ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມຸງຄຸນ​ຊີ​ວິດ 38 ປະການ

      ມຸງຄຸນໝາຍ​ເຖິງ​ສິ່ງ​ທີ່​ເຮັດ​ໃຫ້​ຊີ​ວິດ​ມີ​ຄວາມ​ຮຸ່ງ​ເຮືອງ​ຈະ​ເລີນ. ມຸງຄຸ​ນທີ່​ພະ​ພຸດທະ​ເຈົ້າຕັດ​ສອນ​​ໄວ້​ນີ້​ເປັນ​ຫຼັກທຳ​ເພື່ອ​ຄວາມ​ຈະ​ ເລີນຮຸ່ງ​ເຮືອງ​ຂອງ​ຊີ​ວິດ​ໂດຍ​ກົງ, ຊົງສະ​ເໜີທັງ​ວິທີ​ການ​ແລະ​ເປົ້າໝາຍຂອງ​ການ​ພັດທະນາ​ຄຸນ​ນະພາ​ບຊີ​ວິດ​ຕາມ​ ຫຼັກພຸດ​ທະ​ສາດສະໜາ​ໄວ້​ຢ່າງ​ລະອຽດ​ວ່າ​ຈະ​ເປັນການ​ເລືອກ​ສິ່ງ​ທີ່​ດີ​ງາມ​ ແກ່​ຕົນ​ເອງ, ການ​ປະຕິບັດ​ຕໍ່​ຄົນ​ອ້ອມ​ຂ້າງ ​ແລະ​ສັງຄົມ​ສ່ວນຫຼາຍ ຕະຫຼອດ​ເຖິງ​ການ​ເຮັດ​ໃຫ້​ຈິດ​ໃຈ​ປາສະ​ຈາກ​ຄວາມ​​ເສົ້າໝອງ. ຜູ້​ທີ່​ດຳ​ເນີນ​ຊີ​ວິດ​ດ້ວຍ​ຫຼັກມຸງຄຸນ 38 ປະ​ການນີ້ຍ່ອມ​ເປັນ​ຜູ້​ສະຫງ່າ​ອົງອາດ, ປະສົບ​ຄວາມ​ສຳ​ເລັດ​ໃນ​ຊີວິດ​ ​ແລະ​ມີ​ຄວາມ​ສຸກ​ຢູ່​ທຸກ​ທີ່​ທຸກ​ເວລາ. ມຸງຄຸນ 38 ປະການ​ມີ​ຄື:

