ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 ຫຼາຍໆ ຄົນມັກຈົ່ມວ່າ!​ໂອຍ! ຮອດວັນຈັນອີກແລ້ວ! ຈັ່ງແມ່ນຂີ້ຄ້ານ ແລະ ບໍ່ຢາກແມ່ນແຕ່ຈະລຸກອອກຈາກບ່ອນນອນ!

ສ່ວນຕົວເອງແລ້ວເຫັນວ່າ ມີທັດສະນະທີ່ຕ່າງອອກໄປ! ທີ່ກຳລັງນັ່ງຂຽນບົດໃຫ້ກຳລັງໃຈ ແກ່ນັກເຮັດວຽກ ມະນຸດເງິນເດືອນຢູ່ນີ້ກໍ່ແມ່ນຢາກແບ່ງປັນປະສົບການທີ່ວ່າ ວັນຈັນ ແມ່ນສຳຄັນຊຳໃດ!

 

ກ່ອນອື່ນ! ພວກເຮົາຕ້ອງໄດ້ມີການທົບທວນວ່າ! ພວກເຮົາຈະພັກຜ່ອນ ແລະ ມ່ວນຊື່ນ ເຮຮາປາຕີມື້ໃດດີ!

ທັດສະນະຂອງຜູ້ຂຽນແລ້ວ! ຢາກໃຫ້ທຸກຄົນມ່ວນຊື່ນເຕັມທີແມ່ນ ຕອນແລງວັນສຸກ ແລະ ວັນເສົາ! ສ່ວນວັນອາທິດ ນັ້ນ ແມ່ນຄວນຈະຈັດຫາເວລາ ອອກກຳລັງກາຍເບົາໆ ເພື່ອກຽມພ້ອມ ສູ່ວັນຈັນທີ່ຈະມາຮອດ ກໍ່ຄືມື້ນີີ! ຄວາມສຳຄັນ ຂອງການພັກຜ່ອນ ວັນອາທິດ ແລະ ອອກກຳລັງກາຍ ແມ່ນຈະຊ່ວຍໃຫ້ພວກເຮົາບໍ່ອິດເມືອຍ ແລະ ມີເຫື່ອແຮງ ທີ່ພ້ອມຈະຕື່ນແຕ່ເຊົ້າໆ ແລະ ກຽມພ້ອມ ປະຕິບັດວຽກງານ!

ແຕ່ທີ່ໜ້າເປັນຫ່ວງນັ້ນ, ຄົນລາວສ່ວນຫຼາຍ ແມ່ນຈະພາກັນ ເມົາເຕັມທີ່ ໃນວັນເສົາ ແລະ ວັນອາທິດ ອັນຖືໄດ້ວ່າເປັນພະຍາດ ຫຼື ປະເພນີ ທີ່ປ່ຽນໄດ້ຍາກ. ສະນັ້ນ, ພວກເຮົາຕ້ອງໄດ້ມີການປັບປຽນວິທີການຄິດ, ມັນອາດຈະຍາກເບືອງຕົນ ແຕ່ທ່ານຈະເຮັດໄດ້ເອງ ຫາກໃຊ້ເວລາ. ຕ້ອງພະຍາຍາມ ມີນັດ ຫຼື ຖ້າໄດ້ບັນເຊີນວັນອາທິດ ກະຕ້ອງໄດ້ພິຈາລະນາວ່າຈະໄປດີບໍ່, ແລະ ຖ້າໄປ ຄວນຈະຮູ້ປະເມີນວ່າ ບໍ່ຄວນເມົາຫຼາຍ. ທີ່ສຳຄັນທີ່ສຸດ ຕ້ອງຫາເວລາໃຫ້ໄດ້ແທ້ໆ ໄປອອກກຳລັງກາຍ ຫຼື ຫາກິດຈະກຳ ຜ່ອນຄາຍ!

ອັນໃດຈະເຮັດຜ່ອນຄາຍແລະມີເຫືອແຮງ ພ້ອມສູ້ກັບງານອີກ ຫ້າມື້ຂ້າງໜ້າ! 

