໃດກະຢ່າທີ່ເອີ້ນວ່າການເຮັດວຽກ ອາດຈະເປັນທາງການ ບໍ່ເປັນທາງການ ເຮົາກໍ່ສາມາດທີ່ຈະ ນຳມາຂຽນລົງຊີວະປະຫວັດ ສະໝັກງານວ່າເປັນປະສົບການ! ນັກຮຽນ ເດ! ອັນໃດ ທີ່ເຮົາຈະສາມາດ ມາເປັນປະສົບການ! ເພາະນັກຮຽນດຽວນີ້ ແມ່ນສ່ວນຫຼາຍ ຮຽນຫຼາຍໂພດ, ຮຽນແຕ່ເຊົ້າຮອດຄ່ຳ! ວັນເສົາອາທິດ ກະບໍ່ພັກ ແລ້ວຈະມີເວລາໃດ ຊອກຫາປະສົບການຕ້ອງຮຽນ!!! ສະນັ້ນ, ເຮົາຕ້ອງຮູ້ຈັກ ການບໍລິຫານເວລາ ວ່າຊ່ວງປະໃດ ຄວນຈະຫາໂອກາດໄດ້ເຮັດວຽກ ຕົວຈິ່ງແດ່! ທີ່ຈິ່ງ ຖ້າຢູ່ປີ ສາມ ປີ ສີ່ຂອງລະດັບ ມະຫາໄລ ເພີນກໍ່ຈະມີພາກບັງຄັບໃນການລົງໄປເຮັດວຽກ!! ແຕ່ວ່າ ເຮົາຕ້ອງມີຄວາມກະຕືລືລົ້ນ ຫຼາຍກວ່ານັ້ນ ເພາະການຫາປະສົບການແມ່ນ ມີຫຼາກຫຼາຍ! ຈະຍົກຕົວຢ່າງງ່າຍໆ ຖ້າພໍ່ແມ່ເປັນຊາວຄ້າຂາຍ, ການທີ່ເຮົາໄປຊ່ວຍພໍ່ແມ່ນຄ້າຂາຍ ຮຽນຮູ້ການຕະຫຼາດ ອັນນີ້ກະສາມາດມາເປັນປະສົບການ, ການເຮັດວຽກອາສາສະໝັກ ໃຫ້ກັບອົງການພັດທະນາ ຈະເປັນວຽກພັດທະນາໄວໜຸ່ມ ຫຼື ວຽກສັງຄົມສົງເຄາະ ອັນນີ້ກະສາມາດນຳມາເປັນປະສົບການ. ການຊ່ວຍໂຮງຮຽນ ຈັດງານນັ້ນງານນີ້ ທັດສະນະສຶກສາ ໄປຊ່ວຍວຽກສັງຄົມ ຕາມງານຕ່າງໆ​ອັນນີ້ກະແມ່ນປະສົບການລ້ວນໆ.

ເວົ້າໃຫ້ເຂົ້າໃຈງ່າຍໆ ກະແມ່ນວ່າ ປະສົບການຮຽນຮູ້ໄດ້ທຸກແຫ່ງຫົນ, ບໍ່ແມ່ນຈະມີຢູ່ແຕ່ຫ້ອງລ້າຫ້ອງການ ຫຼື ນຳອົງການຈັດຕັ້ງທີ່ເປັນທາງການ.

ຜ່ານເຂົ້າຮອບເສັງ, ອັນນີ້ສຳຄັນຫຼາຍ ການເສັງກະແລ້ວແຕ່ ບາງວຽກກະບໍ່ມີ ສະນັ້ນ ຕ້ອງກຽມໃຫ້ພ້ອມ. ຖ້າບໍ່ເຂົ້າໃຈ ຕ້ອງຊອກຖາມຄົນທີ່ເຄີຍເຮັດວຽກ ເພາະວ່າ ບໍ່ມີຫຍັງເປັນສິ່ງໃໝ່ໆ ດ໋ອກ! ຕ້ອງມີຄົນທີ່ເຄີຍເຮັດວຽກງານດັ່ງກ່າວ ຫຼື ຢ່າງໜ້ອຍຕ້ອງມີວຽກທີ່ຄ້າຍຄືກັນ! ຖາມໝູ່ເພື່ອນ ອ້າຍເອື້ອຍນ້ອງ ຫຼື ສົ່ງອີເມວ ມາຫາຂ້າພະເຈົ້າກະໄດ້! ຍິນດີຈະໃຫ້ຄຳແນະນຳ. ສະນັ້ນ ການກຽມຕົວໃຫ້ພ້ອມເພື່ອນໄປເສັງເຂົ້າວຽກຕ້ອງສຳຄັນ

ບາດນີ້ມາຮອດຮອບສຳພາດ, ຄົນເກັ່ງໆ ຫຼາຍຄົນມັກຈະພາດຢູ່ບ່ອນນີ້ ຍ້ອນວ່າເວົ້າບໍ່ເກັ່ງ ຫຼື ບໍ່ສາມາດດືງເອົາຄວາມສາມາດອອກມາໃຫ້ນາຍຈ້າງເຫັນ! ບາງຄົນກະອາຍ, ເຂົ້າໄປນັ່ງຢູ່ໂຕະສຳພາດ ຂາກະເລີ່ມສັ່ນ! ຖ້າຕ້ອງໄດ້ສຳພາດເປັນພາສາອັງກິດ ກະເວົ້າຈົນເຫື່ອອອກ ເພາະຢ້ານຜິດຢ້ານຖືກ, ຟັງສຳນຽງພາສາອັງກິດ ກະງົງ ໂອຍ! ແລ້ວຈະແກ້ໄຂແນວໃດດີ! ແນ່ນອນ! ຄວາມໝັ້ນໃຈມາກ່ອນເດີ! ຖ້າຍັງບໍ່ໝັ້ນໃຈ ກະເສຍຫາຍຢ່າງໃຫຍ່! ເພາະໝັ້ນໃຈວ່າ ເວລາເຮົາຍ່າງບາດກ້າວເຂົ້າໄປສຳພາດ. ຜູ້ທີ່ສຳພາດເຮົາແມ່ນຢາກເຫັນຄົນທີ່ມີຄວາມໝັ້ນໃຈ, ມີພະລັງ ແລະ ກະຕືລືລົ້ນ ຢາກຈະໄດ້ເຮັດວຽກນັ້ນແທ້ໆ. ບໍ່ແມ່ນຍ່າງເຂົ້າໄປນັ່ງປັບ, ສັ່ນໆ ນ້ຳຖ້ວມປາກ ອັນນີ້ກະບໍ່ໄດ້ເດີ. ສິ່ງສຳຄັນອີກອັນ ທີ່ຕ້ອງໄດ້ກະກຽມເວລາເຂົ້າສຳພາດ ຕ້ອງຫາຂໍ້ມູນ ກ່ຽວກັບນາຍຈ້າງໃຫ້ລະອຽດ ເຊັ່ນວ່າຂໍ້ມູນປະຫວັດຂອງບໍລິສັດ, ວຽກງານຂອງບໍລິສັດ ແລະ ສຳຄັນຂໍມູນກ່ຽວກັບວຽກທີ່ຕົນເອງສະໝັກ. ການກະກຽມຄຳຕອບໃນການສຳພາດນັ້ນຕ້ອງເປັນຄຳຕອບທີ່ບໍ່ສັ້ນແລະບໍ່ຍາວແບບນ້ຳຖ້ວມທົ່ງເກີນໄປ. ເພາະການສຳພາດ ຢ່າງດົນທີ່ສຸດ ກະບໍ່ກາຍ 1 ຊົ່ວໂມງ. ສະນັ້ນ, ຕ້ອງຕອບແບບເດັດໄປເລີຍ!​ ຍົກຕົວຢ່າງ: ເພີ່ນຖາມວ່ານ້ອງເຄີຍມີປະສົບການເລື່ອງການຕະຫຼາດບໍ່? ການຕອບບໍ່ແມ່ນຈະຕອບວ່າ ມີ ຫຼື ວ່າບໍ່ມີ ລະກະມິດ! ຕົວຢ່າງ ຖ້າວ່າບໍ່ມີ ຕ້ອງອະທິບາຍເສີມເຂົ້າໄປວ່າ ແມ່ນຢູ່ວ່າບໍ່ມີປະສົບການໂດຍກົ່ງໃນວຽກງານດັ່ງກ່າວ, ແຕ່ຕົ້ນເອງກໍ່ໄດ້ມີການຮຽນຮູ້ ແລະ ບາງວຽກງານທີ່ເຄີຍປະສົບການຜ່ານມາ ກໍ່ສາມາດນຳມາຜັນຂະຫຍາຍ ແລະ ນຳໃຊ້ໃນວຽກງານການຕະຫຼາດ. ອັນນີ້ກະເປັນວິຕອບໃຫ້ມີຄວາມປະທັບໃຈ. ຖ້າຕອບວ່າມີ ກະຕ້ອງແຮງໄດ້ອ້າງອອກມາໃຫ້ດີ້ ວ່າມີອັນໃດແດ່ ທີ່ເປັນວຽກງານການຕະຫຼາດທີ່ຖືວ່າເປັນປະສົບການຂອງຕົນ. ເອົາລະປະເດັນຊອກວຽກຫາງານ ກະຊິໄດ້ພໍທໍນີ້, ຖ້າໃຜຄິດຢາກຫາແຫຼ່ງຂໍ້ມູນເພື່ອຊອກວຽກ ກະມີກຸ່ມຂອງເຟສບຸກທີສາມາດ ເຂົ້າໄປຕິດຕາມບາງທີ່ອາດຈະເຫັນປະກາດວຽກທີ່ຕົນເອງຊອກຫາ. ເຂົ້າໄປທີ່ http://www.facebook.com/groups/jobpool/ ຫຼື http://www.facebook.com/groups/careerindevelopment/  .

ບາດນີ້ຈະມາເວົ້າປະເດັນທີສອງ ທີ່ຈະກະເວົ້າມາແດ່ໜ້ອຍໜື່ງຂ້າງເທິງ! ເພາະການແບ່ງປັນ ຖືເປັນສິ່ງສຳຄັນ ທີ່ຄົນໃນສັງຄົມຕ້ອງໄດ້ມີສ່ວນຊ່ວຍເຫຼືອເຊິ່ງກັນແລະກັນ. ເປັນສິ່ງທີ່ຈະຊ່ວຍໃຫ້ສັງຄົມມີການຜູກພັນ ແລະ ມີໄມຕີຈິດ ມິດສະຫາຍທີດີຕໍ່ກັນ. ສະນັ້ນ, ຖ້າຜູ້ໃດຂີິຖີ່ ມັກຈະບໍ່ຄ່ອຍມີໝູ່ມີເພື່ອນ!! ອັນນີ້ກະບໍ່ຄັກປານໃດ. ສິ່ງທີ່ຢາກເອົາມາແບ່ງປັນ ກັບເພື່ອນໆ ໃນເລື່ອຍເປື່ອຍ 5 ນີ້ກໍ່ຈະແມ່ນ ການແບ່ງປັນຄວາມຮູ້ ແລະ ປະສົບການ. ຕົນເອງຄິດຮອດຕອນສະໄໝຮຽນຈົບມັດທະຍົມ ແຕ່ຊ່ວງປີ 2001, ຈົບ ມ6 ຕອນນັ້ນ ບໍ່ມີໂອກາດທີ່ຈະໄດ້ໂອ້ລົມ, ຮຽນຮູ້ ຫຼື ໄດ້ຮັບການແບ່ງປັນຈາກບຸກຄົນທີ່ມີປະສົບການ. ກະເລີຍຄິດວ່າ ສິ່ງນີ້ເປັນສິ່ງທີ່ຂາດຫາຍ ໃນການຮຽນຮູ້ ແລະ ເປັນສິ່ງທີ່ນັກຮຽນ ທີ່ຢູ່ໃນຊ່ວງຫົວລ້ຽວຫົວຕໍ່ ວ່າຈະໄປຮຽນຕໍ່ສາຍວິຊາຊີບຫຍັງ? ຮຽນຢູ່ໃສ? ແລະ ຮຽນຈົບແລ້ວ ຈະໄດ້ວຽກຫຍັງ ແລະ ຫຼາຍໆ ຂໍ້ຂ້ອງໃຈ ທີ່ຍັງຂາດການແບ່ງປັນ. ດັ່ງນັ້ນ, ຕົນເອງຈິງຄິດວ່າ ຜູ້ທີ່ມີຄວາມຮູ້ ມີປະສົບການ, ຢ່າສູ່ເປັນຄົນຂີ້ຖີ່. ຈົ່ງສ້າງໃຫ້ການເປັນຜູ້ໃຫ້ ແລະ ແບ່ງປັນ. ເຮົາຈະໄດ້ຫຍັງແດ່ຈາກການແບ່ງປັນ, ຖ້າເວົ້າຕາມສາສະໜາພຸດ ທຳອິດກະຊິແມ່ນໄດ້ບຸນ ຫັ້ນລະ! ແຕ່ທີ່ມັນລຶກຊຶ້ງໄປກວ່ານັ້ນ ເຮົາສາມາດຊ່ວຍເຫຼືອຄົນໃຫ້ມີ ມູມມອງ ມີຄວາມຄິດ ມີວິໄສທັດ ແລະ ມີຕົວເລືອກ. ຍົກຕົວຢ່າງ ນັກຮຽນສະໄໝນີ້ເຮີ ກັນຮຽນ ເສດຖະສາດ, ພາສາອັງກິດ ແລະ ການທະນາຄານ! ໄປຖາມໂລດ ທົ່ວປະເທດລາວ ຖ້າຫາກມີສາມວິຊານີ້ ໂຮງຮຽນດັ່ງກ່າວຈະມີນັກຮຽນເຕັມ ແຕ່ພາກເຊົ້າຮອດພາກຄ່ຳ. ເປັນຫຍັງຕ້ອງຮຽນເສດຖະສາດ, ຮຽນແລ້ວ ຈະເຮັດວຽກຫຍັງໄດ້ແດ່? ອັນນີ້, ຫຼາຍຄົນກະຍັງງົງ, ບາງຄົນກະຕອບວ່າ ຮຽນໄປຕາມຂະບວນ! ບາງຄົນກະວ່າ ພໍ່ແມ່ຢາກໃຫ້ເຮັດວຽກທະນາຄານ. ໂອຍ! ຟັງແລ້ວມັນກະແປ໋ກ!

ເພາະສະນັ້ນແລະ, ຍ້ອນເຮົາຍັງຂາດການແບ່ງປັນ ການເຂົ້າຫາຂໍ້ມູນ ການເຂົ້າໃຈ ສະພາບຂອງຄວາມຕ້ອງການທາງດ້ານແຮງງານ, ຂາດການວິເຄາະ ວ່າອີກຫ້າປີຂ້າງໜ້າວຽກງານໃດຈະເປັນທີ່ຕ້ອງການ! ຈິ່ງເຮັດໃຫ້ ການຜະລິດ ຊັບພະຍາກອນມະນຸດ ບໍ່ແທດເໝາະກັບຄວາມຕ້ອງການ. ເອົາງ່າຍໆ! ປະເທດລາວ ຂາດວິຊາການທາງດ້ານ ທໍລະນີວິທະຍາ, ບໍ່ແຮ່, ຄຸ້ມຄອງໄພພິບັດ, ເລື່ອງສິ່ງແວດລ້ອມ, ພັດທະນາສັງຄົມ. ວຽກງານເຫຼົ່ານີ້ ເປັນວຽກທີ່ໃຫ້ເງິນເດືອນດີ! ແລະ ອົງການຈັດຕ້ັງສາກົນຫຼາຍບ່ອນ ກະຕ້ອງການ ແຕ່ກະບໍ່ຄ່ອຍມີນັກຮຽນຫຼາຍຄົນໃຫ້ຄວາມສົນໃຈ ສຶກສາຮຽນຮູ້. ວຽກງານ ຜູ້ຈັດຈ້າງຈັດຊື້, ຫຼາຍໆໂຄງການຊອກຫາທີ່ປືກສາ ກະຕ້ອງໄດປະກາດ ສອງສາມຄັ້ງກ່ອນຈະໄດ້! ສະນັ້ນ, ນັກຮຽນທຸກຄົນຕ້ອງໄດ້ ພັດທະນາຕົນເອງໃຈການເຂົ້າຫາຂໍມູນ.

ເອົາລະຂຽນມາກະຍາວເຕີບແລ້ວ, ໃນເດືອນກຸມພາ ປີ 2012, ຕົນເອງແລະໝູ່ເພື່ອນຈະຈັດຕ້ັງກິດຈະກຳ ເພື່ອການແບ່ງປັນ ເປັນໂຄງການທົດລອງ ທີ່ຈະຈັດຢູ່ໂຮງຮຽນມັດທະຍົມ ສົມບູນສັນຕິພາບ ຊ່ວງວັນທີ່ 24-25 ກຸມພາ 2012. ຖ້າໃຜສົນໃຈກະເຂົ້າໄປອ່ານລາຍລະອຽດ ທີ່ http://www.facebook.com/groups/Santiphab.Alumni/ ຫຼື https://docs.google.com/viewer?a=v&pid=explorer&chrome=true&srcid=0B1E_P96uonk0NGViMjBkNTQtOWU5NS00ZThlLTkzMmUtNTQ2OTA5NmM0YWZj&hl=en

 

 ເອົາລະ! ຂໍປິດທ້າຍ ເລື້ອຍເປື້ອຍ 5 ດ້ວຍຄຳຄົມນີ້ເດີ!

ນົກບໍ່ມີຂົນ, ຄົນຂາດການສຶກສາ ບໍ່ອາດບິນຂຶ້ນທີ່ສູງໄດ້!

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ບ່ໄດ້ມີໂອກາດຂຽນ ເລືອງການເດີນທາງດົນສົມຄວນ ເພາະ ຄານັ້ນຄານີ້.... ພໍດີ ນັ່ງຖ້າຢູ່ໂຮງແຮມ ຄອຍຖ້າອອກໄປປະຊຸມ ເລີຍວ່າຂໍຂຽນເລື່ອງການເດີນທາງມາເຮັດວຽກຄຳມ່ວນໃຫ້ເພື່ອນໆ!!!

 

ໄປນຳກັບຄັ້ງນີ້ກະສອງສາມຄົນ!!! ອອກເດີນທາງຕອນບ່າຍ ວັນທີ່ 18 ກັນຍາ 2011 ກະວ່າຈະໃຫ້ຮອດທ່າແຂກປະມານ ສີ່ ຫຼື ຫ້າໂມງແລງ. ເພື່ອວ່າຈະໄດ້ມີເວລາ ນັ່ງກິນປີ້ງເປັດ ແຄມນຳຂອງ!! ອາກາດ ກໍ່ຂ້ອນຂ້າງເປັນໃຈ ບໍ່ມີຝົນ ແມ້ວ່າ ຟ້າຈະສີຄື້ມ!!! ຂີ່ລົດອອກຈາກຕົວເມືອງວຽງຈັນ ໃນວັນອາທິດ ກະບໍ່ແອອັດປານໃດ ຫຼາຍຄົນຄືຈະພາກັນອອກໄປທ່ຽວ ນອກເມືອງ ເພື່ອເປັນການພັກຜ່ອນ ແລະ ດູດດືມເອົາອາກາດສົດ! ເພາະວ່າໃນຕົວເມືອງວຽງຈັນນີ້ ອາກາດບໍ່ຄ່ອຍສົດປານໃດ ລົດລາກະຫຼາຍ!!! ເວົ້າມາລະກະບໍ່ຮູ້ວ່າຈະເຮັດແນວໃດ! ກະຄິດວ່າຫຼາຍຄົນອາດຈະມີຄວາມຮູ້ສຶກດຽວກັນ.

ລົດແລ່ນຜ່ານສາມແຍກດອນໜູນໄປຕາມສາຍທາງ ເລກທີ່ 13 ໃຕ້, ກ່ອນຈະຮອດ ສະໜາມກິລາ, ລົດພວກເຮົາກໍ່ເກີດມີອາການແປກໆ ມີສຽງດັ່ງອີດໆໆໆໆໆໆໆ ແຮງຂຶ້ນ, ຈຳຕ້ອງໄດ້ຈອດເພືອກວດກາ, ຈິ່ງພົບບັນຫາວ່າ ລະບົບເບກໜ໊າ ຂັດຂ້ອງ ແລະ ຖ້າຈະສ່ຽງຂີ່ລົດຄັນນີ້ໄປກະຄືຈະບໍ່ປອດໄພ. ທີມງານກໍເລີຍຕັດສິນໃຈ ກັບໄປຫ້ອງການປ່ຽນລົດ ເພື່ອໝັ້ນໃຈກວ່າ. ເປັນອັນວ່າ ທີ່ໃຊ້ເວລາຂີ່ອອກມາ 20 ນາທີ ກະຕ້ອງຂີ່ກັບຫ້ອງການອີກ 20 ນາທີ. ເປັນອັນວ່າພວກເຮົາເສຍເວລາໃນການເດີນທາງ ຊົ່ວມງກວາໆໆ.

 

ໄດ້ລົດຄັນໃໝ່!! ກໍ່ເລີ່ມລຸຍຕໍ່!! ຕາມເສັ້ນທາງເລກທີ່ 13 ໃຕ້, ລຽບແຄມແມ່ນ້ຳຂອງ ປະກົດວ່າ ຫຼາຍໆບ່ອນແມ່ນນ້ຳຍື່ງຂຶ້ນ, ເພາະວ່າຊ່ວງນີ້ຝົນຕົກໜັກ ທົວປະເທດກະວ່າໄດ໋!!! ທົງນາຫຼາຍບ່ອນກະນ້ຳຖ້ວມ, ແຕ່ອ່າວໄຄທີ່ວ່າ ນາໆ ຫຼາຍໆ ບ່ອນຕົ້ນເຂົ້າກໍ່ສູງວິດນ້ຳ, ແຕ່ວ່າບາງບ່ອນ ກະເປັນຕາອີຕົນຊາວນາ ເພາະວ່າ ທົງນາກາຍເປັນສະລອຍນ້ຳໄປໝົດ!

ຂີ່ລົດຜ່ານປາກຊັນ ເຂົ້າສູ່ປາກກະດິງ ມູ້ງໜ້າ ສູ່ຕົວເມືອງທ່າແຂກ, ປະກົດວ່ານ້ຳຖ້ວມຫຼາຍໆ ບ່ອນ!! ໂຮງຮຽນແຄມທາງ ແລະ ເຮືອນຊານແມ່ນ ນ້ຳຖ້ວມປະມານ ເຄິ່ງແມັດ ຫາ ແມັດ ກວ່າໆໆ!!!

ຕາມສັງເກດລະດູການປີນີ້ ກະເຫັນວ່າມີອັນປ່ຽນແປງຫຼາຍອັນ! ບໍ່ວ່າຈະເປັນການມາໄວ ຂອງຝົນ ແລະ ປະລິມານນ້ຳຝົນທີ່ຕົກຫຼາຍ ແລະ ສຳຄັນ ຕົກດົນ!!! ອັນນີ້ກະຄືຊີແມ່ນຜົນຂອງການປ່ຽນແປງຂອງດິນຟ້າອາກາດ.

ປີ້ນີ້ ບ່ານເຮົາກະມີພາຍຸເຂົ້າ ຊ່ວງເດືອນຫົກ ຊື່ວ່າພາຍຸ ໄຮ່ມາ ແລະ ຊ່ວງເດືອນແປດ ພາຍຸນົກເຕັນກະເຂົ້າມາກະໜ່ຳອີກ!! ຖືໄດ້ວ່າປີນີ້ ທົ່ວປະເທດລາວໄດ້ຮັບຜົນກະທົບໜັກຈາກໄພນ້ຳຖ້ວມ, ດິນເຈື່ອນ ແລະ ນ້ຳປ່າ!!! ເຮັດໃຫ້ບາງເຂດກໍ່ມີຄົນ ແລະ ສັດສາວາສິ່ງຕາຍ ແລະ ສູນຫາຍ.

ປະມານ ຫົກໂມງຍັງ ພວກເຮົາກໍ່ແລ່ນເຂົ້າເຂດຕົວເມືອງທ່າແຂກ!!! ການກໍ່ສ້າງຂົວມິດຕະພາບລາວໄທແຫ່ງທີ່ສາມ ກະເຫັນວ່າສຳເລັດເປັນສ່ວນຫຼາຍ ຍັງແຕ່ການຕົກແຕ່ງສະຖານີ ແລະ ບ່ອນກວດກາຄົນເຂົ້າ ອອກ ເມືອງ. ເພີນວ່າງແຜນໄວ້ວ່າ ເວລາ 11 ໂມງ 11 ນາທີ 11 ວິນາທີ 11 ລິບດາ ຂອງວັນທີ່ 11 ເດືອນ 11 ປີ 2011 ຈະເປັນມື້ເປີດການນຳໃຊ້ຂົວຢ່າງເປັນທາງການ!!! ກະເປັນຖືເປັນມືແປກປະຫຼາດທີ່ມີ ເລກ 11​ຫຼາຍໂຕ!!! ແຕ່ກບໍ່ມີຫຍັງພິເສດດ໋ອກ ມັນກະເປັນພຽງນຳເບີ!!!

ມາຮອດ ຕົວເມືອງທ່າແຂກ ກະຫົກໂມງປາຍສິບຫ້າ, ຟ້າກະເລີມສະຫຼົວ ມືດລົງເມື່ອດວງຕາເວັນໄດ້ລາຂອບຟ້າໄປ, ແຕ່ວ່າບັນຍາກາດແຄມຂອງຂອງຕົວເມືອງທ່າແຂກກໍ່ແມ່ນເລີ່ມມີຊີວິດຊີວາ...

ເປັນອັນວ່າ, ພວກເຮົາກໍ່ຕ້ອງຮີບເຂົ້າທີ່ພັກ ເພື່ອຈະໄດ້ອອກໄປຊອກກິນເຂົ້າແລງ!!!

ດຽວມື້ນີ້ ຈະໄດ້ອອກໄປ ເມືອງເຂດນອກ! ຈັ່ງໃດກໍ່ຈະເອົາເລື່ອງລາວມາເລົ່າສຸ່ຟັງເດີ!!!

 

ນ້ຳຖ້ວມໂຮງຮຽນ

 

 

ຝົນຕົກຕອນຮູ່ງເຊົ້າທີ່ທ່າແຂກ

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ພາຍຸນົກເຕັນ!!! ປະຊາຊົນມ່ວນຊືນຫາປາ

ໄດ້ພັກຜ່ອນເອົາແຮງ! ແຕ່ພະເອີນ! ວັນອາທິດມີຮຽນ ກະເລີຍວ່າ ຕ້ອງໄດ້ໄປຮຽນຊ່ວງພາກເຊົ້າ ພໍບໍ່ໃຫ້ອາຈານຕັດຄະແນນເພາະຂາດຮຽນຫຼາຍ!!! ອອກຈາກບ້ານປະມານ ເຈັດໂມງເຄິ່ງເພາະໂຮງຮຽນເຂົ້າ 8ໂມງ!! ມູ້ງໜ້າໄປທາງໂພນຕ້ອງສູ່ດົງໂດກ!!! ຈັ່ງແມ່ນຝົນກະຕົກບໍ່ເຊົາ!! ພໍຂີ່ລົດຜ່ານສີ່ແຍກໄຟແດງ ກາຍທາງຕັດຜ່ານຮ້ານເບຍສາຍໃຈ!! ກະຮູ້ສຶກວ່າເຫັນຄົນພາກັນຂີ່ລົດກັບເປັນແຖວ ກະເລີຍສົງໄສວ່າ ເປັນຫຍັງ!!! ພໍເຂົ້າໄປໃກ້ໆ ຈິງຮູ້ວ່ານ້ຳຖ້ວມເຕັມທາງ!! ຍ້ອນຄວາມຈອງຫອງລອງດີ! ຕົນເອງກະຍັງໝົ້ນໄປຢູ່!​ຄິດວ່າຂີ່ໄປຕາມທາງຍ່າງ ຄືຈະໄດ້!!! ລົດຈັກໂຕເອງພັດວ່າຕີນຕ່ຳແດ່ ແລະ ເປັນເກຍ ໂອໂຕ!!! ພໍຂີ່ໄປໄດ້ໄລຍະໜຶ່ງນ້ຳຖ້ວມຈັກ ດັບຄາກາງແມ່ນ້ຳເລີຍ!! ຈັກຊິຟ້າວປົດເກີບ, ຍົກຖົງປຶ້ມ ແລ້ວລົງຍູ້ລົດເຂົ້າຝັ່ງ!! ໂອຍພໍຮອດບ່ອນເທິງ ປະກົດວ່າ ປຽກໝົດ! ແຕ່ກະບໍ່ເປັນຫຍັງ!!! ໄຄແຕ່ລົດມັນຍັງສາມາດຕິດໄດ້! ກະເລີຍນຸ່ງໂສ້ງປຽກ ໄປຮຽນ!!! ບໍ່ຫຼາຍເລື້ອງ ແວະຊື້ໂສງຢູ່ຮ້ານຂ້າງໂຮງຮຽນ!!! ມັນຄິວແດ່ຈັກໜ້ອຍກະຢ່າ!! ດຽວນຸ່ງເຄື່ອງປຽກຈະເປັນເຫຼີນ!!!

ພາຍຫຼັເລີກຮຽນ,​ກະເລີ່ມກຽມການເດີນທາງໄປສູ່ແຂວງວຽງຈັນ ເພື່ອໄປເຮັດວຽກຕໍ່!! ອອກຈາກນະຄອນຫຼວງກະປະມານ ຫ້າໂມງປາຍ!! ໄປຕາມເສັ້ນທາງທ່າງ່ອນ!!! ພໍວິດຈາກສີ່ແຍກທາງຕັດໃໝ່ 450 ປີ ຫຼື ທາງດົງໂດກ!! ກະເຫັນວ່າສອງຝາກທາງມີນ້ຳຫົ້ງເຕັມໄປໝົດ!! ສົງໄສແມ່ນຜົນຈາກພາຍຸນົກເຕັນມື້ຄືນນີ້!

ຂີ່ລົດກາຍວົງວຽງດອນໜູນໄປທາງດອນຕິ້ວ!! ບ່ອນນີ້ປານວ່າແມ່ນບຸນ!! ປະຊາຊົນພາກັນມາຕົກແຫ ແຖມອງ ໃສກະດຸ້ງຕາມເສັ້ນທາງເລີຍ! ເພາະວ່ານ້ຳຖ້ວມໝົດ!!! ຈັ່ງແມ່ນເປັນຕາມ່ວນອີຫຼີ!!

ຂີ່ຜ່ານໄປຕາມທາງກາຍທ່າຂົວທ່າງ່ອນ!! ກະພາກັນແວະຊື່ໝາກຂຽບ ເພາະຮູ້ສຶກຫີວໆ!!! ເປັນໝາກຂຽບຈັ່ງແມ່ນແຊບຊ້ອຍ!!

ຕາມເສັ້ນທາງໄປເມືອງທຸລະຄົມ ຮອດບ້ານເກີນ!! ກະຈັ່ງເປັນຕາອີຕົນ ປະຊາຊົນ!! ເພາະວ່າໄຮ່ນາຮົ້ວສວນແມ່ນຖ້ວມໝົດ!!! ຄັນຜູ້ໃດມີໜອງປາ ກະຄືຊິໄດ້ແຕ່ເບິ່ງປາອອກມາລອຍຫຼີ້ນ!!! ນ້ຳມາແຮງ ແລະ ໄຫຼຖ້ວມທາງ ເຊິ່ງວ່າຕາມໂອ້ລົມກັບຊາວບ້ານ ມື້ນີ້ເປັນຄັ້ງທີ່ສອງທີ່ນ້ຳໄຫຼສູງຖ້ວມແນວນີ້!!!

ແຕ່ວ່າສັ່ງເກດເຫັນທຸລະກິດຮ້ານເບຍແຄມທາງຮ້ານໜຶ່ງແມ່ນຍັງມີຄວາມສຸກ ແລະ ສາມາດເປີດຮ້ານຂາຍເບຍເສີຍ!!! ທັ່ງໆ ທີ່ວ່ານ້ຳໄດ້ໄຫຼອ້ອມໝົດແລ້ວ!!! ເອີ!!! ຈັ່ງແມ່ນຂະເຈົ້າມີຄວາມສຸກ!!!

ບົດນີ້ຈະບໍ່ຂຽນຫຼາຍປານໃດ! ແຕ່ໃຫ້ໄປເບິ່ງວິດີໂອເອົາເດີ! ກົດເຂົ້ານີ້

 

ອົດສາຕິດຕາມພາກ 6 ແດ່ເດີ!!

 

ນໍ້າຖ້ວມທາງຂຶ້ນຄ້ອຍໂພນຕ້ອງ

 

ຫາປາກາງຫົນທາງ

 

ຊາວບ້ານພາກັນຫອບເຄື່ອງໜີນ້ຳ

 

ນ້ຳຊິຖ້ວມຂົວແລ້ວ

 

 

 

ນາເຂົ້າ ກາຍເປັນ ນານ້ຳ

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ຮັບຮອງວ່າຕອບບໍ່ໄດ້ດ໋ອກ!!

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

 ຕາມເສັ້ນທາງໄຊຍະ-ປາກລາຍ-ນະຄອນຫຼວງວຽງຈັນ

ຮຸ່ງເຊົ້າວັນທີ່ 30 ກໍລະກົດ 2011, ທາງທິມງານພວກເຮົາກໍ່ໄດ້ຮັບແຈ້ງຈາກ ທາງໜ່ວຍງານຮັກສາຄວາມປອດໄພທີ່ວຽງຈັນວ່າ ຈະມີພາຍຸນົກເຕັນ ເຂົ້າມາລາວ ແລະ ມັນຈະມາຮອດແຂວງໄຊຍະໃນຄ່ຳຄືນຂອງມື້ນີ້. ເພື່ອຄວາມປອດໄພ ຄະນະທີມງານຈິ່ງໄດ້ຕັດສີນໃຈເຮັດວຽກໃຫ້ໄວ ແລ້ວຈະກັບນະຄອນຫຼວງວຽງຈັນຕອນບ່າຍ ເພື່ອໃຫ້ວິດຈາກພາຍຸນົກເຕັນ. ເຮັດວຽກຮອດ ສີບໂມງເຊົ້າ, ທຸກຄົນກໍ່ມາປະຊຸມເຖິງເສັ້ນທາງ ວ່່າຈະກັບທາງໃດ! ໂດຍມີທາງເລືອກທີ່ວ່າ ກັບທາງ ເລກທີ 13 ເຊີ່ງຕ້ອງໄດ້ຂ້າມບັກໄປທາງຫຼວງພະບາງ ແລ້ວຂີ່ລົດໄປຕາມທາງ 13 ຄືນ ເຊິ່ງວ່າ ມັນມີຄວາມສ່ຽງຫາກມີຝົນຕົກໜັກ ກໍ່ອາດຈະມີດີນເຈື່ອນ ແລະ ອາດຈະຄ້າງ ກາງທາງ, ຖາມຕ້ອງໄດ້ໃຊ້ເວລາເດີນທາງດົນ ແລະ ທາງລະອິດລະອ້ຽວ. ແຕ່ຈຸດດີ ກະແມ່ນວ່າ ມັນເປັນເສັ້ນທາງຫຼັກ ມີລົດປະຈຳທາງຄອຍໃຫ້ການຊ່ວຍເຫຼືອ ແລະ ເປັນທາງປູຢາງຕະຫຼອດທາງ. ອີກທາງເລືອກໜື່ງແມ່ນໄປທາງປາກລາຍ ເຊິ່ງເປັນທາງທີ່ບຸກເບິກ ມີການປູຍາງເປັນບາງຈຸດ ແຕ່ວ່າສະພາບພູມີປະເທດແມ່ນຮາບພຽງ ບໍ່ມີຄວາມສ່ຽງເລື່ອງດິນເຈື່ອນ. 

ຈາກການຖົກຖຽງກັນ ກະດົນເຕີບ ເປັນຊ່ວງໂມງ ກະບໍ່ໄດ້ຄຳຕອບ, ແຕ່ວ່າໃນທີ່ສຸດ ພາຍຫຼັງໄດ້ປືຶກສາຫາລືກັບພະນັກງານຂອງແຂວງໄຊຍະທີ່ເດີນທາງເສັ້ນປາກລາຍເປັນປະຈຳ ກະໄດ້ຮັບຄຳຍຢືນຢັນວ່າ ມີຄວາມປອດໄປຈາກໄຊຍະ ຮອດປາກລາຍ ແລະ ຮອດເມືອງ ຊະນະຄາມ ແຕ່ວ່າຈະມີຈຸດຍາກຈາກເມືອງໝື່ນຫານະຄອນຫຼວງວຽງຈັນ ທີ່ເປັນທາງກຳລັງກໍສ້າງ ປະມານ 20 ກິໂລແມັດ. ເມື່ອເຫັນດີເຫັນພ້ອມກໍ່ໄດ້ຕົກລົງກັນໄປທາງປາກລາຍ! ລົດແລ່ນອອກຈາກເມືອງໄຊຍະຕອນປະມານ ສິບເອັດໂມງປາຍ!! ກະເປັນໂອກາດສຸດທ້າຍຂອງການເດີນທາງມາໄຊຍະຄັ້ງນີ້ ທີ່ຕ້ອງໄດ້ກ່າວຄຳອຳລາເພື່ອນໆ ທີ່ຢູ່ໄຊຍະ!! ກະຄິດວ່າຈະມີໂອກາດໄດ້ມາຢ້ຽມຢາມອີກ!! ກະຄືເພິ່ນວ່າຫັ້ນລະ ມີພົບກະຕ້ອງມີຈາກ ເປັນຂອງຄູ່ກັນ! ເວົ້າມາຮອດນີ້ ນ້ຳຕາກະຢາກຊື່ມ​(ບໍ່ຕ້ອງໄຫ້ກະໄດ້ເດີ ອັນຄົນອ່ານຫັ້ນນາ). 

ທາງຈາກເມືອງໄຊຍະ ຜ່ານການເມືອງພຽງ ແມ່ນເປັນທາງທີ່ກວ້າງ ແລະ ສະດວກສະບາຍ!! ໃຊ້ເວລາປະມານ ຊົ່່ວໂມງກວ່າໆ ພວກເຮົາກໍ່ມາແວະກິນເຂົ້າສວາຍແຖວເມືອງພຽງ! ມາກິນເຝີ ເມືອງພຽງບອກໄດ້ເລີຍວ່າແຊບຫຼາຍ! ກະຕ້ອງບອກໄດ້ວ່າ ຕ້ອງໄດ້ໄປລອງກິນເດີ!!! 

ກິນເຂົ້າໄດ້ແຮງ ພັກລົມກັນພໍໃຫ້ອາຫານຍ່ອຍແລ້ວ ພວກເຮົາກໍ່ເດີນທາງຕໍ່ໄປ! ເສັ້ນທາງແມ່ນດີຫຼາຍ ແລະ ປະມານ ສາມໂມງກວ່າໆ ພວກເຮົາກໍ່່ໄດ້ແລ່ນເຂົ້າເຂດເມືອງປາກລາຍ!!! ເຊິ່ງເປັນເມືອງໜື່ງທີ່ມີຊື່ສຽງ ໂດຍສະເພາະແລ້ວ ກະແມ່ນງານບຸນຊ້າງ ເພາະວ່າ ເພີ່ນຈະໝູນວຽງຈັດຢູ່ເມືອງຫົງສາ, ເມືອງປາກລາຍ ແລະ ເມືອງໄຊຍະ ໃນຊ່ວງເດືອນກຸມພາຂອງທຸກໆ ປີ!! ຄິດວ່າປີໜ້າຕົນເອງຈະໄປໃຫ້ໄດ້!!! ເພາະພາດໂອກາດມາຫຼາຍປີແລ້ວ! ໃຜຢາກໄປກະນຳກະຍົກມືຂຶ້ນເດີ!!! ທີ່ຈິ່ງກະເຄີຍມີນ້ອງສາວຮັກ ຢູ່ເມືອງປາກລາຍຕອນສະໄໝຮຽນ! ເວົ້າລະກະຄິດຮອດລາວຢູ່ໄດ໋ ເສຍດາຍບໍ່ມີເວລາຢຸດພໍໄດ້ໄປທັກທາຍລາວຊ້ຳ! ເອົາໄວ້ໂອກາດໜ້າສະເນາະ!!

ຕາມເສັ້ນທາງມຸ້ງສູ່ເມືອງປາກລາຍ, ພວກເຮົາໄດ້ແວະຊື່ໜໍ່ໄມ້ ທີ່ຊາວບ້ານພາກັນເອົາມາກອງຂາຍຂ້າງທາງ! ຈັ່ງແມ່ນເປັນຕາສະອ່ອນ ເປັນໜໍ່ໄລ່ທີ່ໃຫຍ່ຫຼາຍ, ບັນດາຄະນະເດີນທາງມານຳກັນກໍ່ພາກັນອຸດໜູນ ຫຼາຍສົມຄວນ. ນອກຈາກໜໍ່ໄມ້ແລ້ວກະມີອ່ຽງ ຂາຍເປັນຖົງເປັນຖົງ!!! ຖ້າໃຜມັກຊູຊີອ່ຽນ ກະຕ້ອງຖືກໃຈແນ່ນອນ! ເວົ້າແລ້ວກະນ້ຳລາຍໄຫຼ!!! ແກງໜໍ່ໄມ້, ຄັນເປັນຄົນລາວບໍ່ຮູ້ຈັກກິນແກງໜໍ່ໄມ້ນີ້ແມ່ນເຊີຍ!!! ອາຫານພື້ນບ້ານທີ່ແຊບຊ້ອຍ ແກ່ງໜໍ່ໄມ້ໃສ່ຢານາງ ກັບຕຳເຂົ້າເບືອໃສ່! ຫ້າມໃສ່ຊີ້ນເດັດຂາດ!! ກິນອາຫານລາວ ຕ້ອງໃຫ້ອຸດົມດ້ວຍສະໝູນໄພ! ເກັບເອົາຜັກນາໆ ຊະນິດ ບໍ່ວ່າຈະເປັນຍອດໝາກບວບ, ຜັກອີຕູ່, ແລະອື່ນໆ ຮັບຮອງວ່າເປັນແກ່ງໜໍ່ທີ່ໄດ້ທັງຄວາມແຊບຊ້ອຍ ແລະ ອຸດົມໄປດ້ວຍຢາດີໆ. 

ເດີນທາງເຂົ້າມາຮອດຕົວເມືອງປາກລາຍ ພວກເຮົາກໍ່ມຸ້ງໜ້າໄປທ່າບັກທັນທີ!! ກະຮູ້ສຶກດີໃຈກັບພີ່ນ້ອງປາກລາຍເປັນທີ່ສຸດ. ເພາະຈື່ໄດ້ວ່າ ຕອນມາສຳຫຼວດທາງປີ 2009, ເສັ້ນທາງຕາມຕົວເມືອງ ແລະ ອ້ອມໄປຫາເມືອງແກ່ນທ້າວແມ່ນເປັນທາງດິນແດງ. ເວລາລົດແລ່ນຜ່ານ ຊາວບ້ານຕ້ອງຮີບປີດປະຕ່າງປະຕູ ເພາະທາງຂີ່ຝຸ່ນທັງຄວັນລົດແມ່ນກຸ້ມໄປທົ່ວ!! ຊາວບ້ານບໍ່ຈຳເປັນຕ້ອງອິດສາວ່າເຮືອນໃຜຈະທາສີເຮືອນງາມກວ່າກັນ ເພາະທຸກໆຫຼັງ ນັບແຕ່ຫຼັງຄາຈົນຮອດພືນເຮືອນແມ່ນທາສີດຽວກັນລ້ວນ!!! ແຕ່ມາມື້ນີ້ ເຫັນເສັນທາງປູຢາງອັນງາມ ກະເຫັນວ່າປະຊາຊົນມີໃບໜ້າຍີ້ມແຍ້ມແຈ່ມໃສ ແລະ ສາມາດ ອອກມາກິນເຂົ້າຢູ່ໂຕະໜ້າບ້ານ. ເດັກນ້ອຍ ກະສາມາດອອກມາຍ໋ອກໄຍກັນ ຕາມແຄມບ້ານ! ເຫັນແລ້ວກະດີໃຈນຳແທ້ໆ.

ພໍຮອດທ່າບັກເພື່ອຈະຂ້າມໄປຫາເມືອງຊະນະຄາມ, ພວກເຮົາກະຄອຍຖ້າໜ້ອຍໜື່ງ ເພາະມີລົດມາຫຼາຍຄັນຈິ່ງບໍ່ໄດ້ຖ້າດົນ!! ລົດພວກເຮົາກະແລ່ນຂຶ້້້ນເຮືອບັກ ແລ້ວກໍ່ຂ້າມນ້ຳຂອງໄປອີກຝັ່ງ!! ຄ່າຂ້າມບັກກະປະມານ ສາມສີບຫ້າພັນກີບ ສຳລັບລົດໃຫຍ່!! ສຳລັບຄົນໂດຍສາຍເພີ່ນບໍ່ເກັບ!! ເພີ່ນວ່າອີຕົນ ວ່າຊັ້ນ!!! ຮະຮະຮຮະະ

ຂ້າມບັກມາຮຽບຮ້ອຍ! ກະເດີນທາງຕໍ່ໄປຕາມເສັ້ນທາງທີ່ຂ້ອນຂ້າງແຄບ ພໍຫຼົມລົດສອງຄັນ ແຕ່ເປັນທາງປູຢາງ !!! ໄລຍະທຳອິດ ກະແມ່ນໄດ້ຂຶ້ນຄ້ອຍທີ່ສູງຊັນສົມຄວນ ຖືວ່າເປັນບ່ອນທີ່ສູງກວ່າໝູ່ຢູ່ເຂດນີ້ ຫຼັງຈາກນັ້ນ ກໍ່ແມ່ນດິງຕ່ຳລົງສູ່ເຂດຮາບພຽງ!!! ຕາມສອງຝາກທາງ ກະແມ່ນສະອອນຕາກັບສວນສາລີ ທີ່ຂຽງສະອຸ້ມ ອີກບໍ່ດົນກະຄືຈະອອກມານເປັນແຖວ!! ການປູກສາລີຢູ່ເຂດນີ້ນັບແຕ່ຊະນະຄາມ, ປາກລາຍ, ບໍ່ແຕນແກ່ນທ້າວ ຖືວ່າເປັນອາຊີບຫຼັກຂອງປາຊາຊົນ ແລະ ຂະເຈົ້າພາກັນປູກຫຼາຍ ເພື່ອສົ່ງຂາຍໃຫ້ປະເທດໄທ ທີ່ມີສາຂາ ຮັບຊື້ ພ້ອມທັງສະໜອງແນວພັນໃຫ້ກັບປະຊາຊົນ! ກະຖືໄດ້ວ່່າເປັນການສ້າງລາຍຮັບໃຫ້ປະຊາຊົນເຂດນີ້ໄດ້ຫຼາຍສົມຄວນ!!!!

ພວກເຮົາເດີນທາງມາຮອດເມືອງຊະນະຄາມ ກະປະມານ 5 ໂມງປາຍ! ກໍ່ພາກັນແວະ ຊື່ຜະລິດຕະພັນທ້ອງຸຖິນ ມີພວກກ້ວຍຈືນ, ກ້ວຍເຊື່ອມ ແລະ ອື່່ນໆ ຂະເຈົ້າພາກັນສ້າງມູນຄ່າເພິ່່ມດ້ວຍການເຮັດກ໋ອງບັນຈຸທີ່ງົດງາມ!! ລາຄາກະເລີ່ມແຕ່ ສິບພັນກີບຂຶ້ນໄປ!!! ໄດ້ມີໂອກາດກະຢ່າລື່ມໄປຊີມຜະລິດຕະພັນເມືອງຊະນະຄາມແດ່!!! ຮັບຮອງວ່າບໍຜິດຫວັງ!!!! 