  1. ບໍ່​ຄົບ​ຄົນ​ພານ: ຄື​ການ​ບໍ່​ຄົບ​ຫາ​ສະມາຄົມ​ກັບ​ຄົນ​ບໍ່​ດີ ​ເພາະ​ຈະ​ເຮັດ​ໃຫ້​ຊີ​ວິດ​ຜິດ​ພາດ, ​ເດືອດ​ຮ້ອນ​ແລະ​ເສ​ຍຫາຍ​ໄປ​ນຳ.
  2. ຄົບ​ບັນດິດ: ​ເລືອກ​ຄົບ​ຫາ​ສະມາຄົມ​ກັບ​ຄົນ​ດີ, ​ເພາະ​ຈະ​ເຮັດ​ໃຫ້​ຊີ​ວິດ​ດຳ​ເນີນ​ໄປ​ຢ່າງ​ຖືກ​ຕ້ອງ ​ແລະ​ໄດ້​ຮັບ​ຜົນ​ດີ​​ໄປ​ນຳ.
  3. ບູຊາ​ບຸ​ກຄົນ​ທີ່​ຄວນ​ບູຊາ: ການ​ບູຊາໝາຍ​ເຖິງ​ການ​ທຳ​ຄວາມ​ເຄົາລົບ​ແລະ​ຊ່ວຍ​ເຫຼືອ ບຸ​ກຄົນ​ທີ່​ສາມາດ​ເປັນ​ແບບ​ຢ່າງ​ຊີ​ວິດ, ມີ​ຄຳ​ສອນ​ທີ່​ຖືກ​ຕ້ອງ, ປ້ອງ​ກັນ​ເຮົາ​ບໍ່​ໃຫ້​ເຫັນ​ຜິດ​ເປັນ​ຖືກ​ໄດ້​ ກໍ​ນັບ​ວ່າ​ເປັນ​ມຸງຄຸນ.
  4. ການ​ອາ​ໄສ​ຢູ່​ໃນ​ຖິ່ນ​ທີ່​ເໝາະສົມ: ຄື​ການ​ເລືອກ​ສະພາບ​ແວດ​ລ້ອມ​ທີ່​ເໝາະສົມ ສາມາດ​ເຮັດ​ໃຫ້​ຊີ​ວິດ​ຈະ​ເລີນ​ກ້າວໜ້າ​ໄດ້​ງ່າຍ.
  5. ມີ​ບຸນ​ວາສະໜາມາ​ກ່ອນ: ອາຫານ​ເດິ​ນທາງ​ທີ່​ດີ​ຄື​ບຸນ​ຫຼືຄຸນ​ງາມ​ຄວາມ​ດີ​ທີ່​ໄດ້​ສ້າງ​​ໄວ້​ຈະ​ ຊ່ວຍ​ໃຫ້​ມີ​ຄວາມ​ສຸກ​ແລະ​ພົບ​ແຕ່​ສິ່ງ​ທີ່​ດີ​ງາມ.
  6. ການ​ຕັ້ງ​ໂຕ​ໄວ້​ໃນ​ທາງ​ທີ່​ຖືກ​ຕ້ອງ: ຕັ້ງ​ໂຕ​ໃຫ້​ຢູ່​ໃນ​ຄຸນ​ນະ​ທຳ, ຈະລິ​ຍະ​ທຳ ຄື​ດັ່ງ​ຫາງ​ຂອງ​ເຮືອ​ທີ່​ຄອຍ​ຈະ​ຄວບ​ຄຸມ​ນາວາ​ຊີ​ວິດ​ໃຫ້​ດຳ​ເນີນ​ໄປ​ສູ່​ ເປົ້າໝາຍ​ໄດ້​ດ້ວຍ​ຄວາມ​ສະຫວັດ​ດີ​ພາບ.
  7. ຄວາມ​ເປັນ​ພະຫູສູດ: ການ​ຮຽນ​ຮູ້​ຢ່າງ​ສະໝ່ຳສ​ະ​ເໝີ ​ເປັນ​ສິ່ງ​ຈຳ​ເປັນ​ສຳລັບ​ຊີ​ວິດ ​ເພື່ອ​ໃຫ້​ຮູ້​ເທົ່າ​ທັນ​ກັບ​​ໂລກ ​ແຕ່​ບໍ່ໝາຍຄວາ​ມວ່າ​ຈະ​ຕ້ອງ​ແລ່ນນຳ​ໂລກ​ຈົນໝົດທຸກ​ຢ່າງ.
  8. ມີ​ສິລະ​ປາ​ຊີບ: ຜູ້​ມີ​ສິລະ​ປະ​ຍ່ອມ​ສາມາດ​ສ້າງ​ສັນ​ຜົນ​ງານ​ທີ່​ດີ​ ​ແລະ​ລ້ຽງ​ຊີບ​​ໄດ້​ດ້ວຍ​ຕົນ​ເອງ.
  9. ມີ​ວິ​ໄນ​ທີ່​ສຶກສາ​ອົບຮົມ​ມາ​ດີ: ຜູ້​ທີ່​ມີ​ລະບຽບວິ​ໄນ​ທີ່​ດີ​ພ້ອມ ຍ່ອມ​ບໍ່​ເຮັດ​ໃຫ້​ຕົນ​ເອງ​ແລະ​ຜູ້​ອື່ນມີ​ຄວາມ​ເດືອດ​ຮ້ອນ.
  10. ມີ​ວາຈາ​ສຸພາສິດ: ການ​ເວົ້າ​ດີ​ຍ່ອມ​ເຮັດ​ໃຫ້​ຊີວິດ​ມີ​ຄວາມ​ກ້າວ​ໜ້າ​ໄດ້ ​ເພາະ​​ເວົ້າດີ​ນັ້ນຄື​ເວົ້າ​ເປັນ​ທຳ, ​ເວົ້າມີ​ເຫດຜົນ ​ແລະ​ເໝາະສົມ​ກັບ ກາລະ ​ເທສະ.
  11. ການ​ຖະນຸບຳລຸງ​ບິດາ​ມານ​ດາ: ການ​ດູ​ແລ​ເອົາ​ໃຈ​ໃສ່​ຕໍ່​ພໍ່​ແມ່​ຍ່ອມ​ເຮັດ​ໃຫ້​ຊີ​ວິດ​ຈະ​ເລີນຮຸ່ງ​ເຮືອງ ​ຢ່າງ​ແນ່​ນອນ ​ເພາະ​ພໍ່​ແມ່​ເປັນ​ຜູ້​ມີ​ພະ​ຄຸນ​ອັນ​ລົ້ນ​ເຫຼືອ.
  12. ການ​ລ້ຽງ​ດູລູກ​ເຕົ້າ: ການ​ໃຫ້​ຄວາມ​ອົບ​ອຸ່ນ​ແກ່​ລູກ​ເຕົ້າທັງ​ກາຍ​ແລະ​ໃຈ ​ເປັນໜ້າທີ່​ອັນ​ສຳຄັນ​ຂອງ​ພໍ່​ແມ່ ​ເພາະ​ຄວາມ​ຮັກ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພໍ່​ແມ່​ແມ່ນ​ເຮັດ​ໃຫ້​ລູກ​ເປັນ​ຄົນ​ ດີ​ໄດ້.
  13. ການ​ສົງ​ເຄາ​ະພັນ​ລະ​ຍາ-ສາມີ: ການ​ໃຊ້​ຊີ​ວິດ​ຮ່ວມກັນ​ທັງ​ສອງ​ຝ່າຍ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ເສ​ຍສະຫຼະຊ່ວຍ​ ເຫຼືອ​ເກື້ອກູນ​ເຊິ່ງກັນ​ແລະ​ກັນ ຈຶ່ງ​ຈະ​ເປັນ​ຊີ​ວິດ​ຄູ່​ທີ່​ມີຄວາ​ມສຸກ ​ແລະ​ຈະ​​ເລີນກ້າວໜ້າ​ໄດ້.
  14. ​ເຮັດ​ວຽກ​ບໍ່​ຄ້າງ​ຄາ: ການ​​ເຮັດ​ວຽກ​​ໃຫ້​ສຳ​ເລັດ​ລຸ​ລ່ວງ​ຕາມ​ເປົ້າໝາຍ​ໂດຍ​ບໍ່​ນັດ​ວັນ​ປະກັນ​ ມື້ ກໍ​ຍ່ອມ​ເຮັດ​ໃຫ້​ຊີ​ວິດ​ມີ​ຄວາມ​ກ້າວໜ້າ.
  15. ການ​ໃຫ້​ທານ: ຜູ້​ທີ່​ຮູ້​ຈັກ​ເສ​ຍສະຫຼະ, ກຳຈັດ​ຄວາມ​ຂີ້ຖີ່​ໃນ​ໃຈ​ໂຕ​ເອງ​ຊ່ວຍ​ເຫຼືອສັງຄົມ​ຍ່ອມ​ເປັນ​ທີ່​ຮັກຂອງ​ຄົນ​ທົ່ວ​ໄປ.
  16. ​ການ​ປະ​ພຶດ​ແຕ່​ສິ່ງ​ດີ: ຜູ້​ປະພຶດ​ແຕ່​ສິ່ງ​ດີໆ ສະໝ່ຳສະ​ເໝີຍ່ອມ​ພົບ​ຄວາມ​ສຸກ ບໍ່​ເດືອດ​ຮ້ອນ​ໃຈ.
  17. ການ​ສົງ​ເຄາະ​ຍາດ​ພີ່ນ້ອງ: ການ​ອຸ້ມ​ຊູ​ຊ່ວຍ​ເຫຼືອຍາດ​ພີ້ນ້ອງ​ກໍ​ຍ່ອມ​ເຮັດ​ໃຫ້​ຊີ​ວິດ​ກ້າວໜ້າ ​ເມື່ອ​ມີ​ຄວາມ​ທຸກ​ຍາກ​ລຳບາກ​ກໍ​ມີ​ຜູ້​ຊ່ວຍ​ເຫຼືອ.
  18. ​ເຮັດ​ວຽກ​ທີ່​ບໍ່​ມີ​ໂທດ: ວຽກ​ທີ່​ມີ​ໂທດ​ຍ່ອມ​ເຮັດ​ໃຫ້​ຊີ​ວິດ​ຕົກ​ຕ່ຳ, ​ແຕ່​ການ​ເຮັດ​ວຽກ​ທີ່​ບໍ່​ມີ​ໂທດ​ຍ່ອມ​ເຮັດ​ໃຫ້ຊີ​ວິດ​ຈະ​ເລີນກ້າວໜ້າ​ໄດ້.
  19. ງົດ​ເວັ້ນຈາກ​ບາບ: ການ​ຊຳລະ​ຈິດ​ໃຈ​ໃນ​ເບື້ອງຕົ້ນນັ້ນ​ເລິ່ມຈາກ​ໂຕ​ເຮົາ​ເອງ ​ໂດຍ​ງົດ​ເວັ້ນຈາກ​ບາບກຳ​ທັງ​ປວງ.
