ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຂະນະທີນັ່ງຂຽນບົດຄວາມນີ້ ແມ່ນຕອນເວລາ 22:22 ຂອງວັນອັງຄານ ທີ 21 ທັນວາ 2010... ຮູ້ສຶກເຊັງໆ ກະເລີຍ ນັ່ງຂຽນບົດຄວາມນີ້ໃຫ້ຫາຍອຸກໃຈ.

ບົດເລື້ອຍເປື່ອຍ ບົດທຳອິດຈະຂຽນນີ້ ແມ່ນເວົ້າເຖິງຄວາມຮູ້ສຶກ ຂອງການຟັງເພງ, ຕອນນີ້ຕົນເອງກໍ່ຟັງເພງ ພ້ອມກັບສອງມືພີມບົດຄວາມນີ້.... ບົດເພງ ຖືໄດ້ວ່າເປັນສິ່ງທີ່ຊ່ວຍໃຫ້ເຮົາບັນເທົາຄວາມຄຽດ ແລະ ມັນຍັງເປັນຢາກຳລັງໃຈອັນດີ, ແຕ່ວ່າການຟັງເພງທີ່ມີປະສິດທິພາບ ແລະ ໃຫ້ຄວາມຮູ້ສຶກໄດ້ດີ ຕ້ອງຕັ້ງໃຈຟັງ ເນື້ອໃນ ຂອງບົດເພງໃຫ້ລະອຽດ ແຕ່ຕົ້ນຈົນປາຍ... ການຟັງດ້ວຍຄວາມຕັ້ງໃຈ ແລະ ລອງນຶກພາບ ວ່າສົມມຸດບົດເພງນັ້ນເປັນຊີວິດຂອງເຮົາ ຈະເປັນແນວໃດ... ດັ່ງທີ່ປະຈຸບັນທີ່ກຳລັງຂຽນບົດນີ້ ກໍ່ຟັງເພງຫຼາຍໆເພງ ແຕ່ມາສະດຸດຢູ່ເພັງໜຶ່ງຊື່ວ່າ ທຸກຫ້ານາທີ ຂອງອາລຸນນາ... ຟັງເພງນີ້ ແລ້ວ ກະເປັນສິ່ງທີ່ເຮັດໃຫ້ຕົນເອງຮູ້ສຶກວ່າ ເອີ!! ບາງຄັ້ງ ກະເຮັດໃຫ້ຕົນເອງ ເມືອຄັ້ງທີ່ມີຮັກຄັ້ງແລກ ອັນເຮັດໃຫ້ຕົນເອງ ຮູ້ສຶກວ່າ ເອີ!! ຄວາມຮັກນີ້ ບາງຄັ້ງກະເຮັດໃຫ້ຄົນເຮົາເຮັດໃນສິ່ງທີ່ຄິດວ່າເຮັດບໍ່ໄດ້... ການຄິດຮອດບາງຄົນ ທີ່ເຮົາຫາກໍ່ຮູ້ຈັກ ແລະ ຍິງໄດ້ເຫັນເຂົາຄົນນັ້ນ ແບບວ່າ ລັກເບິ່ງລັກແຍງ ຍິ່ງເຮັດໃຫ້ມີຄວາມສຸກ ແລະ ຮູ້ສຶກວ່າມັນມີຄວາມຕື່ນເຕັ້ນ.. ກະບໍ່ຮູ້ວ່າຫຼາຍໆຄົນທີ່ມາອ່ານບົດຄວາມນີ້ ຈະຮູ້ສຶກຄືກັນຫຼື ບໍ່.... ແຕ່ສຶື່ງໜຶ່ງທີ່ຫຼາຍຄົນອາດຈະເປັນນັ້ນກະຄື ເວລາທີຢູ່ໃກ້ກັບຄົນ ທີ່ເຈົ້າແອບຮັກ ເຈົ້າຈະມີລັກສະນະ ນ້ຳຖ້ວມປາກ ຕື່ນເຕັ້ນ ແລະ ເຮັັດຜິດເຮັດຖືກ... ແບບຕອນທ້າຍຂອງບົດເພງ ທີ່ວ່າ the five minutes you have gone is so long ຂອງອາລຸນນາ....

ຕໍ່ດ້ວຍບົດເພງຂອງ ນັກຮ້ອງຊາຍ ກີມມີ... ບໍ່ຈືຊື່ເພງ ແຕ່ວາຮູ້ສຶກວ່າ ບົດເພງນີ້ ມັນຕໍ່ມາຈາກເພັງຂອງອາລູນາ .. ເນື້ອເພງວັກໜຶ່ງ ຮ້້ອງວ່າ... ສູບລົມຫາຍໃຈເຂົ້າອອກ ໃຫ້ມັນຊືມຊັບເຂົ້າໄປ ທຸກຄັ້ງທີ່ເຈົ້າຫາຍໃຈ ຈະໄດ້ຊືມຊັບ..... ປະມານນີ້ລະ... ແລະມີວັກໜຶ້ງກະເວົ້າວ່າ ຈາກຫ້ານາທີ ໃຈມັນກະສັບສົນວຸ້ນວາຍ.... ສົງໄສວ່າ ຜູ້ແຕ່ງເພັງຄົນດຽວກັນ... ແຕ່ທີມັກທີ່ສຸດແມ່ນວັກທີ່ ວ່າ ຝາກຄວາມຫ່ວງຫວງ ຄວາມຫ່ວງໃຍ  ຝາກລົມຫາຍໃຈ ຝາກຄວາມຮັກ.... ຟັງແລ້ວຊຶ້ງດີ

ເພງຕໍ່ມາກະແມ່ນ ໜ໊າຮັກ ຂອງຢູ່ນິຄອນ... ເອີຟັງເພງນີ້ ຍິ່ງເຮັດໃຫ້ຕົນເອງລັກແອບຍີ້ມ ໂດຍສະເພາະເວລານຶກພາບ ຫາກວ່າຕົນເອງ ຮ້ອງເພງນີ້ໃຫ້ກັບຍິງທີ່ຕົນເອງແອບຮັກ ບໍ່ຮູ້ວ່າຈະມີສີໜ້າແນວໃດ... ເປັນບົດເພງທີ່ຈະຫວະແບບມັນໆ ໂຍກແອວຕາມຈັ່ງຫວະກອງໄດ້ດີ.... ອັນນີ້ລະນໍເພີ່ນວ່າການແອບຮັກດີໆ ນີ້ກະເຮັດໃຫ້ຊີວິດຂອງເຮົາສົດຊື່ນໄດ້ ຫຼື ອາດຈະເປັນບ້າໆ ບໍໆ ເພາະຄິດຮອດໜ້າຄົນໆນັ້ນ ດັ່ງທີ່ບົດເພງໄດ້ພັນລະນາ..... ທີ່ຈິງແລ້ວທຸກໆ ຄົນແມ່ນມີຄວາມໜ້າຮັກໃນຕົວ ແລະ ມີສະເໜ ທ່ີ່ສາມາດຈະສະແດງອອກ ໃຫ້ຄົນອື່ນເຫັນ.. ເຊັ່ນວ່າ ຕົນເອງນີ້ກະບໍ່ຫຼໍ່ດອກ ແຕ່ວ່າກະໜ້າຮັກໄປແບບວ່າ ຕ້ອງໄດ້ໃຊ້ເວລາເບິ່ງດົນໆ ຮະຮະຮະຮະຮ ຮີວໆໆໆໆໆໆໆໆ ຈັ່ງແມ່ນນໍ້!!!!! ເພິ່ນວ່າຄົນງາມ ແລະ ໜ້າຮັກ ນີ້ສ່ວນຫຼາຍມັກມີຄົນຈອງ ແຕ່ບາງຄັ້ງກະບໍ່ມີເພາະ ຜູ້ໃດກະຄິດວ່າລາວຄືຊືມ່ີແຟນເພາະວ່າງາມ ແລະ ໜ້າຮັກປານນັ້ນ... ສະນັ້ນ, ເຮົາຕ້ອງຖາມໂລດ ຖ້າລາວບໍ່ມີກະຕ້ອງຢືນໃບສະໝັກ ຫຼື ວ່າຖ້າວ່າລາວມີແລ້ວ ກະຢືນໃບສະໜັກສຳຮອງ ເພື່ອວ່າມີການປ່ຽນແປງ ເຮົາອາດມີໂອກາດຖືກຄັດເລືອກ...ເອີ!!! ເພງກະພໍດີຈົບ

ຈະຫວັງມັນໆ ຂອງເພງໄທກະເລີ່ມ, ເພງຂອງພົງສິດຄຳພີ ຊື່ວ່າຫຍັງຕົນເອງນີ້ ກະລືມອີກແລ້ວ ສົງໄສມື້ນີ້ສະໝອງ ເຮັດວຽກບໍ່ດີ... ແຕ່ວາບົດເພງນີ້ຄິດວ່າຫຼາຍໆ ຄົນນີ້ຄົງຈະຮູ້ດີ... ເນື້ອໃນຂອງບົດເພງແມ່ນພັນລະນາ ກຽວກັບຄອບຄົວໜຶ່ງທີ່ມີລູກຊາຍເປັນລູກແກ້ວດວງຕາ ທີ່ທັງພໍ່ແລະແມ່ ກໍ່ຝາກຄວາມຫວັງ ແລະ ເຮັດທຸກຢາກເພື່ອໃຫ້ລູກຂອງຕົນໄດ້ຮຳຮຽນ ໃຫ້ມີອະນາ ຄົດດີ ແລະ ກ້າວໜ້າ... ເດັກຊາຍຄົນນີ້ ເປັນຄົນດີ ແລະ ເປັນທີ່ຮູ້ຈັກໃນນາມ ຊາຍດີ ປະຈຳຊອຍ... ແຕ່ວ່າເຫດບໍ່ຄາດຄິດກໍ່່ເກີດກັບຄອບຄົວ ເມື່ອ ເດັກຊາຍຄົນນີ້ ຖືກຂ້າຕາຍຍ້ອນການເຂົ້າໃຈຜິດຂອງນັກເລງ... ເຮັດໃຫ້ຄອບຄົວຂອງເດັກຊາຍ ຕ້ອງແຕກສະລາຍ ແລະ ໝົດສິ້ນຄວາມຫວັງ.... ອັນນີ້ ກະເປັນສິ່ງໜຶ່ງ ທີເຮົາຄວນຮຽນຮູ້ເອົາວ່າ ຊີວິດຂອງເຮົາມີຄ່າ ບໍ່ພຽງແຕ່ຕົວເຮົາເອງ ແຕ່ວ່າ ຍັງມີຄົນອ້ອມຂ້າງທີ່ເຮົາມີຄວາມສຳຄັນ ຕໍ່ພວກເຂົາ ... ນັ້ນແລະ ເຮົາເອງຄວນເຮັດໃຫ້ຕົນເອງມີຄ່າ...

ໝົດເພງເສົ້າ, ແຕ່ພັດຍັງມີເພງປະກອບລະຄອນໄທ ເພງຊື່ວ່າ ຜ້າກາສາ.... ເປັນການພັນລະນາຄວາມຮັກ ຂ້າມຊາດ ຂອງຍິງສາວ ເມື່ອຄົນຮັກ ຈະເຂົ້າບວດ ແລ້ວຍິ່ງຮັກໄດ້ນຳເອົາຜ້າກາສາມາໂມທະນາໃຫ້ກັບຄົນຮັກ ຂອງຕົນ ພ້ອມຄຳອາທິຖານຂໍໃຫ້ຮັກ ຂອງພວກເຂົາໝັ້ນຄົງ ບໍ່ພຽງຊາດນີ້ ແຕ່ ວ່າຫຼາຍໆຊາດຕໍ່ໄປ.... ເອີ!!! ຈັກວ່າຊິມີຈັກຊາດຮູ້ນໍ້... ເປັນອັນວ່າ ຖ້າມີເວລາກະລອງໄປຟັງເບິ່ງເດີ!!! ເພາະວ່າບົດເພງແມ່ນອອນຊອນດີ... ບົດເພງຍັງມີການສາບານຕໍ່ກັບແມ່ນ້ຳຂອງອີກ... ກະເປັນແບບໂຣແມນຕິກ ຂອງຄຳວ່າສັນຍາຮັກ

ມາຮອດເພງລາວອີກຄັ້ງ ຂອງທົດສະກັນ ຄືຊິແມ່ນຊື່ວ່າ ນອນບໍ່ຫຼັບນີ້ລະ...ເປັນນັກຮ້ອງທີ່ມີສຽງເປັນເອກະລັກ ແລະ ສະເໜໃນຕົວ... ເພິ່ນພັນລະນາ ຄວາມຮັກຈອມປອມຂອງຍິງງາມທີ່ ມາເຮັດທຳທ່າຮັກ ແລ້ວກໍ່ຈາກໄປ ຈົ່ງໄວ້ແຕ່ຄວາມຊົງຈຳ ແລະ ພາບຄວາມລຶກຊື້ງໃຫ້ກັບຊາຍ.... ເພິ່ນກະເວົ້າສະຖານທີ່ຫຼາຍບ່ອນທີ່ຕອນຍັງຮັກກັນ. ບໍ່ວ່າຈະໄປຫຼີ້ນ ກິນເຂົ້າທີ່ໄອເຕັກ.. ໄປເຮັດບຸນຢູ່ວັດສືເມືອງ ແລະ ຫຼາຍບ່ອນ... ທີ່ຈິ່ງແລ້ວບົດເພງລາວນີ້ແມ່ນມີເນື້ອຄວາມທີ່ລືກຊື້ງດີ..... ແຕ່ທີ່ເປັນຕາອີຕົນຂອງບົດເພງນີ້ ແມ່ນຝ່າຍຊາຍແມ່ນຮ້ອງໄຫ້ຈົນໝອນປຽກ ເວລາທີ່ຄິດຮອດຄົນຮັກຂອງລາວ... ຜູ້ໃດອີຕົນລາວກະໄປປອບໃຈລາວແດ່ທ້ອນ!!!!

ມາປ່ຽນອາລົມຟັງເພງອັງກິດ ຊື່ວ່າ Long Time, ຂອງ Blue ທີ່ຈິງກະບໍ່ເກັງພາສາ ປານໃດ ແຕ່ວ່າ ເນື່ອເພງນີກະແມ່ນພັນລະນາ ເຖິງຄົນຮັກທີ່ບໍ່ໄດ້ເຫັນກັນດົນໆໆໆ, ລາວກະຄິດຮອດຄົນຮັກ ແລະ ຢາກຢູ່ກັບລາວດົນໆໆ ກະເລີຍບັນເລງເປັນເພງ ມີບາງຕອນເພີ່ນຮ້ອງວ່າ It gonna be long long time, I will be with you again to see your smile...... It gonna be long long time to hold you with my arm until the night....it gonna be long long time.....ມັນກະຄືຊິດີຖ້າໄດ້ພາສາອັງກິດ ເພາະບົດເພງຂອງເຂົາເຈົ້າແມ່ນມີສະຕາຍຕ່າງອີກແບບ

ຢາກເກີນຈະອະທິບາຍ ຄວາມໃນໃຈ... ເຫດໃດຈືງຄິດເຫັນເຂົາ ຢູ່ທຸກວັນ..... ເປັນວັກຕົ້ນຂອງບົດເພງນັກຮ້ອງຊື່ວ່າ ຕຸ໋ຍ....ບົດເພງນີ້ກະເວົ້າເຖິງການແອບຮັກອີກແລ້ວ....ເພີ່ນກະລັກແອບຮັກ ທັງຂໍວອນໃຫ້ເດືອນໃຫ້ດາວ ສົ່ງຮັກໄປໃຫ້ຍິງຄົນນັ້ນ.... ຂ້ອຍວ່າໂທລະສັບຫາເລີຍລາວຊິບໍ່ດີກວ່າບໍ່..... ຮະຮະຮະຮະ ເອີ! ແຕ່ມັນກະຊື້ງດີໄດບົດເພງນີ້.... ດຽວຂໍຢຸດຂຽນ ຕັ້ງໃຈຟັງເພງນີ້ຈັກບາດເດີ!!!!! ບອກວ່າຂ້າຮັກ ຄິດເຖິງ ຫ່ວງໃຍເຂົາເຫຼືອເກີນ!!! ນາໆໆ ນາໆໆໆ ນາ ໆໆໆໆ!!!!!! ຈົບ

ຈາກນີ້ກະມາຟັງເພງເບົາ ສະຕາຍໄທທະນາວຸດ...ຊື່ວາ ໄຊ້ເລີຍ... ແປລາວກະຊືແມ່ນ ແມ່ນເລີຍ!!! ເພງນີ້ ຄັກທີ່ຈະຮ້ອງໃສ່ຍິງຢູ່ໃນສະເປັກ ຂອງຕົນເອງ... ຮ້ອງເພງນີ້ໃສ່ສາວໆຮັບຮ້ອງວ່າ ໄຊ້ເລີຍ!!! ຄືຄົນນີ້ເລີຍ... ຕ້ອງສວຍຂະໜາດນັ້ນ ຕ້ອງຫວານຂະໜາດນີ້... ຢາຫວານໄປກວ່ານັ້ນ ຢາກສວຍໄປກວ່ານີ້ ທໍໍ່ນີ້ພໍແລ້ວ ວ່າຊັ້ນບົດເພງເພິນພັນລະນາ... ອັນນີຂ້ອຍວ່າ ກະດີແຕ່ວ່າບາດວ່າລາວຕຸ້ຍອອກ ໃນອະນາຄົດບໍ່ຮູ້ວ່າຊີຍັງຮ້ອງເພງ ໄຊ້ເລີຍ ຫຼືວ່າ ຊິຮ້ອງ ວ່າ ໄປເລີຍ!!!!​ຮະຮະຮຮະຮະ ສະຫຼຸບວ່າພໍດີ ກັບໃຈສັ້ນເລີຍ!!! ໄຊ້ເລີຍ!!! ແມ່ນເລີຍ!!! ນາໆໆໆໆ ໂອໂຮໆໆໆໆ ... ໄຊ້ເລີຍ!!!

ຍັງຢູ່ກັບເພງໄທ.... ເພງນີ້ກະເວົ້າເລື່ອງການເຮັດບາງຢາງໃຫ້ກັບອີກຄົນ ໂດຍມີເຫດຜົນທີ່ວ່າ ຮັກ ມາເປັນສິ່ງບັນດານ.... ເພາະວ່າຄົນຮັກ ສາມາດເຮັດໃຫ້ຄົນໜຶ່ງສາມາດເຮັດໃນສຶ່ງ ທີ່ຕົນເອງຄິດວ່າຈະເຮັດໃຫ້ຄົນທີ່ເຮົາແອບຮັກມີຄວາມສຸກ ... ມີຕອນໜຶ່ງຮ້ອງວ່າ ການທີ່ວ່າໃຄຄົນໜື່ງຈະທຳອະໄລດີໆ ໃຫ້ກັບໄຄສັກຄົນ ... ມັນຕ້ອງມີອະໄລໆໆໆ ດີໆ ສັກຢາງ ແລະ ເຫດຜົນນັ້ນກະຄືຄວາມຮັກ..... ຈັ່ງແມ່ນນໍ ອັນຄວາມຮັກ.... ບອກເລີຍເຫດຜົນຂອງສັ້ນຄືຄວາມຮັກ... ເທີຍັງໄມ້ລັກ ກໍ່ໄມ້ຕ້ອງໜັກໃຈ.........................

ໂອ!!​ຂຽນໄປຂຽນມາ ເບິ່ງໂມງກະແມ່ນ  23: 14 ເກືອບຊົ່ວໂມງແລ້ວ...ແຕ່ພໍດີມາຮອດເພງຕົນເອງມັກ..... ຊົມຊານ ຂອງໂລໂຊ ...ແມ່ນວ່າລາວຫາກະມາແກ້ເສື້່ອໂຊວ່າງເດືອນແລ້ວ ຢູ່ສະໜາມກິລາ ສະຕາ .... ບົດເພງນີ້ຖືວ່າເປັນບົດເພງສະຕາຍ ມັນໆເບົາ... ຮັກແບບຊົມຊານ ເຕັ້ນດີດໄດ້ເບົາ...ເພງນີ້ສາງຄວາມກ້າວ່າ ຢາກເດີນເຂົ້າໄປບອກວ່າຮັກເທີ ເວລາທີ່ເຈີ ທີເທີສົ່ງຍີ້ມມາ.... ອັນນີ້ລະນໍ້ເພິ່ນວ່າ ສະດຸດຮັກ...... ໂລກນີ້ຖ້າຂາດຮັກ ກະບໍຮູ້ວ່າຈະເປັນແນວໃດ... ດັ່ງນັ້ນແລະ ຈິ່ງເຫັນບົດເພງຫຼາຍໆ ຖືວ່າສ່ວນຫຼາຍ ຈະມີຄຳວ່າ ຮັກ ເກືອບທຸກເພງ.......  ຫາກເທີມີໃຈກະບອກກັນສັກໜອຍ!!!! ຢາໃຫ້ສັນຄອຍ ຄອຍເທີຢ່າງນີ້ ເລີຍ... ໃຫ້ຄອຍນານໆ ມັນຊົມຊານຮູ້ໄໝເອີຍ!!!​ຍິງເທີທຳເສີຍ ສັ້ນເອງຈະບ້າຕາຍ.............

ມາເອົາຈັ່ງຫວະເບົາເປັນອັງກິດອີກບາດ...ເພງນີ້ຂ້ອຍມັກຫຼາຍ.... Super Man (It is not easy).......ເປັນເພງໃຫ້ກຳລັງໃຈ ແລະ ຄວາມກ້າ... I can't stand to fly, I am not that naive, I am just out of to find,  the better part of me....... ແຕ່ວັກທ້າຍຂອງເພງກະຍັງເວົ້າວ່າການເປັນຄົນໆໜຶ່ງກະບໍ່ແມ່ນເລື່ອງງ່າຍ ດັ່ງຄຳທີ່ວ່າ  I am only a man in a funny red shirt, it is not easy, it is not easy to be me........

ມາຕໍ່ກັບບົດເພງຂອງ ອີນຄາ ນັກຮ້ອງໄທ...ທີ່ຈິງກະບໍ່ຮູ້ວ່າມັນມີເພງຫຍັງແດ່!! ເພາະວ່າ ເອົາມາເຂົ້າໂປແກມຟັງເພງລະກະປ່ອຍມັນຫຼີ້ນເອງ... ເພງຂອງອິນຄາບົດນີ້ ແມ່ນເວົ້າເຖິງຄວາມຮັກແທ້ ແລະ ເປັນຮັກທີ່ໃຫ້ໄດ້ແຕ່ຄົນດຽວ .... ລາວໄດ້ມອບຄວາມຮັກ ແບບວ່າ ເພາະຮັກແທ້ສັ້ນມີໄດ້ແຄ່ຄັ້ງດຽວ....... ກະເປັນຕາອີຕົນ ບາງຄັ້ງຮັກແທ້ ກະກິນບໍ່ໄດ້ ຫຼາຍສິງປັດໃຈພາຍນອກ ກະເຮັດໃຫ້ຄົນທີ່ມີຮັກແທ້ບໍ່ສາມາດເອົາຊະນະ ມີເງິນແທ້ໄດ້!!! ເວົ້າມາກະອີຕົນຕົວເອງຄືກັນ ເພາະວ່າ ເຮົາກະມີແຕ່ຮັກແທ້......ໂອຍ!!!!

ບາດນີ້ມາຟັງສະຕາຍລູກທົ່ງບ້ານນາ...ທີ່ຈິງການຟັງເພງທຳນອງນີ້ ແມ່ນມີຄວາມອ່ອນຊ້ອຍອອນຊອນ ແລະ ນຸ້ມນວນ.... ເພງນີຕົນເອງກະບໍ່ຮູ້ດອກ ແຕ່ວ່າລູກທຸ້ງເພງນີ້ແມ່ນຢາກຮູ້ວ່າ ຍິງສາວຄົນນັ້ນມີຄົນມາຄຽງຄູ່ຫຼືບໍ່ ຖ້າບໍ່ມີກະຢາກໄປຈີບ ແຕ່ວ່າ ອ້າຍບ່າວເພິ່ນບໍ່ກ້າຖາມ ຢ້ານວ່າຄຳຕອບແມ່ນວ່າ ຍິງສາວອາດມີເຈົ້າ ... ລາວ ກະແບບວ່າ ແອບຮັກອີກແລ້ວ!!!! ຈັ່ງແມ່ນນໍ້!!! ຄັນແມ່ນຂ້ອຍກະຊິຖາມໂລດລະ

ເພງລາວຂອງສາວຫຼວງພະບາງ, ໄທບ້ານດຽວກັບຕົນເອງນີ້ລະ ... ເພງຄອຍ ຂອງວົງຫຍັງນໍ!!! ວາຄືວ່າລືມວາ!!! ເອົາຄັນຮູ້ກະບອກຂ້ອຍແດ່....ອັນນີ້ແມ່ນເພງທີ່ສາວໆ ເພິ່ນມາຈົ່ມ ວ່າພືມພຳ ຫາຄົນຮັກຕົນ ທີ່ມາບອກຮັກ ລະໜີໄປ.... ສາວເຈົ້າກະຄິດຮອດສະຖານທີ່ຕ່າງທີ່ຊາຍຮັກເຄີຍພາໄປ...ເພິນກະບໍ່ເຄີຍຈະຄິດປ່ຽນໃຈ ແລະ ທີ່ສຳຄັນເບີໂທກະຍັງເປັນເບີເດີມ ແຕ່ວ່າຊາຍຮັກຄືບໍ່ໂທຫາ ແດ່... ສາວເຈົ້າຄ່ອຍແລ້ວ ຄອຍເລົາ ຈົນເດີກດື່ນ... ບາງເທື່ອ ກະຢືນຕາກຝົນຖ້າ ວ່າຊັ້ນ.... ສົມເດເນາະ ຄັນຮູ້ຝົນຊິຕົກ ກະເອົາຄັນຮົ່ມໄປນຳຕົວະ!!!!

ນ້ຳຕາທີ່ມັນໄຫຼ ອອກມາດ້ວຍຄວາມເສຍໃຈ ເມື່ອເຂົາໄປມີຄົນຮັກໃໝ່!!!!!!! ເປັນບົດເພງຈົມທຸກຈົມຍາກຂອງຝ່າຍຊາຍບາດນີ້... ເພງຂອງຢູນີຄອນ... ອັນນີ້ກະຜູ້ສາວຫຼາຍໃຈ ມາຕົວະ ແລ້ວໄປມີຮັກໃໝ່.... ອ້າຍຊາຍກະຕ້ອງໄດ້ຮ້ອງອອກໄປວ່າ ບອກວ່າພໍແລ້ວ!!!!! ລືມເຂົ້າສາວ່າຊັ້ນ!!!! ໃຫ້ມັນຈົບພຽງເທົານີ້ ໃຫ້ມັນຈົບພຽງເທົ່ານີ້ ພໍແລ້ວນ້ຳຕາໆໆໆໆໆໆໆໆໆໆໆໆໆ

ເວົ້າເລື່ອງຄວາມຮັກ ນີ້ ບາງຄົນກະຢາກມີຮັກແທ້ ພຽງໜຶ່ງດຽວ, ແຕ່ວ່າບາງຄົນກະແບບວ່າ ຮັກບໍ່ເຄີຍເຊົາ ແບບວ່າເປັນຄົນໃຈກວ້າງ ແລະ ຮັກສາມາດມອບໃຫ້ຫຼາຍໆຄົນ... ດັ່ງບົດເພັງຂອງສາວ ພັ້ນ.... ທີ່ເພີ່ນພັນລະນາ ເຖິງການທຸ້ມເທຄວາມຮັກ ແຕ່ວ່າຄົນຮັກກະແບບວ່າ ຫຼາຍໃຈ ຄວາມຮັກທີ່ລາວໃຫ້ນັ້ນບໍເຄີຍພໍ.... ແຕ່ສິ່ງທີ່ເຮັດໃຫ້ເປັນຕາອີຕົນນັ້ນກະແມ່ນຄວາມຊື່ຕົງ ແລະ ຮັກແທ້ ທີ່ລາວບໍ່ອາດລືມ!!! ວັກກິນໃຈ ກະແມ່ນ ... ຄົນຮັກກັນບໍ່ໜ້າຈະທຳໄດ້ລົງ...ຄວາມຊື່ຕົ່ງບໍ່ມີບາງເລີຍຫຼືໄດ໋!!!!!!!!  ແນວວ່າຫຼາຍໃຈ ຄືຊິສອນຍາກ....

ມາສົ່ງທ້າຍກັບບົດເພງ ຄົນລາວ ຄົນຈຶງໃຈ... ບົດເພງນີ້ໜ້າຈະມີຄວາມໝາຍ ແລະ ເປັນເພງລາວທີ່ດີ ກວ່ານີ້ ຫາກວ່າບໍ່ແມ່ນເພງໂຄສະນາເບຍ... ເພາະຮູ້ສຶກວ່າເປັນການສົງເສີມໃຫ້ກັນດືມເບຍມືນເມົາ... ໜ້າຈະຂຽນໃໝ່ ແບບນີ້...

ແຜນດິນນີ້ຄືລາວ   ແດນດີນແຫ່ງຄົນໃຈງາມ

ງາມແທ້ວັດທະນະທຳ  ເຮື່ອງຊືລືນາມເມືອງແຫ່ງຄວາມຈິງໃຈ

ພູມໃຈໃນຄວາມເປັນລາວ ເມືອງລາວອຸດົມເລື່ອງຫຼາຍ

ເຮົາເຮັດສິ່ງໃດ ເຮັດດ້ວຍຫົວໃຈ

ເຮົາພູມໃຈ ໃນຄວາມເປັນລາວ

ນ້ຳໃຈໃສຍິ່ງກວ່າແກ້ວ  ນ້ຳໃຈທີ່ບໍ່ມີວັນແຫ້ງຫາຍ

ເຖິງກາຍນ້ອຍ ແຕ່ຫົວໃຈຍິ່ງໃຫຍ່

ເຕັມໄປດ້ວນນ້ຳໃຈ ອັນຈິງໃຈຂອງຄົນລາວ....

 

ເອົາລະ ທຽງຄືນລະ......  ລາຕີສະຫວັດເດີ!!!

 

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 20, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 19, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ກ: ກໍ່ເລື່ອງໄດ້ທຸກເວລາ

ຂ: ຂີ້ຈົ່ມ, ຂີ້ປ້ອຍ, ຂີ້ດ່າ,

ຄ: ຄຽດງ່າຍ

ງ: ເງິນຈ່າຍບໍ່ມີວັນພໍ

ສ: ສຳອອຍຍາມຢາກໄດ້

ຊ: ຊາຍຂອງຂ້າໄຄຢ່າແຕະ....

ຍ: ຍາກຈະເຂົ້າໃຈ

ດ: ດີວັນດີຄືນ

ຕ: ຕ້ອງຊະນະ

ຖ: ຖຽງຄຳບໍ່ຕົກຟາກ

ທ: ທໍລະມານຜູ້ຊາຍ ດ້ວຍການຢົ້ວຢວນ

ນ: ນັກນິນທາຕົງຍົງ!!!!

ບ: ບໍ່ສົນຄົນຈົນ

ປ: ປາກບໍ່ຕົງກັບໃຈ

ຜ: ຜິດບໍ່ເຄີຍງໍ້....ເພາະວ່າຜູ້ຊາຍຕ້ອງງໍ້ຢ່າງດຽວ

ຝ: ຝັນບໍ່ເຄີຍເຊົາ

ພ: ພັດທະນາໄດ້ດີເລື່ອງໜ່ວຍຄວາມຈຳ...ຈື່ໄດ້ແຕ່ຕອນເກີດຈົນຮອດປະຈຸບັນ

ຟ: ຟ້ອນເປັນແຕ່ຈັ່ງຫວະ ບັສລົບ, ສາວຊຽງຂວາງ, ບໍ່ເຊື່ອໄປງານດອງລະສັງເກດເດີ...

ມ: ມັກປ່ຽນເຄື່ອງໃຊ້ຂອງສອຍ ເສື້ອຜ້າອາພອນ

ຢ: ຢາກບໍ່ເຊົາ... ກິນຈະຫຼອດ

ລ: ລະແວງສົງໄສ

ວ: ເລລາກິນຢ່າມາລົບກວນ...

ຫ: ໄຫ້ໄດ້ທຸກຍາມ

ອ: ອົກຫັກເປັນເລື່ອງໃຫຍ່

ຮ: ຮັກດຽວໃຈດຽວ....(ພິຈາລະນາເອົາເອງ)

ຂຽນເມື່ອ ຂຽນເມື່ອ: ທ.ວ.. 17, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ຂໍ້ຫ້າມ.... ຕະຫຼົກນີ້ຜູ້ທີ່ອາຍຸຕ່ຳກວ່າ 18 ປີ ຫ້າມອ່ານ...

,

,

,

,

,

,

,

ກະລຸນາກົດລົງອີກ

,

,

,

,

,

,

,

,

,

,

ອີກຈັກນອຍ

,

,

,

,

,

,

,

,

,

,

ຕັ້ງໃຈເບິ່ງເດີ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 17, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ທີ່ປົດທຸກໃນມື້ນີ້ ຕົນເອງຢາກນຳສະເໜີ ສະຖານທີ່ແຫ່ງໜຶ່ງ ທີ່ຫຼາຍໆ ຄົນຄົງຈະຮູ້ ແລະ ໄດ້ນຳໃຊ້ ແຕ່ວ່າ ບໍ່ຄອຍໄດ້ພາກັນໃສ່ໃຈວ່າ ມັນກະເປັນບ່ອນທີ່ສາມາດ ສະຫງົບ ສະຕິອາລົມ ແລະ ປົດທຸກໄດ້....

ຫຼາຍໆຄັ້ງ ຕົນເອງກະມັກໃຊ້ເປັນບ່ອນນັ່ງອ່ານໜັງສື, ອ່ານອີເມວ, ພັນລາວ..... ຮູ້ສຶກວ່າມັນເປັນບ່ອນທີໃຫ້ສະມາທິສົມຄວນ....

ບ່ອນທີ່ນຳສະເໜີນີ້ ກະແມ່ນຫ້ອງນ້ຳນັ້ນເອງ....

ເວລາທ່ານ ນັ່ງປົດທຸກ, ທ່ານສາມາດເຮັດກິດຈະກຳອື່ນໆ ໄປພ້ອມ, ຈະສົ່ງຂໍ້ຄວາມ ກະໄດ້, ຈະອ່ານໜັງສື ຫຼື ວ່າຈະເອົາຄອມໄປອອນລາຍ... ແຕ່ທີ່ສຳຄັນ ຊັກໂຄກ ຫຼື້ ວ່າໂຖສ້ວມ ຕ້ອງແມ່ນແບບນັ່ງເດີ... ຄັນແບບຢ໋ອງຢໍ້ ແມ່ນບໍ່ແນະນຳ ດຽວ ຕະຄີວກິນຂາ ແລ້ວຊິອອກຫ້ອງນ້ຳບໍ່ໄດ້....

ທີ່ຈິງ ລອງເຮັດເບິ່ງເດີ... ຮັບຮອງວ່າເປັນບ່ອນທີ່ປົດທຸກ ແລະ ສະຫງົບສະຕິໄດ້ດີ

 

ລອງມາຫຼາຍຄັ້ງແລ້ວ ສຳລັບຜູ້ກ່ຽວ

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2010 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສາມມື້ຫຼັງໄດ້ມີໂອກາດເຈີເພື່ອນສະໜິດ ທີ່ຮຽນມານຳກັນ ແຕ່ອານຸບານ ພຸ້ນລະ... ບໍ່ເຈີກັນດົນ ກະໄດ້ໃຊ້ເວລາ ໂອ້ລົມ ສາລະທຸກສຸກດິບ.... ເພື່ອນຄົນນັ້ນກໍ່ໄດ້ລົມຫຼາຍອັນຫຼາຍແນວ ທັງເລື່ອງວຽກເລື່ອງວ່າ ແລະ ທີ່ສຳຄັນ ແມ່ນເລື່ອງຄວາມຮັກ... ລາວກະແຕ່ງງານ ມີລູກຄົນໜຶ່ງ ແລ້ວ ແຕ່ວ່າຄອບຄົວລາວ ໂດຍສະເພະກັບຜູ້ເປັນເມຍ ແມ່ນມັກຜິດກັນຕະຫຼອດ ຈົນ ແບບວ່ານັບບໍ່ໄດ້...ບາງຄັ້ງກະຜິດຍ້ອນເມຍ ບາງທີ່ກະຍ້ອນລາວເອງ....

ແຕ່ທີ່ຂ້າພະເຈົ້າຈະເອົາມານຳສະເໜີ ແມ່ນເຫດຜົນທີ່ວ່າ ລາວຫຼາຍໃຈ ວ່າຍ້ອນຫຍັງ?

ຕາມທີ່ລາວເລົ່າສູ່ຟັງ, ລາວຮັກເມຍ ແລະ ລູກຫຼາຍ, ແຕ່ວ່າລາວກະງົງຕົວລາວເອງຄືກັນ ເພາະ ຫຼາຍໆ ຄັ້ງລາວກະມັກ ເຜີໃຈໃຫ້ກັບຍິງຄົນອື່ນ ເປັນຄັ້ງຄາວ.... ໂດຍສະເພາະແມ່ນເວລາ ທີ່ລາວມີປາກສຽງກັບເມຍຂອງລາວ ລະກະມີ ນຳສຸລາ ມາມອມໜ້ອຍໜຶ່ງ ຄວາມຮູ້ສຶກ ຈະຕິດຈັກເຂົ້າເກຍໜຶ່ງ ແລ້ວກະສົ່ງກະແສຈິດ ຫາສາວຄົນອື່ນໂລດ... ບາງຄັ້ງຜູ້ສາວ ກະເຮັດໃຫ້ລາວຮູ້ສຶກດີຈາກ ຄວາມອຸກອັ່ງໃຈ ເວລາທີ່ລາວໄດ້ໂອ້ລົມນຳ ສາວເຫຼົ່ານັ້ນ... ລາວເອງກະບໍ່ຢາກຈະນອກໃຈເມຍລາວດ໋ອກ, ເວົ້າແທ້ໆ ຈາກນ້ຳສຽງຂອງລາວ... ແຕ່ວ່າ ລາວເວົ້າວ່າ ຫົວໃຈດວງນ້ອຍໆຂອງລາວ ກະຢາກມີຄວາມສຸກ ແລະ ມີຄົນທີ່ເຂົ້າໃຈລາວ ເວລາເສົ້າເຫງົາຫງອຍຄືກັນ....

ເອີ!!​ຟັງເຫດຜົນເພື່ອນຄົນນີ້ເວົ້າມາ ກະເປັນຕາອີຕົນລາວຢູ່ ແຕ່ວ່າ ລາວກະຜິດຄືກັນທີ່ນອກໃຈເມຍລາວ... ແຕ່ວ່າບໍ່ຮູ້່ວ່າເມຍລາວຈະເຂົ້າໃຈຄວາມຮູ້ສຶກຂອງລາວໄດ້ດີຊຳໃດ... ເພາະວ່າ ລາວເປັນຄົນທີ່ຫາລ້ຽງຄອບຄົວ ແລະ ຕ້ອງໄດ້ເອົາໃຈເມຍລາວຢູ່ຕະຫຼອດເວລາ... ແບບວ່າເມຍຄຸມຫັ້ນນາ... ອອກບ້ານບໍ່ຮອດ 30 ນາທີ ກະໂທນຳ ໂທນຳ ...​ບາງເທືອ ໄປວຽກ ຄັນບໍ່ຮັບສາຍ ກັບບ້ານ ແມ່ນເປັນເລື່ອງໂລດ... ຟັງໄປຟັງມາ ເມຍລາວກະ ໂຄດໂຫດ....

ເພື່ອນຄົນນີ້ ລາວຍັງຢ້ຳວ່າ ແມ່ນວ່າລາວຈະໃຈແຜວໃຫ້ສາວອື່ນ ເປັນບາງຄັ້ງຄາວ ແຕ່ລາວກະຮັກ ເມຍສຸດທີຮັກຂອງລາວສະເໝີ...

ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ພາຍຫຼັງພັກທ່ຽງ, ກະອອກໄປກິນອາຫານທ່ຽງ ພໍດີໄດ້ເບິ່ງລາຍການ ໂທລະທັດ ຊອງ ສະບາຍດີ ຂອງໄທ, ເປັນທີ່ໜ້າຕື້ນຕັນໃຈ ທີ່ສຸດ ເມື່ອລາຍການໄດ້ນຳສະເໜີ ເລື່ອງລາວ ຂອງພໍ່ຄົນໜຶ່ງທີ່ເຂົ້າ ຕ້ອງໄດ້ລຽງດູ ລູກຊາຍພິການຂອງເຂົາ ແລະ ພໍ່ຄົນນີ້ໄດ້ເຮັດທຸກຢ່າງ ຕາມທີ່ລູກຊາຍຂອງລາວຝັນ....

ພໍ່ຂອງລາວໄດ້ ຮ່ວມເຮັດກິດຈະກຳຫຼາຍໆຢ່າງ ທີ່ລູກຊາຍລາວຝັນ ແລະ ຢາກຈະເຮັດ.... ຂ້າພະເຈົ້າ ຈົນນ້ຳຕາຊືມ ເມືອໄດ້ເບິ່ງວິດີໂອດັ່ງກ່າວ ທີ່ໄດ້ພິສູດໃຫ້ເຫັນວ່າ ຄວາມຮັກ ແມ່ນຍິ່ງໃຫຍ່ ເໜືອຄວາມບັນຍາຍ ແລະ ທຸກຢ່າງ ແມ່ນສາມາດເປັນໄປໄດ້..... ຫົວຂໍ້ທີ່ລູກຊາຍຂອງລາຍໄດ້ມານຳສະເໜີ ມີຊື່ວ່າ: ຂ້ອຍສາມາດເຮັດໄດ້ທຸກຢ່າງຜ່ານພໍ່ຂອງຂ້ອຍ!!!!

ກົດເບິ່ງວິດີໂອໄດ້ຂ້າງລຸ່ມ... ແລ້ວທ່ານຄດຈັ່ງໃດ?

http://www.youtube.com/watch?v=GRHxHapwirw&feature=related

ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ມື້ນີ, ວັນອາທິດ ທີ 5 ທັນວາ 2010, ອອກເຮືອນແຕ່ເຊົ້າ ຈາກເສັ້ນທາງທົ່ງສາງນາງ ມຸ້ງສູງທາງຕັດໄປ ໂພນຕ້ອງ.... ຫິວເຂົ້າແຮງ ພໍດີ ເຫັນຮ້ານບັນກວນ ແຄມທາງ ຕໍ່ໜ້າ ຮ້ານອາຫານດອກຮັກເພງລາວ, ກະເລີຍສວຍໂອກາດ ຢຸດກິນອາຫານເຊົ້າ, ຈອດລົດຈັກ ຈົກກະເປົາກວດກາວ່າມີ ໃບເດີນທາງບໍ່? ພໍດີມີຢູ່ ກະໄດ້ຈັ່ງຫວະນັ່ງຈັກ ສິບຫ້ານາທີ ກິນບັນກວນ. ຖາມເຈົ້າຂອງຮ້ານວາ ມີໄຂ່ໃສ່ບໍ່, ເພິ່ນວ່າມີ, ກະໄດ້ສັ່ງເອົາບັນກວນໃສ່ໄຂ່......