ກິດຈະກຳອັນທີ່ຢາກແນະນຳທຳອິດແມ່ນ ໄປຮົມຢາ! ແຕ່ເມື່ອກ່ອນຜູ້ຂຽນນີ້ກະບໍ່ໄດ້ວ່າຊິຮູ້ຈັກວ່າການຮົມຢາມັນດີ ແລະ ເຮັດໃຫ້ຜ່ອນຄາຍ! ແຕ່ພໍໄດ້ມີໂອກາດ ລອງໄປເຮົາບອກໄດ້ເລີຍວ່າແມ່ນການຜ່ອນຄາຍທີ່ດີ! ໂດຍສະເພາະ ແມ່ນເຮັດໃຫ້ເຮົາສະຫງົບສະຕິອາລົມ ແລະ ເປັນການຜ່ອນຄາຍເນື້ອໜັງກ້າມເນື້ອ, ເຮັດໃຫ້ຮູເຫື່ອ ຮູຂຸມຂົນ ລະບາຍ! ສຳຄັນ ແມ່ນເຮັດໃຫ້ຫາຍໃຈສະດວກປອດປົ່ງດີ! ຖ້າຜູ້ໃດເປັນຫວັດ! ເຊີນໄປຮົມ ຮັບຮອງກັບບ້ານ ຫາຍເລີຍ! ເພາະວ່າ ການຮົມຢາແມ່ນພູມປັນຍາທີ່ ຄົນລາວເຮົາມີມາແຕ່ດົນນານ! ເຊິ່ງເລີ່ມແນວຄິດຊ່ວຍຟື້ນຟູ ແມ່ຍິງທີ່ຫາກໍ່ອອກລູກໃໝ່! ເພິ່ນຈະມີການອອກກຳ ແລະ ຮົມຢາ! ສະນັ້ນ, ວິທະຍາສາດພູມປັນຍາທີ່ນຳເອົາສະໝູນໄພ ນາໆຊະນິດ ມາເພື່ອການຜ່ອນຄາຍນີ້ ຊ່ວຍເປັນການສ້ອມແຊມ ແລະ ເຮັດໃຫ້ຮ່າງກາຍເຮົາດີຂຶ້ນ ບໍ່ວ່າຈາກການອ່ອນເພຍ! ແລະ ຮັບຮອງໄດ້ເລີຍວ່າ ພວກເຮົາຈະຮັກວັນຈັນຫຼາຍຂຶ້ນ! ຄືດັ່ງຂາພະເຈົ້າ ມານີ້ກະຂຽນໄດ້ບົດຄວາມໜຶ່ງແລ້ວ!

 

ກິດຈະກຳອັນທີສອງ ແມ່ນໄປລອຍນ້ຳ! ລອຍບໍ່ເປັນກະເອົາກົງເບັງໃສ່ກະໄດ້! ການລອຍນ້ຳ ບອກໄດ້ເລີຍວ່າ ດີແທ້ໆ ເປັນກິລາທີ່ຂ້ອຍມັກ ເປັນອັນດັບທີ່ສອງຮອງຈາກ ກິລາບານບ້ວງ! ທີ່ຈິງກະຫາກໍ່ຈິງຈັງກັບການລອຍນ້ຳ ຕອນມາເຮັດວຽກຢູ່ວຽງນີ້ລະ, ແຕ່ພວກເຮົາຕ້ອງຮູ້ຈັກການລອຍໃຫ້ຖືກວິທີ! ທ່າລອຍນ້ຳ ທີ່ເຮົາຈະບໍ່ເມື່ອຍໄວ ແລະ ເຮັດໃຫ້ທຸກພາກສ່ວນຂອງຮ່າງກາຍ ໄດ້ອອກແຮງໝົດແມ່ນ ທ່ານບຣິສໂຕກ! ຫຼື ທ່າກົບ ນັ້ນເອງ! ຖ້າບໍ່ຮູ້ ສາມາດກົດເຂົ້າໄປ ເບິ່ງທີ່ http://www.youtube.com/watch?v=T2YN3irK1N8 ໄດ້ເລີຍ! ຜູ້ຂຽນເອງກະຮຽນເອົາຈາກ ຢູ່ທູບນີ້ລະ ບໍ່ໄດ້ໄປຈ້າງອາຈານທາງໃດໃຫ້ເສຍເງິີນດ໋ອກ!