  20. ​ເວັ້ນຈາກ​ການ​ດື່ມ​ນ້ຳ​ເມົາ: ນ້ຳ​ເມົາ​ເຮັດ​ໃຫ້​ຜູ້​ດື່ມ​ເກີດ​ຄວາມ​ປະ​ໝາດຂາດ​ສະຕິ ​ເປັນ​ອຸປະສັກ​ຕໍ່​ຄວາມ​ກ້າວໜ້າ​ເປັນ​ຢ່າງ​ຍິ່ງ.
  21. ບໍ່​ປະໝາດ​ໃນທຳ: ການ​ສ້າງ​ຄຸນ​ງາມ​ຄວາມ​ດີ​ທຸກ​ຢ່າງ​ຢ່າ​​ໄດ້​ມີ​ຄວາມ​ປະໝາດ​ເປັາພື້ນຖານ ​ເພາະ​ຖ້າ​ປະໝາດຍ່ອມ​ເຮັດ​ໃຫ້​ພາດ​ຈາກ​ສິ່ງ​ດີ​ງາມ​ໄດ້​ສ​ະ​ເໝີ.
  22. ມີ​ຄວາມ​ເຄົາ​ລົບ: ການ​ດຳລົງ​ຊີ​ວິດ ​ເຮົາ​ຕ້ອງ​ຮູ້​ຈັກ​ເຄົາ​ລົບ ​ໃຫ້​ກຽດ, ຮູ້​ຄຸນ​ຄ່າ​ບຸ​ກຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ​ຈຶ່ງ​ຈະ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ ດຈາ​ກການ​ຢູ່​ຮ່ວມ​ກັນ.
  23. ມີ​ຄວາມ​ຖ່ອມ​ໂຕ: ການ​ຮູ້​ຈັກ​ອ່ອນນ້ອມ​ຖ່ອມ​ໂຕ ຍ່ອມ​ໄດ້​ຮັບ​ການ​ຖ່າຍ​ທອດ​ສິ່ງ​ດີ​ງາມ​ຈາກ​ຜູ້​ອື່ນ.
  24. ມີ​ຄວາມ​ພໍ​ໃຈ​: ການ​ຮູ້​ຈັກ​ພໍ​ໃຈ​ກັບ​ສິ່ງ​ໃດ​ກໍ​ຕາມ​ທີ່​ໄດ້​ມາ​ດ້ວຍຄວາມ​ສາມາດ​ຂອງ​ຕົນ ​ເປັນ​ການ​ຮຽນ​ຮູ້​ຄຸນ​ຄ່າ​ຂອງ​ຕົນ ທີ່​ສຳຄັນ​ບໍ່​ເຮັດ​ໃຫ້​ຈິດ​ໃຈ​ທະ​ເຍີ​ທະຍານ, ກະວົນກະວາຍ​ຕາມ​ອຳນາດ​ຂອງ​ຄວາມ​ຢາກ.
  25. ມີຄວາມ​ກະຕັນຍູ: ການຈະ​ເປັນ​ຄົນ​ດີ​ນັ້ນວັດ​ແທກ​ກັນ​ດ້ວຍ​ຄວາມ​ກະຕັນຍູ ​ເພາະ​ຄວາມ​ກະຕັນຍູ​ເປັນ​ເຄື່ອງໝາຍຂອງ​ຄົນ​ດີ.
  26. ຟັງ​ທຳ​ຕາມ​ກາລະ​ໂອກາດ: ທຳມະ​ຍ່ອມ​ກຳຈັດ​ຄວາມ​ເຫັນ​ຜິດ​ໃນ​ໃຈ​ຂອງ​ເຮົາ​ໄດ້ ການ​ຟັງ​ທຳ​ຊ່ວຍ​ກວດ​ສອບ ​ແລ​ະຂັດ​ເກົາ​ຈິດ​ໃຈ​ຂອງ​ເຮົາ​​ໃຫ້​ດີ​ງາມ​ຂຶ້ນ​ໄດ້.
  27. ຄວາມ​ອົດ​ທົນ: ຄວາມ​ອົດ​ທົນ​ບາກ​ບັ່ນ ບໍ່​​ອ່ອນ​ແອຕໍ່​ອຸປະສັກ​ໃດໆ ​ເປັນ​ປັດ​ໄຈສຳຄັນ​ຂອງ​ຄວາມ​ສຳ​ເລັດ.
  28. ຄວາມ​ເປັນ​ຜູ້​ສອນ​ງ່າຍ: ການ​ເວົ້າງ່າຍ​ສອນ​ງ່າຍ​ໃນ​ທີ່​ນີ້ບໍ່​ໄດ້ໝາຍ​ເຖິງ​ການ​ຍອມ​ເຮັດ​ນຳ​ທຸກ​ ຢ່າງ(​ເຖິງ​ຈະ​ບໍ່​ຖືກ​ຕ້ອງ) ​ແຕ່ໝາຍ​ເຖິງ​ຄວາມ​ບໍ່​ດື້ດ້ານ, ບໍ່​ຖື​ເນື້ອຖື​​ໂຕ​ຈົນ​ເກີນ​ໄປ, ຮູ້ຈັກ​ຮັບ​ຟັງ​ຄຳ​ສອນ​ທີ່​ມີ​ຄຸນ​ຄ່າ​ໂດຍ​ເຄົາ​ລົບ.
  29. ການ​ເຫັນ​ສະມະນະ: ການ​ພົບ​ພະ​ສົງ​ເພື່ອ​ຮັບ​ຟັງ​ທຳ​ມະ​ຈາກ​​ເພິ່ນ​ຊີ​ວິດ​ຍ່ອມ​ກ້າວໜ້າບໍ່​ຕົກ​ຕ່ຳ.
  30. ສົນທະນາ​ທຳ​ຕາມ​ໂອກາດ: ການ​ສົນທະນາ​ທຳ​ມະ​ດ້ວຍ​ຄວາມ​ເຄົາ​ລົບ ຍ່ອມ​ເຮັດ​ໃຫ້​ເກີດ​ປັນຍາ.
  31. ຄວາມ​ພຽນ​ເຜົາ​ກິ​ເລດ(ສິ່ງ​ບໍ່​ດີ): ຊີ​ວິດ​ເຮົາ​ແທ້​ຈິງຫຍຸ້ງຍາກ​ນຳ​ກິ​ເລດ​ ຈະ​ສະຫງົບ​ສຸກ​ແທ້​ຈິງ ຈົ່ງ​ຕັ້ງ​ໃຈ​ຂູດ​ເກົາ​ກິ​ເລດ​ກ່ອນ​ທີ່​ມັນ​ຈະ​ເຜົາ​​ໃຈ​ເຮົາ.
  32. ການ​ປະ​ພຶດພົມ​ມະ​ຈັນ: ພົມ​ມະ​ຈັນ​ຄື​ການ​ປະ​ພຶດຢ່າງ​ປະ​ເສີດ​ເປັນ​ການ​ດຳ​​ເນີນ​ຊີ​ວິດ​ທີ່​ປາສະ​ ຈາກ​ການ​ບຽດບຽນ​ເຊິ່ງກັນ​ແລ​ະກັນ​ຢ່າງ​ສິ້ນ​ເຊິງ ມີ​ຈຸດ​ມຸ່ງໝາຍຄື ທຳ​ລາຍ​ທຸກ ທີ່​ແຝງ​ຢູ່​ໃນ​ຊີ​ວິດ​ໃຫ້ໝົດສິ້ນ​ໄປ.
  33. ການ​ເຫັນ​ອະລິຍະ​ສັດ: ການ​ເຂົ້າ​ໃຈ​ຊີ​ວິດ ຄື ຕ້ອງ​ຮູ້​ຄວາມ​ຈິງ​ໃນ​ຊີ​ວິດ 4 ຢ່າງ​ ​ໄດ້​​ແກ່​ທຸກ, ​ເຫດ​ແຫ່ງ​ທຸກ, ການ​ດັບ​ທຸກ ​ແລະ​ວິທີ​ປະຕິບັດ​ເພື່ອ​ດັບ​ທຸກ.
  34. ການ​ເຫັນ​ຊີ​ວິດ​ຈະ​ແຈ້ງ: ​ເມື່ອ​ຮູ້​ອະລິຍະ​ສັດ​ຢ່າງ​ຈະ​ແຈ້ງ​ ຍ່ອມ​ສາມາດ​ດັບ​ທຸກ​ແລະ​ພົບ​ຄວາມ​ສຸກ​ສະຫງົບ​ທີ່ໝັ້ນຄົງ.
  35. ມີ​ຈິດ​ໃຈ​ບໍ່​ຫວັ່ນ​ໄຫວ: ຈິດ​ໃຈ​ທີ່​ບໍ່​ຫວັ່ນ​ໄຫວ ​ເປັນ​ຈິດ​ໃຈ​ທີ່​ມີ​ພະລັງ ສາມາດ​ສ້າງ​ສັນ​ສິ່ງ​ດີ​ງາມ​ໃຫ້​ກັບ​ໂລກ.
  36. ຈິດ​ໃຈ​ບໍ່ເສົ້າ​ໂສກ: ຈິດ​ໃຈ​ທີ່​ບໍ່​ຖືກ​ອາລົມ​ຄອບ​ງວຳ​ຍ່ອມ​ບໍ່​ໂສກ​ເສົ້າ, ບໍ່​ເຫືອດ​ແຫ້ງ​ ບໍ່​ວ່າ​​ໂລກ​ຈະ​ປ່ຽນ​​ໄປ​ແນວ​ໃດ​ກໍ​ຕາມ.
  37. ຈິດ​ໃຈ​ປາສະ​ຈາກ​ຝຸ່ນ: ຈິດ​ໃຈ​ນັ້ນສຳຄັນ​ທີ່​ສຸດ​ ເມື່ອ​ເຝິກ​ຝົນ​ດີ​ແລ້ວຝຸ່ນຄື​ສິ່ງ​ທີ່​ບໍ່​ດີ​ກໍ​ບໍ່​ສາມາດ​ເຮັດ​ໃຫ້​ ເສົ້າໝອງ​ໄດ້.
  38. ຈິດ​ຊື່ນ​ບານ: ຄຸນ​ນະພາ​ບສູງ​ສຸດ​ຂອງ​ຈິດ​ໃຈ​ທີ່​ພັດທະນາ​ແລ້ວ​ຍ່ອມ​ບໍລິສຸດ ຜ່ອງ​ໃສ ​ເປັນ​ອິດສະຫຼະ ນັບ​ວ່າ​ເປັນ​ເປົ້າໝາຍສູງ​ສຸດ​ຂອງ​ການ​ພັດທະນາ​ຈິດ​ໃຈ.


ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ປະລິນຍາຊີວິດ

ທ່າມກາງບັນຍາກາດທີ່ຄຶກຄື້ນຂອງນັກສຶກສາໃຫມ່ທີ່ມາລົງທະບຽນຢູ່ໃນມະຫາວິທະຍາໄລແຫ່ງຊາດ ເຖິງອາກາດຈະຫນາວແດ່ແຕ່ກໍບໍ່ໄດ້ເປັນອຸປະສັກຫຍັງກັບການລົງທະບຽນໃນຄັ້ງນີ້ ເບິ່ງນັກສຶກສາຕໍ່ແຖວເປັນສາຍຍາວຢຽດລຽນຄິວກັນເຂົ້າໄປລົງຊື່ຕາມທີ່ທາງມະຫາວິທະຍາໄລໄດ້ກຳນົດໄວ້ ບາງຄົນ​ເມື່ອຍ​ຖ້າກໍກັບໄປກ່ອນມື້ຫນ້າຈິ່ງມາໃຫມ່ ເບິ່ງນັກສຶກສາທີ່ກຳລັງສົນລະວົນກັນເຂົ້າຢ່າງຫລວງຫລາຍ ໃຜໆກໍຢາກແລ້ວ ແຕ່ ເຖິງແນວໃດມັນກໍ ເປັນໄປຕາມລະບຽບການ, ຕາມບັດຄິວຂອງໃຜມັນ !

“ 39 ... “ ອາຈານອ່ານຕາມບັດຄິວດ້ວຍສຽງດັງ

39 ແມ່ນບັດຄິວຂອງຂ້ອຍ ! ເມື່ອຂ້ອຍໄດ້ຍິນອາຈານອ່ານກໍຟ້າວ ເຂົ້າໄປເອົາສຳເນົາເອກກະສານ, ແບບຟອມ ແລ້ວນຳມາຂຽນລາຍລະອຽດ ເພື່ອເຮັດຕາມຂັ້ນຕອນຕໍ່ໄປ. ໃນຂະນະທີ່ຂ້ອຍກຳລັງນັ່ງຂຽນຢູ່ນັ້ນມີຍິງສາວ​ຜູ້ຫນຶ່ງຍ່າງເຂົ້າມາຫາ ມືຂອງນາງຈັບເອກະສານ ແລະ ບິກ ນາງເປັນຄົນຜິວຂາວ, ຄິງບາງຮ່າງນ້ອຍ, ສູງພໍປະມານ, ​ເສັ້ນຜົມຍາວ​ດົກ​ດຳ, ຂົນ​ຕາງ​ອນ, ໜ່ວຍ​ຕາ​ອັນ​ແສນ​ຫວານ ​ແລະ​ທີ່​ສຳຄັນ​ແມ່ນ​ນ້ຳສຽງ​ອັນ​ນິ້ມ​ນວນ...

“ ຂໍໂທດ !!! ຂ້ອຍຂໍນັ່ງນຳໄດ້ບໍ ? ” ສຽງຫວານໆທີ່ນາງປ່ອຍ ມັນມາສະກົດຫົວໃຈຂອງຂ້ອຍ ທີ່ຂ້ອຍບໍ່ສາມາດຈະປະຕິເສດໄດ້ເລີຍ

“ ບໍ່ເປັນຫຍັງ ? ນັ່ງໂຫລດ !!! ” ຄຳເວົ້າຂອງຂ້ອຍອາດຈະແຂງກະດ້າງໄປແດ່ແຕ່ມັນເປັນນິໄສຂອງຄົນບ້ານນອກຄືຂ້ອຍ ແລະ ອີກອັນຫນຶ່ງ ຂ້ອຍກໍເປັນຄົນຕ່າງແຂວງສຳນຽງສຽງເວົ້າອາດຈະບໍ່ອ່ອນຫວານຄືກັບຄົນໃນເມືອງ. ຮອຍຍິ້ມຂອງນາງເລີ່ມປະກົດຂຶ້ນຕໍ່ຫນ້າຂອງຂ້ອຍ, ຮອຍຍິ້ມທີ່ແສນຫວານ ອັນມີສະເຫນ່ຂອງນາງ ມັນໄດ້ເຮັດໃຫ້ຫົວໃຈຂອງຂ້ອຍເຕັ້ນແຮງຜິດປົກກະຕິ ທັ້ງໆທີ່ຂ້ອຍກັບນາງບໍ່ເຄີຍຮູ້ຈັກກັນມາກ່ອນ.

“ ເອີ ... ອັນ ... ບ່ອນນີ້ນະຂຽນວ່າແນວໃດ ? ຂ້ອຍບໍ່ເຂົ້າໃຈ ແລະ ບໍ່ຮູ້ວ່າຈະຂຽນແນວໃດດີ !!! ” ນາງແນມມາເບິ່ງຂ້ອຍກ່ອນທີ່ຈະຖາມປະໂຫຍກນັ້ນອອກມາພ້ອມທັງຈັບເອົາແບບຟອມມາໃຫ້ເບິ່ງ

“ ບ່ອນນີ້ ເຂົາເຈົ້າໃຫ້ຂຽນເລກລະຫັດ ແລະ ທີ່​ມາ​ຂອງ​ເຮົາ​ວ່າມາຈາກໃສ ” ກ່ອນທີ່ຈະແນະນຳວິທີຂຽນຂ້ອຍຕ້ອງລວບລວມສະມາທິ ແລະ ຕ້ອງເຮັດຕົວເອງໃຫ້ປົກກະຕິ ເພື່ອບໍ່ໃຫ້ນາງຮູ້ ແລະ ຈັບໄດ້ວ່າຂ້ອຍເປັນຄົນຂີ້ອາຍ !!!

“ ເຈົ້າ!... ຂອບໃຈ ! ເອີເຈົ້າມາຮຽນຕໍ່ສາຍໃດ ? ເປັນຄົນຕ່າງແຂວງແມ່ນບໍ ? ເບິ່ງຈາກການປາກເວົ້າແລ້ວຄືຈະມາແຕ່ທາງໃຕ້ ”

ເບິ່ງຈາກລັກສະນະທ່າທີຂອງນາງແລ້ວຂ້ອນຂ້າງເປັນຄົນເວົ້າເກັ່ງແຕ່ ກໍຫນ້າຮັກດີ

“ ແມ່ນແລ້ວ !!! ຂ້ອຍເປັນຄົນໃຕ້ ມາຈາກແຂວງຈຳປາສັກ ມາຮຽນ ໃນແຜນ ຄູພາສາລາວ - ວັນນະຄະດີ ( ຄະນະສຶກສາສາດ ) ແລ້ວເຈົ້າເດ ຮຽນຫຍັງ ? ” ຂ້ອຍຖາມນາງຄືນ

“ ຂ້ອຍຫວາ ! ຢູ່ຄະນະດຽວກັບເຈົ້າຫັ້ນລະ ແຕ່ຂ້ອຍຮຽນຄູພາສາອັງກິດ ” ນາງຍິ້ມຫນ້ອຍຫນຶ່ງກອ່ນທີ່ຈະເວົ້າຄຳນັ້ນອອກມາ.