ທີ່ຈິງໄດ້ນຳສະເໜີບັນກວດຢູ່ສີສະຫວາດ ມາເທື່້ອໜຶ່ງທີ່ຖືວ່າເປັນຮ້ານທີ່ດັງຮ້ານໜຶ່ງ, ແຕ່ວ່າພໍໄດ້ມານັ່ງກິນ ຮ້ານນີ້ ທີ່ມີວິທີການເຮັດບັນກວນໃສ່ໄຂ່ ທີ່ຕ່າງຈາກ ຮ້ານນັ້ນ, ຈິ່ງຢາກເອົາມາແນະນຳໃຫ້ ເພື່ອນໆ ພັນລາວ ຖ້າ ມີໂອກາດກະລອງໄປ ຊີມກັນເດີ!!!! ເປັນການອຸດໜູນ ເສດຖະກິດຄົນລາວ ດ້ວຍກັນ!!!

ບັນກວນຮ້ານນີ້ ສູດໃສ່ໄຂ່ ເພີ່ນຈະຕີ ໃສກັບແປ້ງ ແລ້ວກໍ່ເອົາໄປໃສ່ໝໍເຮັດບັນກວນ ຄືກັບວິທີເຮັດບັນກວນປົກກະຕິ, ແຕ່ວ່າ ເພີ່ນຈະມີການເອົາໜາກຖົ່ວຫງອກ ແລະ ຜັກສອງສາມຢ່າງໃສ່ນຳ ທີເຫັນວ່າມີລົດຊາດ ແລະ ໃຫ້ຄວາມຫຼາກຫຼາຍ ກວ່າບັນກວນທຳມະດາ!!!! ເອົາລະບໍ່ຂໍອະທິບາຍ ຫຼາຍ, ເພາະວ່າ ຮູບຂ້າງລຸມ ຈະຊ່ວຍຕື່ມ....

 

ໝາຍເຫດ: ການກິນບັນກວນໃຫ້ແຊບ ຕ້ອງກິນຕອນຮ້ອນໆ ແລະ ກິນຕອນເຊົ້າ ເທົ່ານັ້ນ, ປະມານ 7-8 ໂມງເຊົ້າ ແມ່ນຄັກດີ!!

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ຄຳເຕືອນ: ເວລາອ່ານກະລຸນາ ອ່ານເປັນສຳນຽງ ຫຼວງພະບາງ..!!!!

 

ອ້າຍບ່າວຫຼວງພະບາງ ລົມສາວບໍ່ເກັ່ງປານໃດ,​ເວລາໄປຫາແຟນສາວ ແຕ່ລະຄັ້ງກະແມ່ນເຈີບັນຫາຕະຫຼອດ ເພາະບໍ່ຮູ້ວ່າຊິເອົາຫຍັງມາລົມ.... ແລະມື້ນີ້ກະເປັນອີກມື້ທີ່ທາງ ບ່າວຫຼວງພະບາງຄົນນີ້ຕ້ອງຄິດໜັກ ເພາະມາຢາມບ້ານແຟນສາວອີກຄັ້ງ,

ພໍມາຮອດບ້ານ ກະມານັ່ງຢູ່ກ້ອງຕາລ່າງເຮືອນ, ນັ່ງໄປດົນເຕີບ ກະໄດ້ ແຕ່ແນມເບິ່ງໜ້າກັນ ຈັກໜ້ອຍ ອ້າຍບ່າວ ກະເອີຍຂຶ້ນວ່າ!

ຜູ້ບ່າວ: ນ້ອງສະບາຍດີບໍ່?

ຜູ້ສາວ: ສະບາຍດີ!

 

ນັ່ງໄປດົນເຕີບ, ອ້າຍບ່າວກະເວົ້າຂຶ້ນອີກ

ຜູ້ບ່າວ: ນ້ອງກິນເຂົ້າລະວ່າ?

ຜູ້ສາວ: ກິນແລ້ວ,

 

ນັ່ງໄປດົນເຕີຍ, ກະເອີຍຂຶ້ນມາອີກ,

ຜູ້ບ່າວ: ກິນເຂົ້າກັບຫຍັງ?

ຜູ້ສາວ: ກັນກັບ ຈືນໄຂ່!!!

 

ນັ່ງໄປອີກ, ກະຄຶດຫຍັງບໍ່ອອກ ບໍ່ຮູ້ແນວ ຊິລົມ..... ບັງເອີ່ນຫຼຽວໄປທາງ ຫົວຂັ້ນໄດ ແລ້ວຈິ່ງເອີ່ຍຂຶ້ນ

ຜູ້ບ່າວ: ອັນນັ້ນແມ່ນເກີບໃຜ?

ຜູ້ສາວ: ເກີບພໍ່ນ້ອງ.

 

ພໍຜູ້ສາວຕອບມາບາດນີ້, ກະໝົດແນວ ຊິຕໍ່ ຜູ້ບ່າວກະຕ້ອງໄດ້ໃຊ້ຄວາມຄິດຢ່າງໜັກ, ສຸດທ້າຍກະສາມາດຖາມຕໍ່

ຜູ້ບ່າວ: ແມ່ນທັງສອງຫັ້ນບໍ່

ຜູ້ສາວ: ຊິໃຫ້ໃສ່ເກີບຂ້າງດຽວສະບໍ່?

 

ໂອຍ!!!!!!!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ສາມສ່ຽວມາຮຽນຢູ່ປະເທດ ອົດສະຕາລີນຳກັນ ກະມີລາວ, ຫວຽດ ກັບ ຈີນ..... ທັງສາມສະຫາຍນີ້ມັກຈະອວດນັ້ນອວດນີ້ ໃສ່ກັນຕະຫຼອດ.... ມາວັນໜຶ່ງທັງສາມສະຫາຍ ກະພາກັນໄປທ່ຽວສ່ວນສາທາລະນະ.... ໃກ້ໆກັບໂຮງຮຽນ.... ທັງສາມກະພາກັນໄປນັ່ງໃກ້ໆ ກັບແຄມບຶງ ແລະ ກະຕາມເຄີຍ ຍັງມີການໂມ້ ໃສ່ກັນຕະຫຼອດ.....

ສ່ຽວຈີນ: ບ້ານເຮົານີ້ ຈະເລີນຫຼາຍ ສາມາດຜະລິດໄດ້ທຸກຢ່າງ ລາຄາກະຖືກ.... ພໍເວົ້າສຸດເພິ່ນກະປົດເອົາໂມງໂຣເຣັກ (ຄືຊິແມ່ນຂອງເກ້) ມາໂຊ ແລະກະເອົາຖິ້ມລົງໜອງ ເພື່ອໂຊໝູ່ຫວຽດ ກັບ ລາວວ່າ ຕົນເອງລວຍ ....

ພໍສ່ຽວຈີນເອົາໂມງຖີ້ມລົງໜອງ, ອ້າຍສ່ຽວຫວຽດ ກະບໍ່ນ້ອຍໜ້າ, ຟ້າວລຸກໄປເອົາລົດຖີບຂອງຕົນມາ ແລ້ວ ກະໂຍນລົງໜອງທັງເວົ້າໂມ້ອີກ!

ສ່ຽວຫວຽດ: ບ້ານກູນີ້, ບໍ່ອຶດແຕ່ລົດຖີບ, ກູກັບໄປກະຫາຊອກໃໝ່ໄດ້ສະບາຍ!!!

ບາດນີ້ ມາຮອດ ສ່ຽວຄົນລາວ, ຈັກຊິເອົາຫຍັງມາອວດໝູ່ ເພາະວ່າອັນໃດກໍ່ບໍ່ມີ!!!! ຄິດໄປຄິດມາດົນເຕີບ, ອ້າຍສ່ຽວລາວກະລຸກຂຶ້ນ ຕີນຖີບສ່ຽວຫວຽດ ກັບ ສ່ຽວຈີນຕົກໜອງ!!! ພ້ອມກັບເວົ້າແຖມວ່າ!!

ສ່ຽວລາວ: ຢູ່ບ້ານກູ ກະເຕັມແຕ່ຫວຽດ ກັບ ຈີນ ນີ້ລະ ກູກັບໄປ ກະຫາໃໝ່ໄດ້ສະບາຍ!!!!!

 

 

 

 

 

ຈົບ!!!! ຄິດໄດ້ແນວໃດ!!!!!!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຫົວໜ້າໂຄງການຈາກຍີ່ປຸ່ນມາ ກວດວຽກຢູ່ລາວ ຫຼາຍຄັ້ງແລ້ວ ເກືອບວ່າ ສອງປີ ແຕ່ໂຄງການກະບໍ່ແລ້ວ.... ຈິ່ງໃຈຮ້າຍເພາະວຽກບໍ່ແລ້ວຕາມກຳນົດ... ຈິ່ງໄດ້ເອີ້ນເອົາຫົວໜ້າບໍລິຫານປະຈຳລາວເຂົ້າມາຊີ້ແຈງ...

 

ຫົວໜ້າໂຄງການ: ເປັນຈັ່ງໃດ ໂຄງການຄືວ່າບໍ່ແລ້ວຕາມກຳນົດ, ຢູ່ປະເທດອື່ນຄືວ່າມາແລ້ວກັນໝົດ ແລ້ວ ຍັງແຕ່ຢູ່ລາວນີ້ລະ....

ຫົວໜ້າບໍໍລິຫານ: ໂອຍ!!!! ມັນກະມີເລື່ອງລາວຫັ້ນແລ້ວ ຫົວໜ້າ..... ດຽວຊິເລົ່າສູ່ຟັງ!!!

ຫົວໜ້າໂຄງການ: ເອົາ!!! ຊີ້ແຈງມາ!!!!

ຫົວໜ້າບໍລິຫານ: ແຕ່ດົນນານມາແລ້ວ, ໃນຂົງເຂດອາຊີອັກຄະເນນີ້, ຍັງມີຄົນທີ່ສະຫຼາດລ້ຳເລີດຊີື່ວ່າ ຊຽງໝ້ຽງ ທີ່ມຄວາມສາມາດ ເອົາຊະນະ ພະຍາຜູ້ມີອຳນາດໄດ້.... ແຕ່ວ່າພາຍຫຼັງທີ່ຊຽງໝ້ຽງຕາຍໄປ, ອະໄວຍະວະຂອງ ລາວ ກະຖືກແຍກກະຈາຍໄປປະເທດຕ່າງໆ. ຫົວຂອງລາວຕົກຢູ່ ປະເທດໄທ ດັ່ງນັ້ນຄົນໄທຈິ່ງລັກຄວາມຄືຊຽງໝ້ຽງ, ມືຂອງລາວຕົກຢູ່ຫວຽດນາມ ດ່ັງນັ້ນຄົນຫວຽດນາມຈິ່ງເຮັດວຽກດ້ວຍຄວາມຂະຫຍັນ ແລະ ແລ້ວໄວ, ສ່ວນວ່າຕີນຂອງລາວແມ່ນຕົກຢູ່ປະເທດຈີນ ດັ່ງນັ້ນ ທ່ານຈະໄປແຫ່ງຫົນໃດໃນໂລກນີ້ ກໍ່ຈະເຫັນຄົນຈີນ.... ສ່ວນວ່າປະເທດລາວນີ້ແມ່ນໄດ້ທ້ອງຊຽງໝ້ຽງ ຕິ່ງເຮັດໃຫ້ເປັນບັນຫາ ເພາະຄົນລາວມີແຕ່ກິນ ແລະ ມີງານສັງສັນຕະຫຼອດ,​ອັນເປັນສາເຫດໃຫ້ໂຄງການເຮົາບໍ່ແລ້ວຕາມກຳນົດ ຫັ້ນແລ້ວ ທ່ານຫົວໜ້າ...

ຫົວໜ້າໂຄງການ: ໂອ!! ຟັງມາກະມີເຫດຜົນ!!!!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຍ້ອນວ່າເປັນເຂີຍໃໝ່ ເວລາກິນເຂົ້າກິນນ້ຳກະຕ້ອງໄດ້ຈົ່ງໄດ້ຈຽມ....​ເພາະເກງໃຈພໍ່ຕາແມ່ຍາຍ.

ຜູ້ເປັນແມ່ເຖົ້າຈິ່ງເປັນຫ່ວງຫຼາຍຢ້ານວ່າລູກເຂີຍຊິຈ່ອຍ ຍ້ອນກິນເຂົ້າໜ້ອຍ. ດັ່ງນັ້ນ, ແຕ່ລະຄາບເຂົ້າ ຜູ້ເປັນແມ່ເຖົ້າ ຈິ່ງໄດ້ຄອຍບອກ ຄອຍແນະນຳ, ແລະໃນຄາບເຂົ້າມື້ນີ້ ກໍ່ເຊັ່ນກັນ.

 

ແມ່ເຖົ້າ: ເຂີຍເອີຍ!!! ຈານລາບຢູ່ພີ້ ກະຍື້ແຂນມາເອົາເດີ!! ບໍ່ຕ້ອງເກງໃຈ!!

ລູກເຂີຍ: ໂດຍ ແມ່ເຖົ້າ!!!

ແມ່ເຖົ້າ: ເຂີຍເອີຍ!!! ຖ້ວຍແຈ່ວຢູ່ພີ້ ກະຍື້ແຂນມາເອົາເດີ!!!

 

ເວົ້າຫຼາຍເທື່ອຫຼາຍ, ອ້າຍລູກເຂີຍກະຢາກໃຈຮ້າຍ......

 

ແມ່ເຖົ້າ: ເຂີຍເອີຍ!!! ຈານຜັກຢູ່ທາງພີ້, ແຂນລູກຍາວກະຍື້ມາເອົາເດີ!!!!

ລູກເຂີຍ: ຍາວລະບໍ່!!​ຍື້ຮອດນົມແມ່ເຖົ້າພຸ້ນລະ!!!!!

 

 

ຊ່າງເວົ້າໄປໄດ້!!!!!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

ໄປທ່ຽວບ້ານເກີດແຕ່ລະຄັ້ງ ກະຕ້ອງອົດບໍ່ໄດ້ທີ່ຈະຕ້ອງໄດ້ກິນອາຫານ ບ້ານຕົນເອງ.... ມື້ນີ້ຂໍນຳສະເໜີ ເຂົ້າປຸ້ນນ້ຳແຈ່ວ.... ຈະບໍ່ຂໍອະທິບາຍ ແຕ່ຈະໃຫ້ເບິ່ງຮູບຂ້າງລຸ່ມເອົາ!!!!

ຖ້າໄດ້ໄປຮອດຫຼວງພະບາງ ກະລອງໄປຊີມເດີ, ເປັນຮ້ານນ້ອຍໆ ເປັນກັນເອງ ແຜນທີ່ຂ້າງລຸ່ມ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ອອກໄປເຮັດວຽກມື້ນີ້ (ວັນທີ 17/11/2010) ແຕ່ເຊົ້າຕູ່, ຕີນລົດເລີ່ມໝູນອອກຈາກທີ່ພັກແຕ່ ເຈັດໂມງເຊົ້າ ເປັນປົກກະຕິຂອງການອອກມາເຮັດວຽກຢູ່ຕ່າງແຂວງ, ແມ່ນວ່າບໍ່ຢາກຕື່ນເພາະມື້ຄືນໄປສັງສັນ ເມົາຄ້າງ ແຕ່ກະຕ້ອງໄດ້ຕື່ນອາບນ້ຳແຕ່ຫົກໂມງເຊົ້າ.... ໂອນໍຊິວີດ!!!...... ຕາມເປົ້າໝາຍກະແມ່ນຊິໄປແຖວເມືອງໂຂງ ພຸ້ນລະ, ແຕ່ພໍດີມີແຜນເພີ່ມຂຶ້ນມາ ກະໄດ້ມີໂອກາດໄປເບິ່ງວຽກຢູ່ບ້ານກຽດໂງ້ງ ເມືອງປະທຸມພອນ ແຂວງຈຳປາສັກ ນີ້ລະ......

ອອກຈາກປາກເຊໄປປະມານ 50 ກິໂລແມັດ ຕາມເສັ້ນທາງ ເລກທີ່ 13ໃຕ້, ທາງຟາກຊ້າຍມືຈະເຫັນ ປ້າຍຂຽນວ່າ ອັດຕະປື 116 ກິໂລແມັດ, ເປັນເສັ້ນທາງ ປັບປຸງໃໝ່ ຕັດຈາກແຂວງຈຳປາສັກ ຫາ ແຂວງອັດຕະປື ແຕ່ຍັງເປັນທາງດິນແດງ ແລະ ສາມາດທ່ຽວສະດວກ ກະແມ່ນຊ່ວງແລ້ງ,​ສ່ວນວ່າລະດູຝົນນີ້ ຄັນບໍ່ແມ່ນລົດ ແລ່ນສີ່ລໍ້ ກະບໍ່ຢາກແນະນຳໃຫ້ໄປທາງນີ້ເທື່ອ.....

ລ້ຽວລົດເຂົ້າຮ່ອມຂີ່ໄປປະມານ ກິໂລແມັດກວ່າໆ ກໍ່ຈະເປັນປ້າຍຂຽນບອກ ບ້ານກຽດໂງ້ງ ທີ່ຕ້ອງໄດ້ຂີ່ເຂົ້າໄປຫາບ້ານອີກປະມານ 2 ກິໂລແມັດ, ບ້ານແຫ່ງນີ້ ເປັນບ້ານທີ່ພິເສດ ແລະ ມີການພັດທະນາທາງດ້ານການທ່ອງທ່ຽວ ເຊິ່ງ ອານຸລັກ ທີ່ຄິດວ່າເປັນບ່ອນທີ່ເປັນແບບຢ່າງ ແລະ ສ້າງມາດ ສ້າງລາຍຮັບໃຫ້ກັບຊາວບ້ານໄດ້ເປັນກອບເປັນກຳ.....

ກິດຈະກຳຂອງບ້ານກຽດໂງ້ງ ກໍ່ຈະປະກອບດ້ວຍ ປ່າສະຫງວນແຫ່ງຊາດ ເຊປຽນ ໂດຍສະເພາະກະແມ່ນ ບຶງກຽດໂງ້ງ, ແລ້ວກໍ່ຍັງມີບູຮານສະຖານ ຫີນຢອງ ວັດອາສາ ທີ່ວ່າເປັນສິ່ງປຸກສ້າງທີ່ຄວນແກ່ການສຶກສາ ທາງດ້າວບູຮານນະຄະດີ... ທີ່ສຳຄັນ ບ້ານກຽດໂງ້ງຍັງມີການໃຫ້ບໍລິການ ພັກກັບຊາວບ້ານ, ແລະທີ່ໜ້າສົນໃຈແມ່ນການ ເດີນທາງຂອງຊາວບ້ານແມ່ນຈະມີຊ້າງເປັນພາຫະນະ ......

ບຶງຂຽດໂງ້ງ ເປັນບຶ່ງທີ່ໃຫຍ່ເປັນອັນດັບທີ່ສອງຂອງປະເທດ ເປັນບ່ອນທີ່ອຸດົມສົມບູນ ທີ່ເປັນແຫຼ່ງອາຫານຂອງສັດນາໆ ຊະນິດ ລວມມີຊ້າງ ນົກໜູ ປູປາ ແລະ ອື່ນໆ.... ທີ່ເປັນບ່ອນທີ່ຄວນໄດ້ໄປເບິ່ງ ແລະ ສຶກສາລະບົບນິເວດຂອງເຂດນີ້...

ວັດອາສາ, ຖືວ່າລືຊື່ ແລະ ເປັນສິ່ງກໍ່ສ້າງທີ່ຕ້ອງໄດ້ເວົ້າວ່າ ພິເສດ ເພາະ ຄົນບູຮານໄດ້ມີການສ້າງວັດຢູ່ເທິ່ງພູເຂົາໄຟເກົ່າ ທີ່ມີການພຸລະເບີດ, ທີ່ຕ້ັງຂອງວັດແມ່ນປະມານ ສອງກິໂລແມັດຈາກບ້ານ ເປັນທາງຊ້າງຍ່າງ ແຕ່ດຽວນີ້ເພືນປັບປຸງສາມາດຂີ່ລົດຂຶ້ນໄປຮອດຕີນວັດ. ຕາມເສັ້ນທາງ ຈະເຫັນວ່າເຕັມແຕ່ຂີ້ຊ້າງ ກະເປັນຄັ້ງແລກ ທີ່ໄດ້ເຫັນຂີ້ຊ້າງຫຼາຍປານນີ້. ພໍຈອດລົດ ກະຕ້ອງໄດ້ຍ່າງຂຶ້ນໄປອອກເຕີບໜຶ່ງ ເປັນການອອກກຳລັງກາຍທີ່ດີ. ພວກເຂົາໄດ້ນຳເອົາຫີນແຜ່ນນ້ອຍແຜ່ນໃຫຍ່ ມາກອງເຮັດເປັນເສົາຕົ້ນໃຫຍ່ຫຼາຍສິບຕົ້ນ ລຽບຕາມກຳແພງວັດ, ທີ່ວ່າຕ້ອງໄດໄປເບິ່ງຈິງຈະໄດ້ສຳພັດ. ທີ່ສຳຄັນ ຈາກຈຸດຊົມວິດທີ່ວັດອາສາ ສາມາດເຫັນທັດສະນິຍະພາດອັນງົດງາມ ຂອງປ່າສະຫງວນເຊປຽນ ອັນທີ່ເດັ່ນ ກະແມ່ນບຶງກຽດໂງ້ງ ... ຕົນເອງບໍ່ຮູ້ຈະເອົາຄຳເວົ້າໃດທີ່ເໝາະສົມມີອະທິບາຍໃຫ້ເຂົ້າໃຈ (ແຕ່ຈະແນບຮູບໃຫ້ເບິ່ງທາງທ້າຍເດີ).... ຖ້າມີໂອກາດດີ ກະຢາກຊ່ວນເພື່ອນມາພັກຢູ່ບ້ານນີ້ຈັກ ສອງສາມຄືນ ຄົງຈະໄດ້ຮຽນຮູ້ຫຼາຍຢ່າງ.

ການຂີ່ຊ້າງແມ່ນ ເປັນຈຸດເດັນກະວ່າໄດ້, ເພາະນອກຈາກຈະຂີ່ຊ້າງຊົມບ້ານ ຊົມວັດ ແລ້ວ ຍັງສາມາດໄປຊົມບຶງກຽດໂງ້ງ, ແຕ່ເສຍດາຍເວລາໜ້ອຍ ຕົນເອງກະບໍ່ໄດ້ມີໂອກາດໄດ້ເຮັດກິດຈະກຳດັ່ງກ່າວ...

 

ຫຼາຍຄົນໃຫ້ຄຳແນະນຳບໍໃຫ້ຂຽນຍາວ, ຕ້ອງໄດຂັດໃຈຕົ້ນເອງຂຽນຫຍໍ້ໆໃຫ້ຟັງ ແຕ່ຈະເພີ່ມສີສັນ ດ້ວຍຮູບພາບຂ້າງລຸ່ມເດີ!

 

ທາງເຂົ້າບ້ານກຽດໂງ້ງເດີ!

 

 

ຮູບໝູແລະໄກ່ທີ່ມີຄວາມສຸກທີ່ສຸດໃນໂລກ!!!

 

ໝູທີ່ໜ້າສົງສານທີ່ສຸດໃນໂລກ!!

 

ທາງສູ່ວັດອາສາ

 

ເສົາຕາມວັດອາສາ

 

 

ບຶງກຽດໂງ້ງ

 

ຢ່າລືມໄປທ່ຽວເດີ!!! ຊວນຂ້ອຍໄປນຳກະໄດ້

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ວັນອາທິດທີ່ຜ່ານມາ (ວັນທີ 14/11/2010), ພາຍຫຼັງເລິກຮຽນ ຢູ່ດົງໂດກ.... ເກັບເຄື່ອງໃສ່ກະເປົາແລ້ວ ກໍ່ໄປຊອກຫາເອີ້ນຈຳໂບ່ ເພື່ອຈະໄດ້ເດີນທາງໄປ ສະຖານີ ລົດເມສາຍໃຕ້.... ປະມານ ເຈັດໂມງຍັງຕອນແລງ ຂີ່ລົດຊອກຫາ ລົດຈຳໂບ່ ຈັ່ງແມ່ນຍາກ.... ສຸດທ້າຍເຫັນຄັນໜຶ່ງຂີ່ແມ່ນແຕ່ທາງ ໂຮງຮຽນສອນຂັບລົດທົ່ງສາງນາງ ແຕ່ວ່າມີຜູ້ໂດຍສານ ຄົນໜຶ່ງ... ກະຄິດໃນໃຈວ່າ ລົດຄັນນັ້ນອາດຈະຈອດສົ່ງຜູ້ໂດຍສານໃກ້ໆ ... ກະເລີຍແອບຂີ່ນຳຫຼັງລົດຈຳໂບ່ ຄັນນັ້ນ.... ຂີ່ນຳໄປ ຜ່ານສະໂມສອນຕີດອກປີກໄສມະໂນ ກະຍັງບໍ່ຈອດ, ການຮ້ານບັນເທີງ ດອກຮັກເພງລາວ ກະຍັງບໍ່ແມ່ນ, ຂີ່ຈົນຮອດສີ່ແຍກ ແຖວຮ້ານອາຫານ ຄູເມືອງ ກະຍັງບໍ່ຈອດ, ລົດດັ່ງກ່າວ ພັດລ້ຽວ ຊ້າຍໄປທາງ ໂພນຕ້ອງ.... ຕົນເອງຄິດໃນໃຈວ່າ ນຳໄປຄົງຊິຍັງໄກ.... ກະເລີຍຍົກເລີກຕາມລົດຄັນນັ້ນ....

ລ້ຽວຂວາໄປທາງຫ້ອງການຫວຍກິລາ ເພື່ອຄວາມຫວັງອາດຈະມີລົດຈຳໂບ່ຈັກຄັນ ມາທາງນັ້ນ,,,, ຂີ້ໄປຮອດສາມແຍກ ສີບຸນເຮືອງ ກ່ອນຈະຮອດສີ່ແຍກໄຟແດງ.... ພໍດີ ເຫັນລົດຈຳໂບຄັນໜຶ່ງຈອດ ຢູ່ທາງຝາກເບື້ອງນັ້ນ.... ບໍ່ລໍຊ້າ ກະລ້ຽວລົດ ໄປຖາມທັນທີ.... ຈະແມ່ນໂຊກດີ ລົດຈຳໂບຄັນນັ້ນກະມີນັດກັບຜູ້ໂດຍສານອີກສອງຄົນ ທີ່ຈະໄປຄິດລົດສາຍໃຕ້ ເຊັ່ນກັນ... ຈິ່ງຂໍໃຫ້ລາວໄປສົ່ງ!!

ພາຈຳໂບກັບມາເອົາເຄື່ອງ ແລ້ວ ກະໄປຮັບເອົາຜູ້ໂດຍສານອີກສອງຄົນທີ່ວ່າ, ພໍໄປຮອດທີ່ພັກ ກະແມ່ນສາວປາກເຊ ສອງເອື້ອຍນ້ອງທີ່ ມາຮຽນຢູ່ວຽງຈັນ ຜູ້ເອື້ອຍ ຊື່ວ່າ ?? ຮຽນຢູ່ ???? ແລະ ນ້ອງຊື່ ??? ຮຽນຢູ່???? (ເພີ່ນບໍ່ໃຫ້ບອກຊື່)...... ສອງເອື້ອຍນ້ອງ ຈະພາກັນກັບບ້ານ ໄປຢາມແມ່ ເພາະວ່າຊ່ວງ 450 ປີ ນີ້ໂຮງຮຽນເພິ່ນພັກຕີເບາະ..... (ໝາຍເຫດ: ຜູ້ເອື້ອຍເປັນຕາແພງຫຼາຍ)

ກະບໍ່ໄດ້ຄິດຫຍັງຫຼາຍ, ພາຍຫຼັງຜູ້ໂດຍສານເອົາເຄື່ອງຂຶ້ນລົດແລ້ວ, ໂຊເຟີ ກະພາເຮົາມູ້ງໜ້າໄປ ຄິວລົດສາຍໃຕ້ ກະປະມານ ເຈັດໂມງປາຍ ຊາວນີ້ລະ....

ເສັ້ນທາງຫຼັກ ຢູ່ວຽງຈັນຕອນຄ່ຳຄືນ, ແມ່ນເປັນທີ່ຕື່ນຕາ  ຕື່ນໃຈ ເນື່ອງຈາກການສະເຫຼີມສະຫຼອງ 450 ປີ ຕົ້ນໄມ້ສອງຝາກທາງ ແມ່ນປະດັບດ້ວຍໄຟ ເຮັດໃຫ້ເສັ້ນທາງ ແມ່ນສະຫວ່າງສະໄຫວ..... ຜູ້ໃດຍັງບໍ່ທັນມີໂອກາດ ທ່ຽວຕອນຄືນກະລອງເດີ!!!​ແຕ່ວ່າແນະນຳໃຫ້ຍ່າງ ຈະເປັນການດີ ກວ່າ... ເພາະຂີ່ລົດບໍ່ໄດ້ບັນຍາກາດ ປານໃດ!!! ແຕ່ວາ ການຂີ່ລົດຈຳໂບ ຮູ້ສຶກວ່າ ຄັກດີ​ (ອາດເປັນຍ້ອນ ມີສາວງາມປາກເຊນັ່ງເຊີ່ງໜ້າກະບໍ່ຈັກ)

ໃຊ້ເວລາປະມານ ຊາວນາທີ່ ລົດພວກເຮົາກະໂງ້ງເຂົ້າສະຖານີລົດເມສາຍໃຕ້, ຜູ້ຄົນແມ່ນມາຄອຍຖ້າຂຶ້ນລົດ ຫຼາຍສົມຄວນ.... ລົດໄປທາງໃຕ້ ແມ່ນມີແຕ່ລົດໃຫຍ່ ແລະ ເປັນປະເພດຕຽງນອນ ແຕ່ວ່າສ່ວນຫຼາຍຈະອອກເດີນທາງຕອນຄືນ.....

ກ່ອນອື່ນໝົດຕົນເອງກະຕ້ອງ ຮີບຟ້າວໄປຊື້ປີ້ລົດ, ສອງສາວນັ້ນ ໄດ້ຊື້ປີ້ລົດໄວ້ແລ້ວ ຈິ່ງບໍ່ຄ່ອຍຟ້າວຟັ່ງປານໃດ... ທັງສອງຈະໄປນຳລົດ 9999 ຂອງຈິດປະສົງທີ່ຈະອອກລົດປະມານ ແປດໂມງເຄີ່ງ.... ຈັ່ງແມ່ນໂຊກບໍ່ໃຫ້, ປີ້ລົດຄັນດັ່ງກ່າວຂາຍກ້ຽງ ເລີຍອົດຊິໄດ້ຂໍເບີສາວປາກເຊຊ້ຳ..... ໄວຫຼຸ້ນເຊັງ!!!!, ກະເລີຍໄປຊື້ລົດ 9992 ຂອງບໍລິສັດ ປາກເຊ ທາໂວ ນິລະ ລົດຄັນນີ້ອອກປະມານ 9ໂມງ!!!

ແນວບໍ່ທັນກິນເຂົ້າແລງ, ທ້ອງກະເລີຍສັ່ງການ ສົ່ງສັນຍານຮ້ອງ ກ໋ອກແກ໋ກ.... ຈິ່ງໄດ້ຍ່າງໄປຮ້ານສະດວກຊື້ ໃນສະຖານີ້ ຫັ້ນລະ, ໄດ້ນ້ຳນົມຖົ່ວໝາກງາດຳ ແລະ ກະໝາກກ້ວຍເຊື່ອມກັບໜຶ່ງ.... ແນວຫີວກະຟ້າວຊອກບ່ອນນັ່ງ (ສອງເອື້ອຍນ້ອງກະຄືຊິຫິວຄືກັນເພາະເຫັນເຂົາເຈົ້າເຂົ້າໄປຊື້ ເຂົ້າໜົມນົມເນີຍ ເຊັ່ນກັນ), ມານັ່ງກິນຕາມພາສາຄົນເດີນດ່ຽວ, ພໍດີຜູ້ເປັນເອື້ອຍແນມເຫັນຕົນເອງກະ ຕາມພາສາ ຄົນຮູ້ຈັກ ກະຮ້ອງມາກິນກ້ວຍເຊື່ອມນຳ, ສອງເອື້ອຍນ້ອງກະມານັ່ງນຳຈັກໜ້ອຍ.... ກ່ອນຈະຂຶ້ນລົດ.... ເຊີໄພຣ!!!!!! ກ່ອນເພີ່ນຈະຂຶ້ນລົດ ສາວປາກເຊຄົນນັ້ນ ຖາມວ່າ ອ້າຍໄປປາກເຊ ຄັນມີເວລາກະໄປຫຼິ້ນນຳນ້ອງແດ!!!!​ບໍ່ລໍຊ້າ!!! ເບີນ້ອງບອກອ້າຍໄດ້ບໍ? ແລ້ວລາວກະບອກ ເບີລາວ ແມ່ນ 7777 ???? ..... ດີໃຈຢ່າງໃຫຍ່ ອ້າຍບ່າວເຮົາ... ກິນໝາກກ້ວຍກະບໍ່ໝົດ ຍັງປະມານເຄິ່ງໜ່ວຍ ແຕ່ວ່າກິນໄປແລ້ວປະມານ ສິບກວ່າໜ່ວຍ... ຟ້າວແລ່ນຂຶ້ນລົດຕົນເອງເຊັ່ນກັນ.....

ປຶບປັບຂຶ້ນລົດ, ກະມຸ່ງໜ້າຊອກຕຽງຂອງຕົນໝາຍເລກ 33, ເອົາເຄື່ອງມ້ຽນແລ້ວ ກະອີງເທິ້ງ ຈັບຄອມມາອ່ານອີເມວໜ້ອຍໜຶ່ງ, ຍ້ອນມີອິນເຕີເນັດ ຟີຂອງຢູ່ນິເທວນີ້ລະ ຈິງເຮັດໃຫ້ສາມາດຫຼີ້ນອິນເຕີເນັດເທິງລົດເມ....

ກ່ອນລົດຈະອອກ, ຜູ້ໂດຍສາຍໝາຍເລກ 32 ກະມາ!!! ໂອຍ!!!​ອີລຸງອ້ວນຄົນໄທ!!!​ກູຊິບໍ່ໂດຍໜີບຕາຍບໍ່? ຄິດໃນໃຈດອກ!!! 

ລຸງອ້ວນຄົນນັ້ນ ໄດ້ເຈລະຈາກັບເຈົ້າຂອງລົດ, ແລ້ວລາວກະປ່ຽນໄປນອນຢູ່ທ້າຍລົດ ທີ່ເປັນຕຽງໃຫຍ່ສຳລັບປະມານ 4-5ຄົນ, ແຕ່ຍ້ອນລາວຕຸ້ຍ ລາວຕ້ອງໄດ້ຊື້ ສອງບ່ອນ ໝາຍຄວາມວ່າ ຈ່າຍເພີ່ມອີກເພື່ອລາວຈະໄດ້ນອນສະດວກ, ຕົນເອງກະຖືກຍ້າຍໄປນຳ ເພາະວ່າ ເວລາໄປປ່ຽກັບຄົນສອງຄົນຢູ່ທາງຫຼັງ, ຂະເຈົ້າກະບໍ່ຢາກແຍກກັນ, ສົງໄສແມ່ນເກ ບໍ? ຕົນເອງກະໄດ້ຫອບເຄື່ອງຍ້າຍໄປທາງຫຼັງນຳ!!າ ໂອຍ!!າ ກວ້າງດີ, ແຕ່ວ່າມີສີຄົນ, ລຸງອ້ວນ, ຜູ້ຊາຍຄົນປາກເຊ, ຈົວ, ແລະ ຕົນເອງ!!!!! ມັນກະຍັງຄັບແຄບ ເພາະລຸງອ້ວນຄົນນັ້ນ... ແຕ່ກະຈຳໃຈ!!!! ໂຊກຮ້າຍອີກອັນແມ່ນ ມັນນັນໂພດ ເພາະວ່າທາງກ້ອງທີ່ນອນຂອງພວກເຮົາແມ່ນຈັກລົດ ແລະ ທາງເທີງແມ່ນຈັກແອ!!! ໂອຍຈັ່ງແມ່ນປະກອບ!!! ຊິໄດ້ນອນບໍ່ເດ່!!

ພໍຮອດເກົ້າໂມງ ລົດກະເລີມເດີນທາງ!!!!  ລົດເມນອນນີ້ ກະເຫັນວ່າສະດວກ ດີ ແລະ ເໝາະສົມສຳລັບການເດີນທາງໄກ ແຕ່ວ່າທາງຕ້ອງເປັນທາງພຽງແດ່!!! ເຫັນວາທາງໄປທາງໃຕ້ນີ້ແມ່ນເໝາະສົມຫຼາຍ.... ລົດເຮົາມຸ້ງໜ້າໄປດ້ວຍຄວາມໄວສົມຄວນ,,, ແຕ່ຍ້ອນຕອນເດີກ ລົດທຽວທາງບໍ່ຄ່ອຍຫຼາຍ......

ຂີ່ໄປຕົນເອງກະຍັງຫຼິ່ນອິນເຕີເນັດໄດ້ຢູ່, ແຕ່ວ່າຕ້ອງໄດ້ປິດຄອມແລ້ວຈະນອນເອົາແຮງເພາະຕ້ອງໄດ້ເລີ່ມວຽກແຕ່ເຊົ້າ....

ທີ່ຈິ່ງນອນກະບໍ່ຫຼັບດອກ... ແບບເຄິ່ງຫຼັບເຄິ່ງຕື່ນ!!!! ເພາະມັນນັນໂພດ!!!! ເຊືອບຫຼັບ ແລະ ຕື່ນມາກະມາຈອດຢູ່ຄິດລົດ ທ່າແຂກ ອັນເປັນສະຖານາກາງທາງ ທີ່ລົດສ່ວນໃຫຍ່ຈະຢຸດພັກ!! ວ່າຊິລົງໄປທັກສາວປາກເຊຢູ່ເພາະເຫັນລົດ 9999 ກະຈອດຢູ່ຂ້າງ!! ແຕ່ວ່າຂີ້ຄ້ານລຸກກະເລີຍທຳທ່າ ນອນ, ຫຼັບໄປໜ້ອຍໜຶ່ງຮູ້ເມື່ອ ກະແມ່ນລົດແມ່ນກຳລັງແລ່ນ.... ບໍ່ຮູ້ວ່າຮອດໃສ!!! ໂຍກຫົວຂຶ້ນ ຫຼຽວເບິ່ງທງຫຼັງ ເຫັນແຕ່ແສງໄຟລົດນຳຫຼັງແມ໋ບໆໆໆ .... ຈັກໜ້ອຍ ລຸງອ້ວນຄົນນັ້ນກະມະໂງ່ງມະເງັ່ງ ຊິໄປຫ້ອງນ້ຳ... ຍ້ອນຕຸ້ຍຫຼາຍເກື່ອບລາວອອກປະຕູບໍ່ໄດ້.... ກະອີຕົນລາວຢູ່ ວ່າຊິຊ່ວຍຢູ້ອອກຊັ້ນດອກ!!!!!

ລົດແລນໃຊ້ເວລາປະມານ ສິບຊົ່ວໂມງ ພວກເຮົາກະມາຮອດເຂດແດນປາກເຊ, ລົດໂດຍສານສາຍດ່ວນນີ້ ເພີ່ນມີບ່ອນຈອດພິເສດ, ຈອດແຖວໃນເມືອງແຄມເຊພຸ້ນລະ!!!!

ກະເປັນອັນວ່າ ການເດີນທາງຂອງຄ່ຳຄືນມື້້ນັ້ນ ແມ່ນປອດໄພດີ!!!! ແຕ່ວ່າ ມີເບີໂທ!!!!!!!

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

ກຳລັງຈະຂີ່ລົດເມລົງປາກເຊຕອນແລງນີ້ ກະເລີຍຢາກມາຖາມພີ່ນ້ອງເຮົາວ່າ... ຢາກເຫັນຫຍັງຢູ່ ສອງແຂວງນີ້ ????

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

ດີ້ນຮົນ ເພື່ອຫຍັງ? ຫຼາຍຄົນກະຊິເວົ້າໃນໃຈ ວ່າ ຖາມແນວບ້າໆ ບໍ່?

ກະບໍ່ຮູ້ຄືກັນ ເພາະວ່າ ຕົນເອງສົງໄສ ຢູ່ຕະຫຼອດວ່າ ການທີ່ເຮົາດີ້ນຮົນ ເພື່ອທຳມາຫາກິນ ສ້າງຖານະຕົນເອງນັ້ນ ແມ່ນມັນເພື່ອຫຍັງກັນ ແທ້, ເພື່ອຕົນເອງ, ເພື່ອຄອບຄົວ, ເພື່ອສັງຄົມ, ຫຼື ເພື່ອໃຜ?

ການທີ່ຕົນເອງຍົກເອົາບັນຫານີ້ຂຶ້ນມາຖົກຖຽງກໍ່ເພາະວ່າ ບາງຄັ້ງເຮົາຂາດເປົ້າໝາຍ ຂອງການໃຊ້ຄຳວ່າດີ້ນຮົນ..... ຂໍອານຸຍາດ ຍົກເອົາຕົວຢ່າງ ຄອບຄົວໜຶ່ງ ເມື່ອຕອນທີ່ຍັງບໍ່ທັນຮັ່ງມີ ຄອບຄົວຈະຢູ່ພ້ອມໜ້າພ້ອມຕາ ຜົວເມຍ ລູກເຕົ້າແມ່ນຮັກກັນ ແບບວ່າ ເປັນຄອບຄົບທີ່ອົບອຸ່ນ.... ແລະຄອບຄົວນັ້ນຕ່າງກໍ່ພ້ອມກັນສ້າງສາຄອບຄົວ ໃຫ້ມີຢູ່ມີກິນ ແລະ ຮັ່ງມີ.... ແຕ່ວ່າ ເລື່ອງລາວພັດມາປ່ຽນແປງໄປໃນທາງທີລົບເຂົ້າທຸກໆມື້ ເມື່ອຄອບຄົວຮັ່ງມີຂຶ້ນມາ, ຜົວກະໄປພໍຜົວ ເມຍກະໄປພໍເມຍ ລູກກະໄປຕາມທາງ... ຄວາມຜູກພັນຂອງຄອບຄົວຈືດຈາງໄປ.... ແລະ ເຖິງຂັ້ນມີການປະຮ້າງກັນ... ເພາະສະນັ້ນ ແລະ ຕົນເອງຈິ່ງຄິດໜ່ຳໃນໃຈ ວ່າແລ້ວ ການທີ່ດິ້ນຮົນໃຫ້ຄອບຄົວຮັ່ງມີນີ້ ມັນດີບໍ່?