ພໍເລີມຈາກຊະນະຄາມພວກເຮົາກໍ່ເລີ່່ມຂີ່ລົດລຽບໄປຕາມແຄມຂອງ ອັນເປັນທາງກຳລັງກຽມປູຢາງ! ຕ້ອງໄດ້ແລ່ນດ້ວຍຄວາມລະມັດລະວັງ!! ເພາະທາງນ້ອຍ ແລະ ມື່ນ!! ແລະ ທີ່ໜ້າເປັນຫ່ວງກະແມ່ນວ່າຝົນແມ່ນໄດ້ເລີ່ມກະໜໍ່າລົງມາ!!! ຄືຊິແມ່ນພາຍຸນົກເຕັນ ມາຢາມຮອດບ້ານເຮົາແລ້ວ!!! ຝົນເຈົ້າກຳຍິງຕົກໜັກລົງມາຕິກໆ ດີແຕ່ວ່າລົດທຸກຄັນແມ່ນລົດຂັບເຄື່ອນສີ່ລໍ້. ດັ່ງນັ້ນຈິ່ງສາມາດບຸກຢ່າງສະບາຍ ແຕ່ກະຕ້ອງໄດ້ນັ່ງແບບ ວ່າຕັ່ງມີສະປິງ ເພາະທາງເປັນຄື້ນ ແລະ ຂຸມຫຼາຍ!! ແຕ່ວ່າມັນກະມ່ວນດີ!!! ແຕ່ວ່າມີຄວາມສ່ຽງເພາະຟ້າກະເລີ່ມມຶດແລ້ວ!!!! ເສ້ັນທາງ ຊາວກິໂລແມັດທີ່ໃກ້ຈະຮອດນະຄອນຫຼວງວຽງຈັນເປັນຊ່ວງເສັ້ນທາງທີ່ໃຊ້ເວລາດົນກວ່າໝູ່ ແລະ ອັນຕະລາຍ!! ອີຕົນລົດກະພໍປານນັ້ນ! ໄຄແຕ່ວ່າແມ່ນລົດຫ້ອງການ!!! ຄັນແມ່ນລົດສ່ວນຕົວ ກະຄືຊິໄດ້ນອນຢາມພີ່ນ້ອງຊະນະຄາມຈັກຄືນກ່ອນຖ້າຟ້າຝົນເຊົາ ແລ້ວຈິ່ງເດີນທາງ!

ໃນທີ່ສຸດປະມານ ເຈັດໂມງປາຍ ພວກເຮົາກະມາຮອດເຂດເມືອງສີໂຄດຕະບອງ ຫຼືວ່າເຂດເກົ້າລ້ຽງ ເສັ້ນທາງເບຕົງໃໝ່ອ່ຽມຄວາມຍາມປະມານ ສີ່ກິໂລແມັດ!! ປະດັບດ້ວຍໄຟສອງຝາກທາງ ເຮັດໃຫ້ເຂດເກົ້າລ້ຽວປ່ຽນໂສມໜ້າໃໝ່ ຈາກທີ່ເຄີຍເປັນເຂດທີ່ທາງມູລຸກຄຸກຄັກ ນ້ຳຖ້ວມທຸກປີ ແຕ່ດຽວນີ້ ເກົ້າລ້ຽວປ່ຽນໄປ!!! ພໍລົດຫວິດຈາກທາງດິນແດງສູ່ທາງເບຕົ່ງ ລົດແຕ່ລະຄັນ ຖ້າວ່າພວກມັນເວົ້າໄດ້ຄືຊິຮ້ອງອອກມາວ່າ!!​ໂອຍ!!!! ຂອບໃຈຄຸນພໍ່ຄຸນແມ່!!! ທີ່ລອດຊີວິດຈາກທາງ ທໍລະຫົດແລ້ວ!!!! 

ການກັບມານະຄອນຫຼວງກະຖືເປັນໂອກາດພັກຜ່ອນກ່ອນຈະເດີນທາງໄປເຮັດວຽກຢູ່ແຂວງວຽງຈັນໃນມື້ຕໍ່ໄປ!!! ເອົາລະເຈັບແອບຫຼາຍໆໆ ຂໍນອນພັກຜ່ອນກ່ອນເດີ!! ຊິຊອກໃຫ້ໃຜນວດແອວໃຫ້ນໍ້!!! ສາວໆ ພັນລາວມີໃຜນວດເປັນແດ່!!!! ຮະຮະຮະຮະ ຮີວວວວວວວວວວວວວ

 

ຍັງມີຕໍ່ເດີ!!!! 

 

ພາບຫ້ອງວາການເມືອງໄຊຍະກ່ອນການເດີນທາງກັບນະຄອນຫຼວງວຽງຈັນ

 

ຮ້ານທີ່ແວະກິນເຝີ

 

ກຳລັງຂ້າມບັກທີ່ປາກລາຍ

 

ທາງລົງຄ້ອຍສູ່ເມືອງຊະນະຄາມ

 

ຊາວບ້ານກຳລັງຕ່າວຄືນເຮືອນຕອນຄ້ອຍຄ່ຳ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

ຮູ້ບໍ່ວ່າພາບນີ້ຖ່າຍຢູ່ໃສ?

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 7, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຄັ້ງທຳອິດສູ່ ເມືອງໄຊຍະບູລີ

ວັນທີ 27-28 ກໍລະກົດ

ຮຸ່ງເຊົ້າວັນທີ 27 ກໍລະກົດ, ອາກາດທີ່ເມືອງແປກ ແຂວງຊຽງຂວາງ ກໍ່ປົກຄຸມດ້ວຍໝອກຂຸ້ນ ແຕ່ກໍ່ບໍ່ໄດ້ໜາວ ຈົນເກີນໄປ! ນຸ່ງເສື້ອແຂນສັ້ນ ກໍ່ຍັງສະບາຍດີ! ມື້ນີ້ ກໍ່ຍັງສືບຕໍ່ເຮັດວຽກກັບທາງແຂວງໃນພາກເຊົ້າ  ແລະ ມີບາງທີມງານກໍ່ໄປຢາມເມືອງຄຳ. ສ່ວນຕົນເອງແມ່່ນປະຈຳທີ່ຕົວເມືອງ ເພື່ອເຮັດການປະສານງານ! ພໍຕົກພາກບ່າຍ ກໍ່ມີການສະຫຼຸບຜົນໄດ້ຮັບກັບທາງແຂວງເພິ່ນ ແລະ ທີມງານກໍ່ກະກຽມການເດີນທາງໃນມື້ອື່ນ ເພື່ອຈະມຸ້ງໜ້າໄປແຂວງໄຊຍະບູລີ. ຍ້ອນຈະໄດ້ເດີນທາງໄກ ຄໍ່າຄືນມື້ນີ້ ກໍ່ບໍ່ໄດ້ໄປຍົກຈອກທາງໃດ! ຕ້ອງໄດ້ນອນເອົາແຮງ!

ທຸກຄັ້ງຈະມີການເດີນທາງ, ຄືຊິເປັນສັນຊາດຕະຍານ, ຕົນເອງມັກຈະຮູ້ເມື່ອຄີງແຕ່ເຊົ້າຕູ່! ເຊັ່ນດຽວກັບເຊົ້າວັນທີ 28  ກໍລະກົດ ທີ່ພວກເຮົາຈະໄດ້ອອກເດີນທາງແຕ່ເຊົ້າໄປແຂວງໄຊຍະບູລີ!! ນັດກັນໄວ້ວ່າປະມານ 7 ໂມງເຊົ້າ! ແຕ່ວ່າ ພັດຮູ້ເມື່ອຄີງແຕ່ຕອນ 5 ໂມງເຊົ້າ!! ຈັ່ງແມ່ນຊາດ ມັນຫ້າວ!! ຈັດການອາບນ້ຳ ມ້ຽນເຄື່ອງຂອງເຂົ້າກະເປົາ ກໍ່ນັ່ງພັກຜ່ອນ ແລ້ວກໍ່ອອກໄປກິນເຂົ້າເຊົ້າທີ່ທາງໂຮງແຮມເພິ່ນຈັດໄວ້ໃຫ້! ເປັນອັນວ່າ ທັງສາມມື້ທີ່ມາແຂວງຊຽງຂວາງ ອາຫານເຊົ້າຂອງພວກເຮົານີ້ ແມ່ນບໍ່ໄດ້ປ່ຽນເລີຍ!! ກິນອາຫານຝຣັ່ງ ມີເຂົ້າຈີ່, ໄຂ່ດາວ, ເນີຍ ແລະ ຮອດດ່ອກ!! ແຕ່ວ່າ ທີ່ມັກກວ່າໝູ່ແມ່ນເຂົ້າຈີ ເດີ ເພາະວ່າມັນອ່ອນ ແລະ ຫອມດີ!!

ປະມານ 7 ໂມງ 30 ນາທີ, ທຸກຄົນກໍ່ມາເຕົ້າໂຮມ ແລະ ເລີ່ມກຽມການເດີນທາງ. ຍ້ອນວ່າມັນເປັນໜ້າຝົນ ແລະ ຢ້ານຫາກມີຫຍັງເກີດຂຶ້ນກາງທາງ ທຸກຄົນຈິ່ງຕົກລົງ ໃຫ້ເດີນທາງພ້ອມກັນ ແລະ ບໍ່ໃຫ້ຂັບລົດຫ່າງກັນຫຼາຍ! ລົດ 10 ຄັນ ກະປານຄາລະວານໃຫຍ່ສົມຄວນ ພາກັນອຳລາ ແຂວງຊຽງຂວາງ ມູ້ງໜ້າໄປສູ່ແຂວງໄຊຍະບູລີ ໂດຍຂີ່ໄປຕາມທາງຫຼວງແຫ່ງຊາດ 13 ເໜືອ! ກ່ອນຈະຮອດທາງແບ່ງ ສາມແຍກພູຄູນ ກໍ່ໃຊ້ເວລາປະມານ 2 ຊົ່ວໂມງກວ່າໆ!! ຄືດັ່ງທີ່ຮູ້ຫັ້ນລະ, ພໍຂຶ້ນເຂດພູຄູນ ເສັ້ນທາງຈະມີຄວາມງົດງາມ ແລະ ເປັນສິນລະປະກຳ ແຝງດ້ວຍຄວາມທ້າທາຍ! ຖ້າຜູ້ໃດມັກເມົາລົດແດ່ ກະຕ້ອງທຳໃຈ ເພາະມັນອາດຈະເຮັດໃຫ້ທ່ານຕ້ອງຂາຍເຂົ້າປຽກ ແລະ ທ່ານຈະຂາຍຕໍ່ໄປຈົນນ້ຳບີ່ຂົມໆ ອອກມາພຸ້ນລະ! ສະນັ້ນທາງທີ່ດີຕ້ອງໄດ້ກິນຢາຫ້າມຮາກໄວ້ໂລດ!

ຜ່ານພູຄູນ ກໍ່ຂີ່ໄປຕາມທາງມຸ້ງສູ່ຫຼວງພະບາງ, ມາຮອດກິວກະຈໍາປະມານ ສິບສອງໂມງຍັງ! ກໍ່ເປັນອີກຈຸດໜຶ່ງ ທີ່ສາມາດແວະ ເພື່ອພັກຜ່ອນ ແລະ ກິນເຂົ້າສວາຍ. ກະໃຊ້ເວລາປະມານ ຊົ່ວໂມງກວ່າໆ ຂະບວນລົດກໍ່ສືບຕໍ່ການເດີນທາງຕໍ່! ຖ້າທ່ານຫາກສົນໃຈ ແລະສັງເກດວິຖີຊີວິດຂອງປະຊາຊົນໃນເຂດພູສູງນີ້ ກໍ່ຈະເຫັນວ່າ ເຂົາເຈົ້າແມ່ນຕັ້ງບ້ານເຮືອນຕິດແຄມທາງເປັນສ່ວນໃຫຍ່ ເຊິ່ງອັນນີ້ກໍ່ເພື່ອຄວາມສະດວກ ໃນການສັນຈອນ ແລະ ທ່ອງທ່ຽວໄປມາ. ແຕ່ວ່າມັນກໍ່ຮູ້ສຶກວ່າມັນເປັນຄວາມສ່ຽງຕໍ່ການເກີດອຸປະຕິເຫດ ເພາະວ່າຫົນທາງນັ້ນ ມັນຄືວ່າເປັນໜ້າບ້ານຂອງເຂົາເຈົ້າເລີຍ ແລະ ໂດຍສະເພາະແມ່ນເດັກນ້ອຍ ທີ່ພາກັນແລ່ນໄປມາ ນັ້ນຍິ່ງເປັນໜ້າເປັນຫ່ວງ! ດັ່ງນັ້ນ, ຫາກທ່ານຫາກ ຂີ່ລົດເດີນທາງໃນເຂດທີ່ມີຊຸມຊົນ ກໍ່ຢາກໃຫ້ແລ່ນຊ້າໆ ແລະ ລະມັດລະວັງ! ເພື່ອຄວາມປອດໄພຂອງຕົວທາງເອງ ແລະ ປະຊາຊົນທີ່ອາໃສລຽບຕາມແຄມທາງນັ້ນ!

ລົດແລ່ນໄປດົນເຕີບ ພວກເຮົາກໍ່ລົດລະດັບຄວາມສູງ (ເວົ້າປານຍົນຈະລົງຈອດເນາະ!!! ຮະຮະຮະຮະ) ຕາມທາງສູ່ເມືອງຊຽງເງິນອັນເປັນສັນຍານບອກວ່າ ອີກປະມານ ສາມສີບນາທີກໍ່ຈະເຂົ້າຮອດຕົວເມືອງຫຼວງພະບາງ. ແຕ່ເສຍດາຍ ມາຄັ້ງນີ້ ພວກເຮົາບໍ່ໄດ້ເຂົ້າໄປຕົວເມືອງ! ພໍມາຮອດສາມແຍກຊຽງເງິນພວກເຮົາກໍ່ລ້ຽວຊ້າຍໄປຕາມເສັ້ນທາງດິນ ສູ່ເມືອງນານ ອັນເປັນຊາຍແດນລະຫວ່າງ ຫຼວງພະບາງ ແລະ ໄຊຍະ! ຈາກຈຸດດັ່ງກ່າວ ກ່ອນຈະຮອດທ່າບັກ ຂ້າມຝາກໄປແຂວງໄຊຍະ ກໍ່ໃຊ້ເວລາ ເກືອບຊົ່ງໂມງເຄິ່ງ ແມ້ວ່າໄລຍະທາງຈະມີພຽງ ຫົກສິບເຈັດສິບ ກິໂລແມັດ ແຕ່ຍ້ອນສະພາບເສັ້ນທາງ ທີ່ຍັງເປັນດິນແດງ ແລະ ມີຂີ້ຝຸ່ນ ການຂັບຂີ່ຈິ່ງຕ້ອງຄ່ອຍເປັນຄອຍໄປ!! ທີ່ຕື່ນເຕັ້ນແມ່ນຕອນທີ່ລົດຂົນວັດສະດຸກໍ່ສ້າງທາງແລ່ນຂຶ້ນເນີນພູ ສວນທາງກັບລົດພວກເຮົາ!! ຍ້ອນທາງເປັນຂີ້ຝຸ່ນເຮັດໃຫ້ຫົນທາງປົກຄຸມ ແລະ ບໍ່ສາມາດຫຼຽວເຫັນຫຍັງເລີຍ. ພວກເຮົາຈຳຕ້ອງໄດ້ຈອດຈົນກວ່າຂີ້ຝຸ່ນຈະຈາງຫາຍໄປ!! ແລະ ທີ່ໜ້າຕົກໃຈ ເມື່ອມີລົດຮຸ່ນໄດອີກຄັນທີ່ພະຍາຍາມ ຜ່າຂີ່ຝຸ່ນອັນແໜ້ນໜາ ແລະເກືອບຈະຊົນກັບພວກເຮົາ. ດີແຕ່ວ່າລາວເບກທັນ. ສະນັ້ນ, ຖ້າທ່ານຈະເດີນທາງໄປສາຍນີ້ຕ້ອງໄດ້ລະມັດລະວັງຫຼາຍໆເດີ!!

ຂີລົດຜ່ານກາຍເຂດເມືອງນານ ກໍ່ຈະໄດ້ເຫັນ ຕົ້ນໝາກພ້າວຫຼາຍ ຖ້າຢາກກິນນໍ້າໝາກພ້າວອ່ອນ ກໍ່ຄວນໄປຢາມແດ່ເດີ!!! ລົງມາຮອດທ່າບັກພວກເຮົາກໍ່ໄດ້ຖ້າ ເຮືອບັກມາຮັບ!! ທີ່ຈິ່ງແລ້ວ ເພີ່ນກຳລັງສ້າງຂົວຂ້າມນ້ຳຂອງຢູ່ຈຸດນີ້ ຄິດວ່າອີກສອງສາມປີຂ້າງໜ້າ ພວກເຮົາກໍ່ຈະສາມາດເດີນທາງໄດ້ສະດວກຫຼາຍຂຶ້ນ!! ກະໃຫ້ອົດໃຈເອົາໄວ້ກ່ອນນໍ້! ແຕ່ການຂ້າມບັກ ກໍ່ແມ່ນມີບັນຍາກາດໄປອີກແບບ!!

ຂ້າມບັກໄປຮອດຝັ່ງຂອງອີກຟາກ, ຕົນເອງກະຮູ້ສຶກດີໃຈ ທີ່ຄວາມຝັນກະເປັນຈິງທີ່ໄດ້ມີໂອກາດມາຢາມຕົວເມືອງໄຊຍະບູລີ. ອັນທີ່ຈິງກະເຄີຍຕັ້ງໃຈຢາກມາບຸນຊ້າງທີ່ຈັດຊ່ວງຕົ້ນປີ ແຕ່ວ່າກໍ່ບໍ່ໄດ້ມາເພາະຄາວຽກ!

ອອກຈາກທ່າບັກ ຂີ່ລົດອອກ ສາມສິບກວ່າກິໂລແມັດພວກເຮົາກໍ່ໄດ້ມາຮອດຕົວເມືອງໄຊຍະ!! ເຫັນວ່າເມືອງນີ້ກໍ່ມີການພັດທະນາ ແລະ ບັນຍາກາດການຄ້າຂາຍກໍ່ຟົດຟື້ນ!! ມີຫ້າງຄ້າຂາຍຂອງຈີນທີ່ໃຫຍ່ ແລະ ຕາມຕົວເມືອງ ຖະໜົນຫົນທາງ ກໍ່ມີການປັບປຸງ ຢ່າງສວຍງາມ!! ແມ່ນວ່າຈະເປັນເມືອງນ້ອຍ ແຕ່ມັນມີມົນສະເໜ ທີ່ໜ້າຫຼົງໄຫຼ! ໂດຍສະເພາະແມ່ນລຽບຕາມສອງຝາກຂອງນ້ຳຮຸງ ອັນເປັນແມ່ນໍ້າທີ່ໄຫຼລໍ່ລ້ຽງຊີວິດຂອງຊາວເມືອງໄຊຍະ. ຄິດວ່າຫຼາຍຄົນທີ່ເຄີຍມາເມືອງໄຊຍະ ກໍ່ອາດຈະຄິດຄືດັ່ງຕົນເອງ!!!

ເອົາເຄື່ອງເຂົ້າທີ່ພັກທີ່ໂຮງແຮມໄຊອານັນ, ກະພໍຍັງມີເວລາກ່ອນຕາເວັນຈະຕົກດິນ, ຕົນເອງກໍ່ໄດ້ຖືໂອກາດ ຂີ່ລົດອ້ອມເມືອງຈັກຮອບ ເພື່ອຈະໄປສຳຫຼວດວ່າ ມີສະຖານທີ່ສຳຄັນຄືແນວໃດແດ່!!! ທີ່ໜ້າແປກແມ່ນວ່າ ຕົວເມືອງແມ່ນບໍ່ຄ່ອຍວຸ້ນວາຍ ແລະ ຕາມແຍກຕ່າງໆ ກໍ່ບໍ່ຕ້ອງມີໄຟດຳໄຟແດງ! ຂີ່ລົດເລາະໄປຕາມແຄມນ້ຳຮຸ່ງ ກະເລີ່ມໄດ້ຍິນເສຍດົນຕີ!! ຮູ້ສືກວ່າຈະເປັນຍ່ານບັນເທິງ ທີ່ມີຮ້ານກິນດື່ມຫຼາຍຮ້ານ! ຕົນເອງກໍ່ໄດ້ລົງໄປຖ່າຍຮູບ ແລະ ສຳຫຼວດເຂດໃກ້ໆ!! ເວົ້າໄປແລ້ວ ກະຄືດັ່ງທີ່ກ່າວຂານກັນວ່າ ໄຊຍະເປັນເມືອງທີ່ມີຄວາມມ່ວນຊື່ນ ແລະ ຕາມສະຖິຕິ ແລ້ວ ກໍ່ເປັນອີກແຂວງໜື່ງທີ່ຕິດອັນດັບຂາຍເບຍໄດ້ຫຼາຍ!!! ອັນນີ້ບໍ່ແມ່ນເວົ້າໃຫ້ວ່າຊາວໄຊຍະເປັນຄົນຂີ້ເມົາເດີ!!! ແຕ່ເວົ້າຕາມເພີ່ນວ່າຊື່ໆໆໆ

ແສງແດດຄ້ອຍລົງ, ຂີ່ລົດຜ່ານທົ່ງນາ ທີ່ແສງຕາເວັນສະທ້ອນກັບຄວາມຂຽວງາມເຮັດໃຫ້ເປັນພາບທີ່ໜ້າປະທັບໃຈ. ດຽວຕອນທ້າຍຈະແນບຮູບໃຫ້ເບິ່ງເດີ!!

ຍ້ອນຄວາມຢາກຮູ້ຢາກເຫັນ ພໍຕົກຄ່ຳພວກເຮົາກໍ່ໄດ້ໄປກິນອາຫານແລງທີ່ຮ້ານອາຫານແຄມນ້ຳຮຸ່ງ! ເປັນຮ້ານທີ່ດັງ ແລະ ຄົນເຂົ້າຫຼາຍ ທັງໄວຫຼຸ້ນ ແລະ ຜູ້ໃຫຍ່! ເຫັນແລ້ວ ກໍ່ສາມາດເວົ້າໄດ້ວ່າ ທຸກຄົນຢູ່ໄຊຍະມີຄວາມເປັນກັນເອງ.

ເອົາລະດຽວຈະກິນເຂົ້າແລງ, ກະຕ້ອງໄດ້ຢຸດການບັນຍາຍທໍ່ນີ້ກ່ອນ... ດຽວຖ້າຂຽນຫຼາຍກວ່ານີ້ຈະເຂົ້າໃຈຜິດວ່າເຮົາມັກຫຼີ້ນມັກທ່ຽວ!!!!!!

ສະບາຍດີໄຊຍະ.................................

 

ຕິດຕາມຕອນຕໍ່ໄປເດີ!!! 

 

ທ່າບັກ

 

ເຮືອບັກກໍາລັງຂ້າມຟາກ

 

ໂຄງການສ້າງຂົວຂ້າມນໍ້າຂອງ

 

ຊື່ເຮືອບັກ

 

ໝາຢ໋ອກກັນທີ່ໂຮງແຮມໄຊອານັນ

 

ວົງວຽນກາງເມືອງໄຊຍະ

 

ພາບທີ່ປະທັບໃຈທີ່ສຸດ!!!!!

 

ຂົວນໍ້າຮຸ່ງຍາມອັດສະດົງ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 

ການເດີນທາງ ສູ່ເຂດນໍ້າຖ້ວມ

 

ກ່ອນອື່ນ ກະຂໍຂອບໃຈເພື່ອນໆພັນລາວຫຼາຍຄົນ ທີ່ໄດ້ສົ່ງຂໍ້ຄວາມຫຼັງໄມ ແລະ ຢາກໃຫ້ຂຽນໄດອາຣີ. ກໍຫາໄດ້ມີໂອກາດໄດ້ມານັ່ງຂຽນເພາະວ່າ ໄດ້ອອກໄປຕ່າງແຂວງ ລະຫວ່າງວັນທີ 25 ກໍລະກົດ ຫາ ວັນທີ 5 ສິງຫາ 2011. ກໍຈະຖືໂອກາດ ນຳເອົາເລື່ອງລາວ ການເດີນທາງຄັ້ງນີ້ມາແບ່ງປັນໃຫ້ກັບເພື່ອນໆ ມັນອາດຈະຍາວແດ່ ກະອົດສາອ່ານແດ່ເດີ!!!

ມື້ທໍາອິດຂອງການເດີນທາງ - ວັນທີ 25 ກໍລະກົດ

ພໍສຽງເພັງ ຜູ້ບ່າວເຖົ້າແລະສາວໄວທີນ ຂອງໂທລະສັບ ທີ່ຕົນເອງຕັ້ງຄ່າໃຫ້ເປັນສຽງໂມງປຸກ ດັ່ງຂຶ້ນ! ມັນກະເປັນສັນຍານບອກວ່າ ດຽວນີ້ 5  ໂມງເຊົ້າແລ້ວ!!! ຕ້ອງໄດ້ຮີບລຸກອອກຈາກບ່ອນທີ່ອົບອຸ່ນ, ອອກໄປອາບນ້ຳ ເພື່ອກະກຽມອອກເດີນທາງ ໄປຕ່າງແຂວງແຕ່ເຊົ້າ.

ລົດຫ້ອງການມາຮັບຕອນປະມານ 6 ໂມງເຊົ້າ ຈາກນັ້ນກໍ່ໄດ້ອອກໄປກິນເຂົ້າປຽກ ສີບຸນເຮືອງ! ເຂົ້າປຽກຮ້ານນີ້ ຖືວ່າເປັນຮ້ານທີ່ມີຊື່ສຽງດົງດັງ ແລະ ຖ້າຢາກຈະໄປກິນຕ້ອງໄດ້ໄປໄວໆ ບໍ່ຊັ້ນ ທ່ານຈະໄດ້ອ່ານແຕ່ປ້າຍ ທີ່ຂຽນວ່າ!! ຂອບໃຈ ເຂົ້າປຽກໝົດແລ້ວ! ພາຍຫຼັງເຕີມພະລັງ ເປັນທີ່ຮີບຮ້ອຍ ກໍ່ອອກເດີນທາງໄປຮັບ ທີມງານສອງສາມຄົນທີ່ຈະນັ່ງລົດໄປນໍາກັນ. ຂະບວນລົດ ໄດ້ພາກັນໄປເຕົ້າໂຮມກັນທີ່ ກະຊວງແຜນການ ແລະ ການລົງທຶນ ຖືວ່າເປັນຄາລະວານໃຫຍ່ສົມຄວນຂອງການເດີນທາງໄປຄັ້ງນີ້! ເພາະມີລົດທັງໝົດສິບຄັນ ທີ່ມີຄົນທັງໝົດ ສີ່ສິບກວ່ວຄົນ. ອ່ານມາຮອດນີ້ ຫຼາຍຄົນຊິມາຖາມວ່າ ແລ້ວຈະພາກັນໄປໃສ ແຕ່ເຊົ້າແທ້ ແລະ ຄືວ່າໄປຫຼາຍຄົນປານນັ້ນ!!! ດຽວຂໍຊີ້ແຈ້ງເລີຍນໍ້! ການເດີນທາງຄັ້ງນີ້ ແມ່ນຂ້າພະເຈົ້າໄດ້ເຂົ້າຮ່ວມກັບທີມງາມ ທັງຂອງລັດ ແລະ ອົງການຈັດຕັ້ງສາກົນ ເພື່ອຈະໄປປະເມີນຜົນກະທົບຈາກໄພນ້ຳຖ້ວມ ທີ່ເກີດຂຶ້ນຊ່ວງ ທ້າຍເດືອນ ມິຖຸນາ ຜ່ານມາເນື່ອງຈາກມີ ພາຍຸໄຮ່ມາ ພັດຜ່ານມາທາງ ບ້ານເຮົາ. ເຮັດໃຫ້ ແຂວງຊຽງຂວາງ, ໄຊຍະ, ວຽງຈັນ ແລະ ບໍລິຄຳໄຊ ທີ່ເປັນສີ່ແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸລູກນີ້. ຄິດວ່າຫຼາຍຄົນກະອາດຈະໄດ້ຍິນຂ່າວ!

ພໍທີມງາມມາພ້ອມໜ້າພ້ອມຕາ, ຂະບວນລົດກໍເລີ່ມອອກເດີນທາງຕອນປະມານ ເຈັດໂມງ! ເພາະວ່າຖ້າອອກຊ້າ ການສັນຈອນອາດຈະຕິດຄັດ ເພາະດຽວນີ້ ລົດລາພາຫະນະ ຢູ່ວຽງຈັນນີ້ແມ່ນຫຼາຍແທ້ໆ!!

ຂີ່ລົດອອກຈາກກະຊວງແຜນການ ໄປຕາມທາງຕັດໃໝ່ໂສກປາຫຼວງ ອອກສູ່ທາງ 13 ເໜືອ. ໃຊ້ເວລາປະມານ ຊົ່ວໂມງກວ່າໆ ພວກເຮົາກໍ່ມາຮອດແຖວໂພນໂຮງ! ນະທີ່ນີ້ ກໍ່ໄດ້ຢຸດລົດພັກປະມານ ເຄິ່ງຊົ່ວໂມງໃຫ້ ບັນດາທີມງານທີ່ຍັງບໍ່ໄດ້ກິນເຂົ້າເຊົ້າ ໄດ້ເຕີມພະລັງກັນກ່ອນ.

ຕີນລົດທັງ ສີ່ສີບຕີນກໍ່ໄດ້ໝູນໄປອີກເພື່ອມຸ້ງໜ້າໄປແຂວງຊຽງຂວາງອັນເປັນແຂວງທໍາອິດທີ່ພວກເຮົາຈະໄປ ປະເມີນຜົນກະທົບ! ຂະບວນລົດກໍ່ເລີ່ມຈະປີນໄປຕາມພູອັນເປັນເສັນທາງຄົດຄ້ຽວ! ຂຶ້ນທາງພູພະ ແລ້ວກໍ່ລົງໄປ ຈົນຮອດ ເຂດຫີນເຫີບ! ຕາມເສັ້ນທາງ ເຫັນແລ້ວກະແມ່ນເປັນຕາຊະອອນຄວາມຂຽວສະອຸ້ມຂອງທຳມະຊາດ ໃນຊ່ວງໜ້າຝົນ. ຢາກໃຫ້ເພື່ອນໄດ້ໄປເຫັນແທ້ໆ!

ລົດແລ່ນດ້ວຍຄວາມໄວປະມານຫ້າສິບກິໂລແມັດຕໍ່ຊົ່ວໂມງ ຕາມເສັ້ນທາງອັນບໍ່ຄ່ອຍສະດວກປານໃດ!! ແຕ່ບາງຊ່ວງກະໄດ້ເລັ່ງເຕັມທີ່! ປະມານ ສິບເອັດໂມງຍັງ ພວກເຮົາກໍ່ແລ່ນກາຍວັງວຽງ ແລ້ວກໍ່ມາແວະ ກິນເຂົ້າສວາຍທີ່ ເມືອງກາສີ! ຖືໄດ້ວ່າເປັນຈຸດພັກ ທີ່ຜູ້ເດີນທາງຕາມເສັ້ນທາງສາຍນີ້ຈະຕ້ອງໄດ້ຢຸດເອົາແຮງ ກ່ອນຈະເດີນທາງຕໍ່ໄປ! 

ກິນເຝີກາສີ ອີ່ມທ້ອງແລ້ວ! ກໍ່ອອກເດີນທາງຕໍ່! ເສັ້ນທາງຂ້າງໜ້ານີ້ຍອມຮັບວ່າທໍລະຫົດ ຄົດຄ້ຽວ ແຕ່ເປັນສິ່ງທີ່ທ້າຍທາຍແລະຕື່ນເຕັ້ນ. ຕາມສອງຝາກທາງກໍ່ໄດ້ຊື່ນຊົມ ທຳມະຊາດ ທົ່ງນາ ແລະ ສວນສາລີ ທີ່ກຳລັງອວດໂຊຄວາມງາມຂອງລະດູປູກຝັງ! ລົດແລ່ນຜ່ານເຂດກິ໋ວກະຈຳ ມູ້ງໜ້າສູສາມແຍກພູຄູນ! ມາຮອດນີ້ ພວກເຮົາກໍ່ໄດ້ແວະຊື້ສາລອຍ! ຕົນເອງນີ້ກະຖືວ່າ ມັກກິນສາລີສາລອຍເປັນຊີວິດຈິດໃຈ!  ລົດໂຄ້ງຂວາໄປສູ່ ແຂວງຊຽງຂວາງ!!

ເສັ້ນທາງສູ່ແຂວງຊຽງຂວາງຈາກແຍກພູຄູນ ກະສະດວກສະບາຍດີ. ພູມີປະເທດທີ່ສູງຂຶ້ນ ພວກເຮົາໄດ້ສຳພັດກັບ ທຳມະຊາດທີ່ຕ່າງອອກໄປ! ສັງເກດເຫັນທົ່ງຫຍ້າ ຂຽວສະອຸ່ມ ຍິ່ງເຂົ້າໃກ້ເຂດຕົວເມືອງ ກໍ່ຈະໄດ້ເຫັນຕົ້ນໄມ້ເຂດ ໜາວ ອັນໄດ້ແກ່ຕົ້ນແປກ ແລະ ຕົ້ນໄມ້ໃບແຫຼມ ຊະນິດອື່ນໆ. ຍັງຈື່ໄດ້ທີ່ຫຼາຍຄັ້ງຂີ່ຍົນມາຊຽງຂວາງ ຖ້າແນມລົງໄປ ຈະເຫັນພູຜາທີ່ປົກຄຸມດ້ວຍປ່າແປກ ແລະ ມີທົ່ງຫຍ້າອັນກວ້າງຂວາງ ເບິ່ງແລ້ວ ກະປານວ່າແມ່ນ ສະໜາມຕີກ່ອຟພຸ້ນລະ!

ປະມານ ສີ່ໂມງເຄິ່ງລົດພວກເຮົາກໍ່ໄດ້ມາຮອດເມືອງແປກ ອັນເປັນໃຈກາງຂອງແຂວງຊຽງຂວາງ ແຕ່ຖ້າຈະໃຫ້ຮູ້ຈັກ ແທ້ໆ ຕ້ອງເວົ້າວ່າມາຮອດໂພນສະຫວັນ! ຫຼາຍຄົນເຂົ້າໃຈຜິດ ຄິດວ່າໂພນສະຫວັນແມ່ນເມືອງໜຶ່ງຂອງແຂວງ ຊຽງຂວາງ. ແຕ່ທີ່ຈິ່ງແລ້ວ ໂພນສະຫວັນ ແມ່ນບ້ານໜຶ່ງ ຂອງເມືອງແປກ ທີ່ຕັ້ງຢູ່ໃຈກາງເມືອງ! ສະນັ້ນ, ທຸກຄົນຕ້ອງຈື່ເອົາໄວ້ເດີ!!!

ຍ້ອນການເດີນທາງອັນຍາວໄກ! ກິດຈະກຳຂອງແລງມື້ນີ້ ພວກເຮົາກໍ່ບໍມີຫຍັງຫຼາຍ ກະພຽງແຕ່ໂອ້ລົມ ເພື່ອກະກຽມ ເຮັດວຽກກັບທາງແຂວງໃນມື້ອື່ນ!! ຕົນເອງຄືຊິອາບນ້ຳ ແລ້ວຈະໄປກິນເບຍ ຈັກສອງສາມແກ້ວ ແກ້ເມື່ອຍ!!!

 

ຕິດຕາມພາກຕໍ່ໄປ.........

 ທາງສູ່ແຂວງຊຽງຂວາງ

 

ຕົ້ນແປກແຂວງຊຽງຂວາງ

 

ສາວນ້ອຍ ທີ່ຮ້ານນ້ຳປັ່ນ ສາມແຍກພູຄູນ!! ຢ່າລື່ມໄປອຸດໜູນເດີ!!!

ຂຽນເມື່ອ ຂຽນເມື່ອ: ກ.ລ.. 20, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

  ຮອດເວລາປະມານສີ່ໂມງຍັງ!! ຕົນເອງກະຍັງຄາປະຊຸມວຽກຢູ່ ແລະ ບັດເຂົ້າຊົມນັດຊິງ ບານເຕະຊາຍ U16 ກະຍັງບໍ່ທັນມີ, ໂທໄປຮ້ານເອັມພອຍມາດ ແລະ ທີໂກ ກະຂາຍກ້ຽງ!!! ຊິໄດ້ໄປເບິ່ງຕິດຂອບສະໜາມ ບໍ່ນໍ້!!! 

ເຫັນເພື່ອນຢູ່ເຟສບຸກ ອ່ອນລາຍ ກະເລີຍລອງຖາມ ພໍດີລາວມີ 2 ປີ້ຕ້ອງການຂາຍຕໍ່ ກະເລີຍຕ້ອງໄດ້ຊື້ໃນລາຄາ 15000 ກີບ ຂະເຈົ້າກິນຫົວຄິວໄປ!!! ໂຊກຍັງດີ! ໄດ້ສອງປີ້ ບໍ່ຮູ້ຈະຊວນໃຜໄປນຳ ກະເລີຍໂທຫາສ່ຽວທີ່ເປັນທ່ານໝໍ! ພໍດີລາວກະກຳລັງຊອກຊື້ປີ້ ກະເລີຍວ່າໄດ້ມີເພື່ອນໄປນຳກັນ!!! 

ອອກຈາກຫ້ອງປະຊຸມປະມານ ຫ້າໂມງຍັງ! ກັບໄປມ້ຽນເອກະສານ ແລະ ຈັດການວຽກຄ້າງ!! ຫຼຽວເບິ່ງໂມງມັນຄືວ່າແລ່ນໄວແທ້ໆ  ບໍ່ທັນໃດກະຮອດ 5 ໂມເຄີ່ງ!! ແລະ ເສັ້ນທາງ ຈາກຕົວເມືອງຫາ ເດີ່ນກິລາແຫ່ງຊາດ ກະໄກສົມຄວນ!!! ຟ້າວປິດຄອມພິວເຕີ ຈັບກະແຈ້ລົດຈັກຄູ່ໃຈ ແລ້ວກໍ່ມຸ້ງໜ້າໄປ ສູ້ສະໜາມກິລາ!! ອອກຈາກຫ້ອງການກະປະມານຫົກໂມງຍັງ ໜ້ອຍໜື່ງ!! ເສັ້ນທາງແມ່ນການຈາລະຈອນແອອັດ ແຕ່ທາງອອກປະຕູໄຊໄປ!! ເພາະທັງຄົນເລີກວຽກ ທັງກອງເຊຍທີ່ຈະມູ້ງໜ້າໄປສະໜາມກິລາ!! ໄຄແຕ່ວ່າຂີ່ລົດຈັກ ຈີງພໍໄດ້ຊິກແຊກ ລັດນັ້ັນລັດນີ້!! ຫຼືບາງຄັ້ງກະຕ້ອງໄດ້ຂື້ນຂີ່ທາງຄົນຍ່າງ!!! ໃຊ້ເວລາປະມານ 15 ນາທີຈີງໄປຮອດສີ່ແຍກດົງໂດກ!!! ຜ່ານສີ່ແຍກມຸູ້ງໜ້າໄປຕາມທາງດອນໜູນ ລ້ຽວຕາມທາງ 13 ໃຕ້ ສູ່ສະໜາມກິລາແຫ່ງຊາດ!!! ໂອຍ!! ພີ່ນ້ອງເອີຍ!!​ປານບຸນທາດຫຼວງ!! ຄົນທົ່ວວຽງຈັນຄືຊິພາກັນມາກອງກັນຢູ່ນີ້ໝົດ!!

ຊອກຫາບ່ອນຈອດລົດກະພໍແຮງ!!!​ເຈົ້າໜ້າທີ່ເພິ່ນຕ້ອງໄດ້ຈັດແຈງບ່ອນຢ່າງເລ່ງດ່ວນ!!! ບາງຄົນກະເອົາລົດໄປຈອດຝາກກົງກັນຂ້າມ ແຕ່ວ່າ ບໍ່ມີຄົນຝາກລົດ!!! ລົມກັບໝູ່ວ່າເຮົາໜ້າຈະ ເອົາປີ້ລົດມາ ແລ້ວຮັບຝາກລົດໜ້າຈະໄດ້ເງິນດີ!! ຄົນລະ 5000 ໄດ້ຈັກ 100 ຄັນ ກະ 500000!!! ຂີ່ໄປຂີ່ມາ!! ພໍດີເພີ່ນເປີດປະຕູ ໃຫ້ລົດຈັກເຂົ້າໄປໄດ້ອີກຊຸດໜື່ງ ກະເລີຍໄດ້ບ່ອນຈອດ!! ຝາກລົດເປັນທີ່ຮຽບຮ້ອຍ ສອງສ່ຽວ (ເອົາລົດມາຄົນລະຄັນ) ກະພາກັນໄປຊອກຫາທີ່ນັ່ງ!! ຕາມປີ້ເຂົ້າຊົມ ແມ່ນໄດ້ປີ D12 ແຕ່ວ່າ! ຫຼຽວເບິ່ງສະໜາມແລ້ວ ເຫັນຄົນຈົນລົ້ນ!! ບາງຜ່ອງກະກອດເຫຼັກຢືນເບິ່ງ!! ຊິມີບ່ອນນັ່ງເຫຼືອຢູ່ວ່າ!

ຈັ່ງໃດກະມາຮອດ,​ກະເລີຍພາກັນໝົ້້ນ ສ່ຽງໂຊກສະຕາ ຫາທີ່ນັ່ງ!! ແຕ່ມັນກະຄືຊີເປັນໄປໄດ້ຍາກ!!! ທີ່ກາງສະໜາມ ທິມຊິງທີ່ສາມ ລະຫວ່າງ ສິງກະໂປ ແລະ ມ່ຽນມ່າ ກະຫາກໍ່ແຂ່ງຂັນຈົບ ເຊີ່ງ ພະມ້າສາມາດເອົາຊະນະໄປໄດ້ 2-1!!! ພໍດີໝົ້ນໄປໝົ້ນໄປ!! ພໍດີມີເຫັນບ່ອນທີ່ເຂົ້າເຈົ້າເອົາໂຖດອກໄມ້ຕັ້ງ!​ທາງລຸ່ມຝາກບ່ອນນັ່ງທີ່ມີເສົາທວນໄຟ!  ມີສອງແມ່ລູກພາກັນຢືນຢູ່ ກະເລີຍຂໍອານຸຍາດ ເຂົ້າຮ່ວມປີ່ຢືນຢູ່ບ່ອນນັ້ນ!! ຈັ່ງທັງຢືນ ທັງແຂວນ ກາວ່າແມ່ນ ເພາະຕ້ອງໄດ້ເອົາມືເກາະເຫຼັກກັ້ນທາງເທິງ!! ຄິດແລ້ວກະທໍລະມານສົມຄວນ!!! ເວົ້ານຳສ່ຽວວ່າ!! ເຮົາຊີຢືນທໍລະມານຢູ່ນີ້ ອີກ ປະມານ 2 ຊົ່ວໂມງຂ້າງໜ້າ!!!

ຮອດເວລາ ປະມານ 7 ໂມງ!!! ຄູ່ຊິງກະເລີ່ມລົງສະໜາມ ພິທີກອນກໍ່ປະກາດລາຍຊື່ນັກເຕະຂອງທັງສອງທີມ ລາວ ແລະ ໄທ!! ສຽງໂຮ່ຮ້ອງ ແລະ ຊົມເຊຍ ຂອງຄົນເດັ່ງກ້ອງແບບ ວ່າບໍ່ຮູ້ແນວຈະອະທິບາຍ!!​ຢາກຮູ້ຕ້ອງໄດ້ໄປສຳພັດດ້ວຍຕົນເອງໃນຄາວໜ້າ!!! ພໍຮອດຕອນ ຮ້ອງເພງຊາດລາວ!! ສຽງເພງຊາດແມ່ນດັງກ້ອງກັງວານ!! ໄດ້ຍິນແລ້ວ ກະຄຶກຄັກ!!!

ສຽງໝາກຫວີດ ດັງຂື້ນ, ການແຂ່ງຂັນກໍ່ເລີ່ມ ກັນ!!! ເຕະໄປເຕະມາ!! ເບິ່ງທີມລາວແລ້ວ ກະເຫັນວ່າເສຍປຽບ ທີມໄທຫຼາຍສົມຄວນ ໂດຍສະເພາະແມ່ນຊັດສ່ວນນັກເຕະ, ເຫັນວ່າທີມໄທ ຈະໃຫຍ່ ກວ່າຫຼາຍ!!! 

ແລະແລ້ວ!! ມາຮອດປະມານ ນາທີ ທີ່ 4 ທີມໄທ ກໍ່ມາໄດ້ຈຸດໂທດ ນອກເຂດທີ່ປີກຂວາ!!! ໃຊ້ຄວາມສາມາດສະເພາະຕົວ!! ລູກປັ່ນໂຄ່ງຂອງນັກເຕະໄທ ກໍ່ຕ້ອງເຮັດໃຫ້ກອງເຊຍລາວຕ້ອງສະຫຼົບສະໄຫຼໄປຕາມຕາມກັນ!! ເມື່ອໝາກບານໄດ້ກີ້ງເຂົ້າຕາຄ່າຍ ຂອງໂກນຝັ່ງລາວ!! ເປັນອັນວ່າ ທີມໄທ ນຳໜ້າໄປ ຢ່າງໄວວາ 1-0 ໃນນາທີ່ ທີ່ ສີ ກວ່າໆໆ!!!

ທີ່ມລາວກໍ່ຕ້ອງໄດ້ຮືດ ແລະ ບຸກໜ້າ!! ແຕ່ກໍ່່ບໍ່ສາມາດສ້າງປະຕູໄດ້!! ຈົນມາຮອດນາທີ່ທີ່ ຊາວ!! ຍິ່ງເປັນການຊ້ຳເຕີມ ເມື່ອ ນັກເຕະລາວຄົນໜື່ງເຂົ້າທາງຫຼັງ ແບບອັນຕະລາຍໄດ້ບັດເຫຼືອງ ທີ່ສອງ ໂດນໄລ່ອອກ!! ເປັນອັນວ່າ ທີ່ລາວ ມີພຽງ 10 ຄົນ ຕໍ່ສູ້ກັບ ໄທ 11ຄົນ!! 

ຈາກການຕັດສິນດັ່ງກ່າວ ແຟນໆ ກະບໍ່ພໍໃຈ ພາກັນ ໂຍນກະຕຸກນ້ຳ ປ່ອງເບຍ ແລະ ອື່ນລົງ ໃສ່ສະໜາມ!! ຂ້າພະເຈົ້າເຫັນແລ້ວ ເປັນຕາລະອາຍໃຈ ຕໍ່ການກະທຳຂອງຄົນລາວ!! ທາງເຈົ້າໜ້າທີ່ກໍ່ຂໍຮ້ອງ ໃຫ້ຢຸດການກະທຳດັ່ງກ່າວ! ແຕ່ວ່າ ບັນດາກອງເຊຍກະຍັງພາກັນ ໂຍນສິ່ງຂອງລົງມາ!! ເຈົ້າໜ້າທີ່ຈິ່ງໄດ້ລະດົມກຳລັງອອກມາ ເກັບມ້ຽນ ສິ່ງຂອງທີ່ກອງເຊຍ ໂຍນລົງມາ!! ອັນນີ້ມັນເປັນການສະທ້ອນເຖິງ ມາລະຍາດ ອັນບໍ່ດີທີ່ຄົນລາວບໍ່ຄວນເຮັດ!! ດັ່ງນັ້ນ ຂ້ອຍຄິດວ່າ ຖ້າສະມາຊິກພັນລາວ ທີ່ໄດ້ໄປຊົມໃນມື້ນີ້ ກະຄົງຈະເຫັນວ່າ ມັນບໍ່ເໝາະສົມ ແລະ ມັນອາດສົງຜົນ ທີ່ປະເທດລາວ ຈະເປັນເຈົ້າພາບຈັດງານແຂ່ງຂັນ ໃນອະນາຄົດ!!! ບາງເທື່ອ ສິ່ງທີ່ໂຍນລົງໄປ ກະເກືອບຖືກ ເຈົ້າໜ້າທີ່ທີ່ມາຄ່ອຍຮັກສາຄວາມປອດໄພ! 

ການແຂ່ງຂັນ ສະຫງັກ ໄປປະມານ ຫ້າຫົກນາທີ່ ຈິ່ງເລີ່ມກັນໃໝ່!! ຄວາມຈິງແລ້ວ ກຳມະການຕັດສິນແມ່ນຖືກຕ້ອງຕາມກົດກະຕິກາແລ້ວ!! ສະນັ້ນ, ກອງເຊຍກະຄວນຍ້ອມຮັບ ແລະ ເຊຍດ້ວຍຄວາມເປັນມິດ ແລະ ມີມີລະຍາດທີ່ດີ!