ເອົາລະນໍ້! ຫວັງວ່າ ວັນຈັນຈະເຮັດໃຫ້ທຸກຄົນກະປື້ກະປຳ ມີແຮງສູ້ກັບວຽກໄດ້! 

 

ແລ້ວເຈີກັນໃໝ່!

ເຮັດວຽກກ່ອນເດີ!

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 7, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 ຈົ່ງຊອກຫາສິ່ງທີ່ຍິ່ງໃຫຍ່ ໃນຕົນເອງ!!! 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ພາຍຫຼັງພັກທ່ຽງ, ກະອອກໄປກິນອາຫານທ່ຽງ ພໍດີໄດ້ເບິ່ງລາຍການ ໂທລະທັດ ຊອງ ສະບາຍດີ ຂອງໄທ, ເປັນທີ່ໜ້າຕື້ນຕັນໃຈ ທີ່ສຸດ ເມື່ອລາຍການໄດ້ນຳສະເໜີ ເລື່ອງລາວ ຂອງພໍ່ຄົນໜຶ່ງທີ່ເຂົ້າ ຕ້ອງໄດ້ລຽງດູ ລູກຊາຍພິການຂອງເຂົາ ແລະ ພໍ່ຄົນນີ້ໄດ້ເຮັດທຸກຢ່າງ ຕາມທີ່ລູກຊາຍຂອງລາວຝັນ....

ພໍ່ຂອງລາວໄດ້ ຮ່ວມເຮັດກິດຈະກຳຫຼາຍໆຢ່າງ ທີ່ລູກຊາຍລາວຝັນ ແລະ ຢາກຈະເຮັດ.... ຂ້າພະເຈົ້າ ຈົນນ້ຳຕາຊືມ ເມືອໄດ້ເບິ່ງວິດີໂອດັ່ງກ່າວ ທີ່ໄດ້ພິສູດໃຫ້ເຫັນວ່າ ຄວາມຮັກ ແມ່ນຍິ່ງໃຫຍ່ ເໜືອຄວາມບັນຍາຍ ແລະ ທຸກຢ່າງ ແມ່ນສາມາດເປັນໄປໄດ້..... ຫົວຂໍ້ທີ່ລູກຊາຍຂອງລາຍໄດ້ມານຳສະເໜີ ມີຊື່ວ່າ: ຂ້ອຍສາມາດເຮັດໄດ້ທຸກຢ່າງຜ່ານພໍ່ຂອງຂ້ອຍ!!!!

ກົດເບິ່ງວິດີໂອໄດ້ຂ້າງລຸ່ມ... ແລ້ວທ່ານຄດຈັ່ງໃດ?

http://www.youtube.com/watch?v=GRHxHapwirw&feature=related

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ມື້ວານນີ້, 29/6/2010, ທ້າທາຍ ແລະ ເພື່ອນຮ່ວມງານຫຼາຍໆຄົນຕ້ອງເສົ້າສະລົດໃຈກັບການຈາກໄປໂດຍບໍ່ມີວັນຈະກັບຄືນມາຂອງເພື່ອນຮ່ວມງານຂອງພວກເຮົາ, ອ້າຍຕູ່ ຫຼື ທ້າວ ກໍວິເສດ ໃນໄວພຽງ ສາມສິບກວ່າໆ. ເມື່ອຫວນຍ້ອນຄືນໄປ ປະມານ 5 ເດືອນກ່ອນ ຊາຍຄົນນີ້ ຍັງມີຄວາມສຸກ ແລະ ຍິ້ມແຍ້ມເບິກບານ ເພາະລູກຊາຍຄົນທຳອິດຂອງລາວຫາກໍ່ກຳເນີດ ແມ້ນວ່າລາວຈະມີລູກສາວຢູ່ແລ້ວ 2 ຄົນ, ແຕ່ການໄດ້ລູກຊາຍເຮັດໃຫ້ຜູ້ເປັນພໍ່ແມ່ ດີໃຈເປັນຢ່າງຍິງ... ອ້າຍຕູ່ ເປັນຄົນລ່າເລີງ ແລະແຂງແຮງ ແລະເປັນຄົນມີນ້ຳໃຈ. ເຖີງວ່າຕ່ຳແໜງຂອງລາວຈະເປັນພຽງຄົນຂັບລົດ ແຕ່ທຸກຄົນໃນຫ້ອງການພວກເຮົາ ກະນັບຖືລາວ.