ພໍເມື່ອເວລາຜ່ານໄປບໍ່ນານຂ້ອຍ ແລະ ນາງກໍຂຽນແລ້ວພາກັນໄປ ສົ່ງໃຫ້ອາຈານກວດສອບເບິ່ງວ່າຖືກຕ້ອງ​ແລ້ວ ຫລື ບໍ ? ຈາກນັ້ນ ຂ້ອຍກັບນາງກໍແຍກທາງກັນ. ຂ້ອຍຍັງບໍ່ຮູ້ຊື່ນາງເລີຍວ່າຊື່ຫຍັງ ? ທັ້ງທີ່ຂ້ອຍພະຍາຍາມຈະຖາມຫລາຍໆເທື່ອຕອນນັ່ງຢູ່ນຳກັນ ແຕ່ ... ຂ້ອຍບໍ່ກ້າເລີຍ! ບາງເທື່ອຂ້ອຍຍັງຄິດວ່າເປັນຫຍັງ? ຈິ່ງຄິດເຖິງເຂົາ ແລະ ຍ້ອນຫຍັງ ຈິ່ງຢາກ ຮູ້ຊື່ນາງ ທັ້ງທີ່ຫາກໍເຫັນກັນເທື່ອດຽວ. “ ບ້າໄປແລ້ວວິໄລເອີ່ຍ ” ຂ້ອຍດ່າຕົວເອງຢູ່ໃນໃຈ ແລະ ຫົວກັບແນວຄິດທີ່ບໍ່ມີທາງເປັນໄປໄດ້.

ຫລັງຈາກລົງທະບຽນເຂົ້າຮຽນເປັນທີ່ສຳເລັດຮຽບຮ້ອຍແລ້ວ ອາທິດຕໍ່ມາກໍເຂົ້າຮຽນເປັນປົກກະຕິຕາມທີ່ໄດ້ແຈ້ງການໄວ້. ມື້ທຳອິດຂ້ອຍຍ່າງໄປ ໂຮງຮຽນແຕ່ເຊົ້າໆ ສັງເກດເຫັນວ່ານັກສຶກສາພາກັນມາຮຽນເປັນຈຳນວນຫລວງຫລາຍ ເບິ່ງໄປທາງໃດກໍແມ່ນແຕ່ຄົນທີ່ບໍ່ຮູ້ຈັກ ແລະ ບໍ່ຮູ້ວ່າມາແຕ່ໃສແດ່ !!!

“ ພົບກັນອີກແລ້ວ !!! ” ຍິງຄົນນັ້ນເຂົ້າມາທັກທາຍພ້ອມກັບຫມູ່ອີກຄົນຫນຶ່ງ

ຂ້ອຍບໍ່ຮູ້ຈະເວົ້າແນວໃດດີ ! ຄວາມຮູ້ສຶກຂອງຂ້ອຍມັນບົ່ງບອກເຖິງ ຄວາມບໍ່ເປັນຕົວຂອງຕົວເອງ ຂ້ອຍພະຍາຍາມລົບສາຍຕາຂອງນາງແລ້ວ ເວົ້າຂຶ້ນວ່າ

“ ເຈົ້າມາຮຽນແຕ່ເຊົ້າເນາະ ! ” ເວົ້າພຽງປະໂຫຍກສັ້ນໆເທົ່ານີ້ ແຕ່ມັນຍາກສຳລັບຜູ້ຊາຍຂີ້ອາຍຄືຂ້ອຍ. ນາງຫົວຫນ້ອຍຫນຶ່ງພ້ອມທັງສົ່ງຮອຍຍິ້ມ ຫວານໆມາທັກທາຍອີກເປັນເທື່ອທີ່ສອງ

“ ນີ້ ວິສາ ຮຽນຢູ່ຄະນະດຽວກັນກັບເຮົາ ” ນາງເວົ້າຄືກັບວ່າຮູ້ຈັກກັບຂ້ອຍດີ

“ ໄປເທາະ ລີນາ ຫມູ່ເຮົາຖ້າຢູ່ພຸ້ນນະ !!! ” ວິສາ ເວົ້າຂຶ້ນກັບນາງ ກ່ອນທີ່ທັງສອງຈະພາກັນຍ່າງຈາກໄປ

ພໍຮອດຕອນນີ້ຂ້ອຍຮູ້ໄດ້ເລີຍວ່ານາງຊື່ ລີນາ, ຂ້ອຍຍ່າງຍິ້ມເຂົ້າໄປໃນຫ້ອງຮຽນຢ່າງມີຄວາມສຸກ. “ ຂ້ອຍຕ້ອງຮູ້ ຈັກນາງໃຫ້ຫລາຍກວ່ານີ້ ” ຂ້ອຍຄິດຢູ່ໃນໃຈ

ແລະແລ້ວເມື່ອເວລາຜ່ານໄປບໍ່ນານມັນກໍເປັນດັ່ງທີ່ຂ້ອຍຫວັງໄວ້ ຂ້ອຍຮູ້ຈັກ ແລະ ສະຫນິດສະຫນົມກັບ ລີນາ ຈົນຫລາຍໆຄົນເວົ້າວ່າ ຂ້ອຍກັບລີນາເປັນແຟນກັນ ແຕ່ ຂ້ອຍກໍຍັງອົດຄິດບໍ່ໄດ້ ເພາະຂ້ອຍຮູ້ຕົວດີວ່າລະຫວ່າງຂ້ອຍກັບນາງມັນຕ່າງ, ຕ່າງເຫລືອເກີນ ທັ້ງໆທີ່ຂ້ອຍພະຍາຍາມຫັກຫ້າມໃຈຕົວເອງບໍ່ໃຫ້ຮັກນາງແຕ່ມັນຄົງຫ້າມບໍ່ໄດ້ເພາະຕອນນີ້ຂ້ອຍຮັກນາງໄປແລ້ວ.

3 ປີຜ່ານໄປ

“ ເວລາມັນຊ່າງຜ່ານໄປໄວເນາະ ລີນາ ” ຂ້ອຍເວົ້າຂຶ້ນກັບລີນາ

“ ໄວຊັ້ນເບາະ ! ຂ້ອຍຄິດວ່າມັນດົນກວ່າຈະມາຮອດປີ 4 ຍັງຕັ້ງ 1 ປີພຸ້ນຈິງຈະຈົບ ” ນາງເວົ້າພ້ອມກັບຮອຍຍິ້ມອັນແສນຫວານຂອງນາງ ແລ້ວນາງກໍເວົ້າຕໍ່ຕື່ມວ່າ

“ ຕອນຄ່ຳໄປເບິ່ງຄອນເສີດຢູ່ໄອເຕັກເນາະ ! ຂ້ອຍຈະມາຮັບເດີ !!! ”

“ ໄປກໍໄປ ” ຂ້ອຍຟ້າວຕອບຕົກລົງທັນທີ

ຕາເວັນໄດ້ຄ່ອຍໆຫລັບລົງສູ່ລ່ຽມພູ ສາຍລົມກໍພັດຫອບເອົາຄວາມຫນາວເຂົ້າມາວອຍໆ ແສງສະຫວ່າງຈາກດອກໄຟແຄມທາງເລີ່ມປະກົດຂຶ້ນໃຫ້ເຫັນໃນເວລາຕໍ່ມາ. ຂ້ອຍຍ່າງວົນໄປວົນມາຢູ່ຫນ້າຫໍພັກນັກສຶກສາ ແລ້ວກໍກັບມານັ່ງລົງກ້ອງຕົ້ນໄມ້

“ ວິໄລ ນັ່ງໃຈລອຍຫຍັງຢູ່ຫັ້ນ ! ຄິດຮອດໃຜຢູ່ !!! ” ມີນາ ເວົ້າຂຶ້ນ

ມີນາ ເປັນຄົນຂາວນ້ອຍ ແລະ ເປັນຄົນທີ່ຂ້ອຍຮູ້ຈັກດີທີ່ສຸດ ເພາະຂ້ອຍກັບນາງເປັນຄົນບ້ານດຽວກັນ, ຮຽນນຳກັນມາຕັ້ງແຕ່ນ້ອຍຈົນເຖິງຂັ້ນ ມະຫາວິທະຍາໄລກໍໄດ້ມາຮຽນນຳກັນ ແຕ່ນາງຮຽນຢູ່ເສດຖະສາດ ແລະ ບໍລິຫານທຸລະກິດ ແຕ່ເຖິງແນວໃດ ພໍ່ແມ່ຢູ່ບ້ານກໍບອກໃຫ້ຂ້ອຍເບິ່ງນາງແດ່ ! ມີຫຍັງກໍຊ່ອຍເຫລືອກັນ.