ແລະຍັງມີອີກຫຼາຍໆ ຕົວຢ່າງ ທີ່ຄິດວ່າ ເພື່ອນໃນພັນລາວ ນີ້ຈະສາມາດແບ່ງປັນວ່າ ການດີ້ນຮົນ ຂອງຄົນເຮົານີ້ ມັນດີຫຼືບໍ?

 

ເອົາມີຫຍັງມາລົມກັນເດີ!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ປາຍຝົນຕົ້ນໜາວ.... ສຳນວນນີ້ຄິດວ່າເພື່ອນໆທຸກຄົນຄົງຈະຄຸ້ນຫູ ແລະ ເປັນທີ່ຮູ້ຈັກ ກັນທົ່ວ ແມ່ນບໍ່?.....  ອາທິດນີ້ ກໍ່ສາມາດເວົ້າວ່າເປັນອາທິດຂອງປາຍຝົນຕົ້ນໜາວ ພາຍຫຼັງທີ່ຕົ້ນ ອາທິດມີຝົນຕົກກະໜຳລົງມາເປັນການອຳລາ ລະດູຝົນ... ຈາກນັ້ນພຽງສອງສາມວັນ, ອາກາດກໍ່ເລີ່ມເຢັນ ແລະ ມື້ນີ້ກໍ່ເປັນມື້ທີ່ສາມາດຢ້ຳໄດ້ວ່າ ລະດູໜາວມາເຢືອນແລ້ວ....

ຈະຮູ້ວ່າລະດູໜາວຈະມາຮອດຕອນໃດ ກະພຽງຈື່ງ່າຍໆ ວ່າຫຼັງຈາກອອກພັນສາ... ແລະ ລະດູການປະເພນີທີ່ສຳຄັນ ທີ່ໃກ້ໆຈະຮອດນີ້ ກໍ່ແມ່ນບຸນພະທາດຫຼວງ ກະອີກບໍ່ດົນເດີ!!!! ປີນີ້ຄົງຈະມີສະຖານທີ່ກວ້າງຂວາງ ເພາະວ່າ ເພີ່ນໄດ້ມີການຂະຫຍາຍເດີນພະທາດຫຼວງ ແລະ ສ້າງທາງອ້ອມກົມມະລຽນ ເປັນທາງ ສີ່ເລ່ນ ເພື່ອຮັບຮອງການສັນຈອນທີ່ໜາແໜ້ນຂຶ້ນທຸກໆປີ.... ພິເສດໃນປີນີ້ ຄຽງຄູ່ກັບບຸນທາດຫຼວງ ກໍ່ຈະແມ່ນ ການສະເຫຼີມສະຫຼອງ ວັນສ້າງຕັ້ງນະຄອນຫຼວງວຽງຈັນຄົບຮອບ 450 ປີ.... ຄິດວ່າຫຼາຍຄົນກະແມ່ນພາກັນໃຈຈົດໃຈຈໍ່ ລໍຖ້າຫຼາຍໆ ເຫດການທີ່ຈະເກີດຂຶ້ນໃນຊ່ວງເດືອນພະຈິກທີ່ຈະມາເຖິງນີ້.....

ປາຍຝົນຕົ້ນໜາວ ບໍ່ພຽງແຕ່ຈະເປັນສັນຍານຂອງການປ່ຽນແປງຂອງສະພາບອາກາດ ແຕ່ຍັງເປັນສຳນວນທີ່ສົ່ງສັນຍານໃຫ້ກັບຄວາມຮັກ.... ອັນຈະເປັນຊ່ວງເວລາທີ່ຄູ່ຮັກຫຼາຍໆຄູ່ ທີ່ເພິ່ນໄດ້ເບິ່ງໃຈກັນມາເປັນເວລາຫຼາຍປີ ກໍ່ໄດ້ພາກັນຕັດສິດໃຈ ແຕ່ງງານ ຈູງມືກັນເຂົ້າສູ່ປະຕູວິວາ ຫຼາຍໆຄູ່... ກະຂໍສະແດງຄວາມຍິນດີກັບຄູ່ຮັກທັງຫຼາຍທີ່ພ້ອມຈະສະຫຼະສະຖານະໂສດ ....ໃນລະດູການວິວານີ້ ຫຼາຍໆຄົນກະຕ້ອງໄດ້ທຳໃຈກັນແດ່ເພາະວ່າຕ້ອງໄດ້ໃສ່ຊອງ ຫຼາຍຊອງ ບາງຄົນມີໝູ່ເພື່ອນຫຼາຍ ກະອາດຈະໄດ້ອາທິດລະ  5 ຊ່ອງ ຫຼື ຫຼາຍກວ່ານັ້ນກໍ່ມີ..... ຕ້ອງໄດ້ຫາວຽກເພີ່ມ ບໍ່ຊັ້ນບໍ່ມີເງິນໃສ່ຊອງ.....




ເພື່ອນໆເດ? ປາຍຝົນຕົ້ນໜາວນີ້ມີແຜນການເຮັດຫຍັງແດ່?


ກະພາກັນຮັກສາສຸຂະພາບນຸ່ງເຄື່ອງໃຫ້ຮ່າງກາຍອົບອຸ່ນສະເໝີ...... ເດີ!!!!

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 6, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

7 ຕຸລາ ຫຼາຍໆຄົນຄົງຈະຈຳໄດ້ດີ, ໂດຍສະເພາະແມ່ນບັນດານັກຮຽນ ນັກສຶກສາ, ເພາະວ່າ ເປັນວັນ ຄູແຫ່ງຊາດ.

ຜູ້ຂ້າເອງ ແມ່ນຍັງຈົດຈຳ ຊ່ວງເວລາທີ່ຜ່ານມາ ຕ້ອນຮຽນຢູ່ ປະຖົມ ແລະ ມັດທະຍົມ, ວັນຄູແຫ່ງຊາດ ແຕ່ລະປີ ຖືວ່າເປັນມື້ສຳຄັນ ແລະ ນັກຮຽນທຸກຄົນ ຈະໃສ່ໃຈເປັນພິເສດ....

ຄວາມຮູ້ສຶກດີໆ ທີ່ໄດ້ຕອບແທນແກ່ບັນດາທ່ານຄູອາຈານ ທີ່ພວກເພິ່ນພຽນສັ່ງສອນ ຖ່າຍທອດຄວາມຮູ້ ແລະ ປະສົບການໃຫ້ພວກເຮົາ. ຈຳໄດ້ດີວ່າ, ກ່ອນໜ້າວັນສະຫຼອງວັນຄູ, ຕົນເອງຕ້ອງໄດ້ອ້ອນພໍ່ແມ່ໃຫ້ຊື້ຂອງຂັວນ ເພື່ອຈະໄປມອບໃຫ້ກັບຄູປະຈຳຫ້ອງ .... ຕ້ອງໃຫ້ມີ ບໍ່ຊັນແມ່ນໄຫ້ແນ່ນອນ.... ກະບໍ່ຮູ້ຄືກັນວ່າເປັນຫຍັງຕອນຍັງນ້ອຍ ຈຶ່ງມີພຶດຕິກຳແນວນັ້ນ... ແຕ່ສິ່ງທີ່ຄວາມຮູ້ສຶກໃນໄວເດັກ ທີ່ສະແດງອອກໄປ ກະອາດຈະແມ່ນຍ້ອນຢາກຈະສະແດງຄວາມຂອບໃຈ ແລະ ອວຍພອນແກ່ຄູອາຈານ ນັ້ນແຫຼະ....

ຍັງຈຳຕິດຕາ, ໃນວັນຮູ້ງເຊົ້າຂອງມື້ສະຫຼອງວັນຄູ, ຜູ້ຂ້າຕ້ອງໄດ້ຕື່ນແຕ່ເຊົ້າ ແລະ ຕ້ອງຮັບປະກັນວ່າ ຂອງຂັວນທີ່ກຽມຈະໄປມອບໃຫ້ຄູປະຈຳຫ້ອງໄດ້ຖືກເກັບໃສ່ກະເປົາຮຽບຮ້ອຍ... ພໍຮອດໂຮງຮຽນ, ແຕ່ລະຄົນກໍ່ຈະເຂົ້າໄປອວຍພອນຄູຂອງຕົນ ຕາມແຕ່ລະຫ້ອງ ແລະ ຊັ້ນຮຽນ, ສີໜ້າຂອງຄູປະຈຳຊັ້ນແມ່ນເຕັມໄປດ້ວຍຄວາມປຶມປິຕິ, ທີ່ເຫັນບັນດາລູກສິດລູກຫາຂອງຕົນ ຕ່າງຕັ້ງໃຈມາອວຍ ພອນ.. ແລະ ອີກອັນ ກະດີໃຈ ທີ່ໄດ້ຂອງຂັວນຫລາຍ... ຮະຮະຮະຮະ... ເພາະວ່າ ໜ້າໂຕະຄູແມ່ນເຕັມແຕ່ຂອງຂວັນ...

ແລ້ວເພື່ອນໆເດີ!!! ວັນຄູປີນີ້ ຈະເຮັດຫຍັງໃຫັກັບຄູແດ່!!!????

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ເປັນວັນອາທິດທີ່ອາກາດ ຮ້ອນມະຫາຮ້ອນ, ຍ້ອນເປັນວັນພັກ ຕົນເອງກະໄດ້ມີໂອກາດໄປຍ່າງໂລະ ຕາມຕະຫຼາດສອງສາມແຫ່ງ ຕະຫຼາດຂົວດິນ, ຕະຫຼາດ ເຊົ້າ ແລະ ຕະຫຼາດ ຊັ່ງຈຽງ. ຜູ້ຄົນກະພາກັນມາຈັບຈ່າຍຊື່ເຄື່ອງໃຊ້ຂອງສອຍ ຫຼາຍສົມຄວນ.

ເວລາທີ່ຢູ່ຕະຫຼາດ ຕົນເອງກະມີແນວສົງໄສ, ໂດຍສະເພາະ ການຂາຍສິນຄ້າ ເປັນສະກຸນເງິນຕ່າງປະເທດ ໂດຍສະເພາະແມ່ນຂາຍເປັນເງິນບາດ, ເພາະຂະໜາດຮ້ານອາແປ໋ະ ຄົນຈີນ ກະຍັງຂາຍ ເປັນເງິນບາດ, ຈິ່ງມີຄວາມສົງໄສວ່າ ອັນທີ່ ມີການປະກາດ ໃຫ້ໃຊ້ເງິນກີບ ມາຫຼາຍໆ ປີຜ່ານມານີ້ ແມ່ນຍັງເຮັດບໍ່ໄດ້, ກະເລີຍຢາກຍົກມາເປັນປະເດັນເພື່ອໂອລົມກັນກັບເພື່ອນໆ ພັນລາວ ແລະ ເພື່ອສະທ້ອນຄວາມເປັນຈິງນີ້ໄປໃຫ້ຜູ້ທີ່ເພີ່ນຮັບຜິດຊອບໄດ້ແກ້ໄຂບັນຫານີ້:

ຕາມສັງເກດຕົນເອງຈິ່ງພໍສະຫຼຸບເປັນສາມສາເຫດໃຫຍ່ໆ ດັ່ງນີ້:

ອັນທຳອິດ: ການບັງຄັບໃຊ້ລະບຽບ ການຄຸ້ມຄອງເງິນຕາ ຂອງບັນດາເຈົ້າໜ້າທີ່ທີ່ຮັບຜິດຊອບແມ່ນຍັງຂາດປະສິດຕິພາບ ແລະ ບໍ່ມີປະສິດທິຜົນ, ມັນສະແດງອອກຢູ່ບ່ອນວ່າ ບໍ່ມີເຈົ້າໜ້າທີ່ໄປຕິດຕາມກວດກາເປັນປະຈຳ, ແລະ ບໍ່ໄດ້ເອົາຈິງເອົາຈັງທີ່ຈະປັບໃໝ່ຕໍ່ຜູ້ທີ່ກະທຳຜິດເລີຍ... ຕ້ອງໄດ້ແກ້ໄຂດ່ວນ!!!

ອັນທີສອງ: ຄວາມເສີຍເມີຍ ຫຼື ເພີກເສີຍຂອງຜູ້ປະກອບການ, ແມ່ນຈະມີກົດໝາຍອອກ ມາແຕ່ຜູ້ທີ່ປະຕິບັດຍັງເສີຍເມີຍ ໂດຍສະເພາະແມ່ນຊາດຕ່າງຊາດ ຄື ຈີນ ກັບຫວຽດ ທີ່ຍັງພາກັນຫົວດື້ ແລະ ໃຊ້ວິທີການເດີມໆ ຄືເອົາເງິນປ້ອນ ເມືອເຈົ້າໜ້າທີ່ຈັບໄດ້, ອັນນີ້ ກະເປັນພະຍາດ ຂີ້ກາກຊ້ຳເຮືອມານານສົມຄົນ, ດັ່ງນັ້ນ ຄົນພວກນີ້ຄວນຈະຕື່ນຕົວ ແລະ ປະຕິບັດຕາມລະບຽບທີ່ວາງໄວ້ຢ່າງເຄັ່ງຄັດ.

ອັນທີສາມ: ແມ່ນບັນດາຜູ້ໄປຈັບຈ່າຍຊື່ສິນຄ້າ, ກະຍ້ອນພວກນີ້ອີກທີ່ເຮັດໃຫ້ມີການບໍ່ເຄົາລົບກົດໝາຍ, ເພີ່ນບອກບໍ່ໃຫ້ຊື່ສິນຄ້າເປັນເງິນຕາຕ່າງປະເທດ, ຢູ່ກະເປົາເພິ່ນມີແຕ່ເງິນບາດ ເງິນໂດຣາ, ເວລາໄປຊື່ ຂີ້ຄ້ານແລກເງິນ ກະຊື່ເປັນເງິນຕາຕ່າງປະເທດ... ສັນດານອັນນີ້ ກະຍັງມີຢູ່ເກື່ອບວ່າທຸກຄົນ... ສະນັ້ນ, ພວກເຮົາຕ້ອງເປັນຫູເປັນຕາ ແລະ ປະຕິບັດລະບຽບກົດໝາຍ, ຄັນຊັ້ນກະບໍ່ຈຳເປັນຕ້ອງມີກົດໝາຍຄຸ້ມຄອງເງິນຕາ, ມັນເປັນການຮັກສາສະຖຽນລະພາບຂອງເງິນກີບ, ສະນັ້ນ ຕ້ອງປະຕິບັດ, ຮ້ານໃດ້ບໍ່ຕິດສິນຄ້າ, ຂາຍເປັນເງິນຕາຕ່າງປະເທດ ໃຫ້ພາກັນຍ່າງອອກຮ້ານໂລດ!!!​ຄັນເຮັດໄດ້ຮັບຮອງວ່າ ພວກແມ່ຄ້າພໍ່ຂາຍຕ້ອງພາກັນຕື່ນຕົວ...

ດັ່ງນັ້ນລະຈິງຢາກຍົກຂຶ້ນມາໂອ້ລົມກັນ,,, ໂດຍສະເພາະເຈົ້າໜ້າທີ່ທີ່ຮັບຜິບຊອບ, ກໍ່ໃຫ້ດຸໝັ່ນຂຶ້ນຕື່ມ,,,,,

ເພື່ອນໆຄິດວ່າແນວໃດ????

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2010 | ມີ 15 ຄຳເຫັນ ແລະ 0 trackback(s)

ມີເວລາໄປວຽກທາງໃຕ້ອາທິດຜ່ານມາ ກະພໍດີໄດ້ເລື່ອງຕະລົກມາເລົ່າສູ່ຟັງ.... ເລື່ອງມີຊື່ວ່າ ຊອກເມຍ!!!

ທ້າວ ຫຳໂທນ ເປັນລູກຊາຍກົກ ອາຍຸກະໄດ້ ຊາວກວ່າປີ ແລ້ວ ເພີ່ນອາໃສ ຢູ່ບ້ານນາຜາສຸກ ເຮົານີ້ລະ... ເພິ່ນກະຢາກໄດ້ເມຍແລ້ວບາດນີ້ ຈິ່ງໄດ້ໄປປຶກສາພໍ່....


ທ້າວຫຳໂທນ: ພໍ່ໂອຍ!!! ລູກກະໃຫຍ່ເປັນບ່າວເປັນແພວ ແລ້ວ, ກະຢາກສ້າງຄອບຄົວ... ພໍຄິດວ່າແນວໃດ?

ພໍ່: ເອີ໋!!!​ຄັນລູກຄິດວ່າ ຕົວເອງ ຊິກຸ້ມລູກ ກຸ້ມເມຍ, ກຸ້ມຄອບກຸ້ມຄົວ ກະລອງໄປຊອກເບິ່ງ ຜູ້ສາວບ້ານເຮົາ ກັບບ້ານໃກ້ຄຽງ ແລ້ວມາສະເໜີພໍ່ເບີ່ງເດີ...


ເມື່ອໄດ້ຮັບຄຳແນະນຳ, ທ້າວ ຫຳໂທນ ກະເລີມການສຳຫຼວດ..... ມື້້ຕໍ່ມາກະຮີບມາລາຍງານພໍ່ທັນທີ

ທ້າວຫຳໂທນ: ພໍ່ເຮົາເຫັນສາວງາມ ອາຍຸປະມານ ສິບແປດປີ ຢູ່ເຮືອນທ້າຍບ້ານເຮົາ ລູກແມ່ສອນ ຫັ້ນນາ ອີພໍ່ຄິດວ່າແນວໃດ?

ພໍ່: ຄິດຢູ່ດົນເຕີບຈິ່ງຕອບວ່າ, ບໍ່ໄດ້ ອັນນັ້ນແມ່ນພີ່ນ້ອງມືງ.


ສາເຫດທີ່ພໍ່ຂອງລາວຕອບແນວນັ້ນ ກໍ່ເພາະວ່າພໍ່ລາວເປັນຄົນເຈົ້າຊູ້ມາກ່ອນ ແລະຜູ້ສາວໃນບ້ານຫຼາຍຄົນ ແລະ ບ້ານໃຫ້ຄຽງ ແມ່ນເພິ່ນສັງຫານມາຫຼາຍ.

ເມື່ອຖືກພໍ່ປະຕິເສດ, ທ້າວຫຳໂທນ ກະກົ້ມໜ້າໄປຊອກຫາຍິງຜູ້ໃໝ່.... ມື້ຕໍ່ມາກະມາລາຍງານ ພໍ່ອີກ... ມາລາຍງານຜູ້ໃດ ພໍ່ກະຕອບວ່າເປັນພີ່ນ້ອງ ເປັນພີ່ນ້ອງ ໃຫ້ເອົາບໍ່ໄດ້. ທ້າວຫຳໂທນ ຈິ່ງຕັດສິນໃຈໄປປຶກສານຳແມ່...


ທ້າວຫຳໂທນ: ແມ່!!! ອີພໍ່ຈັກລາວເປັນຫຍັງ? ເຮົາໄປປຶກສາລາວເລື່ອງຜູ້ສາວເຮົາ ທີ່ຈະແຕ່ງງານນຳຕັ້ງຫຼາຍຄົນ ແຕ່ລາວຫ້າມບໍ່ໃຫ້ເອົາຈັກຄົນ, ເວົ້າແຕ່ວ່າແມ່ນພີ່ນ້ອງຂອງເຮົາ... ເຈົ້າຄິດວ່າຈັ່ງໃດນະແມ່?/

ແມ່: ບັກຫຳເອີຍ!!! ບໍ່ຕ້ອງໄປສົນໃຈກັບພໍ່ມືງດອກ, ມືງມັກຜູ້ໃດ້ມືງແຕ່ງໄປໂລດ, ບໍ່ແມ່ນພີ່ນ້ອງມືງຈັກຄົນດ່ອກ... ແລະທີ່ສຳຄັນ ມືງກະບໍ່ແມ່ນລູກຂອງພໍ່ມືງດ໋ອກ!!!!!

ທ້າວຫຳໂທນ: ແທ້ວ໋າ!!!!!



(ສະຫຼຸບກະຄືວ່າ ແມ່ຂອງທ້າວຫຳ ກະລັກມີຊູ້ກັບຊາຍອື່ນຈິ່ງມີ ທ້າວຫຳ)

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

ມື້ນີ້ກະເປັນມື້ທີ່ອາກາດສົດໃສ ເຫັນແດດຕອນສວາຍໜ້ອຍໜຶ່ງ ແລະ ກະມືດມາອີກ ແລ້ວ.... ໄປກິນເຂົ້າສວາຍ ຢູ່ແຖວ ສາຍລົມ...​ກິນເຝີມື້ນີ້. ເປັນຮ້ານຂ້ອນຂ້າງມີຄົນເຂົ້າມາກິນຫຼາຍ ຖ້າຈື່ບໍ່ຜິດຊື່ຮ້ານແມ່ນຮ້ານເຝີວັນນາ ຫຼື້ ສຸວັນນາ ນິ້ລະ..... ກິນເຝີ ແລ້ວໆ ກຳລັງຈະກັບ ເພື່ອນທີ່ມານຳກັນ ພັດຊວນໄປຊື້ເຂົ້າໜົມຄົກນຳຮ້ານລໍ້ ທີ່ມາວາງຂາຍທີ່ທາງໜ້າຮ້ານເຝີນັ້ນ.... ເຫັນແລ້ວກະຄິດຢາກ ເພາະບໍ່ໄດ້ກິນເຂົ້າໜົມຄົກນີ້ ກະເກີືອບວ່າເປັນປີ ແລ້ວ....

ຮ້ານຄົກແຫ່ງນີ້ ຈະມີວິທີການເຮັດເຂົ້າໜົມຄົກຄືກັບຮ້ານອື່ນໆ ແຕ່ວ່າເພິ່ນຈະເຮັດ ສີ່ ໝໍ້ພ້ອມກັນເລີຍ... ແບບວ່າເຮັດໃຫ້ໄດ້ໄວ ແລະ ຂາຍທັນກັບລູກຄ້າ ເພາະເພິ່ນມີລູກຄ້າຫຼາຍມາຢືນຖ້າຊື່.... ຕາມສອບຖາມກັບເຈົ້າຂອງຮ້ານ ເພີ່ນຈະເລີ່ມເປີດຮ້ານຕອນປະມານ 8-9 ໂມງເຊົ້າ ແລະ ຂາຍຮອດປະມານ 1-2 ໂມງບ່າຍ ກໍ່ຈະຍູ້ລໍ້ກັບບ້ານແລ້ວ ເພາະວ່າຂາຍດີ ບໍ່ຈຳເປັນຕ້ອງຂາຍໝົດມື້.

ມື້ໜຶ່ງເພີ່ນຈະໃຫ້ແປ້ງເຮັດປະມານ ສອງ-ສາມກິໂລ, ກະຖືວ່າຫຼາຍຢູ່. ແລະເພິ່ນຈະຂາຍກັບ 5000 ກີບ ມີຢູ່ 14 ກີບ ຫຼື ວ່າ 7 ໂຄມ.

ພໍແຕ່ໄດ້ຊີມຄຳທຳອິດ, ຂ້າພະເຈົ້າຕ້ອງໄດ້ຊື່ອີກສອງກັບ...​ເພາະວ່າ ມັນແຊບແທ້ໆໆໆໆໆໆໆໆ , ຄັນບໍ່ເຊື່ອ ໄປລອງເດີ.... ຮ້ານເພີ່ນແມ່ນບໍ່ໄກ ແລະ ສາມາດຊອກເຫັນງ່າຍໆ... ຖ້າຂີ່ມາແຕ່ທາງ ສະໜາມກິລາເຈົ້າອານຸ ຊີໄປທາງ ຕະຫຼາດເຊົ້າ, ຂີ່ມາກ່ອນຈະຮອດ ໄຟແດງສາຍລົມ... ກະສາມາດເຫັນໂລດ. ເພິນຂາຍເປັນລໍ້ຍູ້.... ເບິ່ງຮູບຂ້າງລຸ່ມນີ້ກະໄດ້...

 

ຮັບຮອງແຊບເດີ... ອຸດໜູນເຂົ້າໜົມພື້ນບ້ານ... ແຊບບບບບ

 


ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

ທຸກຄັ້ງທີ່ມີການເດີນທາງ ແມ່ນຕ້ອງມີຄວາມຕື່ນເຕັ້ນ ແລະ ມີຫຼາຍອັນທີ່ຢາກເອົາມາເລົ່າສູ່ ເພື່ອນໆ.

ຕ້ອງໄດ້ຕື່ນແຕ່ເຊົ້າໆຂອງວັນເສົາ ທີ່ 11 ກັນຍາ 2010 (ຫຼາຍຄົນຄືຈະຍັງຈື່ໄດ້ນໍ້ ວ່າ ວັນ ນ໋າຍ ອີເລເວັນ 9/11 ປີ 2001 ກະເປັນມື້ທີ່ມີການເອົາຍົນໄປຕຳໃສ່ຕຶກສູນການຄ້າ ເວີເທດ ຂອງອາເມລິກາ) ເພື່ອຈະໄດ້ທັນຂຶ້ນຍົນ ສາຍວຽງຈັນ ປາກເຊ ທີ່ຕ້ອງໄດ້ບິນແຕ່ຕອນ 6 ໂມງເຊົ້າ. ກໍ່ຕ້ອງໄດ້ຕື່ນແຕ່ 4 ໂມງພຸ້ນລະເຊົ້າມື້ນັ້ນ, ຍັງແມ່່ນເຫງົານອນຢູ່ ຕອນໄປຮອດສະໜາມບິນຕອນປະມານ 5 ໂມງເຊົ້າ ເພື່ອຈະແຈ້ງປີ້.

ອອກຈາກບ້ານໄປເດີນບິນ ກະບໍ່ໄກ ເພາະຢູ່ແຖວທ່ົງສາງນາງ. ຕາມທາງແມ່ນຍັງມືດຄື້ມຢູ່ ແລະ ລົດກະເກືອບບໍ່ມີທຽວ ແຕ່ກະຍັງເຫັນຢູ່ຄົນອອກມາອອກກຳລັງກາຍ ສ່ວນຫລາຍກະແມ່ນ ບັນດາຜູ້ອາວຸໂສແດ່ຈັກໜ້ອຍ.

ຕາມທາງຂີ່ຜ່ານແຖວ ສີຫອມ ກະສັງເກດເຫັນພະສົງອອກມາບິນພະບາດ, ຮູ້ສຶກວ່າວັດແຖບນີ້ແມ່ນອອກມາບິນພະບາດ ແຕ່ເຊົ້າ, ສົ່ງໄສມັນມີການສັນຈອນແອອັດແຕ່ເຊົ້າໃນເຂດນີ້ ເພີ່ນກໍ່ເລີຍຕ້ອງໄດ້ອອກມາໃຫ້ເຊົ້າກ່ອນຈະມີການສັນຈອນແໜ້ນໜາ.

ພໍຮອດເດີນບິນ, ກະສັງເກດເຫັນບັນດາຊາວຕ່າງປະເທດພາກັນມານັ່ງລໍຖ້າຫຼາຍສົມຄວນ, ພວກເຂົາແມ່ນພາກັນເດີນທາງໄປທ່ຽວຈຳປາສັກ, ແນມໄປແນມມາ ຄົນລາວມີປະມານ 2 ຄົນ ນັບທັງຂ້າພະເຈົ້າ. ພາຍຫຼັງແຈ້ງປີ້ ແລ້ວກໍ່ອອກມາແຈ້ງເຈົ້າໜ້າທີ່ກວດຄົນເຂົ້າເມືອງ, ຕໍ່ຈາກນັ້ນກໍ່ໄປຜ່ານດ່ານກວດ ແລ້ວກໍ່ນັ່ງລໍຖ້າ ທີ່ຫ້ອງຜູ້ໂດຍສານຂາອອກ.

ປະມານ 6 ໂມງເຄີ່ງ, ຜູ້ໂດຍສານກະທະຍອຍກັນຂຶ້ນເຮືອບິນ ເພື່ອກຽມເດີນທາງ. ໄປຄັ້ງນີ້ ແມ່ນຍົນ ເອັມເອ 60 ຜູ້ໂດຍສານທັງໝົດຄົງຈະປະມານ 25-30ຄົນນີ້ລະ.  ຍົນບິນຕາມເວລາເປາະ ຄື 6 ໂມງ 45 ນາທີ. ໄປຮອດສະໜາມບິນປາກເຊ ກະປະມານ 8 ໂມງ, ໃຊ້ເວລາທັງໝົດ ຊົ່ວໂມງ ສິບຫ້ານາທີ.  ທີ່ແປກໃຈ ແມ່ນສະໜາມບິນປາກເຊ ແມ່ນຍັງມືດຢູ່ ພໍຖາມພະນັກງານ ກະຮູ້ວ່າ ເພື່ນມີການປະສານງານກັນ ຜິດພາດ ກ່ຽວກັບຖ້ຽວບິນນີ້ ເພາະຫຼາຍຄົນແມ່ນບໍ່ຮູ້ວ່າຍົນຈະມາ. ຈິ່ງບໍ່ໄດ້ເປີດໄຟ.

ເມື່ອເອົາສຳພາລະຕົນເອງແລ້ວ, ກະຂຶ້ນລົດຕູ້ ທີ່ໄດ້ຈອງໄວ້ ເພື່ອຈະເດີນທາງຕໍ່ສູ່ ສາລະວັນ. ຍ້ອນວ່າຫິວແດ່ ກະເລີຍພາກັນໄປແວະ ຮ້ານເຝີ ຊື່ດັງທີ່ປາກເຊກ່ອນ ຊືຮ້ານລານຄຳ, ທີ່ຈິງກະດັງສົມຊື່ ແຕ່ລາຄາຂ້ອນຂ້າງແພງ ເພາະຖ້ວຍນ້ອຍ 15000 ພັນກີບ ແມ່ນນ້ອຍໂພດ ບໍ່ສົມເງິນ, ຖ້າວ່າແມ່ນເຝີແຊບຢູ່ວຽງຈັນ ຖ້າ 15000 ພັນນີ້ ກິນບໍ່ໝົດ. ສ່ວນລົດຊາດ ກະໃຊ້ໄດ້ຢູ່. ພໍກິນແລ້ວ ກ່ອນຈະອອກເດີນທາງພັດເຫັນຄົນຂາຍໝາກຂຽບ ຈິ່ງຊື້ມາກິນ ໂລໜຶ່ງ 15000 ກີບ. ລົດຊາດແມ່ນຫວານດີ ແລະ ແຊບ. ຍ້ອນວ່າເປັນການຄ້າມາຫຼາຍຕໍ່ ລາຄາເລີຍແພງ, ເພາະຕາມທີ່ໂຊເຟີ ເວົ້າສູ່ຟັງ ຢູ່ທາງໄປສາລະວັນ ກ່ອນຈະເຂົ້າຮອດເຂດເຊເສັດ ແມ່ນມີບ້ານທີ່ຂາຍໝາກຂຽບ ຫຼາຍ ແລະ ຖົງໜຶ່ງແມ່ນປະມານ 5000 ກີບ.

ພໍດີ 9ໂມງ, ກະເລີ່ມເດີນທາງໄປສູ່ສາລະວັນ.... ຕາມເສັ້ນທາງກໍ່ຈະເຫັນບັນດາບ້ານເຮືອນຍັ່ງຍາຍກັນຈົນຮອດທາງແຍກ, ຖ້າໄປຊື່ກໍ່ຈະໄປປາກຊ່ອງ ເຊິ່ງສາມາດຮອດສາລະວັນ ຄືກັນ, ແຕ່ພວກເຮົາລ້ຽວຊ້າຍ .... ຜ່ານທາງກໍ່ຈະສັງເກດເຫັນບັນດາສ່ວນຍາງພາລາ ຫຼາຍໆບ່ອນ, ສ່ວນຫຼາຍກໍ່ແມ່ນຂອງນັກລົງທຶນຫວຽດນາມ. ຕາມເສັ້ນທາງນີ້ ຜູ້ໃດທີ່ມັກການທ່ອງທ່ຽວຊົມນ້ຳຕົກ ກໍ່ແມ່ນສາມາດແວະຊົມໄດ້ຫຼາຍໆບ່ອນ ທີ່ດັງໆກໍ່ແມ່ນນ້ຳຕົກຕາດສ້ວມ... ເວົ້າແລ້ວ ຈຳປາສັກ ແມ່ນມີແຫຼ່ງທ່ອງທີ່ທີ່ຫຼາກຫຼາຍສົມຄວນ.

ດັ່ງທີ່ເຈົ້າຂອງລົດເວົ້າ, ພວກເຮົາຂີ່ລົດກາຍບ້ານໜື່ງ (ຂໍໂທດທີ່ລືມຊື່ບ້ານ) ແມ່ນພາກັນຂາຍໝາກຂຽບເຕັມແຄມທາງ, ແຕ່ຍ້ອນມີນັດ ຈີ່ງບໍ່ໄດ້ແວະ, ແຕ່ກໍ່ວາງແຜນຈະມີຊີມໝາກຂຽບຕອນຂາກັບ.

ກ່ອນຈະຮອດຕົວເມືອງສາລະວັນ 30 ຫຼັກ ກໍ່ແມ່ນນ້ຳເຊເສັດ ເຊິ່ງມີເຂື່ອນເຊເສັດ ໜື່ງ ແລະ ສອງທີ່ສາມາດໄປທ່ຽວຊົມ, ແລະໃກ້ໆນັ້ນກໍ່ມີນ້ຳຕົກຕາດເລາະ ທີ່ມີຄວາມສວຍງາມ​(ດຽວຈະເອົາຮູບໃຫ້ເບິ່ງຕອນທ້າຍເດີເລື່ອງເດີ)....

ຕາມສອງຝາກທາງກ່ອນເຂົ້າເທດສະບານເມືອງກໍ່ເຕັມໄປດ້ວຍ ທົ່ງນາ ທີ່ພວມຂຽວງາມ, ແມ່ນວ່າຝົນປີນີ້ຈະມາຊ້າແດ່ ແຕ່ວ່າ ຕົ້ນເຂົ້າກະງາມດີ.  ຫຼາຍທ່ານຄົງຈະໄດ້ຍິນຄຳຂວັນຂອງແຂວງສາລະວັນທີ່ວາ ໝາກພ້້າວນາໄຊ, ປີ້ງໄກ່ນາປົ່ງ, ເຫຼົ໊າຂາວເມືອງຄົງ ແລະ ລຳວົງສາລະວັນ..... ພໍຮອດບ້ານນາໄຊ ແມ່ນຄືກັບບ້ານທີ່ຂາຍໝາກຂຽບ, ຊາວບ້ານແມ່ນພາກັນເອົາໝາກພ້າວອ່ອນ, ພ້າວກ່ານ ມາຂາຍຕາມສອງຟາກທາງຢ່າງຫຼວງຫຼາຍ, ສົມດັງຄຳຂວັນທີ່ກ່າວມາ. ຢາກຮູ້ລົດຊາດຂອງໝາກພ້າວນາໄຊ ຕ້ອງພາກັນໄປລອງເອງ....

ເຂົ້າຮອດຕົວເມືອງສາລະວັນ ກໍ່ປະມານ ສິບໂມງເຄີງ, ກະຖືວ່າໃຊ້ເວລາ ຊົ່ວໂມງເຄີ່ງໃນການເດີນທາງຈາກປາກເຊມາຮອດສາລະວັນ....

ພໍກິນເຂົ້າທ່ຽງແລ້ວ, ກໍ່ໄດ້ມີໂອກາດເດີນທາງໄປເມືອງຕຸ້ມລານ ທີ່ຖືວ່າເປັນໜຶ່ງໃນເມືອງທີ່ທຸກຍາກ, ເສັ້ນທາງຈາກເທດສະບານເມືອງອອກໄປຫາເມືອງຕຸ້ມລານ ຊ່ວງທຳອິດ ກະແມ່ນດີເພາະເພີ່ນຫາກໍ່ປູຍາງໃໝ່, ແຕ່ວ່າບໍ່ທັນປູຈົນຮອດຕົວເມືອງຕຸ້ມລານ, ຍັງຫຼາຍຫຼັກ ທີ່ເປັນທາງດິນ ຖ້າເປັນຕອນຝົນຕົກ ກະຕ້ອງໄດ້ທຳໃຈ ເພາະໄປມາຍາກຫຼາຍ. ໂຊກດີທີ່ວ່າການເດີນທາງມື້ນີ້ແມ່ນຝົນບໍ່ຕົກ. ເມືອງຕຸ້ມລານເປັນເມືອງທີ່ນ້ອຍ ແຕ່ກໍ່ເປັນເມືອງທີ່ສະຫງົບ ແລະ ປະຊາຊົນແມ່ນດຳລົງຊີວິດແບບຮຽບງ່າຍ, ແຕ່ວ່າ ອິດທິພົນຂອງການພັດທະນາ ແມ່ນເລີ່ມເຂົ້າມາເມືອງນີ້ກໍ່ເລີ່ມຫຼາຍຂຶ້ນ. ບາງເສັ້ນທາງຂອງເມືອງນີ້ ກໍ່ເປັນເສັ້ນທາງຍຸດທະສາດ ທີ່ເອີນວ່າ ທາງໂຮ່ຈິມິນ ອັນເປັນເສັ້ນທາງຂອງການປະຕິວັດອິນດູຈີນ.... ຜູ້ທີ່ງົງໆ ກ່ຽວກັບເສັ້ນທາງໂຮ່ຈິມິນ ກະແນະນຳໃຫ້ອ່ານປະຫວັດສາດ ສົ່ງຄາມອິນໂດຈີນເດີ.... ຜູ້ຂ້າກໍ່ຈະອ່ານຄືກັນ ເພາະຍັງຮູ້ເລື່ອງນີ້ບໍ່ເລິ່ງເຊີ່ງ.

ກັບຈາກເມືອງຕຸ້ມລານ ພວກເຮົາພາກັນຂີ່ລົດກັບມາພັກທີ່ລີສອດ ນຳຕົກຕາດເລາະ, ຖືວ່າເປັນທີ່ພັກທີ່ມີບັນຍາກາດຄວາມຊຸ່ມຊື່ນດີ, ແລະທ່ານຈະໄດ້ຍິນສຽງດົນຕີທຳມະຊາດ ນັ້ນກໍ່ຄື່ສ່ຽງນ້ຳຕົກ ທີ່ບັນເລງຢູ່ທັງຄືນ ແລະ ເວັນ.

ເວົ້າແລ້ວ ສາລະວັນ ເປັນເມືອງທີ່ກຳລັງມີການພັດທະນາ, ເປັນໂອກາດດີສຳລັບຜູ້ທີ່ຊອກຫາໂອກາດໃນການເຮັດທຸລະກິດ ບໍ່ວ່າດ້ານບໍລິການທ່ອງທ່ຽວ, ແລະອື່ນໆ. ຕົວເມືອງກໍ່ມີການປັບປຸງຕາໜ່າງເສັ້ນທາງຂອງເທດສະບານ, ຄິດວ່າຖ້າກັບໄປສາລະວັນອີກ ສາມປີຂ້າງໜ້າ ແມ່ນຈະມີຄວາມແຕກຕ່າງແນ່ນອນ.....

ມື້ຕໍ່ມາ (12 ກັນຍາ 2010) ພວກເຮົາກໍ່ຕ້ອງໄດ້ອອກຈາກລີສອດແຕ່ເຊົ້າ ເພື່ອມາເຮັດວຽກກັບທີມງານທີ່ຕົວເມືອງສາລະວັນ, ກໍ່ຕ້ອງໄດ້ຂີ່ກັບຄືນອີກ 30 ຫຼັກ. ເມື່ອເຮັດວຽກງານແລ້ວ, ກໍ່ເດີນທາງກັບປາກເຊໃນຕອນບ່າຍ, ແຕ່ພວກເຮົາກໍ່ບໍ່ລື່ມທີ່ຈະແວະກິນໝາກຂຽບ, ໂອຍ!!!​ ໝາກຂຽບຈັ່ງແມ່ນມັນໃຫຍ່ ແລະ ຫອມຫວານ... ກິນໜ່ວຍໜຶ່ງກະເກີືອບບໍ່ໝົດ. ໃຫຍ່ແທ້ໆ. ແລະສ່ວນຫຼາຍກະເປັນເປັນໝາກທີ່ສຸກກັບຕົ້ນ ຈິ່ງມີຄວາມເປັນທຳມະຊາດ ຫຼາຍກວ່າໝາກຂຽບທີ່ໃຊ້ການບົ່ມໃຫ້ສຸກ.

ກັບຮອດປາກເຊກໍ່ປະມານ ສອງໂມງເຄີ່ງ, ເມືອເຫັນວ່າຍັງມີເວລາ ພວກເຮົາກໍ່ພາກັນໄປເບີ່ງເມືອງຈຳປາສັກ, ພວກເຮົາພາກັນຂີ່ໄປຕາມທາງຕັດໃໝ່ ໂດຍຂ້າມຂົວນ້ຳຂອງຢູ່ປາກເຊ, ທາງເປັນທາງດິນ ແຕ່ກໍ່ສະດວກດີ, ໃຊ້ເວລາປະມານ ຊົ່ວໂມງກວ່າໆ ກໍ່ຮອດເມືອງຈຳປາສັກ ແຕ່ກໍ່ບໍ່ໄດ້ໄປເບິ່ງວັດພູສຳລັບຄັ້ງນີ້, ສ່ວນຫຼາຍກໍ່ແມ່ນຂີລົດເບິ່ງບ້ານເຮືອນ ແລະ ການທຳການຜະລິດຂອງຊາວບ້ານ, ເມືອງຈຳປະສັກ ກໍ່ເປັນເມືອງເກົ່າແກ່ ແລະ ເປັນເມືອງທີ່ມີປະຫວັດສາດຍາວນານ ແລະ ທີ່ສຳຄັນແມ່ນເປັນເມືອງທີ່ມ່ີວັດພູ ອັນເປັນວັດທີ່ມີຄວາມສັກສິດ ໄດ້ຍິນວ່າຖ້າຢາກໄດ້ຮັກແທ້ຕ້ອງໄປຂໍທີ່ວັດພູ, ຄັນຜູ້ໃດໄດ້ເບິ່ງເລື່ອງສະບາຍດີ 2 ກະຊິເຫັນວ່າເພື່ນເນັ້ນການນຳສະເໜີ ແຫຼ່ງທ່ອງທ່ຽວວັດພູໃນເລື່ອງດັ່ງກ່າວ. ພໍຂາກັບຈາກເມືອງຈຳປາສັກ ສູ່ປາກເຊ ພວກເຮົາພາກັນຂີ່ລຽບທາງແຄມຂອງທີ່ເປັນທາງຕັດໃໝ່ ທີ່ຈະນຳຄວາມສະດວກສະບາຍໃນການຈະໄປທ່ຽວຊົມວັດພູ ແລະ ພັດທະນາເສດຖະກິດເຂດນີ້, ທາງດັ່ງກ່າວແມ່ນປະມານ 27 ຫຼັກ ຈາກເມືອງຈຳປາສັກ ບ່ອນທ່າຂ້າມບັກ, ເປັນທາງທີ່ກວ້າງ ແລະ ໄດ້ຍິນວ່າເພື່ນຈະປູດ້ວຍເບຕົ່ງ, ເປັນໂຄງການກໍ່ສ້າງເສັ້ນທາງທີ່ໃຊ້ງົບປະມານ 30 ລ້ານໂດຣາ.