ທ້າທາຍເອງແມ່ນມີຄວາມຜູກພັນກັບອ້າຍຕູ່ເປັນພິເສດ ເພາະມັກອອກໄປຕ່າງແຂວງນຳກັນເລື່ອຍໆ ແລະ ກະມັນເລົ່າເລື່ອງລາວຊີວິດໃຫ້ກັນຟັງ, ສີິ່ງນີ້ ຍິ່ງເຮັດໃຫ້ຂ້ອຍຄິດຮອດຊາຍຄົນນີ້ ແລະ ຮູ້ສຶກເສຍດາຍ ທີ່ຕ້ອງສູນເສຍພະນັກງານທີດີ ແລະ ດຸໝັ່ນຄືລາວ.

ຈື້ໄດ້ວ່າ ມື້ສຸດທ້າຍທີ່ໄດ້ໂອລົມກັບອ້າຍຕູ່ ແມ່ນວັນສຸກ 18/6/2010, ລາວຂັບລົດໄປສ່ົງ ທັງສອງເຮົາຍັງໄດ້ໂອ້ລົມກັນ, ອ້າຍຕູ້ເປັນຄົນທີ່ຮັກຄອບຄົວ ທີ່ສຸດ, ລາວອາໄສຢູ່ບ້ານໜອງພະຍາ, ມີລູກສາວສອງຄົນ ແລະ ລູກຊາຍໜຶ່ງຄົນ, ທຸກໆເຊົ້າລາວຕ້ອງຂີ່ລົດຈັກຮອນດາ50 ຄູ່ໃຈ ຂອງລາວມາວຽກ, ແລະທຸກໆມື້ ທີ່ມາວຽກ ຂ້ອຍກໍ່ຈະເຫັນລາວຮັກສາຄວາມສະອາດ ລົດທີ່ລາວຂັບ ແລະ ທັກທາຍກັນເປັນປະຈຳ. ໃນມື້ວັນສຸກນັ້ນ, ອ້າຍຕູ່ຍັງໄດ້ ໂອ້ລົມໃຫ້ຟັງວ່າ ອີຕົນລູກ ແລະ ຢາກເປຍຫວຍ ເພື່ອໄປຊື້ລົດເກງເກົາມືສອງ ມື ສາມ, ຄັນເງິນບໍ່ພໍກະຊິໄດ້ຍືມ ປ້າຍືມລຸງ ໃສ່. ເພາະວ່າລູກກະຍັງນ້ອຍ ຖ້າຊ້ອນລົດຈັກກັນຫຼາຍຄົນອາດເປັນອັນຕະລາຍ.... ຂ້ອຍຍັງຈຳຄຳເວົ້າທຸກຄຳຂອງລາວໄດ້ດີ, ແລະ ກະຄຶດໃນໃຈວ່າ ອ້າຍຕູ່ຈະສາມາດສ້າງຝັນຂອງລາວ ແລະ ເພື່ອຄອບຄົວຂອງລາວໄດ້ຢ່າງແນ່ນອນ.

ແຕ່ດັ່ງທີ່ຫຼາຍຄົນເວົ້າ, ຊີວິດ ມັນອານິຈັງ ແລະ ຄວາມຕາຍແມ່ນແຂນຄໍທຸກບາດຍ່າງ. ຕື່ນເຊົ້າວັນຈັນ ທີ 21/6/2010, ພໍເຂົ້າມາຮອດຫ້ອງການ, ເພື່ອນຮ່ວມງານທີ່ຢູ່ຕ້ອນຮັບໄດ້ເວົ້າສູ່ຟັງວ່າ ດຽວນີ້ ອ້າຍຕູ່ກາຍເປັນເຈົ້າຊາຍນິທາໄປແລ້ວ.... ຄຳເວົ້ານີ້ ເຮັດໃຫ້ຂ້ອຍຕ້ອງຂວັນລຸກວາບ, ເພາະຫາກໍ່ເຫັນໜ້າກັນມືວານ ແລະ ໂອລົມກັນ.

