ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 23, 2016 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສະບາຍດີ, ມື້ນີ້ຂ້ອຍຕ້ອງການລະບາຍຊື່ໆ ຫວັງວ່າໝູ່ເພື່ອນທັງຫຼາຍຄົງຈະບໍ່ລຳຄານ ຄິດວ່າຫຼາຍຄົນຄົງຈະເຄີຍມີ ເວລາທີ່ໂຕເອງອຸກໃຈ ແລ້ວຢາກລະບາຍ

 

ຂ້ອຍກັບແຟນຄົບກັນມາເປັນເວລາ 8 ເດືອນມາແລ້ວ

- ແຟນຂ້ອຍລາວເປັນຄົນອັດທະຍາໃສດີ ມັກເທັກແຄຣ, ມັກເອົາໃຈດ ເຮັດວຽກເກັ່ງ ແລະ ເກັ່ງທຸກໆຢ່າງໂດຍສະເພາະເລື່ອງເຂົ້າຫາຜູ້ໃຫຍ່ ແລະ ສັງຄົມ

- ສ່ວນຂ້ອຍ ເປັນຄົນບໍ່ມັກປາກ ບໍ່ມັກຖຽງ

ຂ້ອຍກັບລາວມີຫຼາຍໆອັນທີ່ແຕກຕ່າງກັນຫຼາຍ ແຕ່ຂ້ອຍກະພະຍາຍາມປັບປຸງໂຕເອງ ເປັນຄົນເອົາໃຈຄົນໃຫ້ຫຼາຍຂື້ນ ບໍ່ຖຽງ ເວົ້າມ່ວນຂື້ນຫຼາຍ ແລະ ອາລົມບໍ່ຮ້ອນຄືແຕ່ກ່ອນ

ຫຼາຍເດືອນຜ່ານໄປ ຈົນເຂົ້າເ້ດືອນທີ່ 6-8 ເຮົາເລີ່ມຜິດຖຽງກັນຫຼາຍຂື້ນ ແມ້ກະທັ້ງເລື່ອງວຽກທີ່ລົມສູ່ຟັງ ຂ້ອຍຍັງຜິດແລ້ວ ທຸກຢ່າງຄືຂ້ອຍຜິດ, ຜິດຕັ້ງແຕ່ຄິດແລ້ວ ຫຼາຍວັນຜ່ານໄປຂ້ອຍເລີ່ມຖືກຕຳນິຫຼາຍຂື້ນ ແລະ ແຮງຂື້ນ, ຈົນຄັ້ງລ່າສຸດລາວເວົ້າໃຫ້ຂ້ອຍເລື່ອງເຟສບຸກ ເພາະຂ້ອຍເປັນໄຂ້ ແລະ ໄດ້ໂພສຮູບທີ່ເປັນໄຂ້ລົງ ແລະ ໃສ່ຊື່ວ່າ ຍາມເມົາເຮົາຈະຮູ້ວ່າເຮົາຮັກໃຜ     ຍາມເປັນໄຂ້ເຮົາຈະຮູ້ວ່າໃຜຮັກເຮົາ

ທໍ່ນີ້ຂ້ອຍຖືກດ່າ ວ່າ ນ້ອງຕ້ອງການຫຍັງຈາກສັງຄົມ ຕ້ອງການໃຫ້ຄົນອື່ນເບິ່ງອ້າຍແນວໃດ ເປັນຄົນຮັກກັນຕ້ອງເຊີດຊູ ແລະ ໃຫ້ກຽດກັນ ອັນນີ້ມີແຕ່ເຮັດໃຫ້ເຊື່ອມເສຍ >_<   ແລະ ຂ້ອຍກໍ່ຜິດອີກຕາມເຄິຍ ຂ້ອຍກໍ່ຂໍໂທດຄືທີ່ຜ່ານມາ ຈົນຮອດມື້ອື່ນເຊົ້າຂ້ອຍກໍ່ໂທປຸກລາວຄືປົກກະຕິ ແລະ ລາວຍັງໃຊ້ຄຳສັບບໍ່ມ່ວນກັບຂ້ອຍຄືເກົ່າ

ປະມານ 9ໂມງເ້ຊົ້າຂ້ອຍໄປປ່ຽນເຮືອນກະແຈໃຫ້ລາວ ແລະ ລາວກໍ່ໂທມາວ່າກະແຈທີ່ປ່ຽນເປັນແນວໃດ ແຕ່ບັງເອີນສຽງມັນດັງ ແລະ ຂ້ອຍບໍ່ໄດ້ຍິນຊັດ ຂ້ອຍຕອບວ່າລາຄາ..... ແລ້ວລາວຕອບຂ້ອຍວ່າ ຄືບໍ່ຟັງແດ່ທີ່ຖາມໄປ ບໍ່ເຂົ້າໃຈຫວາ ຫັດຟັງແດ່ແມະທີ່ເວົ້າມາ (ເວົ້າດ້ວຍນ້ຳສຽງທີ່ໃຈຮ້າຍທີ່ສຸດ) ແລະ ລາວກະເວົ້້າວ່າບໍ່ຕ້ອງເວົ້າຫຍັງ ແລະ ຂ້ອຍກໍ່ວາງສາຍ ສຸດທ້າຍມາຂ້ອຍມິດໝົດມື້ ຂ້ອຍລໍຖ້າຄຳຂໍໂທດຈາກລາວກໍ່ບໍ່ມີເລີຍຈົນຮອດມື້ນີ້ຜ່ານໄປ 2 ມື້ແລ້ວ

 

ການທີ່ເຮົາຮັກໃຜ ເຮົາຕ້ອງຍອມເຂົາຂະໜາດນີ້ເລີຍຫວາ? ຂ້ອຍບໍ່ຮູ້ວ່າຂ້ອຍຈະໄປຕໍ່ກັບລາວໄດ້ຫຼື ບໍ່? ຫຼື ຂ້ອຍຈະເລີກກັບລາວດີ ເພາະຖ້າເລີກກັນມື້ນີ້ມັນຄົງບໍ່ມີຫັຍງສາຍເກີນໄປດອກ ດີກວ່າທີ່ເຮົາແຕ່ງກັນໄປແລ້ວເລີກກັນ

 

ຫຼື ອາດຈະເປັນເພາະລາວມີຄົບທຸກຢ່າງ ແລ້ວ ຂ້ອຍບໍ່ມີຫຍັງຂ້ອຍຈື່ງເປັນຝ່າຍຜິດມາຕະຫຼອດ