ໝົດເຄີ່ງເວລາທຳອີດ! ທີມໄທກໍ່ນຳລາວໄປ 1-0!!! 

ໃນຊ່ວງ ພັກ!! ກໍ່ມີການຮ້ອງເພງຈາກ ສັກ ວົງເຊວ! ຄືຊິແມ່ນມາລີບຊີ້ງ!! ແບບວ່າເປີດຊີດີເອົາ!!​ແຕ່ວ່າມັນກະເປັນການກະຕຸ້ນກອງເຊຍດ້ວຍສຽງເພັງດັງສາມສຽງເພງ!! ເພງລາວສູ້ໆ, ຄວາມຮູ້ສຶກບອກ ແລະ ເພງຫວານ! 

ພັກຜ່ອນ ປະມານ 15 ນາທີ ການແຂ່ງຂັນໃນເຄິ່ງເວລາທີ່ສອງກະເລີ່ມຂຶ້້ນ!! ທີມລາວກະຍັງ ບຸກໜ້າຢ່າງໜັກ! ນອກຈາກຈະເສຍປຽບ ວ່າຄົນນ້ອຍກວ່າແລ້ວ ຍັງມີພຽງ ແຕ່ 10 ຄົນ!

 

ມີຫຼາຍຈັ່ງວະທີ່ທັງສອງທີມໄດ້ພະຍາຍາມ ຍິງປະຕູ! ແຕ່ສ່ວນຫຼາຍ ແມ່ນທີມລາວ ທີ່ຕ້ອງໄດ້ຕັ້ງຮັບ ຢ່າງຫວາດສຽວ ແລະ ຫຼາຍໆ ຄັ້ງກະເກືອບເປັນປະຕູ!! ນາຍປະຕູ ກະສາມາດ ປ້ອງກັນໄວ້ຫຼາຍໆ ຄັ້ງ!! ແຕ່ວ່າ ນາຍໂກນນີ້ ກະຍັງມັກພາດ ຫຼື ເຮັດບານລຸດມື ຫຼາຍໆ ຄັ້ງ!!! ເກມຍິງມັນ ຍິງດຸເດືອດ ກ່ອນຈະຈົບເວລາ ທີມລາວ ກໍ່ມີໂອກາດເຂົ້າຍິງປະຕູ ສອງສາມຄັ້ງ ແຕ່ກະບໍ່່ສາມາດ ເອົາເຂົ້າທ້າຍຕາຄ່າຍໂກນຂອງທີມໄທ! ເປັນອັນວ່າ ຈົບເວລາ 90 ນາທີ ແລະ ເພີ່ມເວລາບາດເຈັບ 4 ນາທີ່! ທີມໄທກໍ່ສາມາດ ເອົາຊະນະ ທີມລາວໄປ 1-0.

ສິ່ງທີ່ຊົມເຊີຍກະແມ່ນນ້ຳໃຈນັກກິລາຂອງທີມລາວ ທີ່ສູ້ຢັນ! ແຕ່ເນື່ອງຈາກການມີພຽງແຕ່ 10 ຄົນ! ກໍ່ຕ້ອງໄດ້ເຮັດວຽກໜັກຂຶ້ນ!! ນັກເຕາະລາວແມ່ນເມື່ອຍລ້າ!! 

ຍ່າງອອກຈາກສະໜາມກິລາ ແມ່ນວ່າຈະມີຄົນເຕັມສະໜາມ ແຕ່ຮູ້ສືກວ່າ ມັນຄືມິດງຽບແທ້!! ເວົ້າງ່າຍໆ ກະແມ່ນວ່າ ກອງເຊຍພາກັນອົກຫັກ ຈົນບໍ່ຮູ້ ຊິເວົ້າຊິລົມຫຍັງກັນ! ຕົນເອງກັບສ່ຽວ ກະຮີບມູ້ງໜ້າໄປເອົາລົດ! ເພາະວ່າຖ້າອອກຊ້າ ຮັບຮອງວ່າ ລົດຈະຕິດ!! ໂຊກດີຕ້ອງອອກມາ ຜູ້ຄົນຍັງບໍ່ທັນອອກມາຫຼາຍ!! ເສັ້ນທາງຈິງສະດວກ!! ປະມານ ເກົ້າໂມງ ກະເລີ່ມຂີ່ລົດກັບບ້ານ!! ຝົນກະຍອຍແຍະໆໆໆ ຄືວ່າເປັນການເສຍໃຈ ທີ່ທີມລາວເສຍ!!!

ເອົາລະ ກະຂໍໃຫ້ນັກເຕະລາວ ຕັ້ງໃຈຝຶກຊ້ອມໃຫ້ດີກວ່ານີ້ອີກ! ແລະ ຕ້ອງຮຽກຮ້ອງມາຍັງກອງເຊຍ ຕ້ອງເຊຍດ້ວຍຄວາມສຸພາບ ແລະ ຮັກສາເອກະລັກຄວາມເປັນລາວເອົາໄວ້!! 

ຮັກແພງ!!

ເບິ່ງຄີບວິດີໂອໄດ້ທີ່ນີ້

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 14, 2011 | ມີ 17 ຄຳເຫັນ ແລະ 0 trackback(s)

 ມີຫຼາຍຄົນກະເຄີຍຖາມວ່າ ຈະມີເລື່ອຍເປື້ອຍພາກສີ່ບໍ່!!!​ ກະເລີຍມາຂຽນມື້ນີ້ສາເລີຍ(ວັນທີ 14 ກໍລະກົດ 2011)!! ເປັນຄ່ຳຄືນກ່ອນ ວັນເຂົ້າພັນສາ!! ແລະ ຄິດວ່າຫຼາຍໆ ຄົນທີ່ເປັນຊາວພຸດທະສາສະໜາ ເວົ້າສະເພາະ,​ເວົ້າລວມກະຊິແມ່ນຄົນລາວ ທົ່ວປະເທດນີ້ລະ!!! 

ວັນເຂົ້າພັນສາກະເປັນວັນບຸນໃຫຍ່ປະຈຳປີຂອງບ້ານເຮົາກະວ່າໄດ້! ແລະ ເປັນລະດູການຂອງການ ປົດ ຄວາມທຸກ ແລະ ທົບທວນແນວບໍ່ດີ ຈາກຊີວິດ!! ຫຼາຍໆຄົນກະຈະພາກັນງົດເຫຼົ້າ, ງົດການເຮັດສິ່ງບໍ່ດີ ໃນຊ່ວງເຂົ້າພັນສາ!!! ແຕ່ວ່າເປັນຫຍັງຄືບໍ່ເຮັດແນວດີໆ ຕະຫຼອດໄປເລີຍບໍ່!!! ຈຳເປັນຫຍັງຈະມາເນັ້ນແຕ່ຊ່ວງເຂົ້າພັນສາ!! ເຊັນວ່າ ການຂ້າສັດຕັດຊີວິດ, ການເສບຂອງສຸລານາລີ, ການຂີ້ຕົ້ວະຫຼອກລວງ, ການເຫັນແກ່ຕົວ ແລະ ອັນບໍ່ດີໆ ຕ່າງໆໆ ຕົນເອງຄິດວ່າ ຄົນເຮົາທຸກຄົນ ໜ້າຈະເຮັດຄວາມດີໃຫ້ເປັນນີໄສ ຫຼື ໃຫ້ເປັນສັນດານເລີຍ ດີບໍ່? 

ຖ້າເບິ່ງໄປແລ້ວ, ການເຂົ້າພັນສາ ອາດຈະເປັນການບອກຍໍ້າຫຼືເຕືອນສະຕິ, ເຊິງພະພຸດທະເຈົ້້າ ກໍ່ເຄີຍຕັດໄວ້ວ່າ ຄວາມດີຕົກນ້ຳບໍ່ໄຫຼຕົກໄຟບໍ່ໄໝ້ (ອັນນີ້ກະບໍຮັບປະກັນ ແຕ່ວ່າ ຄົນດີນີ້ຜີຄຸ້ມຄອງ).... ສະນັ້ນ, ການທີ່ເຮັດຈຳພັນສາໃນຊ່ວງລະດູຝົນ ຕະຫຼອດສາມເດືອນ ນີ້ ອາດຈະມີເປົ້າໝາຍໃຫ້ທຸກຄົນໄດ້ສະທ້ອນ ແລະ ເບິ່ງຄືນວ່າ ເອີ!!! ຊວງປີທີ່ຜ່ານມານີ້ ເຮົາເຮັດຫຍັງມາແດ່ ອັນທີ່ບໍ່ດີ ເຮົາຄວນຈະແກ້ໄຂແນວໃດ ແລະ ຈະຮັກສາ ແລະ  ປະຕິບັດອັນດີຕໍ່ໄປຄືແນວໃດ!!! ໄປວັດມືອື່ນ ຄູບາເພິ່ນກະຄືຊິເທດໃຫ້ຟັງ!!! ຕ້ອງຕັ້ງໃຈຟັງດີໆ!! ບໍ່ແມ່ນໄປວັດຍ້ອນແຕ່ວ່າຜູ້ສາວຊວນ ຫຼື ໄປວັດຄືໄປອວດແຟນວ່າຫຼໍ່ບໍ່! ອັນນີ້ກະບໍ່ຄັກເດີ!!! ຕ້ອງໄປດ້ວຍສັດທາ ແລະ ຕັ້ງໃຈໄປ!!! ມີໂອກາດ ກະນັ່ງຟັງພະເພິ່ນເທດຈັກກັນສອງກັນ ຄ່ອຍກັບບ້ານ!!! ແຕ່ສ່ວນໃຫຍ່ທີ່ເຫັນນັ້ນໄປວັດປັບໃສບາດໃຫ້ແລ້ວ ແລະ ກະຟ້າວກັບບ້ານ!! ແລ້ວກະມາອ້າງວ່າ ຕົນເອງໄປວັດຫາມາ !!​ຖ້າມີຄົນຖາມສໍ້ວ່າໄດ້ຮຽນຮູ້ຫຍັງມາແດ່!! ຄືຊິຕອບບໍ່ໄດ້ເລິກເຊິ່ງປານໃດ!!!

ທີ່ຈິ່ງ ກ່ອນຈະມານັ່ງຂຽນເລື້ອຍເປື້ອຍ 4 ນີ້, ກໍ່ຫາກະເບິ່ງສາລະຄະດີ ກ່ຽວກັບຄະດີຄາດຕະກຳ ທີ່ມີການໃຊ້ເວລາ ແລະແຜນການໃນການຈັບກຸມ ຄາດຕະກອນຫຼືຜູ້ຕ້ອງຫາ!!

ເລື່ອງມັນກະມີຢູ່ວ່າ, ຄູ່ຜົວເມຍຄູ່ໜຶ່ງ ໄດ້ແຕ່ງງານກັນມາໄດ້ປີກວ່າໆ ແລະ ແລ້ວ ວັນໜຶ່ງ ຜູ້ເປັນເມຍໄດ້ຄອບຜົວວ່າຈະໄປຢາມແຟນເກົ່າຢູ່ຊານເມືອງ ແຕ່ວ່າ ມື້ໜຶ່ງຜ່ານໄປ ຜູ້ເປັນເມຍກະບໍ່ເຫັນກັບມາ, ຜົວກໍໄດ້ແຈ້ງກັບເຈົ້າໜ້າທີ່ຕ່ຳຫຼວດ ແລະ ໄດ້ມີການຄົ້ນຫາ ແຕ່ວ່າກະບໍ່ຮູ້ວ່າ ຍິ່ງຄົນນັ້ນຫຼົງທາງໄປໃສ! ແຕ່ພໍຮຸ່ງເຊົ້າ ກະເຫັນລົດຂອງລາວ ຈອດໄວ້ແຄມທາງໃກ້ໆ ກັບສວນຂອງແຟນເກົ່າ! ແຕ່ວ່າແຟນເກົ່າຂອງລາວກໍ່ບໍ່ຮູ້ວ່າ ນາງມາຫາ ເພາະລາວເອງກະບໍ່ໄດ້ເຫັນນາງເລີຍຊ້ຳ.

ຕ່ຳຫຼວດໄດ້ມີການກວດສອບປະຫວັດ ແລະຮັບຮູ້ມາວ່າ ຜູ້ຍິງທີ່ຫາຍຕົວໄປນັ້້ນເປັນນັກຂຽນ ທີ່ເຄີຍຕໍ່ສູ້ຄະດີ ອັນດົງດັງຄະດີໜຶ່ງ ແລະ ນາງສາມາດຊະນະຄະດີ ໂດຍທີ່ມີ ຄົນໂທດຜູ້ໜຶ່ງ ຊ່ວຍໃຫ້ປາກຄຳ ເຊິງເຮັດໃຫ້ນາງມີຄວາມປະທັບໃຈ ກັບຊາຍຄົນນັ້ນ!! ແຕ່ວ່າ ຊາຍຜູ້ນັ້ນພັດວ່າຖືກຕ້ອງຫາ ໃນຄະດີຂ້າຄົນຕາຍມາກ່ອນ!! ແຕ່ເຖິງຢ່າງໃດກໍ່່ດີ ນາງກະບໍ່ຄິດຫຍັງຫຼາຍ ແລະ ໄດ້ມີການພົວພັນ ກັບຊາຍຄົນໂທດຜູ້ນັ້ນ, ຈົນທັງສອງ ໄດ້ມີຄວາມສຳພັນ ອັນເລິກເຊິ່ງ ແລະ ນາງໄດ້ຊ່ວຍຕໍ່ສູຄະດີ ຈົນສາມາດຜ່ອນໂທດໃຫ້ຊາຍດັ່ງກ່າວພົ້ນໂທດອອກມາ. ແລະ ທັງສອງກໍ່ໄດ້ຕົກລົງແຕ່ງງານກັນ!! 

ສະຫຼຸບງ່າຍໆ ກະຄືວ່າ ຜົວເມຍຄູ່ນັ້້ນ ແມ່ນ ຍິງນັກຂຽນ ກັບ ຊາຍນັກໂທດຂ້າຄົນຕາຍນັ້ນເອງ!!

ພາຍຫຼັງທີ່ ເມຍຫາຍຕົວໄປ, ຜູ້ເປັນສາມີກໍ່ພະຍາຍາມຫາທຸກວິທີທາງເພື່ອຈະຊອກຫາ ເມຍຂອງຕົນ, ທາງຕ່ຳຫຼວດກໍ່ໄດ້ໃຫ້ຄວາມຊ່ວຍເຫຼືອເຕັມທີ່ ແຕ່ກະຍັງບໍ່ຮູ້ຮ່ອງຮອຍ. ການໄປສືບສວນແຟນເກົ່າກໍ່ເຫັນວ່າ ລາວບໍ່ກ່ຽວຂ້ອງ ເພາະວ່າ ມື້ທີ່ເກີດເຫດ ຊາຍຄົນນ້ັນ ກະບໍ່ໄດ້່ຢູ່ບ້ານ ແລະ ເຂົາເອງກໍ່ເຮັດວຽກຢູ່ຫ້ອງການລາວ ແລະ ມີພະຍານທີ່ເຫັນວ່າ ເຊື່ອຖືໄດ້. 

ເຈົ້າໜ້າທີ່ໄດ້ ຕ້ອງສົງໄສ ຄົນໂທດອີກຄົນ ທີ່ນາງເຄີຍຕໍ່ສູ້ຄະດີ ກ່ອນໜ້ານີ້ ເພາະວ່າກ່ອນໜ້າເກີດເຫດ ຊາຍຄົນນັ້ນກໍ່ພົ້ນຄະດີ, ແຕ່ວ່າ ຈາກການສືບຫາສາເຫດ ກະບໍ່ມີສ່ວນກ່ຽວຂ້ອງ.

ຕ່ຳຫຼວດ ຈິ່ງເຫັນວ່າ, ມີແຕ່ຜົວຂອງລາວທີ່ເຄີຍ ເປັນຄາດຕະກອນມາກ່ອນ ອາດເປັນຜູ້ຕ້ອງສົງໄສ! ແຕ່ວ່າຈາກການສັງເກດ ຜູ້ເປັນຜົວໄດ້ເວົ້າຢ່າງໜ້າໂສກເສົ້າເສຍໃຈ ຕໍ່ການຫາຍຕົວໄປຂອງເມຍ ແລະ ນັກຈິດຕະວິທະຍາ ຫຼາຍຄົນທີ່ເຂົ້າມາສອບຖາມ ກໍ່ເຫັນວ່າ ເບິ່ງແລ້ວ ລາວອາດຈະບໍ່ເປັນຄົນກໍ່ເລື່ອງ.

ຕໍ່ມາ ຜູ້ເປັນຜົວ ໄດ້ຕິດຕໍ່ຫາ ນັກສືບຍິງ ອິດສະຫຼະ ມາຊ່ວຍຊອກຫາເມຍ ເຊິ່ງວ່າ ນັກສືບຄົນນີ້ ກະຍັງເປັນມືໃໝ່ ແຕ່ວ່ານາງ ກໍ່ໄດ້ຮັບປາກວ່າຈະຊ່ວຍ ແລະ ໄດ້ເຂົ້າມາໂອລົມ ກັບຜູ້ເປັນຜົວ. ຕາມທຳມະດາຂອງນັກສືບ ທຸກການສົນທະນາ ພວກເຂົາຈະຂໍອານຸຍາດ ອັບເທບການສົນທະນາ ເພື່ອທີ່ຈະໄດ້ນຳເອົາໄປວິເຄາະວິໄຈ. ຜູ້ເປັນຜົວ ກະບໍ່ຂັດຄ້ານ. 

ຈາກການພົວພັນ ແລະ ສືບຄະດີ ເກືອບ ສອງເດືອນ ແຕ່ກະບໍ່ມີຫຍັງຄືບໜ້າ, ແຕ່ວ່າ ທາງເຈົ້າໜ້າທີ່ຕ່ຳຫຼວດ ຍັງຄົງສົງໄສ ວ່າແມ່ນຜູ້ເປັນຜົວເປັນຄົນຂ້າເມຍ! ແຕ່ກະຍັງບໍທັນມີຫຼັກຖານ. ຕ່ຳຫຼວດເອງຈິ່ງໄດ້ມີການ ຖັກຖາມ ກັບທະນາຄານ ທີ່ຜູ້ເປັນເມຍໄດ້ຝາກເງິນໄວ້ ແລະ ເມື່ອຮູ້ຂໍ້ມູນ ກໍ່ເປັນທີ່ຕົກໃຈ ເມື້ອຮູ້ວ່າ ຊ່ວງຫຼັງໆ ມານີ້ ຜູ້ເປັນສາມີໄດ້ມີ ພຶດຕິກຳ ຕົວະເອົາເງິນເມຍ ໂດຍການເອົາບັດທະນາຄານຂອງເມຍໄປຖອນເອົາເງິນ, ແລະ ປອມແປງລາຍ ເຊັນ. ແລະ ສິ່ງທີ່ໜ້າສົງໄສ ກະຄືວ່າ ຜູ້ເປັນຜົວໄດ້ແຈ້ງຕ່ຳຫຼວດວ່າ ເມຍຫາຍຕົວໄປ ຕົວບ່າຍໂມງໜຶງ ເພື່ອເດີນທາງໄປ ຫາແຟນເກົ່າ! ແຕ່ຈາກການບັນທຶກຂອງກ້ອງວົງຈອນປິດຂອງທະນາຄານ ເຫັນວ່າຜູ້ເປັນຜົວໄດ້ເອົາບັດເອທີເອັມຂອງເມຍໄປຖອນເອົາເງິນມາ ກ່ອນເວລານັ້ນ! ເຊີ່ງໝາຍຄວາມວ່າ ມັນມີແນວບໍ່ປົກກະຕິ.

ສ່່ວນທາງຝ່າຍນັກສືບຍິງ, ເມື້ອໄດ້ມີການສົນທະນາ ແລະ ໄດ້ໄປເບິ່ງ ລົດທີ່ຈອດໄວ້ແຄມທາງ ແລະ ສັງເກດທຸກຢ່າງ ພ້ອມທັງມາຟັງຄືນ ການສົນທະນາ ລະຫວ່າງລາວເອງກັບຜົວ ແລ້ວ ກະມີືສິ່ງໜຶ່ງທີ່ເປັນຂໍ້ຂ້ອງໃຈ ທີ່ເຮັດໃຫ້ນາງເອງສັນນິຖານວ່າ ຜົວທີ່ເປັນຄົນຂ້າເມຍ ເພາະວ່າ ຜູ້ເປັນຜົວເວົ້າວ່າ ກ່ອນທີ່ເມຍຈະອອກໄປລາວບໍ່ໄດ້ຍ້າຍເບາະລົດຄົນຂັບ ທີ່ລາວໄດ້ຍັບໄປທາງຫຼັງ ເພາະວ່າ ຜູ້ເປັນຜົວຂາ ຍາວກວ່າເມຍ ເວລາຂັບລົດມັກຈະ ເຄື່ອນເບາະລົດ. ນາງໄດສັນນີຖານວ່າ ສັນໃດ ຜູ້ເປັນຜົວຈິ່ງຮູ້ ແລະ ເວົ້າເລື່ອງນີ້ ຫຼືວ່າລາວອາດຈະຮູ້ວ່າ ຕ່ຳຫຼວດອາດຈະສົງໄສວິທີການໃຊ້ເບາະ ເພາະຕອນທີ່ຂັບລົດເອົາໄປຈອດຂ້າງທາງ ລາວລືມເລື່ອນເບາະນັງຄືນ. 

ເມື່ອຕ່ຳຫຼວດຕິດຕາມ ການເຄືອນໄຫວຂອງຜູ້ເປັນຜົວມາໄດ້ໄລຍະໜຶ່ງ ກະຮູ້ວ່າ ລາວໄດ້ຕິດຕໍ່ກັບນາງສາວນັກສືບ, ດັ່ງນັ້ນ ທາງຕ່ຳຫຼວດຈິ່ງໄດ້ປະສານກັບນັກສຶບຄົນດັ່ງກ່າວ ແບບລັບໆ ເຊິງຜູ້ເປັນຜົວບໍ່ຮູ້. ຈາກການໂອລົມສົນທະນາລະຫວ່າງ ເຈົ້າໜ້າທີຕ່ຳຫຼວດ ແລະ ນັກສືບ ກະເຫັນຕົງກັນວ່າ ບັນຫາທາງດ້ານການເງິນ ເປັນປັດໃຈ ທີ່ຊັກຈູງໃຫ້ຜົວຂ້າເມຍ ແລະ ເນືອງຈາກຜູ້ກ່ຽວມີຄະດີຂາດຕະກຳມາກ່ອນ ດັ່ງນັ້ນ ການຈະຍັງມີວິນຍານນັກຂ້າ ອາດຍັງຄົງຢູ່.

ທາງຕ່ຳຫຼວດຈິງໄດ້ຮ່ວມມືກັບນັກສືບສາວຄົນນັ້ນ ເພື່ອທີ່ຈະຊອກຫາສົບຂອງຜູ້ຕາຍ ມາຫັດຕົວຜູ້ຕ້ອງຫາ ກະຄືຜົວຂອງລາວເອງ. ດັ່ງນັ້ນ ທາງເຈົ້າໜ້າທີ່ຈິ່ງໃຊ້ອຸບາຍ ບອກໃຫ້ນັກສືບສາວ ໄປບອກຂ່າວກັບຜູ້ເປັນຜົວວ່າດຽວນີ້ທາງເຈົ້າໜ້າທີ່ໄດ້ມີຫຼັກຖານມັດຕົວແຟນເກົ່າຂອງລາວ ແລະ ຖ້າຫາກພົບສົບຜູ້ຕາຍ ເມື່ອມີການສັນລະສູດກໍ່ຈະຈັບກຸມແຟນເກົ່າຂອງລາວໄດ້. 

ເມື່ອນັກສືບສາວ ນຳຂ່າວນີ້ໄປເວົ້າສູ້ຜູ້ເປັນຜົວຟັງ, ລາວກໍ່ໃຫ້ຄວາມຮ່ວມມື ແລະ ໄດ້ສົນທະນາກັນວ່າ ຈະໄປຊອກຫາສົບໄດ້ຢູ່ໃສ! ແລະ ທັງສອງຈິ່ງຕົກລົງກັນ ໄປຊອກຫາສົບຜູ້ເປັນເມຍ ຢູ່ເຂດປ່າໃກ້ກັບສວນຂອງແຟນເກົ່ານາງ. ແຕ່ວາ ໃນຄັ້ງທຳອິດ ກໍ່ບໍ່ເຫັນຫຍັງ ແຕ່ສິ່ງເຈົ້າໜ້າທີ່ຕ່ຳຫຼວດມີຄວາມກັງວົນທີ່ສຸດ ກະແມ່ນຄວາມປອດໄພຂອງນັກສືບສາວຄົນນັ້ນ ທີ່ອາດຈະຕົກເປັນເຫຍື່ອລາຍຕໍ່ໄປ. 

ຄ້າຍວ່າ ຜູ້ເປັນຜົວຈະໄຫວຕົວທັນ, ລາວຈິ່ງໄດ້ຍຸດການຄົ້ນຫາສົບ ແລະ ກັບບ້ານ. ໂຊກດີ ທີ່ວ່າລາວບໍ່ໄດ້ທຳຮ້າຍນັກສືຶບສາວ.

ເຈົ້າໜ້າທີ່ ແລະ ນັກສຶບສາວ ຈິງໄດ້ວ່າງແຜນກັນໃໝ່ເພາະວ່າ ຜູ້ເປັນສາມາບໍຍອມຈະໄປຊອກຫາສົບອີກ, ດັ່ງນັ້ນ ຈິງໄດ້ວາງອຸບາຍກັບທາງທະນາຄານໃຫ້ແຈ້ງ ຂ່າວໄປວ່າ ທາງສາມີຈະໄດ້ຮັບມໍລະດົກຂອງເມຍລາວທັງໝົດ, ຫາກວ່າມີຫຼັກຖານຢືນຢັນການຕາຍຂອງນາງ ນັ້ນກໍ່ຄືສົບຂອງນາງນັ້ນເອງ. 

ໃນທີ່ສຸດຜູ້ເປັນຜົວ ຈິງຕົກລົງໄປຊອກຫາສົບເປັນຄັ້ງທີ່ສອງ ແຕ່ໃນຄັ້ງນີ້ເຈົ້າໜ້າທີ່ໄດ້ວາງການປ້ອງກັນຄວາມປອດໄພໃຫ້ກັບສາວນັກສືບ ຢ່າງລະມັດລະວັງ.

 

ໃນການເຂົ້າປ່າຊອກຫາສົບຄັ້ງທີ່ສອງ ຜູ້ເປັນຜົວໄດ້ນຳພານັກສືບສາວເຂົ້າໄປປ່າທີ່ເລິກສົມຄວນ, ແລະ ລາວເອງກະຍັງໄດ້ພະຍາຍາມຫຼອກຖາມວ່າ ນັກສືບສາວເປັນຕ່ຳຫຼວດລັບ ຫຼື ວ່າຮ່ວມືກັບຕ່ຳຫຼວດບໍ່? ແຕ່ຍ້ອນສັນຊາດຍານເອົາຕົວລອດ ນາງກໍ່ໄດ້ບ່ຽນເບນຄວາມສົນໃຈ ແລະ ພະຍາຍາມເວົ້າໃຫ້ຜູ້ເປັນຜົວເຊື່ອໃຈ.

ແລະໃນທີ່ສຸດພວກເຂົ້າກໍ່ໄປເຫັນເກີບຂອງຜູ້ຕາຍ ແລະ ສົບຂອງນາງກໍ່ຢູ່ໃກ້ໆ!!! ເມືອໄດ້ເຫັນສົບ ທາງນັກສືບກໍ່ໄດ້ແຈ້ງໃຫ້ເຈົ້າໜ້າທີ່ເຂົ້າມາສັນລະສູດ ວ່າເປັນນາງແທ້. ຜູ້ເປັນຜົວກໍ່ດີໃຈຄິດວ່າຈະໄດ້ເງິນມໍລະດົກ! ແຕ່ຈາກຫຼັກຖານ ອັນແໜ້ນໜ້າ ຕ່ຳຫຼວດໄດ້ຈັບກຸມຜູ້ເປັນຜົວ ໃນມື້ຕໍ່ມາຖານຂ້າຄົນອື່ນໂດຍມີການວາງແຜນ. ເຊິ່ງທີ່ຈິ່ງແລ້ວ ຜູ້ເປັນຜົວໄດ້ຂ້ານາງຢູ່ບ້ານ ແລ້ວເອົາຜ້າມ່ານຫ້ອງນ້ຳ ພັນຕົວນາງ ແລ້ວນຳໄປຖິ້ມ ທີ່ປ່າໃກ້ກັບສວນຂອງແຟນເກົ່າ. ແຕ່ກ່ອນຈະໄປ ລາວໄດ້ໄປຖອນເອົາເງິນເພື່ອຈະຊື້ນຳມັນລົດ, ຫຼັງຈາກທີ່ເອົາສົບໄປຖິ້ມຢູ່ປ່າແລ້ວ, ລາວເອງກໍ່ໄດ້ເອົາລົດໄປຈອດໄວ້ແຄມທາງ ຂ້າງສວນແຟນເກົ່າຂອງນາງ. ແຕ່ເພື່ອອຳພາງຄະດີ ຜູ້ເປັນຜົວໄດ້ນຳເອົາເອກະສານທັງໝົດປະໄວ້ທີ່ລົດຂອງລາວ ນັບທັງບັດເອທີເອມ ແລະ ບິນຮັບເງິນຈາກທະນາຄານ. ແຕ່ສິ່ງນັ້ນໄດ້ກາຍມາເປັນຫຼັກຖານເພື່ອມັດຕົວລາວເຂົ້າຄຸກ.

 

ສິ່ງໜຶື່ງທີ່ໜ້າຍ້ອງຍໍ ກະແມ່ນຄວາມກ້າຫານຂອງນັກສືບສາວຄົນນັ້ນ ທີ່ຍອມສ່ຽງຊີວິດ ກັບນັກຂ້າ!!!

 

ອັນນີ້ແລ້ວເພິ່ນວ່າ ໂລບມາກ ເຫັນແກ່ຕົວ ກະເຮັດໃຫ້ຄົນເຮົາໜ້າມືດຕາລາຍ ຂ້າໄດ້ແມ່ນແຕ່ຄົນທີຮັກ ແລະ ເຄີຍຊ່ວຍຕົນເອງໃນຍາມລ່ຳບາກ.

ສະນັ້ນຄົນເຮົາຕ້ອງມີສະຕິ ເຮັດຫຍັງດ້ວຍຄວາມຮອບຄອບ ແລະ ຕ້ອງບໍ່ຕັນຫາຫຼາຍ!

 

ໂອຍ!! ດຽວນີ້ກະ 23:45 ແລ້ວ!! ດຽວຂໍຕົວນອນກ່ອນ!! ມື້ອື່ນຊິໄປໃສ່ບາດ

 

ສຸກສັນເທດສະການເຂົ້າພັນສາເດີ!!

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ມື້ນີ້ (8/7/2011) ກະເປັນທີ່ສອງ ທີ່ໄດ້ໄປຫ້ອງການຄຸ້ມຄອງ ພາຫະນະ ທີ່ ທົ່ງປົ່ງ, ນະຄອນຫຼວງວຽງຈັນນີ້ລະ... ເພາະວ່າໄປເອົາປ້າຍລົດຈັກຂອງຕົນເອງ! ຫຼັງຈາກທີ່ມື້ວານນີ້ໄປ ກວດກາເຕັກນິກລົດ ແລະ ຕ້ອງໄດ້ຖ້າ ເພື່ອຈະໄດ້ປ້າຍ! ມັນຊ້າເພາະວ່າ ເລືອກປ້າຍແດ່!!

ເຫັນວ່າ ການບໍລິການຂອງ ເຈົ້າໜ້າທີຢູ່ຫ້ອງການນີ້ ແມ່ນມີຄວາມຄຶກຄັກ ແລະ ຟົດຟື້ນສົມຄວນ!! ແຕ່ຢ່າງໜຶ່ງທີ່ກາຍເປັນປະເພນີ ຂອງທີ່ນີ້ ແມ່ນການບໍລິການແລ່ນເອກະສານລົດ!! ຖ້າເຈົ້າຕ້ອງການເລກງາມ ກະມີບໍລິການກັບທີ່ ແບບວ່າ ເລີ່ມແຕ່ 500 ບາດ ຈົນຮອດ 8000 ບາວ (7777) ແລະ ຖ້າແມ່ນ 8888 ຫຼື 9999 ອາດຈະຫຼາຍໝື່ນບາດ!!! ສາເຫດທີ່ເພິ່ນເວົ້າເງິນບາດຢູ່ດິນລາວ ນີ້ສົງໄສຈະເຮັດໃຫ້ມັນຄືວ່າມີເລກໜ້ອຍ!! ເພາະຖ້າຈະເວົ້າລາຄາ 150,000 ຫຼື 3 ່ລ້ານ!! ຟັງແລ້ວຈະຕົກໃຈ!!

ຜູ້ທີ່ແລ່ນເອກະສານໃຫ້ນັດບອກວ່າ 9 ໂມງເຊົ້າ ເຂົ້າມາຕິດປ້າຍໂລດ!! ຕົນເອງກະຍອມຂາດວຽກ ຄິດວາຈັກ ຊົ່ວໂມງກະຈະແລ້ວ!!! ພໍໄປຮອດບໍ່ເປັນດັ່ງວ່າ!! ຖ້າແຕ່ 9 ໂມງ ຮອດ 11 ໂມງຈິ່ງໄດ້ປ້າຍ!!​ ບາງຄົນຍັງເວົ້າໃຫ້ຟັງວ່າ ອັນນີ້ຍັງວ່າໄວແລ້ວ!! ຖ້າຊ້າຄືຊິແມ່ນ ອີກສອງສາມມື້!!!

ຕອນທີ່ ກຳລັງນັ່ງ ຖ້າເອົາປ້າຍລົດຂອງຕົນເອງ!! ກະສະຫຼອກກ໋ອກ!! ສັງເກດເຫັນບັນດາປະຊາຊົນຫຼາຍຄົນກະພາກັນ ເອົາລົດຂອງຕົນມາຂຶ້ນປ້າຍເປັນຈຳນວນຫຼວງຫຼາຍ ໂດຍສະເພາະ ກະແມ່ນລົດຈັກ! ແລະ ບາງພວກແມ່ນພາກັນມາເສັງໃບຂັບຂີ່ ເຫັນພາກັນ ຕິດປ້າຍຄິດ ກຽມເຂົ້າເສັງ ເປັນແຖວ!! ແຕ່ລະຄົນກະມີຄວາມຕື່ນເຕັ້ນ!! ລາງຄົນບໍ່ທັນຮອດກິນເຂົ້າເຊົ້າ ຈຳຕ້ອງໄດ້ມາຊື້ເຂົ້າຈີ່ກິນປ໊ວຍໆໆ

ອັນທີ່ຢາກຈະນຳມາເວົ້າສູ່ຟັງ ເພື່ອໃຫ້ມັນກົງກັບຫົວຂໍ້ ຄວາມສຸກທີ່ແຕກຕ່າງ ກະແມ່ນຕອນທີ່ຂ້າພະເຈົ້າ ໄດ້ສັງເກດເຫັນລົດໃຫຍ່ ສອງຄັນ ທີ່ເຂົ້າມາຕິດປ້າຍລົດ!! ຄັນທຳອິດ ເປັນລົດໃໝ່ອ່ຽມ ຍີ່ຫໍ ໂຕໂຢຕາ ແຄມຣີ ສີດຳ ມິດຊິດ!! ເຈົ້າຂອງລົດກະຊົງຈະແມ່ນເຖົ້າແກ່ ແຕ່ລາວມາຄົນດຽວ, ຂີ່ລົດເຂົ້າມາຈອດປັບ ເຈົ້າໜ້າທີ່ກະຈັບເອົາປ້າຍ ໝາຍເລກ 1111 ມາຕິດໃຫ້ ໃຊ້ເວລາ ພຽງ 5 ນາທີ ກະຮຽບຮ້ອຍ!!!  ຕິດປ້າຍຮຽບຮ້ອຍ ເຈົ້າຂອງລົດກະຈົກ ໄອໂຟນສີ່ ຂອງລາວ ມາຖ່າຍເອົາປ້າຍລົດຂອງຕົນ ພ້ອມທັງ ເອົາທິບໃຫ້ຜູ້ຕິດປ້າຍໃຫ້!! ແລ້ວກະຂີ່ລົດອອກໄປ!! ພໍແມ່ປະຊາຊົນທີ່ມານັ່ງຖ້າແຖວນັ້ນ ກະພາກັນ ຫຼຽວມາເບິ່ງລົດຄັນງາມ ທີ່ມີປ້າຍລາຄາແພງ ຂີ່ອອກໄປ!!

ຄັນທີ່ສອງ ແບບວ່າກົງກັນຂ້າມກັບຄັນທຳອິດເລີຍ!! ລົດໂຕໂຢຕາ ໄຮລັກ ຫຼຸ້ນປີ 1990 ພຸ້ນລະ!! ແຕ່ວ່າພາກັນມາໝົດຄອບຄົວ ມີພໍ່ແມ່ ແລະ ລູກສາວນ້ອຍສອງຄົນ! ສົງໄສແມ່ນພາກັນໄປຊື້ລົດມືສອງ ຫຼື ສາມ ສີ່ ຫ້າ ນີ້ລະ!! ແຕ່ວ່າຂ້າພະເຈົ້າສັງເກດເຫັນໃບໜ້າຂອງຄອບຄົວນີ້ ແມ່ນເຕັມໄປດ້ວຍຮອຍ ຍີ້ມ ແລະ ຄວາມອົບອຸ່ນ!! ພໍຈອດລົດ ເຈົ້າໜ້າທີ່ກະຈັດການໃສ່ປ້າຍໃໝ່ໃຫ້ ແຕ່ຍ້ອນ ລົດເກົ່າ ແລະ ເຄີຍໃສ່ປ້າຍອື່ນມາ ຈຳເປັນຕ້ອງໄດ້ເອົາຈັກ ມາໄສ ເອົາປ້າຍເກົ່າອອກ ແລະ ຂູດເຫຼັກໃຫ້ບາງ ເພື່ອຈະໄດ້ເຍັບປ້າຍແໜ້ນ! ລູກສາວນ້ອຍ ທັງສອງ ແມ່ນມີຄວາມຕື່ນເຕັ້ນ ແລະ ພາກັນຈັບມື ບອກໃຫ້ພໍ່ພາຍ່າງໄປເບິ່ງຕອນທີ່ເຈົ້າໜ້າທີ່ພາກັນຕິດປ້າຍລົດ. ຜູ້ເປັນພໍ່ກະຄືຊິເວົ້າກັບລູກໆ ວ່າດີໃຈບໍ່ ທີ່ໄດ້ລົດປ້າຍໃໝ່ ແມ່ນວ່າລົດຈະເກົ່າກະຢ່າ ນໍ້!!

ຈາກລົດສອງຄັນຂ້າງເທິງ ເຮັດໃຫ້ຂ້າພະເຈົ້າຄິດງ່ຳວ່າ ຄວາມສຸກແມ່ນເປັນສິ່ງທີ່ພວກເຮົາສ້າງໄດ້ ບົນພື້ນຖານຂອງຄວາມພໍໃຈ ແລະ ຄວາມອົບອຸ່ນ!! ຄວາມສຸກທີ່ແທ້ຈິງ ຄວນເປັນຄວາມສຸກທີ່ຄົນອື່ນ ສາມາດຮັບຮູ້ຄວາມສຸກນັ້ນ ກັບເຮົາ! ເຈົ້າຂອງລົດແຄມຣີຄັນຫຼູ ລາວກະມີຄວາມສຸກ ກັບຄວາມມັ່ງຄັ່ງຂອງ ລາວ ແຕ່ວ່າຖ້າຫາກຄວາມສຸກນ້ັນ ມັນເປັນພຽງແຕ່ລາວຄົນດຽວ ຂ້ອຍເອງກະຄິດວ່າ ເປັນຄວາມສຸກທີ່ບໍ່ສຸກແທ້!! ກົງກັນຂ້າມ ຄອບຄົວທີ່ມີລົດ ໄຮຣັກຄັນເກົ່າ ທັງຄອບຄົວ ແມ່ນມີຄວາມສຸກ ຈາກໃບໜ້າ, ສາຍຕາ ແລະ ຮອຍຍີມ ທີ່ຄອບຄົວນີ້ສະແດງອອກ ມາເຫັນແລ້ວ ເປັນຄວາມສຸກທີ່ອົບອຸ່ນ!!

 

ເອົາລະ!! ເຮັດວຽກກ່ອນເດີ!! ຫົວໜ້າຊິຮ້າຍແລ້ວ!!

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

 ກັບບ້ານອອກຈາກຄຣີນິກແຂ້ວ!! ກະເລີຍຍາດເວລາ ໄປລອຍນ້ຳ ປະມານ ໜຶ່ງຊົ່ວໂມງ ທີ່ໂຮງແຮມນະຄອນສັກແຖວທົງສາງນາງ ໃກ້ໆ ກັບໂຮງຮຽນເລກເກົ້າ ຫຼື ວ່າ ມັດທະຍົມຈັນທະບູລີນີ້ລະ. ໃຄແຕ່ວ່າ ສະເພີ່ນມີຫຼັງຄາຢູ່ຝາກໜຶ່ງ ການລອຍນ້ຳຄັ້ງນີ້ ຈິ່ງບໍ່ໄດ້ຕາກຝົນ!!! ແຕ່ວ່າອາກາດກະເຢັນຊຸ່ມຊຳດີ!!! ທຳອິດກະມີແຕ່ຜູ້ດຽວລອຍ!! ປະມານ ສາມສິບນາທີ ກະເຫັນພວກເດັກນ້ອຍ ສາມສີ່ຄົນ ມາລອຍເປັນເພື່ອນ!!! ການລອຍນ້ຳນີ້ ເປັນກິລາ ທີ່ຂ້ອນຂ້າງດີຫຼາຍ ແລະ ເປັນກິລາບໍ່ໄດ້ປະທະສູຊົນ!! ໄດ້ສຸຂະພາບດີ ໂດຍສະເພາະລະບົບຫາຍໃຈ, ແລະ ກ້າມເນື້ອທຸກພາກສ່ວນ!!! ແຕ່ຖ້າຜູ້ໃດລອຍບໍ່ທັນເປັນ ກະຕ້ອງໄປຮຽນຫັດລອຍເດີ!!! ບໍ່ມີໃຜລອຍເປັນຕັ້ງແຕ່ເກີດ!! ເອົາແມ໋ງປໍ ຫຼື ວ່າແມ່ງກະບີ້ ກັດສະດື ແລ້ວຈະລອຍເປັນໄວວ້າຊັ້ນ!! ຕາມການເລົ່າລື ແຕ່ບໍ່ຮັບປະກັນນຳເດີ!!! ທີ່ຈິ່ງເຫັນຕົວຢ່າງເອື້ອຍຜູ້ໜຶ່ງ ກ່ອນໜ້ານັ້ນ ສອງເດືອນລາວກະລອຍນ້ຳບໍ່ເປັນ ແຖມລາວກະເປັນຄົນຕຸ້ຍ !! ແຕ່ຍ້ອນຄວາມອົດທົນ ແລະ ບາກບັ້ນ ດຽວນີ້ລາວລອຍເປັນແລ້ວ!! ເນ!! ເຫັນບໍ່ຄວາມພະຍາຍາມເປັນບໍເກີດຂອງຄວາມສຳເລັດແທ້ໆໆ!!!

ຫຼາຍຄົນອ່ານມາຮອດນີ້ ອາດຈະຈົ່້ມໃນໃຈວ່າ ຫົ້ວຂໍ້ກັບເນື້ອໃນມັນກະເຂົ້າກັນຢູ່ບໍ່? ຮະຮະຮະຮະຮ!!! ອັນນີ້ ແມ່ນການອາລຳພະບົດເດີ!! ດຽວເຂົ້າຮອດຕອນແຄມຂອງ!!

ອອກຈາກສະລອຍນ້ຳ!! ປ່ຽນເຄື່ອງ ແລ້ວກະກັບບ້ານ ເອົາເຄື່່ອງປຽກໄປໄວ້!! ຮູ້ສຶກຫີວເຂົ້າ ແລະ ຢາກກິນ ກ້ວຍປີ໊ງ ! ກະເລີຍຄິດຮອດ ບັນດາຮ້ານຕົ້ມມັນດ້າງ ສາລີ ຖົ່ວດິນ ແລະ ປີ້ງ ກ້ວຍແຖວແຄມຂອງ!!! ຝົນກະຍັງຍອຍ ແຕ່ວ່າບໍ່ແຮງ!! ຂີ່ລົດອອກຈາກບ້ານໄປ ຕາມທາງມູ້ງສູ່ອານຸສາວະລີ, ລ້ຽວອອກໄປທາງລ້ານຊ້າງ, ລັດທາງສາຍລົມ ອອກສູ່ທາງອານຸຜ່ານຕະຫຼາດ ວັງທອງ!! ແລ້ວກະໄປຕາມເສັ້ນທາງສີຫອມ ກາຍໄຟແດງ, ຜ່ານຫໍພັກນັກສຶກສາປາກປາສັກ ແລ້ວກະຮອດເສັ້ນທາງ ເຈົ້າຟ້າງຸ່ມ (ທາງແຄມຂ້ອງນັ້ນລະ) ຜູ້ຄົນກະເລີ່ມຄືກຄັກ ເພາະຝົນເຊົາແລ້ວ!! ຮ້ານນ້ອຍໃຫຍ່ ທັງຮ້ານອາຫານ ແລະ ເຄື່ອງນຸ່ງ ກະເລີ່ມບັນເລງ ເປີດຮ້ານ!!! ຜູ້ຄົນກະມາຍ່າງອອກກຳລັງກາຍກັນຫຼວງຫຼາຍ!! ເຫັນແລ້ວ ກະດີໃຈທີ່ຄົນລາວພາກັນຮັກສາສຸຂະພາບໃຫ້ແຂງແຮງ!!!

ຂີລົດກາຍໂຮງໝໍມະໂຫສົດປະມານ ຮ້ອຍແມັດ ທາງກຳຂວາ ແຄມນ້ຳຂອງ ກໍຈະມີຮ້ານລຽນກັນຊ້າຍລ້າຍ ພວກເພີ່ນພາກັນ ຕົ້ມໝາກຖົ່ວດີນ, ສາລີ ແລະ ພືດພັນຫຼາຍຊະນິດ!! ຈອດລົດໄວ້ຂ້າງທາງ ແລ້ວກະຍ່າງໄປຊື້ໜື້ງມັນດ້າງ ຫ້າພັນກີບ ໄດ້ເຄິ່ງກິໂຣ ແລະ ໝາກຖົ່ວດິນໜື່ງສາມພັນ ກະໄດ້ຖົງໃຫຍ່ເຕີບ!!! ບໍ່ຮູ້ວ່າຈະໄປແກະໝາກຖົ່ວດິນທາງໃດ ກະເລີຍຂີ່ໄປທາງທາດຂາວ ລ້ຽວຂວາໄປທາງຕັດໃໝ່ແຄມຂອງ!! ນະທີນັ້ນກະເຫັນຜູ້ຄົນມາ ຫຼາຍສົມຄວນ!! ຖ້າຟ້າແດດຄືຊິມາຫຼາຍກວ່ານີ້!!! 

ຈອດລົດຈັກຄ້ຳໄວ້!! ແລ້ວກະຍ່າງໄປຊອກບ່ອນນັ່ງ ພໍດີເຫັນກ່ອນຫີນ ໃຫຍ່ກ່ອນໜຶງ ກະເລີຍຂໍອານຸຍາດນັ່ງ!! ຊົມວີວແກະຖົ່ວດິນ ແລະ ກິນມັນໜຶ້່້ງ!!! 

