ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 1, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

 

ຜູ້ຊ່ຽວຊານດ້ານຄວາມປອດໄພຈາກບໍລິສັດ Symantec ອອກມາເຕືອນໄວຣັດທີ່ຊ້ອນ
ຕົວຢູ່ໃນວິນໂດຊື່ງຈະລັກຂໍ້ມູນ Login ເຂົ້າໃຊ້ບໍລິການທະນາຄານອອນລາຍຊື່ງໃນ
ເດືອນທີ່ແລ້ວມີຜູ້ທີ່ຫລົງເປັນເຫຍື່ອກວ່າ 5000 ລາຍຊື່ງສ່ວນຫລາຍແມ່ນຈະຢູ່ໃນຢູ
ໂລບເຫຍື່ອສ່ວນຫລາຍທີ່ຕົກເປັນເປົ້າຈະຖືກກັບດັກທີ່ຢູ່ໃນເວັບໄຊທີ່ຫນ້າຈະເປັນ ອັນ
ຕະລາຍຊື່ງສາມາດທີ່ຈະຕິດຕັ້ງໂຄດທີ່ເປັນອັນຕະລາຍໃນເຄຶ່ອງຜູ້ໃຊ້ໄດ້
ຜູ້ຊ່ຽວຊານໄດ້ເວົ້າເພີ່ມວ່າໄວຣັດດັ່ງກ່າວມີຄວາມອັນຕະລາຍຫລາຍເພາະມັນສາມາດ
ຝັງຕົວເອງລົງໄປໃນວິນໂດໄດ້ຊື່ງເຮັດໃຫ້ບໍ່ສາມາດກວດຈັບໄດ້ໂດຍໂຄດທີ່ຖືກຕິດຕັ້
ຈະທຳການຂຽນໄຟທີ່ຢູ່ໃນຮາດດິດຊື່ງເອີ້ນວ່າ Master Boot Record (MBR)
ຊື່ງໄຟນັ້ນເປັນໄຟທີ່ຄອມພິວເຕີໃຊ້ໃນການຄົ້ນຫາເພື່ອນຳຂໍ້ມູນລະບົບປະຕິບັດການ
ໄປໃຊ້ໃນການທຳງານຊື່ງຖ້າເຮົາສາມາດຄວບຄຸມໄຟ MBR ໄດ້ກໍ່ຈະເຮັດໃຫ້ເຮົາສາ
ມາດຄວບຄຸມລະບົບປະຕິບັດການໄດ້ ໂດຍຖ້າໄວຣັດໄດ້ຖືກຕິດຕັ້ງໃນຄອມໄວຣັດກໍ່
ຈະດາວໂລດໂປຣແກຣມທີ່ມີອັນຕະລາຍເຊັ່ນ: Keyloggers ເປັນຕົ້ນເພື່ອນຳມາ
ລັກຂໍ້ມູນສ່ວນບຸກຄົນຂອງເຫຍື່ອໂດຍສະເພາະຂໍ້ມູນທາງດ້ານການເງິນ

ຂໍ້ມູນເພີ້ມເຕີມໄດ້ທີ່ eznext.com



Delicious Digg Fark Twitter