“ ບໍ່ນາ ! ນັ່ງຫລິ້ນຊື່ໆ ແລ້ວມີນາຈະໄປໃສຫັ້ນນະ ! ຄືແຕ່ງຕົວງາມແທ້ !!! ” ຂ້ອຍເວົ້າຂຶ້ນກັບນາງ.

“ ວ່າຈະໄປເບິ່ງຄອນເສີດນຳຫມູ່ຢູ່ໄອເຕັກ ! ໄປນຳກັນບໍ ? ”

“ ຂອບໃຈ ! ໄດ້ແລ້ວ ຂ້ອຍບໍ່ຢາກໄປເປັນ ກ.ຂ.ຄ ໃຜນະ !!! ”

“ ບ້າ ! ” ນາງຝາກຄຳນີ້ໄວ້ກ່ອນທີ່ຈະອອກໄປຫາຫມູ່. ເມື່ອນາງອອກໄປໄດ້ໄລຍະຫນຶ່ງ ລີນາກໍມາຮອດ

“ ປານນັ້ນບອກວ່າ 6 ໂມງເດີ ! ນີ້ 7 ໂມງປາຍແລ້ວ ” ຂ້ອຍເວົ້າໃຫ້ນາງ

“ ລົດຕິດກັນເປັນແຖວເລີຍ ! ຂ້ອຍອອກຈາກເຮືອນມາຕັ້ງແຕ່ 5 ໂມງປາຍພຸ້ນ ” ນາງເວົ້າພ້ອມທັງສົ່ງແວວຕາແສນຫວານອັນມີສະເຫນ່ຂອງນາງ

“ ແມ່ນຫວາ ! ນີ້ ຕົກລົງວ່າໄປກັນໄດ້ແລ້ວບໍ ? ”

“ ອື ໄປ໊ ເພາະວ່າລົດຕິດຫລາຍບໍ່ຮູ້ວ່າຈະຮອດພຸ້ນຈັກໂມງ ”

ສູນການຄ້າລາວ - ໄອເຕັກ ທ່າມກາງບັນຍາກາດທີ່ຄຶກຄື້ນ ເບິ່ງຄົນຈຳນວນຫລວງຫລາຍຍ່າງບຽດກັນເຂົ້າໄປທາງໃນ ເພື່ອເຂົ້າໄປເບິ່ງຄອນເສີດ ຂ້ອຍກັບນາງກໍພາກັນບຽດເຂົ້າໄປເຊັ່ນດຽວກັນ. ສຽງໂຮ່ຮ້ອງຈາກຜູ້ເບິ່ງດັງສະນັ່ນຟົດ​ຟື້ນບວກກັບສຽງດົນຕີເທິງເວທີ ດັງຂຶ້ນຢ່າງຕໍ່ເນື່ອງ, ບາງຄົນກໍພາກັນເຕັ້ນໄປຕາມຈັ່ງຫວະສຽງດົນຕີ.

“ ເທ້ເນາະນັກຮ້ອງຄົນນັ້ນນະ ! ເຕັ້ນກໍເກັ່ງໆ ແຖມຍັງຫນ້າຮັກອີກ !!! ” ລີນາເວົ້າຂຶ້ນ. ພໍໄດ້ຍິນນາງເວົ້າຂ້ອຍຮູ້ສຶກບາງສິ່ງບາງຢ່າງທີ່ມັນເຮັດໃຫ້ຂ້ອຍບໍ່ສະບາຍໃຈ ຫົວໃຈຂອງຂ້ອຍມັນເຫມືອນອ່ອນລ້າລົງ “ ຄິດໄປໄດ້ແນວໃດ ? ວິໄລເອີຍ ! ” ຂ້ອຍຄິດຢູ່ໃນໃຈ

“ ໄປ໊ ອອກໄປນອກເທາະ ! ຂ້ອຍຮູ້ສຶກວ່າຢາກກິນເຂົ້ານະ !!! ” ນາງກະຊິບໃສ່ຫູຂອງຂ້ອຍ

“ ໄປກໍໄປ ຂ້ອຍກໍຢາກກິນນ້ຳຄືກັນ ! ”

ຈາກນນັ້ນຂ້ອຍກັບນາງກໍພາກັນບຽດຄົນອອກໄປ ມືຂອງນາງຈັບແຂນຂ້ອຍໄວ້ຢ່າງແຫນ້ນ “ ຂໍໂທດໆ ! ຂໍທາງແດ່ ” ນາງທັງເວົ້າ ທັງຍ່າງໄປເລື້ອຍໆ ໃນທີ່ສຸດກໍຫລຸດພົ້ນອອກຈົນໄດ້. ນາງຫາຍໃຈຍາວບາດຫນຶ່ງ ກ່ອນທີ່ຈະເວົ້າຂຶ້ນວ່າ

“ ຄົນຫລາຍເອົາແທ້ເອົາວ່າເນາະ ! ຢູ່ໃນຮ້ອນກໍຮ້ອນ ພໍອອກມາຢູ່ນອກພັດຫນາວ ”

ຂ້ອຍແກ້ເສື້ອກັນຫນາວຂອງຂ້ອຍໃຫ້ນາງ ແລ້ວເວົ້າກວນນາງຫລິ້ນໆ

“ ເອົາເສື້ອ ! ບຶດຫນຶ່ງຫນາວຕາຍຊ້ຳ ! ຮູ້ວ່າອາກາດຫນາວກໍຍັງບໍ່ນຸ່ງເສື້ອຍາວມາ ! ຜູ້ຍິງນໍ່ຜູ້ຍິງຢ້ານແຕ່ບໍ່ງາມ ”

ນາງກົ້ມລົງຫນ້ອຍຫນຶ່ງ ແລ້ວຫົວອິໆ

“ ຍອມຮັບແລ້ວແມ່ນບໍ ? ວ່າຂ້ອຍງາມ ”

“ ໃຜວ່າເຈົ້າງາມ ! ຂ້ອຍກໍເວົ້າໄປຊື່ໆຫັ້ນແຫລະ ! ”