ຮອດເມືອງປາກເຊກະຄຳມືດ ປະມານ ເຈັດໂມງເຄີ່ງ, ຈິ່ງພາກັນຊອກຫາທີ່ພັກ ແລ້ວກໍ່ອອກໄປຊອກກິນເຂົ້າແລງ.

ກິນເຂົ້າມີເຫື່ອມີແຮງ, ເພື່ອນໆທີ່ໄປນຳກັນກໍ່ຊວນໄປທ່ຽວເບິ່ງຊິວິດຍາມລາຕີທີ່ປາກເຊ. ຍອມຮັບວ່າເປັນເມືອງທີ່ເຕັມໄປດ້ວຍຄວາມບັນເທິງ, ປາກເຊ ອາດເປັນເມືອງທີ່ມີ່ມີບັນດາຮ້ານບັນເທິງ ແລະ ກິນດື່ມຫຼາຍເປັນອັນດັບສອງຮອງຈາກນະຄອນຫຼວງວຽງຈັນ. ແຕ່ເພີ່ນມີລະບຽບທີ່ເຄັ່ງຄັດຄື ທຸກໆບ່ອນຕ້ອງປິດຕອນ ສິບເອັດໂມງເຄີ່ງ. ແລະຫາກມີການສັນຈອນຫຼັງຈາກ ສິບສອງໂມງກາງຄືນ ກໍ່ອາດຖືກກວດກາຈາກເຈົ້າໜ້າທີ່. ສະນັ້ນຕ້ອງໄດ້ປະຕິດບັດນຳກັນເມືອງມາທ່ຽວເມືອງນີ໊.

ເວົ້າມາຮອດນີ້, ຜູ້ຂຽນກໍ່ຢາກສະທ້ອນໃຫ້ເຫັນ ບັນຫາທີ່ມີຢູ່ທີ່ເມືອງປາກເຊ, ນັ້ນກໍ່ຄືບັນຫາການຄ້າປະເວນີ. ຍອມຮັບເລືຍວ່າ ຫຼາຍແທ້ໆໆໆໆໆໆໆໆໆໆ ບໍ່ວ່າຈະເປັນຕາມຮ້ານບັນເທີ່ງຊື່ດັ່ງ, ຮ້ານເລັກຮ້ານນ້ອຍ, ຮ້ານແຄມເຊ, ແລະ ແມ້ກະທັ້ງການໃຫ້ບໍລິການຂອງຍິງສາວທ້ອງຖິ່ນ ດ້ວຍການໂທເອີ້ນເອົາ. ຂ້າພະເຈົ້າໄດ້ໂອ້ລົມກັບເພື່ອນຫຼາຍຄົນທີ່ເປັນຄົນຂັບລົດ  ແລະ ໝູ່ຄົນປາກເຊ, ທຸກຄົນແມ່ນເວົ້າເປັນສຽງດ່ຽວກັນວ່າ ທຸລະກິດນີແມ່ນມີຫຼາຍຢູ່ປາກເຊ, ບັນດາສາວໆທີ່ມາເຮັດວຽກນີ້ຕາມຮ້ານກິນດື່ມ 99 ເປີເຊັນແມ່ນມາແຕ່ພາກເໜືອ, ສ່ວນວ່າຜູ້ທີ່ສາມາດໂທເອື່ນເອົາ ແມ່ນຍິ່ງສາວທ້ອງຖິ່ນ. ແລະ ຈາກການທີ່ຕົນເອງໄດ້ມີໂອກາດເປັນເຫັນກັບຕາຕົນເອງ ກໍ່ແມ່ນເປັນຄືດັ່ງທີ່ວ່າ. ຂ້າພະເຈົ້າຈະຍົກຕົວຢ່າງຮ້ານກິນດື່ມແຫ່ງໜື່ງ (ແຕ່ບໍ່ຂໍອອກຊື່ເດີ) ຢູ່ໃກ້ໆແຄມຂອງຫັ້ນລະ ຈະມີບັນດາຍິງສາວ ເກືອບວ່າ 50 ຄົນທີ່ມານັ່ງກັບແຂກ ແລະ ບໍລິການທາງເພດຢູ່ຮ້ານດັ່ງກ່າວ. ວິທີການສ່ວນຫຼາຍແມ່ນວ່າ ພວກເຂົາຈະນັ່ງກັບແຂກທີ່ມາດື່ມແລະເຕັ້ນລຳ ຈົນຮອດ ສິບເອັດໂມງເຄີ່ງ ເມື່ອຮ້ານປືດ, ຖ້າມີການຕົກລົງ ກັນໄດ້ກັບແຂກ ກໍ່ຈະໄປນອນນຳແຂກ ເຊິ່ງແຂກສ່ວນຫຼາຍ ຈະແມ່ນຄົນໄທ ແລະ ຈີນ ທີ່ກະເປົາໜັກແດ່... ຕາມທີຖາມຜູ້ສາວ ພວກເຂົາຈະຄິດຄ່າບໍລິການ ປະມານ ພັນບາດ ຫາ ສອງພັນບາດ ສຳລັບ ການໄປນອນນຳແບບຊົ່ວຄາວ ແບບວ່າຍົກດຽວ ຈົບ. ສ່ວນວ່າຈະນອນຄ້າງຄືນນຳແມ່ນຕ້ອງຈ່າຍປະມານ ສອງພັນ ຫາ ສາມພັນບາດ. ເມືອຄິດເບິ່ງແລ້ວເປັນລາຍຮັບທີ່ດີຫຼາຍ ເພາະ ວ່າຊຳກັບເງິນເດືອນພະນັກງານລັດ ໃນການຮັບແຂກພຽງຄັ້ງດຽວ ຫຼື ສອງຄັ້ງ.

ເຖິງຢ່າງໃດກໍ່ດີ, ຂ້າພະເຈົ້າຮູ້ສືກວ່າ ສິ່ງນີ້ໄດ້ກາຍເປັນສິ່ງທີ່ສັງຄົມຕ່າງກໍ່ຮັບຮູ້ ແລະ ເຂົ້າໃຈ. ບັນດາພະນັກງານທີ່ຮັບຜິດຊອບດ້ານນີ້, ກໍ່ຮູ້ ແລະ ເຂົ້າໃຈ. ແຕ່ວ່າຕົນເອງກໍ່ຍັງສົງໄສວ່າ ເປັນຫຍັງຈື່ງປ່ອຍໃຫ້ເກີດຂື້ນຫຼາຍຂະໝາດນີ, ບໍ່ພຽງແຕ່ຢູ່ປາກເຊ, ແຕ່ບັນດາເມືອງໃຫຍ່ໆ ເຊັ່ນ, ວຽງຈັນ, ທ່າແຂກ, ສະຫວັນ, ຫຼວງພະບາງ.... ແລະ ພວກຜູ້ສາວບໍລິການເຫຼົ່ານີ ຈະໃຊ້ຍຸດທະສາດທີ່ວ່າ ເໜືອ ຫາກິນໃຕ້, ໃຕ້ຫາກິນເໜືອ ອັນນີ້ທຸກຄົນອາດຈະເຂົ້າໃຈ... ແລ້ວພວກເຮົາຈະແກ້ໄຂບັນຫານີ້ແນວໃດ? ເວົ້າແລ້ວກະໄດ້ແຕ່ເວົ້າ......

ຢູ່ປາກເຊກໍ່່ປະມານ ສອງຄືນສາມວັນ, ຈາກນັ້ນກໍ່ໄດ້ເດີນທາງກັບວຽງຈັນຕອນໃກ້ທ່ຽງ ວັນອັງຄານ ທີ 14 ກັນຍາ 2010. ເປັນອັນວ່າສິ້ນສຸດການເດີນທາງຄັ້ງນີ້.


ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ສະບາຍດີເພື່ອນພັນລາວ,

ດົນໆ ຈິ່ງເຫັນກັນເທື່ອໜຶ່ງມາຕົກຕະລຶງ ມາງາມແທ້ ງາມແທ້!!!!!!!

ເອົາກະມາເລີ່ມທັກທາຍດ້ວຍບົດເພັງອຳມະຕະ ທີ່ມີຊື່ວ່າ ດົນໆເຫັນກັນເທື່ອໜຶ່ງ...

ຂໍອານຸຍາດເຂົ້າປະເດັນເດີ, ເພາະວ່າຄິດຜູ້ດຽວ ກະທຽມລີບ.... ກະເລີຍຢາກມາຖາມເພື່ອນທີ່ມີວິໄສທັດກວ້າງໄກໃຫ້ຄຳເຫັນຊ່ວຍ.

ຄືຈັ່ງຊີ້, ຖ້າເພື່ອນໆຊິຮຽນຕໍ່ ປະລິນຍາໂທ ກ່ຽວກັບ ການພັດທະນາສາກົນ, ລົງເລິກດ້ານການພັດທະນາຊົນນະບົດ, ເພື່ອນໆຄິດວ່າເຮົາຄວນຂຽນບົດກ່ຽວກັບອັນໃດດີ ທີ່ໜ້າເປັນແນວຄິດໃໝ່ທີ່ສາມາດຄົ້ນຄວ້າ ແລະ ແກ້ໄຂບັນຫາທີ່ບັນດາ ຊຸມຊົນທາງຊົນນະບົດບ້ານເຮົາຄວນຈະເອົາໃຈໃສ່ໃນປະຈຸບັນ.....

ຂອບໃຈລ່ວງໜ້າເດີ!!!!!

ຮັກແພງ

ທ້າທາຍ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ຖ້າມີໂອກາດອອກມາວຽກ ຫຼື ໄປຮ່ຳໄປຮຽນແຕ່ເຊົ້າ, ຫຼາຍຄົນກໍ່ຄົງສັງເກດເຫັນວ່າມື້ນີ້ ແມ່ນການສັນຈອນແມ່ນຄັບຄາໜາແໜ້ນ ຫຼາຍ. ເພາະວ່າເປັນວັນໄຂສົກຮຽນໃໝ່ ຂອງລະບົບສາມັນ. ຂີ່ລົດກາຍໄປທາງໂຮງຮຽນ ປະຖົມ ມັດທະຍົມ ຫຼາຍໆບ່ອນເຫັນ ບັນດາຜູ້ປົກຄອງພາກັນ ເອົາລູກ ຫຼານໄປສະເໜີຕົວເຂົ້າຮຽນ.... ເຫັນແລ້ວ ກະເຮັດໃຫ້ຄິດຫວນຄືນຕອນສະໄໝຮຽນຢູ່ປະຖົມ ແລະ ມັດທະຍົມ, ພາບບັນຍາກາດ ຄວາມຕືນເຕັ້ນ ດີໃຈ ທີ່ຈະໄດ້ພົບກັບເພື່ອນໆຮ່ວມຫ້ອງ ຫຼັງຈາກ ພັກແລ້ງເກືອບສາມເດືອນ.

ເມື່ອຕອນຮຽນຢູ່ປະຖົມຜູ້ຂຽນເອງແມ່ນຮຽນຢູ່ໂຮງຮຽນ ປະຖົມຮຸ່ງເວື່ອງ ທີ່ຫຼວງພະບາງ ເປັນໂຮງຮຽນເອກະຊົນ ຂອງສະມາຄົມຫວຽດນາມ. ຖືວ່າເປັນໂຮງຮຽນ ທອບວັນ ຂອງແຂວງຫຼວງພະບາງ ກໍ່ວ່າໄດ້, ສ່ວນຄູ່ແຂ່ງທີ່ສຳຄັນກະແມ່ນໂຮງຮຽນ ຈີນ ຊິນຮວ່າ... ເພາະວ່າສອງໂຮງຮຽນນີ້ ແມ່ນມີນັກຮຽນເກັ່ງ ທີ່ສາມາດຍາດໄດ້ອັນດັບທີ່1 ຂອງການແຂ່ງຂັນ ນັກຮຽນເກັ່ງປະຈຳປີຕະຫຼອດ...

ກ່ອນມື້ເປີດໂຮງຮຽນ, ເມື່ອຍັງໄວເດັກ, ກະແນ່ນອນ ພໍ່ແມ່ຕ້ອງໄດ້ກະກຽມຊອກຊື້ ຊຸດນັກຮຽນ, ກະເປົາ, ປື້ມສໍ ໄວ້ພຽບ. ຂ້າພະເຈົ້າ ແມ່ນດີໃຈເປັນທີ່ສຸດ ທີເຫັນແມ່ກັບມາຈາກຕະຫຼາດ ແລ້ວເອີນໃຫ້ຕົນເອງໄປລອງຊຸດໃໝ່. ແຕ່ລະປີກໍ່ຈະໄດ້ເພີ່ມປະມານ ສອງສາມຊຸດ, ໃສ່ປ່ຽນໄປປ່ຽນມາ ໝົດປີ... ພູມໃຈຫຼາຍ ທີ່ພໍ່ແມ່ຕົນເອງກະໃຫ້ຄວາມສຳຄັນກັບການຮຽນຂອງລູກ. ພໍຕົກແລງ, ສ່ວນຫຼາຍແມ່ນຈະນອນບໍ່ຫຼັບ, ຕ້ອງໄດ້ເອົາຊຸດມາລອງອີກຈັກ ສາມຮອບ, ແລ້ວກະກວດເບິ່ງ ກະເປົາຕົນເອງ ວ່າມີອຸປະກອນຄົບຮຽບຮ້ອຍບໍ່່ ກ່ອນຈະເຂົ້ານອນ. ໃນຕອນນັ້ນ ເຮືອນຂອງຕົນເອງກະຍັງບໍ່ທັນມີໄຟຟ້າ, ບັນຍາກາດ ໄຕ້ທຽນຕອນຄືນ ແມ່ນເປັນຄວາມສະຫງົບງຽບ ທີຍັງຕິດຕາ.

ເພື່ອເປັນການປະຫຍັດ, ຕົນເອງມັກຈະໄປຂໍເອົາປື້ມແບບຮຽນຂອງຫຼຸ້ນອ້າຍ, ພວກເພີ່ນກໍ່ແມ່ນໃຈດີ ແລະ ມັກແບ່ງປັນ. ເມືອໄດ້ປື້ມມາ ກະເຮັດໃຫ້ມີຄວາມສົນໃຈ ແລະ ຕ້ອງໄດ້ອ່ານແຕ່ໜ້າທຳອິດຈົນໜ້າສຸດທ້າຍ ພາຍໃນມື້ດຽວ... ການໄດ້ມີໂອກາດ ອ່ານປື້ມກ່ອນມື້ເຂົ້າຮຽນກໍ່ເຮັດໃຫ້ໄດ້ປຽບໄປກ້າວໜຶ່ງ. ແລະແນ່ນອນ ປື້້ມທີ່ໄດ້ມາ ກໍ່ຕ້ອງເອົາໜັງສືພີມມາຫໍ່ຈົບເຈືອ ແລ້ວ ກໍ່ເຮັດ ອາຕິແກັດ, ເວົ້າງ່າຍແມ່ນເຮັດປ້າຍຕົນເອງຕິດໃສ່ປື້ມ ເພາະຢ້ານຫຼົງຂອງຜູ້ອື່ນ. ທີສຳຄັນ ກະຕ້ອງ ລົງລາຍຊື່ຕົນເອງໄວ້ທີ່ປົກໃນ ທັງໜ້າແລະ ຫຼັງ ແລະ ກະທັງກາງຂອງປື້ມອີກຄັ້ງ.

ພໍໄດ້ຍິນສຽງໄກ່ຂັນ ວັນຕໍ່ມາ, ກໍ່ແມ່ນຮູ້ເມື່ອຄີງໂລດ ເພາະຕື່ນເຕັ້ນຈະໄດ້ໄປຮຽນວັນທຳອິດ. ແຕ່ກະນອນພິກຕົວໄປມາ, ເພາະຍັງມືດ ຕ້ອງຖ້າຮອດປະມານ ຫົກໂມງ ຈິ່ງລຸກອອກຈາກບ່ອນນອນມາອາບນ້ຳ, ນຸ່ງເຄືອງໃໝ່, ປັ້ນເຂົ້າເຊົ້າ ແລ້ວກະເອົາກະເປົາພາຍ ຖ້າໃຫ້ພໍ່ໄປສົ່ງ.

ພາຫະນະຄູ່ໃຈທີ່ພໍຂີ່ໄປສົ່ງໂຮງຮຽນແມ່ນ ລົດຖີບ ຟາມິງໂກ, ຖືວ່າເປັນຍອດຮິດເວລານັ້ນ, ຍ້ອນຍັງນ້ອຍ ຈິ່ງບໍ່ໄດ້ຮັບອານຸຍາດໃຫ້ຂີ່ລົດຖີບໄປເອງ, ຈື່ໄດ້ວ່າຈົນຮອດ ປ 5 ຈື່ງໄດ້ຂີ່.

ເມື່ອມາຮອດໂຮງຮຽນ  ກໍ່ເຫັນໝູ່ເພື່ອເຕັມເດີນໂຮງຮຽນ, ບາງພ່ອງກໍ່ພາກັນແລ່ນຍອກກັນ, ບາງພ່ອງກໍ່ພາກັນຫຼິ້ນຕາມຮາວໄຕ່, ລໍ້ໝູນ, ຄະເລີ່ງເຄີ ຫຼືວ່າ ຊັກຄະເຍີ. ສ່ວນຕົນເອງແມ່ນຕ້ອງໄດ້ນຳຫຼັງພໍໄປສະເໜີຕົວກ່ອນ, ເມື່ອເຊັດແລ້ວ, ກະອອກໄປຫາໝູ່.

ຍ້ອນບໍ່ເຈີກັນສາມເດືອນ ກະຕ້ອງໄດ້ທັກທາຍໂອລົມກັນ, ໂດຍສະເພາະກະແມ່ນຢາກຮູ້ວ່າຕອນພັກແລ້ງເພື່ອນໆພາກັນໄປໃສ, ເຮັດຫຍັງແດ່.... ພາບບັນຍາກາດເຫຼົ່ານັ້ນ ເຮັດໃຫ້ຕົນເອງຍັງສາມາດຍິ້ມໄດ້, ເພື່ອນຮ່ວມຫ້ອງຫຼາຍໆຄົນ ກະແມ່ນໄດ້ຮຽນນຳກັນຈົນຮອດຈົບມັດທະຍົມ, ແລະຫຼາຍຄົນກະຍັງສາມາດມາຮຽນຕໍ່ທີ່ມະຫາວິທະຍາໄລແຫ່ງຊາດນຳກັນຈົນຈົບ...

ແມ່ນວ່າຈະບໍ່ສາມາດຍ້ອນເວລາກັບໄປເຂົ້າຮຽນອີກ, ແຕ່ສິ່ງເຫຼົ່ານັ້ນກໍ່ຍັງເປັນພາບທີ່ສ້າງມິດຕະພາບ, ຄວາມຊົງຈຳ ແລະ ຄວາມຮູ້ສຶກດີໆໃນໄວເດັກ... ກະອາດຈະສາມາດສຳພັດບັນຍາກາດເຫຼົ່ານີ້ໄດ້ ເມື່ອຕົນເອງຕ້ອງໄດ້ປ່ຽນມາເປັນພໍ່ ແລ້ວພາລູກໄປໂຮງຮຽນ.... ມັນຕ້ອງຕື່ນເຕັ້ນອີກຄັ້ງ...ວ່າບໍ່?


ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

ຊີວິດຄົນເຮົາກະບ໋ມີໃຜ ຢູ່ກວ່າ ໜຶ່ງສະຕະວັດ, ຫຼາຍຄົນພາຍຫຼັງກຳເນີດ, ຜ່ານໄວເດັກ, ເຂົ້າຮຽນ ແຕ່ບາງຄົນກະບໍ່ໄດ້ຮຽນ, ເຮັດວຽກ ຫາເງິນ, ສ້າງຄອບຄົວ ຫຼື ອາດບໍ່,  ຈາກນັ້ນກະແມ່ນໄວ ກາງຄົນ, ແລ້ວກະເລີ່ມແກ່, ແລ້ວກໍ່ເຂົ້າສູ່່ສະຫວັນຄົດ ແລ້ວແຕ່ວ່າຈະໄວຫຼື ຊ້າ...

ອ່ານບົດຄວາມນີ້ ຫຼາຍຄົນອາດຈະຫົດຫູ່ໃຈແມ່ນບໍ່, ແຕ່ຫຼາຍຄົນຄົງໄດ້ຍິນຫຼາຍໆຄັ້ງວ່າ ຄວາມດີເປັນສິ່ງຢູ່ຄ້ຳຟ້າ.... ແລ້ວເພື່ອນໆຄິດວ່າ ອັນໃດຈະເປັນຄວາມດີ ທີ່ເຮົາຈະຝາກໄວ້ກັບໂລກໃບນີ້ ກ່ອນທີ່ເຮົາຈະຈາກໂລກນີ້ໄປ.

ຫຼາຍຄົນຄົງຄິດວ່າ ການເຮັດຄວາມດີໃຫ້ສັງຄົມນັ້ນ ຕ້ອງເປັນເລື່ອງໃຫຍ່ ເລື່ອງດີ ເດັ່ນ ແລະໃຊ້ເງິນຄຳ. ສິ່ງເຫຼົ່ານັ້ນກະອາດເປັນສ່ວນໜຶ່ງ ແຕ່ຄວາມດີແມ່ນສາມາດເຮັດໄດ້ ເລີ່ມແຕ່ສິ່ງເລັກໆນ້ອຍໆ ແລະ ການໃຫ້ຄວາມຊ່ວຍເຫຼືອ ເລີ່ມຈາກສັງຄົມນ້ອຍໆ ກໍ່ແມ່ນການເຮັດຄວາມດີແລ້ວ. ເຖິງແມ່ນວ່າຄົນອື່ນບໍ່ຮັບຮູ້ສິ່ງທີ່ເຮົາເຮັດ ແຕ່ວ່າຄວາມດີນັ້ນ ກໍ່ຖືເປັນຄວາມດີທີເຮົາໄດ້ເຮັດໄວ້ ໃນຊີວິດຂອງເຮົາ.

ການດຳລົງຊີວິດຂອງຄົນເຮົາໃນໂລກໜ່ວຍນີ້ ແມ່ນມັນອາດບໍ່ມີຄວາມຍຸດຕະທຳໃຫ້ກັບທຸກຄົນ, ບາງຄົນກໍ່ເກີດມາລ້ຳລວຍ,​ມີຄວາມຮູ້ມີການສຶກສາ ແລະ ມີວຽກເຮັດງານທຳທີດີ ອັນເຮັດໃຫ້ຊີວິດສາມາດເດີນໃນເສັ້ນທາງທີ່ມີຄວາມສຸກ ແລະ ສະດວກສະບາຍ. ສ່ວນບາງຄົນກໍ່ອາພັບ, ທຸກຈົນ, ແລະຕ້ອງໄດ້ດິ້ນຮົນຕໍ່ສູ້ ເພື່ອໃຫ້ຊີວິດດີຂຶ້ນ.

ການເຮັດໃຫ້ຊີວິດມີຄວາມສຸກ ກໍ່ແມ່ນມີດ້ວຍກັນຫຼາກຫຼາຍແບບ ແລ້ວແຕ່ປັດໃຈຂອງແຕ່ລະຄົນ, ຜູ້ທີ່ທຸກຍາກກໍ່ສາມາດມີຄວາມສຸກໄດ້ຫາກບໍ່ໄລ່ຕາມກັບເລື່ອງວັດຖຸຫຼາຍເກີນໄປ ເພາະຄວາມຢາກ ແລະຄວາມຕ້ອງການ ເຮັດໃຫ້ເຮົາຕ້ອງໄດ້ດິ້ນຮົນ ແລະ ອາດສ້າງໃຫ້ມີຄວາມທຸກໄດ້.  ຄົນທີ່ຮັ່ງມີກໍ່ອາດໄດ້ປຽບໃນການທີ່ສາມາດຈັບຈ່າຍຊື່ວັດຖຸສິ່ງຂອງ ແລະ ສາມາດເດີນທາງໄປມາຫາຄວາມສຸກໃຫ້ຊີວິດ ໃນອີກແບບ.

ແລ້ວເພື່ອນໆເດ ຈະສ້າງຄວາມສຸກໃຫ້ຕົນເອງແນວໃດ,​ ແລະອັນໃດທີ່ເປັນຄວາມສຸກທີ່ເພື່ອນຊອກຫາ. ອີກຢ່າງ ແລ້ວເພື່ອນໆຈະເຮັດໃຫ້ອັນໃດເພື່ອເປັນການສ້າງຄວາມດີໄວ້ເປັນອານຸສອນແຫ່ງຄວາມດີຂອງຊີວິດ....

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ເປັນມື້ທີ່ສອງຢູ່ກຸງເທບ ກໍ່ໄດ້ມີໂອກາດຮຽນຮູ້ຊີວິດການເປັນຢູ່ຂອງຄົນແຖວນີ້, ທີ່ຜ່ານມາໄດ້ຍິນແຕ່ວ່າ ຊາວຊົນນະບົດບ້ານເຮົາແມ່ນຕືນເດິກລຸກເຊົ້າ, ໄປຢຽບໝາມາຢຽບຂຽດ, ເມື່ອຕົນເອງໄດ້ມານັ່ງສັງເກດເບິ່ງ ຜູ້ຄົນຢູ່ເມືອງໃຫຍ່ ກະຍິງຕ້ອງໄດ້ຂະຫຍັນຂັນແຂງເຊັ່ນກັນ. ມື້້ນີ້ຕື່ນແຕ່ເຊົ້າ ປະມານ ຫົກໂມງເຄິ່ງ, ລົງໄປກິນເຂົ້າເຊົ້າທີ່ຫ້ອງອາຫານຂອງໂຮງແຮມ ກັບເພື່ອນຄົນໄທ ກໍໄດ້ມີໂອກາດໂອ້ລົມກັນ, ເພາະວ່າທີ່ພັກແມ່ນຕັ້ງຢູ່ໃກ້ກັບ ແຄມແມ່ນ້ຳເຈົ້າພະຍາ ເຊິ່ງສາມາດແນມເຫັນການສັນຈອນໄປມາຂອງ ປະຊາຊົນເຂດນີ້ ທີ່ຕ້ອງໄດ້ພາກັນອອກຈາກບ້ານເຮືອນແຕ່ເຊົ້າ ເພື່ອໄປຮຽນ ຫຼື ໄປວຽກ.  ແມ່ນ້ຳເຈົ້າພະຍາກະຖືເປັນສາຍນ້ຳສຳຄັນຂອງກຸງເທບ ເພາະນອກຈາກຈະເປັນບ່ອນສັນຈອນການສົ່ງສິນຄ້າແລ້ວ, ການຄົມະນາຄົມ ທາງນ້ຳຜ່ານແມ່ນ້ຳສາຍນີ້ ກະເຫັນວ່າເປັນທີ່ສຳຄັນ.

ແມ່ນວ່າຈະຍັງເຊົ້າແຕ່ສັງເກດເປັນຜູ້ຄົນແມ່ນພາກັນອອກບ້ານຂຶ້ນເຮືອຕໍ່ລົດໄປຮຽນ ໄປວຽກກັນແຕ່ເຊົ້າໆ, ຄືຮູ້ນຳກັນຫັ້ນລະ ຕ້ອງໄດ້ໄປໄວ ເພາະໄປຊ້າ ລົດກໍ່ຕິດ ເສຍເວລາ, ດັ່ງນັ້ນຜູ້ຄົນສ່ວນໃຫຍ່ຈຶ່ງຕ້ອງອອກບ້ານແຕ່ເຊົ້າ ຕອນທີ່ການຈາລະຈອນບໍ່ໜ້າແໜ້ນ.

ຊີວິດຂອງຄົນເມືອງໃຫຍ່ ແມ່ນວ່າຈະມີຄົນຢູ່ຢ່າງໜາແໜ້ນແຕ່ ທ່ານອາດມີເພື່ອນບໍ່ຫຼາຍ ແລະ ທຸກຄົນກະແມ່ນຕັ້ງໜ້າຕັ້ງຕາທຳມາຫາກິນ. ພວກເຂົາບໍ່ຄ່ອຍຈະສົນໃຈການ ນອກຈາກຈະຮູ້ຈັກ ແລະ ສະໜິດກັນ ຫຼື ຮຽນ ແລະ ເຮັດວຽກບ່ອນດຽວກັນ.

ບໍ່ພຽງແຕ່ ຕື່ນເຊົ້າ ແຕ່ຄົນສ່ວນຫຼາຍ ຍັງຕ້ອງກັບບ້ານຊ້າ ບາງສ່ວນກໍ່ແມ່ນໄປຢ່າງຫຼິ້ນຫ້າງຫຼັງຮຽນ ຫຼື ເຮັດວຽກ, ໂດຍສະເພາະຍ່ານສູນການຄ້າ ແມ່ນຈະມີນັກຈັບຈ່າຍຊື້ຂອງໄປກັນໜ້າແໜ້ນ ທັງຄົນທ້ອງຖິ່ນແລະຊາວຕ່າງປະເທດ. ບາງຄົນກະເປັນພະຍາດໄປເດີນຫ້າງ ບໍ່ໄປຊື້ຫຍັງດອກ ພໍໄດ້ໄປ ລະກະນັ່ງກິນນ້ຳຈັກຈອກກະໄດ້ແລ້ວ, ບາງຄົນກະເປັນການໄປພັກຜ່ອນເພື່ອຊອກແນວຄິດໃໝ່ ໃນການເຮັດວຽກ ເພາະ ຮ້ານຄ້າແມ່ນໃຫຍ່ ແລະ ມີການບໍລິການຫຼາກຫຼາຍ ສະນັ້ນ ການໄປຍ່າງຊົມ ກໍ່່ສາມາດຖືເປັນບ່ອນຮຽນຮູ້ອັນໜຶ່ງ, ເຊັ່ນວ່າ ບັນດານັກວິຈິດສິນ ຖ້າຄິດບໍ່ອອກ ໃນການວາດຮູບ ທີ່ຫ້າງເອັມບີເຄ ກໍ່ຈະມີໂຊນໜຶ່ງທີ່ມີການຈັດໃຫ້ເປັນເຂດບໍລິການແຕ້ມຮູບ ນັກສິນລະປະກຳ ເຫຼົ່ານີກະມີຝີມືບໍ່ທຳມະດາ....

ການທີ່ມີຊີວິດແບບແຂ່ງຂັນ ກະເປັນອັນໜຶ່ງທີ່ເຮັດໃຫ້ມີການພັດທະນາ ແລະ ມີແນວຄວາມຄິດອັນໃໝ່ໆ. ແຕ່ການມີເວລາມາຢຸດພັກ ແລະ ຫຼຽວມອງສິ່ງອ້ອມຂ້າງ ແລະ ມີຄວາມສຸກ ກັບສິ່ງເຫຼົ່ານັ້ນກໍ່ເປັນສິ່ງສຳຄັນ......

ກະຊິບໍ່ເວົ້າຫຼາຍ ແຕ່ຈະເອົາຮູບຖ່າຍຈາກທີ່ພັກ ມາໃຫ້ເບິ່ງຂ້າງລຸ່ມ.... ເພາະວ່າໃຫ້ຮອດເວລາໄປປະຊຸມແລ້ວ..... ໂອຍ!!!! ເວົ້າແລ້ວເຊັງ......


 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ເປັນວ່າໂຊກດີ ຖືກໃຫ້ໄປຝຶກວຽກຢູ່ກຸງເທບ ອາທິດນີ້ ກະເລີຍໄດ້ມີໂອກາດໄດ້ ຂີ່ຍົນໃຫຍ່ ນຳເພິນອີກບາດໜຶ່ງ.... ຈັດກະເປົາກະບໍ່ຍາກ ສະຕາຍຄົນໂລໂຊ, ເອົາໂສ້ງ ແລະ ເສືຶອ ສີ່ຊຸດ ສຳລັບ ສີ່ມື້ ໃສ່ກະເປົາເປ້ ແລ້ວກະໄປ ສະໜາມບິນວັດໄຕ ເພື່ອກຽມຂຶ້ນຍົນ ຕອນບ່າຍ ສອງໂມງ.....

ຮອດເດີນເບິນສາກົນວັດໄຕ ປະມານ ໂມງຍັງ, ຜູ້ໂດຍສານ ແລະ ຍາດພີນ້ອງທີ່ມາສົ່ງ ແລະ ມາຮັບ ກັນກະຄັບຄາໜາແໜ້ນ...  ຍ້ອນເປັນເດີນບິນທີ່ມີການບິນຂຶ້ນລົງຂອງຍົນ ໜ້ອຍ ຈຶ່ງບໍ່ວຸ້ນວາຍຄືກັບປະເທດອື່ນ, ໃຊ້ເວລາພຽງ ສິບຫ້ານາທີກະແຈ້ງປີ້ແລ້ວ... ຈາກນັ້ນກໍ່ໄປແຈ້ງຕ່ຳຫຼວດກວດຄົນອອກເມືອງ,​ແລ້ວກໍ່ໄປນັ່ງລໍຖ້າທີ່ຫ້ອງກຽມອອກເດີນທາງ.

ຖ້າຜູ້ໃດໄດ້ໄປຕຶກຜູ້ໂດຍສານສາຍການບິນສາກົນ ກໍ່ຈະເຫັນເປັນຕຶກທີ່ສວຍງາມ ອາດຈະບໍ່ໃຫຍ່ໂອໂຖງ ແຕ່ກະເປັນຕຶກທີ່ມີສິນລະປະແບບປະຍຸກຂອງລາວສະໄໝໃໝ່, ເປັນຕຶກທີ່ທາງລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອ, ຕຶກນີ້ ກໍ່ຈະມີທ່າທຽບເຮືອບຶນສອງປ່ອງ, ເຊິ່ງຈະມີຂາທຽບຢູ່ສອງຂ້າງ, ຍົນທີ່ຈະມາຈອດກະຕ້ອງເປັນຂະໝາດ ຜູ້ໂດຍສານ ຮ້ອຍຄົນຂຶ້ນໄປ, ສ່ວນຍົນຂອງສາຍການບິນລາວ ແມ່ນທຽບທ່ານີ້ບໍ່ໄດ້ເພາະ ນ້ອຍ ແລະ ຂາບໍ່ເຖິງປ່ອງປະຕູ ຄືຍົນບ້ານເພິ່ນ...

ຂໍອານຸຍາດກັບໄປທີ່ຫ້ອງລໍຖ້າ, ຫ້ອງດັ່ງກ່າວ ກໍຈະເປັນບ່ອນທີ່ກວ້າງຂວາງສົມຄວນ, ຜູ້ໂດຍສານທຸກຄົນທີ່ຈະຖືກອານຸຍາດໃຫ້ເຂົ້າມາຕ້ອງໄດ້ຖືກກວດຄົ້ນ ແລະ ຜ່ານເຄື່ອງສະແກນ. ພາຍໃນຫ້ອງກໍ່ຈະມີຫ້ອງລວມ ແລະມີມູມໜຶ່ງທີ່ເພື່ອຂາຍເຄື່ອງປອດພາສີ ແຕ່ວ່າໂຄດແພງແດ່ຈັກໜ້ອຍ ຊົງຊິແມ່ນຍ້ອນເຊົ່າສະຖານທີ່ແພງ.

ຢູ່ໃກ້ໆກັບປະຕູທາງອອກ ເລກໜຶ່ງ ແລະ ສອງ ແມ່ນຈະມີຫ້ອງກຽດຕິຍົດ ທີ່ໄວ້ໃຫ້ສຳລັບແຂກຜູ້ໃຫຍ່ລໍຖ້າຂຶ້ນຍົນ. ສ່ວນອີກມູມທາງປະຕູອອກເລກສາມ ແມ່ນມີຫ້ອງອາຫານສຳລັບຜູ້ຫິວ.

ເມື່ອກະກຽມເຮືອບິນເປັນທີ່ຮຽບຮ້ອຍແລ້ວ, ເຈົ້າໜ້າທີ່ກໍ່ໄດ້ປະກາດໃຫ້ຜູ້ໂດຍສາຍຂຶ້ນເຄື່ອງ ໂດຍໃຫ້ຜູ້ນັ່ງທາງກາງຫາທ້າຍ, ຄົນພິການຫຼື ຄົນສະລາ ແລະ ເດັກນ້ອຍຂຶ້ນກ່ອນ, ແລ້ວ ຈຶ່ງແມ່ນພາກສ່ວນທີ່ຢູ່ກາງຂຶ້ນຫາຫົວ. ພິເສດ ຜູ້ໂດຍສານ ຊັ້ນພິເສດ ຫຼື ຊັ້ນທຸລະກິດ, ຊັ້ນໜຶ່ງ ແມ່ນສາມາດຂຶ້ນຕອນໃດກະໄດ້ ເປັນວ່າມີສິດທິພິເສດເພາະຊື່ປີແພງໄດ້ນັ່ງເຂດທາງໜ້າ.

ຂ້າພະເຈົ້າໄດ້ເລກ ສາມສິບສາມ (ບໍ່ແມ່ນໃບ້ຫວຍເດີ, ແຕ່ລອງຊື້ເບິ່ງເດີ ຖືກແລ້ວປັນຂ້ອຍແດ່) ຈິ່ງນັ່ງໃກ່ໆກັບ ຜູ້ໂດຍສານຊັ້ນພິເສດ ຕ່າງແຕ່ວ່າເພິ່ນມີຜ້າມານຂັ້ນໄວ້. ຄືກັນກັບທຸກສາຍການບິນ ກ່ອນຈະອອກເດີນທາງ ຜູ້ໂດຍສານກໍ່ຈະໄດ້ຮັບການອະທິບາຍ ວິທີການຮັດສາຍແອວ, ການນຳໃຊ້ໜ້າກາກອົກຊີ, ການອອກປະຕູນິລະໄພ ແລະ ການສຶກສາຄູ່ມືຄວາມປອດໄພ.

ປະມານ ໂມງສິ່ສິບ, ເຄື່ອງບິນກະເລີ່ມເຄື່ອນຕົວອອກຈາກທ່າທຽບ ເພື່ອອອກໄປສູ່ເລນແລ່ນບິນ ຫຼື ທີ່ເອື້ນວ່າ ລັນເວ.

ຍ້ອນເປັນຍົນໃຫຍ່, ການບິນຂຶ້ນຈື່ງນິ້ມນວນກວ່າ ຍົນນ້ອຍ ທີ່ເຄີຍຂີ່ກັບສາຍການບິນລາວ, ແລະ ບິນຂຶ້ນສູງກວ່າ ເວົ້າງ່າຍໆ ແມ່ນບິນສູງກວ່າເມກ ກວ່າໝອກ ຈົນສາມາດຊື່ນຊົມຄວາມງົດງາມຂອງເມກເຝຶ້ອສີຂາວ.

ເມື່ອຍົນບິນທ່ຽງດີແລ້ວ, ບັນດາຜູ້ບໍລິການເທິງເຄື່ອງບິນກໍ່ຈະໃຫ້ບໍລິການອາຫານເບົາ ເປັນປະເພດ ຢໍ່ ແລະ ຜັກດອງ,​ມີເຂົ້າໜົມ ແລະ ເຄື່ອງດື່ມ. ສາຍການບິນລາວເຫັນແລ້ວແມ່ນຕ້ອງອາຍ ເພາະບິນກັບສາຍການບິນລາວ ແມ່ນບາງຄ້ັງໄດ້ກິນແຕ່ນ້ຳຈອກນ້ອຍຈອກດຽວ. ຂີ້ລາຍກະມີເຂົ້າໜົມອົມຈັກກ້ອນກະດີຕື່ມ.

ໃຊ້ເວລາປະມານ ຊົ່ວໂມງກວ່າໆ ກະກຽມລົງສູ່ສະໜາມບິນສາກົນສຸວັນນະພູມ, ແຕ່ປະກົດວ່າ ມີເມກດຳຫຼາຍ ແຕ່ໂຊກດີແມ່ນຢູ່ໄກຈາກສະໜາມບິນແດ່ ຈິ່ງເຮັດໃຫ້ການລົງຈອດດຳເນີນໄປດ້ວຍດີ.

ເມື່ອຍົນຈອດເປັນທີ່ຮຽບຮ້ອຍແລ້ວ ພວກເຮົາກໍ່ນັ່ງລົດເມ ເຂົ້າໄປຫາຕຶກໃຫຍ່ ເພື່ອແຈ້ງເຂົ້າເມືອງ ແລະ ຮັບເອົາກະເປົາເດີນທາງ, ຍ້ອນເປັນສະໜາມບິນທີ່ໃຫຍ່ ສະນັ້ນ ຕ້ອງຮີບໄປແຈ້ງ ບໍ່ຊັ້ນຖ້າຍົນລຳອື່ນລົງຫຼາຍລຳ ແມ່ນຕ້ອງໄດ້ຕໍ່ຄີວຍາວ. ກະແມ່ນມັນໃຫຍ່ອາຄານສະໜາມບິນຢູ່ສຸວັນນະພູມ ສົມວ່າເປັນສະໜາມບິນປະຈຳຂົງເຂດນີ້, ຫຼຽວເບິ່ງຕາມ ຂ້າງນອກ ກໍ່ຈະເຫັນຍົນຫຼາຍໆລຳ ທີ່ມາຈາກທົ່ວທະວີບ ຈອດລຽນຊ້າຍລ້າຍ. ທັງໃຫຍ່ທັງນ້ອຍ ແຕ່ອັນທີ່ວ່ານ້ອຍນີ້ ແມ່ນສ່ວນຫຼາຍໃຫຍ່ກວ່າຍົນບ້ານເຮົາຕັ້ງສອງເທົ່າ.

ເມື່ອແຈ້ງເຂົ້າເມືອງແລ້ວໆ, ກະໄປເອົາກະເປົາເຄື່ອງ, ຢູ່ບ່ອນນີ້ກະຕ້ອງໄປກວດເບິ່ງວ່າເພີ່ນເອົາເຄື່ອງຂອງຖ້ຽວບິນເຮົາໄປລົງຢູ່ປ່ອງໃດ ເພາະມັນມີປະມານ ເກືອບຊາວປ່ອງ, ເມືອອ່ານເບິ່ງລະອຽດຈຶ່ງຮູ້ວ່າ ແມ່ນປ່ອງທີ່ຫ້າ. ຢືນຖ້າເອົາກະເປົ່າຕົນເອງກະເລີຍສັງເກດເຫັນວ່າ ກະເປົ່າເດີນທາງນີ້ກະມີຫຼາຍແບບ ແລະ ຫຼາກຫຼາຍສີສັນ, ບາງແນວກະເປັນປະເພດເຫຼັກ ໜັກສົມຄວນເໝາະສົມກັບເຄື່ອງທີ່ອາດຖືກແຕກຫັກ, ບາງແນວກະເປັນໜັງທຽມ ຫຼື ຢ່າງ ແລະກໍ່ຈະມີສີສັນຫຼາຍໆອັນ ເຊັ່ນເປັນຮູບສະໄປເດີແມນ, ມິກກີເມົ້າ, ເປັນສີລ້ວນ ແລະອື່ນໆ. ສ່ວນວ່າຈະເປັນກະເປົ້ານ້ອຍຫຼືໃຫຍ່ແມ່ນແລ້ວແຕ່ຄວາມມັກຂອງໃຜລາວ.

