ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 19, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

ໂຮງຮຽນແຫ່ງໜື່ງເປັນໂຮງຮຽນທີ່ມີຄອມພີວເຕີພຽນແຕ່ໝ່ວຍດຽວ ຊືງກ່ວາຈະຕົກທອດມາຍັງລຸ້ນຫຼັງກໍ່ກາຍມາເປັນຄອມພີວເຕີທີ່ເກົ່າແລ້ວ ໃນໂຮງຮຽນນີ້ເຂົ້າເວົ້າກັນວ່າເວລາຕອນເດີກຈະໄດ້ຍີນສຽງເໝືອນຄົນພີມດີດ ທຸກຄືນ

ໃນຄືນໜື່ງເປັນຄືນທີ່ນັກຮຽນຊັ້ນ 4 ເຂົ້າຕັ້ງຄ້າຍທີໂຮງຮຽນ ເຂົ້ານອນນຳກັນທີຫ້ອງຄອມພີວເຕີ ມີນັກຮຽນຄົນໜື່ງປວດເບົາໃນຕອນເດີກ ຈືງປຸກໝູ່ໃຫ້ໄປຫ້ອງນຳເປັນເພືອນ

ໃນລະຫ່ວາງທີ່ຢ່າງໄປນັ້ນເຂົາທັງສອງ ກໍ່ເຫັນຄົນຄົນໜື່ງມີແຕ່ເງົາກຳລັງນັ່ງພີມດີດຢູ່ ທັງສອງຄົນຕົກໃຈຫຼາຍກໍ່ຮີບແລ່ນກັບມາບ່ອນນອນ ກ່ອນນັກຮຽນຍີງຄົນໜື່ງທີແລ່ນມານັ້ນ ເຂົາເຫັນໜ້າຄົນຄົນນັ້ນຫຼຽວມາແລະເຫັນໜ້າຢ່າງຊັດເຈນ ໃບໜ້າເຫຼືອງຊ້ຳແລະຕາທີແດງກ່ຳ

ນັກຮຽນຜູ້ຍີງທີກຳລັງປວດເບົາ ຢູ່ນັ້ນເບົາແຕກທີນັ້ນທັນທີ ຄູຄົນໜື່ງກໍ່ອອກມາເບີ່ງ ຄູໃຫ້ນັກຮຽນທັງສອງ ເຂົ້າມາໃນຫ້ອງແລ້ວບອກເຂົ້າຫ້າມໄປໃສຈົນເຊົ້າ

ເມື່ອເຊົ້າ....ຄູຖາມວ່າເກີດຫຍັງຂື້ນກັບເຈົ້າທັງສອງຄົນ
ນັກຮຽນສອງຄົນເວົ້າວ່າເຫັນຄົນພີມດີດໃນຫ້ອງຄອມ ຄູກາເວົ້າກັບນັກຮຽນວ່າແມ່ນຫຍັງກັນຜີມັນບໍ່ມີແທ້ດອກ

ພວກເຂົາກາບໍ່ຄີດຫຍັງຫຼາຍແລະເຮັດກີດຈະກຳຕອນເຊົ້າຄ້າຍຂອງນັກຮຽນຕໍ່ ຈົນແລ້ວ
ນັກຮຽນທັງສອງຈືງໄປຫ້ອງສະມຸດເພື່ອໄປຫາຂໍ້ມູນກ່ຽວກັບນັກຮຽນກົ່າ

ທີ່ຮຽນຢູ່ໂຮງຮຽນນີ້ເຂົາໄປເຈີປື້ມທີມີຮູບຄ້າຍກັບຄົນທີ່ນັກຮຽນທັງສອງເຫັນຈືງເອົາເລື້ອງນີ້ໄປຖາມຫົວໜ້າໂຮງຮຽນ

ຫົວໜ້າໂຮງຮຽນ ເວົ້າວ່າເຄີຍມີນັກຮຽນຕາຍໃນສະພາບທີ່ວ່າປາກຈີ້ກຕາອອກດັງຫັກນັກຮຽນ ທັງສອງຄົນກໍ່ຕົກໃຈແລະເລົ່າເລື້ອງທີ່ເກີດຂື້ນໃຫ້ຫົວໜ້າໂຮງຮຽນຟັງ ເມື່ອຫົວໜ້າໂຮງຮຽນໄດ້ຍີນແນວນັ້ນກໍ່ຟ້າວຊັ່ງຄົນໃຫ້ເອົາຄອມໜ່ວຍນັ້ນໄປຖີ້ມ

ແລະຊື້ໃໝ່ 10 ໜ່ວຍ ນົກຮຽນທຸກຄົນຕ່າງກໍ່ດີໃຈທີ່ໄດ້ຄອມໜ່ວຍໃໝ່ ແລະຫຼັງຈາກທີ່ຊື້ຄອມມາແລ້ວ ຫົວໜ້າໂຮງຮຽນແລະນັກຮຽນສອງຄົນ ກໍ່ເລີຍລົມປ່ວຍ ຕາຍໂດຍບໍ່ຮູ້ສາເຫດ

ຖ້າຜູ້ໃດຮູ້ສາເຫດບອກແດ່ເດີ  ອິໆໆໆ

 

Delicious Digg Fark Twitter