ຂ້ອຍຢາກຢຸດເວລາໄວ້ຢູ່ບ່ອນນີ້ດົນໆ, ຂ້ອຍຢາກຢູ່ກັບນາງ, ບໍ່ຢາກໃຫ້ນາງໄປຈາກຂ້ອຍ ເພາະຂ້ອຍຍັງບໍ່ຮູ້ວ່າຜ່ານຄືນນີ້ໄປແລ້ວ ມື້ອື່ນຈະເກີດຫຍັງຂຶ້ນກັບເຮົາສອງຄົນ. ຕະຫລອດ 4 ປີ ທີ່ຂ້ອຍຮູ້ຈັກນາງ ແລະ ຮຽນນຳກັນມາ ຂ້ອຍຮູ້ສຶກວ່າມີຄວາມສຸກເວລາທີ່ໄດ້ຢູ່ໃກ້ນາງ ແຕ່ ຂ້ອຍບໍ່ໄດ້ເອີ່ຍປາກບອກໃຫ້ນາງຮູ້ວ່າ ຂ້ອຍຮັກນາງ ເພາະຂ້ອຍຮູ້ດີວ່າລະຫວ່າງຂ້ອຍກັບນາງມັນຄົງຈະເປັນໄປບໍ່ໄດ້ ຖ້າທຽບໃສ່ທາງຖານະຄອບຄົວແລ້ວມັນແຮງໄປກັນໃຫຍ່ ບາງເທື່ອຂ້ອຍກໍຍັງຄິດກັບຕົວເອງວ່າ “ ຖ້າຂ້ອຍບໍ່ຮູ້ ຈັກນາງຄົງຈະດີ ແລະ ຈະບໍ່ເຮັດໃຫ້ຂ້ອຍເຈັບປວດພຽງນີ້ ! ສະຫວັນນໍ່ສະຫວັນ ” ແຕ່ກົງກັນຂ້າມບາງເທື່ອຂ້ອຍກໍຄິດວ່າ “ ຂ້ອຍໂຊກດີທີ່ໄດ້ຮູ້ຈັກກັບນາງ ແລະ ນາງເຮັດໃຫ້ຂ້ອຍຮູ້ຈັກເຖິງຄວາມຮັກ, ຄວາມເຈັບປວດ ແລະ ຍິ້ມຫົວໄປນຳໆກັນ, ນາງໃຫ້ກຳລັງໃຈຂ້ອຍຕະຫລອດມາ ”. ຕອນນີ້ຂ້ອຍສັບສົນ, ຂ້ອຍໂຊກດີ ຫລື ໂຊກຮ້າຍທີ່ໄດ້ຮູ້ຈັກກັບນາງ. ຍິ່ງວ່າເວລາຜ່ານໄປນານເທົ່າໃດຂ້ອຍກໍຮູ້ສຶກວ່າຂ້ອຍຈະຮັກນາງຫລາຍຂຶ້ນເທົ່ານັ້ນ. ແຕ່ແລ້ວ ມາວັນຫນຶ່ງຂ່າວຮ້າຍກໍເກີດຂຶ້ນກັບຊີວິດຂອງຂ້ອຍ ເມື່ອຂ້ອຍຮູ້ຂ່າວວ່າແມ່ຂອງຂ້ອຍໄດ້ລົ້ມປ່ວຍກະທັນຫັນເຖິງຂັ້ນເຂົ້າໂຮງຫມໍຜ່າຕັດ ຄອບຄົວຕ້ອງການໃຊ້ເງິນຫລວງຫລາຍເພື່ອປິ່ນປົວຮັກສາແມ່ ແລະ ຂ້ອຍກໍບໍ່ຮູ້ວ່າຈະຊ່ອຍແມ່ໄດ້ແນວໃດດີ ຂ້ອຍຈິ່ງຕັດສິນໃຈໄປຈາກຄວາມຝັນ, ຈາກຄົນທີ່ຂ້ອຍຮັກດ້ວຍຄວາມທຸກທໍລະມານ ແລະ ດ້ວຍຄວາມຈຳເປັນ ຂ້ອຍຕ້ອງອອກຈາກມະຫາວິທະຍາໄລເພື່ອຊອກຫາເຮັດວຽກຫາເງິນເພື່ອຊ່ອຍກູ້ຊີວິດແມ່ ທັ້ງໆທີ່ຂ້ອຍກໍຈະຮຽນຈົບແລ້ວຍັງອີກປີດຽວ ການທີ່ຂ້ອຍອອກຈາກມະຫາວິທະຍາໄລໃນຄັ້ງນີ້ຂ້ອຍບໍ່ໄດ້ບອກໃຫ້ລີນາຮູ້ນຳເພາະຂ້ອຍບໍ່ຢາກໃຫ້ນາງຮູ້ເລື່ອງກ່ຽວກັບຕົວຂ້ອຍ. ຕອນນີ້ນ້ຳຕາຂອງຂ້ອຍຄ່ອຍໆໄຫລອອກມາຈາກເບົ້າຕາທັງສອງກ້ຳ , ຂ້ອຍຈຳເປັນຕ້ອງອອກຈາກມະຫາວິທະຍາໄລ ແລະ ຄົນທີ່ຂ້ອຍຮັກ ທັ້ງໆທີ່ຂ້ອຍບໍ່ຢາກຈາກໄປເລີຍ ແຕ່ຊີວິດຂອງແມ່ສຳຄັນກວ່າ “ ລີນາ ຂ້ອຍຂໍໂທດ ! ທີ່ອອກຈາກມະຫາວິທະຍາໄລ ໂດຍບໍ່ໄດ້ບອກເຈົ້າ ! ຂ້ອຍສັນຍາວ່າຈະບໍ່ມີວັນລືມເລື່ອງລາວຕ່າງໆກ່ຽວກັບເຮົາ ! ຂ້ອຍບໍ່ຢາກຈາກເຈົ້າເລີຍ ແຕ່ ວ່າຈຳເປັນ !!! ຂໍໃຫ້ເຈົ້າໂຊກດີ ແລະ ຕັ້ງໃຈຮຽນໃຫ້ຈົບ ! ລາກ່ອນ ” ຂ້ອຍ​ເວົ້າຄ່ອຍໆ​ຄົນດຽວ ກ່ອນທີ່ຈະຍ່າງອອກຈາກຮົ້ວມະຫາວິທະຍາໄລແຫ່ງຊາດ.


ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

ຮີດສິບສອງ ຄອງສິບສີ່

“ຮີດ” ​ແລະ“ຄອງ” ມີ​ຄວາມ​ໝາຍ​ໃກ້​ຄຽງ​ກັນ ​ແຕ່​ບໍ່​ແມ່ນ​ອັນ​ດຽວ​ກັນ. ຄຳ​ວ່າ “ຮີດ” ​ແມ່ນ​ໝາຍ​ເຖິງ​ສິ່ງ​ທີ່​ໄດ້​ປະພຶດ​ປະຕິບັດ​ກັນ​ມາ​ເປັນ​ເວລາ​ດົນ​ນານ, ສ່ວນ​ຄຳ​ວ່າ “ຄອງ” ໝາຍ​ເຖິງ​ກົດຫຼື​ແນວທາງ​ທີ່​ວາງ​ໄວ້​ເພື່ອ​ປະຕິບັດ​ຕາມ. ​ເມື່ອ​ເຮົາ​ເອົາ “ຮີດ” ​ແລະ “ຄອງ” ມາ​ລວມ​ເຂົ້າກັນ ຈະ​ກາຍ​ເປັນ​ຄຳ​ວ່າ​ “ຮີດຄອງ” ທີ່​ມີ​ຄວາມ​ໝາຍວ່າ: “​ແນວທາງ​ການ​ປະ​ພຶດປະຕິບັດ​ທີ່​ສືບ​ທອດ​ກັນ​ມາ​ເປັນ​ເວລາ​ດົນ​ນານ”.

    “ຮີດ​ສິບ​ສອງ​ຄອງ​ສິບ​ສີ່” ​ແມ່ນ​ແນວທາງ​ການ​ປະພຶດ​ປະຕິບັດ​​ ທີ່​ເຈົ້າຟ້າ​ງຸ່ມມະຫາລາດ ​ໄດ້​ກຳນົດ​ຂຶ້ນ ພາຍຫຼັງທີ່​ທ້ອນ​ໂຮມບັນດາ​ຫົວ​ເມືອງ​ລາວ​ເຂົ້າ​ເປັນ​ອານາຈັກ​ລ້ານ​ຊ້າງ​ເອກະ ​ພາບ. ຈຸດປະສົງ​ກໍ​ແມ່ນ​ເພື່ອ​​ໃຫ້​ປະຊາ​ຊົນ​ທີ່​ເຊື່ອ​ຖື​ຜີ​ສາງ​ນາງ​​ໄມ້​ທີ່​ ງົມງວາຍ ​ໃຫ້​ມານັບຖື​ສາສະໜາ​ພຸດ ​ໂດຍ​ມີ​ແນວທາງປະຕິບັດ ຄື ຮີດ​ສິບ​ສອງ​ຄອງ​ສິບ​ສີ່​ແທນ.