ເມື່ອໄດ້ເປົາກໍ່ຕ້ອງໄດ້ຍ່າງໄປຊອກລົດແທ໋ກຊີ. ຄິຄ່າບໍລິການກະແມ່ນປະມານ ພັນສອງຮ້ອຍບາດເຂົ້າໄປໃນເມືອງ. ເປັນລົດແທກຊີ່ໄຮໂຊ ເພາະເປັນລົດ ບີເອມດັບເບິນຢູ່.

......ເປັນອັນວ່າເປັນການສິ້ນສຸດການເດີນທາງຂອງມື້ນີ້ເມື່ອເຂົ້າຮອດໂຮງແຮມ.....

ມ່ີພາກຕໍ່ໄປ.....

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 17, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ເຫັນລົດໂຄສະນາ ປະກາດທຸກມື້ ການສະແດງກາຍະສິນ ທຸກໆທ້າຍອາທິດ. ກະເລີຍຕັ້ງໃຈໄປເບິ່ງວັນອາທິດທີ່ຜ່ານມາ.

ກິນເຂົ້າແລງຮຽບຮ້ອຍ ກະເດີນທາງໄປໂຮງກາຍະສິນ ຄິດວ່າທຸກຄົນຕ້ອງຮູ້ເພາະມີບ່ອນດຽວຢູ່ໃນປະເທດລາວ.

ຈອດລົດໄວ້ ກະເສຍເງິນຄ່າຝາກລົດ ສາມພັນກີບ.  ມີຄົນມາຊື້ປີເຂົ້າຊົມມື້ນີ້ ກະຫຼາຍສົມຄວນ.... ລາຄາກະບໍ່ແພງ ປະມານ ເຝີສອງຖ້ວຍ (ຊາວຫ້າພັນກີບ). ພໍໄດ້ປີເຂົ້າຊົມຍ່າງໄປ ຊື້ນ້ຳດື່ມກັບເຂົ້າໜົມ ພໍໄດ້ຄ້ຽວ..... ທຳມະດາເພິ່ນວ່າ ການສະແດງຈະເລີຍ ເຈັດໂມງເຄີ່ງ ແຕ່ຍ້ອນ ຂາຍປີອາດບໍ່ທັນໄດ້ຕາມກຳນົດ ກະເລີຍເລື່ອນມາເປັນ ຕອນ ແປດໂມງ.

ເປັນຄັ້ງທຳອິດທີ່ໄດ້ເຂົ້າມາເບິ່ງການສະແດງກາຍະສິນ ຕັ້ງແຕ່ມາວຽງປີ ສອງພັນ. ສ່ວນຫຼາຍແມ່ນເຫັນແຕ່ຢູ່ທາງໂທລະທັດ. ບັນຍາກາດພາຍໃນກໍ່ແມ່ນໜາແໜ້ນໄປດ້ວຍຜູ້ຊົມ, ທັງເດັກ,​ ໄວໜຸ່ມ ແລະ ຜູ້ສູງໄວ. ໄດ້ປີ້ເບີ ສິບສອງ ແຖວ ດ, ກະເລີຍໄປນັ່ງຕາມທີ່ຕົວເລກກຳນົດ. ຖືວ່າເປັນບ່ອນນັ່ງທາງໜ້າເລີຍ ປະມານ ສອງແມດ ກະແມ່ນເວທີໂລດ. ແບບວ່າເບິ່ງໃຫ້ເຕັມໆ ຕາໄປເລີຍ.

ຢູ່ຂ້າງໆ ກະມີແມ້ປ່າຜູ້ໜຶ່ງ, ສົງໄສເພິ່ນກະຄືຊິມາເປັນຄັ້ງທຳອິດຄືກັນ ເພາະສັງເກດເພິ່ນແມ່ນມີຄວາມຕື່ນເຕັ້ນ. ຜູ້ທີ່ມາເຂົ້າຊົມ, ນອກຈາກຄົນລາວແລ້ວ ກໍ່ຍັງມີຊາວຕ່າງປະເທດຈຳນວນໜຶ່ງ.

ນັ່ງຖ້າປະມານ ສິບນາທີ, ເພິ່ນກະເປີດເພັງປະກອບແສງສີສັນ.... ຈາກນັ້ນ ພິທີກອນຄົນງາມ ສຳນຽງ ຫຼວງພະບາງ ຫຼື ອາດຈະແມ່ນໄຊຍະບູລີ ກໍ່ຂຶ້ນມາທັກທາຍສະບາຍດີຜູ້ຊົມ ... ພ້ອມກັບສ້າງຄວາມຄຶກຄັກ ແລະ ແນະນຳລາຍການສະແດງ.... ຜູ້ຊົມກໍ້ໃຫ້ການຕອບຮັບດ້ວຍສຽງຕົບມືຢ້າງພ້ອມພຽງ.

ລາຍການທຳອິດ ກະແມ່ນການເຕັ້ນລວມໝູ່ ເພື່ອເຊີດຊູທຸງຊາດ ແລະ ທຸງພັກ. ຈາກນັ້ນກະຕິດຕາມ ດ້ວຍລາຍການ ເຕັ້ນກະດານ ເຊິ່ງແມ່ນຜູ້ຊາຍເປັນສ່ວນຫຼາຍ... ຖ້າຜູ້ໃດເຄີຍເບິ່ງຢູ່ທາງໂທລະທັດ ກະຊິຮູ້, ເປັນການສະແດງເຕັ້ນໃສ່ແປ້ນຢັນ ແລະ ກະໂດດ ຂ້າມສິ່ງກີດຂວາງ... ຜູ້ສະແດງກໍ່ຈະມີການປະກອບສີສັນ ດ້ວຍການໝູນຕົວ, ຕີລັງກາ ແລ້ວ ແຕ່ຈະເຮັດ.... ເຊິ່ງຜູ້ສະແດງແມ່ນລ້ວນແຕ່ແຂງ ແຮງ ແລະ ກ້າມເປັນມັດໆ..... ແຕ່ອັນທີ່ສ້າງຄວາມເຮຮາ ກະບໍ່ໜີໄປຈາກ ການປະກົດຕົວ ຂອງຕົວ ໂຈກເກີ ຫຼື ຕົວຕະຫຼົກ ສອງຄົນ.. ທີ່ຈະສະແດງແບບຫັກມູມ ແລະ ສ້າງຄວາມມ່ວນຊື່ນ....  ໄຮໄລ້ອີກອັນຂອງລາຍການນີ້ ແມ່ນ ເຕັ້ນລອດຮ່ວງ ທີ່ຕິດໄຟ ສີ່ຫ່ວງ... ເຊິ່ງຕ້ອງໄດ້ມີການເຝີກຝົນດີຈິ່ງຈະເຮັດໄດ້, ບໍ່ສະນັ້ນອາດຖືກໄຟລວກ ກໍ່ເປັນໄປໄດ້.

ຈາກນັ້ນ ກະເປັນການສະແດງຂອງສາວໆ ມີແຕ່ຄົນໜ້າຮັກ ແຕ່ເຕັມປ່ຽມໄປດ້ວຍພະລັງ ແລະ ຄວາມແຂງແກ່ງ. ເພິ່ນສະແດງການໂຍນວັດຖຸ ສາມສີ່ອັນ ເຊິ່ງເປັນການສະແດງທີ່ໃຊ້ທັກສະສົມຄວນ... ທີ່ເປັນຈຸດຕື່ນເຕັ້ນກະແມ່ນການຢື່ນຢູ່ໝາກບານໃຫຍ່ ແລະ ໂຍນລູກບານ ສີ່ໜ່ວຍ ຖືວ່າບໍ່ທຳມະດາ, ໄທເຮົາເຈົ້າຂ້ອຍ ຂຶ້ນຂີ່ແຕ່ໝາກບານ ກະຄົງຈະບໍ່ລອດແລ້ວ !!!

ຕໍ່ມາກະເປັນການສະແດງພະລະກຳລັງ ຂອງຄວາມຮັກ ເປັນການສະແດງຄູ່ຍິງຊາຍ,​ ຖືວ່າຕ້ອງໄດ້ມີການເຝິກຝົນ ແລະ ອົດທົນ ຫຼາຍນອກຈາກທ່ວງທ່າລີລາ ແລ້ວ ກະຈະປະຄອງກັນໃຫ້ຢູ່ຕ້ອງໃຊ້ທັງທັກສະ ແລະ ກຳລັງ, ໂດຍສະເພາະແມ່ນຜູ້ຊາຍ ທີ່ຕ້ອງໄດ້ແບກໄດ້ຫາມ ໄດ້ຍົກ, ເວົ້າງ່າຍຕ້ອງໄດ້ເອົາໃຈຜູ້ຍິງທຸກຢ່າງ.... ໂອຍ!!! ເກີດເປັນຜູ້ຊາຍກະຍາກແນວນີ້ລະ, ເອົາໃຈຜູ້ນີ້ ແລ້ວ ພັດຍັງມີອີກຫຼາຍຄົນ... ບໍ່ຊ່າງຊິວ່າເດີ!!!!

ລາຍການທີ່ບັນດາເດັກນ້ອຍໃຫ້ຄວາມສົນໃຈ ກະແມ່ນການສະແດງຂອງໝາແສນຮູ້, ແຕ່ຮູ້ສຶກວ່າມື້ນີ້ ບັນດາໝາໆຂ້ອນຂ້າງຂີ້ດື້ ແດ່, ແຕ່ພວກມັກກໍ່ສະແດງໄດ້ດີ, ບໍ່ວ່າຈະເປັນການເຕັນຂວ້າມສິ່ງກີດຂວາງ, ລອດຫ່ວງ, ແລະ ການນັບເລກ. ເຊິ່ງຜູ້ສອນກະຊ່າງສອນ. ເວລາເຮົາຕັ້ງບັ້ງເລກ ເຊັ່ນວ່າ ສີ່ ບວກ ສີ່ ອອກເທົ່າໃດ, ມັນກໍ່ຈະເຮົາ ແປດບາດໂລດ. ຫຼື ອາດຈະຕັ້ງວ່າ ໜຶ່ງ ລົບ ໜຶ່ງອອກເທົ່າໃດ, ມັນກໍ່ຈະບໍ່ເຫົ່າ ເຊີິ່ງສະແດງວ່າເທົ່າ ສູນ. 

ໝົດການສະແດງຂອງໝາໆ ກໍ່ເປັນການສະແດງ ຄູ່ຍິງຊາຍອີກຄັ້ງ ເຊິ່ງກະມີຄວາມຕື່ນເຕັ້ນໄປອີກແບບ, ເປັນການສະແດງທີ່ໃຊ້ອຸປະກອນ ເປັນໂຕະ ເພື່ອໂຊຄວາມແຂງແຮງຂອງພາລະກຳລັງ... ທັງສອງແມ່ນມີການສະແດງເຂົ້າກັນໄດ້ດີ....

ຄວາມໜ້າຮັກຂອງສັດນອກຈາກໝາແລ້ວ ກະແມ່ນລີງນ້ອຍສອງຕົວ ທີ່ມາສະແດງ ກະເຕັ້ນ ຕີລັງກາ ກະໂດດ ແລະ ທີ່ຄັກໆ ກະແມ່ນຂີ່ລົດຖີບ... ເປັນຕາໜ້າຮັກຫຼາຍ... ແຕ່ເບີ່ງຄືວ່າລີງນ້ອຍທັງສອງຢາກຮ້າຍໆນ໊ອຍໜຶ່ງຄືຊິເປັນຍ້ອນໂດນໄມ້ແສ້ຕີເບາະ....

ການສະແດງອັນຕືນຕາອີກອັນກະເປັນການສະແດງກັບງູເຫຼືອມ ສອງໂຕ. ໂຕໜຶ່ງກະຂະໜາດປານກາງ ອີໂຕແມ່ນໃຫຍ່ຫຼາຍ... ເຫັນແລ້ວແມ່ນກະດືມເດ!!!!!​

ປິດທ້າຍດ້ວຍລາຍການ ເຕັ້ນຕາໜ່າງລວມໝູ່ ເຊິ່ງເປັນລາຍການທີ່ຄະນະກາຍະສິນລາວ ໄດ້ລາງວັນອັນດັບ 2 ຈາກການສະແດງກາຍະສິນນາງໆຊາດທີ່ຫວຽດນາມຜ່ານມາ. ການສະແດງນີ້ ເປັນການເຕັ້ນ ກະໂດດສູງ ພ້ອມລີລາການຕີລັງກາ ແລະຊົງຕົວ...​ຕືນເຕັ້ນສົມຄວນ...

ຜ່ານການສະແດງ, ກະເຫັນວ່າມ່ວນຊື່ນ ກະຄຸ້ມຄ່າປີເຂົ້າໄປ ແຕ່ທີ່ຢາກໃຫ້ຄຳເຫັນແມ່ນນັກກາສິນລາວຕ້ອງມີການເຝິກຊ້ອມໃຫ້ດີກວ່ານີ້ ແລະ ໃຫ້ພາດໜ້ອຍທີ່ສຸດ ເພາະສັງເກດແລ້ວ ການສະແດງຫຼາຍອັນແມ່ນຍັງພາດຢູ່.

ຜູ້ໃດສົນໃຈກະຢ່າລື່ມໄປເບີ່ງເດີ... ທຸກໆວັນເສົາ ອາທິິດ.

....

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 15, 2010 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ນັ່ງໄປນັ່ງມາກະເລີຍມີຄຳຖາມ....

ແຕ່ຫ້າມໃຊ້ເຈ້ຍ ຫຼື ຈັກຄິດໄລ່ ເພື່ອຕອບຄຳຖາມນີ້ເດີ. ໃຫ້ຄຳນວນເລກໃນໃຈ ແລະ ຕ້ອງອ່ານພຽງຄັ້ງດຽວເທົ່ານັ້ນ.

 

 

ສົມມຸດທ່ານຂັບລົດເມ...​ ອອກຈາກສະຖານີ ລົດເມຕະຫຼາດເຊົ້າໄປຫາດົງໂດກ,

ຕອນອອກຈາກສະຖານີ ມີຄົນໂດຍສານ 20 ຄົນ,

ພໍຮອດປະຕູໄຊ ມີຄົນລົງລົດ  5 ຄົນ  ແລະ ມີຄົນຂຶ້ນອີກ 7 ຄົນ

ພໍຮອດອານຸສາວະລີກອງທັບ ມີຄົນລົງລົດ 2 ຄົນ ແລະ ຂຶ້ນອີກ 4 ຄົນ

ພໍຮອດສີແຍກໂຮງຮຽນລາວອາເມລິກາ ມີຄົນລົງລົດ 8 ຄົນ ແລະ ຂຶ້ນອີກ 6 ຄົນ

ພໍຮອດອານຸສາວະລີທ່ານໄກສອນ ມີຄົນລົງລົດ 9 ຄົນ ແລະ ຂຶ້ນອີກ 3 ຄົນ

ພໍຮອດຄິວລົດສາຍໃຕ້ມີຄົນລົງລົດ 15 ຄົນ ແລະ ຂຶ້ນອີກ 1ຄົນ

ພໍຮອດດົງໂດກ ມີຄົນລົງລົດ 2 ຄົນ ແລະ ມີຄົນຂຶ້ນອີກ 10 ຄົນ

 

ຖາມວ່າ? ອາຍຸຂອງຄົນຂັບລົດແມ່ນຈັກປີ?

ກະລຸນາຢ່າອ່ານຄືນ ດັ່ງລະບຽບໄດ້ຕັ້ງໄວ້ເດີ?

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ສະບາຍດີເພື່ອນໆ ເພື່ອເປັນການເຝິກສະໝອງ... ກະເລີຍມີຄຳຖາມມາທົດສອງກັນ... ແຕ່ຂໍອານຸຍາດຖາມເປັນພາສາອັງກິດເດີ!

ຄຳຖາມຈະຖາມເປັນຂໍ້ໄປເດີ... ເລີ່ມກັນເລີຍ.....

            1. What do you put in a toaster?

 

ກະມີຄົນຕອບຖືກນໍ້... ຄຳຕອບແມ່ນ   Bread!!!!

ຊັ້ນກະຕໍ່ຄຳຖາມຕໍ່ໄປເລີຍນໍ້...

 

  2.   Say 'silk' five times. Now spell 'silk.' What do cows drink?

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ໄປດິນແດນໜ່ວຍແກ້ວຄັ້ງນີ້ກະຖືວ່າໄດ້ປະສົບການຫຼາກຫຼາຍ ບໍ່ວ່າທາງດ້ານສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມ.... ເຖິງແມ່ນວ່າຈະເປັນເວລາພຽງອາທິດດຽວ ແຕ່ກໍ່ໄດ້ມີໂອກາດໄປຫຼາຍບ່ອນອັນເປັນບ່ອນທີ່ມີຄວາມສຳຄັນ ບໍ່ວ່າທາງດ້ານທຳມະຊາດ, ປະຫວັດສາດ ກໍ່ຄືເສດຖະກິດ ແລະ ການພັດທະນາ. ມັນເປັນປະສົບການທີ່ບໍ່ສາມາດເອົາມາໄດ້ຈາກໂຮງຮຽນ ຫຼື ປຶ້ມຕຳລາ ແຕ່ມັນເປັນບົດຮຽນທີ່ໃສ່ສອງແກ້ວຕາບັນທຶກ ແລ້ວສົ່ງຕໍ່ມາໃຫ້ມັນສະໝອງເປັນຜູ້ເກັບ ແລະ ວິເຄາະເອົາຄວາມຮູ້ ທັງອັນດີ ແລະ ອັນດ້ອຍ.....

ຫຼາຍຄົນຄົງເຄີຍໄດ້ຍິນຄຳພັງເພີຍທີ່ວ່າ, ສິບປາກເວົ້າ ບໍ່ເທົ່າຕາເຫັນ,​ສິບຕາເຫັນ ບໍ່ທໍ່ໄດ້ສຳພັດ. ຜູ້ໃດທີ່ສະແຫວງຫາການທ່ອງທ່ຽວແບບປະຫຍັດ ແລະ ມັກຄວາມເປັນທຳມະຊາດ ສະຫງົບ ແຕ່ເຕັມພ້ອມໄປດ້ວຍຄວາມທ້າທາຍ ແລະ ຄວາມຕື່ນເຕັ້ນ, ແຂວງຫົວພັນກໍ່ເປັນອີກຈຸດໝາຍໜຶງທີ່ທ່ານໜ້າຈະຈົດບັນທຶກໄວ້ໃນສະໝຸດຂອງທ່ານ ແລະ ຫາໂອກາດໄປທ່ຽວໃຫ້ໄດ້... ຜູ້ຂ້າເອງ ກໍ່ຝັນຢາກກັບໄປອີກຄັ້ງໃນອະນາຄົດອັນໃກ້ນີ້ເຊັ່ນກັນ.

ສຸພາສິດບູຮານໜຶ່ງຍັງໄດ້ເອີຍໄວ້ວ່າ: ຖ້າຢາກຮູ້ອານາຄົດຕ້ອງຮຽນຮູ້ປະຈຸບັນ, ແລະຖ້າຢາກເຂົ້າໃຈປະຈຸບັນ ຕ້ອງຮຽນຮູ້ຈາກອາດີດ.... ແຂວງຫົວພັນຖິ່ນກຳເນີດ ຂອງສປປປລາວ, ບ່ອນທີ່ບັນດາທ່ານຜູ້ນຳໃຊ້ເປັນຖານທີ່ໝັ້ນ ໂດຍສະເພາະແມ່ນເມືອງວຽງໄຊ. ກໍ່ເປັນສະຖານທີ່ທາງດ້ານປູສະນີປະຫວັດສາດ ທີ່ຄວນແກ່ການສຶກສາ ຂອງຄົນລາວທັງຊາດ ໂດຍສະເພາະນັກຮຽນຮູ້ ນັກສຶກສາ ຄົນຮຸ່ນໃໝ່ ທີ່ຢາກເຂົ້າໃຈ ຄວາມເປັນມາຂອງ ແລະ ວິລະກຳ ການຕໍ່ສູ່ກູ້ຊາດ ຂອງບັນດາວິລະບຸລຸດ ແລະ ວິລະສັດຕີ ທີ່ພວກເພີ່ນຍອມ ເສຍສະຫຼະຊີວິດ ເພື່ອໃຫ້ໄດ້ມາຄວາມເປັນເອກະລາດ ແລະ ຄວາມສະຫງົບແກ່ຄົນລາວ ທັງຊາດ......

ທີມງານພວກເຮົາກໍ່ໝົດພາລະກິດ ມາຫົວພັນໃນວັນທີ 31 ກໍລະກົດ ແລ້ວກໍພາກັນເດີນທາງກັບ...ແຂວງຊຽງຂວາງ ແລ້ວບິນຕໍ່ໄປນະຄອນຫຼວງວຽງຈັນໃນມື້ຕໍ່ມາ. ....

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

ຢູ່ເມືອງວຽງທອງໄດ້ສອງມື້, ວັນທີ 29 ກໍລະກົດ ຕອນເຊົ້າພວກເຮົາກໍ່ເດີນທາງກັບໄປຊຳເໜືອອີກຄັ້ງ, ເປັນການເດີນທາງອັນຍາວໄກອີກຄັ້ງໜຶ່ງ....

ຂີ່ລົດໃກ້ຮອດຕົວເມືອງຊຳເໜືອປະມານ 30 ຫຼັກ ແຄມທາງດ້ານຂວາມື ຈະສັງເກດເຫັນນ້ຳຕົກອັນລືຊືຂອງແຂວງຫົວພັນ ນັ້ນກໍ່ຄື ນ້ຳຕົກ ສະເລີຍ. ເປັນນ້ຳຕົກທີ່ວ່າໃກ້ກັບແຄມທາງພຽງ ສອງສາມຮ້ອຍແມັດ ຕົກລົງມາຈາກເທິງຜາທີ່ມີຄວາມສູງປະມານ ສາມສີ່ຮ້ອຍແມັດ, ຍ້ອນເປັນຊ່ວງນ້ຳຫຼາຍ ຕາດສະເລີຍ ຈິ່ງສະແດງຄວາມງົດງາມໄດ້ເຕັມທີ່. 

ທາງຕີນຂອງນ້ຳຕົກແມ່ນມີໂຫງດຫີນໃຫຍ່ຫຼາຍ ທີ່ເໝາະເປັນບ່ອນນັ່ງຜ່ອນຄາຍ ແລະ ຊື່ນຊົມຄວາມງາມຂອງນ້ຳຕົກແຫ່ງນີ້. ເນື່ອງຈາກຕັ້ງຫ່າງຈາກຕົວເມືອງພຽງ ສາມສິບຫຼັກ ຈິ່ງເປັນສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງຊາວເມືອງຊຳເໜືອ. ຜູ້ໃດມັກຄວາມທ້າທາຍກະສາມາດປິນຂຶ້ນໄປຍອດຂອງນ້ຳຕົກ, ຮັບຮອງໄດ້ເຫັນທຳມະຊາດອັນງົດງາມຂອງປ່າດົງເຂດນີ້້.

ສຳລັບຜູ້ທີ່ມັກລອຍນ້ຳ ກໍ່ຍັງມີສະສຳລັບໃຫ້ລອຍ. ລອງລົງໄປໂອບນ້ຳມາລ້າງໜ້າ ຈັ່ງແມ່ນມັນເຢັນຊື່ນໃຈ.

ຖ້າມີຜູ້ມາພັດທະນາ ແລະຕົກແຕ່ງສະຖານທີ່ທ່ອງທ່ຽວແຫ່ງນີ້ຕືມກະຄົງຈະເປັນການດີ ເພາະຍັງສັງເກດເຫັນການຮັກສາຄວາມສະອາດແມ່ນຍັງບໍ່ທັນໄດ້ດີ ແລະ ຜູ້ທີ່ມາທ່ອງທ່ຽວບາງລາຍກະຍັງປະຖິ້ມຂີ້ເຫຍື້ອຊະຊາຍ ອັນເປັນການຫຼຸດຄວາມງົດງາມ. ສະນັ້ນ,​ຫາກຜູ້ໃດທີ່ມີປະສົງໄປທ່ຽວບໍ່ວ່າຈະແມ່ນແຕ່ນ້ຳຕົກສະເລີຍ ແຕ່ລວມທັງແຫຼ່ງທ່ອງທ່ຽວ ທຸກບ່ອນກະຢາກໃຫ້ເອົາໃຈໃສ່ ຊ່ວຍກັນຮັກສາຄວາມສະອາດ. ຫາກບໍ່ມີບ່ອນຖີ້ມຂີ້ເຫຍື້ອ ກະອົດສາເອົາມາຖີ້ມຢູ່ບ້ານກະໄດ້. 

ໃຊ້ເວລາປະມານ ສິບຫ້ານາທີທີ່ຕາດສະເລີຍ ກໍ່ມູ້ງໜ້າເຂົ້າສູ່ຕົວເມືອງຊຳເໜືອອີກຄັ້ງ.

ກິດຈະກຳສຳລັບຄາບບາຍກະບໍ່ມີຫຍັງຫຼາຍ, ມີແຕ່ນັ່ງພັກຜ່ອນ ແລະ ກໍ່ຍ່າງຊົມຕົວເມືອງພາຍຫຼັງເຮັດວຽກແລ້ວ. ຈາກນັ້ນກໍໄປຊອກຫາບ່ອນກິນເຂົ້າແລງ.

 

ພໍແສງຕາເວັນຮູ່ງເຊົ້າຂອງວັນໃໝ່ (ວັນທີ 30 ກໍລະກົດ), ທີມງານກໍພ້ອມອອກເດີນທາງໄປເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ. ທຸກຄົນຖືກແຈ້ງໃຫ້ກຽມຕົວຕອນ ແປດໂມງເຄີ່ງ,​ເພາະຈະໃຊ້ເວລາພຽງເຊົ້າດຽວໄປທ່ຽວຊົມຖຳ້ຜູ້ນຳທີ່ເມືອງວຽງໄຊ.

ລົດເລີ່ມແລ່ນອອກຈາກຕົວເມືອງຊຳ ອາກາດແມ່ນດີຫຼາຍ, ມີແສງແດງແຕ່ເຊົ້າ. ຫຼາຍທ່ານອາດຈະຈື່ປະຕູໂຂງຮູບຫົວໃຈທາງເຂົ້າເມືອງຊຳນໍ້ ເພິ່ນຍັງໄດ້ສ້າງອີກໜ່ວຍຢູ່ທາງອອກໄປເມືອງວຽງໄຂເຊັ່ນກັນ. ກະຖືວ່າເປັນເອກະລັກຂອງແຂວງຫົວພັນທີ່ມີຫົວໃຈໃຫຍ່ຮອດສອງໜ່ວຍ.

ເມືອງວຽງໄຊ ເປັນເມືອງຖານທັບການປະຕິວັດຂອງກອງທັບປະຊາຊົນລາວ ໂດຍຖືກຕ້ັງຊື່ຕາມ ຊື່ລັບຂອງປະທານໄກສອນ ພົມວິຫານ ທີໃສ່ຊື່ວ່າ ທ້າວວຽງໄຊ. ທີ່ຕັ້ງຂອງເມືອງແມ່ນປະມານສາມສິບກວ່າກິໂລແມັດຈາກຕົວເມືອງຊຳ ແລະ ໃຊ້ເວລາເດີນທາງດ້ວຍລົດປະມານ 40 ນາທີ. ພູຜາປ່າດົງຫຼາຍເຂດທີ່ຂີ່ລົດຜ່ານຍັງມີໄວ້ຄວາມອຸດົມສົມບູນຂອງປ່າໄມ້ ອັນເຮັດໃຫ້ເຂດນີ້ຍັງມີອາກາດທີ່ເຢັນສົດຊື່ນ.

ພໍເຂົ້າຮອດຕົວເມືອງວຽງໄຊ ກໍຈະເປັນທົ່ງຮາບ ທີ່ກວ້າງສົມຄວນ, ແລະເສັ້ນທາງພາຍໃນຕົວເມືອງກໍງາມຕາ. ມີບັນດານັກຄ້າຂາຍຊາວຈີນມາຕັ້ງຮ້ານຄ້າຫຼາຍສົມຄວນ. ສ່ວນໃຫຍ່ແມ່ນມາອອກດາວສິນຄ້າ ບໍ່ວ່າຈະແມ່ນລົດຈັກ, ອຸປະກອນທຳການຜະລິດ. ການຊື່ດາວອາດຈະແພງແດ່ຈັກໜ້ອຍ ແຕ່ກະເປັນອັນດີທີ່ຄົນທີ່ມີເງິນໜ້ອຍກໍ່ສາມາດເອົາວັດຖຸອຸປະກອນມາໃຊ້ກ່ອນ. ບາງຄົນເວົ້າວ່າ ມີເງິນ ສາມສີແສນກີບ ກະສາມາດເອົາລົດຈັກມາຂີ່ໄດ້. 

ກ່ອນຈະໄປເບິ່ງຖ້ຳ, ພວກເຮົາກໍ່ໄປແວະຫ້ອງການນຳທ່ຽວຂອງເມືອງ. ທີນີ້ກໍຈະສະໜອງຂໍ້ມູນໃຫ້ທ່ານໄດ້ຄົບຖ້ວຍກ່ຽວກັບຖ້ຳຕ່າງໆ. ນອກນີ້ເພີ່ນຍັງມີເຄື່ອງນຳທ່ຽວດິຈີຕອນສຳລັບຄົນຕ່າງປະເທດ. ເປັນແບບເຄື່ອງອັດສຽງ ທີ່ອັດສ່ຽງຄົນນຳທ່ຽວຂອງແຕ່ລະຖ້ຳໄວ້ ແລ້ວກໍ່ສາມາດເປີດຟັງໄດ້ ຕາມເລກໝາຍຂອງຖ້ຳ, ກະເຫັນວ່າເປັນການອຳນວຍຄວາມສະດວກດີ.

ຖ້ຳທຳອິດທີ່ພາກັນໄປແມ່ນຖ້ຳ ທ່ານໄກສອນ, ເປັນຖ້ຳທີ່ລຸງໄກສອນໃຊ້ເປັນບ່ອນເຮັດວຽກ ແລະດຳລົງຊີວິດໃນເວລາສຸກເສີນໃນຊ່ວງສົງຄາມ. ພາຍໃນຖ້ຳກະມີຫ້ອງຕ່າງທີ່ມີການຈັດສັນເປັນລະບຽບ. ມີຫ້ອງອາຫານ, ຫ້ອງນ້ຳ, ຫ້ອງປະຊຸມ, ຫ້ອງນອນ ແລະ ຍັງມີຫ້ອງຄົວທີ່ຢູຂ້າງຖ້ຳ,​ແລະຍັງມີຫ້ອງລົບໄພ ທີ່ສາມາດລົບໜີກໍລະນີມີການຖີ້ມລະເບີດຮຸ່ນແຮງແລະມີຄວັນຜິດ. ພາຍໃນຫ້ອງລົບໄພ ກໍຈະມີເຄື່ອງສ້າງອົກຊີ ພ້ອມ.

ອອກຈາຖ້ຳລຸງໄກສອນ, ກໍພາກັນໄປຕໍ່ຖ້ຳລຸງສຸພາ... ກະເຫັນຄວາມຫຼູຫຼາຄົນລະແບບ, ທາງເຂົ້າຖ້ຳຂອງເພິ່ນແມ່ນມີສວນໝາກໄມ້ຫຼາຍຊະນິດ ແລະ ມີດອກໄມ້ຫຼາກສີປູກເຕັມໄປໝົດ. ເຫັນແລ້ວເປັນຕາສະອອນ.

 

ແຕ່ຊິບໍ່ບັນລະຍາຍຫຼາຍກ່ຽວກັບຖ້ຳຊິເອົາຮູບໃຫ້ເບິ່ງຂ້າງລຸ່ມ....

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ຂຽນໄດ້ຫຼາຍເຕີບສຳລັບຕອນ5 ພັດວ່າຫຼົງກົດປຸ່ມຫຍັງກະບໍ່ຮູ້ ຫາຍໝົດ.... ເລີຍຕ້ອງໄດ້ນັບໜຶ່ງພິມອີກບາດ....

.... ຕອນ4 ເວົ້າຮອດຕອນທີ່ອອກມາຈາກບ້ານນາຄ້າງ... (ວັນທີ 26/7/2010)

ກະພໍດີອອກວິດຈາກເຂດດິນແດງເຂົ້າສູ່ເມືອງຊຳເໜືອ, ຝົນເຈົ້າກຳກະກຳໜຳລົງມາຮ່າໃຫຍ່ສົມຄວນ ແຕ່ມາແປບດຽວກະເຊົາ. ໂຊກດີທີ່ວ່າຝົນບໍ່ຕົກຕອນເດີນທາງກັບຈາກບ້ານນ່າຄ້າງ, ບໍ່ຊັ້ນຕ້ອງໄດ້ຄ້າງສົມການຊ່າລື...

ພາກັນຂີ່ກາຍຕະຫຼາດນ້ອຍທີ່ຊາວບ້ານພາກັນມາລົງຕະຫຼາດຍາມຄ້ອຍແລງ ກະເລີຍພາກັນ ແວະ ຊື່ສາລີໜຶ້ງ. ຜູ້ຂ້ານີ້ຍອມຮັບວ່າມັກສຸດໃຈເດີອັນສາລີໜຶ້ງນີ້ນາ. ຕ້ອງໄດ້ຊື້ສອງສາມຖົງພຸ້ນລະ. ນອກຈາກນີ້, ມັກຈືນໃສ່ແປ້ງກອບ ກະຄັກ...ມີແຕ່ຂອງຫວ້າງທີ່ຖືກໃຈ. ກິນແບບນີ້້ແລ້ວຮູ້ສຶກດີເພາະເປັນແບບຮຽບງ່າຍບໍ່ແພງ ແລະ ດີຕໍ່ຂະພາບ.

ຕົກຄ້ອຍຄຳຍາມແລງ, ພວກເຮົາກະພາກັບອອກຊອກກິນເຂົ້າແລງ ແລະຖືໂອກາດທ່ຽວຊົມບັນຍາກາດ ເມືອງຊຳເໜືອໃນຍາມລາຕີ. ເນື່ອງຈາກວ່າມີການຈັດຕະຫຼາດນັດ ທີ່ພໍ່ຄ້າແມ່ຂາຍຄົນໄທ ແລະ ທ້ອງຖິ່ນມາວ່າງຈຳໜ່າຍ ຈິ່ງເປັນບ່ອນໃຫ້ຊາວບ້ານໄດ້ມີໂອກາດໄດ້ມາເລາະຈັບຈ່າຍຊື້ເຄື່ອງໃຊ້ຂອງສອຍ ແລະ ເສື້ອຜ້າ. ແຕ່ເຫັນບາງກຸ່ມພາກັນຍ່າງຕາມທາງໃກ້ກັບອານຸສອນສະຖານລູກແກ້ວ. ແລະ ບາງຜ່ອງແມ່ນພາກັນຊ້ອນທ້າຍລົດຈັກ ພ້ອມທູບທຽນໄປວັດ... ເມື່ອຫັນຈິ່ງສະດຸ້ງຄິງວ່າ ພວກເພິ່ນພາກັນໄປວຽນທຽນເຂົ້າພັນສາ. ເວົ້າມາຮອດນີ້ ກໍ່ກະເຕື່ອງຮູ້ວ່າເຂົ້າພັນສາປີນີ້ຍັງບໍ່ທັນໄດ້ໄປວັດ ເພາະມີພາລາກິດມາຕ່າງແຂວງ ແລະ ກະບໍ່ສະດວກປານໃດທີ່ຈະໄປ ກໍເລີຍໄດ້ແຕ່ຍໍມືອານຸໂມທະນາທານນຳ. ແຕ່ກະບໍ່ເປັນຫຍັງ ຍັງອີກເປັນສອງສາມເດືອນສຳລັບລະດູການເຂົ້າພັນສາ.

ໄປໆມາໆ, ສຸດທ້າຍພວກເຮົາກະມາຕັ້ງຫຼັກກັນທີ່ຮ້ານແຫ່ງໜື່ງຊື່ວ່າຮ້ານສາລາເບຍ ທີ່ເພື່ອນຄົນຊຳເໜືອແນະນຳວ່າເປັນຮ້ານທີ່ດັງ ແລະ ໄວລຸ້ນມັກມາຫຼາຍ, ກະເລີຍມາຈອບໆເບິ່ງວ່າສະພາບເປັນແນວໃດ. ກະແມ່ນຄວາມລາວເວົ້າແທ້ໆ. ຮ້ານນີ້ກະບໍ່ໃຫຍ່ໂຕມະໂຫຖານ ແຕ່ພັດວ່າມີເອກະລັກອັນໜ້າຮັກຂອງມັນເອງ ແລະ ເພີ່ນກະເປີດເພັງໄດ້ເລື່ອງ, ພ້ອມນີ້ທາງຂ້າງຮ້ານຍັງມີ ສະໜາມເບຕັງໄວ້ຄອຍບໍລິການໃຫ້ຫຼິ້ນລ້າໆ. ສະນັ້ນຜູ້ທີ່ຍົກເບຍເມື່ອຍກະອາດຖືໂອກາດມາໂຍນໝາກບູນຈັກສອງສາມຍົກ ແລ້ວຈິ່ງຍົກຈອກຕໍ່. ເຫັນສົມມາພາຄວນ, ພວກເຮົາກໍ່ກັບທີ່ພັກເພື່ອພັກຜ່ອນກຽມຕົວໄປເມືອງວຽງທອງ....

(ວັນທີ 27/7/2010)..... ພໍສຽງໂມງທີ່ຕັ້ງໄວ້ປະມານ ຫ້າໂມງເຊົ້າດັງ, ຜູ້ກະລຸກມາອາບນ້ຳອາບໄນ ກະກຽມເຄື່ອງຂອງເພື່ອຈະອອກເດີນທາງໄປເມືອງວຽງທອງ. ພາຍຫຼັງປັ້ນເຂົ້າເຊ້ົາ,​ ການເດີນທາງກະເລີ່ມ. ເຊິ່ງພວກເຮົາຕ້ອງໄດ້ກັບໄປທາງເກົ່າທີ່ມາແຕ່ຊຽງຂວາງ. ເພາະເມືອງວຽງທອງແມ່ນລ້ຽງຂວາທີ່ທາງແບ່ງແຖວບ້ານພູເລົ້າທີ່ຫ່າງຈາກຕົວເມືອງຊຳເໜືອປະມານ ເກົ້າສິບກວ່າຫຼັກ, ແລ້ວກໍ່ລ້ຽວຂວາໄປຕໍ່ອີກປະມານ ຫົກສິບຫ້າຫຼັກ.

ເສັ້ນທາງແຕ່ທາງແບ່ງພູເລົ້າຫາເມືອງວຽງທອງແມ່ນຕັດຜ່ານເຂດປ່າສະຫງວນນ້ຳເອັດພູເລີຍ, ອັນເປັນເຂດທີ່ມີພູທີ່ສູງທີ່ສຸດໃນລາວ (ພູເລີຍ). ປ້າໄມ້ໃນເຂດນີ້ແມ່ນຍັງອຸດົມສົມບູນ. ນອກນີ້ ສັດສາວາສິ່ງແມ່ນຍັງມີຫຼາຍ ໂດຍສະເພາະແມ່ນ ນົກ, ໜູ, ກວາງຟານ ແລະ ອື່ນໆ.... ແຕ່ທີ່ໜ້າແປກໃຈແມ່ນບັນດາສັດໃຫຍ່ ເຊັ່ນ: ຊ້າງປ່າ, ເສືອ ແລະ ສັດທີ່ໃກ້ສູນພັນຫຼາຍຊະນິດແມ່ນມີໂອກາດຈະຖືກຮຸກຮານ. ສະນັ້ນການທີ່ທາງລັດຖະບານແນມເຫັນຄວາມສຳຄັນຂອງປ່າສະຫງວນແຫ່ງນີ້ເພື່ອໃຫ້ເປັນບ້ານ ແລະ ທີ່ຫາກິນຂອງບັນດາສັດປ່ານ້ອຍໃຫຍ່ຕ່າງໆ. ນອກຈາກຈະເປັນປ່າສະຫງວນທີ່ໃຫຍ່ທີ່ສຸດຢູ່ລາວ ມັນຍັງເປັນປ່າສະຫງວນທີ່ໃຫຍ່ທີ່ສຸດໃນອາຊຽນ.

ສອງຝາກທາງສູ່ເມືອງວຽງທອງ ແມ່ນຍັງຊຸ່ມເຢັນ ແລະ ເຫັນສັດປ່າອອກມາໃຫ້ເຫັນເປັນໄລຍະ. ຫາກຕື່ນແຕ່ເຊົ້າຕອນຮຸ່ງມືດ ແມ່ນຈະເຫັນຫຼາຍກວ່າຕອນກາງເວັນ.

ໃຊ້ເວລາປະມານຊົ່ວໂມງເຄີ່ງ, ພວກເຮົາກໍ່່ລົງຄ້ອຍສຸດທ້າຍກ່ອນທີ່ຈະເຂົ້າຕົວເມືອງວຽງທອງ, ລົດແລ່ນຜ່ານສະຖານນີລົດໂດຍສານ. ຍ້ອນເປັນສະຖານີທີ່ນ້ອຍຫຼາຍ ບາງຄົນອາດບໍ່ທັນສັງເກດວ່າແມ່ນສະຖານີລົດ. ແຕ່ກະຍັງພໍມີລົດສອງສາມຄັນເຂົ້າຄີວ ແລະ ຂ້າງໆຄິວລົດ ກໍ່ມີຮ້ານອາຫານ ແລະ ຮ້ານຂາຍເຄື່ອງຍ່ອຍ ມາບໍລິການຈຳໜ່າຍສິນຄ້າ ສີ່ຫ້າຮ້ານ.