ເມື່ອໄດ້ຮັບຟັງເລື່ອງປາຍສາເຫດຈິ່ງໄດ້ຮູ້ວ່າ

ວັນອາທິດ 20/6/2010, ອ້າຍຕູ່ໄດ້ໄປຢາມບ້ານໝູ່ທີ່ເປັນເພື່ອນຮ່ວມງານນຳກັນນີ້ລະ, ພວກເຂົາກະມີການຊຸມແຊວກັນແດ່ ຕາມພາສາ ຊົມລົມໂຊເຟີ...​ແຕ່ກະບໍ່ໄດ້ກິນຫຼາຍ ເພາະຕ້ອງໄດ້ເຂົ້າການແຕ່ເຊົ້າໃນວັນຈັນ.... ປະມານ 11 ໂມງຄ່ຳ, ອ້າຍຕູ່ ກະຂອບກັບບ້ານ ຈາກແຖວ ດອນກອຍ ຕາມເສັ້ນທາງ ໄອເຕັກ ເພື່ອຈະຕັດໄປສູ່ເສັ້ນທາງ ສີ່ແຍກ ວິທະຍາໄລ ລາວ-ອາເມລິກາ ແລ້ວກໍ່ຈະຂີ່ໄປຕາມທາງຫຼັກຫາເພື່ອກັບບ້ານທີ່ໜອງພະຍາ ເຊີງເປັນໄລຍະທາງໄກສົມຄວນ, ເຊີງເປັນເສັ້ນທາງທີ່ ອ້າຍຕູ່ທຽວເປັນປະຈຳ....

ລົດຈັກຄູ່ຊີບ ຮອນດາ 50, ກະພາອ້າຍຕູ່ໄປຕາມທາງ, ແຕ່ຍ້ອນເວນກຳ ຫຼື ອີຫຍັງກະຊ່າງ, ອອກຈາກແຖວດອນກອຍມາບໍ່ພໍເທົ່າໃດ, ມີໄວຫຼຸ້ນ ຂີ່ລົດວີໂກຊິ່ງມາຍ່າງໄວ ຕາມເສັ້ນທາງໄອເຕັກໄດ້ມາຊົນເຂົ້າທາງຫຼັງລົດອ້າຍຕູ່, ເຮັດໃຫ້ຊາຍທີ່ກຳລັງຈະກັບບ້ານ ຕ້ອງໄດ້ຮັບບາດເຈັບຢ່າງສາຫັດ, ສະໝອງຂອງລວມບວມ, ແຂນ, ຂາ ແລະ ດຸູກຂ້າງຫັກ.... ລາວຖືກນຳສົ່ງໄປ ໂຮງໝໍເສດຖາ ເພື່ອຮັບການຮັກສາເບື່ອງຕົ້ນ ແຕ່ເບີ່ງອາການ ແລ້ວແມ່ນໜັກຫຼາຍ.... ທ່ານໝໍຊ່ວຍຢ່າງສຸດຂີດ, ເນື່ອງຈາກອາການທີ່ຮ້າຍແຮງ,​ ຮ່າງກາຍຂອງອ້າຍຕູ່ແມ່ນບໍ່ສາມາດເຄື່ອນຍ້າຍເພື່ອຈະໄປຮັບການຮັກສາທີ່ໜອງຄາຍ ຫຼື ອຸດອນໄດ້. ສິ່ງທີ່ຍັງເຫຼືອກະແມ່ນໄດ້ສົ່ງຕໍ່ໃຫ້ ທາງໂຮງໝໍມິດຕະພາບ ຫຼື ໂຮງໝໍ 150 ຕຽງ ທີ່ເພີ່ນຊ່ຽວຊານ ເລື່ອງອຸປະຕິເຫດ ແລະ ກະດຸກ.