ຖ້າຫາກ ຜູ້ໃດຊອກຫາທຳມະຊາດ ເພື່ອມາເປັນບ່ອນຜ່ອນຄາຍ ແລະ ພັກຜ່ອນສະໝອງ ຕົນເອງກະຢາກແນະນຳວ່າ ແຄມຂອງບ້ານເຮົານີ້ລະ ເໝາະທີສຸດ, ບໍ່ຕ້ອງຂີ່ລົດອອກໄປໄກໃຫ້ເປືອງນ້ຳມັນ!!! ນ້ຳຂອງຍາມນີ້ ນ້ຳກະເລີມຂຶ້ນແດ່ແລ້ວ ເພາະເປັນໜ້າຝົນ!!! ຫຼຽວເບິ່ງດອນກາງຂ້ອງ ກະຍັງເຫັນປະຊາຊົນບາງຜ່ອງ ທີ່ຍັງ ເຮັດການປະມົງ ຫາປາ ຢູ່!! ເຫັນແລ້ວ ກະເຮັດໃຫ້ຕົນເອງຄິດຫວນຄືນ ຮອດຫຼວງພະບາງ ບ້ານເກີດຂອງຕົນ ທີ່ຫຼາຍໆຄັ້ງ ກໍ່ໄດ້ໄປຫາປາ ຕາມນ້ຳຂອງນ້ຳຄານ ເມື່ອຕອນຍັງນ້ອຍ ກັບພໍ່່ ແລະ ເພື່ອນໆ!! ເຫັນຮູບໝູ່ເພື່ອນທີ່ຫຼວງພະບາງ ທີ່ຂະເຈົ້າພາກັນໄປພົກປາ ທີ່ໂພສຢູ່ເຟສບຸກ ກະຍັງຮູ້ສຶກອິດສາ ແລະ ຢາກໄປຮ່ວມນຳເຂົາເຈົ້າ!! ມັນເປັນຄວາມຮູ້ສຶກທີ່ຍາກຈະອະທິບາຍເປັນຕົວໜັງສື!! 

ຫຼຽວໄປທາງກ້ຳຂວາ!! ແນ່ນອນ ກໍ່ຈະເຫັນ ຕືກສີບສີ່ຊັ້ນ ຂອງໂຮງແຮມດອນຈັນ!! ແລະ ຖັດໄປ ກະແມ່ນສ່ວນເຈົ້າອານຸ! ທີເດັ່ນສະຫງ່າ ກໍ່ຈະແມ່ນ ຮູບປັ້ນ ເຈົ້າອານຸວົງ!!

ທາງກ້ຳຊ້າຍ ກະແມ່ນທາງຕັດໃໝ່ສອດໃສ່ ທາງສະຖານທຸດອິນເດຍ!!! ເຊິງເຂດນີ້ກະເປັນເຂດກະສິກຳທີ່ສຳຄັນ ໂດຍສະເພາະການປູກຜັກ!! ແຕ່ໜ້າເສຍດາຍ ອີກບໍ່ດົນ ພາບເຫຼົ່ານີ້ອາດຈະບໍ່ຫຼົງເຫຼືອແລ້ວ ເພາະວ່າ ທາງລັດຖະບານມີໂຄງການກໍ່ສ້າງໂຮງແຮມ ເພື່ອຮອງຮັບກອງປະຊຸມ ອາຊີ-ຢູ່ຣົບ ໃນທ້າຍປີ 2012. ກະຮູ້ສຶກເສຍດາຍ!! ເພາະຕົນເອງຮູ້ສຶກວ່າ ຫຼາຍໆຄັ້ງທີ່ຂີ່ລົດກາຍເຂດນີ້ ແລ້ວຮູ້ສຶກສະຫງົບ ແລະ ເປັນທຳມະຊາດດີ!!! ໜ້າຈະສະຫງວນວິຖີຊີວິດນີ້ໄວ້ ທາມກາງເມືອງໃຫຍ່ເຊັ່ນນີ້!!!

ຜູ້ຄົນເລີ່ມພາກັນທະຍອຍ ມາຍ່າງອອກກຳລັງກາຍ ບາງຜ່ອງກະມາເປັນກຸ່ມ ບາງຄົນກະມາຄົນດຽວ (ນັບລວມຕົນເອງເພາະມາຄົນດຽວ), ເຫັນໄວລຸ້ນບາງກຸ່ມກະມາ ຫຼີ້ນຢ໋ອກໄຍກັນຕາມພາສາໄວມັນ!!! ບາງຄົນກະພາໝານ້ອຍຂອງຕົນມາຍ່າງ!!! ເຫັນແລ້ວກະຮູ້ສຶກວ່າ ມີຊີວິດຊີວາ!!!

ນັ່ງເພີ່ນເບິ່ງນ້ຳຂອງໄຫຼ ທັນໃດກະຮູ້ສຶກວ່າໝາກຖົ້ວດິນໝົດຖົງໄປແລ້ວ!!! ຫຼຽວເບິ່ງໂມງກະຫົກໂມງປາຍ!! ຟ້າກະມືດມາແດ່!! ແລະຮູ້ສຶກວ່າ ມີນ້ຳຕົກມາຈາກຟ້າ ສົງໄສເທວະດາ ຈະຍ່ຽວອີກແລ້ວ!! ຈິ່ງຟ້າວມ້ຽນ ກາບຖົ່ວດິນ ແລ້ວກະກັບບ້ານ ເປັນອັນຈົບພາລະກິດ ຂອງວັນອາທິດ ທີ່ຊຸ່ມເຢັນ!!!

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

 ມີຄຳເວົ້າກ່າວກັນໄວ້ວ່າ!!! ຫາກບໍ່ທັນຕາຍ ຕ້ອງໄດ້ຮູ້ຈັກລົດຊາດ ຂອງການເຈັບແຂ້ວ!!! ຂ້າພະເຈົ້າກະເຄີຍຜ່ານມາແລ້ວ!! ແລະ ກະບໍ່ຢາກຈະໃຫ້ມັນກັບມາເລີຍ!! ວັນອາທິດມື້ນີ້ ຝົນກະຍັງ ຍອຍລົງມາ ແບບວ່າໝົດມື້ອີກວັນ. ຢູ່ບ້ານເຊັງໆ ບໍ່ຮູ້ຈະເຮັດຫຍັງກະເລີຍວ່າ ອອກໄປກວດແຂ້ວ, ຂູດຫີນປູນ. 

ອອກຈາກບ້ານ ປະມານ ໜຶ່ງໂມງກວ່າໆ ແຕ່ກ່ອນຈະໄປຮອດ ຮ້ານແຂ້ວ ກະເລີຍແວະ ສອຍຜົມຈັກໜ້ອຍ!! ຕັດຜົມຢູ່ຮ້ານຕັດຜົມຜູ້ຊາຍ ແຕ່ຄົນຕັດ ຂ້ອນຂ້າງຈະຍັບໄປເປັນປະເພດບໍ່ແມ່ນຊາຍຮ້ອຍ!! ຕັດຜົມໜ້ອຍດຽວ ໃຊ້ເວລາ ເປັນເກືອບຊົ່ວໂມງ! ຮ້ານນີ້ຕັດຜົມແລ້ວ ແຖມແຖວໜວດໃຫ້ພ້ອມ ແລະ ໜວດໃຫ້ອີກ!! ອັນມັນເສຍເວລາ ກະແມ່ນຕອນເພີ່ນແຖມໜວດນີ້ລະ. ບໍ່ເວົ້າຫຼາຍ ອາຍເພີ່ນ!!! ຮະຮະຮະ

ອອກຈາກຮ້ານຕັດຜົມ ກະຂີ່ລົດຕໍ່ໄປຄຣີນິດແຂ້ວ. ປະມານສອງໂມງຍັງ ກະເລີມການຂູດຫີນປູນ ຖ້າໃຜເຄີຍໄປ ກະຄົງບໍ່ຢາກຈະໄປດ໋ອກ ອັນໄປຂູດຫີນປູນນີ້ກະດາຍ!!! ຟັງສຽງເຄື່ອງໄມ້ເຄື່ອງມື ຂອງທ່ານໝໍເອົາມາຖຸໃສ່ແຂ້ວ ຂົນໜາວລຸກ ຍາບໆໆໆ!!າ ກີ໋ດ ໆໆໆ ໆໆໆໆ!!!  ບາງຄັ້ງ ເຄື່ອງມືເພິ່ນໄປເຕາະໃສ່ກົກແຂ້ວ ຖືກເສັ້ນປະສາດ ຈົນຕ້ອງໄດ້ກັ້ນໃຈເປັນບາດ!!! ຕົ້ນເອງກະໄດ້ແຕ່ກຳມືໄວ້ແໜ້ນໆໆ !!! ປະມານ  ຊາວ ກວ່ານາທີ ການຂູດຫີນປູນກໍ່ສຳເລັດ!!

ພໍດີທ່ານໝໍກວດສຸຂະພາບແຂ້ວໃຫ້ ແລະ ແນະນຳວ່າ ແຂ້ວປະມານ 7 ເຫຼັ້ມ ຄວນຈະໄດ້ຮັບການຮັກສາ ເພາະວ່າສີແຂ້ວບໍ່ຖືກທ່ານລະເຮັດໃຫ້ກົກແຂ້ວກີ້ວ!!! ເຫຼັ້ມ ລະ 50 ພັນກີບ ທັງໝົດກະ ສາມແສນຫ້າ ບວກກັບ ຂູດ ກະເປັນ ສີແສນພໍດີ!!! ເພື່ອສຸຂະພາບ ກະເລີຍ ຕົກລົງ ເຮັດຕໍ່!!!

ການອະນາໄມ ກ່ອນຈະໂອບແຂ້ວແຕ່ລະເຫຼັ້ມ ໂຄດທໍລະມານ!! ບາງຄັ້ງມັນຖືກເສັ້ນປະສາດແຮງ ໂດຍສະເພາະເວລາເພີ່ນເອົາຢາໃສ່ ແລະ ເປົ່າລົມ ຈົນວ່າໄດ້ຍຸ້ມກົ້ນ!!! ເປັນຊ່ວງເວລາທີ່ແສນຈະທໍລະມານ ແລະ ຢາກໃຫ້ມັນຜ່ານໄປໄວໆ ແຕ່ກ່ອນຈະແລ້ວ ກະຮອດ ສາມໂມງເຄີງ!!! ແມ່ເຈົ້າເອີຍ!!! ມາແຕ່ ສອງໂມງຍັງຈົນວ່າ ສາມໂມງເຄີ່ງຄ່ອຍແລ້ວ!!! 

ກະເປັນການແນະນຳໃຫ້ເພື່ອນໆວາ ສຸຂະພາບແຂ້ວນີ້ຕ້ອງໄດ້ພາກັນຮັກສາໃຫ້ດີ!! ທຸກໆຫົກເດືອນໜ້າຈະໄປກວດກາໃຫ້ດີ!!! ເພາະວ່າ ມື້ນີ້ ກະເຫັນສາວຜູ້ໜຶ່ງແກ້ມໃຄ່ໄປກວດ ເບິ່ງຊົງນີ້ເບິ່ງໜັ່ງຕະຫຼົກກະຄືຊິຫົວບໍ່ອອກ ເພາະມັນທໍລະມານ!!!!! 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

 ມືຶນີ້ກະຮູ້ສຶກວ່າ ເທວະດາຍ່ຽວ ໝົດມື້!!! ສົງໄສ ມື້ຄືນນີ້ມີງານລ້ຽງ ກະເລີຍ ປ່ຽນກັນຍ່ຽວ!!! 

ກະເປັນວັນເສົາ ທີ່ຫງອຍເຫງົາ!!! ຄືແບບວ່າ ຊີວິດມັນຫົດຫູ່ ນີ້ລະ!!! ນອນຕື່ນມື້ນີ້ກະປະມານ 11 ໂມງ!!! ໜ້າບໍ່ລ້າງ ກິນເຂົ້າເຊົ້າກ່ອນ!! ຈັກແມ່ນເຂົ້າສວາຍເລີຍກະວ່າແມ່ນ. ຝົນຍອຍໆໆໆ ຈັ່ງແມ່ນໄດ້ອາລົມ ຢາກຈະນອນຕໍ່. ຄັນບໍ່ມີວຽກບ້ານ ກະຄິດຢາກຈະງຽບອີກບາດ. 

ຮອດປະມານ 3ໂມງແລງ ຝົນເຈົ້າກະຍັງແຍະໆໆໆ, ນັ່ງແຊດຢູ່ບ້ານ ກະເປັນກິດຈະກຳໜຶ່ງທີ່ຂ້າເວລາໄປ!! ຊິອອກໄປກິນເບຍ ພັດບໍ່ຮູ້ຈະໄປທາງໃດ! ຝົນມັນບໍ່ເປັນໃຈເອົາເລີຍ!!! ຢາກໃຫ້ມັນຕົກແຮງໆໆໆໆ ຈັກ ຊົ່ວໂມງ ລະ ກະເຊົາ ໜ້າຈະດີ. ເພາະ ທາງກໍ່ຈະບໍ່ເປື້ອນແດ່ ອີກຢ່າງ! ຖ້າແຍະໆ ແນວນີ້ ໂອຍ!!!​ທໍລະມານຕອນຂີ່ລົດເຂົ້າຮ່ອມບ້ານ.

ອາລົມເກີດສູນທະລີ, ປະມານ ຫ້າໂມງເຄິ່ງ ຝົນກະບໍ່ແຮງປານໃດ ກະເລີຍຂີ່ລົດອອກໄປນອກ. ແຕ່ກະຕ້ອງໄດ້ໃສ່ເສື້ອກັນລົມ ແລະ ເສື້ອກັນຝົນ, ເພາະຮູ້ສຶກວ່າ ບໍ່ມີແຕ່ຝົນ ລົມກະມາແຈມ!! ອາກາດແບບນີ້ ຄິດຮອດຕອນ ໄປວຽກຢູ່ ວໍຊິງຕັນຕອນເດືອນກຸມພາ!!! ຄືກັນເລີຍ ຕ່າງແຕ່ວ່າ ໜາວໜ້ອຍກວ່າຢູ່ພຸ້ນໜ້ອຍໜື່ງ.

ຂີ່ລົດອອກຈາກບ້ານ ໄປຕາມທາງຮ່ອງແຊງ, ເບິ່ງບ້ານເຮື່ອນຫຼັງໃດ ສ່ວນໃຫຍ່ແມ່່ນພາກັນປິດປະຕ່າງປະຕູໝົດ. ຮ້ານຂາຍເຄື່ອງຂາຍຂອງກະຂ້ອນຂ້າງມິດໆໆ. ສົງໄສ ອາກາດເຢັນຝົນຕົກໃຜ ກະຄົງຈະຫົດຫົມຜ້າຢູ່ຕຽງ. ຜູ້ມີຄູ່ ກະມີຄວາມສຸກ ເພາະວ່າ ບັນຍາກາດມັນໃຫ້ແທ້ໆໆໆ!! ໃຫ້ຫຍັງ ກະຄິດໄດ້ສະເພາະຄົນມີຄູ່! ຜູ້ໃດຄີກ ກະໄປຊອກເດີ!! ຈິງຊິໄດ້ຮູ້ເລື່ອງນຳໝູ່.

ຂີ່ອອກຈາກຮ່ອມຮ່ອງແຊງ ຕັດໃສ່ທາງໂພນຕ້ອງ, ລົດກະທຽວທາງບໍ່ຫຼາຍ. ປົກກະຕິປະມານ ຫ້າຫົກໂມງ ຜູ້ຄົນຈະພາກັນໄປຕະຫຼາດຕະລີ, ແລະ ບາງຜ່ອງກໍ່ມັກຈະມາຊຸມແຊວ ຕາມຮ້ານປີ້ງ ຫຼາຍ. ແຕ່ມື້ນີ້ເບົາບາງ. ຄືຊິເປັນຍ້ອນຝົນນີ້ລະ. 

ລ້ຽວອອກທາງໂພນຕ້ອງຂີ່ໄປຕາມທາງອອກໂຮງກາຍະສິນ. ຕາມສອງຝາກທາງເຫັນແຕ່ຮ້ານຈີນ ທີ່ຍັງເປີດຂາຍສິນຄ້າ. ມີຮ້ານອາຫານລໍ້ຍູ້ກະເລີມທີ່ຈະອອກມາເປີດຮ້ານ, ແຕ່ມື້ນີ້ເຈົ້າຂອງຮ້ານອາດຈະຕ້ອງຂໍໃຫ້ຝົນເຊົາແດ່ ເພາະຢ້ານລູກຄ້າບໍ່ມາອຸດໜູນ. 

ຂີ່ໄປຕາມທາງຈາກໂຮງກາຍຍະສິນ ມຸ້ງໜ້າສູ່ຕະຫຼາດທົ່ງຂັນຄຳ ລົດກະບໍ່ຫຼາຍ! ກະຢາກໃຫ້ມັນເປັນແບບນີ້ ຄືຈະດີ!! ເພາະແຕ່ລະມື້ຄັນຂີ່ລົດຜ່ານທາງເສັ້ນນີ້, ຫາຍໃຈກະຍາກ ເພາະວ່າ ລົດຫຼາຍແທ້ໆໆໆ. 

ກາຍໄຟແດງ ທົງຂັ້ນຄຳ ຮອດສີ່ແຍກ ອານຸ ແຖວນີ້ທາງຝາກຊ້າຍ ເຂດຕະຫຼາດວັງທອງ ແມ່ນເພີນຈັດໃຫ້ຂາຍ ອາຫານ. ກະຂ້ອນຂ້າງຄືກຄັກ ຄືຊິແມ່ນ ປະຊາຊົນທັງຫຼາຍ ພາກັນມາອຸດໜູນ ເພາະຂີ້ຄ້ານແຕ່ງກິນ. 

ລ້ຽວຊ້າຍກາຍເດີນສະຕາສ ໄປທາງຕະຫຼາດເຊົ້າ. ຫົນທາງຄືຈັ່ງແມ່ນມັນວ້າງເວ!!! ຈອດລົດທີ່ໄຟແດງ ຫຼຽວຂ້າງໆ ກະເຫັນແຕ່ລົດຈັກຄັນໜຶ້ື້່ງຈອດເປັນເພື່ອນ! ລົມກະເລີ່ມ ພັດວິວໆໆ ຈັ່ງແມ່ນເຢັນສະບາຍ. ຫາຍໃຈໄດ້ເຕັມປອດດີ.

ກາຍຕະຫຼາດເຊົ້າ ກະມຸ້ງໜ້າໄປທາງປະຕູໄຊ! ຖ້າຝົນບໍ່ຕົກ ສວນສາທາລະນະແຫ່ງນີ້ ກໍ່ຈະເຕັມໄປດ້ວຍຜູ້ຄົນມາ ອອກກຳລັງກາຍ. ແຕ່ມື້ນີ້ ນັກກິລາເຮົາຄືຊິພາກັນ ອອກກຳລັງກາຍຢູ່ບ້ານຫຼາຍກວ່າ. ຈອດລົດຢູ່ໜ້າກະຊວງໂຍທາ! ຫຼຽວເບິ່ງທັດສະນີຍະພາບຂອງປະຕູໄຊ ທີ່ມີ ຕືກສຳນັກງານນາຍົກຢູ່ຂ້າງໆ ຈັ່ງແມ່ນມັນມິດງຽບສະຫງົບ!!! ສັງເກດເຫັນປະມານ ຄົນສີ່ຫ້າຄົນ ທີ່ກຳລັງ ລໍຖ້າລົດເມ! ແຕ່ບໍ່ຮູ້ວ່າລົດເມຈະມາບໍ່, ລົດຕຸກໆ ຈຳໂບ່ ກະຄືຊິພາກັນນອນຢູ່ບ້ານໝົດຕີ!!! ຢູ່ປ້ອມຕຳຫຼວດ ປົກກະຕິກໍ່ຈະມີ ເຈົ້າໜ້າທີ່ສອງສາມຄົນ ມາປະຈຳການ. ແຕ່ມື້ນີ້ ສົງໄສໜີວຽກ ບໍ່ເຫັນຈັກຄົນ. 

ອອກຈາກປະຕູໄຊ ກະຕັດອອກໄປທາງ ສີບຸນເຮືອງ ແລ້ວກະຮອດບ້ານ!!! ຝົນເຈົ້າກຳ ກະຍັງກະໜ່ຳລົງມາ!!! 

ກະຂໍໃຫ້ທຸກຄົນຮັກສາສຸຂະພາບເດີ!!! 

 

ຮັກແພງ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2011 | ມີ 23 ຄຳເຫັນ ແລະ 0 trackback(s)

 ວັນທີ່ 25 ມິຖຸນາ 2011!!!

ທີ່ຈິງຍັງບໍ່ທັນໄດ້ນອນ!!! ດຽວນີ້ກະປະມານທ່ຽງຄືນ ແບບວ່າ ຂ້າມມື້ເກົ່າ ສູ່ມື້ໃໝ່. 

 

ນັງເຊັງໆ ອ່ານບົດຮຽນ, ກວດເຟສບຸກ, ອ່ານພັນລາວ, ກະເລີຍຢາກມານັ່ງຂຽນ ເລື່ອຍເປື່ອຍສາມ. ກະມີຫຼາຍເລື່ອງ ຫຼາຍແນວຢາກຈະຂຽນ ແຕ່ກະຈະພະຍາຍາມ ຂຽນໃຫ້ເຂົ້າໃຈ, ຄັນງົງ ກະຕ້ອງຂໍໃຫ້ອ່ານຫຼາຍເທື່ອ ເອົາເດີ!!!

ເລີ່ມຕົ້ນເລື່ອງການຮຽນກ່ອນ!! ການສຶກສານີ້ເພີ່ນວ່າ ເປັນຂໍກະແຈ ສູ່ຄວາມສຳເລັດ ແລະ ການສຶກສາເຮັດໃຫ້ໃຫ້ມີວິໄສທັດ ແລະ ຄວາມຮູ້ຄວາມສາມາດ ໃນການນຳໄປໃຊ້ໃນຊິວິດປະຈຳວັນ ເພື່ອຕົວເອງ ແລະ ສັງຄົມ. ຄິດວ່າຫຼາຍໆໆ ຄົນທີ່ກຳລັງອ່ານບົດນີ້ ສ່ວນໃຫຍ່ກະຄືຈະແມ່ນນັກຮຽນ ນັກສຶກສາ. ຂ້າພະເຈົ້າເອງກະຍັງເປັນນັກສຶກສາຄືກັນ. ທີ່ຢາກເວົ້າກະແມ່ນວ່າ ພວກເຮົາໃນນາມວ່າເປັນນັກສຶກສາ, ເຮົາໄດ້ສຶກສາແທ້ບໍ່? ຫຼື ວ່າເປັນການຮຽນຕາມຄົນອື່ນ? ຖ້າຫຼາຍໆຄົນໄດ້ຕິດຕາມການປະຊຸມຂອງ ສະມາຊິກສາພາແຫ່ງຊາດ ກໍ່ຈະໄດ້ຮູ້ວ່າ ເພີ່ນຈະມີການເພີ່ມງົບເຂົ້າໃນການສຶກສາ. ຂ້າພະເຈົ້າ, ປະທັບໃຈກັບ ບົດສະເໜີຂອງທ່ານ ດຣ ຄຳເຜີຍ ປານມະໄລທອງ ກະເຫັນວ່າ ການສຶກສາ ນີ້ຄວນໃຫ້ເປັນການເປີດໂອກາດໃຫ້ກັບຄົນໄດ້ນຳໃຊ້ມັນສະໝອງຕົນເອງເພື່ອຄົ້ນຄິດ ຫຼາຍກວ່າທີ່ຈະໄປຮຽນຕາມຕຳລາເກີນໄປ!!! 

ເລື່ອງຄວາມຮັກ, ອັນນີ້ຫຼາຍຄົນອາດຈະໃຫ້ຄວາມສົນໃຈເລື່ອງນີ້ ແບບວ່າ ເອົາເປັນເອົາຕາຍ!!! ກະແປກນໍ້!! ຮັກ ມັກ ເປັນເລື່ອງສະເໝີ້! ແຕ່ກະຕ້ອງຍອມຮັບວ່າຍ້ອນມີຄວາມຮັກ ເຮົາຈິ່ງມີຄວາມເມດຕາກະລຸນາ ແລະ ຮັກແພງເຊິ່ງກັນແລະກັນ ແຕ່ບາງຄັ້ງຈາກການຮັກ ແລ້ວເລີກລາ ກໍ່ກາຍເປັນຊັງ!!! ອັນນີ້ກະແປກ!!! ໂດຍສະເພາະຄວາມຮັກບ່າວສາວ ຫຼື ຜົວເມຍ ຂ້ອຍຂ້າງຈະມັກເປັນບັນຫາ ເມື່ອມີການເລີກລາກັນ!!!! ຮັກນີ້ກະແປກໆ ນໍ້!!!

ບາດນີ້ຂໍຂ້າມມາໃສ່ເລື່ອງວຽກ ເລື່ອງງານ!!! ອັນນີ້ກະສຳຄັນ, ບໍ່ວ່າຈະເປັນການເຮັດວຽກໃຫ້ຕົນເອງ ຫຼື ເປັນລູກຈ້າງ. ມີວຽກຈິ່ງມີເງິນ, ມີເງິນຈິ່ງມີກິນ ແລະ ມີໂອກາດຈະຊອກຫາຄູ່!! ບໍ່ມີເງິນ ໄປລົມສາວ ເຂົາກະບໍ່ຢາກແນມໄດ໋!!​ອີຫຼີ!!​ສະນັ້ນ, ທ່ານບ່າວໆ ທັງຫຼາຍ ຕ້ອງຄິດໄວ້ສະເໝີວ່າ ຕ້ອງຮູ້ຫາເບ້ຍຫາເງິນ ແລະ ສາມາດລ້ຽງຜູ້ສາວໄດ້ ແລ້ວຄ່ອຍ ຄິດຈະໄປຈີບ, ດຽວຜູ້ສາວຊ່ວນໄປກິນນ້ຳປັ່ນລະເງິນບໍ່ຄາຖົງຮອດ ຊາວພັນ ກະຍາກໄດ໋!!!​ດຽວນີ້ ແຮງກະເຕັກ!!! ຜູ້ສາວແຮງມັກ ແລ່ນນຳແຟຊັນ!!! ໄອໂຟນ ສີກະປະມານ ເກືອບ ສິບລ້ານກວ່າໆໆ ຄິດແລ້ວກະເຈັບຫົວ!!!

ເວົ້າທໍ່ນີ້ກ່ອນຍຸງກັດ!! ຂໍອາບນ້ຳນອນກ່ອນເດີ!!!

ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ວັນອາທິດ ແຕ່ກະບໍ່ແ່ມ່ນວັນພັກ... ເພາະໜ້າທີ່ ໃນການເປັນນັກສຶກສາ ທີ່ຕ້ອງໄດ້ຮຽນ ວັນສຸກ ເສົາ ແລະ ອາທິດ.... ເປັນການຮຽນໃນຊ່ວງ 18 ເດືອນ ແລະ ຄິດວ່າມັນຈະເປັນການເດີນທາງ ໃນຮູບແບບຂອງຊິວິດນັກຮຽນອີກຄັ້ງ...!!!

ການເດີນທາງແມ່ນໄດດຳເນີນມາກະສີ່ຫາເດືອນແລ້ວ ຖືເປັນການເດີນທາງເຄີງທາງສຳລັບການຮຽນພາກທິດສະດີ!!!​ຫຼາຍຄົນທີ່ກຳລັງຮ່ຳຮຽນຢູ່ກະຄົງຈະຮູ້ວ່າ ລົດຊາດມັນເປັນແນວໃດ ແລະ ມີຄວາມຕື່ນເຕັ້ນຊຳໃດ!!!!

ຈຸດປະສົງການມາຂຽນບົດເລື້ອຍເປື້ອຍ 2 ນີ້ ກະບໍ່ແມ່ນຈະລົງເລີກເລື່ອງການຮຽນຂອງຕົນເອງ!!! ແຕ່ພຽງອະລຳພາບົດໃຫ້ຟັງຄ້າວໆໆໆ ເດີ!!!

 

ທີ່ຈິ່ງເນື້ອງຈາກວ່າ ມືຶອື່ນ (ວັນທີ 14 ກຸມພາ) ກໍ່ຈະເປັນວັນທີ່ຫຼາຍໆຄົນລໍຖ້າ, ນັ້ນກໍ່ຄືວັນແຫ່ງຄວາມຮັກ! ວັນວາເລນທາຍ ທີ່ຈິງກະບໍ່ແມ່ນວັນທະນະທຳຂອງລາວ ແຕ່ວ່າເນື້ອງຈາກອິດທິພົນ ການແລກປ່ຽນ ຂອງໂລກໃນຍຸກໂລກາພິວັດ ທີ່ມີການແລກປ່ຽນຂໍ້ມູນຂ່າວສານ, ໃນນັ້ນວັດທະນະທຳ ໄດ້ກາຍເປັນສ່ວນໜຶ່ງຂອງການແລກປ່ຽນດັ່ງກ່າວ.

ນິຍາມຄຳວ່າ ຄວາມຮັກ ຫຼາຍຄົນແມ່ນຈະເຂົ້າໃຈກັນໄປຕ່າງໆນາໆ ແລ້ວແຕ່ຄວາມເຂົ້າໃຈ, ເຫດຜົນ ແລະ ສິ່ງແວດລ້ອມ ອັນເປັນປັດໃຈພັກດັນນິຍາມດັ່ງກ່າວ. ຄວາມຮັກເບິ່ງໃຫ້ເລິກໆ ກໍ່່ບໍ່ແມ່ນເລື່ອງງ່າຍທີ່ຈະໃຫ້ຄຳນິຍາມ... ແຕ່ກໍພໍຈະອະທິບາຍໃຫ້ເຂົ້າໃຈງ່າຍກໍ່ແມ່ນ ການມີຄວາມຮູ້ສຶກດີໆ ກັບຄົນອື່ນນັ້ນເອງ!!!​

ຄວາມຮັກເລີ່ມຈາກການຮັກຕົນເອງ ອັນເປັນຮັກທີ່ສຳຄັນ ເພາະຄົນທີ່ບໍ່ຮັກຕົນເອງກ່ອນນັ້ນ ຄົງເປັນການຍາກ ທີ່ຈະສາມາດມອບຄວາມຮັກໃຫ້ຄົນອື່ນ. ເຊັ່ນວ່າ ຜູ້ຍິງກໍ່ຈະຮັກສວຍຮັກງາມ ຕ້ອງເຮັດໃຫ້ຕົນເອງດູດີ ເປັນທີ່ຮັກໃຄ້ແກ່ຄົນອອ້ມຂ້າງ, ເປັນຄົນທີມີມາລະຍາດ ແລະ ອຸປະນິໄສ ອັນດີ.

ຄວາມຮັກອັນທີ່ສອງແມ່ນຮັກ ພໍ່ແມ່ ພີ່ນ້ອງ ທີ່ຖືວ່າເປັນສາຍເລືອດດຽວກັນ, ການຮັກຄອບຄົວ ມັນກໍ່ບົງບອກເຖິງຄວາມຮັບຜິດຊອບຂອງບຸກຄົນ ທີ່ຕ້ອງໃສ່ໃຈ ແລະ ໃຫ້ຄວາມສຳຄັນກັບ ຜູ້ໃຫ້ກຳເນີດ ແລະ ພີ່ນ້ອງຮ່ວມອຸທອນດຽວກັນ. ອັນນີ້ເປັນຄວາມຮັກ ທີ່ຖືກສ້າງຂຶ້ນແລະຈະມີຄວາມໝັ້ນຄົງສູງ

ຄວາມຮັກອັນທີ່ສາມນີ້ແມ່ນ ພີ່ນ້ອງປ້ອງປາຍ ທີ່ເປັນເຊື້ອວົງຕະກຸນ, ອັນນີ້ມັນກະເປັນຄວາມຮັກທີ່ເຮັດໃຫເຮົາມີຄວາມຜູກພັນ ແລະ ຮັດແໜ້ນ ຄວາມເປັນສັງຄົມ, ເປັນຍາດພີ່ນ້ອງ ແລະ ສິ່ງນີ້ຈິງຮຽກວ່າເປັນຄວາມຮັກຕ໋ອງໂສ້.... ເຊິ່ງສາມາດເພີ່ມຂຶ້ນ ບາງເທື່ອກະຈົນບໍ່ຮູ້ວ່າມີໃຜແດ່ ທີ່ຢູ່ໃນສາຍຕາຂ່າຍຮັກອັນນີ້... ເຊັ່ນວ່າ ການແຕ່ງງານ ຂອງຍາດພີ່ນ້ອງ, ມັນເປັນສິ່ງຜູກມັດໄປໃນຕົວວ່າ ຍາດພິ່ນ້ອງຂອງທັງສອງຄູ່ບ່າວສາວ ດຽວນີ້ໄດ້ກາຍມາເປັນພີ່ນ້ອງກັນ, ດັ່ງຄຳເວົ້າທີ່ວ່າ ທອງແຜນດຽວກັນ....

ຄວາມຮັກໃຫ້ກັບເພື່ອນມິດສະຫາຍ, ບາງຄົນສາມາດຕາຍແທນໝູ່ເພື່ອນໄດ້... ອັນນີ້ກະເປັນຄວາມຮັກ ຄວາມສາມັກຄື ທີ່ບໍ່ມີອັນໃດຈະມາວັດແທກໄດ້. ເນືອງຈາກຄວາມຮັກແບບເພື່ອນມິດສະຫາຍ ຈະເປັນຄວາມຮັກທີ່ບໍ່ມີເງື່ອນໄຂ ແຕ່ມັນເປັນຄວາມຮັກ ທີ່ສ້າງສັນຕິພາບໃນໂລກໄດ້, ໂດຍບໍ່ສົນໃຈວ່າ ຈະເປັນເຊື້ອຊາດ, ສາສະໜາ ຫຼື ເພດໄວ  ຊັ້ນວັນນະ.

ຄວາມຮັກຕໍ່ມາກໍ່ຈະແມ່ນຄວາມຮັກຕໍ່ກັບປະເທດຊາດ, ອັນນີ້ຕ້ອງຖືວ່າສຳຄັນສົມຄວນ..... ຄົນທຸກຄົນທີ່ກຳເນີດໃນແຜນດິນໃດໜຶ່ງຕ້ອງຮູ້ກະຕັນຍູກະຕະເວຈີ ຕໍ່ແຜນດິນແມ່ຂອງຕົນ.. ຕ້ອງມີຄວາມຫ່ວງແຫນ ແລະ ພັດທະນາປະເທດຊາດຂອງຕົນດ້ວຍຄວາມຮັກ ເພືອຫຼຶກລ້ຽງບັນຫາຕ່າງໆ.... ແມ່ນວ່າ ຄົນຜູ້ນັ້ນອາດຈະມີເຊື້ອສາຍມາຈາກຊາດອື່ນ, ແຕ່ເມື່ອໄດ້ມາເກີດ ຢູ່ປະເທດຊາດບ້ານເມືອງນີ້ແລ້ວ ກໍ່ຕ້ອງສ້າງຄວາມຮັກ.

ຄວາມຮັກສຸດທ້າຍທີ່ຢາກຈະເວົ້າ ແມ່ນຄວາມຮັກທີ່ຫຼາຍຄົນແມ່ນກະຫາຍ ແລະ ຢາກໄດ້ພາຍຫຼັງທີ່ຮູ້ຕົນເອງວ່າເປັນບ່າວເປັນສາວ... ນັ້ນກໍ່ແມ່ນຄວາມຮັກຂອງແຟນ ແລະ ຄູ່ຮັກນັ້ນເອງ. ຕົນເອງກະບໍ່ຈັກຊິໃສ່ເປັນຄຳລວມຈັ່ງໃດດີ. ເພາະຄວາມຮັກປະເພດນີ້ ມັນສັບສົນໃນປະຈຸບັນ ເພາະເວົ້າເລື່ອງເພດມັນມີການປ່ຽນແປງ...ມີທັງຍິງ, ຊາຍ, ກະເທີຍ, ເກ, ທອມ, ເລສປ່ຽນ.... ເຮັດໃຫ້ຄວາມຮັກແບບຄູ່ຮັກນີ້​ຫຼາກຫຼາຍ ແລະ ວູ້ນວາຍ!!!! ແຕ່ນີ້ເປັນຄວາມຮັກທີ່ອອກມາຈາກຄວາມຮູ້ສຶກຂອງຄວາມຕ້ອງການ.

ຮັກກັນດີກວ່າຊັງກັນ... ອັນນີ້ແມ່ນດີທີ່ສຸດ... ຈະເປັນຄວາມຮັກແບບໃດ ກະບໍ່ເປັນຫຍັງຂໍໃຫ້ທຸກຄົນມີຈິດໃຈທີ່ເຕັມໄປດ້ວຍຄວາມຮັກ ກໍ່ຈະເຮັດໃຫ້ໂລກນີ້ມີຄວາມສົດໃສ!!!!

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ເມື່ອຍ້ອນຄິດ ຕອນຍັງນ້ອຍຢູ່ຫຼວງພະບາງ, ມີສິ່ງໜຶ່ງທີ່ເຮັດໃຫ້ຄິດຫາເພື່ອນໆ ທີ່ຮຽນນຳກັນແຕ່ສະໄໝປະຖົມ ຈົນຈົບມັດທະຍົມ.... ນັ້ນແມ່ນການຕື່ນແຕ່ເຊົ້າໆ ປະມານ ສີ່ຫ້າໂມງພຸ້ນລະ.... ເພື່ອຈະພາກັນໄປແລ່ນອອກກຳລັງກາຍໃນຕອນເຊົ້າ....

ຫຼາຍໆຄົນ ອາດມີປະສົບການຄືກັບຕົນເອງ, ແມ່ນບໍ່? ຄວາມຍັງເປັນເຍົາໄວ ແລະ ຄວາມກະຕືລືລົ້ນ ບວກກັບມິດຕະພາບຂອງຄຳວ່າເພື່ອນ, ກິລາເປັນສິ່ງທີ່ເຮັດໃຫ້ພວກເຮົາຜູກພັນ ແລະ ມ່ວນຊື່ນ.... ຕອນນັ້ນ, ແມ່ນຍັງບໍ່ທັນມີໂທລະສັບມືຖື ພໍຊິໂທເອື້ນກັນດ໋ອກ!!! ຕ້ອງໄດ້ໄປເອີ່ນເອົາກັນເທື່ອລະຄົນ!!!! ລອງຄິດເອົາລະນໍ້ ຕອນສີ່ໂມງເຊົ້າ ນຳກຳລັງແຊບໆໆໆ ເມື່ອໝູ່ມາເອີ້ນກໍ່່ຕ້ອງໄດຕື່ນ ບາງຄົນມັນກະຈົມ ພື່ມໆໆ ພຳໆໆ ທີ່ວ່າໄປປຸກເອົາແຕ່ເຊົ້າແຕ່ເດີກ!

ກິລາທີ່ຍອດນິຍົມ ຕອນນັ້ນກະຊິແມ່ນ ແລ່ນ ນີ້ລະ, ຈາກນັ້ນກະຫຼີ້ນບານບ້ວງ (ບາສເກັດບອນ)..... ສິ່ງທີ່ຊັກຈູງໃຫ້ໄປແລ່ນນັ້ນກະບໍ່ແມ່ນຍ້ອນແຕ່ໝູ່ດອກ ເພາະຕອນເຊົ້າໆນີ້ ສາວໆ ຫຼວງພະບາງຕອນນັ້ນ ຂະເຈົ້າກະມັກພາກັນ ໄປແລ່ນຄືກັນ..... ໂອຍ!! ໄດ້ໄປແລ່ນຢອກ ແລ່ນຄຽງ ກະມີສີສັນດີ, ອັນນີ້ນໍ້ເພີ່ນວ່າ ຂຶ້ນບ່າວຂຶ້ນສາວ!!! ໂລກນີ້ກະຕັ້ງວ່າສົດໃສ ແຕ່ຕອນສີ່ຫ້າໂມງເຊົ້າ!!!!

ແລະພາຍໃນອາທິດນີ້ເອງ, ຕົນເອງກະໄດ້ພະຍາຍາມ ລຸກແຕ່ເຊົ້າ ໄປແລ່ນ ແລະ ຫຼິ້ນບານບ້ວງ, ກະຢູ່ແຖວໆ ໂຮງຮຽນຈັນທະບູລີເລກ9 ນີ້ລະ.... ແຕ່ວ່າບໍ່ມີໃຜ ມີແຕ່ຂ້າພະເຈົ້າຄົນດຽວ ເຮັດໄດ້ 5 ມື້ກັບນີ້ແລ້ວ.... ຄັນຜູ້ໃດ້ຢາກຮ່ວມວົງກະເຊີນເດີ!!! ເຈີກັນຕອນ 6 ໂມງເຊົ້າ ທີ່ເດີນບານບ້ວງ ເລກ9!!!!

ເພືອສຸຂະພາບຕ້ອງໝັ່ນອອກກຳລັງກາຍເດີ!

ເອົາລະຊິໄປອາບນ້ຳ ໄປວຽກກ່ອນ!!!!

 

ສະບາຍດີວັນສຸກ!!!!!

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຂະນະທີນັ່ງຂຽນບົດຄວາມນີ້ ແມ່ນຕອນເວລາ 22:22 ຂອງວັນອັງຄານ ທີ 21 ທັນວາ 2010... ຮູ້ສຶກເຊັງໆ ກະເລີຍ ນັ່ງຂຽນບົດຄວາມນີ້ໃຫ້ຫາຍອຸກໃຈ.

ບົດເລື້ອຍເປື່ອຍ ບົດທຳອິດຈະຂຽນນີ້ ແມ່ນເວົ້າເຖິງຄວາມຮູ້ສຶກ ຂອງການຟັງເພງ, ຕອນນີ້ຕົນເອງກໍ່ຟັງເພງ ພ້ອມກັບສອງມືພີມບົດຄວາມນີ້.... ບົດເພງ ຖືໄດ້ວ່າເປັນສິ່ງທີ່ຊ່ວຍໃຫ້ເຮົາບັນເທົາຄວາມຄຽດ ແລະ ມັນຍັງເປັນຢາກຳລັງໃຈອັນດີ, ແຕ່ວ່າການຟັງເພງທີ່ມີປະສິດທິພາບ ແລະ ໃຫ້ຄວາມຮູ້ສຶກໄດ້ດີ ຕ້ອງຕັ້ງໃຈຟັງ ເນື້ອໃນ ຂອງບົດເພງໃຫ້ລະອຽດ ແຕ່ຕົ້ນຈົນປາຍ... ການຟັງດ້ວຍຄວາມຕັ້ງໃຈ ແລະ ລອງນຶກພາບ ວ່າສົມມຸດບົດເພງນັ້ນເປັນຊີວິດຂອງເຮົາ ຈະເປັນແນວໃດ... ດັ່ງທີ່ປະຈຸບັນທີ່ກຳລັງຂຽນບົດນີ້ ກໍ່ຟັງເພງຫຼາຍໆເພງ ແຕ່ມາສະດຸດຢູ່ເພັງໜຶ່ງຊື່ວ່າ ທຸກຫ້ານາທີ ຂອງອາລຸນນາ... ຟັງເພງນີ້ ແລ້ວ ກະເປັນສິ່ງທີ່ເຮັດໃຫ້ຕົນເອງຮູ້ສຶກວ່າ ເອີ!! ບາງຄັ້ງ ກະເຮັດໃຫ້ຕົນເອງ ເມືອຄັ້ງທີ່ມີຮັກຄັ້ງແລກ ອັນເຮັດໃຫ້ຕົນເອງ ຮູ້ສຶກວ່າ ເອີ!! ຄວາມຮັກນີ້ ບາງຄັ້ງກະເຮັດໃຫ້ຄົນເຮົາເຮັດໃນສິ່ງທີ່ຄິດວ່າເຮັດບໍ່ໄດ້... ການຄິດຮອດບາງຄົນ ທີ່ເຮົາຫາກໍ່ຮູ້ຈັກ ແລະ ຍິງໄດ້ເຫັນເຂົາຄົນນັ້ນ ແບບວ່າ ລັກເບິ່ງລັກແຍງ ຍິ່ງເຮັດໃຫ້ມີຄວາມສຸກ ແລະ ຮູ້ສຶກວ່າມັນມີຄວາມຕື່ນເຕັ້ນ.. ກະບໍ່ຮູ້ວ່າຫຼາຍໆຄົນທີ່ມາອ່ານບົດຄວາມນີ້ ຈະຮູ້ສຶກຄືກັນຫຼື ບໍ່.... ແຕ່ສຶື່ງໜຶ່ງທີ່ຫຼາຍຄົນອາດຈະເປັນນັ້ນກະຄື ເວລາທີຢູ່ໃກ້ກັບຄົນ ທີ່ເຈົ້າແອບຮັກ ເຈົ້າຈະມີລັກສະນະ ນ້ຳຖ້ວມປາກ ຕື່ນເຕັ້ນ ແລະ ເຮັັດຜິດເຮັດຖືກ... ແບບຕອນທ້າຍຂອງບົດເພງ ທີ່ວ່າ the five minutes you have gone is so long ຂອງອາລຸນນາ....

ຕໍ່ດ້ວຍບົດເພງຂອງ ນັກຮ້ອງຊາຍ ກີມມີ... ບໍ່ຈືຊື່ເພງ ແຕ່ວາຮູ້ສຶກວ່າ ບົດເພງນີ້ ມັນຕໍ່ມາຈາກເພັງຂອງອາລູນາ .. ເນື້ອເພງວັກໜຶ່ງ ຮ້້ອງວ່າ... ສູບລົມຫາຍໃຈເຂົ້າອອກ ໃຫ້ມັນຊືມຊັບເຂົ້າໄປ ທຸກຄັ້ງທີ່ເຈົ້າຫາຍໃຈ ຈະໄດ້ຊືມຊັບ..... ປະມານນີ້ລະ... ແລະມີວັກໜຶ້ງກະເວົ້າວ່າ ຈາກຫ້ານາທີ ໃຈມັນກະສັບສົນວຸ້ນວາຍ.... ສົງໄສວ່າ ຜູ້ແຕ່ງເພັງຄົນດຽວກັນ... ແຕ່ທີມັກທີ່ສຸດແມ່ນວັກທີ່ ວ່າ ຝາກຄວາມຫ່ວງຫວງ ຄວາມຫ່ວງໃຍ  ຝາກລົມຫາຍໃຈ ຝາກຄວາມຮັກ.... ຟັງແລ້ວຊຶ້ງດີ

ເພງຕໍ່ມາກະແມ່ນ ໜ໊າຮັກ ຂອງຢູ່ນິຄອນ... ເອີຟັງເພງນີ້ ຍິ່ງເຮັດໃຫ້ຕົນເອງລັກແອບຍີ້ມ ໂດຍສະເພາະເວລານຶກພາບ ຫາກວ່າຕົນເອງ ຮ້ອງເພງນີ້ໃຫ້ກັບຍິງທີ່ຕົນເອງແອບຮັກ ບໍ່ຮູ້ວ່າຈະມີສີໜ້າແນວໃດ... ເປັນບົດເພງທີ່ຈະຫວະແບບມັນໆ ໂຍກແອວຕາມຈັ່ງຫວະກອງໄດ້ດີ.... ອັນນີ້ລະນໍເພີ່ນວ່າການແອບຮັກດີໆ ນີ້ກະເຮັດໃຫ້ຊີວິດຂອງເຮົາສົດຊື່ນໄດ້ ຫຼື ອາດຈະເປັນບ້າໆ ບໍໆ ເພາະຄິດຮອດໜ້າຄົນໆນັ້ນ ດັ່ງທີ່ບົດເພງໄດ້ພັນລະນາ..... ທີ່ຈິງແລ້ວທຸກໆ ຄົນແມ່ນມີຄວາມໜ້າຮັກໃນຕົວ ແລະ ມີສະເໜ ທ່ີ່ສາມາດຈະສະແດງອອກ ໃຫ້ຄົນອື່ນເຫັນ.. ເຊັ່ນວ່າ ຕົນເອງນີ້ກະບໍ່ຫຼໍ່ດອກ ແຕ່ວ່າກະໜ້າຮັກໄປແບບວ່າ ຕ້ອງໄດ້ໃຊ້ເວລາເບິ່ງດົນໆ ຮະຮະຮະຮະຮ ຮີວໆໆໆໆໆໆໆໆ ຈັ່ງແມ່ນນໍ້!!!!! ເພິ່ນວ່າຄົນງາມ ແລະ ໜ້າຮັກ ນີ້ສ່ວນຫຼາຍມັກມີຄົນຈອງ ແຕ່ບາງຄັ້ງກະບໍ່ມີເພາະ ຜູ້ໃດກະຄິດວ່າລາວຄືຊືມ່ີແຟນເພາະວ່າງາມ ແລະ ໜ້າຮັກປານນັ້ນ... ສະນັ້ນ, ເຮົາຕ້ອງຖາມໂລດ ຖ້າລາວບໍ່ມີກະຕ້ອງຢືນໃບສະໝັກ ຫຼື ວ່າຖ້າວ່າລາວມີແລ້ວ ກະຢືນໃບສະໜັກສຳຮອງ ເພື່ອວ່າມີການປ່ຽນແປງ ເຮົາອາດມີໂອກາດຖືກຄັດເລືອກ...ເອີ!!! ເພງກະພໍດີຈົບ

ຈະຫວັງມັນໆ ຂອງເພງໄທກະເລີ່ມ, ເພງຂອງພົງສິດຄຳພີ ຊື່ວ່າຫຍັງຕົນເອງນີ້ ກະລືມອີກແລ້ວ ສົງໄສມື້ນີ້ສະໝອງ ເຮັດວຽກບໍ່ດີ... ແຕ່ວາບົດເພງນີ້ຄິດວ່າຫຼາຍໆ ຄົນນີ້ຄົງຈະຮູ້ດີ... ເນື້ອໃນຂອງບົດເພງແມ່ນພັນລະນາ ກຽວກັບຄອບຄົວໜຶ່ງທີ່ມີລູກຊາຍເປັນລູກແກ້ວດວງຕາ ທີ່ທັງພໍ່ແລະແມ່ ກໍ່ຝາກຄວາມຫວັງ ແລະ ເຮັດທຸກຢາກເພື່ອໃຫ້ລູກຂອງຕົນໄດ້ຮຳຮຽນ ໃຫ້ມີອະນາ ຄົດດີ ແລະ ກ້າວໜ້າ... ເດັກຊາຍຄົນນີ້ ເປັນຄົນດີ ແລະ ເປັນທີ່ຮູ້ຈັກໃນນາມ ຊາຍດີ ປະຈຳຊອຍ... ແຕ່ວ່າເຫດບໍ່ຄາດຄິດກໍ່່ເກີດກັບຄອບຄົວ ເມື່ອ ເດັກຊາຍຄົນນີ້ ຖືກຂ້າຕາຍຍ້ອນການເຂົ້າໃຈຜິດຂອງນັກເລງ... ເຮັດໃຫ້ຄອບຄົວຂອງເດັກຊາຍ ຕ້ອງແຕກສະລາຍ ແລະ ໝົດສິ້ນຄວາມຫວັງ.... ອັນນີ້ ກະເປັນສິ່ງໜຶ່ງ ທີເຮົາຄວນຮຽນຮູ້ເອົາວ່າ ຊີວິດຂອງເຮົາມີຄ່າ ບໍ່ພຽງແຕ່ຕົວເຮົາເອງ ແຕ່ວ່າ ຍັງມີຄົນອ້ອມຂ້າງທີ່ເຮົາມີຄວາມສຳຄັນ ຕໍ່ພວກເຂົາ ... ນັ້ນແລະ ເຮົາເອງຄວນເຮັດໃຫ້ຕົນເອງມີຄ່າ...