ພໍຮອດສາມແຍກພວກເຮົາກໍລ້ຽວຂວາເຂົ້າເຂດຕົວເມືອງຂອງເມືອງວຽງທອງ. ກະຕ່າງໄປຈາກບັນດາເມືອງຕ່າງໆ, ເມືອງວຽງທອງແມ່ນຍັງເປັນເມືອງທີ່ຕ້ອງການການພັດທະນາຫຼາຍ. ທົ່ວເຂດເທດສະບານເມືອງແມ່ນມີຕະຫຼາດນ້ອຍແຫ່ງໜຶ່ງ ທີ່ມີຮ້ານຂາຍເຄື່ອງປະຈຳ ປະເພດເສື້ອຜ້າອາພອນ ແລະ ເຄື່ອງໃຊ້ສອຍຕ່າງໆ. ນອກນີ້ກໍມີຮ້ານຂາຍຊົ່ວຄາວ ທີ່ເປີດໄວ້ໃຫ້ຊາວບ້ານທີ່ນຳເອົາຜົນຜະລິດ ແລະ ຜະລິດຕະພັນທ້ອງຖິ່ນມາແລກປ່ຽນຊື້ຂາຍ ແຕ່ເຊົ້າໆ, ຕາມຊາວບ້ານເລົ່າສູ່ຟັງວ່າ ຖ້າຜູ້ໃດຕືນສວາຍແມ່ນໝົດໂອກາດຈະໄດ້ຊອບປິງ ທີ່ຕະຫຼາດເຊົ້າມືດແຫ່ງນີ້ ເພາະພວກຊາວບ້ານຈະພາກັນມາຕັ້ງແຕ່ສອງສາມໂມງເຊົ້າ, ເວລາຈະເລືອກຊື້ເຄື່ອງຂອງຕ້ອງເອົາໄຟສາຍໄປນຳ ບໍ່ຊັ້ນບໍ່ເຫັນຄັກ ພໍຮອດປະມານ ຫ້າຫົກໂມງພວກເພິ່ນກໍພາກັນທະຍອຍກັບບ້ານກັນແລ້ວ. ການທີ່ມາຕະຫຼາດແຕ່ເດີກແຕ່ເຊົ້າແລ້ວກັບໄວນັ້ນ ກໍ່ເພາະພວກເພິນຕ້ອງໄດ້ກະກຽມໄປໄຮ່ນາຮົ້ວສວນ. ອັນນີ້ສະແດງໃຫ້ເຫັນຄວາມດຸໝັ່ນ ແລະ ການມີຊີວິດທີ່ຜູກພັກກັບທຳມະຊາດ ເພາະພວກເພິນຈະພາກັນເຮັດວຽກຕອນທີ່ອາກາດເຢັນສົດຊື່ນ.

ເມືອງວຽງທອງນອກຈາກຈະເປັນດິນແດນທີ່ສູງທີ່ສຸດໃນປະເທດລາວແລ້ວ, ຍັງເປັນດິນແດນຂອງຕົ້ນນ້ຳຂອງແມ່ນ້ຳຫຼາຍສາຍ ໃນນັ້ນ ແມ່ນ້ຳຄານກໍ່ມີຕົ້ນກຳເນີດຢູ່ບ່ອນນີ້. ອັນນີ້ກໍ່ເນື່ອງມາຈາກປ່າໄມ້ອັນອຸດົມສົມບູນ ທີ່ປະຊາຊົນໃນເຂດນີ້ຍັງຊ່ວຍກັນປົກປັກຮັກສາໄວ້.

ນອກຈາກຊັບພະຍາກອນປ່າໄມ້ແລ້ວ, ສິ່ງໜຶ່ງທີ່ຈະເປັນຈຸດດືງດູດການທ່ອງທ່ຽວແມ່ນ ປ່າສະຫງວນ ນ້ຳເແອັດພູເລີຍ ແມ່ນປ່າແຫ່ງດຽວທີ່ຍັງມີເສືອໂຄງອາໄສຢູ່, ເຊິ່ງຕາມໄດ້ຍິນຂ່າວຂອງກອງປະຊຸມເສືອຄັ້ງຜ່ານມາ, ປະເທດຫວຽດນາມ ແລະ ກຳປູເຈຍໄດ້ປະກາດຢ່າງເປັນທາງການວ່າ ເສືອໂຄ່ງແມ່ນດັບສູນແລ້ວ. ອັນນີ້ມັນບົງບອກໃຫ້ເຫັນຄວາມເສຍຫາຍທາງດ້ານສິ່ງແວດລ້ອມຂອງສອງປະເທດ. ເພາະວ່າເສືອໂຄ່ງຖ້າວ່າເປັນສັດໃຫຍ່ທີ່ເປັນຕົວຊີ້ວັດໃຫ້ເຫັນຄວາມອຸດົມສົມບູນຂອງລະບົດນິເວດ ແລະ ຄວາມມັ່ງຄັ່ງຂອງສິ່ງແວດລ້ອມ ໂດຍສະເພາະປ່າໄມ້ ແລະ ສັດປ່າ. ສິ່ງທີ່ເປັນຄວາມສ່ຽງຕໍ່ການດັບສູນຂອງເສືອໂຄ່ງກໍ່ມີຫຼາຍປັດໃຈ, ອັນສຳຄັນທີ່ສຸດແມ່ນລາຄາທີ່ແພງ ແລະມີຄວາມຕ້ອງການຊື້ຈາກຕ່າງປະເທດ ໂດຍສະເພາະແມ່ນຈີນ ແລະ ຫວຽດນາມ ທີ່ພວກເຂົາຄິດວ່າຜິດລິດຕະພັນຈາກເສືອໂຄ່ງຈະເປັນສູດຕຳລາຢາຊັ້ນດີ, ຈິ່ງເປັນແຮງຈູງໃຈໃຫ້ຊາວບ້ານລ່າເສືອໂຄງໄປຂາຍ. ຕາມຊາວບ້ານເລົ່າວ່າ ກະດູກຂອງເສືອໂຄງມີລາຄາກິໂລເປັນພັນກວ່າໂດຣາ. ປັດໃຈອີກອັນກະແມ່ນການຂາດແຫຼ່ງອາຫານຂອງເສືອໂຄງ, ອັນເນື່ອງມາຈາກການຫາສັດປ່າມາເປັນສິນຄ້າ ແລະ ອັນສຳຄັນອີກແມ່ນການຂາດທີ່ຢູ່ອາໃສເມືອມີການບຸກລຸກຂອງມະນຸດເຂົ້າເຂດທີ່ຢູ່ອາໃສຂອງສັດປ່າເລົ່ານັ້ນ. ເຫັນໄດ້ຄວາມສຳຄັນຂອງການອານຸລັກເສືອໂຄງ ແລະ ສັດປ່າທີ່ໃກ້ສູນພັນ ແລະ ຢູ່ໃນຄວາມສ່ຽງ ອົງການ ອານຸລັກສັດປ່າ WCS (Wildlife Conservation Society), ໄດ້ເຂົ້າມາຊ່ວຍໃນວຽກງານນີ້້. ໜຶ່ງໃນກິດຈະກຳທີ່ອົງການນີ້ໄດ້ເຮັດຮ່ວມືກົດໜ່ວຍງານອານຸລັກ ກໍ່ແມ່ນການຮັກສາເສືອໂຄ່ງ ແລະ ທີ່ສຳຄັນກໍແມ່ນການປູກຈິດສຳນຶກ ແລະ ໃຫ້ປະຊາຊົນເຫັນໄດ້ຄວາມສຳຄັນຂອງປ່າໄມ້ ແລະ ສັດປ່າ. ເພາະສັດປ່າ ນອກຈາກຈະເປັນແຫຼ່ງອາຫານຂອງປະຊາຊົນທ້ອງຖິ່ນແລ້ວ ພວກມັນຍັງເປັນຕົວແປສຳຄັນທາງທຳມະຊາດໃນການຂະຫຍາຍ ພັນໄມ້ໃນປ່າ. ຖ້າມີໂອກາດຮອດເມືອງວຽງທອງ ກະເຊີນໄປຢ້ຽມຊົມ ຫ້ອງການອານຸລັກປ່າ ທີ່ໃກ້ໆກັບເຂດເທດສະບານເມືອງ.

ໃກ້ໆກັບຫ້ອງການອຸນາລັກ, ຂີ່ໄປທາງໂຮງຮຽນມັດທະຍົມສົມບູນວຽງທອງ ປະມານ ສາມຮ້ອຍແມັດ ກໍຈະພົບບໍນ້ຳຮ້ອນ ອັນເປັນອີກບ່ອນທີ່ຈະກາຍເປັນຈຸດຂາຍທາງດ້ານການທ່ອງທ່ຽວຂອງເມືອງວຽງທອງ ເພາະວ່າມັນຕັ້ງບໍ່ໄກຈາກຕົວເມືອງ ແລະ ມີຄວາມເປັນໄປໄດ້ທີ່ຈະພັດທະນາເພື່ອດຶງດູດການທ່ອງທ່ຽວ.

ຮັບຮອງວ່າອີກສີ່ຫ້າປີຂ້າງໜ້າ, ການທ່ອງທ່ຽວແບບທຳມະຊາດ ຢູ່ເມືອງວຽງທອງຈະເປັນອີກຈຸດໝາຍປາຍທາງໜຶ່ງທີ່ນັກທ່ອງທ່ຽວຈະພາກັນໄປທ່ຽວຊົມ.... ໂອກາດທາງທຸລະກິດທີ່ໜ້າຈັບຕາກໍແມ່ນການໃຫ້ບໍລິການດ້ານທີ່ພັກ ແລະ ຮ້ານອາຫານ ແລະ ການບໍລິການອື່ນໆ ເຊັ່ນການລ່ອງແພ່, ເດີນປ່າ ແລະ ອື່ນໆ. ສະນັ້ນ, ຜູ້ໃດທີ່ຢາກເຮັດທຸລະກິດເລົ່ານີ້ກະລອງໄປເມືອງວຽງທອງເບິ່ງແລ້ວຈະເຫັນວ່າເປັນໂອກາດທີ່ດີ...

ເພື່ອຮອງຮັບການພັດທະນາ, ອົງການຈັດຕັ້ງສາກົນ ແລະ ພາກລັດກໍ່ໄດ້ໃຫ້ການຊ່ວຍເຫຼືອເມືອງວຽງທອງໃນຫຼາຍໆດ້ານບໍວ່າຈະເປັນດ້ານການສຶກສາ, ສາທາ, ໂຄງລ່າງ ແລະ ອື່ນໆ......

ແນ່ນອນວ່າ, ອີກສາມສີ່ປີຂ້າງໜ້າ ຜູ້ຂຽນເອງກະຢາກໄປຢາມເມືອງວຽງທອງອີກຄັ້ງ.....

 

ຍັງມີຕໍ່ຕອນຕໍ່ໄປເດີ!!!

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

(ວັນທີ 26 ກໍລະກົດ 2010) ພໍຕົກບ່າຍ, ພາຍຫຼັງແລ້ວວຽກປະຊຸມ ລະກະພາກັນກິນເຂົ້າສວາຍ... ຈຸດໝາຍປາຍທາງກໍ່ແມ່ນໄປຢາມບ້ານນາຄ້າງ...ຟັງຊື່ກະຕ້ອງສົງໄສວ່າເປັນຫຍັງຕ້ອງໃສ່ຊື່ວ່ານາຄ້າງ. ເພິ່ນບອກວ່າເມື່ອກ່ອນຕ້ອງໄດ້ນອນຄ້າງສອງສາມຄືນກ່ອນຈະມາໄດ້... ດຽວນີ້້ເພິ່ນໄດ້ທະລຸທາງໃໝ່ ແຕ່ຍັງບໍ່ທັນໄດ້ປູຍາງເທືອ ຫາກວ່າຝົນຕົກ ແມ່ນຕ້ອງເປັນການຄ້າງຄືນຄືກັນ. ບ້ານນາຄ້າງກະເປັນບ້ານໜຶ່ງທີ່ຂຶ້ນກັບເມືອງຊຳເໜືອ ຕາມເສັ້ນທາງຕັດໃໝ່ປະມານ 40 ຫຼັກ ແຕ່ເນື່ອງຈາກເປັນທາງນ້ອຍ, ທາງດິນ ແລະ ເປັນທາງຄົດລ້ຽວໄປຕາມພູຜາຈິ່ງເຮັດໃຫ້ການເດີນທາງຕ້ອງໃຊ້ເວລາປະມານ ຊົ່ວໂມງເຄີ່ງຈິ່ງໄປຮອດບ້ານດັ່ງກ່າວ

ຕາມທາງສູ່ບ້ານດັ່ງກ່າວແມ່ນສໍາພັດໄດ້ກັບຄວາມເປັນທໍາມະຊາດ ແລະ ຊິວິດຂອງຄົນທີມີຊິວິດຜູກພັນກັບທໍາມະຊາດ. ພວກເຂົາສ່ວນໃຫຍ່ແມ່ນຢູ່ກິນແບບພໍພຽງ ແລະ ມີຄວາມກົດດັນໃນຊິວິດໜ້ອຍ. ເປັນຄວາມສຸກແບບລຽບງ່າຍ ແລະ ບໍ່ສັບສົນ. ໃຊ້ຄວາມສາມາດ ແລະ ແຮງງານຂອງຕົນ ບວກກັບພູມປັນຍາທີ່ສືບທອດກັນມາໄດ້ຫຼາຍເຊັ່ນຄົນ ເພື່ອຫາລ້ຽງຊີບ.

ຊາວບ້ານບາງສ່ວນກະແມ່ນພາກັນກັບມາຈາກໄຮ່ນາຮົ້ວສວນ ແຕ່ບາງສ່ວນກະແມ່ນກໍາລັງພາກັນໄປເຮັດວຽກຕອນສວາຍ... ພວກເຂົາຕ້ອງໃຊ້ເວລາດົນສົມຄົນໃນການຍ່າງຈາກບ້ານຂອງຕົນໄປຫາບ່ອນ ທຳການຜະລິດ ບາງຄົນຕ້ອງໄດ້ຍ່າງເປັນຊົ່ວໂມງ ແລະຖ້າຈະຍ່າງຈາກບ້ານໜຶ່ງຫາບ້ານໜຶງແມ່ນໄກກວ່ານັ້ນ ເພາະ ຕາມເສັ້ນທາງ ບ້ານແມ່ນຕັ້ງຫ່າງກັນຫຼາຍ. ກະປະກົດເຫັນມີຫຼາຍຊົນເຜົ່າທີດຳລົງຊີ່ວິດຮ່ວມກັນໃນເຂດນີ້ ມີທັງລາວລຸ່ມ ລາວກາງ ແລະ ລາວສູງ.

ເສັ້ນທາງນອກຈາກຈະຜ່ານພູຜາແລ້ວ ຍັງມີຄວາມທ້າທາຍ ຄ້ອຍຊັນ ແລະ ຍັງບາງບ່ອນແມ່ນໄຕ່ຕາມສັນພູ ເຊິ່ງສາມາດຫຼຽວຫັນທາງລຸ່ມຕີນພູຈົນສຸດຕາ, ເວົ້າແລ້ວຍັງສຽວແຂ້ວ!!!! ບາງບອນທາງແມ່ນຕັດຜ່ານນາ ຈົນສາມາດເຫັນທົ່ງນາຢູ່ລຽບສອງຝາກທາງ. ເວລາຂີ່ລົດຜ່ານບ້ານໂດຍສະເພາະແມ່ນບ້ານຊົນເຜົ່າມົ້ງ ກໍ່ຈະເຫັນໝູນ້ອຍຫຼາຍຕົວ ແລ່ນໄປມາຕາມບ້ານ ເປັນຕາໜ້າຮັກດີ ແລະຍັງມີສັດລ້ຽງປະເພດອື່ນໆ ນັບທັງງົວຄວາຍ ເປັດໄກ່.

ປະມານ 3 ໂມງເຄິ່ງພວກເຮົາກະຮອດຈຸດໝາຍປາຍທາງຄືບ້ານນາຄ້າງ. ບ້ານນີ້ກະເປັນບ້ານທີ່ຂາດໄຟຟ້າຕາຄ່າຍ ເພາະຍັງບໍ່ທັນມີການດຶງສາຍໄຟມາເຂດນີ້. ຈຳເປັນຕ້ອງໄດ້ໃຊ້ໄຟຟ້າແສງຕາເວັນ. ມັນກະມີຂໍຈຳກັດແດ່ສຳລັບໄຟຟ້າແສງຕາເວັນເພາະໃຊ້ສະເພາະດອກໄຟ ແລະ ເຄື່ອງໄຟຟ້າທີ່ມີກຳລັງວັດຕ່ຳ. ບາງຄອບຄົວທີ່ໃຊ້ແຜງຮັບແສງຕາເວັນຂະໜາດໃຫຍ່ແດ່ ກະສາມາດໃຊ້ເບິ່ງໂທລະທັດ, ສ່ວນຜູ້ໃສ່ຂະໜາດນ້ອຍ ກໍ່ຈະໄດ້ແຕ່ດອກໄຟສອງສາມດອກເທົ່ານັ້ນ. ແຕ່ມັນກະເປັນການແບ່ງເບົ່າ ແລະໃຫ້ຄວາມສະດວກໃນຍາມຄ່ຳຄືນໄດ້ຫຼາຍສົມຄວນ. ເພາະຜ່ານມາແມ່ນພາກັນໄຕ້ຕະກຽງ ໄຕ້ແປກ, ທັງຂິວ ແລະ ອາດເກີດອັກຄີໄພໃນຍາມວິການ ກໍເປັນໄປໄດ້.

ບ້ານນີ້ເວົ້າເລື່ອງການທໍາມາຫາກິີນ ການເຮັດໄຮ່ເຮັດນາ ກໍ່ເປັນອາຊີບຫຼັກ ແລະ ພວກເຂົາປູກເຂົ້າແບບວ່າບໍ່ຈໍາເປັນໃສ່ຝູ່ນໃສ່ປູຍ, ປູກແບບຝຸ່ນໄດ້ມາຈາກທຳມະຊາດ ແຕ່ຜົນຜະລິດແມ່ນສາມາດໄດ້ຮອດ 4 ໂຕນຕໍ່ເຮັດຕາ ເຫັນວ່າມີປະສິດທິຜົນສູງຫຼາຍ. ຖ້າມີການສົງເສີມເລື່ອງເຂົ້າປອດສານເຄມີໃນເຂດນີ້ຄົງຈະເປັນການດີ.

ນອກນີ້ພວກເພີ່ນແມ່ນພາກັນລ້ຽງສັດໃຫຍ່ ປະເພດງົວຄວາຍ ເຊິ່ງສາມາດສົ່ງອອກຂາຍໃຫ້ປີຫຼາຍກວ່າ ສອງຮ້ອຍຕົວ. ສ່ວນຫຼາຍກະແມ່ນພໍ່ຄ້າໃນເມືອງພາກັນມາຮັບຊື່ກັບບ້ານ.

ຜູ້ຂຽນເອງກະມີໂອກາດຍ່າງເລາະຕາມບ້ານ ກະແນມເຫັນກຸ່ມເດັກນ້ອຍພາກັນຫຸ້ມກັນຢູ່ ເຂົ້າໄປເບິ່ງແມ່ນເຫັນເດັກຍິງສອງສາມຄົນພາກັນຕໍ່າຫູກ. ໂອ້ລົ້ມກັບເດັກນ້ອຍເຫັນວ່າ ສ່ວນໃຫຍ່ເດັກຍິ່ງພໍເລີ່ມຮູ້ຄວາມ ກໍ່ແມ່ນພາກັນຮຽນຕ່ຳຫູກນຳແມ່ຫຼື ເອື້ອຍ, ປ້າ, ນ້າສາວ ແລະ ພວກເຂົາເຫັນວ່າມີຝີມືໃນການຕ່ຳບໍ່ທຳມະດາ.

ຍ້ອນແນມເຫັນຟ້າຄື້ມໆ ຊົງຊິມີຝົນ, ພວກເຮົາຈິ່ງຟ້າວກັບ ກະປະມານ ສີ່ໂມງເຄີ່ງ. ພໍດີອອກຮອດທາງເຂົ້າເມືອງກໍ່ແມ່ນ ຫົກໂມງໜ້ອຍໜື່ງ. ອ້າຍຝົນເຈົ້າກຳກໍກະໜຳລົງມາ ຈັ່ງແມ່ນໂຊກ ທີ່ອອກມາກ່ອນ.... ເປັນອັນວ່າປອດໄພ ທີ່ບໍ່ໄດ້ນອນຄ້າງ... ແຕ່ມັນກະຄົງຈະມີປະສົບການອີກຢ່າງຫາກໄດ້ນອນຄ້່າງ, ດຽວເອົາໄວ້ໂອກາດໜ້າ.......

ຕອນນີ້ ພັກກ່ອນ... ດຽວຍັງມີຕອນ5 ໄປເມືອງວຽງທອງ...

ຂ້າງລຸ່ມແມ່ນຮູບພາບຈຳນວນໜຶ່ງເດີ....

ບ້ານທີ່ຢູ່ໃກ້ກັບບ້ານນາຄ້າງ

 

ນາແຄມທາງ

 

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

...... ຍ້ອນມາຮອດເມືອງຊຳເໜືອຄຳ ຈຶງບໍ່ທັນໄດ້ເຫັນຫຍັງ ແລະ ທຸກຄົນກະຮູ້ສຶກວ່າເມື່ອຍຫຼາຍຈາກການນັ່ງລົດເປັນເວລາດົນ. ພາຍຫຼັງກິນເຂົ້າແລງແລ້ວທຸກຄົນກະເຂົ້າທີ່ພັກນອນພັກຜ່ອນ. ຜູ້ຂຽນເອງກະເມືອຍເພຍ ຈິ່ງເຂົ້ານອນ ແລະ ຍັງຕື່ນເຕັ້ນເພາະເປັນຄັ້ງທຳອິດທີ່ມາດິນແດນວິລະຊົນແຫ່ງນີ້... ຈິ່ງຟ້າວນອນເພື່ອທີ່ຈະໄດ້ຕື່ນແຕ່ເຊົ້າ ......

ພໍຮຸ່ງເຊົ້າ ຄວາມສະຫວ່າງກໍ່ສ່ອງເຂົ້າມາຫ້ອງຂອງຜູ້ຂ້າ ເພາະວ່າປ້ອງຢ້ຽມ ແມ່ນຫັນໜ້າໃສ່ທາງຕາເວັນຂຶ້ນ.... ປະມານ 5 ໂມງເຊົ້າ ກໍ່ໄດ້ຍິນສຽງ ຜູ້ຄົນເດີນທາງໄປມາ ແລ້ວ. ຜູ້ຄົນຢູ່ເຂດຕ່າງແຂວງ ສ່ວນຫຼວງຫຼາຍແມ່ນພາກັນຕື່ນເຊົ້າ. ຍ້ານບໍ່ໄດ້ເຫັນບັນຍາກາດຂອງເມືອງຊຳເໜືອຕອນເຊົ້າຈຶ່ງຟ້າວລຸກອາບນ້ຳ. ຕອນມາຈາກວຽງຈັນ ແມ່ນໄດ້ກະກຽມສຳພາລະຄົບເຄື່ອງ ໃນນີ້ກະມີສະບູແຫຼວອາບນ້ຳ... ເມື່ອເວລະຈະອາບນ້ຳ ກະໄຂກະເປົາ ຮູ້ສຶກວ່າ ມາຫອມຜິດປົກກະຕິ, ພໍກວດເບິ່ງຄັກໆ ກະເຫັນຝາປິດສະບູແຫຼວອາບນ້ຳໄຂຢູ່. ເປັນອັນວ່າ ເຄື່ອງຂອງແມ່ນຢູ່ກະເປົາໜ່ວຍນັ້ນແມ່ນປຽກໝົດ ໄຄແຕ່ ບໍ່ມີແນວເສຍຫາຍ ເພາະແຕ່ລະຢ່າງແມ່ນມີກັບໃສ່ໄວ້, ແຕ່ຕ້ອງໄດ້ຂົນເຄື່ອງເຫຼົ່ານັ້ນອອກ ເພື່ອຈະໄດ້ຊັກກະເປົາ. ໄດ້ວຽກເຮັດແຕ່ເຊົ້າກະວ່າແມ່ນ.

ພໍອາບນ້ຳຮຽບຮ້ອຍ, ນຸ່ງເຄື່ອງນຸ່ງຂອງ ຊີດນ້ຳຫອມ ແອັກສ ໃສ່ຄັກ ແລ້ວ ກະຍ່າງອອກຈາກທີ່ພັກ ເພື່ອຈະໄປເບິ່ງທິວທັດຍາມເຊົ້າຂອງເມືອງຊຳເໜືອ. ຜູ້ຄົນກໍ່ພາກັນໄປມາ. ສ່ວນຫຼາຍກະແມ່ນໄປຕະຫຼາດ. ເພາະໃກ້ໆທີ່ພັກແມ່ນມີຕະຫຼາດໃຫຍ່ສອງບ່ອນໃກ້ໆກັນ. ຍ່າງອອກຈາກທີ່ພັກ ຂ້າມຂົວນ້ຳແໝນ ກະພົບອະນຸສອນສະຖານ ຂອງເມືອງຊຳເໜືອ ທີເພິ່ນຫາກໍ່ສ້າງແລ້ວວ່າງປີຜ່ານມາ, ດຽວຕອນທ້າຍບົດນີ້ ຈະເອົາຮູບໃຫ້ເບິ່ງເດີ!!!!

ເມືອງຊຳເໜືອນີ້ ກະເປັນເມືອງນ້ອຍ ເພາະເປັນເຂດພູດອຍ ສະນັ້ນກະຂະຍັບຂະຫຍາຍຕົວເມືອງກະເປັນການຍາກແດ່. ແຕ່ເປັນເມືອງທີ່ມີມົນສະເນ່ ແລະ ຄວາມງົດງາມໃນຕົວ. ທີ່ອ້ອມຮອບໄປດ້ວຍພູຜາ. ອາກາດຕອນເຊົ້າແມ່ນສົດຊື່ນ ແຕ່ກະບໍ່ເຖິງຂັ້ນໜາວຫຼາຍໃນຊ່ວງຝົນນີ້. ແຕ່ຕາມທີ່ຊາວບ້ານເລົ່າສູ່ຟັງສ່ວນລະດູໜາວ ບາງເຂດນ້ຳຈົນກ້າມພຸ້ນໄດ໋. ບາງຄົນຍັງເວົ້າຕະຫຼົກວ່າ ບັນດາສາວໆ ທີ່ອອກໄປຖ່າຍເບົ່າຍາມໜາວຕ້ອງໄດ້ຢືນເອົາບໍ່ຊັ້ນ ມັນຊິກ້າມແລ້ວ ປັກອັນນັ້ນ!!!!! ຈັກແມ່ນແທ້ກະບໍ່ຮູ້ເດີ!!!​ສົ່ງໄສຕ້ອງກັບໄປຊຳເໜືອຕອນລະດູໜາວອີກຄັ້ງ.... ຮະຮະຮະ

ເມືອງຊຳເໜືອນີ້ ກະມີເສັ້ນທາງຫຼັກໜຶ່ງເສັ້ນທີ່ຕັດຜ່ານໜ້າຫ້ອງວ່າການແຂວງໄປ ປະມານ 2 ຫຼື 3 ກິໂລແມັດ ເສັ້ນທາງນີ້ ແມ່ນຈະມີິບັນດາຫ້ອງການສຳຄັນຂອງລັດ ແລະ ອົງການຈັດຕັ້ງຕ່າງໆ ຕັ້ງຢາຍກັນໄປ ແລ້ວກໍ່ຈະມີອີກເສັ້່ນເນັ່ງຈາກໜ້າຫ້ອງວ່າການແຂວງຜ່ານຂົວໄປທາງທິດຕາເວັນອອກສ່ຽງໃຕ້.  ແລະ ກໍ່ຈະມີທາງຊອຍຫຼາຍໆເສັ້ນ.

ໂຄງຮ່າງພື້ນຖານຂອງຕົວເມືອງຊຳເໜືອແມ່ນຂ້ອນຂ້າງໄດ້ຮັບການພັດທະນາ. ແລະເພື່ອຮອງຮັບການແຂກທີ່ມາຢ້ຽມເຢືອນ ບັນດາໂຮງແຮມ, ເຮືອນພັກ ກະມີຫຼາຍ. ແລະ ໃກ້ກັບຫ້ອງວ່າການແຂວງ ເພິ່ນກໍ່ກຳລັງຈະມີການສ້າງໂຮງແຮງ ສາມສີ່ຫ້າດາວນີ້ລະ, ເປັນໂຮງແຮມເກົ່າ ແລ້ວເພິ່ນຈະສ່້າງໃຫ້ໃຫຍ່ກວ່າເກົ່າ. ໄດ້ຍິນວ່າຮອງນາຍົກລັດຖະມົນຕີລາວ ແລະ ຫວຽດນາມ ຈະມາວາງສີລາ ສ້າງຕຶກດັ່ງກ່າວ. ສົ່ງໄສແມ່ນນັກລົງທຶນຫວຽດນາມ.

ຍ່າງໄປມາກະຢາກກິນເຂົ້າ ກະພໍດີຍ່າງໄປເຫັນຮ້ານຂາຍແນມຂາວ ຫຼື ທີ່ພາສາຫວຽດວ່າ ບັນກວນ. ກະເລີຍປັ້ນເຊົ້າດ້ວຍບັນກວນນີ້ສະຄືວ່າຊິໄວແດ່. ການເຮັດບັນກວນຢູ່ຮ້ານນີ້ແມ່ນຕ່າງຈາກວຽງຈັນຫຼາຍ. ອັນທຳອິດແມ່ນຜູ້ຂາຍແມ່ນສອງຜົວເມຍນ້ອຍ. ສົ່ງໄສຫາກໍ່ແຕ່ງງານກັນ ອາຍຸ ຄົງປະມານ ຊາວກວ່າປີນີ້ລະ. ເມຍເປັນຄົນເຮັດ ສ່ວນຜົວກະຊ່ວຍເອົາໃສ່ກ໋ອງ ແລະ ໃສ່ຈານໃຫ້ກັບລູກຄ້າ. ອັນທີສອງແມ່ນບັນກວນນີ້ແມ່ນເຮັດດ້ວຍຄວາມພະຍາຍາມຫຼາຍ ເພາະເຮັດເປັນອັນນ້ອຍໆ ພໍດິຄຳ, ບໍ່ໃຫຍ່ເອີເທີ ຄືກັບຢູ່ວຽງ ແລະ ກະບໍ່ໄດ້ໃສ່ໃນຫຼາຍ ແຕ່ຈະເນັ້ນດ້ວຍການເຮັດດ້ວຍແປ້ງທີ່ມີຄຸນນະພາບ. ຕ້ອງໃຊ້ເວລາດົນເຕີບກ່ອນຈະໄດ້ຈານໜຶ່ງ ທີ່ມີປະມານ 10 ມ້ວນຕໍ່ຈານ ຫ້າພັນ. ລົດຊາດເວລາກິນແລ້ວຕ້ອງບອກວ່າແຊບແທ້ໆ. ຖ້າໃຜໄດ້ໄປຕ້ອງໄປລອງເດີ, ເພິ່ນບອກວ່າຂາຍສະເພາະວັນເຮັດວຽກ ແຕ່ເຊົ້າ 6ໂມງ ແລະ ປະມານ 8ໂມງກະຂາຍໝົດ. ສ່ວນວັນເສົາອາທິດ ແມ່ນພັກ.

ກິນເຂົ້າເຊົ້າແລ້ວ, ກະແມ່ນກຽມໄປວຽກໃນຊ່ວງເຊົ້າ..... ຂອງວັນທຳອິດທີ່ມາເຮັດວຽກຢູ່ຫົວພັນ.

 

..... ແລ້ວຈະມາເລົ່າສູ່ຕໍ່ຕອນໄປຢາມບ້ານນາຄ້າງ ທີ່ຢູ່ຫ່າງຈາກຕົວເມືອງໄປປະມານ 30 ຫຼັກ.....

 

 

ຈາກທີ່ພັກຫຼຽວເຫັນທາງສູ່ຕົວເມືອງຊຳເໜືອ

 

ອານຸສອນສະຖານ... ຮູບລູກແກ້ວ ອັນເປັນບ່ອນສູນລວມຈິດໃຈຂອງຊາວເມືອງຫົວພັນ

 

ຕຶກທິກຳລັງສ້າງກ້ຳຂວາມືແມ່ນຫໍວັດທະນະທຳ

 

ອີກມູມໜື່ງຂອງຕົວເມືອງ

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ເປັນການຂັ້ນລາຍການ, ກ່ອນທີ່ຈະຂຽນ ຕອນ3 ຂອງເລື່ອງ ສູ່ດິນແດນວິລະຊົນ.... ເລື່ອງຕະລົກນີ້ ກະໄດ້ມາຈາກການເດີນທາງນີ້ລະ..... ເຂົ້າເລື່ອງກັນເລີຍເນາະ.

ພະນັກງານວິຊາການຂົວທາງຂອງຫ້ອງການສາກົນ ກັບທິມງາມ ພາກັນໄປຮອດເມືອງແອດພຸ້ນແລ້ວ!!!!! ກະຍ້ອນແຂກເຂົ້າບ້ານເຂົ້າເມືອງ ເພີ່ນກະຈັດລ້ຽງຢ່າງໃຫຍ່ ເພາະດີໃຈທີ່ຈະໄດ້ເສັ້ນທາງປູຢາງ... ກິນໄປກິນມາ ແນວວ່າເຫຼົ້າຂາວມັນກະເມົາໂລດແລ້ວ!!!!!

ສວຍໂອກາດ ໂອ້ລົມກັນໃນວົງເຫຼົ້າ, ທາງຝ່າຍວິຊາການກະເລີ່ມສອບຖາມພະນັກງານຂົວທາງຂອງເມືອງເພື່ອຢາກຮູ້ກ່ຽວກັບການສັນຈອນ ແລະ ພາຫະນາຕ່າງໆໃນເມືອງ.

ວິຊາການຂົວທາງ: ສະຫາຍ, ເມືອງເຮົາກະມີການສັນຈອນຫຼາຍບໍ່

ພະນັກງານເມືອງ: ແມ່ນ, ກະມີຫຼາຍໄດ໋ ໂດຍສະເພາະກະອອກສູ່ເມືອງສົບບາວ ຫາຊາຍແດນຫຽວດນາມ

ວິຊາການຂົວທາງ: ແລ້ວມີລົດປະເພດໃດຫຼາຍກວ່າໝູ່

ພະນັກງານເມືອງ: ກະມີລົດບັນທຸກ, ລົດໂດຍສານ...

 

 

 

ພໍຖາມຂໍ້ນີ້ ຊາວບ້ານພາກັນຫຼຽວເບິ່ງໜ້າວິຊາການຂົວທາງ ແລ້ວພາກັນຫົວສະອີກສະອ້ອຍ.... ຈົນເຮັດໃຫ້ວິຊາການຄົນນັ້ນສົງໄສວ່າຕົນເອງເຮັດເວົ້າຫຍັງຜິດບໍ່.....

ພໍຕື່ນເຊົ້າມື້ໃໝ່ ວິຊາການຂົວທາງຄົນນັ້ນກະຍັງຄາໃຈທີ່ຢາກຮູ້ວ່າຊາວບ້ານພາກັນຫົວຫຍັງ...ລາວຈິ່ງໄປຖາມຊາວບ້ານ...

 

ວີຊາການຂົວທາງ: ແມ່່ປ້າ, ມື້ຄືນບໍ່ຮູ້ວ່າຫຼານເວົ້າຫຍັງຜິດ. ຊາວບ້ານຄືພາກັນຫົວ ຕອນຫຼານຖາມວ່າ ເມືອງເຮົາມີ ຕ໋ອກຕ໋ອກ ຫຼາຍບໍ່ຫັ້ນນາ.

ແມ່ປ້າ: ຮະຮະຮະຮະຮະ, ເຂົາກະຫົວລະນໍ້ບັກຫຼ້າເອີຍ!!!

ວິຊາການຂົວທາງ: ຕ໋ອກຕ໋ອກ, ລົດທີ່ຊາວບ້ານເອົາໄປເຮັດນານີ້ ມັນເປັນຕາຫົວຢູ່ບ່ອນໃດ?

ແມ່ປ້າ: ອັນຕ໋ອກຕ໋ອກ ເຈົ້າຫັ້ນ, ພາສາຊາວບ້ານທີ່ນີ້ໝາຍເຖິງ ເຮັດອັນນັ້ນກັນເດີ!!!

ວິຊາການຂົວທາງ: ອັນໃດ?

ແມ່ປ້າ: ອັນທີ່ ຜູ້ຍິງຜູ້ຊາຍມັກຫັນລະ!!!! ຮະຮະຮະຮະ

 

ອະທິບາຍ: ພາສາທ້ອງຖິ່ນ ຄຳວ່າ ຕ໋ອກຕ໋ອກ ແມ່ນການຮ່ວມເພດ, ແຕ່ວິຊາການຂົວທາງຢາກໝາຍເຖິງ ລົດຕ໋ອກໆ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ພາຍຫຼັງເອົາສຳພາລະຂຶ້ນລົດແລ້ວ, ຂະບວນລົດຂອງພວກເຮົາກໍ່ເລີ່ມອອກເດີນທາງຕອນ ປະມານ 2 ໂມງເຄີ່ງ. ການເດີນທາງແມ່ນໄປຕາມເສັ້ນທາງເມືອງຄຳ. ຜູ້ຂຽນເອງແມ່ນໄດ້ເຄີຍໄປສອງສາມຄັ້ງ ກະເປັນເມືອງທີ່ສວຍງາມ, ເປັນທົ່ງຮາບ ທີ່ກວ້າງໃຫຍ່; ສາມາດເວົ້າໄດ້ວ່າເປັນອູ່ເຂົ້າອູປາຂອງແຂວງຊຽງຂວາງກະວ່າໄດ້. ແລະ ອີກຢ່າງແມ່ນການປູກສາລີ, ປະຊາຊົນເຂດນີ້ແມ່ນພາກັນປູກສາລີເປັນຂະບວນຟົດຟື້ນ... ແຕ່ທີ່ໜ້າເປັນຫວ່ງຢ່າງໜຶ່ງແມ່ນ ການທີ່ປະຊາຊົນພາກັນ ຖາງປ່າ ມາປູກສາລີ. ຕາມທີ່ໄດ້ໂອ້ລົມກັບຊາວບ້ານ ປະກົດວ່າ ເມືອງຄຳອັນເປັນດິນແດນທີ່ມີອາກາດຊຸຸມເຢັນ ກາຍມາເປັນເຂດທີ່ຮ້ອນໃນຊ່ວງ ສີ່ຫ້າປີທີ່ຜ່ານມານີ້.

ຂີ່ລົດໄປກ່ອນຈະຮອດສາມແຍກເມືອງຄຳ, ທ່ານຈະສັງເກດເຫັນບ້ານຫຼັງໜຶ່ງທີ່ຕັ້ງຢູ່ກ້ຳຂວາ ຫຼັງຈາກຜ່ານດ່ານເກັບເງິນຄ່າທາງໄປໄດ້ໄລຍະໜື່ງ. ເຮືອນດັ່ງກ່າວແມ່ນມີຮົ້ວທີ່ເປັນເອກະລັກເພາະເພິ່ນເອົາລູກລະເບີດທີ່ອາເມລິກາມາຖິ້ມ ແຕ່ພວກມັນບໍ່ແຕກໃນປາງສົງຄາມ. ນອກຈາກຫຼັກຮົ້ວ ເຈົ້າຂອງເຮືອນຍັງໄດ້ເອົາບັນດາລູກບົ່ມມາປະດັບ... ແລະກະມີລູກນ້ອຍລູກໃຫຍ່ເຕັມບ້ານຂອງເພີ່ນ.  ພໍ

ຮອດສາມແຍກເມືອງຄຳ, ລົດພວກເຮົາກະລ້ຽວຊ້າຍ. ຈື່ໄດ້ວ່າຕອນມາວຽກຄັ້ງກ່ອນຕອນປີກາຍ ໄດ້ມານັ່ງກິນເຂົ້າງາຍ ທີ່ຮ້ານສາມແຍກເມືອງຄຳນີ້. ເພີ່ນເຮັດອາຫານແຊບຫຼາຍ ໂດຍສະເພາະແມ່ນ ຊີ້ນທຸບ. ຫາກໃຜຢາກຮູ້ລົດຊາດ ວ່າຊີ້ນທຸບເມືອງຄຳແຊບຊຳໃດ ແມ່ນຕ້ອງໄປລອງເອງເດີ!!!!!

ຈາກສາມແຍກໄປໄດ້ປະມານ ສີ່ຫາກິໂລ ກະຈະເຫັນທາງເຂົ້າຢູ່ກ້ຳຊາຍມືເພື່ອເຂົ້າໄປຫາ ຖ້ຳປິວ. ຄິດວ່າຫຼາຍໆຄົນທີ່ເປັນຄົນລຸ່ນໃໝ່ອາດຍັງບໍ່ຮູ້ວ່າຖ້ຳປິວມີປະຫວັດແນວໃດ. ຂະບວນລົດເຮົາບໍ່ໄດ້ເຂົ້າໄປເບິ່ງໃນຄັ້ງນີ້, ແຕ່ຜູ້ຂຽນເອງໄດ້ໄປຕອນຊ່ວງປີກາຍ. ຖ້ຳປິວຖືວ່າເປັນຖ້ຳທີ່ ອາເມລິກາ ເຮັດໃຫ້ຄົນລາວທັງປະເທດ ໂດຍສະເພາະ ຢູ່ແຂວງຊຽງຂວາງ, ເພາະໄລຍະສົງຄາມ, ຊາວບ້ານທີ່ມາອາໄສລົບໄພຢູ່ຖ້ຳດັ່ງກ່າວ ກວ່າ 300 ຊີວິດ ແມ່ນຖືກ ລະເບີດເຜົາຕາຍຈົນໝົດກ້ຽງ. ພໍ່ລຸງ ທີ່ເປັນຄົນອະທິບາຍ ເພີ່ນເຫັນເຫດການໃນອາດິດ, ເວລາເພີ່ນເລົ່າສູ່ຟັງນ້ຳຕາຈົນຊິອອກ. ຖ້າຜູ້ໃດມີໂອກາດກະໄປທັດສະນະສຶກສາເບິ່ງນໍ້.

ເສັ້ນທາງຈາກຊຽງຂວາງສູ່ຫົວພັນ ກະເປັນເສັ້ນທາງທີ່ແຄບຫຼາຍ. ລົດສອງຄັນແລ່ນສວນກັນ ພໍດີວິດ ທັງເປັນເສັ້ນທາງທີ່ຄົດລ້ຽວ ເໝາະແກ່ການເດີນທາງເພື່ອຄວາມທ້າທາຍ. ຖ້າຜູ້ໃດເຄີຍທາງທາງ13 ເໜືອ, ທາງສູ່ຫົວພັນ ແມ່ນໂຫດກວ່າ 3 ເທົ່າ.  ຕາມເສັ້ນທາງກະເຫັນໝູ່ບ້ານຕັ້ງເປັນຊ່ວງໆ. ໃຊ້ເວລາປະມານ ເກືອບ 3 ຊົ່ວໂມງ, ພວກເຮົາກະມາຮອດບ້ານນ້ຳເນີນ. ກະເປັນໝູ່ບ້ານທາງຜ່ານທີ່ມີຄົນຢູ່ຢ່າງໜາແໜ້ນ ແລະ ຄົນເດີນທາງໄປມາ ກະອາໃສຊຸ່ຊົນແຫ່ງນີ້ເປັນບ່ອນ ພັກຜ່ອນ. ພວກເຮົາກະພາກັນກິນນ້ຳກິນໄນຢູ່ນ້ຳເນີນນີ້ ເກືອບ ເຄີ່ງຊົ່ວໂມງ. ສິ່ງທີ່ ຜູ້ຂຽນຢາກເນັ້ນໃຫ້ເຫັນເປັນພິເສດ ແມ່ນຊາວບ້ານເຂດນີ້ແມ່ນບໍ່ໄດ້ຈ່າຍຄ່າໄຟຟ້າ ແຕພວກເຂົາຕ້ອງໄດ້ລົງທຶນຊື້ເຄື່ອງປັ່ນໄຟ ດ້ວຍກະແສນ້ຳຂະໜາດນອຍ. ເກືອບວ່າທຸກຫຼັງຄາເຮືອນແມ່ນໃຊ້ໄຟຟ້າຈາກເຄື່ອງປັ່ນດັ່ງກ່າວ.

