ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 ຫຼາຍໆ ຄົນມັກຈົ່ມວ່າ!​ໂອຍ! ຮອດວັນຈັນອີກແລ້ວ! ຈັ່ງແມ່ນຂີ້ຄ້ານ ແລະ ບໍ່ຢາກແມ່ນແຕ່ຈະລຸກອອກຈາກບ່ອນນອນ!

ສ່ວນຕົວເອງແລ້ວເຫັນວ່າ ມີທັດສະນະທີ່ຕ່າງອອກໄປ! ທີ່ກຳລັງນັ່ງຂຽນບົດໃຫ້ກຳລັງໃຈ ແກ່ນັກເຮັດວຽກ ມະນຸດເງິນເດືອນຢູ່ນີ້ກໍ່ແມ່ນຢາກແບ່ງປັນປະສົບການທີ່ວ່າ ວັນຈັນ ແມ່ນສຳຄັນຊຳໃດ!

 

ກ່ອນອື່ນ! ພວກເຮົາຕ້ອງໄດ້ມີການທົບທວນວ່າ! ພວກເຮົາຈະພັກຜ່ອນ ແລະ ມ່ວນຊື່ນ ເຮຮາປາຕີມື້ໃດດີ!

ທັດສະນະຂອງຜູ້ຂຽນແລ້ວ! ຢາກໃຫ້ທຸກຄົນມ່ວນຊື່ນເຕັມທີແມ່ນ ຕອນແລງວັນສຸກ ແລະ ວັນເສົາ! ສ່ວນວັນອາທິດ ນັ້ນ ແມ່ນຄວນຈະຈັດຫາເວລາ ອອກກຳລັງກາຍເບົາໆ ເພື່ອກຽມພ້ອມ ສູ່ວັນຈັນທີ່ຈະມາຮອດ ກໍ່ຄືມື້ນີີ! ຄວາມສຳຄັນ ຂອງການພັກຜ່ອນ ວັນອາທິດ ແລະ ອອກກຳລັງກາຍ ແມ່ນຈະຊ່ວຍໃຫ້ພວກເຮົາບໍ່ອິດເມືອຍ ແລະ ມີເຫື່ອແຮງ ທີ່ພ້ອມຈະຕື່ນແຕ່ເຊົ້າໆ ແລະ ກຽມພ້ອມ ປະຕິບັດວຽກງານ!

ແຕ່ທີ່ໜ້າເປັນຫ່ວງນັ້ນ, ຄົນລາວສ່ວນຫຼາຍ ແມ່ນຈະພາກັນ ເມົາເຕັມທີ່ ໃນວັນເສົາ ແລະ ວັນອາທິດ ອັນຖືໄດ້ວ່າເປັນພະຍາດ ຫຼື ປະເພນີ ທີ່ປ່ຽນໄດ້ຍາກ. ສະນັ້ນ, ພວກເຮົາຕ້ອງໄດ້ມີການປັບປຽນວິທີການຄິດ, ມັນອາດຈະຍາກເບືອງຕົນ ແຕ່ທ່ານຈະເຮັດໄດ້ເອງ ຫາກໃຊ້ເວລາ. ຕ້ອງພະຍາຍາມ ມີນັດ ຫຼື ຖ້າໄດ້ບັນເຊີນວັນອາທິດ ກະຕ້ອງໄດ້ພິຈາລະນາວ່າຈະໄປດີບໍ່, ແລະ ຖ້າໄປ ຄວນຈະຮູ້ປະເມີນວ່າ ບໍ່ຄວນເມົາຫຼາຍ. ທີ່ສຳຄັນທີ່ສຸດ ຕ້ອງຫາເວລາໃຫ້ໄດ້ແທ້ໆ ໄປອອກກຳລັງກາຍ ຫຼື ຫາກິດຈະກຳ ຜ່ອນຄາຍ!

ອັນໃດຈະເຮັດຜ່ອນຄາຍແລະມີເຫືອແຮງ ພ້ອມສູ້ກັບງານອີກ ຫ້າມື້ຂ້າງໜ້າ! 