ໝົດເພງເສົ້າ, ແຕ່ພັດຍັງມີເພງປະກອບລະຄອນໄທ ເພງຊື່ວ່າ ຜ້າກາສາ.... ເປັນການພັນລະນາຄວາມຮັກ ຂ້າມຊາດ ຂອງຍິງສາວ ເມື່ອຄົນຮັກ ຈະເຂົ້າບວດ ແລ້ວຍິ່ງຮັກໄດ້ນຳເອົາຜ້າກາສາມາໂມທະນາໃຫ້ກັບຄົນຮັກ ຂອງຕົນ ພ້ອມຄຳອາທິຖານຂໍໃຫ້ຮັກ ຂອງພວກເຂົາໝັ້ນຄົງ ບໍ່ພຽງຊາດນີ້ ແຕ່ ວ່າຫຼາຍໆຊາດຕໍ່ໄປ.... ເອີ!!! ຈັກວ່າຊິມີຈັກຊາດຮູ້ນໍ້... ເປັນອັນວ່າ ຖ້າມີເວລາກະລອງໄປຟັງເບິ່ງເດີ!!! ເພາະວ່າບົດເພງແມ່ນອອນຊອນດີ... ບົດເພງຍັງມີການສາບານຕໍ່ກັບແມ່ນ້ຳຂອງອີກ... ກະເປັນແບບໂຣແມນຕິກ ຂອງຄຳວ່າສັນຍາຮັກ

ມາຮອດເພງລາວອີກຄັ້ງ ຂອງທົດສະກັນ ຄືຊິແມ່ນຊື່ວ່າ ນອນບໍ່ຫຼັບນີ້ລະ...ເປັນນັກຮ້ອງທີ່ມີສຽງເປັນເອກະລັກ ແລະ ສະເໜໃນຕົວ... ເພິ່ນພັນລະນາ ຄວາມຮັກຈອມປອມຂອງຍິງງາມທີ່ ມາເຮັດທຳທ່າຮັກ ແລ້ວກໍ່ຈາກໄປ ຈົ່ງໄວ້ແຕ່ຄວາມຊົງຈຳ ແລະ ພາບຄວາມລຶກຊື້ງໃຫ້ກັບຊາຍ.... ເພິ່ນກະເວົ້າສະຖານທີ່ຫຼາຍບ່ອນທີ່ຕອນຍັງຮັກກັນ. ບໍ່ວ່າຈະໄປຫຼີ້ນ ກິນເຂົ້າທີ່ໄອເຕັກ.. ໄປເຮັດບຸນຢູ່ວັດສືເມືອງ ແລະ ຫຼາຍບ່ອນ... ທີ່ຈິ່ງແລ້ວບົດເພງລາວນີ້ແມ່ນມີເນື້ອຄວາມທີ່ລືກຊື້ງດີ..... ແຕ່ທີ່ເປັນຕາອີຕົນຂອງບົດເພງນີ້ ແມ່ນຝ່າຍຊາຍແມ່ນຮ້ອງໄຫ້ຈົນໝອນປຽກ ເວລາທີ່ຄິດຮອດຄົນຮັກຂອງລາວ... ຜູ້ໃດອີຕົນລາວກະໄປປອບໃຈລາວແດ່ທ້ອນ!!!!

ມາປ່ຽນອາລົມຟັງເພງອັງກິດ ຊື່ວ່າ Long Time, ຂອງ Blue ທີ່ຈິງກະບໍ່ເກັງພາສາ ປານໃດ ແຕ່ວ່າ ເນື່ອເພງນີກະແມ່ນພັນລະນາ ເຖິງຄົນຮັກທີ່ບໍ່ໄດ້ເຫັນກັນດົນໆໆໆ, ລາວກະຄິດຮອດຄົນຮັກ ແລະ ຢາກຢູ່ກັບລາວດົນໆໆ ກະເລີຍບັນເລງເປັນເພງ ມີບາງຕອນເພີ່ນຮ້ອງວ່າ It gonna be long long time, I will be with you again to see your smile...... It gonna be long long time to hold you with my arm until the night....it gonna be long long time.....ມັນກະຄືຊິດີຖ້າໄດ້ພາສາອັງກິດ ເພາະບົດເພງຂອງເຂົາເຈົ້າແມ່ນມີສະຕາຍຕ່າງອີກແບບ

ຢາກເກີນຈະອະທິບາຍ ຄວາມໃນໃຈ... ເຫດໃດຈືງຄິດເຫັນເຂົາ ຢູ່ທຸກວັນ..... ເປັນວັກຕົ້ນຂອງບົດເພງນັກຮ້ອງຊື່ວ່າ ຕຸ໋ຍ....ບົດເພງນີ້ກະເວົ້າເຖິງການແອບຮັກອີກແລ້ວ....ເພີ່ນກະລັກແອບຮັກ ທັງຂໍວອນໃຫ້ເດືອນໃຫ້ດາວ ສົ່ງຮັກໄປໃຫ້ຍິງຄົນນັ້ນ.... ຂ້ອຍວ່າໂທລະສັບຫາເລີຍລາວຊິບໍ່ດີກວ່າບໍ່..... ຮະຮະຮະຮະ ເອີ! ແຕ່ມັນກະຊື້ງດີໄດບົດເພງນີ້.... ດຽວຂໍຢຸດຂຽນ ຕັ້ງໃຈຟັງເພງນີ້ຈັກບາດເດີ!!!!! ບອກວ່າຂ້າຮັກ ຄິດເຖິງ ຫ່ວງໃຍເຂົາເຫຼືອເກີນ!!! ນາໆໆ ນາໆໆໆ ນາ ໆໆໆໆ!!!!!! ຈົບ

ຈາກນີ້ກະມາຟັງເພງເບົາ ສະຕາຍໄທທະນາວຸດ...ຊື່ວາ ໄຊ້ເລີຍ... ແປລາວກະຊືແມ່ນ ແມ່ນເລີຍ!!! ເພງນີ້ ຄັກທີ່ຈະຮ້ອງໃສ່ຍິງຢູ່ໃນສະເປັກ ຂອງຕົນເອງ... ຮ້ອງເພງນີ້ໃສ່ສາວໆຮັບຮ້ອງວ່າ ໄຊ້ເລີຍ!!! ຄືຄົນນີ້ເລີຍ... ຕ້ອງສວຍຂະໜາດນັ້ນ ຕ້ອງຫວານຂະໜາດນີ້... ຢາຫວານໄປກວ່ານັ້ນ ຢາກສວຍໄປກວ່ານີ້ ທໍໍ່ນີ້ພໍແລ້ວ ວ່າຊັ້ນບົດເພງເພິນພັນລະນາ... ອັນນີຂ້ອຍວ່າ ກະດີແຕ່ວ່າບາດວ່າລາວຕຸ້ຍອອກ ໃນອະນາຄົດບໍ່ຮູ້ວ່າຊີຍັງຮ້ອງເພງ ໄຊ້ເລີຍ ຫຼືວ່າ ຊິຮ້ອງ ວ່າ ໄປເລີຍ!!!!​ຮະຮະຮຮະຮະ ສະຫຼຸບວ່າພໍດີ ກັບໃຈສັ້ນເລີຍ!!! ໄຊ້ເລີຍ!!! ແມ່ນເລີຍ!!! ນາໆໆໆໆ ໂອໂຮໆໆໆໆ ... ໄຊ້ເລີຍ!!!

ຍັງຢູ່ກັບເພງໄທ.... ເພງນີ້ກະເວົ້າເລື່ອງການເຮັດບາງຢາງໃຫ້ກັບອີກຄົນ ໂດຍມີເຫດຜົນທີ່ວ່າ ຮັກ ມາເປັນສິ່ງບັນດານ.... ເພາະວ່າຄົນຮັກ ສາມາດເຮັດໃຫ້ຄົນໜຶ່ງສາມາດເຮັດໃນສຶ່ງ ທີ່ຕົນເອງຄິດວ່າຈະເຮັດໃຫ້ຄົນທີ່ເຮົາແອບຮັກມີຄວາມສຸກ ... ມີຕອນໜຶ່ງຮ້ອງວ່າ ການທີ່ວ່າໃຄຄົນໜື່ງຈະທຳອະໄລດີໆ ໃຫ້ກັບໄຄສັກຄົນ ... ມັນຕ້ອງມີອະໄລໆໆໆ ດີໆ ສັກຢາງ ແລະ ເຫດຜົນນັ້ນກະຄືຄວາມຮັກ..... ຈັ່ງແມ່ນນໍ ອັນຄວາມຮັກ.... ບອກເລີຍເຫດຜົນຂອງສັ້ນຄືຄວາມຮັກ... ເທີຍັງໄມ້ລັກ ກໍ່ໄມ້ຕ້ອງໜັກໃຈ.........................

ໂອ!!​ຂຽນໄປຂຽນມາ ເບິ່ງໂມງກະແມ່ນ  23: 14 ເກືອບຊົ່ວໂມງແລ້ວ...ແຕ່ພໍດີມາຮອດເພງຕົນເອງມັກ..... ຊົມຊານ ຂອງໂລໂຊ ...ແມ່ນວ່າລາວຫາກະມາແກ້ເສື້່ອໂຊວ່າງເດືອນແລ້ວ ຢູ່ສະໜາມກິລາ ສະຕາ .... ບົດເພງນີ້ຖືວ່າເປັນບົດເພງສະຕາຍ ມັນໆເບົາ... ຮັກແບບຊົມຊານ ເຕັ້ນດີດໄດ້ເບົາ...ເພງນີ້ສາງຄວາມກ້າວ່າ ຢາກເດີນເຂົ້າໄປບອກວ່າຮັກເທີ ເວລາທີ່ເຈີ ທີເທີສົ່ງຍີ້ມມາ.... ອັນນີ້ລະນໍ້ເພິ່ນວ່າ ສະດຸດຮັກ...... ໂລກນີ້ຖ້າຂາດຮັກ ກະບໍຮູ້ວ່າຈະເປັນແນວໃດ... ດັ່ງນັ້ນແລະ ຈິ່ງເຫັນບົດເພງຫຼາຍໆ ຖືວ່າສ່ວນຫຼາຍ ຈະມີຄຳວ່າ ຮັກ ເກືອບທຸກເພງ.......  ຫາກເທີມີໃຈກະບອກກັນສັກໜອຍ!!!! ຢາໃຫ້ສັນຄອຍ ຄອຍເທີຢ່າງນີ້ ເລີຍ... ໃຫ້ຄອຍນານໆ ມັນຊົມຊານຮູ້ໄໝເອີຍ!!!​ຍິງເທີທຳເສີຍ ສັ້ນເອງຈະບ້າຕາຍ.............

ມາເອົາຈັ່ງຫວະເບົາເປັນອັງກິດອີກບາດ...ເພງນີ້ຂ້ອຍມັກຫຼາຍ.... Super Man (It is not easy).......ເປັນເພງໃຫ້ກຳລັງໃຈ ແລະ ຄວາມກ້າ... I can't stand to fly, I am not that naive, I am just out of to find,  the better part of me....... ແຕ່ວັກທ້າຍຂອງເພງກະຍັງເວົ້າວ່າການເປັນຄົນໆໜຶ່ງກະບໍ່ແມ່ນເລື່ອງງ່າຍ ດັ່ງຄຳທີ່ວ່າ  I am only a man in a funny red shirt, it is not easy, it is not easy to be me........

ມາຕໍ່ກັບບົດເພງຂອງ ອີນຄາ ນັກຮ້ອງໄທ...ທີ່ຈິງກະບໍ່ຮູ້ວ່າມັນມີເພງຫຍັງແດ່!! ເພາະວ່າ ເອົາມາເຂົ້າໂປແກມຟັງເພງລະກະປ່ອຍມັນຫຼີ້ນເອງ... ເພງຂອງອິນຄາບົດນີ້ ແມ່ນເວົ້າເຖິງຄວາມຮັກແທ້ ແລະ ເປັນຮັກທີ່ໃຫ້ໄດ້ແຕ່ຄົນດຽວ .... ລາວໄດ້ມອບຄວາມຮັກ ແບບວ່າ ເພາະຮັກແທ້ສັ້ນມີໄດ້ແຄ່ຄັ້ງດຽວ....... ກະເປັນຕາອີຕົນ ບາງຄັ້ງຮັກແທ້ ກະກິນບໍ່ໄດ້ ຫຼາຍສິງປັດໃຈພາຍນອກ ກະເຮັດໃຫ້ຄົນທີ່ມີຮັກແທ້ບໍ່ສາມາດເອົາຊະນະ ມີເງິນແທ້ໄດ້!!! ເວົ້າມາກະອີຕົນຕົວເອງຄືກັນ ເພາະວ່າ ເຮົາກະມີແຕ່ຮັກແທ້......ໂອຍ!!!!

ບາດນີ້ມາຟັງສະຕາຍລູກທົ່ງບ້ານນາ...ທີ່ຈິງການຟັງເພງທຳນອງນີ້ ແມ່ນມີຄວາມອ່ອນຊ້ອຍອອນຊອນ ແລະ ນຸ້ມນວນ.... ເພງນີຕົນເອງກະບໍ່ຮູ້ດອກ ແຕ່ວ່າລູກທຸ້ງເພງນີ້ແມ່ນຢາກຮູ້ວ່າ ຍິງສາວຄົນນັ້ນມີຄົນມາຄຽງຄູ່ຫຼືບໍ່ ຖ້າບໍ່ມີກະຢາກໄປຈີບ ແຕ່ວ່າ ອ້າຍບ່າວເພິ່ນບໍ່ກ້າຖາມ ຢ້ານວ່າຄຳຕອບແມ່ນວ່າ ຍິງສາວອາດມີເຈົ້າ ... ລາວ ກະແບບວ່າ ແອບຮັກອີກແລ້ວ!!!! ຈັ່ງແມ່ນນໍ້!!! ຄັນແມ່ນຂ້ອຍກະຊິຖາມໂລດລະ

ເພງລາວຂອງສາວຫຼວງພະບາງ, ໄທບ້ານດຽວກັບຕົນເອງນີ້ລະ ... ເພງຄອຍ ຂອງວົງຫຍັງນໍ!!! ວາຄືວ່າລືມວາ!!! ເອົາຄັນຮູ້ກະບອກຂ້ອຍແດ່....ອັນນີ້ແມ່ນເພງທີ່ສາວໆ ເພິ່ນມາຈົ່ມ ວ່າພືມພຳ ຫາຄົນຮັກຕົນ ທີ່ມາບອກຮັກ ລະໜີໄປ.... ສາວເຈົ້າກະຄິດຮອດສະຖານທີ່ຕ່າງທີ່ຊາຍຮັກເຄີຍພາໄປ...ເພິນກະບໍ່ເຄີຍຈະຄິດປ່ຽນໃຈ ແລະ ທີ່ສຳຄັນເບີໂທກະຍັງເປັນເບີເດີມ ແຕ່ວ່າຊາຍຮັກຄືບໍ່ໂທຫາ ແດ່... ສາວເຈົ້າຄ່ອຍແລ້ວ ຄອຍເລົາ ຈົນເດີກດື່ນ... ບາງເທື່ອ ກະຢືນຕາກຝົນຖ້າ ວ່າຊັ້ນ.... ສົມເດເນາະ ຄັນຮູ້ຝົນຊິຕົກ ກະເອົາຄັນຮົ່ມໄປນຳຕົວະ!!!!

ນ້ຳຕາທີ່ມັນໄຫຼ ອອກມາດ້ວຍຄວາມເສຍໃຈ ເມື່ອເຂົາໄປມີຄົນຮັກໃໝ່!!!!!!! ເປັນບົດເພງຈົມທຸກຈົມຍາກຂອງຝ່າຍຊາຍບາດນີ້... ເພງຂອງຢູນີຄອນ... ອັນນີ້ກະຜູ້ສາວຫຼາຍໃຈ ມາຕົວະ ແລ້ວໄປມີຮັກໃໝ່.... ອ້າຍຊາຍກະຕ້ອງໄດ້ຮ້ອງອອກໄປວ່າ ບອກວ່າພໍແລ້ວ!!!!! ລືມເຂົ້າສາວ່າຊັ້ນ!!!! ໃຫ້ມັນຈົບພຽງເທົານີ້ ໃຫ້ມັນຈົບພຽງເທົ່ານີ້ ພໍແລ້ວນ້ຳຕາໆໆໆໆໆໆໆໆໆໆໆໆໆ

ເວົ້າເລື່ອງຄວາມຮັກ ນີ້ ບາງຄົນກະຢາກມີຮັກແທ້ ພຽງໜຶ່ງດຽວ, ແຕ່ວ່າບາງຄົນກະແບບວ່າ ຮັກບໍ່ເຄີຍເຊົາ ແບບວ່າເປັນຄົນໃຈກວ້າງ ແລະ ຮັກສາມາດມອບໃຫ້ຫຼາຍໆຄົນ... ດັ່ງບົດເພັງຂອງສາວ ພັ້ນ.... ທີ່ເພີ່ນພັນລະນາ ເຖິງການທຸ້ມເທຄວາມຮັກ ແຕ່ວ່າຄົນຮັກກະແບບວ່າ ຫຼາຍໃຈ ຄວາມຮັກທີ່ລາວໃຫ້ນັ້ນບໍເຄີຍພໍ.... ແຕ່ສິ່ງທີ່ເຮັດໃຫ້ເປັນຕາອີຕົນນັ້ນກະແມ່ນຄວາມຊື່ຕົງ ແລະ ຮັກແທ້ ທີ່ລາວບໍ່ອາດລືມ!!! ວັກກິນໃຈ ກະແມ່ນ ... ຄົນຮັກກັນບໍ່ໜ້າຈະທຳໄດ້ລົງ...ຄວາມຊື່ຕົ່ງບໍ່ມີບາງເລີຍຫຼືໄດ໋!!!!!!!!  ແນວວ່າຫຼາຍໃຈ ຄືຊິສອນຍາກ....

ມາສົ່ງທ້າຍກັບບົດເພງ ຄົນລາວ ຄົນຈຶງໃຈ... ບົດເພງນີ້ໜ້າຈະມີຄວາມໝາຍ ແລະ ເປັນເພງລາວທີ່ດີ ກວ່ານີ້ ຫາກວ່າບໍ່ແມ່ນເພງໂຄສະນາເບຍ... ເພາະຮູ້ສຶກວ່າເປັນການສົງເສີມໃຫ້ກັນດືມເບຍມືນເມົາ... ໜ້າຈະຂຽນໃໝ່ ແບບນີ້...

ແຜນດິນນີ້ຄືລາວ   ແດນດີນແຫ່ງຄົນໃຈງາມ

ງາມແທ້ວັດທະນະທຳ  ເຮື່ອງຊືລືນາມເມືອງແຫ່ງຄວາມຈິງໃຈ

ພູມໃຈໃນຄວາມເປັນລາວ ເມືອງລາວອຸດົມເລື່ອງຫຼາຍ

ເຮົາເຮັດສິ່ງໃດ ເຮັດດ້ວຍຫົວໃຈ

ເຮົາພູມໃຈ ໃນຄວາມເປັນລາວ

ນ້ຳໃຈໃສຍິ່ງກວ່າແກ້ວ  ນ້ຳໃຈທີ່ບໍ່ມີວັນແຫ້ງຫາຍ

ເຖິງກາຍນ້ອຍ ແຕ່ຫົວໃຈຍິ່ງໃຫຍ່

ເຕັມໄປດ້ວນນ້ຳໃຈ ອັນຈິງໃຈຂອງຄົນລາວ....

 

ເອົາລະ ທຽງຄືນລະ......  ລາຕີສະຫວັດເດີ!!!

 

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ມື້ນີ, ວັນອາທິດ ທີ 5 ທັນວາ 2010, ອອກເຮືອນແຕ່ເຊົ້າ ຈາກເສັ້ນທາງທົ່ງສາງນາງ ມຸ້ງສູງທາງຕັດໄປ ໂພນຕ້ອງ.... ຫິວເຂົ້າແຮງ ພໍດີ ເຫັນຮ້ານບັນກວນ ແຄມທາງ ຕໍ່ໜ້າ ຮ້ານອາຫານດອກຮັກເພງລາວ, ກະເລີຍສວຍໂອກາດ ຢຸດກິນອາຫານເຊົ້າ, ຈອດລົດຈັກ ຈົກກະເປົາກວດກາວ່າມີ ໃບເດີນທາງບໍ່? ພໍດີມີຢູ່ ກະໄດ້ຈັ່ງຫວະນັ່ງຈັກ ສິບຫ້ານາທີ ກິນບັນກວນ. ຖາມເຈົ້າຂອງຮ້ານວາ ມີໄຂ່ໃສ່ບໍ່, ເພິ່ນວ່າມີ, ກະໄດ້ສັ່ງເອົາບັນກວນໃສ່ໄຂ່......

ທີ່ຈິງໄດ້ນຳສະເໜີບັນກວດຢູ່ສີສະຫວາດ ມາເທື່້ອໜຶ່ງທີ່ຖືວ່າເປັນຮ້ານທີ່ດັງຮ້ານໜຶ່ງ, ແຕ່ວ່າພໍໄດ້ມານັ່ງກິນ ຮ້ານນີ້ ທີ່ມີວິທີການເຮັດບັນກວນໃສ່ໄຂ່ ທີ່ຕ່າງຈາກ ຮ້ານນັ້ນ, ຈິ່ງຢາກເອົາມາແນະນຳໃຫ້ ເພື່ອນໆ ພັນລາວ ຖ້າ ມີໂອກາດກະລອງໄປ ຊີມກັນເດີ!!!! ເປັນການອຸດໜູນ ເສດຖະກິດຄົນລາວ ດ້ວຍກັນ!!!

ບັນກວນຮ້ານນີ້ ສູດໃສ່ໄຂ່ ເພີ່ນຈະຕີ ໃສກັບແປ້ງ ແລ້ວກໍ່ເອົາໄປໃສ່ໝໍເຮັດບັນກວນ ຄືກັບວິທີເຮັດບັນກວນປົກກະຕິ, ແຕ່ວ່າ ເພີ່ນຈະມີການເອົາໜາກຖົ່ວຫງອກ ແລະ ຜັກສອງສາມຢ່າງໃສ່ນຳ ທີເຫັນວ່າມີລົດຊາດ ແລະ ໃຫ້ຄວາມຫຼາກຫຼາຍ ກວ່າບັນກວນທຳມະດາ!!!! ເອົາລະບໍ່ຂໍອະທິບາຍ ຫຼາຍ, ເພາະວ່າ ຮູບຂ້າງລຸມ ຈະຊ່ວຍຕື່ມ....

 

ໝາຍເຫດ: ການກິນບັນກວນໃຫ້ແຊບ ຕ້ອງກິນຕອນຮ້ອນໆ ແລະ ກິນຕອນເຊົ້າ ເທົ່ານັ້ນ, ປະມານ 7-8 ໂມງເຊົ້າ ແມ່ນຄັກດີ!!

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

ໄປທ່ຽວບ້ານເກີດແຕ່ລະຄັ້ງ ກະຕ້ອງອົດບໍ່ໄດ້ທີ່ຈະຕ້ອງໄດ້ກິນອາຫານ ບ້ານຕົນເອງ.... ມື້ນີ້ຂໍນຳສະເໜີ ເຂົ້າປຸ້ນນ້ຳແຈ່ວ.... ຈະບໍ່ຂໍອະທິບາຍ ແຕ່ຈະໃຫ້ເບິ່ງຮູບຂ້າງລຸ່ມເອົາ!!!!

ຖ້າໄດ້ໄປຮອດຫຼວງພະບາງ ກະລອງໄປຊີມເດີ, ເປັນຮ້ານນ້ອຍໆ ເປັນກັນເອງ ແຜນທີ່ຂ້າງລຸ່ມ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ອອກໄປເຮັດວຽກມື້ນີ້ (ວັນທີ 17/11/2010) ແຕ່ເຊົ້າຕູ່, ຕີນລົດເລີ່ມໝູນອອກຈາກທີ່ພັກແຕ່ ເຈັດໂມງເຊົ້າ ເປັນປົກກະຕິຂອງການອອກມາເຮັດວຽກຢູ່ຕ່າງແຂວງ, ແມ່ນວ່າບໍ່ຢາກຕື່ນເພາະມື້ຄືນໄປສັງສັນ ເມົາຄ້າງ ແຕ່ກະຕ້ອງໄດ້ຕື່ນອາບນ້ຳແຕ່ຫົກໂມງເຊົ້າ.... ໂອນໍຊິວີດ!!!...... ຕາມເປົ້າໝາຍກະແມ່ນຊິໄປແຖວເມືອງໂຂງ ພຸ້ນລະ, ແຕ່ພໍດີມີແຜນເພີ່ມຂຶ້ນມາ ກະໄດ້ມີໂອກາດໄປເບິ່ງວຽກຢູ່ບ້ານກຽດໂງ້ງ ເມືອງປະທຸມພອນ ແຂວງຈຳປາສັກ ນີ້ລະ......

ອອກຈາກປາກເຊໄປປະມານ 50 ກິໂລແມັດ ຕາມເສັ້ນທາງ ເລກທີ່ 13ໃຕ້, ທາງຟາກຊ້າຍມືຈະເຫັນ ປ້າຍຂຽນວ່າ ອັດຕະປື 116 ກິໂລແມັດ, ເປັນເສັ້ນທາງ ປັບປຸງໃໝ່ ຕັດຈາກແຂວງຈຳປາສັກ ຫາ ແຂວງອັດຕະປື ແຕ່ຍັງເປັນທາງດິນແດງ ແລະ ສາມາດທ່ຽວສະດວກ ກະແມ່ນຊ່ວງແລ້ງ,​ສ່ວນວ່າລະດູຝົນນີ້ ຄັນບໍ່ແມ່ນລົດ ແລ່ນສີ່ລໍ້ ກະບໍ່ຢາກແນະນຳໃຫ້ໄປທາງນີ້ເທື່ອ.....

ລ້ຽວລົດເຂົ້າຮ່ອມຂີ່ໄປປະມານ ກິໂລແມັດກວ່າໆ ກໍ່ຈະເປັນປ້າຍຂຽນບອກ ບ້ານກຽດໂງ້ງ ທີ່ຕ້ອງໄດ້ຂີ່ເຂົ້າໄປຫາບ້ານອີກປະມານ 2 ກິໂລແມັດ, ບ້ານແຫ່ງນີ້ ເປັນບ້ານທີ່ພິເສດ ແລະ ມີການພັດທະນາທາງດ້ານການທ່ອງທ່ຽວ ເຊິ່ງ ອານຸລັກ ທີ່ຄິດວ່າເປັນບ່ອນທີ່ເປັນແບບຢ່າງ ແລະ ສ້າງມາດ ສ້າງລາຍຮັບໃຫ້ກັບຊາວບ້ານໄດ້ເປັນກອບເປັນກຳ.....

ກິດຈະກຳຂອງບ້ານກຽດໂງ້ງ ກໍ່ຈະປະກອບດ້ວຍ ປ່າສະຫງວນແຫ່ງຊາດ ເຊປຽນ ໂດຍສະເພາະກະແມ່ນ ບຶງກຽດໂງ້ງ, ແລ້ວກໍ່ຍັງມີບູຮານສະຖານ ຫີນຢອງ ວັດອາສາ ທີ່ວ່າເປັນສິ່ງປຸກສ້າງທີ່ຄວນແກ່ການສຶກສາ ທາງດ້າວບູຮານນະຄະດີ... ທີ່ສຳຄັນ ບ້ານກຽດໂງ້ງຍັງມີການໃຫ້ບໍລິການ ພັກກັບຊາວບ້ານ, ແລະທີ່ໜ້າສົນໃຈແມ່ນການ ເດີນທາງຂອງຊາວບ້ານແມ່ນຈະມີຊ້າງເປັນພາຫະນະ ......

ບຶງຂຽດໂງ້ງ ເປັນບຶ່ງທີ່ໃຫຍ່ເປັນອັນດັບທີ່ສອງຂອງປະເທດ ເປັນບ່ອນທີ່ອຸດົມສົມບູນ ທີ່ເປັນແຫຼ່ງອາຫານຂອງສັດນາໆ ຊະນິດ ລວມມີຊ້າງ ນົກໜູ ປູປາ ແລະ ອື່ນໆ.... ທີ່ເປັນບ່ອນທີ່ຄວນໄດ້ໄປເບິ່ງ ແລະ ສຶກສາລະບົບນິເວດຂອງເຂດນີ້...

ວັດອາສາ, ຖືວ່າລືຊື່ ແລະ ເປັນສິ່ງກໍ່ສ້າງທີ່ຕ້ອງໄດ້ເວົ້າວ່າ ພິເສດ ເພາະ ຄົນບູຮານໄດ້ມີການສ້າງວັດຢູ່ເທິ່ງພູເຂົາໄຟເກົ່າ ທີ່ມີການພຸລະເບີດ, ທີ່ຕ້ັງຂອງວັດແມ່ນປະມານ ສອງກິໂລແມັດຈາກບ້ານ ເປັນທາງຊ້າງຍ່າງ ແຕ່ດຽວນີ້ເພືນປັບປຸງສາມາດຂີ່ລົດຂຶ້ນໄປຮອດຕີນວັດ. ຕາມເສັ້ນທາງ ຈະເຫັນວ່າເຕັມແຕ່ຂີ້ຊ້າງ ກະເປັນຄັ້ງແລກ ທີ່ໄດ້ເຫັນຂີ້ຊ້າງຫຼາຍປານນີ້. ພໍຈອດລົດ ກະຕ້ອງໄດ້ຍ່າງຂຶ້ນໄປອອກເຕີບໜຶ່ງ ເປັນການອອກກຳລັງກາຍທີ່ດີ. ພວກເຂົາໄດ້ນຳເອົາຫີນແຜ່ນນ້ອຍແຜ່ນໃຫຍ່ ມາກອງເຮັດເປັນເສົາຕົ້ນໃຫຍ່ຫຼາຍສິບຕົ້ນ ລຽບຕາມກຳແພງວັດ, ທີ່ວ່າຕ້ອງໄດໄປເບິ່ງຈິງຈະໄດ້ສຳພັດ. ທີ່ສຳຄັນ ຈາກຈຸດຊົມວິດທີ່ວັດອາສາ ສາມາດເຫັນທັດສະນິຍະພາດອັນງົດງາມ ຂອງປ່າສະຫງວນເຊປຽນ ອັນທີ່ເດັ່ນ ກະແມ່ນບຶງກຽດໂງ້ງ ... ຕົນເອງບໍ່ຮູ້ຈະເອົາຄຳເວົ້າໃດທີ່ເໝາະສົມມີອະທິບາຍໃຫ້ເຂົ້າໃຈ (ແຕ່ຈະແນບຮູບໃຫ້ເບິ່ງທາງທ້າຍເດີ).... ຖ້າມີໂອກາດດີ ກະຢາກຊ່ວນເພື່ອນມາພັກຢູ່ບ້ານນີ້ຈັກ ສອງສາມຄືນ ຄົງຈະໄດ້ຮຽນຮູ້ຫຼາຍຢ່າງ.

ການຂີ່ຊ້າງແມ່ນ ເປັນຈຸດເດັນກະວ່າໄດ້, ເພາະນອກຈາກຈະຂີ່ຊ້າງຊົມບ້ານ ຊົມວັດ ແລ້ວ ຍັງສາມາດໄປຊົມບຶງກຽດໂງ້ງ, ແຕ່ເສຍດາຍເວລາໜ້ອຍ ຕົນເອງກະບໍ່ໄດ້ມີໂອກາດໄດ້ເຮັດກິດຈະກຳດັ່ງກ່າວ...

 

ຫຼາຍຄົນໃຫ້ຄຳແນະນຳບໍໃຫ້ຂຽນຍາວ, ຕ້ອງໄດຂັດໃຈຕົ້ນເອງຂຽນຫຍໍ້ໆໃຫ້ຟັງ ແຕ່ຈະເພີ່ມສີສັນ ດ້ວຍຮູບພາບຂ້າງລຸ່ມເດີ!

 

ທາງເຂົ້າບ້ານກຽດໂງ້ງເດີ!

 

 

ຮູບໝູແລະໄກ່ທີ່ມີຄວາມສຸກທີ່ສຸດໃນໂລກ!!!

 

ໝູທີ່ໜ້າສົງສານທີ່ສຸດໃນໂລກ!!

 

ທາງສູ່ວັດອາສາ

 

ເສົາຕາມວັດອາສາ

 

 

ບຶງກຽດໂງ້ງ

 

ຢ່າລືມໄປທ່ຽວເດີ!!! ຊວນຂ້ອຍໄປນຳກະໄດ້

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ວັນອາທິດທີ່ຜ່ານມາ (ວັນທີ 14/11/2010), ພາຍຫຼັງເລິກຮຽນ ຢູ່ດົງໂດກ.... ເກັບເຄື່ອງໃສ່ກະເປົາແລ້ວ ກໍ່ໄປຊອກຫາເອີ້ນຈຳໂບ່ ເພື່ອຈະໄດ້ເດີນທາງໄປ ສະຖານີ ລົດເມສາຍໃຕ້.... ປະມານ ເຈັດໂມງຍັງຕອນແລງ ຂີ່ລົດຊອກຫາ ລົດຈຳໂບ່ ຈັ່ງແມ່ນຍາກ.... ສຸດທ້າຍເຫັນຄັນໜຶ່ງຂີ່ແມ່ນແຕ່ທາງ ໂຮງຮຽນສອນຂັບລົດທົ່ງສາງນາງ ແຕ່ວ່າມີຜູ້ໂດຍສານ ຄົນໜຶ່ງ... ກະຄິດໃນໃຈວ່າ ລົດຄັນນັ້ນອາດຈະຈອດສົ່ງຜູ້ໂດຍສານໃກ້ໆ ... ກະເລີຍແອບຂີ່ນຳຫຼັງລົດຈຳໂບ່ ຄັນນັ້ນ.... ຂີ່ນຳໄປ ຜ່ານສະໂມສອນຕີດອກປີກໄສມະໂນ ກະຍັງບໍ່ຈອດ, ການຮ້ານບັນເທີງ ດອກຮັກເພງລາວ ກະຍັງບໍ່ແມ່ນ, ຂີ່ຈົນຮອດສີ່ແຍກ ແຖວຮ້ານອາຫານ ຄູເມືອງ ກະຍັງບໍ່ຈອດ, ລົດດັ່ງກ່າວ ພັດລ້ຽວ ຊ້າຍໄປທາງ ໂພນຕ້ອງ.... ຕົນເອງຄິດໃນໃຈວ່າ ນຳໄປຄົງຊິຍັງໄກ.... ກະເລີຍຍົກເລີກຕາມລົດຄັນນັ້ນ....

ລ້ຽວຂວາໄປທາງຫ້ອງການຫວຍກິລາ ເພື່ອຄວາມຫວັງອາດຈະມີລົດຈຳໂບ່ຈັກຄັນ ມາທາງນັ້ນ,,,, ຂີ້ໄປຮອດສາມແຍກ ສີບຸນເຮືອງ ກ່ອນຈະຮອດສີ່ແຍກໄຟແດງ.... ພໍດີ ເຫັນລົດຈຳໂບຄັນໜຶ່ງຈອດ ຢູ່ທາງຝາກເບື້ອງນັ້ນ.... ບໍ່ລໍຊ້າ ກະລ້ຽວລົດ ໄປຖາມທັນທີ.... ຈະແມ່ນໂຊກດີ ລົດຈຳໂບຄັນນັ້ນກະມີນັດກັບຜູ້ໂດຍສານອີກສອງຄົນ ທີ່ຈະໄປຄິດລົດສາຍໃຕ້ ເຊັ່ນກັນ... ຈິ່ງຂໍໃຫ້ລາວໄປສົ່ງ!!

ພາຈຳໂບກັບມາເອົາເຄື່ອງ ແລ້ວ ກະໄປຮັບເອົາຜູ້ໂດຍສານອີກສອງຄົນທີ່ວ່າ, ພໍໄປຮອດທີ່ພັກ ກະແມ່ນສາວປາກເຊ ສອງເອື້ອຍນ້ອງທີ່ ມາຮຽນຢູ່ວຽງຈັນ ຜູ້ເອື້ອຍ ຊື່ວ່າ ?? ຮຽນຢູ່ ???? ແລະ ນ້ອງຊື່ ??? ຮຽນຢູ່???? (ເພີ່ນບໍ່ໃຫ້ບອກຊື່)...... ສອງເອື້ອຍນ້ອງ ຈະພາກັນກັບບ້ານ ໄປຢາມແມ່ ເພາະວ່າຊ່ວງ 450 ປີ ນີ້ໂຮງຮຽນເພິ່ນພັກຕີເບາະ..... (ໝາຍເຫດ: ຜູ້ເອື້ອຍເປັນຕາແພງຫຼາຍ)

ກະບໍ່ໄດ້ຄິດຫຍັງຫຼາຍ, ພາຍຫຼັງຜູ້ໂດຍສານເອົາເຄື່ອງຂຶ້ນລົດແລ້ວ, ໂຊເຟີ ກະພາເຮົາມູ້ງໜ້າໄປ ຄິວລົດສາຍໃຕ້ ກະປະມານ ເຈັດໂມງປາຍ ຊາວນີ້ລະ....

ເສັ້ນທາງຫຼັກ ຢູ່ວຽງຈັນຕອນຄ່ຳຄືນ, ແມ່ນເປັນທີ່ຕື່ນຕາ  ຕື່ນໃຈ ເນື່ອງຈາກການສະເຫຼີມສະຫຼອງ 450 ປີ ຕົ້ນໄມ້ສອງຝາກທາງ ແມ່ນປະດັບດ້ວຍໄຟ ເຮັດໃຫ້ເສັ້ນທາງ ແມ່ນສະຫວ່າງສະໄຫວ..... ຜູ້ໃດຍັງບໍ່ທັນມີໂອກາດ ທ່ຽວຕອນຄືນກະລອງເດີ!!!​ແຕ່ວ່າແນະນຳໃຫ້ຍ່າງ ຈະເປັນການດີ ກວ່າ... ເພາະຂີ່ລົດບໍ່ໄດ້ບັນຍາກາດ ປານໃດ!!! ແຕ່ວາ ການຂີ່ລົດຈຳໂບ ຮູ້ສຶກວ່າ ຄັກດີ​ (ອາດເປັນຍ້ອນ ມີສາວງາມປາກເຊນັ່ງເຊີ່ງໜ້າກະບໍ່ຈັກ)

ໃຊ້ເວລາປະມານ ຊາວນາທີ່ ລົດພວກເຮົາກະໂງ້ງເຂົ້າສະຖານີລົດເມສາຍໃຕ້, ຜູ້ຄົນແມ່ນມາຄອຍຖ້າຂຶ້ນລົດ ຫຼາຍສົມຄວນ.... ລົດໄປທາງໃຕ້ ແມ່ນມີແຕ່ລົດໃຫຍ່ ແລະ ເປັນປະເພດຕຽງນອນ ແຕ່ວ່າສ່ວນຫຼາຍຈະອອກເດີນທາງຕອນຄືນ.....

ກ່ອນອື່ນໝົດຕົນເອງກະຕ້ອງ ຮີບຟ້າວໄປຊື້ປີ້ລົດ, ສອງສາວນັ້ນ ໄດ້ຊື້ປີ້ລົດໄວ້ແລ້ວ ຈິ່ງບໍ່ຄ່ອຍຟ້າວຟັ່ງປານໃດ... ທັງສອງຈະໄປນຳລົດ 9999 ຂອງຈິດປະສົງທີ່ຈະອອກລົດປະມານ ແປດໂມງເຄີ່ງ.... ຈັ່ງແມ່ນໂຊກບໍ່ໃຫ້, ປີ້ລົດຄັນດັ່ງກ່າວຂາຍກ້ຽງ ເລີຍອົດຊິໄດ້ຂໍເບີສາວປາກເຊຊ້ຳ..... ໄວຫຼຸ້ນເຊັງ!!!!, ກະເລີຍໄປຊື້ລົດ 9992 ຂອງບໍລິສັດ ປາກເຊ ທາໂວ ນິລະ ລົດຄັນນີ້ອອກປະມານ 9ໂມງ!!!

ແນວບໍ່ທັນກິນເຂົ້າແລງ, ທ້ອງກະເລີຍສັ່ງການ ສົ່ງສັນຍານຮ້ອງ ກ໋ອກແກ໋ກ.... ຈິ່ງໄດ້ຍ່າງໄປຮ້ານສະດວກຊື້ ໃນສະຖານີ້ ຫັ້ນລະ, ໄດ້ນ້ຳນົມຖົ່ວໝາກງາດຳ ແລະ ກະໝາກກ້ວຍເຊື່ອມກັບໜຶ່ງ.... ແນວຫີວກະຟ້າວຊອກບ່ອນນັ່ງ (ສອງເອື້ອຍນ້ອງກະຄືຊິຫິວຄືກັນເພາະເຫັນເຂົາເຈົ້າເຂົ້າໄປຊື້ ເຂົ້າໜົມນົມເນີຍ ເຊັ່ນກັນ), ມານັ່ງກິນຕາມພາສາຄົນເດີນດ່ຽວ, ພໍດີຜູ້ເປັນເອື້ອຍແນມເຫັນຕົນເອງກະ ຕາມພາສາ ຄົນຮູ້ຈັກ ກະຮ້ອງມາກິນກ້ວຍເຊື່ອມນຳ, ສອງເອື້ອຍນ້ອງກະມານັ່ງນຳຈັກໜ້ອຍ.... ກ່ອນຈະຂຶ້ນລົດ.... ເຊີໄພຣ!!!!!! ກ່ອນເພີ່ນຈະຂຶ້ນລົດ ສາວປາກເຊຄົນນັ້ນ ຖາມວ່າ ອ້າຍໄປປາກເຊ ຄັນມີເວລາກະໄປຫຼິ້ນນຳນ້ອງແດ!!!!​ບໍ່ລໍຊ້າ!!! ເບີນ້ອງບອກອ້າຍໄດ້ບໍ? ແລ້ວລາວກະບອກ ເບີລາວ ແມ່ນ 7777 ???? ..... ດີໃຈຢ່າງໃຫຍ່ ອ້າຍບ່າວເຮົາ... ກິນໝາກກ້ວຍກະບໍ່ໝົດ ຍັງປະມານເຄິ່ງໜ່ວຍ ແຕ່ວ່າກິນໄປແລ້ວປະມານ ສິບກວ່າໜ່ວຍ... ຟ້າວແລ່ນຂຶ້ນລົດຕົນເອງເຊັ່ນກັນ.....

ປຶບປັບຂຶ້ນລົດ, ກະມຸ່ງໜ້າຊອກຕຽງຂອງຕົນໝາຍເລກ 33, ເອົາເຄື່ອງມ້ຽນແລ້ວ ກະອີງເທິ້ງ ຈັບຄອມມາອ່ານອີເມວໜ້ອຍໜຶ່ງ, ຍ້ອນມີອິນເຕີເນັດ ຟີຂອງຢູ່ນິເທວນີ້ລະ ຈິງເຮັດໃຫ້ສາມາດຫຼີ້ນອິນເຕີເນັດເທິງລົດເມ....

ກ່ອນລົດຈະອອກ, ຜູ້ໂດຍສາຍໝາຍເລກ 32 ກະມາ!!! ໂອຍ!!!​ອີລຸງອ້ວນຄົນໄທ!!!​ກູຊິບໍ່ໂດຍໜີບຕາຍບໍ່? ຄິດໃນໃຈດອກ!!! 

ລຸງອ້ວນຄົນນັ້ນ ໄດ້ເຈລະຈາກັບເຈົ້າຂອງລົດ, ແລ້ວລາວກະປ່ຽນໄປນອນຢູ່ທ້າຍລົດ ທີ່ເປັນຕຽງໃຫຍ່ສຳລັບປະມານ 4-5ຄົນ, ແຕ່ຍ້ອນລາວຕຸ້ຍ ລາວຕ້ອງໄດ້ຊື້ ສອງບ່ອນ ໝາຍຄວາມວ່າ ຈ່າຍເພີ່ມອີກເພື່ອລາວຈະໄດ້ນອນສະດວກ, ຕົນເອງກະຖືກຍ້າຍໄປນຳ ເພາະວ່າ ເວລາໄປປ່ຽກັບຄົນສອງຄົນຢູ່ທາງຫຼັງ, ຂະເຈົ້າກະບໍ່ຢາກແຍກກັນ, ສົງໄສແມ່ນເກ ບໍ? ຕົນເອງກະໄດ້ຫອບເຄື່ອງຍ້າຍໄປທາງຫຼັງນຳ!!າ ໂອຍ!!າ ກວ້າງດີ, ແຕ່ວ່າມີສີຄົນ, ລຸງອ້ວນ, ຜູ້ຊາຍຄົນປາກເຊ, ຈົວ, ແລະ ຕົນເອງ!!!!! ມັນກະຍັງຄັບແຄບ ເພາະລຸງອ້ວນຄົນນັ້ນ... ແຕ່ກະຈຳໃຈ!!!! ໂຊກຮ້າຍອີກອັນແມ່ນ ມັນນັນໂພດ ເພາະວ່າທາງກ້ອງທີ່ນອນຂອງພວກເຮົາແມ່ນຈັກລົດ ແລະ ທາງເທີງແມ່ນຈັກແອ!!! ໂອຍຈັ່ງແມ່ນປະກອບ!!! ຊິໄດ້ນອນບໍ່ເດ່!!

ພໍຮອດເກົ້າໂມງ ລົດກະເລີມເດີນທາງ!!!!  ລົດເມນອນນີ້ ກະເຫັນວ່າສະດວກ ດີ ແລະ ເໝາະສົມສຳລັບການເດີນທາງໄກ ແຕ່ວ່າທາງຕ້ອງເປັນທາງພຽງແດ່!!! ເຫັນວາທາງໄປທາງໃຕ້ນີ້ແມ່ນເໝາະສົມຫຼາຍ.... ລົດເຮົາມຸ້ງໜ້າໄປດ້ວຍຄວາມໄວສົມຄວນ,,, ແຕ່ຍ້ອນຕອນເດີກ ລົດທຽວທາງບໍ່ຄ່ອຍຫຼາຍ......