ອອກຈາກນ້ຳເນີນ, ກະແມ່ນຂຶ້ນຕາມທາງຄ້ອຍກະຮອດ  ເຂດພູເລົ້າ, ທີ່ຊື່ວ່າພູເລົ້ານີ້ແມ່ນໄດ້ຊື່ມາຈາກທີ່ວ່າ ເມື່ອກ່ອນຊາວບ້ານເຂດນີ້ແມ່ນພາກັນເອົາເລົ້າເຂົ້າມາປະໄວ້ເຂດນີ້ພາຍຫຼັງເກັບກ່ຽວ, ເພາະບ້ານພວກເຂົາແມ່ນຕັ້ງຫ່າງຈາກບ່ອນເຮັດການຜະລິດ. ສະນັ້ນຈຳຕ້ອງໄດ້ເຮັດເລົ້າໄວ້ເຂດພູແຫ່ງນີ້ ແລະ ໄດ້ຊື່ວ່າພູເລົ້າຈົນຮອດປະຈຸບັນ. ພູເລົ້ານີ້ຈະເປັນທາງສາມແຍກ, ແຍກໜຶ່ງຈະອອກໄປສູ່ເມືອງວຽງທອງ ເຊິ່ງເປັນເມືອງທີ່ພວກເຮົາຈະໄດ້ໄປໃນອອກສອງສາມມື້ຂ້າງໜ້າ, ສ່ວນອີກແຍກແມ່ນໄປເມືອງຊຳເໜືອ.

ເສັ້ນທາງຍິ່ງໂຫດກວ່າເກົ່າທັງແຄບທັງຄົດລ້ຽວ ລະກະເປັນໂຄ້ງທີ່ສັ້ນ, ບາງບ່ອນມີໂຄ້ງສັ້ນຮອດ 20 ໂຄງ, ຮັບຮອງວ່າມີຄົນຂາຍເຂົ້າປຽກຖ້າມັກເມົາລົດ. ຜູ້ຂ້າເອງແມ່ນປອດໄພ. ພູມີປະເທດທີ່ເຕັມໄປດ້ວຍພູຜາ ແຕ່ຍັງມີປ່າໄມ້ປົກຄຸມເປັນຈຳນວນຫຼວງຫຼາຍ, ຕາມເສັ້ນທາງ ຍັງສັງເກດເຫັນບັນດາສັດອອກມາໃຫ້ເປັນເປັນໄລຍະ ໂດຍສະເພາະແມ່ນນົກ.

ກ່ອນຈະຮອດເມືອງຄຳພວກເຮົາ ກະຜ່ານທາງແບ່ງທີ່ຈະເຂົ້າຫາຕົວເມືອງຫົວເມືອງເຊິ່ງເປັນ, ຜ່ານຫຼາຍໝູ່ບ້ານກໍ່ສັງເກດເຫັນເພີນເອົາໝາກຈອງມາວາງຂາຍ, ແລະບາງບ້ານ ແມ່ນປູກຕົ້ນໝາກຈອງ ລຽນຕາມແຄມທາງ ຂ້າງເຮືອນຂອງຕົນ, ກະເປັນຄັ້ງທຳອິດທີ່ໄດ້ເຫັນວ່າຕົ້ນໝາກຈອງເປັນແນວໃດ.

ຫຼຽວເບິ່ງໂມງອີກບາດ ກະເປັນຕອນເວລາ ເຈັດໂມງປາຍ, ພວກເຮົາກະເລີມເຂົ້າເຂດເມືອງຊຳເໜືອ. ຂີ່ຜ່ານປະຕູໂຂງທີ່ເປັນຮູບຫົວໃຈ ທີ່ຂຽນວ່າ ຍິນດີຕ້ອນຮັບສູ່ເມືອງຊຳເໜືອ ແຂວງຫົວພັນ.

ຂີ່ລົດລົງຄ້ອຍ ເຂົ້າສູ່ຕົວເມືອງພວກເຮົາກໍ່ ເຂົ້າທີ່ພັກ ເພື່ອອາບນ້ຳອາບໄນ ແລ້ວກະອອກໄປ ຊອກກິນເຂົ້າແລງ........

ຕິດຕາມຕອນຕໍ່ໄປ.....

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

ຫາຍໄປຫຼາຍມື້... ເພາະບໍ່ສາມາດເຂົ້າອິນເຕີເນັດ..... ຫວັງວ່າທຸກຄົນຄົງສະບາຍດີນໍ້......

ການເດີນທາງໄດ້ເລີ່ມຕົ້ນອີກຄັ້ງໃນຕອນບ່າຍຂອງວັນອາທິດ ທີ 25 ກໍລະກົດ 2010. ອັນເປັນການເດີນທາງຄັ້ງທຳອິດສູ່ດິນແດນຕົ້ນກຳເນີດຂອງ ສປປລາວ, ແຂວງຫົວພັນ. ແຜນຂອງການເດີນທາງແມ່ນແບ່ງເປັນສອງໄລຍະ ຄືຂີ່ຍົນຈາກວຽງຈັນ ໄປຊຽງຂວາງ ແລ້ວກະຕໍ່ລົດໄປຊຳເໜືອ. ປະມານສິບສອງໂມງຍັງ ກະເດີນທາງໄປສະໜາມບິນວັດໄຕ ເພື່ອແຈ້ງປີ້ ກຽມເດີນທາງ, ທີ່ສະໜາມບິນ ແມ່ນມີຜູ້ຄົນຫຼາຍສົມຄວນທີ່ກຽມຈະເດີນທາງໄປຫຼວງພະບາງສ່ວນໜຶ່່ງ ແລະ ຊຽງຂວາງສ່ວນໜື່ງ. ຍ່າງເຂົ້າຫ້ອງແຈ້ງປີ້້ ທາງພະນັກງານຮັບຜິດຊອບກະຈັດການສັ່ງກະເປົາ ເຊິ່ງມີກຳນົດໃຫ້ບໍ່ເກີດ 30 ກິໂລ,​ຖ້າກາຍແມ່ນຕ້ອງໄດ້ຈ່າຍຄ່າບໍລິການ ແຕ່ໂຊກດີ ກະເປົ້າຜູ້ຂ້າແມ່ນໜັກພຽງແຕ່ 15 ກິໂລ ກະເລີຍບໍ່ມີບັນຫາຫຍັງ.
ໄດ້ຮັບປີ້ຂຶ້ນຍົນແລ້ວ ກະຕ້ອງໄປແຈ້ງພະນັກງານກວດຄົນເຂົ້າອອກ ທີ່ທາງເຂົ້າຫ້ອງລໍຖ້າຂຶ້ນຍົນ ຂອງຜູ້ໂດຍສານ, ຈາກຈຸດແຈ້ງຄົນເຂົ້າອອກ, ກະຕ້ອງໄດ້ຜ່ານຈຸດກວດດ້ວຍເຄື່ອງສະແກນ. ນະຈຸດນີ້ ທຸກໆຄົນທີ່ຈະຜ່ານເຂົ້າໄປຫ້ອງລໍຖ້າ ຕ້ອງໄດ້ຖືກກວດໝົດທຸກຄົນ ເພື່ອຄວາມປອດໄພ. ກະເປົາຫີ້ວ ແລະ ເຄື່ອງມະລຸງຕຸງນັງ ແມ່ນກວດໂດຍ ຕູ້ເຄື່ອງສະແກນ, ສ່ວນຄົນແມ່ນໃຫ້ຍ່າງຜ່ານປະຕູສະແກນ, ແຕ່ກ່ອນຈະຍ່າງຜ່ານ ກະຕ້ອງບໍ່ໃຫ້ມີວັດຖຸໃດໆຢູ່ໃນກະເປົາເສື້ອຫຼືຖົງໂສ້ງ, ຈຳເປັນຕ້ອງໄດເອົາອອກໃສ່ກະຕ່າໝົດແລ້ວຈິ່ງຍ່າງຜ່ານ. ຄົນໃດທີ່ຍ່າງຜ່ານ ແລ້ວບໍ່ມີສຽງຫຍັງ ກະແລ້ວໄປ, ສ່ວນຜູ້ໃດຍ່າງແລ້ວມີສຽງຮ້ອງ ພະນັກງານກ່ຽວຂ້ອງກະຈະໄດ້ກວດຊ້ຳອີກ ໂດຍເຄື່ອງກວດດ້ວຍມື.
ຜ່ານດ່ານກວດກະມີຮອດບ່ອນລໍຖ້າ, ທີ່ນີ້ເພີ່ນກະມີຫ້ອງວາງສະແດງສິນຄ້າທີ່ແຈຊ້າຍມື ແລະ ທາງດ້ານຂວາແມ່ນມີຫ້ອງອາຫານ. ຮູ້ສຶກຫີວຂຶ້ນມາ ກະເລີຍໄປສັ່ງເຂົ້າຂາໝູກິນ. ອາຫານຢູ່ໃນນີ້ກະອາດແພງແດ່ໜ້ອຍໜຶ່ງ. ອາຫານປະເພດຈານດຽວ ກະແມ່ນເລີ່ມແຕ່ ສິບຫ້າພັນກີບ ຫາ ສາມສິບພັນກີບ. ເຄື່ອງດື່ມກະມີແຕ່ຫ້າພັນຂຶ້ນໄປ. ກະເປັນອາຫານປະເພດງ່າຍໆ ເປັນສ່ວນໃຫຍ່. ກິນເຂົ້າເກືອບບໍ່ທັນແລ້ວ, ກະໄດ້ຍິນສຽງປະກາດ ເຊີນຊາບ ເຊີນຊາບ!!!! ຜູ້ໂດຍສາຍທີ່ຈະເດີນທາງໄປຊຽງຂວາງ ກະລຸນາແຈ້ງປີ້ຕໍ່ເຈົ້າໜ້າທີ່ ...... ກິນບໍ່ທັນໝົດກະຕ້ອງໄດ້ຈ່າຍເງິນ ແລ້ວຟ້າວໄປແຈ້ງປີ້ອອກ. ການຈີກປີ້ຂຶ້ນຍົນນີ້ ເພີ່ນກະຈະເອົາສົ້ນທີ່ມີປາຍກະເປົາໃຫ້ຜູ້ໂດຍສາຍໄວ້ ແລ້ວທາງພະນັກງານກໍ່ຈະເກັບອີກສົ້ນໄວ້. ມັນຈະມີສົ້ນສັ້ນ ແລະ ສົ້ນຍາວ. ແຕ່ຮູ້ສຶກວ່າມັນບໍ່ເປັນຫຼັກການຕາຍຕົວວ່າ ສົ້ນສັ້ນ ຫຼື ຍາວແມ່ນໃຫ້ຜູ້ໂດຍສາຍ ແລະອີກສົນເກັບໄວ້. ເພາະຫຼາຍຄັ້ງທີ່ເດີນທາງ ບາງເທື່ອກະໄດ້ສົ້ນສັ້ນ, ບາງຄັ້ງກະໄດ້ສົ້ນຍາວ..... ຊິສັ້ນ ຫຼື ຍາວ ແຕ່ກະມີຂໍ້ມູນສຳຄັນນັ້ນແມ່ນ ເວລາຂອງການບິນ, ເລກຖ້ຽວບິນ, ບ່ອນນັ່ງເລກທີ່.
ອອກຈາກຫ້ອງລໍຖ້າ ກະຫິ້ວກະເປົາ ຍ່າງໄປຫາເຄື່ອງບິນ. ມື້ນີ້ ແມ່ນເດີນທາງດ້ວຍເຮືອບິນ ເອັມເອ. ຂຶ້ນເຄື່ອງບິນ ເກັບເຄື່ອງໄວ້ທີ່ຕູ້ທາງເທີງບ່ອນນັ່ງ. ແລ້ວກະນັ່ງໃສ່ສັດຮັດນິລະໄພ. ເມື່ອຜູ້ໂດຍສານມາໝົດແລ້ວ, ສາວຕ້ອນຮັບທີ່ເຄື່່ອງບິນກະຈະກ່າວຕ້ອນຮັບ.... ສະບາຍດີທ່ານສຸພາບສະຕີ ແລະ ສຸພາບບູລຸດ ໃນນາມຂອງກັບຕັນ..... ຂໍຕ້ອນຮັບທ່ານສູ່ຖ້ຽວບິນທີ..... ເພື່ອຈະນຳທ່ານໄປສູ່ສະໜາມບິນຊຽງຂວາງ... ການເດີນທາງຈະໃຊ້ເວລາ 30 ນາທີ......... ຫຼັງຈາກນັ້ນ ເພີນກະຈະແຈກຍາຍຜ້າເຢັນ ແລ້ວກໍ່ຈະມີການສາທິດການຮັດສາຍຮັດນິລະໄພ ແລະ ແນະນຳປະຕູອອກສຸກເສີນ ແລະ ປຸ່ມກົດເພື່ອຂໍການບໍລິການຈາກພະນັກງານບໍລິການທີ່ເຮືອບິນ. ສ່ວນຜູ້ໃດທີ່ຍັງບໍ່ທັນເຂົ້າໃຈເພີ່ນກະຈະແນະນຳໃຫ້ອ່ານຄູ່ມື ທີ່ເພີນໃຫ້ໄວ້ທີ່ຖົງໜ້າບ່ອນນັ່ງໃຜລາວ.
ປະມານ ໂມງຍັງ ຫ້ານາທີ ເຄື່ອງບິນກະເລີ່ມຕົວກຽມ ເທັກອອຟ. ຖ້າຜູ້ໃດເດີນທາງດົນເຄື່ອງບິນຄັ້ງແລກ ນີ້ ຈະເປັນຂັ້ນຕອນໜື່ງທີ່ຕືນເຕັ້ນຫຼາຍ. ແລະມັນກະເຮັດໃຫ້ຜູ້ຂຽນເອງຄິດຮອດຕອນເດີນທາງດ້ວຍເຄື່ອງບິນຄັ້ງທຳອິດໃນປີ 2000 ທີ່ໄດ້ມີໂອກາດເຂົ້າຮ່ວມການສອບເສັງ ນັກຮຽນເກັ່ງທີ່ວຽງຈັນ. ເວລາຍົນຂຶ້ນ ແລ້ວມັນວາບລົງຫັ້ນນາ...​ໂອ໋ຍ!!!! ແມ່ນເຈົ້າເອີຍ ຫົວໃຈແມ່ນຕົກລົງໄປກອງຢູ່ປາຍຕີນ.... ພາຍຫຼັງບິນຂຶ້ນໄດ້ໄລຍະໜື່ງ ທາງກັບຕັນກໍ່ຈະໃຫ້ສັນຍານແກ່ພະນັກງານຕ້ອນຮັບທີ່ເຄື່ອງບິນອອກມາແຈກນ້ຳແຈກໄນ ແລະ ຂະໜົມ. ຮູ້ສຶກວ່າປະຈຸບັນເພີ່ນໄດ້ລຸດປະເພດອາຫານວ່າງນີ້ຫຼາຍ, ຈື່ໄດ້ວ່າຕອນຂີ່ຍົນຄັ້ງແລ້ວ ແລະຫຼາຍໆຄັ້ງກ່ອໜ້ານີ້ ເພີ່ນຈະມີອາຫານດີ ເຊັ່ນວ່າແຊນວິດ ແລະ ເຄື່ອງດື່ມກະແມ່ນແປບຊີ່, ແຕ່ດຽວນີ້ ແມ່ນໃຫ້ນ້ຳຫົວເສືອຈອກໜຶ່ງ ແລະ ກະເຂົ້າໜົມໝາກໄມ້ອົບລວມມິດຊອງໜຶ່ງ... ກະເລີຍຄິດໃນໃຈວ່າ ແຕ່ກີປີ້ຍົນລາຄາຖືກ ໄດ້ກິນຂອງດີກວ່ານີ້ ບາດດຽວນີ້ ປີຍົນແພງພັດໄດ້ກິນແຕ່ນ້ຳຈອກດຽວກັບເຂົ້າໜົມຊອງດຽວ. ແລະບາງຄັ້ງແມ່ນໄດ້ກິນແຕ່ນ້ຳກະມີ. ເອີ!!!! ຈັກແມ່ນພັດທະນາຂຶ້ນຫຼືລົງກະບໍ່ເຂົ້າໃຈ.... ຊ່າງມັນເທາະ.....
ເມື່ອຍັງນ້ອຍຍ້ອນບໍ່ຮູ້ອີໂນອີເນ.... ໄດ້ແຕ່ແນມເບີ່ງຂີ້ເຝື້ອແລະເມກໝອກ ແລະ ຈິນຕະນາການໄປວ່າ ຄືຈະສາມາດໄປລົງຍ່າງຕາມຂີ້ເຝື້ອນັ້ນໄດ້. ແຕ່ເມື່ອໄດ້ມີໂອກາດໄດ້ປະສົບກັບຕົວຈິງ ກະຄົນລະແນວ.... ແນມອອກຈາກປ່ອງຢ້ຽມຕາມເສັ້ນທາງບິນໄປສູ່ຊຽງຂວາງ ກໍ່ຈະເຫັນເມກຂາວລອງລອຍຢ່າງສະອອນຕາ. ພູມມີປະເທດຈາກວຽງຈັນຂຶ້ນມາຄືຫຼາຍຄົນຮູ້ຫັນແລ້ວ ແມ່ນມີແຕ່ພູຜາ. ແນມຫັນບັນດາບ້ານ, ເມືອງເປັນຍ່ອມໆໆ. ເຫັນເສັ້ນທາງທີ່ເປັນບ່ອນເຊື່ອມຕໍ່ໃນການເດີນທາງ, ແຕ່ບິນໄປບາງເຂດແມ່ນບໍ່ເຫັນຫຍັງມີແຕ່ພູ.
ປະມານ ໂມງປາຍຊາວຫ້າ, ສາວຕອນຮັບກະປະກາດແຈ້ງທີ່ຈະມີການລົງຈອດຂອງເຄື່ອງບິນສູ່ສະໜາມບິນຊຽງຂວາງ. ການລົງຈອດຄັ້ງນີ້ ກະລົງດ້ວຍຄວາມນິ້ມນວນດີ....ເປັນອັນວ່າສິ້ນສຸດການເດີນທາງໃນຊ່ວງທີ່ໜື໋ງ... ເພາະຕໍ່ໄປຕ້ອງໄດ້ຂີ່ລົດຈາກຊຽງຂວາງໄປຊຳເໜືອ.....
 
ໂປດຕິດຕາມຕອນຕໍ່ໄປ....
ຂຽນເມື່ອ ຂຽນເມື່ອ: ກ.ລ.. 20, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

ມື້ວານນີ້ (19/7/2010), ຮູ້ສຶກປວດຄີງກະເລີຍໄປລອຍນ້ຳ ຢູ່ສະໂຮງແຮມນະຄອນສັກ... ໄປຄົນດຽວ ປະມານ ເຈັດໂມງເຄີງ ຕອນແລງເດີ!!!! ມາລອຍປະມານນີ້ອາວໄຄ ຄົນບໍ່ຫຼາຍ. ມາຮອດສະກະຈ່າຍເງິນ ສິບພັນກີບ (ເຝີຖ້ວຍໜຶ່ງ ອົດເຂົ້າແລງໄປເລີຍ) ຄ່າສະເພິນ. ສະຢູ່ໂຮງແຮມນະຄອນສັກ ກະເປີດໃໝ່ ຍັງບໍ່ທັນຮອດປີ ກະເປັນສະໄດ້ມາດຕະຖານ ເໝາະທັງຜູ້ລອຍເປັນ ແລະ ຜູ້ທີ່ຢາກຮຽນລອຍ ເພາະມີສະອານຸບານ ສອງສະນ້ອຍ.

ຈ່າຍເງິນລະກະໄປລ້າງຕົວ, ແກ້ເສື້ອ ນຸ່ງແຕ່ໂສ້ງຂາສັ້ນ... ມື້ໜ້າໄປເຫັນໂສ້ງລອຍນ້ຳກ່ອນຊິໄດ້ຊືຶໄວ້ຈັກຜືນ ເພາະຖ້າໃສ່ຊຸດນັ້ນໜ້າຈະລອຍໄວຂຶ້ນ ວ່າຊັ້ນດອກ!!!

ມີຄົນມາປະມານ ຫົກເຈັດຄົນ, ແມ່ນແຕ່ໜ້າເກົ່າທີ່ເຈີ ອາທິດແລ້ວ.... ມາຄົນດຽວກະລອຍຄົນດຽວ ເອົາເຄື່ອງໃສ່ກະຕ່າປະໄວ້ບ່ອນນັ່ງ ແລ້ວກະຍ່ອງລົງສະ ເພື່ອວອມຮ່າງກາຍໃຫ້ມັນຫ້າວ ກ່ອນຈະລອຍ... ໄດ້ທ່າໄດ້ທີ່ກະລອຍໄປລອຍມາ, ລອຍໜ້າລອຍຫຼັງ... ຖືວ່າການລອຍນ້ຳນີ້ເປັນກິລາທີ່ດີທີ່ສຸດກະວ່າໄດ້, ລອຍໄດ້ປະມານ ສິບນາທີ ກ້າມເລີ່ມຂຶ້ນ...ຮະຮະຮະຮະຮະ ແທ້ໆໆໆເດີ.....  ທີ່ຈິ່ງຜູ້ຂຽນກະບໍ່ເກັ່ງລອຍປານໃດ ແຕ່ມັກດຳ ຫຼື ວ່າມຸດນ້ຳຫຼາຍກວ່າ.

ປະມານ ຊາວກວ່ານາທີທີ່ລອຍຢູ່ສະ, ຈັກໜ້ອຍກະມີເມັດນ້ຳຕົກປົກເປັກລົງມາ, ໂອຍ!!!! ບໍ່ທຳມະດາ ຝົນຫ່າບັກໃຫຍ່ໆໆໆ ຍິ່ງເຮັດໃຫ້ບັນຍາກາດທ້າທາຍໄປອີກແບບ, ສະພາບດັ່ງກ່າວເຮັດໃຫ້ຄິດຮອດຕອນສະໄໝຢູ່ຫຼວງພະບາງ ທີ່ພາກັນໄປລອຍນ້ຳຂອງ ຕອນຝົນຕົກ ຈັ່ງແມ່ນອັນດຽວກັນເລີຍ.... ລອຍນ້ຳທາມກາງສາຍຝົນ ແມ່ນເປັນບັນຍາກາດທີ່ບໍ່ໄດ້ສຳພັດມາເກືອບ ສິບກວ່າປີ.

ຄັນມີແຕ່ຝົນຍັງໄຄ, ທັງລົມແຮງພ້ອມ ນັກລອຍນ້ຳບາງສ່ວນກະພາກັນຂຶ້ນຝັ່ງ ລົບຝົນ... ສ່ວນຜູ້ຂ້າຂໍລອຍຕໍ່່ ເພາະມັນຄັກແທ້ໆໆໆ ເດີລອຍນ້ຳຕາກຝົນນິນະ. ຖ້າມື້ໃດຝົນຕົກ ລະຜູ້ໃດຢາກໄປລອຍນ້ຳຜູ້ຂ້າກະສົ່ງອີເມວມາບອກເດີ, ໄປເຈີກັນທີ່ສະລອຍນ້ຳນະຄອນສັກໂລດ.....  ຢູ່ໃກ້ໆກັບໂຮງຮຽນມັດທະຍົມຈັນທະບູລີນີ້ເອງເດີ!!!!

ລອຍເມື່ອຍ ກະເລີຍມານັ່ງພັກຜ່ອນກິນນ້ຳ, ຫຼຽວເຫັນສາວສອງຄົນມາລອຍ. ບໍ່ທຳມະດາ, ພໍມາຮອດແຄມສະ ພາກັນຕີລັ່ງກາລົງ... ເຫັນແລ້ວຈົນໜ໊າອາຍ ເພາະຕົນເອງເຮັດບໍ່ໄດ້ດອກ!!!  ນາງນັ້ນລາວຕັ້ງເກັ່ງອີຫຼີ, ຕີຫຼັ່ງກາລົງ ທຸກໆຄັ້ງ ແລະ ກະເປັນທ່າງາມອີກ... ຟັງສຳນຽງແມ່ນອາດແມ່ນແຕ່ທາງເໜືອ, ສົງໄສອາໃສ ຢູ່ແຄມນ້ຳແຄມທ່າຈິ່ງເກັ່ງແນວນີ້. ມື້ໜ້າຊິໃຫ້ລາວສອນທ່າຕີຫຼັ່ງກາຈັກບາດ... ຮະຮະຮະຮະ

ຝົນທີ່ທັງເທລົງມາພ້ອມກັບການປະກອບຂອງລົມ, ດົນສົມຄວນ ຈົນເຮັດໃຫ້ຫຼາຍຄົນເລີ່ມສັ້ນ ເພາະວ່າອາກາດເຢັນລົງ. ຢ້ານເປັນໄຂ້ ກະເລີຍລອຍຊ້ຳອີກ ຫ້ານາທີ ແລ້ວກະຮີບກັບບ້ານ.....  ວ່າຊິລອຍຮອດ ເກົ້າໂມງ ແຕ່ອົດບໍ່ໄດ້.... ເພາະລົມມັນເຢັນນນນນນນນນນນນນ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ວັນພັກມື້ນີ້, ວັນເສົາທີ 17/7/2010, ກະເປັນອີກວັນໜຶ່ງທີ່ບໍ່ຕ່າງກັບອາທິດຜ່ານໆມາ. ທ້ອງຟ້າໃນຕອນເຊົ້າ ກະຄຶ້ມໆ ແຕ່ກະມີແດດອອກມາເປັນຊ່ວງໆ. ອາຫານໂປດຂອງຂ້ອຍໃນທ້າຍອາທິດ ກະແມ່ນແນມຂາວ ຫຼື ທີ່ເອີ້ນວ່າ ບັນກວນ. ຮ້ານທີ່ມັກກິນປະຈຳແມ່ນຮ້ານຢູ່ແຖວສີສະຫວາດ. ບ້ານກວນຮ້ານນີ້ຕ້ອງຖືວ່າຍົກໂປ້ໃຫ້. ເພາະເພິ່ນໃຊ້ເຮັດໃຫ້ແປ້ງມັນນຸ້ມແລະສ່ວນປະສົມແມ່ນລົງຕົວດີ. ຢາກໄດ້ໜ້ອຍໄດ້ຫຼາຍກະເອົາຕາມສັ່ງ, ແລະມື້ນີ້ກະໄປກິນປະມານ ສິບໂມງຍັງ ກະວ່າຈະກິນເປັນອາຫານ ບຣັນ (ອາຫານລະຫວ່າງ ເຊົ້າ ແລະ ສວາຍ). ກະສັ່ງຈ່າຍ ເຈັດພັນໃສ່ໄຂ່. ຫຼາຍຄົນຄົງຈະຢາກໄປລອງແມ່ນບໍ່, ຊັ້ນໄປເດີ ໃກ້ໆ ກັບບ້ານພັກສີສະຫວາດ, ຂີ່ໄປທາງຕະຫຼາດທົ່ງຂັນຄຳປະມານ ຈັກຮ້ອຍແມັດນີ້ລະ, ກົງກັນຂ້າມກັນຮ້ານທີ່ເພີ່ນຂາຍເຄື່ອງກອງບຸນ ທາງຝາກຂວາມືຕອນຂີ່ລົດ ຫຼື ຍ່າງໄປ. ຄັນຜູ້ໃດບໍ່ຮູ້ຫຼື ຫຼົງທາງຢາກໄດ້ຄົນພາທ່ຽວກະຕິດຕໍ່ຫາຂ້ອຍກະໄດ້ ຄິດບໍ່ແພງ ບັນກວນສອງຈານ..

ກິນບັນກວນແລ້ວ, ວັນເສົາບໍ່ມີຫຍັງເຮັດ ກະຂີ່ລົດຫຼິ້ນ. ໃກ້ຈະທ່ຽງແດດຫາຍແວດ, ຟ້າມືດມາແຕ່ໄກ, ບໍ່ພໍຄາວ ຝົນກະຖອກເທລົງມາ, ໂຊກດີຕອນຕົກໜັກໆແມ່ນຈອດລົດພັກຢູ່ກະເລີຍບໍ່ປຽກ,​ ທີ່ຈິງກົ້ນເບາະລົດກະມີ ເສື້່ອກັນຝົນ. ເພື່ອນທີ່ຂີ່ລົດຈັກລົດຖີບ ກະຄວນມີກຽມໄວ້ເດີ ອັນເສື້ອກັນຝົນ ເພາະຊ່ວງນີ້ ແມ່ນຕົກທຸກມື້ແທ້ໆໄດ ອັນຝົນນີ້ ນະ.

ປະມານ ສາມສິບນາທີຝົນກະເຊົາ, ກະຂີ່ລົດຕໍ່ ຂີ່ຜ່ານແຖວປະຕູໄຊ ຈົນຢາກຮ້ອງອອກມາດັງໆວ່າ ຢາກໃຫ້ອາກາດດີແນວນີ້ທຸກມື້ເດ!!!!!!!!!!!!!!!!!! ເພາະອາກາດຟ້າຫຼັງຝົນຈັ່ງແມ່ນມັນຄັກ, ເຢັນ ແລະ ສົດຊື່ນ ອາກາດຈັ່ງແມ່ນສຸດຍອດ.

ຂີ່ໄປຂີ່ມາ ກະຜ່ານໄປທາງ ດົງປະລານ, ທ້ອງຮ້ອງເພາະປະມານໂມງຍັງ ກະເລີຍແວະເຂົ້າກິນໝີ່ເປັດ ທີ່ໃກ້ໆກັບຮ້ານດອກໄມ້, ເປັນຮ້ານທີ່ແຊບອີກຮ້ານໜຶ່ງ, ມາກິນບ່ອນນີ້ເປັນຄັ້ງທີສອງ, ຄັ້ງແລກແມ່ນມາກັບເພື່ອຮ່ວມງານ ຕິດໃຈກະເລີຍມາອີກ. ຄັນຜູ້ໃດກິນບໍ່ຫຼາຍແນະນຳໃຫ້ເອົາຖ້ວຍນ້ອຍ ບໍ່ຊັ້ນຖ້າສັ່ງຖ້ວຍໃຫຍ່ ແມ່ນບໍ່ໝົດແນ່ນອນ. ນອກຈາກໝີ່ເປັດຮ້ານນີ້ ກະມີເຂົ້າປຽກນຳ, ແລະທີ່ຕິດໃຈອີກອັນແມ່ນເພີ່ນມີເຂົ້າໜົມພື້ນບ້ານຂາຍ ບໍ່ວ່າຈະເປັນປະເພດວຸ້ນ, ເຂົ້າປາດ, ຕອນຂຽນຢູ່ນີ້ກະກຳລັງກິນເຂົ້າປາດທີ່ມີໃນໝາກຖົ່ວເຫຼືອງ, ໂອຍ໋໋໋!!!!​ແຊບ!!!!!  ຮ້ານນີ້ ແມ່ນບໍ່ໄກ ຖ້າໃຜຮູ້ຈັກຮ້ານໂນເກຍ ແລ້ວແມ່ນບໍ່ຍາກ ເພາະຂີ່ໄປອີກ ປະມານ ຫ້າສິບແມັດຈະເຫັນໂລດ, ຢູ່ກ້ຳຂວາມືເດີ. ຕອນທີ່ນັ່ງກິນໝີເປັດນັ້ນ ຝົນເຈົ້າກຳ ກະຫຼັ່ງລົງມາ ຟັງແລ້ວກະເຮັດໃຫ້ບັນຍາກາດການກິນໝີເປັດໄດ້ອາລົມໄປອີກແບບ. ໂອ!!! ລືມ, ຍັງມີປະເພດນ້ຳນຳອີກ, ບໍ່ວ່າຈະເປັນນ້ຳຜັກໜອກ, ນ້ຳໝາກສາລີ (ຂອງມັກຂອງຂ້ອຍເອງ) ແລະ ອື່ນໆ.... ມີໂອກາດ ແມ່ນຢ່າລືມໄປເດີ, ຄັນບໍ່ແຊບໃຫ້ມາເອົາເງິນຄືນນຳເຈົ້າຂອງຮ້ານໂລດ..... ຮະຮະຮະຮະ

ກັບຮອດບ້ານກະປະມານ ສາມໂມງຍັງ, ຟ້າແມ່ນຍິງມືດຄື້ມກວ່າເກົ່າ ແລະ ແລ້ວຝົນກະຕົກມາອີກຮອດ ເປັນຮອດທີ່ຍາວນານ ແລະ ແຮງ ພ້ອມກັບລົມອີກ. ຂ້ອຍກະບໍ່ຮູ້ເຮັດຫຍັງ ນອນລູກດຽວ, ນອນຈົນຮອດຫ້າໂມງ, ນອນໃຫ້ໂທລະທັດເບິ່ງ ເພາະກ່ອນຈະມ້ອຍຫຼັບແມ່ນເບິ່ງໜັງຢູ່. ກະບໍ່ຮູ້ວ່າຫຼັບໄປຕອນໃດ, ຕືນຂຶ້ນມາ ຟ້າກະຍັງມືດ ຝົນກະຍັງຕົກ ແຍະໆໆໆໆ.

ກະເລີຍໄຂປະຕູປ່ອງຢ້ຽມ, ຈັບເອົາຄອມສະໄໝປູ່ທວດມາເປີດຕໍ່ສາຍໃສ່ລໍາພົງ ເປີດເພງເອົາອາລົມ, ພໍດີເປີດເພງ ຝົນຕົກທີ່ໜ້າ ຕ່າງກະຈັ່ງແມ່ນຖືກໝ້ອງ໋!!!!! ຮູ້້ສຶກຄິດຮອດເພື່ອນພັນລາວ ກະເລີຍມາຂຽນເລື່ອງນີ້ເລົ່າໃຫ້ຟັງ.

ຕະຫຼອດວັນເຮັດວຽກຄົນສ່ວນຫຼາຍ ນັບທັງຂ້ອຍເອງສ່ວນຫຼາຍກະແມ່ນວຸ້ນວາຍກັບວຽກກັບງານ, ບາງຄັ້ງກະລືມວ່າ ຕົວເຮົາກະຕ້ອງການ ມູມໆນຶ່ງເພື່ອຈະໃຫ້ຄວາມສຸກສ່ວນຕົວ ໂດຍອາດຈະເຮັດກິດຈະກຳໃດໜຶ່ງທີ່ ຊ່ວຍໃຫ້ມີຄວາມສຸກ ບໍ່ວ່າຈະຟັງເພງ, ອ່ານໜັ່ງສື, ເອົາອາລະບ້ຳພາບເກົ່າໆ ມາເບິ່ງ ເພີ່ນຈະໄດ້ຟື້ນຄືນ ພາບ ແລະຮອຍຍິ້ມໃນວັນວານ. ແລະມື້ນີ້ເອງ ຂ້ອຍເອງກະໄດ້ດືງເອົາຄວາມຮູ້ສືກໃນອາດີດມາໃຫ້ຂ້ອຍໄດ້ມີຮອຍຍິ້ມ ເມື້ອຫວນຄິດຮອດວັນເຫຼົ່ານັ້ນ. ບົດເພງຫຼາຍໆເພງທີ່ນັ່ງຟັງໃນມື້ນີ້ ກະເປັນການສະທ້ອນໃນຫຼາຍໆມູມມອງຂອງບັນດາເນື້ອເພງແຕ່ລະເພງ. ເຖິງວ່າຈະຢູ່ຄົນດຽວ ແຕ່ກະຮູ້ສຶກວ່າມີຄວາມສຸກໄປອີກແບບ, ເປັນຄວາມຮູ້ສຶກທີ່ຜ່ອນຄາຍ ແລະ ປ່ອຍຕົວໃຫ້ໄປຕາມເວລາ ໂດຍບໍ່ຈຳເປັນຕ້ອງເປັນຫ່ວງຫຼືກັງວົນເລື່ອງນັ້ນ ເລື່ອງນີ້. ເວົ້າມາຮອດນີ້ ກະພໍດີເພງເປີດຢູ່ແມ່ນເພັງນ້ຳລາຍ, ຫຼາຍຄົນຄົງຈະຮູ້ເພງນີ້ດີ. ຈັ່ງແມ່ນເຂົ້າກັບບັນຍາກາດເດ!!!!!!

ອີກຊາວນາທີ ກະຊິຮອດເຈັດໂມງ, ກະຍັງບໍ່ຮູ້ວ່າຈະໄປໃສຕອນແລງນີ້, ແຕ່ກ່ອນອື່ນຄືຊິໃຫ້ຝົນເຊົາກ່ອນສາເນາະ..... ເອົາພໍທໍ່ນີກ່ອນເດີ, ຂໍໃຫ້ທຸກຄົນມີຄວາມສຸກກັບວັນສຸດສັບປະດາເດີ.....

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 14, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫຼາຍຄົນຄົງຄິດວ່າ ຜູ້ຍິງມັກແຕ່ຄົນຫຼໍ່, ສະມາດ, ສູງຍາວເຂົາດີ, ກ້າມເປັນໝັດໆ,​ ແລະ ສົມບູນທຸກຢ່າງ. ເຊິ່ງຄວາມຈິ່ງຜູ້ຍິງກະຫວັງຢາກໄດ້ຈັ່ງຊັ້ນແທ້,  ແຕ່ຫາກທ່ານໄດ້ອ່ານເລື່ອງລາວທີ່ຜູ້ຂຽນໄດ້ເຈີ ມາຄວາມຄິດຂອງທ່ານອາດຈະມີມູມມອງອັນໃໝ່.

ມັນເປັນຄວາມຮັກ ລະຫວ່າງອ້າຍບ່າວຂີ້່ລໍ້ ແລະ ສາວໂຮງງານ.

ຫຼາຍຄົນອາດຈະຮູ້ໂຮງຮຽນສອນຂັບລົດທົ່ງສາງນາງ ແລະ ໃກ້ໆນັ້ນກະຈະມີໂຮງງານ ເຊີ່ງແຮງງານສ່ວນຫຼາຍຈະແມ່ນບັນດາຍິງໜຸ່ມ ທີ່ມາແຕ່ຕ່າງແຂວງເປັນສ່ວນໃຫຍ່. ບັນດາເຈົ້າຂອງບ້ານເຊົ່າເຂດທົ່ງສາງນາງກະຖືວ່າໄດ້ຮັບຜົນປະໂຫຍດຫຼາຍ ເພາະບັນດາພະນັກງານຂອງໂຮງງານດັ່ງກ່າວແມ່ນພາກັນເຊົ່າເຮືອນຢູ່ແຖວໃກ້ໆນີເປັນສ່ວນຫຼາຍ. ຍ້ອນມີສາວໆຫຼາຍ ກະມີບັນດາອ້າຍບ່າວໂຮງງານດ້ວຍກັນ ຫຼື ມາແຕ່ທາງອື່ນ ແມ່ນພາກັນມາກ້ຽວພາລາສີ ຈີບສາວໂຮງງານນີ້ ທຸກໆແລງຈົນເດີກ, ຍ້ອນເສັ້ນທາງກັບຈາກຫ້ອງການຂອງຜຸູ້ຂຽນແມ່ນກາຍທາງເສັ້ນນັ້ນທຸກມື້ ຈິ່ງສັງເກດເຫັນເປັນເລື່ອງປົກກະຕິ.

ແຕ່ມີຄູ່ຮັກໜຶ່ງທີ່ຜູ້ຂຽນໃຫ້ຄວາມສຳຄັນ ແລະ ຕິດຕາມເປັນພິເສດແມ່ນ ອ້າຍບ່າວພິການ ກັບຍິງຮັກຂອງລາວ. ທຸກໆແລງ ປະມານ 5 ໂມງ ຊາຍຄົນນີ້ ຈະຂີ່ລໍ້ມື ມາຫານາງທີ່ຫ້ອງພັກເປັນປະຈຳ ແຕ່ກະບໍ່ໄດ້ເຂົ້າໄປຂ້າງໃນດອກ,​ແຕ່ສ່ວນໃຫຍ່ແມ່ນຈະລົມກັນຢູ່ຂ້າງນອກ, ຖືວ່າເກືອບທຸກມື້ເລີຍ.

ຕອນແລງວານນີ້, ຜູ້ຂຽນກະຂີ່ລົດກາຍເພື່ອຈະໄປກິນເຝີໝູຕົ້ມຍຳສູດບູຮານທີ່ແຖວໂຮງການຍະສິນ (ລາຍລະອຽດກ່ຽວກັບເຝີກະມີບົດໜື່ງຕ່າງຫາກເດີ..), ຕອນກາຍໄປນັ້ນ ບ່າວພິການຍັງນັ່ງຢູ່ລໍ້ ສ່ວນຜູ້ສາວແມ່ນຢືນເທີ້ງໃສ່ກຳແພງ, ທັງສອງໂອ້ລົມກັນຢ່າງມີຄວາມສຸກ, ເພື່ອໃຫ້ໄດ້ລາຍລະອຽດ ຜູ້ຂຽນກະເລີຍ ທຳທ່າຈອດຊື້ນ້ຳດື່ມ ແລ້່ວແອບສັງເກດຄູ່ຮັກທັງສອງ. ຄາລົມຄົມຄາຍຂອງອ້າຍບ່າວກະແມ່ນບໍ່ທຳມະດາ ເຊີງເຮັດໃຫ້ຍິງສາວແມ່ນຍິ້ມຢູ່ຕະຫຼອດເວລາ.... ເອີ!!!​ຄິດແລ້ວຍັງອິດສາເວີຍ!!!!!

ຈອບເບິ່ງປະມານ 5 ນາທີ,​ກະເລີຍອອກໄປກິນເຝີ. ບາດຂ້າກັບນຶກວ່າທັງສອງຄົງຈະອຳລາກັນແລ້ວ ເພາະວ່າມັນກະຮອດ ເກືອບ 10 ໂມງແລ້ວ, ເພາະພາຍຫຼັງກິນເຝີຜູ້ຂຽນກະໄປນັ່ງຫຼຶ້ນນຳອ້າຍ ທີ່ແຖວທົ່ງຕູມດົນເຕີບ.