ພໍຮູ້ຂ່າວ, ເພື່ອນຮ່ວມງານຫຼາຍຄົນ ກະລະດົມເງິນກັນ ເພື່ອຊ່ວຍເຫຼື່ອຄອບຄົວຂອງອ້າຍຕູ່ ດ້ວຍຄວາມຮັກ ແລະ ຄວາມຫ່ວງໃຍ. ທຸກຄົນທີ່ໄປຢາມ ແມ່ນຕ້ອງນ້ຳຕາພໍເບົ້າ ເພາະຮ່າງກາຍທີ່ບອບຊ້ຳ ແມ່ນບໍ່ສາມາດບອກໄດ້ວ່ານັ້ນແມ່ນອ້າຍຕູ່... ແຕ່ລະຄົນກະໄປກະຊິບໃສ່ຫູຊາຍທີ່ນອນນິທາ ເພື່ອໃຫ້ລາວມີກຳລັງໃຈ ແລະ ຕໍ່ສູ່ກັບຄວາມເຈັບປວດນັ້ນໃຫ້ໄດ້ ເພື່ອລູກ ແລະ ຄອບຄົວຂອງລາວ.... ສັງເກດເຫັນນ້ຳຕາ ແມ່ນຍ້ອຍຊືມອອກສອງຂ້າງແກ້ມຂອງລາວ... ຄິດວ່າລາວຄົງຈະໄດ້ຍິນ ແລະ ເສຍໃຈໃຫ້ກັບຊີວິດທີຕ້ອງພາດ ແລະ ເປັນການພາດ ທີ່ບໍ່ສາມາດເອົາກັບຄືນມາໄດ້.

ອ້າຍຕູ່ ຕ້ອງນອນຕໍ່ສູ່ກັບຄວາມເຈັບປວດ ແຕ່ວັນທີ 20-28/6/2010, ລາວມີອາການດີຂຶ້ື້ນຕອນ ສາມສີ່ມື້ຫຼັງ ແຕ່ມື້ວານນີ້ ທຸກອາໄວຍະວະຂອງລາວ ແມ່ນບໍ່ຕອບສະໜອງ ແລະ ໃນທີ່ສຸດຜູ້ເປັນມາດາ ແລະ ເມຍ ພ້ອມຍາດຕິພີ່ນ້ອງ ກໍ່ຕັດສິນໃຈ ໃຫ້ອ້າຍຕູ່ໄດ້ນອນຢ່າງສະຫງົບ ເມື່ອທ່ານໝໍໄດ້ປົດທໍ່ອົກຊີ... ແລ້ວ ກໍ່ເຫຼື່ອແຕ່ຮ່າງທີ່ໄຮ້ວິນຍານ ທີ່ເປັນພຽງຄວາມຊົງຈຳໃຫ້ແກ່ຄອບຄົວ, ໝູ່ເພື່ອນ ແລະ ຍາດພີ່ນ້ອງ....

ແຕ່ສິ່ງທີ່ເຮັດໃຫ້ຂ້ອຍຕ້ອງເປັນຫ່ວງກໍ່ແມ່ນລູກທັງສາມ ທີ່ຕ້ອງເປັນພາລະໃຫ້ກັບເມຍຂອງລາວ... ໂດຍສະເພາະ ລູກຊາຍ ທີ່ຫາກໍ່ໄດ້ ຫ້າເດືອນຕ້ອງກາຍເປັນກຳພ້າພໍ່ເສຍແລ້ວ.......

 

ຊີວິດບໍ່ແມ່ນເລື່ອງທີ່ສາມາດກຳນົດໄດ້ ແຕ່ພວກເຮົາຈົ່ງເຮັດແຕ່ສິ່ງທີ່ດີນຳກັນ.....ຢ່າປ່ອຍໃຫ້ມັນສວາຍເກີນໄປ......

ຜູ້ທີ່ຂັບລົດໃຫຍ່ ລົດຈັກ ກະຄວນເຫັນໃຈເຊິ່ງກັນແລະກັນ.... ໄປຊ້າຫ້ານາທີ່ ດີກວ່າຈະເຮັດໃຫ້ເກີດອຸບັດຕິເຫດ ແລະ ເກີດຄວາມສູນເສຍທາງດ້ານວັດຖຸ ແລະ ຊີວິດ....

 

ອາໄລຮັກ ກໍວິເສດ