ຂີ່ໄປຕົນເອງກະຍັງຫຼິ່ນອິນເຕີເນັດໄດ້ຢູ່, ແຕ່ວ່າຕ້ອງໄດ້ປິດຄອມແລ້ວຈະນອນເອົາແຮງເພາະຕ້ອງໄດ້ເລີ່ມວຽກແຕ່ເຊົ້າ....

ທີ່ຈິ່ງນອນກະບໍ່ຫຼັບດອກ... ແບບເຄິ່ງຫຼັບເຄິ່ງຕື່ນ!!!! ເພາະມັນນັນໂພດ!!!! ເຊືອບຫຼັບ ແລະ ຕື່ນມາກະມາຈອດຢູ່ຄິດລົດ ທ່າແຂກ ອັນເປັນສະຖານາກາງທາງ ທີ່ລົດສ່ວນໃຫຍ່ຈະຢຸດພັກ!! ວ່າຊິລົງໄປທັກສາວປາກເຊຢູ່ເພາະເຫັນລົດ 9999 ກະຈອດຢູ່ຂ້າງ!! ແຕ່ວ່າຂີ້ຄ້ານລຸກກະເລີຍທຳທ່າ ນອນ, ຫຼັບໄປໜ້ອຍໜຶ່ງຮູ້ເມື່ອ ກະແມ່ນລົດແມ່ນກຳລັງແລ່ນ.... ບໍ່ຮູ້ວ່າຮອດໃສ!!! ໂຍກຫົວຂຶ້ນ ຫຼຽວເບິ່ງທງຫຼັງ ເຫັນແຕ່ແສງໄຟລົດນຳຫຼັງແມ໋ບໆໆໆ .... ຈັກໜ້ອຍ ລຸງອ້ວນຄົນນັ້ນກະມະໂງ່ງມະເງັ່ງ ຊິໄປຫ້ອງນ້ຳ... ຍ້ອນຕຸ້ຍຫຼາຍເກື່ອບລາວອອກປະຕູບໍ່ໄດ້.... ກະອີຕົນລາວຢູ່ ວ່າຊິຊ່ວຍຢູ້ອອກຊັ້ນດອກ!!!!!

ລົດແລນໃຊ້ເວລາປະມານ ສິບຊົ່ວໂມງ ພວກເຮົາກະມາຮອດເຂດແດນປາກເຊ, ລົດໂດຍສານສາຍດ່ວນນີ້ ເພີ່ນມີບ່ອນຈອດພິເສດ, ຈອດແຖວໃນເມືອງແຄມເຊພຸ້ນລະ!!!!

ກະເປັນອັນວ່າ ການເດີນທາງຂອງຄ່ຳຄືນມື້້ນັ້ນ ແມ່ນປອດໄພດີ!!!! ແຕ່ວ່າ ມີເບີໂທ!!!!!!!

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

ກຳລັງຈະຂີ່ລົດເມລົງປາກເຊຕອນແລງນີ້ ກະເລີຍຢາກມາຖາມພີ່ນ້ອງເຮົາວ່າ... ຢາກເຫັນຫຍັງຢູ່ ສອງແຂວງນີ້ ????

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

ດີ້ນຮົນ ເພື່ອຫຍັງ? ຫຼາຍຄົນກະຊິເວົ້າໃນໃຈ ວ່າ ຖາມແນວບ້າໆ ບໍ່?

ກະບໍ່ຮູ້ຄືກັນ ເພາະວ່າ ຕົນເອງສົງໄສ ຢູ່ຕະຫຼອດວ່າ ການທີ່ເຮົາດີ້ນຮົນ ເພື່ອທຳມາຫາກິນ ສ້າງຖານະຕົນເອງນັ້ນ ແມ່ນມັນເພື່ອຫຍັງກັນ ແທ້, ເພື່ອຕົນເອງ, ເພື່ອຄອບຄົວ, ເພື່ອສັງຄົມ, ຫຼື ເພື່ອໃຜ?

ການທີ່ຕົນເອງຍົກເອົາບັນຫານີ້ຂຶ້ນມາຖົກຖຽງກໍ່ເພາະວ່າ ບາງຄັ້ງເຮົາຂາດເປົ້າໝາຍ ຂອງການໃຊ້ຄຳວ່າດີ້ນຮົນ..... ຂໍອານຸຍາດ ຍົກເອົາຕົວຢ່າງ ຄອບຄົວໜຶ່ງ ເມື່ອຕອນທີ່ຍັງບໍ່ທັນຮັ່ງມີ ຄອບຄົວຈະຢູ່ພ້ອມໜ້າພ້ອມຕາ ຜົວເມຍ ລູກເຕົ້າແມ່ນຮັກກັນ ແບບວ່າ ເປັນຄອບຄົບທີ່ອົບອຸ່ນ.... ແລະຄອບຄົວນັ້ນຕ່າງກໍ່ພ້ອມກັນສ້າງສາຄອບຄົວ ໃຫ້ມີຢູ່ມີກິນ ແລະ ຮັ່ງມີ.... ແຕ່ວ່າ ເລື່ອງລາວພັດມາປ່ຽນແປງໄປໃນທາງທີລົບເຂົ້າທຸກໆມື້ ເມື່ອຄອບຄົວຮັ່ງມີຂຶ້ນມາ, ຜົວກະໄປພໍຜົວ ເມຍກະໄປພໍເມຍ ລູກກະໄປຕາມທາງ... ຄວາມຜູກພັນຂອງຄອບຄົວຈືດຈາງໄປ.... ແລະ ເຖິງຂັ້ນມີການປະຮ້າງກັນ... ເພາະສະນັ້ນ ແລະ ຕົນເອງຈິ່ງຄິດໜ່ຳໃນໃຈ ວ່າແລ້ວ ການທີ່ດິ້ນຮົນໃຫ້ຄອບຄົວຮັ່ງມີນີ້ ມັນດີບໍ່?

ແລະຍັງມີອີກຫຼາຍໆ ຕົວຢ່າງ ທີ່ຄິດວ່າ ເພື່ອນໃນພັນລາວ ນີ້ຈະສາມາດແບ່ງປັນວ່າ ການດີ້ນຮົນ ຂອງຄົນເຮົານີ້ ມັນດີຫຼືບໍ?

 

ເອົາມີຫຍັງມາລົມກັນເດີ!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ປາຍຝົນຕົ້ນໜາວ.... ສຳນວນນີ້ຄິດວ່າເພື່ອນໆທຸກຄົນຄົງຈະຄຸ້ນຫູ ແລະ ເປັນທີ່ຮູ້ຈັກ ກັນທົ່ວ ແມ່ນບໍ່?.....  ອາທິດນີ້ ກໍ່ສາມາດເວົ້າວ່າເປັນອາທິດຂອງປາຍຝົນຕົ້ນໜາວ ພາຍຫຼັງທີ່ຕົ້ນ ອາທິດມີຝົນຕົກກະໜຳລົງມາເປັນການອຳລາ ລະດູຝົນ... ຈາກນັ້ນພຽງສອງສາມວັນ, ອາກາດກໍ່ເລີ່ມເຢັນ ແລະ ມື້ນີ້ກໍ່ເປັນມື້ທີ່ສາມາດຢ້ຳໄດ້ວ່າ ລະດູໜາວມາເຢືອນແລ້ວ....

ຈະຮູ້ວ່າລະດູໜາວຈະມາຮອດຕອນໃດ ກະພຽງຈື່ງ່າຍໆ ວ່າຫຼັງຈາກອອກພັນສາ... ແລະ ລະດູການປະເພນີທີ່ສຳຄັນ ທີ່ໃກ້ໆຈະຮອດນີ້ ກໍ່ແມ່ນບຸນພະທາດຫຼວງ ກະອີກບໍ່ດົນເດີ!!!! ປີນີ້ຄົງຈະມີສະຖານທີ່ກວ້າງຂວາງ ເພາະວ່າ ເພີ່ນໄດ້ມີການຂະຫຍາຍເດີນພະທາດຫຼວງ ແລະ ສ້າງທາງອ້ອມກົມມະລຽນ ເປັນທາງ ສີ່ເລ່ນ ເພື່ອຮັບຮອງການສັນຈອນທີ່ໜາແໜ້ນຂຶ້ນທຸກໆປີ.... ພິເສດໃນປີນີ້ ຄຽງຄູ່ກັບບຸນທາດຫຼວງ ກໍ່ຈະແມ່ນ ການສະເຫຼີມສະຫຼອງ ວັນສ້າງຕັ້ງນະຄອນຫຼວງວຽງຈັນຄົບຮອບ 450 ປີ.... ຄິດວ່າຫຼາຍຄົນກະແມ່ນພາກັນໃຈຈົດໃຈຈໍ່ ລໍຖ້າຫຼາຍໆ ເຫດການທີ່ຈະເກີດຂຶ້ນໃນຊ່ວງເດືອນພະຈິກທີ່ຈະມາເຖິງນີ້.....

ປາຍຝົນຕົ້ນໜາວ ບໍ່ພຽງແຕ່ຈະເປັນສັນຍານຂອງການປ່ຽນແປງຂອງສະພາບອາກາດ ແຕ່ຍັງເປັນສຳນວນທີ່ສົ່ງສັນຍານໃຫ້ກັບຄວາມຮັກ.... ອັນຈະເປັນຊ່ວງເວລາທີ່ຄູ່ຮັກຫຼາຍໆຄູ່ ທີ່ເພິ່ນໄດ້ເບິ່ງໃຈກັນມາເປັນເວລາຫຼາຍປີ ກໍ່ໄດ້ພາກັນຕັດສິດໃຈ ແຕ່ງງານ ຈູງມືກັນເຂົ້າສູ່ປະຕູວິວາ ຫຼາຍໆຄູ່... ກະຂໍສະແດງຄວາມຍິນດີກັບຄູ່ຮັກທັງຫຼາຍທີ່ພ້ອມຈະສະຫຼະສະຖານະໂສດ ....ໃນລະດູການວິວານີ້ ຫຼາຍໆຄົນກະຕ້ອງໄດ້ທຳໃຈກັນແດ່ເພາະວ່າຕ້ອງໄດ້ໃສ່ຊອງ ຫຼາຍຊອງ ບາງຄົນມີໝູ່ເພື່ອນຫຼາຍ ກະອາດຈະໄດ້ອາທິດລະ  5 ຊ່ອງ ຫຼື ຫຼາຍກວ່ານັ້ນກໍ່ມີ..... ຕ້ອງໄດ້ຫາວຽກເພີ່ມ ບໍ່ຊັ້ນບໍ່ມີເງິນໃສ່ຊອງ.....




ເພື່ອນໆເດ? ປາຍຝົນຕົ້ນໜາວນີ້ມີແຜນການເຮັດຫຍັງແດ່?


ກະພາກັນຮັກສາສຸຂະພາບນຸ່ງເຄື່ອງໃຫ້ຮ່າງກາຍອົບອຸ່ນສະເໝີ...... ເດີ!!!!

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 6, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

7 ຕຸລາ ຫຼາຍໆຄົນຄົງຈະຈຳໄດ້ດີ, ໂດຍສະເພາະແມ່ນບັນດານັກຮຽນ ນັກສຶກສາ, ເພາະວ່າ ເປັນວັນ ຄູແຫ່ງຊາດ.

ຜູ້ຂ້າເອງ ແມ່ນຍັງຈົດຈຳ ຊ່ວງເວລາທີ່ຜ່ານມາ ຕ້ອນຮຽນຢູ່ ປະຖົມ ແລະ ມັດທະຍົມ, ວັນຄູແຫ່ງຊາດ ແຕ່ລະປີ ຖືວ່າເປັນມື້ສຳຄັນ ແລະ ນັກຮຽນທຸກຄົນ ຈະໃສ່ໃຈເປັນພິເສດ....

ຄວາມຮູ້ສຶກດີໆ ທີ່ໄດ້ຕອບແທນແກ່ບັນດາທ່ານຄູອາຈານ ທີ່ພວກເພິ່ນພຽນສັ່ງສອນ ຖ່າຍທອດຄວາມຮູ້ ແລະ ປະສົບການໃຫ້ພວກເຮົາ. ຈຳໄດ້ດີວ່າ, ກ່ອນໜ້າວັນສະຫຼອງວັນຄູ, ຕົນເອງຕ້ອງໄດ້ອ້ອນພໍ່ແມ່ໃຫ້ຊື້ຂອງຂັວນ ເພື່ອຈະໄປມອບໃຫ້ກັບຄູປະຈຳຫ້ອງ .... ຕ້ອງໃຫ້ມີ ບໍ່ຊັນແມ່ນໄຫ້ແນ່ນອນ.... ກະບໍ່ຮູ້ຄືກັນວ່າເປັນຫຍັງຕອນຍັງນ້ອຍ ຈຶ່ງມີພຶດຕິກຳແນວນັ້ນ... ແຕ່ສິ່ງທີ່ຄວາມຮູ້ສຶກໃນໄວເດັກ ທີ່ສະແດງອອກໄປ ກະອາດຈະແມ່ນຍ້ອນຢາກຈະສະແດງຄວາມຂອບໃຈ ແລະ ອວຍພອນແກ່ຄູອາຈານ ນັ້ນແຫຼະ....

ຍັງຈຳຕິດຕາ, ໃນວັນຮູ້ງເຊົ້າຂອງມື້ສະຫຼອງວັນຄູ, ຜູ້ຂ້າຕ້ອງໄດ້ຕື່ນແຕ່ເຊົ້າ ແລະ ຕ້ອງຮັບປະກັນວ່າ ຂອງຂັວນທີ່ກຽມຈະໄປມອບໃຫ້ຄູປະຈຳຫ້ອງໄດ້ຖືກເກັບໃສ່ກະເປົາຮຽບຮ້ອຍ... ພໍຮອດໂຮງຮຽນ, ແຕ່ລະຄົນກໍ່ຈະເຂົ້າໄປອວຍພອນຄູຂອງຕົນ ຕາມແຕ່ລະຫ້ອງ ແລະ ຊັ້ນຮຽນ, ສີໜ້າຂອງຄູປະຈຳຊັ້ນແມ່ນເຕັມໄປດ້ວຍຄວາມປຶມປິຕິ, ທີ່ເຫັນບັນດາລູກສິດລູກຫາຂອງຕົນ ຕ່າງຕັ້ງໃຈມາອວຍ ພອນ.. ແລະ ອີກອັນ ກະດີໃຈ ທີ່ໄດ້ຂອງຂັວນຫລາຍ... ຮະຮະຮະຮະ... ເພາະວ່າ ໜ້າໂຕະຄູແມ່ນເຕັມແຕ່ຂອງຂວັນ...

ແລ້ວເພື່ອນໆເດີ!!! ວັນຄູປີນີ້ ຈະເຮັດຫຍັງໃຫັກັບຄູແດ່!!!????

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ເປັນວັນອາທິດທີ່ອາກາດ ຮ້ອນມະຫາຮ້ອນ, ຍ້ອນເປັນວັນພັກ ຕົນເອງກະໄດ້ມີໂອກາດໄປຍ່າງໂລະ ຕາມຕະຫຼາດສອງສາມແຫ່ງ ຕະຫຼາດຂົວດິນ, ຕະຫຼາດ ເຊົ້າ ແລະ ຕະຫຼາດ ຊັ່ງຈຽງ. ຜູ້ຄົນກະພາກັນມາຈັບຈ່າຍຊື່ເຄື່ອງໃຊ້ຂອງສອຍ ຫຼາຍສົມຄວນ.

ເວລາທີ່ຢູ່ຕະຫຼາດ ຕົນເອງກະມີແນວສົງໄສ, ໂດຍສະເພາະ ການຂາຍສິນຄ້າ ເປັນສະກຸນເງິນຕ່າງປະເທດ ໂດຍສະເພາະແມ່ນຂາຍເປັນເງິນບາດ, ເພາະຂະໜາດຮ້ານອາແປ໋ະ ຄົນຈີນ ກະຍັງຂາຍ ເປັນເງິນບາດ, ຈິ່ງມີຄວາມສົງໄສວ່າ ອັນທີ່ ມີການປະກາດ ໃຫ້ໃຊ້ເງິນກີບ ມາຫຼາຍໆ ປີຜ່ານມານີ້ ແມ່ນຍັງເຮັດບໍ່ໄດ້, ກະເລີຍຢາກຍົກມາເປັນປະເດັນເພື່ອໂອລົມກັນກັບເພື່ອນໆ ພັນລາວ ແລະ ເພື່ອສະທ້ອນຄວາມເປັນຈິງນີ້ໄປໃຫ້ຜູ້ທີ່ເພີ່ນຮັບຜິດຊອບໄດ້ແກ້ໄຂບັນຫານີ້:

ຕາມສັງເກດຕົນເອງຈິ່ງພໍສະຫຼຸບເປັນສາມສາເຫດໃຫຍ່ໆ ດັ່ງນີ້:

ອັນທຳອິດ: ການບັງຄັບໃຊ້ລະບຽບ ການຄຸ້ມຄອງເງິນຕາ ຂອງບັນດາເຈົ້າໜ້າທີ່ທີ່ຮັບຜິດຊອບແມ່ນຍັງຂາດປະສິດຕິພາບ ແລະ ບໍ່ມີປະສິດທິຜົນ, ມັນສະແດງອອກຢູ່ບ່ອນວ່າ ບໍ່ມີເຈົ້າໜ້າທີ່ໄປຕິດຕາມກວດກາເປັນປະຈຳ, ແລະ ບໍ່ໄດ້ເອົາຈິງເອົາຈັງທີ່ຈະປັບໃໝ່ຕໍ່ຜູ້ທີ່ກະທຳຜິດເລີຍ... ຕ້ອງໄດ້ແກ້ໄຂດ່ວນ!!!

ອັນທີສອງ: ຄວາມເສີຍເມີຍ ຫຼື ເພີກເສີຍຂອງຜູ້ປະກອບການ, ແມ່ນຈະມີກົດໝາຍອອກ ມາແຕ່ຜູ້ທີ່ປະຕິບັດຍັງເສີຍເມີຍ ໂດຍສະເພາະແມ່ນຊາດຕ່າງຊາດ ຄື ຈີນ ກັບຫວຽດ ທີ່ຍັງພາກັນຫົວດື້ ແລະ ໃຊ້ວິທີການເດີມໆ ຄືເອົາເງິນປ້ອນ ເມືອເຈົ້າໜ້າທີ່ຈັບໄດ້, ອັນນີ້ ກະເປັນພະຍາດ ຂີ້ກາກຊ້ຳເຮືອມານານສົມຄົນ, ດັ່ງນັ້ນ ຄົນພວກນີ້ຄວນຈະຕື່ນຕົວ ແລະ ປະຕິບັດຕາມລະບຽບທີ່ວາງໄວ້ຢ່າງເຄັ່ງຄັດ.

ອັນທີສາມ: ແມ່ນບັນດາຜູ້ໄປຈັບຈ່າຍຊື່ສິນຄ້າ, ກະຍ້ອນພວກນີ້ອີກທີ່ເຮັດໃຫ້ມີການບໍ່ເຄົາລົບກົດໝາຍ, ເພີ່ນບອກບໍ່ໃຫ້ຊື່ສິນຄ້າເປັນເງິນຕາຕ່າງປະເທດ, ຢູ່ກະເປົາເພິ່ນມີແຕ່ເງິນບາດ ເງິນໂດຣາ, ເວລາໄປຊື່ ຂີ້ຄ້ານແລກເງິນ ກະຊື່ເປັນເງິນຕາຕ່າງປະເທດ... ສັນດານອັນນີ້ ກະຍັງມີຢູ່ເກື່ອບວ່າທຸກຄົນ... ສະນັ້ນ, ພວກເຮົາຕ້ອງເປັນຫູເປັນຕາ ແລະ ປະຕິບັດລະບຽບກົດໝາຍ, ຄັນຊັ້ນກະບໍ່ຈຳເປັນຕ້ອງມີກົດໝາຍຄຸ້ມຄອງເງິນຕາ, ມັນເປັນການຮັກສາສະຖຽນລະພາບຂອງເງິນກີບ, ສະນັ້ນ ຕ້ອງປະຕິບັດ, ຮ້ານໃດ້ບໍ່ຕິດສິນຄ້າ, ຂາຍເປັນເງິນຕາຕ່າງປະເທດ ໃຫ້ພາກັນຍ່າງອອກຮ້ານໂລດ!!!​ຄັນເຮັດໄດ້ຮັບຮອງວ່າ ພວກແມ່ຄ້າພໍ່ຂາຍຕ້ອງພາກັນຕື່ນຕົວ...

ດັ່ງນັ້ນລະຈິງຢາກຍົກຂຶ້ນມາໂອ້ລົມກັນ,,, ໂດຍສະເພາະເຈົ້າໜ້າທີ່ທີ່ຮັບຜິບຊອບ, ກໍ່ໃຫ້ດຸໝັ່ນຂຶ້ນຕື່ມ,,,,,

ເພື່ອນໆຄິດວ່າແນວໃດ????

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

ມື້ນີ້ກະເປັນມື້ທີ່ອາກາດສົດໃສ ເຫັນແດດຕອນສວາຍໜ້ອຍໜຶ່ງ ແລະ ກະມືດມາອີກ ແລ້ວ.... ໄປກິນເຂົ້າສວາຍ ຢູ່ແຖວ ສາຍລົມ...​ກິນເຝີມື້ນີ້. ເປັນຮ້ານຂ້ອນຂ້າງມີຄົນເຂົ້າມາກິນຫຼາຍ ຖ້າຈື່ບໍ່ຜິດຊື່ຮ້ານແມ່ນຮ້ານເຝີວັນນາ ຫຼື້ ສຸວັນນາ ນິ້ລະ..... ກິນເຝີ ແລ້ວໆ ກຳລັງຈະກັບ ເພື່ອນທີ່ມານຳກັນ ພັດຊວນໄປຊື້ເຂົ້າໜົມຄົກນຳຮ້ານລໍ້ ທີ່ມາວາງຂາຍທີ່ທາງໜ້າຮ້ານເຝີນັ້ນ.... ເຫັນແລ້ວກະຄິດຢາກ ເພາະບໍ່ໄດ້ກິນເຂົ້າໜົມຄົກນີ້ ກະເກີືອບວ່າເປັນປີ ແລ້ວ....

ຮ້ານຄົກແຫ່ງນີ້ ຈະມີວິທີການເຮັດເຂົ້າໜົມຄົກຄືກັບຮ້ານອື່ນໆ ແຕ່ວ່າເພິ່ນຈະເຮັດ ສີ່ ໝໍ້ພ້ອມກັນເລີຍ... ແບບວ່າເຮັດໃຫ້ໄດ້ໄວ ແລະ ຂາຍທັນກັບລູກຄ້າ ເພາະເພິ່ນມີລູກຄ້າຫຼາຍມາຢືນຖ້າຊື່.... ຕາມສອບຖາມກັບເຈົ້າຂອງຮ້ານ ເພີ່ນຈະເລີ່ມເປີດຮ້ານຕອນປະມານ 8-9 ໂມງເຊົ້າ ແລະ ຂາຍຮອດປະມານ 1-2 ໂມງບ່າຍ ກໍ່ຈະຍູ້ລໍ້ກັບບ້ານແລ້ວ ເພາະວ່າຂາຍດີ ບໍ່ຈຳເປັນຕ້ອງຂາຍໝົດມື້.

ມື້ໜຶ່ງເພີ່ນຈະໃຫ້ແປ້ງເຮັດປະມານ ສອງ-ສາມກິໂລ, ກະຖືວ່າຫຼາຍຢູ່. ແລະເພິ່ນຈະຂາຍກັບ 5000 ກີບ ມີຢູ່ 14 ກີບ ຫຼື ວ່າ 7 ໂຄມ.

ພໍແຕ່ໄດ້ຊີມຄຳທຳອິດ, ຂ້າພະເຈົ້າຕ້ອງໄດ້ຊື່ອີກສອງກັບ...​ເພາະວ່າ ມັນແຊບແທ້ໆໆໆໆໆໆໆໆ , ຄັນບໍ່ເຊື່ອ ໄປລອງເດີ.... ຮ້ານເພີ່ນແມ່ນບໍ່ໄກ ແລະ ສາມາດຊອກເຫັນງ່າຍໆ... ຖ້າຂີ່ມາແຕ່ທາງ ສະໜາມກິລາເຈົ້າອານຸ ຊີໄປທາງ ຕະຫຼາດເຊົ້າ, ຂີ່ມາກ່ອນຈະຮອດ ໄຟແດງສາຍລົມ... ກະສາມາດເຫັນໂລດ. ເພິນຂາຍເປັນລໍ້ຍູ້.... ເບິ່ງຮູບຂ້າງລຸ່ມນີ້ກະໄດ້...

 

ຮັບຮອງແຊບເດີ... ອຸດໜູນເຂົ້າໜົມພື້ນບ້ານ... ແຊບບບບບ

 


ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

ທຸກຄັ້ງທີ່ມີການເດີນທາງ ແມ່ນຕ້ອງມີຄວາມຕື່ນເຕັ້ນ ແລະ ມີຫຼາຍອັນທີ່ຢາກເອົາມາເລົ່າສູ່ ເພື່ອນໆ.

ຕ້ອງໄດ້ຕື່ນແຕ່ເຊົ້າໆຂອງວັນເສົາ ທີ່ 11 ກັນຍາ 2010 (ຫຼາຍຄົນຄືຈະຍັງຈື່ໄດ້ນໍ້ ວ່າ ວັນ ນ໋າຍ ອີເລເວັນ 9/11 ປີ 2001 ກະເປັນມື້ທີ່ມີການເອົາຍົນໄປຕຳໃສ່ຕຶກສູນການຄ້າ ເວີເທດ ຂອງອາເມລິກາ) ເພື່ອຈະໄດ້ທັນຂຶ້ນຍົນ ສາຍວຽງຈັນ ປາກເຊ ທີ່ຕ້ອງໄດ້ບິນແຕ່ຕອນ 6 ໂມງເຊົ້າ. ກໍ່ຕ້ອງໄດ້ຕື່ນແຕ່ 4 ໂມງພຸ້ນລະເຊົ້າມື້ນັ້ນ, ຍັງແມ່່ນເຫງົານອນຢູ່ ຕອນໄປຮອດສະໜາມບິນຕອນປະມານ 5 ໂມງເຊົ້າ ເພື່ອຈະແຈ້ງປີ້.

ອອກຈາກບ້ານໄປເດີນບິນ ກະບໍ່ໄກ ເພາະຢູ່ແຖວທ່ົງສາງນາງ. ຕາມທາງແມ່ນຍັງມືດຄື້ມຢູ່ ແລະ ລົດກະເກືອບບໍ່ມີທຽວ ແຕ່ກະຍັງເຫັນຢູ່ຄົນອອກມາອອກກຳລັງກາຍ ສ່ວນຫລາຍກະແມ່ນ ບັນດາຜູ້ອາວຸໂສແດ່ຈັກໜ້ອຍ.

ຕາມທາງຂີ່ຜ່ານແຖວ ສີຫອມ ກະສັງເກດເຫັນພະສົງອອກມາບິນພະບາດ, ຮູ້ສຶກວ່າວັດແຖບນີ້ແມ່ນອອກມາບິນພະບາດ ແຕ່ເຊົ້າ, ສົ່ງໄສມັນມີການສັນຈອນແອອັດແຕ່ເຊົ້າໃນເຂດນີ້ ເພີ່ນກໍ່ເລີຍຕ້ອງໄດ້ອອກມາໃຫ້ເຊົ້າກ່ອນຈະມີການສັນຈອນແໜ້ນໜາ.

ພໍຮອດເດີນບິນ, ກະສັງເກດເຫັນບັນດາຊາວຕ່າງປະເທດພາກັນມານັ່ງລໍຖ້າຫຼາຍສົມຄວນ, ພວກເຂົາແມ່ນພາກັນເດີນທາງໄປທ່ຽວຈຳປາສັກ, ແນມໄປແນມມາ ຄົນລາວມີປະມານ 2 ຄົນ ນັບທັງຂ້າພະເຈົ້າ. ພາຍຫຼັງແຈ້ງປີ້ ແລ້ວກໍ່ອອກມາແຈ້ງເຈົ້າໜ້າທີ່ກວດຄົນເຂົ້າເມືອງ, ຕໍ່ຈາກນັ້ນກໍ່ໄປຜ່ານດ່ານກວດ ແລ້ວກໍ່ນັ່ງລໍຖ້າ ທີ່ຫ້ອງຜູ້ໂດຍສານຂາອອກ.

ປະມານ 6 ໂມງເຄີ່ງ, ຜູ້ໂດຍສານກະທະຍອຍກັນຂຶ້ນເຮືອບິນ ເພື່ອກຽມເດີນທາງ. ໄປຄັ້ງນີ້ ແມ່ນຍົນ ເອັມເອ 60 ຜູ້ໂດຍສານທັງໝົດຄົງຈະປະມານ 25-30ຄົນນີ້ລະ.  ຍົນບິນຕາມເວລາເປາະ ຄື 6 ໂມງ 45 ນາທີ. ໄປຮອດສະໜາມບິນປາກເຊ ກະປະມານ 8 ໂມງ, ໃຊ້ເວລາທັງໝົດ ຊົ່ວໂມງ ສິບຫ້ານາທີ.  ທີ່ແປກໃຈ ແມ່ນສະໜາມບິນປາກເຊ ແມ່ນຍັງມືດຢູ່ ພໍຖາມພະນັກງານ ກະຮູ້ວ່າ ເພື່ນມີການປະສານງານກັນ ຜິດພາດ ກ່ຽວກັບຖ້ຽວບິນນີ້ ເພາະຫຼາຍຄົນແມ່ນບໍ່ຮູ້ວ່າຍົນຈະມາ. ຈິ່ງບໍ່ໄດ້ເປີດໄຟ.

ເມື່ອເອົາສຳພາລະຕົນເອງແລ້ວ, ກະຂຶ້ນລົດຕູ້ ທີ່ໄດ້ຈອງໄວ້ ເພື່ອຈະເດີນທາງຕໍ່ສູ່ ສາລະວັນ. ຍ້ອນວ່າຫິວແດ່ ກະເລີຍພາກັນໄປແວະ ຮ້ານເຝີ ຊື່ດັງທີ່ປາກເຊກ່ອນ ຊືຮ້ານລານຄຳ, ທີ່ຈິງກະດັງສົມຊື່ ແຕ່ລາຄາຂ້ອນຂ້າງແພງ ເພາະຖ້ວຍນ້ອຍ 15000 ພັນກີບ ແມ່ນນ້ອຍໂພດ ບໍ່ສົມເງິນ, ຖ້າວ່າແມ່ນເຝີແຊບຢູ່ວຽງຈັນ ຖ້າ 15000 ພັນນີ້ ກິນບໍ່ໝົດ. ສ່ວນລົດຊາດ ກະໃຊ້ໄດ້ຢູ່. ພໍກິນແລ້ວ ກ່ອນຈະອອກເດີນທາງພັດເຫັນຄົນຂາຍໝາກຂຽບ ຈິ່ງຊື້ມາກິນ ໂລໜຶ່ງ 15000 ກີບ. ລົດຊາດແມ່ນຫວານດີ ແລະ ແຊບ. ຍ້ອນວ່າເປັນການຄ້າມາຫຼາຍຕໍ່ ລາຄາເລີຍແພງ, ເພາະຕາມທີ່ໂຊເຟີ ເວົ້າສູ່ຟັງ ຢູ່ທາງໄປສາລະວັນ ກ່ອນຈະເຂົ້າຮອດເຂດເຊເສັດ ແມ່ນມີບ້ານທີ່ຂາຍໝາກຂຽບ ຫຼາຍ ແລະ ຖົງໜຶ່ງແມ່ນປະມານ 5000 ກີບ.

ພໍດີ 9ໂມງ, ກະເລີ່ມເດີນທາງໄປສູ່ສາລະວັນ.... ຕາມເສັ້ນທາງກໍ່ຈະເຫັນບັນດາບ້ານເຮືອນຍັ່ງຍາຍກັນຈົນຮອດທາງແຍກ, ຖ້າໄປຊື່ກໍ່ຈະໄປປາກຊ່ອງ ເຊິ່ງສາມາດຮອດສາລະວັນ ຄືກັນ, ແຕ່ພວກເຮົາລ້ຽວຊ້າຍ .... ຜ່ານທາງກໍ່ຈະສັງເກດເຫັນບັນດາສ່ວນຍາງພາລາ ຫຼາຍໆບ່ອນ, ສ່ວນຫຼາຍກໍ່ແມ່ນຂອງນັກລົງທຶນຫວຽດນາມ. ຕາມເສັ້ນທາງນີ້ ຜູ້ໃດທີ່ມັກການທ່ອງທ່ຽວຊົມນ້ຳຕົກ ກໍ່ແມ່ນສາມາດແວະຊົມໄດ້ຫຼາຍໆບ່ອນ ທີ່ດັງໆກໍ່ແມ່ນນ້ຳຕົກຕາດສ້ວມ... ເວົ້າແລ້ວ ຈຳປາສັກ ແມ່ນມີແຫຼ່ງທ່ອງທີ່ທີ່ຫຼາກຫຼາຍສົມຄວນ.

ດັ່ງທີ່ເຈົ້າຂອງລົດເວົ້າ, ພວກເຮົາຂີ່ລົດກາຍບ້ານໜື່ງ (ຂໍໂທດທີ່ລືມຊື່ບ້ານ) ແມ່ນພາກັນຂາຍໝາກຂຽບເຕັມແຄມທາງ, ແຕ່ຍ້ອນມີນັດ ຈີ່ງບໍ່ໄດ້ແວະ, ແຕ່ກໍ່ວາງແຜນຈະມີຊີມໝາກຂຽບຕອນຂາກັບ.

ກ່ອນຈະຮອດຕົວເມືອງສາລະວັນ 30 ຫຼັກ ກໍ່ແມ່ນນ້ຳເຊເສັດ ເຊິ່ງມີເຂື່ອນເຊເສັດ ໜື່ງ ແລະ ສອງທີ່ສາມາດໄປທ່ຽວຊົມ, ແລະໃກ້ໆນັ້ນກໍ່ມີນ້ຳຕົກຕາດເລາະ ທີ່ມີຄວາມສວຍງາມ​(ດຽວຈະເອົາຮູບໃຫ້ເບິ່ງຕອນທ້າຍເດີເລື່ອງເດີ)....

ຕາມສອງຝາກທາງກ່ອນເຂົ້າເທດສະບານເມືອງກໍ່ເຕັມໄປດ້ວຍ ທົ່ງນາ ທີ່ພວມຂຽວງາມ, ແມ່ນວ່າຝົນປີນີ້ຈະມາຊ້າແດ່ ແຕ່ວ່າ ຕົ້ນເຂົ້າກະງາມດີ.  ຫຼາຍທ່ານຄົງຈະໄດ້ຍິນຄຳຂວັນຂອງແຂວງສາລະວັນທີ່ວາ ໝາກພ້້າວນາໄຊ, ປີ້ງໄກ່ນາປົ່ງ, ເຫຼົ໊າຂາວເມືອງຄົງ ແລະ ລຳວົງສາລະວັນ..... ພໍຮອດບ້ານນາໄຊ ແມ່ນຄືກັບບ້ານທີ່ຂາຍໝາກຂຽບ, ຊາວບ້ານແມ່ນພາກັນເອົາໝາກພ້າວອ່ອນ, ພ້າວກ່ານ ມາຂາຍຕາມສອງຟາກທາງຢ່າງຫຼວງຫຼາຍ, ສົມດັງຄຳຂວັນທີ່ກ່າວມາ. ຢາກຮູ້ລົດຊາດຂອງໝາກພ້າວນາໄຊ ຕ້ອງພາກັນໄປລອງເອງ....

ເຂົ້າຮອດຕົວເມືອງສາລະວັນ ກໍ່ປະມານ ສິບໂມງເຄີງ, ກະຖືວ່າໃຊ້ເວລາ ຊົ່ວໂມງເຄີ່ງໃນການເດີນທາງຈາກປາກເຊມາຮອດສາລະວັນ....

ພໍກິນເຂົ້າທ່ຽງແລ້ວ, ກໍ່ໄດ້ມີໂອກາດເດີນທາງໄປເມືອງຕຸ້ມລານ ທີ່ຖືວ່າເປັນໜຶ່ງໃນເມືອງທີ່ທຸກຍາກ, ເສັ້ນທາງຈາກເທດສະບານເມືອງອອກໄປຫາເມືອງຕຸ້ມລານ ຊ່ວງທຳອິດ ກະແມ່ນດີເພາະເພີ່ນຫາກໍ່ປູຍາງໃໝ່, ແຕ່ວ່າບໍ່ທັນປູຈົນຮອດຕົວເມືອງຕຸ້ມລານ, ຍັງຫຼາຍຫຼັກ ທີ່ເປັນທາງດິນ ຖ້າເປັນຕອນຝົນຕົກ ກະຕ້ອງໄດ້ທຳໃຈ ເພາະໄປມາຍາກຫຼາຍ. ໂຊກດີທີ່ວ່າການເດີນທາງມື້ນີ້ແມ່ນຝົນບໍ່ຕົກ. ເມືອງຕຸ້ມລານເປັນເມືອງທີ່ນ້ອຍ ແຕ່ກໍ່ເປັນເມືອງທີ່ສະຫງົບ ແລະ ປະຊາຊົນແມ່ນດຳລົງຊີວິດແບບຮຽບງ່າຍ, ແຕ່ວ່າ ອິດທິພົນຂອງການພັດທະນາ ແມ່ນເລີ່ມເຂົ້າມາເມືອງນີ້ກໍ່ເລີ່ມຫຼາຍຂຶ້ນ. ບາງເສັ້ນທາງຂອງເມືອງນີ້ ກໍ່ເປັນເສັ້ນທາງຍຸດທະສາດ ທີ່ເອີນວ່າ ທາງໂຮ່ຈິມິນ ອັນເປັນເສັ້ນທາງຂອງການປະຕິວັດອິນດູຈີນ.... ຜູ້ທີ່ງົງໆ ກ່ຽວກັບເສັ້ນທາງໂຮ່ຈິມິນ ກະແນະນຳໃຫ້ອ່ານປະຫວັດສາດ ສົ່ງຄາມອິນໂດຈີນເດີ.... ຜູ້ຂ້າກໍ່ຈະອ່ານຄືກັນ ເພາະຍັງຮູ້ເລື່ອງນີ້ບໍ່ເລິ່ງເຊີ່ງ.

ກັບຈາກເມືອງຕຸ້ມລານ ພວກເຮົາພາກັນຂີ່ລົດກັບມາພັກທີ່ລີສອດ ນຳຕົກຕາດເລາະ, ຖືວ່າເປັນທີ່ພັກທີ່ມີບັນຍາກາດຄວາມຊຸ່ມຊື່ນດີ, ແລະທ່ານຈະໄດ້ຍິນສຽງດົນຕີທຳມະຊາດ ນັ້ນກໍ່ຄື່ສ່ຽງນ້ຳຕົກ ທີ່ບັນເລງຢູ່ທັງຄືນ ແລະ ເວັນ.

ເວົ້າແລ້ວ ສາລະວັນ ເປັນເມືອງທີ່ກຳລັງມີການພັດທະນາ, ເປັນໂອກາດດີສຳລັບຜູ້ທີ່ຊອກຫາໂອກາດໃນການເຮັດທຸລະກິດ ບໍ່ວ່າດ້ານບໍລິການທ່ອງທ່ຽວ, ແລະອື່ນໆ. ຕົວເມືອງກໍ່ມີການປັບປຸງຕາໜ່າງເສັ້ນທາງຂອງເທດສະບານ, ຄິດວ່າຖ້າກັບໄປສາລະວັນອີກ ສາມປີຂ້າງໜ້າ ແມ່ນຈະມີຄວາມແຕກຕ່າງແນ່ນອນ.....

ມື້ຕໍ່ມາ (12 ກັນຍາ 2010) ພວກເຮົາກໍ່ຕ້ອງໄດ້ອອກຈາກລີສອດແຕ່ເຊົ້າ ເພື່ອມາເຮັດວຽກກັບທີມງານທີ່ຕົວເມືອງສາລະວັນ, ກໍ່ຕ້ອງໄດ້ຂີ່ກັບຄືນອີກ 30 ຫຼັກ. ເມື່ອເຮັດວຽກງານແລ້ວ, ກໍ່ເດີນທາງກັບປາກເຊໃນຕອນບ່າຍ, ແຕ່ພວກເຮົາກໍ່ບໍ່ລື່ມທີ່ຈະແວະກິນໝາກຂຽບ, ໂອຍ!!!​ ໝາກຂຽບຈັ່ງແມ່ນມັນໃຫຍ່ ແລະ ຫອມຫວານ... ກິນໜ່ວຍໜຶ່ງກະເກີືອບບໍ່ໝົດ. ໃຫຍ່ແທ້ໆ. ແລະສ່ວນຫຼາຍກະເປັນເປັນໝາກທີ່ສຸກກັບຕົ້ນ ຈິ່ງມີຄວາມເປັນທຳມະຊາດ ຫຼາຍກວ່າໝາກຂຽບທີ່ໃຊ້ການບົ່ມໃຫ້ສຸກ.

ກັບຮອດປາກເຊກໍ່ປະມານ ສອງໂມງເຄີ່ງ, ເມືອເຫັນວ່າຍັງມີເວລາ ພວກເຮົາກໍ່ພາກັນໄປເບີ່ງເມືອງຈຳປາສັກ, ພວກເຮົາພາກັນຂີ່ໄປຕາມທາງຕັດໃໝ່ ໂດຍຂ້າມຂົວນ້ຳຂອງຢູ່ປາກເຊ, ທາງເປັນທາງດິນ ແຕ່ກໍ່ສະດວກດີ, ໃຊ້ເວລາປະມານ ຊົ່ວໂມງກວ່າໆ ກໍ່ຮອດເມືອງຈຳປາສັກ ແຕ່ກໍ່ບໍ່ໄດ້ໄປເບິ່ງວັດພູສຳລັບຄັ້ງນີ້, ສ່ວນຫຼາຍກໍ່ແມ່ນຂີລົດເບິ່ງບ້ານເຮືອນ ແລະ ການທຳການຜະລິດຂອງຊາວບ້ານ, ເມືອງຈຳປະສັກ ກໍ່ເປັນເມືອງເກົ່າແກ່ ແລະ ເປັນເມືອງທີ່ມີປະຫວັດສາດຍາວນານ ແລະ ທີ່ສຳຄັນແມ່ນເປັນເມືອງທີ່ມ່ີວັດພູ ອັນເປັນວັດທີ່ມີຄວາມສັກສິດ ໄດ້ຍິນວ່າຖ້າຢາກໄດ້ຮັກແທ້ຕ້ອງໄປຂໍທີ່ວັດພູ, ຄັນຜູ້ໃດໄດ້ເບິ່ງເລື່ອງສະບາຍດີ 2 ກະຊິເຫັນວ່າເພື່ນເນັ້ນການນຳສະເໜີ ແຫຼ່ງທ່ອງທ່ຽວວັດພູໃນເລື່ອງດັ່ງກ່າວ. ພໍຂາກັບຈາກເມືອງຈຳປາສັກ ສູ່ປາກເຊ ພວກເຮົາພາກັນຂີ່ລຽບທາງແຄມຂອງທີ່ເປັນທາງຕັດໃໝ່ ທີ່ຈະນຳຄວາມສະດວກສະບາຍໃນການຈະໄປທ່ຽວຊົມວັດພູ ແລະ ພັດທະນາເສດຖະກິດເຂດນີ້, ທາງດັ່ງກ່າວແມ່ນປະມານ 27 ຫຼັກ ຈາກເມືອງຈຳປາສັກ ບ່ອນທ່າຂ້າມບັກ, ເປັນທາງທີ່ກວ້າງ ແລະ ໄດ້ຍິນວ່າເພື່ນຈະປູດ້ວຍເບຕົ່ງ, ເປັນໂຄງການກໍ່ສ້າງເສັ້ນທາງທີ່ໃຊ້ງົບປະມານ 30 ລ້ານໂດຣາ.

ຮອດເມືອງປາກເຊກະຄຳມືດ ປະມານ ເຈັດໂມງເຄີ່ງ, ຈິ່ງພາກັນຊອກຫາທີ່ພັກ ແລ້ວກໍ່ອອກໄປຊອກກິນເຂົ້າແລງ.

ກິນເຂົ້າມີເຫື່ອມີແຮງ, ເພື່ອນໆທີ່ໄປນຳກັນກໍ່ຊວນໄປທ່ຽວເບິ່ງຊິວິດຍາມລາຕີທີ່ປາກເຊ. ຍອມຮັບວ່າເປັນເມືອງທີ່ເຕັມໄປດ້ວຍຄວາມບັນເທິງ, ປາກເຊ ອາດເປັນເມືອງທີ່ມີ່ມີບັນດາຮ້ານບັນເທິງ ແລະ ກິນດື່ມຫຼາຍເປັນອັນດັບສອງຮອງຈາກນະຄອນຫຼວງວຽງຈັນ. ແຕ່ເພີ່ນມີລະບຽບທີ່ເຄັ່ງຄັດຄື ທຸກໆບ່ອນຕ້ອງປິດຕອນ ສິບເອັດໂມງເຄີ່ງ. ແລະຫາກມີການສັນຈອນຫຼັງຈາກ ສິບສອງໂມງກາງຄືນ ກໍ່ອາດຖືກກວດກາຈາກເຈົ້າໜ້າທີ່. ສະນັ້ນຕ້ອງໄດ້ປະຕິດບັດນຳກັນເມືອງມາທ່ຽວເມືອງນີ໊.

ເວົ້າມາຮອດນີ້, ຜູ້ຂຽນກໍ່ຢາກສະທ້ອນໃຫ້ເຫັນ ບັນຫາທີ່ມີຢູ່ທີ່ເມືອງປາກເຊ, ນັ້ນກໍ່ຄືບັນຫາການຄ້າປະເວນີ. ຍອມຮັບເລືຍວ່າ ຫຼາຍແທ້ໆໆໆໆໆໆໆໆໆໆ ບໍ່ວ່າຈະເປັນຕາມຮ້ານບັນເທີ່ງຊື່ດັ່ງ, ຮ້ານເລັກຮ້ານນ້ອຍ, ຮ້ານແຄມເຊ, ແລະ ແມ້ກະທັ້ງການໃຫ້ບໍລິການຂອງຍິງສາວທ້ອງຖິ່ນ ດ້ວຍການໂທເອີ້ນເອົາ. ຂ້າພະເຈົ້າໄດ້ໂອ້ລົມກັບເພື່ອນຫຼາຍຄົນທີ່ເປັນຄົນຂັບລົດ  ແລະ ໝູ່ຄົນປາກເຊ, ທຸກຄົນແມ່ນເວົ້າເປັນສຽງດ່ຽວກັນວ່າ ທຸລະກິດນີແມ່ນມີຫຼາຍຢູ່ປາກເຊ, ບັນດາສາວໆທີ່ມາເຮັດວຽກນີ້ຕາມຮ້ານກິນດື່ມ 99 ເປີເຊັນແມ່ນມາແຕ່ພາກເໜືອ, ສ່ວນວ່າຜູ້ທີ່ສາມາດໂທເອື່ນເອົາ ແມ່ນຍິ່ງສາວທ້ອງຖິ່ນ. ແລະ ຈາກການທີ່ຕົນເອງໄດ້ມີໂອກາດເປັນເຫັນກັບຕາຕົນເອງ ກໍ່ແມ່ນເປັນຄືດັ່ງທີ່ວ່າ. ຂ້າພະເຈົ້າຈະຍົກຕົວຢ່າງຮ້ານກິນດື່ມແຫ່ງໜື່ງ (ແຕ່ບໍ່ຂໍອອກຊື່ເດີ) ຢູ່ໃກ້ໆແຄມຂອງຫັ້ນລະ ຈະມີບັນດາຍິງສາວ ເກືອບວ່າ 50 ຄົນທີ່ມານັ່ງກັບແຂກ ແລະ ບໍລິການທາງເພດຢູ່ຮ້ານດັ່ງກ່າວ. ວິທີການສ່ວນຫຼາຍແມ່ນວ່າ ພວກເຂົາຈະນັ່ງກັບແຂກທີ່ມາດື່ມແລະເຕັ້ນລຳ ຈົນຮອດ ສິບເອັດໂມງເຄີ່ງ ເມື່ອຮ້ານປືດ, ຖ້າມີການຕົກລົງ ກັນໄດ້ກັບແຂກ ກໍ່ຈະໄປນອນນຳແຂກ ເຊິ່ງແຂກສ່ວນຫຼາຍ ຈະແມ່ນຄົນໄທ ແລະ ຈີນ ທີ່ກະເປົາໜັກແດ່... ຕາມທີຖາມຜູ້ສາວ ພວກເຂົາຈະຄິດຄ່າບໍລິການ ປະມານ ພັນບາດ ຫາ ສອງພັນບາດ ສຳລັບ ການໄປນອນນຳແບບຊົ່ວຄາວ ແບບວ່າຍົກດຽວ ຈົບ. ສ່ວນວ່າຈະນອນຄ້າງຄືນນຳແມ່ນຕ້ອງຈ່າຍປະມານ ສອງພັນ ຫາ ສາມພັນບາດ. ເມືອຄິດເບິ່ງແລ້ວເປັນລາຍຮັບທີ່ດີຫຼາຍ ເພາະ ວ່າຊຳກັບເງິນເດືອນພະນັກງານລັດ ໃນການຮັບແຂກພຽງຄັ້ງດຽວ ຫຼື ສອງຄັ້ງ.