ຂີ່ກັບມາທາງເກົ່າເພື່ອຈະກັບບ້ານ, ສາຍຕາມັກແນມກະພັດສັ່ງເກດເຫັນ ລໍ້ຂອງບ່າວພິການຄົນນັ້ນ, ກະເວົ້າໃນໃຈ , ປ໋າໂທ! ບ່າວນີ້ກະສູ້ປານນີ້ບໍ່! ແຕ່ທີ່ໜ້າສົນໃຈ ບ່າວພິການຂາຄົນນັ້ນໄປໃສແລ້ວ,​ທີ່ແທ້ເພີ່ນ ລົງຈາກລໍ້ ແລ້ວຍັບເຂົ້າໄປຫາຍິງຮັກຂອງລາວ, ດ້ວຍຄວາມເປັນຊາຍຊາຕີ ແລະ ບໍ່ຍອມທໍ້ຖອຍ ເຖິງວ່າຂາລາວຈະພິການ ແຕ່ລາວກະຍັງສາມາດໄປຫາຍິງຄົນນັ້ນ. ທີ່ໜ໊າປະທັບໃຈ ແມ່ນມືຂອງຊາຍພິການຄົນນັ້ນແມ່ນອົບກອດມື້ຍິງສາວຄົນນັ້ນ, ເຫັນແລ້ວເປັນພາບຄວາມຮັກທີ່ຊາບຊຶ້ງຫຼາຍ. ບ່າວພິການຄົນນັ້ນ ຄົງກຳລັງປະຕິຍານຄວາມຮັກ ແລະອ້ອນວອນອັນໃດອັນໜຶ່ງກັບຄົນຮັກຂອງລາວ, ເພາະສັງເກດສີໜ້າຂອງຊາຍຄົນນັ້ນແມ່ນເຮັດເປັນຕາອີຕົນ, ສ່ວນຍິ່ງສາວກະເຮັດຕົວບິດໄປບິດມາ.... ຈັ່ງແມ່ນນໍ້!!!!!

ລັກເບິ່ງຢູ່ຄົນລະຝາກທາງຈິ່ງບໍ່ໄດ້ຍິນວ່າທັງສອງລົມຫຍັງກັນແດ່!!!! ຫຼາຍທາງຄືຊິຢາກຮູ້ແມ່ນບໍ່!!! ບໍ່ໄດ້ລະນໍ້.... ເລື່ອງຂອງຄູ່ຮັກເພີ່ນ....

ສິ່ງທີ່ສະທ້ອນໃຫ້ເຫັນ ຂອງຄວາມຮັກບ່າວພິການກັບສາວໂຮງງານຄູ່ນີ້, ອັນທີ່ໜຶ່ງແມ່ນຄວາມບໍ່ລັງກຽດ ແລະ ສັດທາໃນຄວາມຮັກຂອງຍິງຄົນນັ້ນ, ລາວບໍ່ໄດ້ຄິດຈຳແນກວ່າຊາຍທີ່ມາມອບຄວາມຮັກໃຫ້ແກ່ລາວຈະເປັນຄົນສົມປະກອບແນວໃດກະຢ່າ ແຕ່ລາວຍັງໃຫ້ກຽດ ແລະ ມອບຄວາມເປັນມິດ ຈົນພັດທະນາເປັນຄວາມຮັກ ທີ່ຫວານຊື່ນ. ອັນທີ່ສອງແມ່ນຄວາມບໍ່ທໍ່້ແທ້ຕໍ່່ສະຕາກຳຊີວິດ, ເພິ່ນວ່າເຮົາເລືອກເກີດບໍ່ໄດ້ ແຕ່ເລື່ອກທີ່ຈະເປັນ ແລະ ເຮັດຕາມຄວາມປາທະໜາໄດ້. ຊາຍພິການບໍ່ເຄີຍຈະເຫັນປົມດ້ອຍຂອງລາວ ມາເປັນອຸປະສັກທີຈະທັກສານຄວາມຮັກຂອງລາວ ແລະ ຍິງທີ່ລາວຮັກ. ອັນທີສາມ, ຄວາມຮັກບໍ່ຈຳເປັນຕ້ອງຫຼູ່ຫຼາວູບວາບ ແຕ່ສາມາດມີໄດ້ບົນຄວາມພຽງພໍ, ຄວາມເຂົ້າໃຈ ແລະ ຊື່ສັດ.

ທ່ານເດ!!! ເລື່ອງນີ້ໃຫ້ຫຍັງແດ່ແກ່ທ່ານ?

ຂຽນເມື່ອ ຂຽນເມື່ອ: ກ.ລ.. 14, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ມື້ນີ້ ກະມາແປກແດ່ຈັກໜ້ອຍ, ເອົາເລື່ອງອາຫານການກິນມາບອກສູ່ຟັງເດີພີ່ນ້ອງພັນລາວ.

ອາຫານປະເພດທີ່ວ່າກິນໄດ້ໄວ ແລະ ເປັນທີນິຍົມ ນອກຈາກເຂົ້າປຽກ ກະແມ່ນເຝີນີ້ລະ, ຖ້າທ່ານໃດມີໂອກາດຂີ້ລົດໄປແຖວໂຮງກາຍະສິນ ຕອນຊ່ວງຄ້າຍແລ້ງ ກໍ່ຈະເຫັນໂລດວ່າ ບັນດາຮ້ານອາຫານ ແມ່ນພາກັນມາໃຫ້ບໍ່ລິການຫຼວງຫຼາຍ ບໍ່ວ່າຈະເປັນອາຫານສຸກ ແມ່ນມີທຸກຢ່າງ ຫຼື ຈະກິນກັບທີ່ ປະເພດໝີເຝີ ກະມີພ້ອມ. ແຕ່ຫຼາຍຄົນອາດຈະບໍ່ທັນໄດ້ລອງ ຫຼື ຫຼາຍຄົນອາດຈະເຄີຍມາແລ້ວ. ເຝີໝູຕົ້ມຍຳສູດລາວບູຮານ ຟັງເບິ່ງແປກໆ ແມ່ນບໍ່? ແຕ່ຮັບຮອງລົດຊາດແຊບເດີ! ມື້ຄືນນີ້ ກະໄດ້ມີໂອກາດຂີ່ລົດກາຍໄປແຖວນັ້ນ ກະເລີຍສວຍໂອກາດ ໄປນັ່ງກິນຖ້ວຍໜຶ່ງ, ລົດຊາດຂອງເພີ່ນແມ່ນຍັງຮັກສາໄດ້ຄືກັບຕອນທີ່ມາກິນຄັ້ງກ່ອນ.... ນ້ຳເຝີ ແມ່ນເອົາເນື້ອໝູ ແລະເຄື່ອງໃນ ມາເປັນສ່ວນປະກອບ, ເພີ່ນໄດ້ມີການຕົ້ມ ຂ້ຽວເປັນເວລາດົນສົມຄວນ ຈົນເຮັດໃຫ້ນ້ຳເຝີ ມີລົດຊາດທີ່ເປັນເອກະລັກ, ຈາກນັ້ນເພີ່ນກະຈະເອົາບັນດາເຄື່ອງເທດ ທີ່ເປັນສູດສະເພາະເພິ່ນ, ປະກອບມີຫຍັງແດ່ນັ້ນ ເຈົ້າຂອງຮ້ານເພິ່ນບໍ່ບອກຊ້ຳ ຢ້ານສູດເພີນເສຍ!!!!

 

ບັນຍາກາດທີ່ນັ້ນແມ່ນຄັບຄາໄປດ້ວຍຜູ້ຄົນ ທີ່ມີຊື້ອາຫານແລງ, ຫຼາຍຄົນທີ່ເລີກຈາກການ, ຈາກໂຮງຮຽນ ທ້ອງຮ້ອງກະພາກັນແວະ, ບ່າວສາວຫຼາຍຄູ່ ກະພາກັນມານັ່ງກິນເຂົ້ານຳກັນ ຕ່າງມາຈູຈີກັນຊັ້ນຊາ.. ຫຼັງຈາກກິນເຝີແລ້ວ ຊິໄປທາງໃດກະຜູ້ຂຽນກະບໍ່ຮູ້, ສົງໄສອ້າຍບ່າວຕ້ອງໄດ້ຂີ້ລົດໄປສົ່ງຢູ່ບ້ານ!!!!

ແຕ່ມີສິ່ງໜຶ່ງທີ່ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງກໍ່ຄືກະຊວງສາທາລະນະສຸກ ຄວນຈະໃຫ້ຄວາມສຳຄັນ ນັ້ນແມ່ນການ ສຶກສາຜົນກະທົບ ຂອງບັນດາຮ້ານເຫຼົ່ານີ້ ວ່າມີຄວາມສະອາດໄດ້ມາດຕະຖານບໍ່, ເພາະວ່າທີ່ຕັ້ງຂອງຮ້ານເຫຼົ່ານີ້ແມ່ນຕິດກັບທາງໃຫຍ່ ແລະ ເປັນເສັ້ນທາງທີ່ມີການສັນຈອນທີ່ແໜ້ນໜາ. ຖ້າເປັນໄປໄດ້ ຄວນມີການຈັດສັນໃຫ້ດີ, ຫຼືວ່າຍ້າຍເຂົ້າໄປຂາຍທີ່ເດີນໂຮງກາຍະສິນຄືຊິດີກວ່າ ເພາະຄວັນລົດ ແລະ ຂີ້ຝຸ່ນອາດເຮັດໃຫ້ອາຫານບໍ່ສະອາດ... ອັນນີ້ ຄັນຜູ້ໃດເປັນລູກເຈົ້າລູກນາຍ ກະຝາກໄປບອກເພິ່ນແດ່!!!!

ຮູບຂ້າງເທິງແມ່ນປ້າຍຮ້ານທີ່ຜູ້ຂຽນໄປກິນເດີ, ທ່ານໃດຢາກໄປລອງ ຄັນມີໂອກາດກະແວະໄປໄດ້, ຕໍ່ໜ້າໂຮງກາຍະສິນເດີ!!!!

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ວານນີ້ ວາຈະຂຽນເລົ່າຕໍ່ຫຼັງຈາກໄປຫຼິ້ນບານບ້ວງ ແຕ່ວ່າເລີຍໜ້າເລີຍໃນ, ກັບຮອດບ້ານກະປະມ່ນ 1 ໂມງເຊົ້າ....​ໄກ່ງວງແທ້ໆໆໆ

ເອົາວານນີ້, ມາຮອດຕອນກຳລັງອອກຈາກເຂດຫ້ອງພັກ....​ກະລ້ຽວຂວາໄປເບິ່ງຕຶກນັກສຶກສາໃໜ່ທີ່ເພິ່ນໃຊ້ຕໍ່ພາຍຫຼັງແລ້ວກິລາຊີເກມ... ກະໃຫຍ່ໂຕ ແລະ ກວ້າງຂວາງຫຼາຍ. ຮອດກະຕ້ອງໄດຝາກລົດຈັກ ຄ່າຝາກ 1000 ກີບ. ທີ່ຫໍພັກຊີເກມນີ້ ກະມີຫຼາຍຕຶກ ແລະ ມີຫ້ອງອາຫານທີ່ໂອໂຖງ ສະດວກສະບາຍ. ນັກຮຽນບໍ່ຈຳເປັນຕ້ອງແຕ່ງກິນ, ເອົາເງິນໄປລະກິນແລ້ວກະກັບຫ້ອງນອນໂລດ. ແຕ່ທີ່ໜ້າເສຍດາຍແມ່ນການກໍ່ສ້າງຕຶກເລົ່ານີ້ ແມ່ນເຮັດໄປແບບຟ້າວຟັ່ງ ແລະ ການນຳໃຊ້ວັດສະດຸແມ່ນຄຸນນະພາບຕ່ຳຫຼາຍ,​ ສົງໄສແມ່ນເອົາມາແຕ່ຫວຽດ ເປັນສິນຄ້າລາຄາອາວຖືກ,​ເພາະວ່າ ຕາມທາງຍ່າງ ແມ່ນມີຮອຍແຕກ ແລະ ກະໂລ່ນ້ອຍທີ່ເພີ່ນປູນັ້ນກະລຸດ ອອກຫຼາຍ. ເວົ້າງ່າຍໆ ແມ່ນຊຸດໂຊມໄວເກີນທີ່ຄາດໄວ້. ຕຶກຫຼາຍຕຶກແມ່ນມີການແຕກແຫງ ແລະ ບາງຕຶກນ້ຳກະຮົ່ວ. ເວົ້າແລ້ວເປັນການລົງທຶນທີ່ບໍ່ໄດ້ຄຳນຶງເຖິງອາຍຸການນຳໃຊ້ງານປານໃດ. ລາຄາຫ້ອງພັກແຫ່ງນີ້ ແມ່ນປະມານ 400  ໂດຣາຕໍ່ປີ ແລະອານຸຍາດໃຫ້ຢູ່ໄດ້ພຽງ 4 ຄົນຕໍ່ຫ້ອງ. ກະຖືວ່າສະດວກສະບາຍສົມຄວນ. ສິ່ງທີ່ໜ້າເປັນຫ່ວງນີ້ ແມ່ນການບູລະນະຮັກສາ ແລະ ຮັກສາຄວາມສະອາດ... ຍ່າງກາຍຕຶກທີ່ມີນັກສຶກສາຫວຽດນາມຢູ່ນີ້ ຂ້ອນຂ້າງມີມົນລະພິດທາງອາກາດ ເພາະພວກເພີນເກັ່ງໃນການດູດຢາຫຼາຍ. ຈົນບໍ່ຢາກຍ່າງກາຍ. ຄັນໃຊ້ລະບຽບຫ້າມສູບຢາໃນສະຖານການສຶກສານີ້ ຄົງຈະເປັນການດີ, ສຸຂະພາບກະຊິດີ.​ເພາະເລື່ອງດູດຢານີ້, ຜູ້ຢູ່ໃກ້ຄຽງມີໂອກາດໄດ້ຮັບຄວັນຜິດສູງກວ່າຄົນທີ່ດູດ....  ຄັນທ່ານຜູ້ເບິ່ງຫໍພັກດັ່ງກ່າວອ່ານກະຈົງເອົາໄປພິຈາລະນາເດີ!!!!

ມາຮອດຕຶກຫໍພັກຊີເກມ ກະພໍດີທ໋ຽງ ກະເລີຍໄປລ່ອງກິນອາຫານທີ່ຫ້ອງອາຫານແຫ່ງນີ້ເລີຍ. ບັນດາຫ້ອງອາຫານທີ່ມາບໍລິການຈະແມ່ນພາກສ່ວນເອກະຊົນ ທີ່ເພິນມາເຊົ່າສະຖານທີ່ ຫ້ອງໜຶ່ງເຊົ່າປະມານ ສອງໝື່ນບາດ, ຈ່າຍຄ່າອະນາໄມເພີ່ມເດືອນລະ ສາມແສນ, ສ່ວນຄ່ານ້ຳຄ່າໄຟ ແມ່ນຈ່າຍຕາມທີ່ໃຊ້ໃນແຕ່ລະເດືອນ. ກະເປັນໂອກາດທາງທຸລະກິດທີ່ດີຢູ່. ມີປະມານ 5 ຮ້ານທີ່ເປີດ ແລະ ຍັງມີບ່ອນຫວ່າງຫຼາຍຢູ່ ຜູ້ໃດສົນໃຈກະໄປຂໍເຊົ່າເພີ່ນຂາຍເດີ.... ຂ້ອຍວ່າຊິໄປເປີດຮ້ານອິນເຕີເນັດ  ຫຼື ຮ້ານເຂົ້າພັດພັນລາວ ຢູ່ນີ້ຄົງຈະດີເນາະ ແຕ່ກ່ອນອື່ນຊິໄປຊອກຫຸ້ນສ່ວນກ່ອນ!!! ໃຜສົນໃຈຢາກເປັນຫຸ້ນສ່ວນນຳຂ້ອຍກະສົ່ງຂໍ້ຄວາມຫຼັງໄມມາເດີ!!!!! ..... ອາຫານຢູ່ນີ້ກະບໍ່ແພງເພາະເພິນ ຂາຍລາຄານັກສຶກສາ ກະປະມານ 5000-1000 ກີບ, ນ້ຳປັ່ນ ກະ 3000 ກີບ.

ກະສັ່ງສຸກີໝູ່ມາກິນ,​ ກະລົດຊາດແຊບດີໄດ໋.... ທ່ານໃດສົນໃຈກະໄປລອງເດ....

ກິນອີ່ມແລ້ວ ກະສວຍໂອກາດນັ່ງໂອລົມສາວໆເພິນມາກິນເຂົ້າທີ່ໂຕະໃກ້ໆ... ມີແຕ່ຄົນໜ້າຮັກເດີ...!!!! ເພີ່ນກະເວົ້າສູຟັງວ່າ ຕອນແລງໆ ກະພາກັນຫຼິ້ນກິລາ ຟົດຟື້ນສົມ ຄົນ, ຄວາມເປັນລະບຽບກະຖືວ່າເຮັດໄດ້ດີ,​ແລະ ກະບໍ່ຄ່ອຍມີບັນຫາຫຍັງ. ຟັງຈາກຄຳເວົ້າສາວໆແລ້ວກະເຫັນວ່າ ນັກສຶກສາເຮົາກະເອົາໃຈໃສ່ເລື່ອງສຸຂະພາບ... ກະໄດ້ແຕ່ບອກເພີ່ນວ່າມື້ໜ້າອ້າຍຊິມາຕີດອກນຳເດີ!!!!!

ອອກຈາກຫໍພັກຊີເກມ, ກະຂີ່ກັບທາງເກົ່າ ຜ່ານເດີນກິລາ ທີ່ແຕ່ກ່ອນຕົນເອງເຄີຍລົງມາຫຼິ້ນບານບ້ວງ ແລະ ຕີດອກປີກໄກ່...​ ແຕ່ວ່າ ມາເຫັນເພີນເອົາແປ້ນບານບ້ວງອອກໝົດແລ້ວ ມັນກາຍມາເປັນເດີນບວງສົ່ງໄປໝົດ. ຂ້າງໆກະມີເດີນເທັນນິດ ແຕ່ວ່າບໍ່ຢາກຄັກປານໃດ.... ເວົ້າມາຮອດເດີນກິລາແຫ່ງນີ້ ຍັງຈຳໄດ້ຕອນເພິ່ນສ້າງແລ້ວໃໝ່ໆ. ນັກສຶກສາແມ່ນຫ້າມບໍ່ໃຫ້ມາຫຼິ້ນເດັດຂາດ....​ແຕ່ມັນເປັນໄປບໍ່ໄດ້ ເພາະຄວາມດື້ ແລະ ພາໂລ... ເອີ້ນວ່າຍິ່ງຫ້າມຍິ່ງເຮັດ. ຂ້ອຍກະເປັນໜຶ່ງໃນພວກໜ້າມຶນນີ້ແລະ ແມ່ນພາກັນລັກລົງໄປຫຼິ້ນທຸກມື້. ຄັນຄົນຍາມມາກະເຮັດໜ້າມະລ່ອງມາແລ່ງກັບ.... ແຕ່ກະສະນຸກມ່ວນຊື່ນ.... ໂອຍ! ຄັນລົມສາວຊູຊີຄືໄປຫຼິ້ນກິລານີ້ຄືຊິຄັກ ອັນນີ້ບໍ່ໄດ້ເລື່ອງເລີຍເລື່ອງລົມສາວ.. ເວົ້າມາແລ້ວຕ້ອງໄດ້ຊອກຫາອາຈານສອນວິຊານີ້ກ່ອນ!!!!

 ຂີ່ລົດກັບມາທາງເກົ່າ,​ ກາຍໜ່ວຍບໍລິການຂອງທະນາຄານພົງສະຫວັນທີ່ຕັ້ງໃກ້ໆກັບໂຮງໝໍມຊ, ເຮັດໃຫ້ຂ້ອຍຕ້ອງນຶືກເຫັນພາບຕອນຕົນເອງຮຽນຢູ່ປີສອງ ທີ່ຕ້ອງຖືກສົ່ງເຂົ້າໂຮງໝໍແຫ່ງນີ້ດ່ວນ. ສາເຫດກະແມ່ນຍ້ອນກິນເຂົ້າບໍ່ເປັນເວລາ ແລະ ໃນມື້ ທີ່ເຈັບນັ້ນແມ່ນບໍ່ໄດ້ກິນເຂົ້າເຊົ້າ, ຂຶ້ນຫ້ອງຮຽນປະມານເຄິ່ງຊົ່ວໂມງໃນຕອນເຊົ້າ. ຢູ່ບໍ່ຢູ່ກະຮູ້ສຶກວ່າເຈັບຊ່ວງທ້ອງກະທັນຫັນ. ຫາຍໃຈເຂົ້າກະປວດ ຫາຍໃຈເຂົ້າກະເຈັບ. ຈົນຈືດໄປໝົດ, ໝູ່ເຫັນຈຶື່ງນຳສົ່ງທີ່ໂຮງໝໍ ທ່ານໝໍສັກໃຫ້ ເຂັມໜຶ່ງ (ສັກຢາເດີ!!! ຢ່າບັງອາດຄິດໂລເລ ຮະຮະຮະ) ລະກະນອນພັກຜ່ອນ 1 ຊົ່ວໂມງ ອາການກະດີຂຶ້ນ.  ຖືວ່າມາຮຽນຢູ່ ມຊ 6 ປີ ນີ້ເປັນຄັ້ງທຳອິດ ແລະ ຄັ້ງດຽວທີ່ເຈັບໜັກກວ່າໝູ່. ແຕ່ອັນທີ່ເຈັບຫຼາຍອີກອັນແມ່ນເຈັບຫົວໃຈ ເພາະໄປແອບຮັກຜູ້ສາວ (ຮັກຂ້າງດຽວ) ເວ້ົາແລ້ວຊິີໄດ້ຮ້ອງເພງ ດາວມີໄວ້ເບິ່ງ ອີກຮອບກ່ອນ.... ຮະຮະຮະະ

ຂີ່ລົດໄປຕາມທາງເໜືອ ໃກ້ກັບບ່ອນຝາກລົດຈັກນັກສຶກສາ ແຖວຕຶກ ວວພ ກະພໍດີແນມເຫັນເອື້ອຍບຸນ ທີ່ເພີນປະກອບອາຊີບຮ້ານອາຫານ ແລະ ກະຖືວ່າເປັນຮ້ານປະຈຳ ໂດຍສະເພາະ ແມ່ນເຂົ້າພັດໝູກອບ ກັບ ເຂົ້າປຽກ, ດຽວນີ້ ຮ້ານລາວກະປັບປຸງດີກວ່າເກົາ ເບີ່ງຊົງໄດ້ກຳໄລຫຼາຍ.

ຕາມແຄມທາງອ້ອມຮົ້ວມະຫາໄລ ແມ່ນມີບັນດາຮ້ານບໍລິການຕ່າງໆນາໆ ທີ່ຖືວ່າອຳນວຍຄວາມສະດວກໃຫ້ແກ່ນັກສຶກສາ, ຍັງມີບັນດາຫໍພັກເອກະຊົນ ທີ່ໃຫ້ຄວາມສະດວກແກ່ຜູ້ທີ່ຕ້ອງການອິດສະຫຼະ ແຕ່ຕ້ອງຈ່າຍອ່າວແພງແດ່ ກະປະມ່ນ ໝື່ນຫ້າພັນບາດ ຂຶ້ນໄປ ຕໍ່ປີ. ກະເວົ້າໄດ້ວ່າ ເປັນທຸລະກິດທີ່ແຕກດອກອອກເຫັດໃນແຖບນີ້ ກະວ່າໄດ້...​ແຕ່ອັນທີ່ໜ້າເສຍດາຍທີ່ເຄີຍໄດ້ຍົກເອົາເປັນໄປເດັນຜ່ານມາ ແມ່ນ ຮ້ານເບຍກະແຮງສະດວກ, ຕັ້ງຢູ່ກາງໜອງທາງໄປຕະຫຼາດເກົ່າດົງໂດກ.....

ຂີ້ລົດເລາະຫຼາຍກະນ້ຳມັນລົດຊິໝົດແລ້ວໄດບາດນີ້, ຈຳຕ້ອງໄດ້ຫວນຄືນຕຳນັກຕົນເອງ.....

ເອົາຊີມາເລົ່າຟັງໃໝ່... ໂປດຕິດຕາມເລື່ອງຕໍ່ໄປ!!! ເດີ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 10, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ມື້ນີ້ (10/7/2010), ຮູ້ສຶກຄຶດຮອດຄວາມຫຼັງກະເລີຍ ຂີ່ລົດຈັກຄູ່ໃຈ ໄປທ່ຽວ ມຊ....

ເມືອຫວນຄືນ 3 ປີຫຼັງ ຕົນເອງກະຍັງໃຊ້ຊີວິດຢູ່ສະຖາບັນການສຶກສາແຫ່ງນີ້, ຕະຫຼອດ 6 ປີທີ່ໄດ້ຮຳຮຽນສຶກສາ ກະເຫັນວ່າເປັນຊ່ວງເວລາທີ່ມີຄວາມສຸກ ມ່ວນຊື່ນ ແລະ ເຕັມໄປດ້ວຍເລື່ອງລາວທີ່ໄດ້ຈົດຈຳ. ໂດຍສະເພາະ ແມ່ນບັນດາເພື່ອນຮ່ວມຫ້ອງຮຽນ ແລະ ເພື່ອນຮ່ວມຫ້ອງພັກ... ຄິດແລ້ວກະລັກຍິ້ມໃນໃຈ ບໍ່ວ່າຈະເປັນຕອນມ່ວນຊື່ນ ຫຼື ງ່ວມເຫງົາ...

ຕອນເຊົ້າມື້ນີ້, ອາກາດກະບໍ່ແດດປານໃດ, ແຕ່ຕອນກຳລັງນັ່ງຂຽນບົດນີ້ ແດດເອົາແທ້ເອົາວ່າ...ວ່າຊິອອກໄປຫຼິ້ນບານບ້ວງແຖວໂຮງຮຽນຈັນທະບູລີ ຊິເກີດບໍ່ຮູ້ ເພາະມັນຮ້ອນຫຼາຍ...

ເອົານໍ້, ເວົ້າຕໍ່ກ່ອນ.... ເສັ້ນທາງຈາກໂພນຕ້ອງຫາດົງໂດກ ຖ້າໃຜໄດ້ໄປກະຕ້ອງຍ້ອງວ່າສະດວກສະບາຍ, ອາດຈະແຄບແດ່ ແຕ່ກະເປັນທາງປູເບຕົງຈົນຮອດ ໜ້າປະຕູ ມຊ (ມຊ ແປວ່າ ມະຫາວິທະຍາໄລແຫ່ງຊາດເດີ!!! ຢ້ານບໍ່ຮູ້)

ເມື່ອສີ່ຫ້າປີກ່ອນ, ຕາມສອງຟາກທາງແມ່ນບໍ່ຄັບຄາໜາແໜ້ນດ້ວຍບ້ານເຮືອນ, ຮ້ານອາຫານ ແລະ ຮ້ານທຸລະກິດ ຄືດັ່ງທຸກມື້ນີ້, ມັນສະທ້ອນໃຫ້ເຫັນວ່າ ບ້ານເມືອງວຽງຈັນແມ່ນມີການຂະຫຍາຍຕົວໄວຫຼາຍ.

ໃຊ້ເວລາຂີ່ລົດກະປະມານ 15 ນາທີ ກະຮອດດົງໂດກ... ເຫັນແລ້ວພູມໃຈນຳ ເພາະມີການປ່ຽນແປງທີ່ດີຂຶ້ນ ແລະ ກ້ວາງຂວາງຫຼາຍ. ຫົນທາງພາຍໃນວິທະຍາເຂດເພີນກະມີການປັບປຸງ ແລະ ຈັດໃຫ້ເປັນລະບຽບເພາະຕ້ອງໄດ້ຮອງຮັບ ກັບຈຳນວນລົດໃຫຍ່ ຂອງນັກສຶກສາແລະຄູອາຈານ ທີ່ຫຼາຍຂຶ້ນທຸກມື້.. ໂດຍສະເພາະແມ່ນພາກບ່າຍ ແລະ ພາກຄ່ຳ. ຂີ່ລົດກາຍຕຶກເສດຖະສາດ ກະເຫັນຕຶກ ເອຟ 1, ເຫັນຕຶກນີ້ ແລ້ວ ກະເຮັດໃຫ້ຄິດຮອດຕອນມາຮຽນປີ1 ເພາະຕ້ອງໄດ້ມານອນຢູ່ຕືກນີ້ ແລະ ໃຊ້ເວລາ ຢູ່ນີ້ ດ້ວຍຄວາມຫຍຸ້ງຍາກ ແລະ ອົດທົນສົມຄວນ... ເພາະ ນ້ຳໄນ ແມ່ນບໍ່ຄ່ອຍຈະສະດວກປານໃດ.. ບາງມື້ ຜູ້ສາວຍ່າງໄປໂຮງຮຽນ ຂ້ອຍ ແລະ ໝູ່ ຍັງພາກັນນຸ່ງຜ້າອາບນ້ຳ ຊອກນ້ຳ ຢູ່...​ຄິດແລ້ວກະອີຕົນຕົວເອງເດ!!!!!! ແຕ່ດຽວນີ້, ເພີ່ນປັບປຸງເປັນຫ້ອງຮຽນ  ແລ້ວ.

ຕືກໃໝ່ ຂອງຄະນະສຶກສາສາດ ກະສ້າງສຳເລັດ, ຄົງຈະເປັນບ່ອນທີ່ສະໜອງຄວາມສະດວກສະບາຍໃຫ້ຄະນະນີ້ຫຼາຍສົມຄວນ ເພາະຖືວ່າເປັນຄະນະທີ່ໃຫຍ່ຄະນະໜຶ່ງ.

ຕຶກ ວວພ (ວິທະຍາໄລ ວິທະຍາສາດ ພື໋ນຖານ), ອີກບໍ່ດົນກະຄົງຈະເຫຼືອພຽງອາດີດ, ເພາະຈະບໍ່ມີການຮຽນກຽມທີ່ ມຊ ອີກ, ຄົງຈະໃຫ້ຄະນະອື່ນ ມາແບ່ງເອົາຫ້ອງຮຽນ ຂອງ ວວພ. ຕອນຮຽນກຽມນີ້ ກະມ່ວນໄດ໋ ເພາະຕ້ອງຊອກຫາວ່າຕົນເອງມັກຫຍັງ... ເປັນການຊອກຫາຕົນເອງຊັ້ນຊາ!!!!

ຢູ່ກ້ຳຂວາ ໃກ້ກັບຕຶກຄະນະບໍດີສຶກສາສາດ ກະມີສະໂມສອນໃຫຍ່ຂອງ ມຊ ອັນນີ້ ກະເປັນບ່ອນທີ່ສຳຄັນໃນການເປັນບ່ອນເຕົ້າໂຮມ ແລະ ຍັງເປັນບ່ອນທີ່ໃຊ້ຈັດງານດອງຂອງຄູ່ອາຈານ ວ່າຊັ່ນ!!!!! ຮະຮະຮະຮ

ຂີ່ມາໜ້ອຍໜື່ງ ກະມາຮອດຕຶກຄະນະອັກສອນສາດ ອັນເປັນບ່ອນທີ່ຕົນເອງຮຽນ... ຫຼຽວເຫັນຫ້ອງຮຽນ ແລ້ວຈັ່ງແມ່ນມັນຄິດຮອດ ອ້າຍເອື້ອຍ ແລະສ່ຽວໆ ຮ່ວມຫ້ອງ.. ຄິດຮອດຮອຍຍີ້ມ ແລະ ສຽງຫົວ ຄິດວ່າມັນຄົງເປັນການຍາກທີ່ພວກເຮົາຈະສາມາດ ມາເຕົ້າໂຮມກັນໄດ້ຄື ເມື່ອກ່ອນ... ເວົ້າແລ້ວນ້ຳຕາຊິໄຫຼ ສິ່ງທີ່ຄິດຮອດອີກ ກະແມ່ນຄູ່ອາຈານ ບໍ່ວ່າຄົນລາວ ແລະ ອາຈານອາສາສະມັກ ຕ່າງປະເທດ.

ຂີ່ລົດວິດຈາກປະຕູຫຼັງ ລົງໄປຊື່ໆ ກະຮອດຕະຫຼາດໃໝ່ດົງໂດກ.... ຕອນຍັງຮຽນຢູ່ນັ້ນ ບໍ່ຄອຍຄຶກຄັກປານໃດ ແຕ່ມື້ນີ້ ແມ່ນຄົນລະເລື່ອງ, ຮ້ານຕ່າງໆມີການປັບປຸງ ແລະ ມີຫຼາກຫຼາຍ ຄົງເປັນຍ້ອນມີຄວາມຕ້ອງການຂອງນັກຮຽນ ທີ່ມີຈຳນວນເພື່ມຂຶ້ນນັ້ນເອງ. ກະເຂົ້າໄປໃນຕະຫຼາດ ໄປກິນນ້ຳຫວານນຳແມ່ປ້າ ຂາປະຈຳ. ລາວອາດຈະຈື ແດ່ບໍ່ຈື່ແດ່ ແຕ່ຂ້ອຍຈື່ບັນດາແມ່ຄ້າເລົ່ານັ້ນໄດ້ດີ...​ຈື່ແຕ່ໜ້າ ແຕ່ບໍ່ຮູ້ຊື່ພວກເພິນ. ນ້ຳຫວານຕອນນັ້ນ ຖ້ວຍ 500 ກີບຂຶ້ນ ມາເປັນ 1000 ກີບ ດຽວນີ້ ແມ່ນ 2000-3000. ແຊບ ແລະ ກະໄດ້ເລືອກຫຼາຍຢ່າງ. ອັນທີ່ມັກ ກະແມ່ນປະເພດທັນຍະພືດ ເພາະກິນແລ້ວຮູ້ສຶກດີ.

ກິນນ້ຳຫວານແລ້ວ ກະຂີ່ລົດໄປເບີ່ງ ຕຶກຫໍພັກຕົນເອງທີ່ຍ້າຍ ມາຕອນປີ 2 ເປັນຕຶກ ເບີ 11 ເຊິ່ງ ຂ້າງ ຕຶກ ເບີ 12 ແມ່ນຕຶກນັກສຶກສາຍິງ. ຫ້ອງຂອງຕົນເອງຢູ່ຊັ້ນສອງ ສະນັ້ນຈຶງສາມາດເຫັນພາບບັນຍາກາດໄດ້ດີ, ຍັງຈື່ ຕອນສະໄໝ່ນັ່ງຮຽນໜັ່ງສື ແລ້ວເຫັນບັນດານັກສຶກສາຍິງພາກັນປຽນຫໍພັກ ເພາະພວກເພິນລັກໄປຫຼຶ້ນ ມາ. ຄິດແລ້ວກະຍັງຢາກຫົວ!!!

ຕອນຢູ່ຕຶກ 11 ນີ້, ສິ່ງທີ່ຈື່ບໍ່ລືມແມ່ນ ໄດ້ກິນ ລາບກະປອມ. ທີ່ເພື່ອນ ຊາວຄຳມ່ວນພາກິນ. ຖືວ່າເປັນການກິນຄັ້ງແລກ. ບາງມື້ ໄດ້ກະປອມໜ້ອຍ ເພີນກະມີວິທີເພີ່ມເນື້ອໂດຍເອົາ ຄັນຄາກມາໃສ່ອີກ... ໂອຍ!!!!​ແຊບບບບບບບບ

 

ນ່ັງຊົມ ຕຶກ 11 ແລ້ວ, ກະມາແວະຕຶກອາຈານ ພໍດີພົບກັບອາຈານ ທີ່ເປັນອ້າຍຮັກ, ກະໂອ້ລົມນຳເພິນໜ້ອຍໜຶ່ງ ແລ້ວກະຂີ່ກາຍມາຮອດຕຶກເບີ 10 ອັນເປັນຕຶກທີ່ຢູ່ແຕ່ປີ 3-5. ຖືວ່າຢູ່ບ່ອນນີ້ດົນຫຼາຍ ແລະ ກະເປັນຕຶກທີ່ອັນຕະລາຍ. ເວົ້າງ່າຍໆ ເປັນຕຶກໃນບັນຊີດຳ ບໍ່ວ່າຈະມີເລື່ອງ ຢາບ້າ, ກິນເຫຼົ້າ. ຫຼີິນສາວ, ກະເທີຍມາກວນ ແລະ ສະປະປິ ແມ່ນຢູ່ຕຶກ 10 ນີແລະ. ແຕ່ຜູ້ເວົ້ານີ້ ເປັນຄົນດີບໍ່ໄດ້ເຮັດອັນທີ່ເວົ້າມາເດີ!!!!

ສິ່ງທີ່ມ່ວນຕອນຢູ່ຫໍພັກນີ້ແມ່ນ ຍ້ອນແຕ່ລະຫ້ອງແມ່ນມີົຄົນຫຼາຍ, ຫ້ອງໜຶ່ງມີ 10 ຄົນ, ເວລາກິນເຂົ້າກະກິນນຳກັນ ມີຫຍັງກະກິນນຳກັນ. ເຮົາມີກະອອກຫຼາຍ ຍາມບໍ່ມີກະກິນນຳໝູ່. ນີ້ແມ່ນການແບ່ງປັນຂອງຄົນທີ່ມາຈາກ ຕ່າງບ້ານຕ່າງເມືອງ.... ຕອນອາບນ້ຳແມ່ນຕອນທີ່ມ່ວນກວ່າໝູ່. ເພາະບາງມື້ນ້ຳບໍ່ມີກະພາກັນນຸ່ງສະລິບໂລະ ພຸ້ນໂລະພີ້້. ບ່ອນໃດມີນ້ຳສ້າງກະໄປ. ເວົ້າແລ້ວກະຄັກດີ.....

ກ່ອນຈະອອກ ຈາກບໍລິເວນຫໍພັກ ກະຈະເຫັນຕົ້ນໄມ້ໃຫຍ່ທີ່ຖືກປູກເມື່ອ ສີ່ຫ້າປີກ່ອນ, ດຽວນີ້ ແມ່ນເປັນຮົ່ມບັງແດດໄດ້ແລ້ວ. ກະດີໃຈທີເຫັນພວກມັນໃຫຍ່ໂຕໝົດ. ພໍໍຊິໃຫ້ບ່າວສາວມາຈັ່ງຈູຈີກັນແດ່....

ໄວ້ຕໍ່ສະບັບໜ້າ... ປວດມືແລ້ວ..ໄປຫຼິ້ນບານບ້ວງກ່ອນ ໝູ່ໂທຫາແລ້ວ!!!!!!

 

 

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

ສະບາຍດິສະມາຊິກພັນລາວທຸກທ່ານ.... ນັ່ງຖ້າເບິ່ງເຕາະບານໂລກຄູ່ ອູລູກວາຍ ກັບ ຮອນແລນ.... ກະເລີຍບໍ່ຢາກເສຍເວລາ ຈິ່ງມາຂຽນບົດຢູ່ພັນລາວ... ມື້ນີ້ຢາກເອົາບັນຫາໜຶ່ງທີ່ຄິດວ່າຫຼາຍໆ ຄົນອາດຈະໄດ້ປະເຊີນ...

ປະເດັນແມ່ນວ່າ ເວລາທີ່ຄົນເຮົາອາລົມເສຍໃຫ້ກັບຄົນຜູ້ໜຶ່ງ ຫຼື ສິ່ງໃດສິ່ງໜຶ່ງ, ສ່ວນໃຫຍ່ຈະອົດກັ້ນອາລົມບໍ່ຢູ່ ແລ້ວມັກຈະໄປປ່ອຍອາລົມໃສ່ອີກຄົນໜຶ່ງ....

ແລ້ວເພື່ອນໆພໍຈະມີວິທີການເພື່ອແກ້ໄຂບັນຫານີ້ແນວໃດ..... ຊ່ວຍແນະນຳແດ່!!!!!
 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຕະລົກເລື່ອງນີ້ ກະຫາກໍ່ໄດ້ມາຈາກກິນເຂົ້າສວາຍ ວ່າງກີ້ນີເນາະ.... ມີຊື່ເລື່ອງວ່າ: ແຕ່ງເລີຍລູກ...

ເລື່ອງລາວກະມີຢູ່ວ່າ,​ ມີຄູ່ບ່າວສາວຜູ້ໜຶ່ງ ແມ່ນຮັກມັກກັນ... ຜູ້ບ່າວກະທຽວໄປຫຼິ້ນນຳ ຜູ້ສາວທຸກມື້ ບໍ່ໄດ້ຂາດ....

ແລະມີວັນໜຶ່ງ ຜູ້ບ່າວກະເລີຍ ເອີຍກັບສາວວ່າ ຈະຂໍແຕ່ງງານນຳ ຈຶ່ງກະຊິບໃຫ້ຜູ້ສາວໄປເວົ້າກັບພໍ່ຂອງນາງ... ເວົ້າບໍ່ທັນສຸດຄວາມຜູ້ສາວກະແລ່ນໄປຖາມພໍ່ດ້ວຍຄວາມດີໃຈ

 

ລູກສາວ: ພໍ່ອ້າຍທ້າທາຍວ່າລາວຊິມາຂໍລູກນຳພໍ່ໄດຫັ້ນ

ພໍ່: ແມ່ນວ່າ, ອັນນີ້ ກະແລ້ວແຕ່ລູກຕັດສິນໃຈເດີ.... ຄັນຮັກມັກກັນແທ້ກະເອີນລາວມາໃຫ້ພໍ່ໂອ້ລົມເບິ່ງ!

 

ຜູ້ສາວກະຟ້າວອອກມາເອີນຄົນຮັກຂອງຕົນໄປຫາພໍ່....

 

ພໍ່: ຈັ່ງໃດທ້າທາຍ ເຈົ້າຮັກລູກສາວເຮົາແທ້ບໍ່

ທ້າທາຍ: ໂອຍ!!! ກະຮັກແທ້ຫັ້ນແລ້ວ....

ພໍ່: ວ່າຈັງໃດ!! ເວົ້າແຮງໆໆ ແດ່!  (ພໍ່ຫູບໍ່ຄ່ອຍດີປານໃດ ຕ້ອງໄດ້ເວົ້າດັງໆ)

ທ້າທາຍ: ຮັກແທ້ໆໆໆ

ພໍ່: ເອີ!!! ຊັ້ນພໍ່ຂໍຖາມແດ່... ລູກເຮັດອາຊີບຫຍັງ ແລະ ພໍ່ແມ່ເດ?

ທ້າທາຍ: ໂອ໋!!​ລູກກະເຮັດວຽກທາສີຢູ່ດ່ານ,​ ສ່ວນພໍ່ແມ່ເພີ່ນຂາຍຮຳຢູ່ຕະຫຼາດ.....

 

ເວົ້າບໍ່ທັນສຸດຄວາມພໍ່ຮ້ອງໄປໃສ່ລູກສາວ....​ອີ່ຫຼ້າ.... ມື້ອື່ນຈັດງານດອງໂລດ...ພໍ່ຊິຈ່າຍທຸກຢ່າງກ່ອນ.....

(ປ.ລ: ພໍ່ຫູຟາດ ຍິນບໍ່ຄັກເລີຍຄິດວ່າ: ທ້າທາຍ ເຮັດວຽກພາສີຢູ່ດ່ານ ແລະ ພໍ່ແມ່ຂາຍຄຳຢູ່ຕະຫຼາດ)

 

ຮະຮະຮຮະຮະ


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 75  |  ໜ້າຕໍ່ໄປ »