ກິດຈະກຳອັນທີ່ຢາກແນະນຳທຳອິດແມ່ນ ໄປຮົມຢາ! ແຕ່ເມື່ອກ່ອນຜູ້ຂຽນນີ້ກະບໍ່ໄດ້ວ່າຊິຮູ້ຈັກວ່າການຮົມຢາມັນດີ ແລະ ເຮັດໃຫ້ຜ່ອນຄາຍ! ແຕ່ພໍໄດ້ມີໂອກາດ ລອງໄປເຮົາບອກໄດ້ເລີຍວ່າແມ່ນການຜ່ອນຄາຍທີ່ດີ! ໂດຍສະເພາະ ແມ່ນເຮັດໃຫ້ເຮົາສະຫງົບສະຕິອາລົມ ແລະ ເປັນການຜ່ອນຄາຍເນື້ອໜັງກ້າມເນື້ອ, ເຮັດໃຫ້ຮູເຫື່ອ ຮູຂຸມຂົນ ລະບາຍ! ສຳຄັນ ແມ່ນເຮັດໃຫ້ຫາຍໃຈສະດວກປອດປົ່ງດີ! ຖ້າຜູ້ໃດເປັນຫວັດ! ເຊີນໄປຮົມ ຮັບຮອງກັບບ້ານ ຫາຍເລີຍ! ເພາະວ່າ ການຮົມຢາແມ່ນພູມປັນຍາທີ່ ຄົນລາວເຮົາມີມາແຕ່ດົນນານ! ເຊິ່ງເລີ່ມແນວຄິດຊ່ວຍຟື້ນຟູ ແມ່ຍິງທີ່ຫາກໍ່ອອກລູກໃໝ່! ເພິ່ນຈະມີການອອກກຳ ແລະ ຮົມຢາ! ສະນັ້ນ, ວິທະຍາສາດພູມປັນຍາທີ່ນຳເອົາສະໝູນໄພ ນາໆຊະນິດ ມາເພື່ອການຜ່ອນຄາຍນີ້ ຊ່ວຍເປັນການສ້ອມແຊມ ແລະ ເຮັດໃຫ້ຮ່າງກາຍເຮົາດີຂຶ້ນ ບໍ່ວ່າຈາກການອ່ອນເພຍ! ແລະ ຮັບຮອງໄດ້ເລີຍວ່າ ພວກເຮົາຈະຮັກວັນຈັນຫຼາຍຂຶ້ນ! ຄືດັ່ງຂາພະເຈົ້າ ມານີ້ກະຂຽນໄດ້ບົດຄວາມໜຶ່ງແລ້ວ!

 

ກິດຈະກຳອັນທີສອງ ແມ່ນໄປລອຍນ້ຳ! ລອຍບໍ່ເປັນກະເອົາກົງເບັງໃສ່ກະໄດ້! ການລອຍນ້ຳ ບອກໄດ້ເລີຍວ່າ ດີແທ້ໆ ເປັນກິລາທີ່ຂ້ອຍມັກ ເປັນອັນດັບທີ່ສອງຮອງຈາກ ກິລາບານບ້ວງ! ທີ່ຈິງກະຫາກໍ່ຈິງຈັງກັບການລອຍນ້ຳ ຕອນມາເຮັດວຽກຢູ່ວຽງນີ້ລະ, ແຕ່ພວກເຮົາຕ້ອງຮູ້ຈັກການລອຍໃຫ້ຖືກວິທີ! ທ່າລອຍນ້ຳ ທີ່ເຮົາຈະບໍ່ເມື່ອຍໄວ ແລະ ເຮັດໃຫ້ທຸກພາກສ່ວນຂອງຮ່າງກາຍ ໄດ້ອອກແຮງໝົດແມ່ນ ທ່ານບຣິສໂຕກ! ຫຼື ທ່າກົບ ນັ້ນເອງ! ຖ້າບໍ່ຮູ້ ສາມາດກົດເຂົ້າໄປ ເບິ່ງທີ່ http://www.youtube.com/watch?v=T2YN3irK1N8 ໄດ້ເລີຍ! ຜູ້ຂຽນເອງກະຮຽນເອົາຈາກ ຢູ່ທູບນີ້ລະ ບໍ່ໄດ້ໄປຈ້າງອາຈານທາງໃດໃຫ້ເສຍເງິີນດ໋ອກ!

ເອົາລະນໍ້! ຫວັງວ່າ ວັນຈັນຈະເຮັດໃຫ້ທຸກຄົນກະປື້ກະປຳ ມີແຮງສູ້ກັບວຽກໄດ້! 

 

ແລ້ວເຈີກັນໃໝ່!

ເຮັດວຽກກ່ອນເດີ!

 

 

Delicious Digg Fark Twitter