ເຖິງຢ່າງໃດກໍ່ດີ, ຂ້າພະເຈົ້າຮູ້ສືກວ່າ ສິ່ງນີ້ໄດ້ກາຍເປັນສິ່ງທີ່ສັງຄົມຕ່າງກໍ່ຮັບຮູ້ ແລະ ເຂົ້າໃຈ. ບັນດາພະນັກງານທີ່ຮັບຜິດຊອບດ້ານນີ້, ກໍ່ຮູ້ ແລະ ເຂົ້າໃຈ. ແຕ່ວ່າຕົນເອງກໍ່ຍັງສົງໄສວ່າ ເປັນຫຍັງຈື່ງປ່ອຍໃຫ້ເກີດຂື້ນຫຼາຍຂະໝາດນີ, ບໍ່ພຽງແຕ່ຢູ່ປາກເຊ, ແຕ່ບັນດາເມືອງໃຫຍ່ໆ ເຊັ່ນ, ວຽງຈັນ, ທ່າແຂກ, ສະຫວັນ, ຫຼວງພະບາງ.... ແລະ ພວກຜູ້ສາວບໍລິການເຫຼົ່ານີ ຈະໃຊ້ຍຸດທະສາດທີ່ວ່າ ເໜືອ ຫາກິນໃຕ້, ໃຕ້ຫາກິນເໜືອ ອັນນີ້ທຸກຄົນອາດຈະເຂົ້າໃຈ... ແລ້ວພວກເຮົາຈະແກ້ໄຂບັນຫານີ້ແນວໃດ? ເວົ້າແລ້ວກະໄດ້ແຕ່ເວົ້າ......

ຢູ່ປາກເຊກໍ່່ປະມານ ສອງຄືນສາມວັນ, ຈາກນັ້ນກໍ່ໄດ້ເດີນທາງກັບວຽງຈັນຕອນໃກ້ທ່ຽງ ວັນອັງຄານ ທີ 14 ກັນຍາ 2010. ເປັນອັນວ່າສິ້ນສຸດການເດີນທາງຄັ້ງນີ້.


ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ຖ້າມີໂອກາດອອກມາວຽກ ຫຼື ໄປຮ່ຳໄປຮຽນແຕ່ເຊົ້າ, ຫຼາຍຄົນກໍ່ຄົງສັງເກດເຫັນວ່າມື້ນີ້ ແມ່ນການສັນຈອນແມ່ນຄັບຄາໜາແໜ້ນ ຫຼາຍ. ເພາະວ່າເປັນວັນໄຂສົກຮຽນໃໝ່ ຂອງລະບົບສາມັນ. ຂີ່ລົດກາຍໄປທາງໂຮງຮຽນ ປະຖົມ ມັດທະຍົມ ຫຼາຍໆບ່ອນເຫັນ ບັນດາຜູ້ປົກຄອງພາກັນ ເອົາລູກ ຫຼານໄປສະເໜີຕົວເຂົ້າຮຽນ.... ເຫັນແລ້ວ ກະເຮັດໃຫ້ຄິດຫວນຄືນຕອນສະໄໝຮຽນຢູ່ປະຖົມ ແລະ ມັດທະຍົມ, ພາບບັນຍາກາດ ຄວາມຕືນເຕັ້ນ ດີໃຈ ທີ່ຈະໄດ້ພົບກັບເພື່ອນໆຮ່ວມຫ້ອງ ຫຼັງຈາກ ພັກແລ້ງເກືອບສາມເດືອນ.

ເມື່ອຕອນຮຽນຢູ່ປະຖົມຜູ້ຂຽນເອງແມ່ນຮຽນຢູ່ໂຮງຮຽນ ປະຖົມຮຸ່ງເວື່ອງ ທີ່ຫຼວງພະບາງ ເປັນໂຮງຮຽນເອກະຊົນ ຂອງສະມາຄົມຫວຽດນາມ. ຖືວ່າເປັນໂຮງຮຽນ ທອບວັນ ຂອງແຂວງຫຼວງພະບາງ ກໍ່ວ່າໄດ້, ສ່ວນຄູ່ແຂ່ງທີ່ສຳຄັນກະແມ່ນໂຮງຮຽນ ຈີນ ຊິນຮວ່າ... ເພາະວ່າສອງໂຮງຮຽນນີ້ ແມ່ນມີນັກຮຽນເກັ່ງ ທີ່ສາມາດຍາດໄດ້ອັນດັບທີ່1 ຂອງການແຂ່ງຂັນ ນັກຮຽນເກັ່ງປະຈຳປີຕະຫຼອດ...

ກ່ອນມື້ເປີດໂຮງຮຽນ, ເມື່ອຍັງໄວເດັກ, ກະແນ່ນອນ ພໍ່ແມ່ຕ້ອງໄດ້ກະກຽມຊອກຊື້ ຊຸດນັກຮຽນ, ກະເປົາ, ປື້ມສໍ ໄວ້ພຽບ. ຂ້າພະເຈົ້າ ແມ່ນດີໃຈເປັນທີ່ສຸດ ທີເຫັນແມ່ກັບມາຈາກຕະຫຼາດ ແລ້ວເອີນໃຫ້ຕົນເອງໄປລອງຊຸດໃໝ່. ແຕ່ລະປີກໍ່ຈະໄດ້ເພີ່ມປະມານ ສອງສາມຊຸດ, ໃສ່ປ່ຽນໄປປ່ຽນມາ ໝົດປີ... ພູມໃຈຫຼາຍ ທີ່ພໍ່ແມ່ຕົນເອງກະໃຫ້ຄວາມສຳຄັນກັບການຮຽນຂອງລູກ. ພໍຕົກແລງ, ສ່ວນຫຼາຍແມ່ນຈະນອນບໍ່ຫຼັບ, ຕ້ອງໄດ້ເອົາຊຸດມາລອງອີກຈັກ ສາມຮອບ, ແລ້ວກະກວດເບິ່ງ ກະເປົາຕົນເອງ ວ່າມີອຸປະກອນຄົບຮຽບຮ້ອຍບໍ່່ ກ່ອນຈະເຂົ້ານອນ. ໃນຕອນນັ້ນ ເຮືອນຂອງຕົນເອງກະຍັງບໍ່ທັນມີໄຟຟ້າ, ບັນຍາກາດ ໄຕ້ທຽນຕອນຄືນ ແມ່ນເປັນຄວາມສະຫງົບງຽບ ທີຍັງຕິດຕາ.

ເພື່ອເປັນການປະຫຍັດ, ຕົນເອງມັກຈະໄປຂໍເອົາປື້ມແບບຮຽນຂອງຫຼຸ້ນອ້າຍ, ພວກເພີ່ນກໍ່ແມ່ນໃຈດີ ແລະ ມັກແບ່ງປັນ. ເມືອໄດ້ປື້ມມາ ກະເຮັດໃຫ້ມີຄວາມສົນໃຈ ແລະ ຕ້ອງໄດ້ອ່ານແຕ່ໜ້າທຳອິດຈົນໜ້າສຸດທ້າຍ ພາຍໃນມື້ດຽວ... ການໄດ້ມີໂອກາດ ອ່ານປື້ມກ່ອນມື້ເຂົ້າຮຽນກໍ່ເຮັດໃຫ້ໄດ້ປຽບໄປກ້າວໜຶ່ງ. ແລະແນ່ນອນ ປື້້ມທີ່ໄດ້ມາ ກໍ່ຕ້ອງເອົາໜັງສືພີມມາຫໍ່ຈົບເຈືອ ແລ້ວ ກໍ່ເຮັດ ອາຕິແກັດ, ເວົ້າງ່າຍແມ່ນເຮັດປ້າຍຕົນເອງຕິດໃສ່ປື້ມ ເພາະຢ້ານຫຼົງຂອງຜູ້ອື່ນ. ທີສຳຄັນ ກະຕ້ອງ ລົງລາຍຊື່ຕົນເອງໄວ້ທີ່ປົກໃນ ທັງໜ້າແລະ ຫຼັງ ແລະ ກະທັງກາງຂອງປື້ມອີກຄັ້ງ.

ພໍໄດ້ຍິນສຽງໄກ່ຂັນ ວັນຕໍ່ມາ, ກໍ່ແມ່ນຮູ້ເມື່ອຄີງໂລດ ເພາະຕື່ນເຕັ້ນຈະໄດ້ໄປຮຽນວັນທຳອິດ. ແຕ່ກະນອນພິກຕົວໄປມາ, ເພາະຍັງມືດ ຕ້ອງຖ້າຮອດປະມານ ຫົກໂມງ ຈິ່ງລຸກອອກຈາກບ່ອນນອນມາອາບນ້ຳ, ນຸ່ງເຄືອງໃໝ່, ປັ້ນເຂົ້າເຊົ້າ ແລ້ວກະເອົາກະເປົາພາຍ ຖ້າໃຫ້ພໍ່ໄປສົ່ງ.

ພາຫະນະຄູ່ໃຈທີ່ພໍຂີ່ໄປສົ່ງໂຮງຮຽນແມ່ນ ລົດຖີບ ຟາມິງໂກ, ຖືວ່າເປັນຍອດຮິດເວລານັ້ນ, ຍ້ອນຍັງນ້ອຍ ຈິ່ງບໍ່ໄດ້ຮັບອານຸຍາດໃຫ້ຂີ່ລົດຖີບໄປເອງ, ຈື່ໄດ້ວ່າຈົນຮອດ ປ 5 ຈື່ງໄດ້ຂີ່.

ເມື່ອມາຮອດໂຮງຮຽນ  ກໍ່ເຫັນໝູ່ເພື່ອເຕັມເດີນໂຮງຮຽນ, ບາງພ່ອງກໍ່ພາກັນແລ່ນຍອກກັນ, ບາງພ່ອງກໍ່ພາກັນຫຼິ້ນຕາມຮາວໄຕ່, ລໍ້ໝູນ, ຄະເລີ່ງເຄີ ຫຼືວ່າ ຊັກຄະເຍີ. ສ່ວນຕົນເອງແມ່ນຕ້ອງໄດ້ນຳຫຼັງພໍໄປສະເໜີຕົວກ່ອນ, ເມື່ອເຊັດແລ້ວ, ກະອອກໄປຫາໝູ່.

ຍ້ອນບໍ່ເຈີກັນສາມເດືອນ ກະຕ້ອງໄດ້ທັກທາຍໂອລົມກັນ, ໂດຍສະເພາະກະແມ່ນຢາກຮູ້ວ່າຕອນພັກແລ້ງເພື່ອນໆພາກັນໄປໃສ, ເຮັດຫຍັງແດ່.... ພາບບັນຍາກາດເຫຼົ່ານັ້ນ ເຮັດໃຫ້ຕົນເອງຍັງສາມາດຍິ້ມໄດ້, ເພື່ອນຮ່ວມຫ້ອງຫຼາຍໆຄົນ ກະແມ່ນໄດ້ຮຽນນຳກັນຈົນຮອດຈົບມັດທະຍົມ, ແລະຫຼາຍຄົນກະຍັງສາມາດມາຮຽນຕໍ່ທີ່ມະຫາວິທະຍາໄລແຫ່ງຊາດນຳກັນຈົນຈົບ...

ແມ່ນວ່າຈະບໍ່ສາມາດຍ້ອນເວລາກັບໄປເຂົ້າຮຽນອີກ, ແຕ່ສິ່ງເຫຼົ່ານັ້ນກໍ່ຍັງເປັນພາບທີ່ສ້າງມິດຕະພາບ, ຄວາມຊົງຈຳ ແລະ ຄວາມຮູ້ສຶກດີໆໃນໄວເດັກ... ກະອາດຈະສາມາດສຳພັດບັນຍາກາດເຫຼົ່ານີ້ໄດ້ ເມື່ອຕົນເອງຕ້ອງໄດ້ປ່ຽນມາເປັນພໍ່ ແລ້ວພາລູກໄປໂຮງຮຽນ.... ມັນຕ້ອງຕື່ນເຕັ້ນອີກຄັ້ງ...ວ່າບໍ່?


ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

ຊີວິດຄົນເຮົາກະບ໋ມີໃຜ ຢູ່ກວ່າ ໜຶ່ງສະຕະວັດ, ຫຼາຍຄົນພາຍຫຼັງກຳເນີດ, ຜ່ານໄວເດັກ, ເຂົ້າຮຽນ ແຕ່ບາງຄົນກະບໍ່ໄດ້ຮຽນ, ເຮັດວຽກ ຫາເງິນ, ສ້າງຄອບຄົວ ຫຼື ອາດບໍ່,  ຈາກນັ້ນກະແມ່ນໄວ ກາງຄົນ, ແລ້ວກະເລີ່ມແກ່, ແລ້ວກໍ່ເຂົ້າສູ່່ສະຫວັນຄົດ ແລ້ວແຕ່ວ່າຈະໄວຫຼື ຊ້າ...

ອ່ານບົດຄວາມນີ້ ຫຼາຍຄົນອາດຈະຫົດຫູ່ໃຈແມ່ນບໍ່, ແຕ່ຫຼາຍຄົນຄົງໄດ້ຍິນຫຼາຍໆຄັ້ງວ່າ ຄວາມດີເປັນສິ່ງຢູ່ຄ້ຳຟ້າ.... ແລ້ວເພື່ອນໆຄິດວ່າ ອັນໃດຈະເປັນຄວາມດີ ທີ່ເຮົາຈະຝາກໄວ້ກັບໂລກໃບນີ້ ກ່ອນທີ່ເຮົາຈະຈາກໂລກນີ້ໄປ.

ຫຼາຍຄົນຄົງຄິດວ່າ ການເຮັດຄວາມດີໃຫ້ສັງຄົມນັ້ນ ຕ້ອງເປັນເລື່ອງໃຫຍ່ ເລື່ອງດີ ເດັ່ນ ແລະໃຊ້ເງິນຄຳ. ສິ່ງເຫຼົ່ານັ້ນກະອາດເປັນສ່ວນໜຶ່ງ ແຕ່ຄວາມດີແມ່ນສາມາດເຮັດໄດ້ ເລີ່ມແຕ່ສິ່ງເລັກໆນ້ອຍໆ ແລະ ການໃຫ້ຄວາມຊ່ວຍເຫຼືອ ເລີ່ມຈາກສັງຄົມນ້ອຍໆ ກໍ່ແມ່ນການເຮັດຄວາມດີແລ້ວ. ເຖິງແມ່ນວ່າຄົນອື່ນບໍ່ຮັບຮູ້ສິ່ງທີ່ເຮົາເຮັດ ແຕ່ວ່າຄວາມດີນັ້ນ ກໍ່ຖືເປັນຄວາມດີທີເຮົາໄດ້ເຮັດໄວ້ ໃນຊີວິດຂອງເຮົາ.

ການດຳລົງຊີວິດຂອງຄົນເຮົາໃນໂລກໜ່ວຍນີ້ ແມ່ນມັນອາດບໍ່ມີຄວາມຍຸດຕະທຳໃຫ້ກັບທຸກຄົນ, ບາງຄົນກໍ່ເກີດມາລ້ຳລວຍ,​ມີຄວາມຮູ້ມີການສຶກສາ ແລະ ມີວຽກເຮັດງານທຳທີດີ ອັນເຮັດໃຫ້ຊີວິດສາມາດເດີນໃນເສັ້ນທາງທີ່ມີຄວາມສຸກ ແລະ ສະດວກສະບາຍ. ສ່ວນບາງຄົນກໍ່ອາພັບ, ທຸກຈົນ, ແລະຕ້ອງໄດ້ດິ້ນຮົນຕໍ່ສູ້ ເພື່ອໃຫ້ຊີວິດດີຂຶ້ນ.

ການເຮັດໃຫ້ຊີວິດມີຄວາມສຸກ ກໍ່ແມ່ນມີດ້ວຍກັນຫຼາກຫຼາຍແບບ ແລ້ວແຕ່ປັດໃຈຂອງແຕ່ລະຄົນ, ຜູ້ທີ່ທຸກຍາກກໍ່ສາມາດມີຄວາມສຸກໄດ້ຫາກບໍ່ໄລ່ຕາມກັບເລື່ອງວັດຖຸຫຼາຍເກີນໄປ ເພາະຄວາມຢາກ ແລະຄວາມຕ້ອງການ ເຮັດໃຫ້ເຮົາຕ້ອງໄດ້ດິ້ນຮົນ ແລະ ອາດສ້າງໃຫ້ມີຄວາມທຸກໄດ້.  ຄົນທີ່ຮັ່ງມີກໍ່ອາດໄດ້ປຽບໃນການທີ່ສາມາດຈັບຈ່າຍຊື່ວັດຖຸສິ່ງຂອງ ແລະ ສາມາດເດີນທາງໄປມາຫາຄວາມສຸກໃຫ້ຊີວິດ ໃນອີກແບບ.

ແລ້ວເພື່ອນໆເດ ຈະສ້າງຄວາມສຸກໃຫ້ຕົນເອງແນວໃດ,​ ແລະອັນໃດທີ່ເປັນຄວາມສຸກທີ່ເພື່ອນຊອກຫາ. ອີກຢ່າງ ແລ້ວເພື່ອນໆຈະເຮັດໃຫ້ອັນໃດເພື່ອເປັນການສ້າງຄວາມດີໄວ້ເປັນອານຸສອນແຫ່ງຄວາມດີຂອງຊີວິດ....

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ເປັນມື້ທີ່ສອງຢູ່ກຸງເທບ ກໍ່ໄດ້ມີໂອກາດຮຽນຮູ້ຊີວິດການເປັນຢູ່ຂອງຄົນແຖວນີ້, ທີ່ຜ່ານມາໄດ້ຍິນແຕ່ວ່າ ຊາວຊົນນະບົດບ້ານເຮົາແມ່ນຕືນເດິກລຸກເຊົ້າ, ໄປຢຽບໝາມາຢຽບຂຽດ, ເມື່ອຕົນເອງໄດ້ມານັ່ງສັງເກດເບິ່ງ ຜູ້ຄົນຢູ່ເມືອງໃຫຍ່ ກະຍິງຕ້ອງໄດ້ຂະຫຍັນຂັນແຂງເຊັ່ນກັນ. ມື້້ນີ້ຕື່ນແຕ່ເຊົ້າ ປະມານ ຫົກໂມງເຄິ່ງ, ລົງໄປກິນເຂົ້າເຊົ້າທີ່ຫ້ອງອາຫານຂອງໂຮງແຮມ ກັບເພື່ອນຄົນໄທ ກໍໄດ້ມີໂອກາດໂອ້ລົມກັນ, ເພາະວ່າທີ່ພັກແມ່ນຕັ້ງຢູ່ໃກ້ກັບ ແຄມແມ່ນ້ຳເຈົ້າພະຍາ ເຊິ່ງສາມາດແນມເຫັນການສັນຈອນໄປມາຂອງ ປະຊາຊົນເຂດນີ້ ທີ່ຕ້ອງໄດ້ພາກັນອອກຈາກບ້ານເຮືອນແຕ່ເຊົ້າ ເພື່ອໄປຮຽນ ຫຼື ໄປວຽກ.  ແມ່ນ້ຳເຈົ້າພະຍາກະຖືເປັນສາຍນ້ຳສຳຄັນຂອງກຸງເທບ ເພາະນອກຈາກຈະເປັນບ່ອນສັນຈອນການສົ່ງສິນຄ້າແລ້ວ, ການຄົມະນາຄົມ ທາງນ້ຳຜ່ານແມ່ນ້ຳສາຍນີ້ ກະເຫັນວ່າເປັນທີ່ສຳຄັນ.

ແມ່ນວ່າຈະຍັງເຊົ້າແຕ່ສັງເກດເປັນຜູ້ຄົນແມ່ນພາກັນອອກບ້ານຂຶ້ນເຮືອຕໍ່ລົດໄປຮຽນ ໄປວຽກກັນແຕ່ເຊົ້າໆ, ຄືຮູ້ນຳກັນຫັ້ນລະ ຕ້ອງໄດ້ໄປໄວ ເພາະໄປຊ້າ ລົດກໍ່ຕິດ ເສຍເວລາ, ດັ່ງນັ້ນຜູ້ຄົນສ່ວນໃຫຍ່ຈຶ່ງຕ້ອງອອກບ້ານແຕ່ເຊົ້າ ຕອນທີ່ການຈາລະຈອນບໍ່ໜ້າແໜ້ນ.

ຊີວິດຂອງຄົນເມືອງໃຫຍ່ ແມ່ນວ່າຈະມີຄົນຢູ່ຢ່າງໜາແໜ້ນແຕ່ ທ່ານອາດມີເພື່ອນບໍ່ຫຼາຍ ແລະ ທຸກຄົນກະແມ່ນຕັ້ງໜ້າຕັ້ງຕາທຳມາຫາກິນ. ພວກເຂົາບໍ່ຄ່ອຍຈະສົນໃຈການ ນອກຈາກຈະຮູ້ຈັກ ແລະ ສະໜິດກັນ ຫຼື ຮຽນ ແລະ ເຮັດວຽກບ່ອນດຽວກັນ.

ບໍ່ພຽງແຕ່ ຕື່ນເຊົ້າ ແຕ່ຄົນສ່ວນຫຼາຍ ຍັງຕ້ອງກັບບ້ານຊ້າ ບາງສ່ວນກໍ່ແມ່ນໄປຢ່າງຫຼິ້ນຫ້າງຫຼັງຮຽນ ຫຼື ເຮັດວຽກ, ໂດຍສະເພາະຍ່ານສູນການຄ້າ ແມ່ນຈະມີນັກຈັບຈ່າຍຊື້ຂອງໄປກັນໜ້າແໜ້ນ ທັງຄົນທ້ອງຖິ່ນແລະຊາວຕ່າງປະເທດ. ບາງຄົນກະເປັນພະຍາດໄປເດີນຫ້າງ ບໍ່ໄປຊື້ຫຍັງດອກ ພໍໄດ້ໄປ ລະກະນັ່ງກິນນ້ຳຈັກຈອກກະໄດ້ແລ້ວ, ບາງຄົນກະເປັນການໄປພັກຜ່ອນເພື່ອຊອກແນວຄິດໃໝ່ ໃນການເຮັດວຽກ ເພາະ ຮ້ານຄ້າແມ່ນໃຫຍ່ ແລະ ມີການບໍລິການຫຼາກຫຼາຍ ສະນັ້ນ ການໄປຍ່າງຊົມ ກໍ່່ສາມາດຖືເປັນບ່ອນຮຽນຮູ້ອັນໜຶ່ງ, ເຊັ່ນວ່າ ບັນດານັກວິຈິດສິນ ຖ້າຄິດບໍ່ອອກ ໃນການວາດຮູບ ທີ່ຫ້າງເອັມບີເຄ ກໍ່ຈະມີໂຊນໜຶ່ງທີ່ມີການຈັດໃຫ້ເປັນເຂດບໍລິການແຕ້ມຮູບ ນັກສິນລະປະກຳ ເຫຼົ່ານີກະມີຝີມືບໍ່ທຳມະດາ....

ການທີ່ມີຊີວິດແບບແຂ່ງຂັນ ກະເປັນອັນໜຶ່ງທີ່ເຮັດໃຫ້ມີການພັດທະນາ ແລະ ມີແນວຄວາມຄິດອັນໃໝ່ໆ. ແຕ່ການມີເວລາມາຢຸດພັກ ແລະ ຫຼຽວມອງສິ່ງອ້ອມຂ້າງ ແລະ ມີຄວາມສຸກ ກັບສິ່ງເຫຼົ່ານັ້ນກໍ່ເປັນສິ່ງສຳຄັນ......

ກະຊິບໍ່ເວົ້າຫຼາຍ ແຕ່ຈະເອົາຮູບຖ່າຍຈາກທີ່ພັກ ມາໃຫ້ເບິ່ງຂ້າງລຸ່ມ.... ເພາະວ່າໃຫ້ຮອດເວລາໄປປະຊຸມແລ້ວ..... ໂອຍ!!!! ເວົ້າແລ້ວເຊັງ......


 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ເປັນວ່າໂຊກດີ ຖືກໃຫ້ໄປຝຶກວຽກຢູ່ກຸງເທບ ອາທິດນີ້ ກະເລີຍໄດ້ມີໂອກາດໄດ້ ຂີ່ຍົນໃຫຍ່ ນຳເພິນອີກບາດໜຶ່ງ.... ຈັດກະເປົາກະບໍ່ຍາກ ສະຕາຍຄົນໂລໂຊ, ເອົາໂສ້ງ ແລະ ເສືຶອ ສີ່ຊຸດ ສຳລັບ ສີ່ມື້ ໃສ່ກະເປົາເປ້ ແລ້ວກະໄປ ສະໜາມບິນວັດໄຕ ເພື່ອກຽມຂຶ້ນຍົນ ຕອນບ່າຍ ສອງໂມງ.....

ຮອດເດີນເບິນສາກົນວັດໄຕ ປະມານ ໂມງຍັງ, ຜູ້ໂດຍສານ ແລະ ຍາດພີນ້ອງທີ່ມາສົ່ງ ແລະ ມາຮັບ ກັນກະຄັບຄາໜາແໜ້ນ...  ຍ້ອນເປັນເດີນບິນທີ່ມີການບິນຂຶ້ນລົງຂອງຍົນ ໜ້ອຍ ຈຶ່ງບໍ່ວຸ້ນວາຍຄືກັບປະເທດອື່ນ, ໃຊ້ເວລາພຽງ ສິບຫ້ານາທີກະແຈ້ງປີ້ແລ້ວ... ຈາກນັ້ນກໍ່ໄປແຈ້ງຕ່ຳຫຼວດກວດຄົນອອກເມືອງ,​ແລ້ວກໍ່ໄປນັ່ງລໍຖ້າທີ່ຫ້ອງກຽມອອກເດີນທາງ.

ຖ້າຜູ້ໃດໄດ້ໄປຕຶກຜູ້ໂດຍສານສາຍການບິນສາກົນ ກໍ່ຈະເຫັນເປັນຕຶກທີ່ສວຍງາມ ອາດຈະບໍ່ໃຫຍ່ໂອໂຖງ ແຕ່ກະເປັນຕຶກທີ່ມີສິນລະປະແບບປະຍຸກຂອງລາວສະໄໝໃໝ່, ເປັນຕຶກທີ່ທາງລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອ, ຕຶກນີ້ ກໍ່ຈະມີທ່າທຽບເຮືອບຶນສອງປ່ອງ, ເຊິ່ງຈະມີຂາທຽບຢູ່ສອງຂ້າງ, ຍົນທີ່ຈະມາຈອດກະຕ້ອງເປັນຂະໝາດ ຜູ້ໂດຍສານ ຮ້ອຍຄົນຂຶ້ນໄປ, ສ່ວນຍົນຂອງສາຍການບິນລາວ ແມ່ນທຽບທ່ານີ້ບໍ່ໄດ້ເພາະ ນ້ອຍ ແລະ ຂາບໍ່ເຖິງປ່ອງປະຕູ ຄືຍົນບ້ານເພິ່ນ...

ຂໍອານຸຍາດກັບໄປທີ່ຫ້ອງລໍຖ້າ, ຫ້ອງດັ່ງກ່າວ ກໍຈະເປັນບ່ອນທີ່ກວ້າງຂວາງສົມຄວນ, ຜູ້ໂດຍສານທຸກຄົນທີ່ຈະຖືກອານຸຍາດໃຫ້ເຂົ້າມາຕ້ອງໄດ້ຖືກກວດຄົ້ນ ແລະ ຜ່ານເຄື່ອງສະແກນ. ພາຍໃນຫ້ອງກໍ່ຈະມີຫ້ອງລວມ ແລະມີມູມໜຶ່ງທີ່ເພື່ອຂາຍເຄື່ອງປອດພາສີ ແຕ່ວ່າໂຄດແພງແດ່ຈັກໜ້ອຍ ຊົງຊິແມ່ນຍ້ອນເຊົ່າສະຖານທີ່ແພງ.

ຢູ່ໃກ້ໆກັບປະຕູທາງອອກ ເລກໜຶ່ງ ແລະ ສອງ ແມ່ນຈະມີຫ້ອງກຽດຕິຍົດ ທີ່ໄວ້ໃຫ້ສຳລັບແຂກຜູ້ໃຫຍ່ລໍຖ້າຂຶ້ນຍົນ. ສ່ວນອີກມູມທາງປະຕູອອກເລກສາມ ແມ່ນມີຫ້ອງອາຫານສຳລັບຜູ້ຫິວ.

ເມື່ອກະກຽມເຮືອບິນເປັນທີ່ຮຽບຮ້ອຍແລ້ວ, ເຈົ້າໜ້າທີ່ກໍ່ໄດ້ປະກາດໃຫ້ຜູ້ໂດຍສາຍຂຶ້ນເຄື່ອງ ໂດຍໃຫ້ຜູ້ນັ່ງທາງກາງຫາທ້າຍ, ຄົນພິການຫຼື ຄົນສະລາ ແລະ ເດັກນ້ອຍຂຶ້ນກ່ອນ, ແລ້ວ ຈຶ່ງແມ່ນພາກສ່ວນທີ່ຢູ່ກາງຂຶ້ນຫາຫົວ. ພິເສດ ຜູ້ໂດຍສານ ຊັ້ນພິເສດ ຫຼື ຊັ້ນທຸລະກິດ, ຊັ້ນໜຶ່ງ ແມ່ນສາມາດຂຶ້ນຕອນໃດກະໄດ້ ເປັນວ່າມີສິດທິພິເສດເພາະຊື່ປີແພງໄດ້ນັ່ງເຂດທາງໜ້າ.

ຂ້າພະເຈົ້າໄດ້ເລກ ສາມສິບສາມ (ບໍ່ແມ່ນໃບ້ຫວຍເດີ, ແຕ່ລອງຊື້ເບິ່ງເດີ ຖືກແລ້ວປັນຂ້ອຍແດ່) ຈິ່ງນັ່ງໃກ່ໆກັບ ຜູ້ໂດຍສານຊັ້ນພິເສດ ຕ່າງແຕ່ວ່າເພິ່ນມີຜ້າມານຂັ້ນໄວ້. ຄືກັນກັບທຸກສາຍການບິນ ກ່ອນຈະອອກເດີນທາງ ຜູ້ໂດຍສານກໍ່ຈະໄດ້ຮັບການອະທິບາຍ ວິທີການຮັດສາຍແອວ, ການນຳໃຊ້ໜ້າກາກອົກຊີ, ການອອກປະຕູນິລະໄພ ແລະ ການສຶກສາຄູ່ມືຄວາມປອດໄພ.

ປະມານ ໂມງສິ່ສິບ, ເຄື່ອງບິນກະເລີ່ມເຄື່ອນຕົວອອກຈາກທ່າທຽບ ເພື່ອອອກໄປສູ່ເລນແລ່ນບິນ ຫຼື ທີ່ເອື້ນວ່າ ລັນເວ.

ຍ້ອນເປັນຍົນໃຫຍ່, ການບິນຂຶ້ນຈື່ງນິ້ມນວນກວ່າ ຍົນນ້ອຍ ທີ່ເຄີຍຂີ່ກັບສາຍການບິນລາວ, ແລະ ບິນຂຶ້ນສູງກວ່າ ເວົ້າງ່າຍໆ ແມ່ນບິນສູງກວ່າເມກ ກວ່າໝອກ ຈົນສາມາດຊື່ນຊົມຄວາມງົດງາມຂອງເມກເຝຶ້ອສີຂາວ.

ເມື່ອຍົນບິນທ່ຽງດີແລ້ວ, ບັນດາຜູ້ບໍລິການເທິງເຄື່ອງບິນກໍ່ຈະໃຫ້ບໍລິການອາຫານເບົາ ເປັນປະເພດ ຢໍ່ ແລະ ຜັກດອງ,​ມີເຂົ້າໜົມ ແລະ ເຄື່ອງດື່ມ. ສາຍການບິນລາວເຫັນແລ້ວແມ່ນຕ້ອງອາຍ ເພາະບິນກັບສາຍການບິນລາວ ແມ່ນບາງຄ້ັງໄດ້ກິນແຕ່ນ້ຳຈອກນ້ອຍຈອກດຽວ. ຂີ້ລາຍກະມີເຂົ້າໜົມອົມຈັກກ້ອນກະດີຕື່ມ.

ໃຊ້ເວລາປະມານ ຊົ່ວໂມງກວ່າໆ ກະກຽມລົງສູ່ສະໜາມບິນສາກົນສຸວັນນະພູມ, ແຕ່ປະກົດວ່າ ມີເມກດຳຫຼາຍ ແຕ່ໂຊກດີແມ່ນຢູ່ໄກຈາກສະໜາມບິນແດ່ ຈິ່ງເຮັດໃຫ້ການລົງຈອດດຳເນີນໄປດ້ວຍດີ.

ເມື່ອຍົນຈອດເປັນທີ່ຮຽບຮ້ອຍແລ້ວ ພວກເຮົາກໍ່ນັ່ງລົດເມ ເຂົ້າໄປຫາຕຶກໃຫຍ່ ເພື່ອແຈ້ງເຂົ້າເມືອງ ແລະ ຮັບເອົາກະເປົາເດີນທາງ, ຍ້ອນເປັນສະໜາມບິນທີ່ໃຫຍ່ ສະນັ້ນ ຕ້ອງຮີບໄປແຈ້ງ ບໍ່ຊັ້ນຖ້າຍົນລຳອື່ນລົງຫຼາຍລຳ ແມ່ນຕ້ອງໄດ້ຕໍ່ຄີວຍາວ. ກະແມ່ນມັນໃຫຍ່ອາຄານສະໜາມບິນຢູ່ສຸວັນນະພູມ ສົມວ່າເປັນສະໜາມບິນປະຈຳຂົງເຂດນີ້, ຫຼຽວເບິ່ງຕາມ ຂ້າງນອກ ກໍ່ຈະເຫັນຍົນຫຼາຍໆລຳ ທີ່ມາຈາກທົ່ວທະວີບ ຈອດລຽນຊ້າຍລ້າຍ. ທັງໃຫຍ່ທັງນ້ອຍ ແຕ່ອັນທີ່ວ່ານ້ອຍນີ້ ແມ່ນສ່ວນຫຼາຍໃຫຍ່ກວ່າຍົນບ້ານເຮົາຕັ້ງສອງເທົ່າ.

ເມື່ອແຈ້ງເຂົ້າເມືອງແລ້ວໆ, ກະໄປເອົາກະເປົາເຄື່ອງ, ຢູ່ບ່ອນນີ້ກະຕ້ອງໄປກວດເບິ່ງວ່າເພີ່ນເອົາເຄື່ອງຂອງຖ້ຽວບິນເຮົາໄປລົງຢູ່ປ່ອງໃດ ເພາະມັນມີປະມານ ເກືອບຊາວປ່ອງ, ເມືອອ່ານເບິ່ງລະອຽດຈຶ່ງຮູ້ວ່າ ແມ່ນປ່ອງທີ່ຫ້າ. ຢືນຖ້າເອົາກະເປົ່າຕົນເອງກະເລີຍສັງເກດເຫັນວ່າ ກະເປົ່າເດີນທາງນີ້ກະມີຫຼາຍແບບ ແລະ ຫຼາກຫຼາຍສີສັນ, ບາງແນວກະເປັນປະເພດເຫຼັກ ໜັກສົມຄວນເໝາະສົມກັບເຄື່ອງທີ່ອາດຖືກແຕກຫັກ, ບາງແນວກະເປັນໜັງທຽມ ຫຼື ຢ່າງ ແລະກໍ່ຈະມີສີສັນຫຼາຍໆອັນ ເຊັ່ນເປັນຮູບສະໄປເດີແມນ, ມິກກີເມົ້າ, ເປັນສີລ້ວນ ແລະອື່ນໆ. ສ່ວນວ່າຈະເປັນກະເປົ້ານ້ອຍຫຼືໃຫຍ່ແມ່ນແລ້ວແຕ່ຄວາມມັກຂອງໃຜລາວ.

ເມື່ອໄດ້ເປົາກໍ່ຕ້ອງໄດ້ຍ່າງໄປຊອກລົດແທ໋ກຊີ. ຄິຄ່າບໍລິການກະແມ່ນປະມານ ພັນສອງຮ້ອຍບາດເຂົ້າໄປໃນເມືອງ. ເປັນລົດແທກຊີ່ໄຮໂຊ ເພາະເປັນລົດ ບີເອມດັບເບິນຢູ່.

......ເປັນອັນວ່າເປັນການສິ້ນສຸດການເດີນທາງຂອງມື້ນີ້ເມື່ອເຂົ້າຮອດໂຮງແຮມ.....

ມ່ີພາກຕໍ່ໄປ.....

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 17, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ເຫັນລົດໂຄສະນາ ປະກາດທຸກມື້ ການສະແດງກາຍະສິນ ທຸກໆທ້າຍອາທິດ. ກະເລີຍຕັ້ງໃຈໄປເບິ່ງວັນອາທິດທີ່ຜ່ານມາ.

ກິນເຂົ້າແລງຮຽບຮ້ອຍ ກະເດີນທາງໄປໂຮງກາຍະສິນ ຄິດວ່າທຸກຄົນຕ້ອງຮູ້ເພາະມີບ່ອນດຽວຢູ່ໃນປະເທດລາວ.

ຈອດລົດໄວ້ ກະເສຍເງິນຄ່າຝາກລົດ ສາມພັນກີບ.  ມີຄົນມາຊື້ປີເຂົ້າຊົມມື້ນີ້ ກະຫຼາຍສົມຄວນ.... ລາຄາກະບໍ່ແພງ ປະມານ ເຝີສອງຖ້ວຍ (ຊາວຫ້າພັນກີບ). ພໍໄດ້ປີເຂົ້າຊົມຍ່າງໄປ ຊື້ນ້ຳດື່ມກັບເຂົ້າໜົມ ພໍໄດ້ຄ້ຽວ..... ທຳມະດາເພິ່ນວ່າ ການສະແດງຈະເລີຍ ເຈັດໂມງເຄີ່ງ ແຕ່ຍ້ອນ ຂາຍປີອາດບໍ່ທັນໄດ້ຕາມກຳນົດ ກະເລີຍເລື່ອນມາເປັນ ຕອນ ແປດໂມງ.

ເປັນຄັ້ງທຳອິດທີ່ໄດ້ເຂົ້າມາເບິ່ງການສະແດງກາຍະສິນ ຕັ້ງແຕ່ມາວຽງປີ ສອງພັນ. ສ່ວນຫຼາຍແມ່ນເຫັນແຕ່ຢູ່ທາງໂທລະທັດ. ບັນຍາກາດພາຍໃນກໍ່ແມ່ນໜາແໜ້ນໄປດ້ວຍຜູ້ຊົມ, ທັງເດັກ,​ ໄວໜຸ່ມ ແລະ ຜູ້ສູງໄວ. ໄດ້ປີ້ເບີ ສິບສອງ ແຖວ ດ, ກະເລີຍໄປນັ່ງຕາມທີ່ຕົວເລກກຳນົດ. ຖືວ່າເປັນບ່ອນນັ່ງທາງໜ້າເລີຍ ປະມານ ສອງແມດ ກະແມ່ນເວທີໂລດ. ແບບວ່າເບິ່ງໃຫ້ເຕັມໆ ຕາໄປເລີຍ.

ຢູ່ຂ້າງໆ ກະມີແມ້ປ່າຜູ້ໜຶ່ງ, ສົງໄສເພິ່ນກະຄືຊິມາເປັນຄັ້ງທຳອິດຄືກັນ ເພາະສັງເກດເພິ່ນແມ່ນມີຄວາມຕື່ນເຕັ້ນ. ຜູ້ທີ່ມາເຂົ້າຊົມ, ນອກຈາກຄົນລາວແລ້ວ ກໍ່ຍັງມີຊາວຕ່າງປະເທດຈຳນວນໜຶ່ງ.

ນັ່ງຖ້າປະມານ ສິບນາທີ, ເພິ່ນກະເປີດເພັງປະກອບແສງສີສັນ.... ຈາກນັ້ນ ພິທີກອນຄົນງາມ ສຳນຽງ ຫຼວງພະບາງ ຫຼື ອາດຈະແມ່ນໄຊຍະບູລີ ກໍ່ຂຶ້ນມາທັກທາຍສະບາຍດີຜູ້ຊົມ ... ພ້ອມກັບສ້າງຄວາມຄຶກຄັກ ແລະ ແນະນຳລາຍການສະແດງ.... ຜູ້ຊົມກໍ້ໃຫ້ການຕອບຮັບດ້ວຍສຽງຕົບມືຢ້າງພ້ອມພຽງ.

ລາຍການທຳອິດ ກະແມ່ນການເຕັ້ນລວມໝູ່ ເພື່ອເຊີດຊູທຸງຊາດ ແລະ ທຸງພັກ. ຈາກນັ້ນກະຕິດຕາມ ດ້ວຍລາຍການ ເຕັ້ນກະດານ ເຊິ່ງແມ່ນຜູ້ຊາຍເປັນສ່ວນຫຼາຍ... ຖ້າຜູ້ໃດເຄີຍເບິ່ງຢູ່ທາງໂທລະທັດ ກະຊິຮູ້, ເປັນການສະແດງເຕັ້ນໃສ່ແປ້ນຢັນ ແລະ ກະໂດດ ຂ້າມສິ່ງກີດຂວາງ... ຜູ້ສະແດງກໍ່ຈະມີການປະກອບສີສັນ ດ້ວຍການໝູນຕົວ, ຕີລັງກາ ແລ້ວ ແຕ່ຈະເຮັດ.... ເຊິ່ງຜູ້ສະແດງແມ່ນລ້ວນແຕ່ແຂງ ແຮງ ແລະ ກ້າມເປັນມັດໆ..... ແຕ່ອັນທີ່ສ້າງຄວາມເຮຮາ ກະບໍ່ໜີໄປຈາກ ການປະກົດຕົວ ຂອງຕົວ ໂຈກເກີ ຫຼື ຕົວຕະຫຼົກ ສອງຄົນ.. ທີ່ຈະສະແດງແບບຫັກມູມ ແລະ ສ້າງຄວາມມ່ວນຊື່ນ....  ໄຮໄລ້ອີກອັນຂອງລາຍການນີ້ ແມ່ນ ເຕັ້ນລອດຮ່ວງ ທີ່ຕິດໄຟ ສີ່ຫ່ວງ... ເຊິ່ງຕ້ອງໄດ້ມີການເຝີກຝົນດີຈິ່ງຈະເຮັດໄດ້, ບໍ່ສະນັ້ນອາດຖືກໄຟລວກ ກໍ່ເປັນໄປໄດ້.

ຈາກນັ້ນ ກະເປັນການສະແດງຂອງສາວໆ ມີແຕ່ຄົນໜ້າຮັກ ແຕ່ເຕັມປ່ຽມໄປດ້ວຍພະລັງ ແລະ ຄວາມແຂງແກ່ງ. ເພິ່ນສະແດງການໂຍນວັດຖຸ ສາມສີ່ອັນ ເຊິ່ງເປັນການສະແດງທີ່ໃຊ້ທັກສະສົມຄວນ... ທີ່ເປັນຈຸດຕື່ນເຕັ້ນກະແມ່ນການຢື່ນຢູ່ໝາກບານໃຫຍ່ ແລະ ໂຍນລູກບານ ສີ່ໜ່ວຍ ຖືວ່າບໍ່ທຳມະດາ, ໄທເຮົາເຈົ້າຂ້ອຍ ຂຶ້ນຂີ່ແຕ່ໝາກບານ ກະຄົງຈະບໍ່ລອດແລ້ວ !!!

ຕໍ່ມາກະເປັນການສະແດງພະລະກຳລັງ ຂອງຄວາມຮັກ ເປັນການສະແດງຄູ່ຍິງຊາຍ,​ ຖືວ່າຕ້ອງໄດ້ມີການເຝິກຝົນ ແລະ ອົດທົນ ຫຼາຍນອກຈາກທ່ວງທ່າລີລາ ແລ້ວ ກະຈະປະຄອງກັນໃຫ້ຢູ່ຕ້ອງໃຊ້ທັງທັກສະ ແລະ ກຳລັງ, ໂດຍສະເພາະແມ່ນຜູ້ຊາຍ ທີ່ຕ້ອງໄດ້ແບກໄດ້ຫາມ ໄດ້ຍົກ, ເວົ້າງ່າຍຕ້ອງໄດ້ເອົາໃຈຜູ້ຍິງທຸກຢ່າງ.... ໂອຍ!!! ເກີດເປັນຜູ້ຊາຍກະຍາກແນວນີ້ລະ, ເອົາໃຈຜູ້ນີ້ ແລ້ວ ພັດຍັງມີອີກຫຼາຍຄົນ... ບໍ່ຊ່າງຊິວ່າເດີ!!!!

ລາຍການທີ່ບັນດາເດັກນ້ອຍໃຫ້ຄວາມສົນໃຈ ກະແມ່ນການສະແດງຂອງໝາແສນຮູ້, ແຕ່ຮູ້ສຶກວ່າມື້ນີ້ ບັນດາໝາໆຂ້ອນຂ້າງຂີ້ດື້ ແດ່, ແຕ່ພວກມັກກໍ່ສະແດງໄດ້ດີ, ບໍ່ວ່າຈະເປັນການເຕັນຂວ້າມສິ່ງກີດຂວາງ, ລອດຫ່ວງ, ແລະ ການນັບເລກ. ເຊິ່ງຜູ້ສອນກະຊ່າງສອນ. ເວລາເຮົາຕັ້ງບັ້ງເລກ ເຊັ່ນວ່າ ສີ່ ບວກ ສີ່ ອອກເທົ່າໃດ, ມັນກໍ່ຈະເຮົາ ແປດບາດໂລດ. ຫຼື ອາດຈະຕັ້ງວ່າ ໜຶ່ງ ລົບ ໜຶ່ງອອກເທົ່າໃດ, ມັນກໍ່ຈະບໍ່ເຫົ່າ ເຊີິ່ງສະແດງວ່າເທົ່າ ສູນ. 

ໝົດການສະແດງຂອງໝາໆ ກໍ່ເປັນການສະແດງ ຄູ່ຍິງຊາຍອີກຄັ້ງ ເຊິ່ງກະມີຄວາມຕື່ນເຕັ້ນໄປອີກແບບ, ເປັນການສະແດງທີ່ໃຊ້ອຸປະກອນ ເປັນໂຕະ ເພື່ອໂຊຄວາມແຂງແຮງຂອງພາລະກຳລັງ... ທັງສອງແມ່ນມີການສະແດງເຂົ້າກັນໄດ້ດີ....

ຄວາມໜ້າຮັກຂອງສັດນອກຈາກໝາແລ້ວ ກະແມ່ນລີງນ້ອຍສອງຕົວ ທີ່ມາສະແດງ ກະເຕັ້ນ ຕີລັງກາ ກະໂດດ ແລະ ທີ່ຄັກໆ ກະແມ່ນຂີ່ລົດຖີບ... ເປັນຕາໜ້າຮັກຫຼາຍ... ແຕ່ເບີ່ງຄືວ່າລີງນ້ອຍທັງສອງຢາກຮ້າຍໆນ໊ອຍໜຶ່ງຄືຊິເປັນຍ້ອນໂດນໄມ້ແສ້ຕີເບາະ....

ການສະແດງອັນຕືນຕາອີກອັນກະເປັນການສະແດງກັບງູເຫຼືອມ ສອງໂຕ. ໂຕໜຶ່ງກະຂະໜາດປານກາງ ອີໂຕແມ່ນໃຫຍ່ຫຼາຍ... ເຫັນແລ້ວແມ່ນກະດືມເດ!!!!!​

ປິດທ້າຍດ້ວຍລາຍການ ເຕັ້ນຕາໜ່າງລວມໝູ່ ເຊິ່ງເປັນລາຍການທີ່ຄະນະກາຍະສິນລາວ ໄດ້ລາງວັນອັນດັບ 2 ຈາກການສະແດງກາຍະສິນນາງໆຊາດທີ່ຫວຽດນາມຜ່ານມາ. ການສະແດງນີ້ ເປັນການເຕັ້ນ ກະໂດດສູງ ພ້ອມລີລາການຕີລັງກາ ແລະຊົງຕົວ...​ຕືນເຕັ້ນສົມຄວນ...

ຜ່ານການສະແດງ, ກະເຫັນວ່າມ່ວນຊື່ນ ກະຄຸ້ມຄ່າປີເຂົ້າໄປ ແຕ່ທີ່ຢາກໃຫ້ຄຳເຫັນແມ່ນນັກກາສິນລາວຕ້ອງມີການເຝິກຊ້ອມໃຫ້ດີກວ່ານີ້ ແລະ ໃຫ້ພາດໜ້ອຍທີ່ສຸດ ເພາະສັງເກດແລ້ວ ການສະແດງຫຼາຍອັນແມ່ນຍັງພາດຢູ່.

ຜູ້ໃດສົນໃຈກະຢ່າລື່ມໄປເບີ່ງເດີ... ທຸກໆວັນເສົາ ອາທິິດ.

....

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ໄປດິນແດນໜ່ວຍແກ້ວຄັ້ງນີ້ກະຖືວ່າໄດ້ປະສົບການຫຼາກຫຼາຍ ບໍ່ວ່າທາງດ້ານສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມ.... ເຖິງແມ່ນວ່າຈະເປັນເວລາພຽງອາທິດດຽວ ແຕ່ກໍ່ໄດ້ມີໂອກາດໄປຫຼາຍບ່ອນອັນເປັນບ່ອນທີ່ມີຄວາມສຳຄັນ ບໍ່ວ່າທາງດ້ານທຳມະຊາດ, ປະຫວັດສາດ ກໍ່ຄືເສດຖະກິດ ແລະ ການພັດທະນາ. ມັນເປັນປະສົບການທີ່ບໍ່ສາມາດເອົາມາໄດ້ຈາກໂຮງຮຽນ ຫຼື ປຶ້ມຕຳລາ ແຕ່ມັນເປັນບົດຮຽນທີ່ໃສ່ສອງແກ້ວຕາບັນທຶກ ແລ້ວສົ່ງຕໍ່ມາໃຫ້ມັນສະໝອງເປັນຜູ້ເກັບ ແລະ ວິເຄາະເອົາຄວາມຮູ້ ທັງອັນດີ ແລະ ອັນດ້ອຍ.....

ຫຼາຍຄົນຄົງເຄີຍໄດ້ຍິນຄຳພັງເພີຍທີ່ວ່າ, ສິບປາກເວົ້າ ບໍ່ເທົ່າຕາເຫັນ,​ສິບຕາເຫັນ ບໍ່ທໍ່ໄດ້ສຳພັດ. ຜູ້ໃດທີ່ສະແຫວງຫາການທ່ອງທ່ຽວແບບປະຫຍັດ ແລະ ມັກຄວາມເປັນທຳມະຊາດ ສະຫງົບ ແຕ່ເຕັມພ້ອມໄປດ້ວຍຄວາມທ້າທາຍ ແລະ ຄວາມຕື່ນເຕັ້ນ, ແຂວງຫົວພັນກໍ່ເປັນອີກຈຸດໝາຍໜຶງທີ່ທ່ານໜ້າຈະຈົດບັນທຶກໄວ້ໃນສະໝຸດຂອງທ່ານ ແລະ ຫາໂອກາດໄປທ່ຽວໃຫ້ໄດ້... ຜູ້ຂ້າເອງ ກໍ່ຝັນຢາກກັບໄປອີກຄັ້ງໃນອະນາຄົດອັນໃກ້ນີ້ເຊັ່ນກັນ.

ສຸພາສິດບູຮານໜຶ່ງຍັງໄດ້ເອີຍໄວ້ວ່າ: ຖ້າຢາກຮູ້ອານາຄົດຕ້ອງຮຽນຮູ້ປະຈຸບັນ, ແລະຖ້າຢາກເຂົ້າໃຈປະຈຸບັນ ຕ້ອງຮຽນຮູ້ຈາກອາດີດ.... ແຂວງຫົວພັນຖິ່ນກຳເນີດ ຂອງສປປປລາວ, ບ່ອນທີ່ບັນດາທ່ານຜູ້ນຳໃຊ້ເປັນຖານທີ່ໝັ້ນ ໂດຍສະເພາະແມ່ນເມືອງວຽງໄຊ. ກໍ່ເປັນສະຖານທີ່ທາງດ້ານປູສະນີປະຫວັດສາດ ທີ່ຄວນແກ່ການສຶກສາ ຂອງຄົນລາວທັງຊາດ ໂດຍສະເພາະນັກຮຽນຮູ້ ນັກສຶກສາ ຄົນຮຸ່ນໃໝ່ ທີ່ຢາກເຂົ້າໃຈ ຄວາມເປັນມາຂອງ ແລະ ວິລະກຳ ການຕໍ່ສູ່ກູ້ຊາດ ຂອງບັນດາວິລະບຸລຸດ ແລະ ວິລະສັດຕີ ທີ່ພວກເພີ່ນຍອມ ເສຍສະຫຼະຊີວິດ ເພື່ອໃຫ້ໄດ້ມາຄວາມເປັນເອກະລາດ ແລະ ຄວາມສະຫງົບແກ່ຄົນລາວ ທັງຊາດ......

ທີມງານພວກເຮົາກໍ່ໝົດພາລະກິດ ມາຫົວພັນໃນວັນທີ 31 ກໍລະກົດ ແລ້ວກໍພາກັນເດີນທາງກັບ...ແຂວງຊຽງຂວາງ ແລ້ວບິນຕໍ່ໄປນະຄອນຫຼວງວຽງຈັນໃນມື້ຕໍ່ມາ. ....

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

ຢູ່ເມືອງວຽງທອງໄດ້ສອງມື້, ວັນທີ 29 ກໍລະກົດ ຕອນເຊົ້າພວກເຮົາກໍ່ເດີນທາງກັບໄປຊຳເໜືອອີກຄັ້ງ, ເປັນການເດີນທາງອັນຍາວໄກອີກຄັ້ງໜຶ່ງ....

ຂີ່ລົດໃກ້ຮອດຕົວເມືອງຊຳເໜືອປະມານ 30 ຫຼັກ ແຄມທາງດ້ານຂວາມື ຈະສັງເກດເຫັນນ້ຳຕົກອັນລືຊືຂອງແຂວງຫົວພັນ ນັ້ນກໍ່ຄື ນ້ຳຕົກ ສະເລີຍ. ເປັນນ້ຳຕົກທີ່ວ່າໃກ້ກັບແຄມທາງພຽງ ສອງສາມຮ້ອຍແມັດ ຕົກລົງມາຈາກເທິງຜາທີ່ມີຄວາມສູງປະມານ ສາມສີ່ຮ້ອຍແມັດ, ຍ້ອນເປັນຊ່ວງນ້ຳຫຼາຍ ຕາດສະເລີຍ ຈິ່ງສະແດງຄວາມງົດງາມໄດ້ເຕັມທີ່. 

ທາງຕີນຂອງນ້ຳຕົກແມ່ນມີໂຫງດຫີນໃຫຍ່ຫຼາຍ ທີ່ເໝາະເປັນບ່ອນນັ່ງຜ່ອນຄາຍ ແລະ ຊື່ນຊົມຄວາມງາມຂອງນ້ຳຕົກແຫ່ງນີ້. ເນື່ອງຈາກຕັ້ງຫ່າງຈາກຕົວເມືອງພຽງ ສາມສິບຫຼັກ ຈິ່ງເປັນສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງຊາວເມືອງຊຳເໜືອ. ຜູ້ໃດມັກຄວາມທ້າທາຍກະສາມາດປິນຂຶ້ນໄປຍອດຂອງນ້ຳຕົກ, ຮັບຮອງໄດ້ເຫັນທຳມະຊາດອັນງົດງາມຂອງປ່າດົງເຂດນີ້້.

ສຳລັບຜູ້ທີ່ມັກລອຍນ້ຳ ກໍ່ຍັງມີສະສຳລັບໃຫ້ລອຍ. ລອງລົງໄປໂອບນ້ຳມາລ້າງໜ້າ ຈັ່ງແມ່ນມັນເຢັນຊື່ນໃຈ.

ຖ້າມີຜູ້ມາພັດທະນາ ແລະຕົກແຕ່ງສະຖານທີ່ທ່ອງທ່ຽວແຫ່ງນີ້ຕືມກະຄົງຈະເປັນການດີ ເພາະຍັງສັງເກດເຫັນການຮັກສາຄວາມສະອາດແມ່ນຍັງບໍ່ທັນໄດ້ດີ ແລະ ຜູ້ທີ່ມາທ່ອງທ່ຽວບາງລາຍກະຍັງປະຖິ້ມຂີ້ເຫຍື້ອຊະຊາຍ ອັນເປັນການຫຼຸດຄວາມງົດງາມ. ສະນັ້ນ,​ຫາກຜູ້ໃດທີ່ມີປະສົງໄປທ່ຽວບໍ່ວ່າຈະແມ່ນແຕ່ນ້ຳຕົກສະເລີຍ ແຕ່ລວມທັງແຫຼ່ງທ່ອງທ່ຽວ ທຸກບ່ອນກະຢາກໃຫ້ເອົາໃຈໃສ່ ຊ່ວຍກັນຮັກສາຄວາມສະອາດ. ຫາກບໍ່ມີບ່ອນຖີ້ມຂີ້ເຫຍື້ອ ກະອົດສາເອົາມາຖີ້ມຢູ່ບ້ານກະໄດ້. 

ໃຊ້ເວລາປະມານ ສິບຫ້ານາທີທີ່ຕາດສະເລີຍ ກໍ່ມູ້ງໜ້າເຂົ້າສູ່ຕົວເມືອງຊຳເໜືອອີກຄັ້ງ.

ກິດຈະກຳສຳລັບຄາບບາຍກະບໍ່ມີຫຍັງຫຼາຍ, ມີແຕ່ນັ່ງພັກຜ່ອນ ແລະ ກໍ່ຍ່າງຊົມຕົວເມືອງພາຍຫຼັງເຮັດວຽກແລ້ວ. ຈາກນັ້ນກໍໄປຊອກຫາບ່ອນກິນເຂົ້າແລງ.

 

ພໍແສງຕາເວັນຮູ່ງເຊົ້າຂອງວັນໃໝ່ (ວັນທີ 30 ກໍລະກົດ), ທີມງານກໍພ້ອມອອກເດີນທາງໄປເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ. ທຸກຄົນຖືກແຈ້ງໃຫ້ກຽມຕົວຕອນ ແປດໂມງເຄີ່ງ,​ເພາະຈະໃຊ້ເວລາພຽງເຊົ້າດຽວໄປທ່ຽວຊົມຖຳ້ຜູ້ນຳທີ່ເມືອງວຽງໄຊ.

ລົດເລີ່ມແລ່ນອອກຈາກຕົວເມືອງຊຳ ອາກາດແມ່ນດີຫຼາຍ, ມີແສງແດງແຕ່ເຊົ້າ. ຫຼາຍທ່ານອາດຈະຈື່ປະຕູໂຂງຮູບຫົວໃຈທາງເຂົ້າເມືອງຊຳນໍ້ ເພິ່ນຍັງໄດ້ສ້າງອີກໜ່ວຍຢູ່ທາງອອກໄປເມືອງວຽງໄຂເຊັ່ນກັນ. ກະຖືວ່າເປັນເອກະລັກຂອງແຂວງຫົວພັນທີ່ມີຫົວໃຈໃຫຍ່ຮອດສອງໜ່ວຍ.

ເມືອງວຽງໄຊ ເປັນເມືອງຖານທັບການປະຕິວັດຂອງກອງທັບປະຊາຊົນລາວ ໂດຍຖືກຕ້ັງຊື່ຕາມ ຊື່ລັບຂອງປະທານໄກສອນ ພົມວິຫານ ທີໃສ່ຊື່ວ່າ ທ້າວວຽງໄຊ. ທີ່ຕັ້ງຂອງເມືອງແມ່ນປະມານສາມສິບກວ່າກິໂລແມັດຈາກຕົວເມືອງຊຳ ແລະ ໃຊ້ເວລາເດີນທາງດ້ວຍລົດປະມານ 40 ນາທີ. ພູຜາປ່າດົງຫຼາຍເຂດທີ່ຂີ່ລົດຜ່ານຍັງມີໄວ້ຄວາມອຸດົມສົມບູນຂອງປ່າໄມ້ ອັນເຮັດໃຫ້ເຂດນີ້ຍັງມີອາກາດທີ່ເຢັນສົດຊື່ນ.

ພໍເຂົ້າຮອດຕົວເມືອງວຽງໄຊ ກໍຈະເປັນທົ່ງຮາບ ທີ່ກວ້າງສົມຄວນ, ແລະເສັ້ນທາງພາຍໃນຕົວເມືອງກໍງາມຕາ. ມີບັນດານັກຄ້າຂາຍຊາວຈີນມາຕັ້ງຮ້ານຄ້າຫຼາຍສົມຄວນ. ສ່ວນໃຫຍ່ແມ່ນມາອອກດາວສິນຄ້າ ບໍ່ວ່າຈະແມ່ນລົດຈັກ, ອຸປະກອນທຳການຜະລິດ. ການຊື່ດາວອາດຈະແພງແດ່ຈັກໜ້ອຍ ແຕ່ກະເປັນອັນດີທີ່ຄົນທີ່ມີເງິນໜ້ອຍກໍ່ສາມາດເອົາວັດຖຸອຸປະກອນມາໃຊ້ກ່ອນ. ບາງຄົນເວົ້າວ່າ ມີເງິນ ສາມສີແສນກີບ ກະສາມາດເອົາລົດຈັກມາຂີ່ໄດ້. 

ກ່ອນຈະໄປເບິ່ງຖ້ຳ, ພວກເຮົາກໍ່ໄປແວະຫ້ອງການນຳທ່ຽວຂອງເມືອງ. ທີນີ້ກໍຈະສະໜອງຂໍ້ມູນໃຫ້ທ່ານໄດ້ຄົບຖ້ວຍກ່ຽວກັບຖ້ຳຕ່າງໆ. ນອກນີ້ເພີ່ນຍັງມີເຄື່ອງນຳທ່ຽວດິຈີຕອນສຳລັບຄົນຕ່າງປະເທດ. ເປັນແບບເຄື່ອງອັດສຽງ ທີ່ອັດສ່ຽງຄົນນຳທ່ຽວຂອງແຕ່ລະຖ້ຳໄວ້ ແລ້ວກໍ່ສາມາດເປີດຟັງໄດ້ ຕາມເລກໝາຍຂອງຖ້ຳ, ກະເຫັນວ່າເປັນການອຳນວຍຄວາມສະດວກດີ.

ຖ້ຳທຳອິດທີ່ພາກັນໄປແມ່ນຖ້ຳ ທ່ານໄກສອນ, ເປັນຖ້ຳທີ່ລຸງໄກສອນໃຊ້ເປັນບ່ອນເຮັດວຽກ ແລະດຳລົງຊີວິດໃນເວລາສຸກເສີນໃນຊ່ວງສົງຄາມ. ພາຍໃນຖ້ຳກະມີຫ້ອງຕ່າງທີ່ມີການຈັດສັນເປັນລະບຽບ. ມີຫ້ອງອາຫານ, ຫ້ອງນ້ຳ, ຫ້ອງປະຊຸມ, ຫ້ອງນອນ ແລະ ຍັງມີຫ້ອງຄົວທີ່ຢູຂ້າງຖ້ຳ,​ແລະຍັງມີຫ້ອງລົບໄພ ທີ່ສາມາດລົບໜີກໍລະນີມີການຖີ້ມລະເບີດຮຸ່ນແຮງແລະມີຄວັນຜິດ. ພາຍໃນຫ້ອງລົບໄພ ກໍຈະມີເຄື່ອງສ້າງອົກຊີ ພ້ອມ.

ອອກຈາຖ້ຳລຸງໄກສອນ, ກໍພາກັນໄປຕໍ່ຖ້ຳລຸງສຸພາ... ກະເຫັນຄວາມຫຼູຫຼາຄົນລະແບບ, ທາງເຂົ້າຖ້ຳຂອງເພິ່ນແມ່ນມີສວນໝາກໄມ້ຫຼາຍຊະນິດ ແລະ ມີດອກໄມ້ຫຼາກສີປູກເຕັມໄປໝົດ. ເຫັນແລ້ວເປັນຕາສະອອນ.

 

ແຕ່ຊິບໍ່ບັນລະຍາຍຫຼາຍກ່ຽວກັບຖ້ຳຊິເອົາຮູບໃຫ້ເບິ່ງຂ້າງລຸ່ມ....

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ຂຽນໄດ້ຫຼາຍເຕີບສຳລັບຕອນ5 ພັດວ່າຫຼົງກົດປຸ່ມຫຍັງກະບໍ່ຮູ້ ຫາຍໝົດ.... ເລີຍຕ້ອງໄດ້ນັບໜຶ່ງພິມອີກບາດ....

.... ຕອນ4 ເວົ້າຮອດຕອນທີ່ອອກມາຈາກບ້ານນາຄ້າງ... (ວັນທີ 26/7/2010)

ກະພໍດີອອກວິດຈາກເຂດດິນແດງເຂົ້າສູ່ເມືອງຊຳເໜືອ, ຝົນເຈົ້າກຳກະກຳໜຳລົງມາຮ່າໃຫຍ່ສົມຄວນ ແຕ່ມາແປບດຽວກະເຊົາ. ໂຊກດີທີ່ວ່າຝົນບໍ່ຕົກຕອນເດີນທາງກັບຈາກບ້ານນ່າຄ້າງ, ບໍ່ຊັ້ນຕ້ອງໄດ້ຄ້າງສົມການຊ່າລື...

ພາກັນຂີ່ກາຍຕະຫຼາດນ້ອຍທີ່ຊາວບ້ານພາກັນມາລົງຕະຫຼາດຍາມຄ້ອຍແລງ ກະເລີຍພາກັນ ແວະ ຊື່ສາລີໜຶ້ງ. ຜູ້ຂ້ານີ້ຍອມຮັບວ່າມັກສຸດໃຈເດີອັນສາລີໜຶ້ງນີ້ນາ. ຕ້ອງໄດ້ຊື້ສອງສາມຖົງພຸ້ນລະ. ນອກຈາກນີ້, ມັກຈືນໃສ່ແປ້ງກອບ ກະຄັກ...ມີແຕ່ຂອງຫວ້າງທີ່ຖືກໃຈ. ກິນແບບນີ້້ແລ້ວຮູ້ສຶກດີເພາະເປັນແບບຮຽບງ່າຍບໍ່ແພງ ແລະ ດີຕໍ່ຂະພາບ.

ຕົກຄ້ອຍຄຳຍາມແລງ, ພວກເຮົາກະພາກັບອອກຊອກກິນເຂົ້າແລງ ແລະຖືໂອກາດທ່ຽວຊົມບັນຍາກາດ ເມືອງຊຳເໜືອໃນຍາມລາຕີ. ເນື່ອງຈາກວ່າມີການຈັດຕະຫຼາດນັດ ທີ່ພໍ່ຄ້າແມ່ຂາຍຄົນໄທ ແລະ ທ້ອງຖິ່ນມາວ່າງຈຳໜ່າຍ ຈິ່ງເປັນບ່ອນໃຫ້ຊາວບ້ານໄດ້ມີໂອກາດໄດ້ມາເລາະຈັບຈ່າຍຊື້ເຄື່ອງໃຊ້ຂອງສອຍ ແລະ ເສື້ອຜ້າ. ແຕ່ເຫັນບາງກຸ່ມພາກັນຍ່າງຕາມທາງໃກ້ກັບອານຸສອນສະຖານລູກແກ້ວ. ແລະ ບາງຜ່ອງແມ່ນພາກັນຊ້ອນທ້າຍລົດຈັກ ພ້ອມທູບທຽນໄປວັດ... ເມື່ອຫັນຈິ່ງສະດຸ້ງຄິງວ່າ ພວກເພິ່ນພາກັນໄປວຽນທຽນເຂົ້າພັນສາ. ເວົ້າມາຮອດນີ້ ກໍ່ກະເຕື່ອງຮູ້ວ່າເຂົ້າພັນສາປີນີ້ຍັງບໍ່ທັນໄດ້ໄປວັດ ເພາະມີພາລາກິດມາຕ່າງແຂວງ ແລະ ກະບໍ່ສະດວກປານໃດທີ່ຈະໄປ ກໍເລີຍໄດ້ແຕ່ຍໍມືອານຸໂມທະນາທານນຳ. ແຕ່ກະບໍ່ເປັນຫຍັງ ຍັງອີກເປັນສອງສາມເດືອນສຳລັບລະດູການເຂົ້າພັນສາ.

ໄປໆມາໆ, ສຸດທ້າຍພວກເຮົາກະມາຕັ້ງຫຼັກກັນທີ່ຮ້ານແຫ່ງໜື່ງຊື່ວ່າຮ້ານສາລາເບຍ ທີ່ເພື່ອນຄົນຊຳເໜືອແນະນຳວ່າເປັນຮ້ານທີ່ດັງ ແລະ ໄວລຸ້ນມັກມາຫຼາຍ, ກະເລີຍມາຈອບໆເບິ່ງວ່າສະພາບເປັນແນວໃດ. ກະແມ່ນຄວາມລາວເວົ້າແທ້ໆ. ຮ້ານນີ້ກະບໍ່ໃຫຍ່ໂຕມະໂຫຖານ ແຕ່ພັດວ່າມີເອກະລັກອັນໜ້າຮັກຂອງມັນເອງ ແລະ ເພີ່ນກະເປີດເພັງໄດ້ເລື່ອງ, ພ້ອມນີ້ທາງຂ້າງຮ້ານຍັງມີ ສະໜາມເບຕັງໄວ້ຄອຍບໍລິການໃຫ້ຫຼິ້ນລ້າໆ. ສະນັ້ນຜູ້ທີ່ຍົກເບຍເມື່ອຍກະອາດຖືໂອກາດມາໂຍນໝາກບູນຈັກສອງສາມຍົກ ແລ້ວຈິ່ງຍົກຈອກຕໍ່. ເຫັນສົມມາພາຄວນ, ພວກເຮົາກໍ່ກັບທີ່ພັກເພື່ອພັກຜ່ອນກຽມຕົວໄປເມືອງວຽງທອງ....

(ວັນທີ 27/7/2010)..... ພໍສຽງໂມງທີ່ຕັ້ງໄວ້ປະມານ ຫ້າໂມງເຊົ້າດັງ, ຜູ້ກະລຸກມາອາບນ້ຳອາບໄນ ກະກຽມເຄື່ອງຂອງເພື່ອຈະອອກເດີນທາງໄປເມືອງວຽງທອງ. ພາຍຫຼັງປັ້ນເຂົ້າເຊ້ົາ,​ ການເດີນທາງກະເລີ່ມ. ເຊິ່ງພວກເຮົາຕ້ອງໄດ້ກັບໄປທາງເກົ່າທີ່ມາແຕ່ຊຽງຂວາງ. ເພາະເມືອງວຽງທອງແມ່ນລ້ຽງຂວາທີ່ທາງແບ່ງແຖວບ້ານພູເລົ້າທີ່ຫ່າງຈາກຕົວເມືອງຊຳເໜືອປະມານ ເກົ້າສິບກວ່າຫຼັກ, ແລ້ວກໍ່ລ້ຽວຂວາໄປຕໍ່ອີກປະມານ ຫົກສິບຫ້າຫຼັກ.

ເສັ້ນທາງແຕ່ທາງແບ່ງພູເລົ້າຫາເມືອງວຽງທອງແມ່ນຕັດຜ່ານເຂດປ່າສະຫງວນນ້ຳເອັດພູເລີຍ, ອັນເປັນເຂດທີ່ມີພູທີ່ສູງທີ່ສຸດໃນລາວ (ພູເລີຍ). ປ້າໄມ້ໃນເຂດນີ້ແມ່ນຍັງອຸດົມສົມບູນ. ນອກນີ້ ສັດສາວາສິ່ງແມ່ນຍັງມີຫຼາຍ ໂດຍສະເພາະແມ່ນ ນົກ, ໜູ, ກວາງຟານ ແລະ ອື່ນໆ.... ແຕ່ທີ່ໜ້າແປກໃຈແມ່ນບັນດາສັດໃຫຍ່ ເຊັ່ນ: ຊ້າງປ່າ, ເສືອ ແລະ ສັດທີ່ໃກ້ສູນພັນຫຼາຍຊະນິດແມ່ນມີໂອກາດຈະຖືກຮຸກຮານ. ສະນັ້ນການທີ່ທາງລັດຖະບານແນມເຫັນຄວາມສຳຄັນຂອງປ່າສະຫງວນແຫ່ງນີ້ເພື່ອໃຫ້ເປັນບ້ານ ແລະ ທີ່ຫາກິນຂອງບັນດາສັດປ່ານ້ອຍໃຫຍ່ຕ່າງໆ. ນອກຈາກຈະເປັນປ່າສະຫງວນທີ່ໃຫຍ່ທີ່ສຸດຢູ່ລາວ ມັນຍັງເປັນປ່າສະຫງວນທີ່ໃຫຍ່ທີ່ສຸດໃນອາຊຽນ.

ສອງຝາກທາງສູ່ເມືອງວຽງທອງ ແມ່ນຍັງຊຸ່ມເຢັນ ແລະ ເຫັນສັດປ່າອອກມາໃຫ້ເຫັນເປັນໄລຍະ. ຫາກຕື່ນແຕ່ເຊົ້າຕອນຮຸ່ງມືດ ແມ່ນຈະເຫັນຫຼາຍກວ່າຕອນກາງເວັນ.

ໃຊ້ເວລາປະມານຊົ່ວໂມງເຄີ່ງ, ພວກເຮົາກໍ່່ລົງຄ້ອຍສຸດທ້າຍກ່ອນທີ່ຈະເຂົ້າຕົວເມືອງວຽງທອງ, ລົດແລ່ນຜ່ານສະຖານນີລົດໂດຍສານ. ຍ້ອນເປັນສະຖານີທີ່ນ້ອຍຫຼາຍ ບາງຄົນອາດບໍ່ທັນສັງເກດວ່າແມ່ນສະຖານີລົດ. ແຕ່ກະຍັງພໍມີລົດສອງສາມຄັນເຂົ້າຄີວ ແລະ ຂ້າງໆຄິວລົດ ກໍ່ມີຮ້ານອາຫານ ແລະ ຮ້ານຂາຍເຄື່ອງຍ່ອຍ ມາບໍລິການຈຳໜ່າຍສິນຄ້າ ສີ່ຫ້າຮ້ານ.

ພໍຮອດສາມແຍກພວກເຮົາກໍລ້ຽວຂວາເຂົ້າເຂດຕົວເມືອງຂອງເມືອງວຽງທອງ. ກະຕ່າງໄປຈາກບັນດາເມືອງຕ່າງໆ, ເມືອງວຽງທອງແມ່ນຍັງເປັນເມືອງທີ່ຕ້ອງການການພັດທະນາຫຼາຍ. ທົ່ວເຂດເທດສະບານເມືອງແມ່ນມີຕະຫຼາດນ້ອຍແຫ່ງໜຶ່ງ ທີ່ມີຮ້ານຂາຍເຄື່ອງປະຈຳ ປະເພດເສື້ອຜ້າອາພອນ ແລະ ເຄື່ອງໃຊ້ສອຍຕ່າງໆ. ນອກນີ້ກໍມີຮ້ານຂາຍຊົ່ວຄາວ ທີ່ເປີດໄວ້ໃຫ້ຊາວບ້ານທີ່ນຳເອົາຜົນຜະລິດ ແລະ ຜະລິດຕະພັນທ້ອງຖິ່ນມາແລກປ່ຽນຊື້ຂາຍ ແຕ່ເຊົ້າໆ, ຕາມຊາວບ້ານເລົ່າສູ່ຟັງວ່າ ຖ້າຜູ້ໃດຕືນສວາຍແມ່ນໝົດໂອກາດຈະໄດ້ຊອບປິງ ທີ່ຕະຫຼາດເຊົ້າມືດແຫ່ງນີ້ ເພາະພວກຊາວບ້ານຈະພາກັນມາຕັ້ງແຕ່ສອງສາມໂມງເຊົ້າ, ເວລາຈະເລືອກຊື້ເຄື່ອງຂອງຕ້ອງເອົາໄຟສາຍໄປນຳ ບໍ່ຊັ້ນບໍ່ເຫັນຄັກ ພໍຮອດປະມານ ຫ້າຫົກໂມງພວກເພິ່ນກໍພາກັນທະຍອຍກັບບ້ານກັນແລ້ວ. ການທີ່ມາຕະຫຼາດແຕ່ເດີກແຕ່ເຊົ້າແລ້ວກັບໄວນັ້ນ ກໍ່ເພາະພວກເພິນຕ້ອງໄດ້ກະກຽມໄປໄຮ່ນາຮົ້ວສວນ. ອັນນີ້ສະແດງໃຫ້ເຫັນຄວາມດຸໝັ່ນ ແລະ ການມີຊີວິດທີ່ຜູກພັກກັບທຳມະຊາດ ເພາະພວກເພິນຈະພາກັນເຮັດວຽກຕອນທີ່ອາກາດເຢັນສົດຊື່ນ.

ເມືອງວຽງທອງນອກຈາກຈະເປັນດິນແດນທີ່ສູງທີ່ສຸດໃນປະເທດລາວແລ້ວ, ຍັງເປັນດິນແດນຂອງຕົ້ນນ້ຳຂອງແມ່ນ້ຳຫຼາຍສາຍ ໃນນັ້ນ ແມ່ນ້ຳຄານກໍ່ມີຕົ້ນກຳເນີດຢູ່ບ່ອນນີ້. ອັນນີ້ກໍ່ເນື່ອງມາຈາກປ່າໄມ້ອັນອຸດົມສົມບູນ ທີ່ປະຊາຊົນໃນເຂດນີ້ຍັງຊ່ວຍກັນປົກປັກຮັກສາໄວ້.

ນອກຈາກຊັບພະຍາກອນປ່າໄມ້ແລ້ວ, ສິ່ງໜຶ່ງທີ່ຈະເປັນຈຸດດືງດູດການທ່ອງທ່ຽວແມ່ນ ປ່າສະຫງວນ ນ້ຳເແອັດພູເລີຍ ແມ່ນປ່າແຫ່ງດຽວທີ່ຍັງມີເສືອໂຄງອາໄສຢູ່, ເຊິ່ງຕາມໄດ້ຍິນຂ່າວຂອງກອງປະຊຸມເສືອຄັ້ງຜ່ານມາ, ປະເທດຫວຽດນາມ ແລະ ກຳປູເຈຍໄດ້ປະກາດຢ່າງເປັນທາງການວ່າ ເສືອໂຄ່ງແມ່ນດັບສູນແລ້ວ. ອັນນີ້ມັນບົງບອກໃຫ້ເຫັນຄວາມເສຍຫາຍທາງດ້ານສິ່ງແວດລ້ອມຂອງສອງປະເທດ. ເພາະວ່າເສືອໂຄ່ງຖ້າວ່າເປັນສັດໃຫຍ່ທີ່ເປັນຕົວຊີ້ວັດໃຫ້ເຫັນຄວາມອຸດົມສົມບູນຂອງລະບົດນິເວດ ແລະ ຄວາມມັ່ງຄັ່ງຂອງສິ່ງແວດລ້ອມ ໂດຍສະເພາະປ່າໄມ້ ແລະ ສັດປ່າ. ສິ່ງທີ່ເປັນຄວາມສ່ຽງຕໍ່ການດັບສູນຂອງເສືອໂຄ່ງກໍ່ມີຫຼາຍປັດໃຈ, ອັນສຳຄັນທີ່ສຸດແມ່ນລາຄາທີ່ແພງ ແລະມີຄວາມຕ້ອງການຊື້ຈາກຕ່າງປະເທດ ໂດຍສະເພາະແມ່ນຈີນ ແລະ ຫວຽດນາມ ທີ່ພວກເຂົາຄິດວ່າຜິດລິດຕະພັນຈາກເສືອໂຄ່ງຈະເປັນສູດຕຳລາຢາຊັ້ນດີ, ຈິ່ງເປັນແຮງຈູງໃຈໃຫ້ຊາວບ້ານລ່າເສືອໂຄງໄປຂາຍ. ຕາມຊາວບ້ານເລົ່າວ່າ ກະດູກຂອງເສືອໂຄງມີລາຄາກິໂລເປັນພັນກວ່າໂດຣາ. ປັດໃຈອີກອັນກະແມ່ນການຂາດແຫຼ່ງອາຫານຂອງເສືອໂຄງ, ອັນເນື່ອງມາຈາກການຫາສັດປ່າມາເປັນສິນຄ້າ ແລະ ອັນສຳຄັນອີກແມ່ນການຂາດທີ່ຢູ່ອາໃສເມືອມີການບຸກລຸກຂອງມະນຸດເຂົ້າເຂດທີ່ຢູ່ອາໃສຂອງສັດປ່າເລົ່ານັ້ນ. ເຫັນໄດ້ຄວາມສຳຄັນຂອງການອານຸລັກເສືອໂຄງ ແລະ ສັດປ່າທີ່ໃກ້ສູນພັນ ແລະ ຢູ່ໃນຄວາມສ່ຽງ ອົງການ ອານຸລັກສັດປ່າ WCS (Wildlife Conservation Society), ໄດ້ເຂົ້າມາຊ່ວຍໃນວຽກງານນີ້້. ໜຶ່ງໃນກິດຈະກຳທີ່ອົງການນີ້ໄດ້ເຮັດຮ່ວມືກົດໜ່ວຍງານອານຸລັກ ກໍ່ແມ່ນການຮັກສາເສືອໂຄ່ງ ແລະ ທີ່ສຳຄັນກໍແມ່ນການປູກຈິດສຳນຶກ ແລະ ໃຫ້ປະຊາຊົນເຫັນໄດ້ຄວາມສຳຄັນຂອງປ່າໄມ້ ແລະ ສັດປ່າ. ເພາະສັດປ່າ ນອກຈາກຈະເປັນແຫຼ່ງອາຫານຂອງປະຊາຊົນທ້ອງຖິ່ນແລ້ວ ພວກມັນຍັງເປັນຕົວແປສຳຄັນທາງທຳມະຊາດໃນການຂະຫຍາຍ ພັນໄມ້ໃນປ່າ. ຖ້າມີໂອກາດຮອດເມືອງວຽງທອງ ກະເຊີນໄປຢ້ຽມຊົມ ຫ້ອງການອານຸລັກປ່າ ທີ່ໃກ້ໆກັບເຂດເທດສະບານເມືອງ.

ໃກ້ໆກັບຫ້ອງການອຸນາລັກ, ຂີ່ໄປທາງໂຮງຮຽນມັດທະຍົມສົມບູນວຽງທອງ ປະມານ ສາມຮ້ອຍແມັດ ກໍຈະພົບບໍນ້ຳຮ້ອນ ອັນເປັນອີກບ່ອນທີ່ຈະກາຍເປັນຈຸດຂາຍທາງດ້ານການທ່ອງທ່ຽວຂອງເມືອງວຽງທອງ ເພາະວ່າມັນຕັ້ງບໍ່ໄກຈາກຕົວເມືອງ ແລະ ມີຄວາມເປັນໄປໄດ້ທີ່ຈະພັດທະນາເພື່ອດຶງດູດການທ່ອງທ່ຽວ.

ຮັບຮອງວ່າອີກສີ່ຫ້າປີຂ້າງໜ້າ, ການທ່ອງທ່ຽວແບບທຳມະຊາດ ຢູ່ເມືອງວຽງທອງຈະເປັນອີກຈຸດໝາຍປາຍທາງໜຶ່ງທີ່ນັກທ່ອງທ່ຽວຈະພາກັນໄປທ່ຽວຊົມ.... ໂອກາດທາງທຸລະກິດທີ່ໜ້າຈັບຕາກໍແມ່ນການໃຫ້ບໍລິການດ້ານທີ່ພັກ ແລະ ຮ້ານອາຫານ ແລະ ການບໍລິການອື່ນໆ ເຊັ່ນການລ່ອງແພ່, ເດີນປ່າ ແລະ ອື່ນໆ. ສະນັ້ນ, ຜູ້ໃດທີ່ຢາກເຮັດທຸລະກິດເລົ່ານີ້ກະລອງໄປເມືອງວຽງທອງເບິ່ງແລ້ວຈະເຫັນວ່າເປັນໂອກາດທີ່ດີ...

ເພື່ອຮອງຮັບການພັດທະນາ, ອົງການຈັດຕັ້ງສາກົນ ແລະ ພາກລັດກໍ່ໄດ້ໃຫ້ການຊ່ວຍເຫຼືອເມືອງວຽງທອງໃນຫຼາຍໆດ້ານບໍວ່າຈະເປັນດ້ານການສຶກສາ, ສາທາ, ໂຄງລ່າງ ແລະ ອື່ນໆ......

ແນ່ນອນວ່າ, ອີກສາມສີ່ປີຂ້າງໜ້າ ຜູ້ຂຽນເອງກະຢາກໄປຢາມເມືອງວຽງທອງອີກຄັ້ງ.....

 

ຍັງມີຕໍ່ຕອນຕໍ່ໄປເດີ!!!

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

(ວັນທີ 26 ກໍລະກົດ 2010) ພໍຕົກບ່າຍ, ພາຍຫຼັງແລ້ວວຽກປະຊຸມ ລະກະພາກັນກິນເຂົ້າສວາຍ... ຈຸດໝາຍປາຍທາງກໍ່ແມ່ນໄປຢາມບ້ານນາຄ້າງ...ຟັງຊື່ກະຕ້ອງສົງໄສວ່າເປັນຫຍັງຕ້ອງໃສ່ຊື່ວ່ານາຄ້າງ. ເພິ່ນບອກວ່າເມື່ອກ່ອນຕ້ອງໄດ້ນອນຄ້າງສອງສາມຄືນກ່ອນຈະມາໄດ້... ດຽວນີ້້ເພິ່ນໄດ້ທະລຸທາງໃໝ່ ແຕ່ຍັງບໍ່ທັນໄດ້ປູຍາງເທືອ ຫາກວ່າຝົນຕົກ ແມ່ນຕ້ອງເປັນການຄ້າງຄືນຄືກັນ. ບ້ານນາຄ້າງກະເປັນບ້ານໜຶ່ງທີ່ຂຶ້ນກັບເມືອງຊຳເໜືອ ຕາມເສັ້ນທາງຕັດໃໝ່ປະມານ 40 ຫຼັກ ແຕ່ເນື່ອງຈາກເປັນທາງນ້ອຍ, ທາງດິນ ແລະ ເປັນທາງຄົດລ້ຽວໄປຕາມພູຜາຈິ່ງເຮັດໃຫ້ການເດີນທາງຕ້ອງໃຊ້ເວລາປະມານ ຊົ່ວໂມງເຄີ່ງຈິ່ງໄປຮອດບ້ານດັ່ງກ່າວ

ຕາມທາງສູ່ບ້ານດັ່ງກ່າວແມ່ນສໍາພັດໄດ້ກັບຄວາມເປັນທໍາມະຊາດ ແລະ ຊິວິດຂອງຄົນທີມີຊິວິດຜູກພັນກັບທໍາມະຊາດ. ພວກເຂົາສ່ວນໃຫຍ່ແມ່ນຢູ່ກິນແບບພໍພຽງ ແລະ ມີຄວາມກົດດັນໃນຊິວິດໜ້ອຍ. ເປັນຄວາມສຸກແບບລຽບງ່າຍ ແລະ ບໍ່ສັບສົນ. ໃຊ້ຄວາມສາມາດ ແລະ ແຮງງານຂອງຕົນ ບວກກັບພູມປັນຍາທີ່ສືບທອດກັນມາໄດ້ຫຼາຍເຊັ່ນຄົນ ເພື່ອຫາລ້ຽງຊີບ.

ຊາວບ້ານບາງສ່ວນກະແມ່ນພາກັນກັບມາຈາກໄຮ່ນາຮົ້ວສວນ ແຕ່ບາງສ່ວນກະແມ່ນກໍາລັງພາກັນໄປເຮັດວຽກຕອນສວາຍ... ພວກເຂົາຕ້ອງໃຊ້ເວລາດົນສົມຄົນໃນການຍ່າງຈາກບ້ານຂອງຕົນໄປຫາບ່ອນ ທຳການຜະລິດ ບາງຄົນຕ້ອງໄດ້ຍ່າງເປັນຊົ່ວໂມງ ແລະຖ້າຈະຍ່າງຈາກບ້ານໜຶ່ງຫາບ້ານໜຶງແມ່ນໄກກວ່ານັ້ນ ເພາະ ຕາມເສັ້ນທາງ ບ້ານແມ່ນຕັ້ງຫ່າງກັນຫຼາຍ. ກະປະກົດເຫັນມີຫຼາຍຊົນເຜົ່າທີດຳລົງຊີ່ວິດຮ່ວມກັນໃນເຂດນີ້ ມີທັງລາວລຸ່ມ ລາວກາງ ແລະ ລາວສູງ.

ເສັ້ນທາງນອກຈາກຈະຜ່ານພູຜາແລ້ວ ຍັງມີຄວາມທ້າທາຍ ຄ້ອຍຊັນ ແລະ ຍັງບາງບ່ອນແມ່ນໄຕ່ຕາມສັນພູ ເຊິ່ງສາມາດຫຼຽວຫັນທາງລຸ່ມຕີນພູຈົນສຸດຕາ, ເວົ້າແລ້ວຍັງສຽວແຂ້ວ!!!! ບາງບອນທາງແມ່ນຕັດຜ່ານນາ ຈົນສາມາດເຫັນທົ່ງນາຢູ່ລຽບສອງຝາກທາງ. ເວລາຂີ່ລົດຜ່ານບ້ານໂດຍສະເພາະແມ່ນບ້ານຊົນເຜົ່າມົ້ງ ກໍ່ຈະເຫັນໝູນ້ອຍຫຼາຍຕົວ ແລ່ນໄປມາຕາມບ້ານ ເປັນຕາໜ້າຮັກດີ ແລະຍັງມີສັດລ້ຽງປະເພດອື່ນໆ ນັບທັງງົວຄວາຍ ເປັດໄກ່.

ປະມານ 3 ໂມງເຄິ່ງພວກເຮົາກະຮອດຈຸດໝາຍປາຍທາງຄືບ້ານນາຄ້າງ. ບ້ານນີ້ກະເປັນບ້ານທີ່ຂາດໄຟຟ້າຕາຄ່າຍ ເພາະຍັງບໍ່ທັນມີການດຶງສາຍໄຟມາເຂດນີ້. ຈຳເປັນຕ້ອງໄດ້ໃຊ້ໄຟຟ້າແສງຕາເວັນ. ມັນກະມີຂໍຈຳກັດແດ່ສຳລັບໄຟຟ້າແສງຕາເວັນເພາະໃຊ້ສະເພາະດອກໄຟ ແລະ ເຄື່ອງໄຟຟ້າທີ່ມີກຳລັງວັດຕ່ຳ. ບາງຄອບຄົວທີ່ໃຊ້ແຜງຮັບແສງຕາເວັນຂະໜາດໃຫຍ່ແດ່ ກະສາມາດໃຊ້ເບິ່ງໂທລະທັດ, ສ່ວນຜູ້ໃສ່ຂະໜາດນ້ອຍ ກໍ່ຈະໄດ້ແຕ່ດອກໄຟສອງສາມດອກເທົ່ານັ້ນ. ແຕ່ມັນກະເປັນການແບ່ງເບົ່າ ແລະໃຫ້ຄວາມສະດວກໃນຍາມຄ່ຳຄືນໄດ້ຫຼາຍສົມຄວນ. ເພາະຜ່ານມາແມ່ນພາກັນໄຕ້ຕະກຽງ ໄຕ້ແປກ, ທັງຂິວ ແລະ ອາດເກີດອັກຄີໄພໃນຍາມວິການ ກໍເປັນໄປໄດ້.

ບ້ານນີ້ເວົ້າເລື່ອງການທໍາມາຫາກິີນ ການເຮັດໄຮ່ເຮັດນາ ກໍ່ເປັນອາຊີບຫຼັກ ແລະ ພວກເຂົາປູກເຂົ້າແບບວ່າບໍ່ຈໍາເປັນໃສ່ຝູ່ນໃສ່ປູຍ, ປູກແບບຝຸ່ນໄດ້ມາຈາກທຳມະຊາດ ແຕ່ຜົນຜະລິດແມ່ນສາມາດໄດ້ຮອດ 4 ໂຕນຕໍ່ເຮັດຕາ ເຫັນວ່າມີປະສິດທິຜົນສູງຫຼາຍ. ຖ້າມີການສົງເສີມເລື່ອງເຂົ້າປອດສານເຄມີໃນເຂດນີ້ຄົງຈະເປັນການດີ.

ນອກນີ້ພວກເພີ່ນແມ່ນພາກັນລ້ຽງສັດໃຫຍ່ ປະເພດງົວຄວາຍ ເຊິ່ງສາມາດສົ່ງອອກຂາຍໃຫ້ປີຫຼາຍກວ່າ ສອງຮ້ອຍຕົວ. ສ່ວນຫຼາຍກະແມ່ນພໍ່ຄ້າໃນເມືອງພາກັນມາຮັບຊື່ກັບບ້ານ.

ຜູ້ຂຽນເອງກະມີໂອກາດຍ່າງເລາະຕາມບ້ານ ກະແນມເຫັນກຸ່ມເດັກນ້ອຍພາກັນຫຸ້ມກັນຢູ່ ເຂົ້າໄປເບິ່ງແມ່ນເຫັນເດັກຍິງສອງສາມຄົນພາກັນຕໍ່າຫູກ. ໂອ້ລົ້ມກັບເດັກນ້ອຍເຫັນວ່າ ສ່ວນໃຫຍ່ເດັກຍິ່ງພໍເລີ່ມຮູ້ຄວາມ ກໍ່ແມ່ນພາກັນຮຽນຕ່ຳຫູກນຳແມ່ຫຼື ເອື້ອຍ, ປ້າ, ນ້າສາວ ແລະ ພວກເຂົາເຫັນວ່າມີຝີມືໃນການຕ່ຳບໍ່ທຳມະດາ.

ຍ້ອນແນມເຫັນຟ້າຄື້ມໆ ຊົງຊິມີຝົນ, ພວກເຮົາຈິ່ງຟ້າວກັບ ກະປະມານ ສີ່ໂມງເຄີ່ງ. ພໍດີອອກຮອດທາງເຂົ້າເມືອງກໍ່ແມ່ນ ຫົກໂມງໜ້ອຍໜື່ງ. ອ້າຍຝົນເຈົ້າກຳກໍກະໜຳລົງມາ ຈັ່ງແມ່ນໂຊກ ທີ່ອອກມາກ່ອນ.... ເປັນອັນວ່າປອດໄພ ທີ່ບໍ່ໄດ້ນອນຄ້າງ... ແຕ່ມັນກະຄົງຈະມີປະສົບການອີກຢ່າງຫາກໄດ້ນອນຄ້່າງ, ດຽວເອົາໄວ້ໂອກາດໜ້າ.......

ຕອນນີ້ ພັກກ່ອນ... ດຽວຍັງມີຕອນ5 ໄປເມືອງວຽງທອງ...

ຂ້າງລຸ່ມແມ່ນຮູບພາບຈຳນວນໜຶ່ງເດີ....

ບ້ານທີ່ຢູ່ໃກ້ກັບບ້ານນາຄ້າງ

 

ນາແຄມທາງ

 

 

 

 


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 72  |  ໜ້າຕໍ່ໄປ »