ຮີດ​ສິບ​ສອງ

​     ໃນ​ແຕ່ລະ​ເດືອນ​ຂອງ​ປີ​ໜຶ່ງ ຈະ​ມີ​ການ​ເຮັດບຸນ​ປະ​ເພນີ​ຂອງ​ພຸດທະ​ສາສະ​ນິກະ​ຊົນ​ທີ່​ແຕກ​ຕ່າງ​ກັນ​ໄປ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ສິ່ງ​ສັກສິດ ທີ່​ຊ່ວຍ​ໃຫ້​ຕົນ​ເອງ​ມີ​ຊີວິດການ​ເປັນ​ຢູ່​ທີ່​ດີ. ຮີດ​ສິບ​ສອງ​ປະກອບ​ມີ:

1. ​ເດືອນ​ຈຽງ (​ເດືອນ​ໜຶ່ງ) ບຸນ​ນິມົນ​ພະສົງ​ເຂົ້າກຳ

2. ​ເດືອນ​ຍີ່ (​ເດືອ​ນສອງ) ​ເຮັດບຸນ​ລານ​ເຂົ້າ ຫຼືບຸນຄຸນ​ເຂົ້າ, ບາງ​ທ້ອງ​ຖິ່ນ​ຍັງ​ເອີ້ນ​ວ່າ ບຸນ​ກອງ​ເຂົ້າກໍ​ມີ.

3. ​ເດືອນ​ສາມ ​ເຮັດບຸນ​ເຂົ້າຈີ່

4. ​ເດືອນ​ສີ່ ​ເຮັດບຸນ​ພະ​ເວດ

5. ​ເດືອນ​ຫ້າ ​ເຮັດບຸນ​ສົງ​ພະ ຫຼືບຸນປີ​ໃໝ່​ລາວ

6. ​ເດືອນ​ຫົກ ​ເຮັດບຸນ​ບັ້ງ​ໄຟ

7. ​ເດືອນ​ເຈັດ ​ເຮັດບຸນ​ບ້ານ ຫຼືບຸນ​ລ້ຽງ​ຜີ​ມະ​ເຫ​ສັກ​ຫຼັກ​ເມືອງ

8. ​ເດ​ືອນ​ແປ​ດ ບຸນ​ເຂົ້າພັນ​ສາ

9. ​ເດືອນ​ເກົ້າ ບຸນ​ຫໍ່​ເຂົ້າປະດັບ​ດິນ

10. ​ເດືອນສິບ ບຸນ​ຫໍ່​ເຂົ້າສະຫຼາກ

11. ​ເດືອນ​ສິບ​ເອັດ ບຸນ​ອອກ​ພັນ​ສາ

12. ​ເດືອນ​ສິບ​ສອງ ບຸນ​ທອດ​ກະຖິນ
 

ຄອງ​ສິບ​ສີ່

      ຄອງ​ສິບ​ສີ່​ໝາຍ​ເຖິງ​ຂໍ້​ກຳນົດ 14 ຂໍ້ ທີ່​ປະຊາຊົນ​ລາວ​ເຮົາ ​ຖື​ເປັນ​ທຳນຽມ​ປະຕິບັດ​ມາຕັ້ງ​ແຕ່​ດົນ​ນານ ​ແລະ​ໃນ​ປັດຈຸບັນ​ກໍ​ຍັງ​ເຊື່ອ​ຖື​ຢູ່ ​ແຕ່​ອາດ​ຈະ​ບໍ່​ເຂັ້ມງວດ ຫຼືບາງ​ຂໍ້​ ​ໃນ​ບາງ​ທ້ອງ​ຖິ່ນ​ກໍ​ປ່ອຍ​ວາງ​ໄປ​ແລ້ວ. ຄອງ​ສິບ​ສີ່​ມີ​ຄື:

1. ຢ່າ​ຢຽບ​ເງົາ​ຂອງ​ພະສົງ ຫຼືຜູ້​ມີ​ສິນ​ບໍລິສຸດ

2. ຢ່າ​ເອົາ​ອາຫານ​ເຫຼືອ ຫຼື​ເງື່ອນ ​ໄປ​ໃຫ້​ພະສົງ​ສັນ

3. ຢ່າ​ເສບ​ກາ​ມະ​ຄຸນ​ໃນ​ມື້​ວັນ​ສິນ, ວັນ​ເຂົ້າພັນ​ສາ, ວັນ​ມາຄະ​ບູຊາ, ວັນ​ວິສາຂະບູຊາ ​ແລ​ະວັນ​ກຸດ​ສົງການ​ຢ່າງ​ເດັດຂາດ.

4. ​ເມື່ອ​ພະສົງ​ກາຍ​ມາ​ໃຫ້​ນັ່ງລົງ, ນົບ​ມື​​​ໄຫວ້ ​​​ແລ້ວຈຶ່ງ​ຄ່ອຍ​ຍ່າງ​ກາຍ ຫຼືຈຶ່ງຄ່ອຍ​ລົມ​ນຳ​ເພິ່ນ.

5. ມື້​ພະສົງ​ເຂົ້າກຳ ​ໃຫ້ມີດ​ອກ​ໄມ້​ທູບ​ທຽນ ​ແລະ​​ເຄື່ອງ​ບໍລິຂານ​ໄປ​ທານ​ຮ່ວມ​ເພິ່ນ.

6. ກ່ອນ​ຈະ​ເຂົ້ານອນ​ໃຫ້​ອາບນ້ຳ ຫຼືລ້າງ​ຕີນ​ເສຍ​ກ່ອນ

7. ​ເມື່ອ​ເຖິງ​ວັນ​ສິນ​ດັບ​-ສິນ​ເພັງ ​ໃຫ້​ເຮັດບຸນ​ໃສ່​ບາດ ຫຼືນິມົນ​ພະສົງ​ມາ​ສູດ​ມຸງ​ຄຸນ​ເຮືອນ.

8. ​ເມື່ອ​ເຖິງ​ວັນ​ສິນ​ເພັງ​ໃຫ້​ແຕ່ງຂັນ​ດອກ​ໄມ້ ທູບ​ທຽນ ​ໄປ​ສົມ​ມາ​ຜົວ​ຂອງຕົນ

9. ​ເມື່ອ​ພະສົງ​ສາມະ​ເນນ​ມາ​ບິນທະບາດ ຢ່າ​ໃຫ້​ເພິ່ນ​ຄອຍ​ຖ້າ, ​ເວລາ​ປ່ອນ​ບາດ​ຢ່າ​ໃຫ້​ມື​ຊູນ​ບາດ ຫຼືຊູນ​ຖືກ​ພະສົງ​ສາມະ​ເນນ, ຍາມ​ປ່ອນ​ບາດ​ຢ່າ​ໃສ່​ໝວກ, ​ຢ່າ​ເອົາ​ຜ້າ​ປົກ​ຫົວ, ຢ່າ​ໃສ່​ເກີບ, ຢ່າ​ອຸ້ມ​​ເດັກນ້ອຍ, ຢ່າ​ຖື​ມີດ​ຖື​ພ້າ ຫຼືຢ່າ​ຖື​ອາວຸດ​ໃດໆ.

10. ​ເມື່ອ​ຮອດ​ວັນ​ສິນ 8 ຄ່ຳ, 14 ຫຼື 15 ຄ່ຳ ​ໃຫ້​ພາກັນ​ສົມ​ມາ​ກ້ອນ​ເສົ້າ, ​ແມ່ຂັ້ນ​​ໄດ ​ແລະ​ປະຕູ​ເຮືອນ.(ປັດຈຸບັນ ຢູ່​ຊົນນະບົດ​ບາງ​ບ່ອນ​ຍັງ​ປະຕິບັດ​ຢູ່).

11. ກ່ອນ​ຈະ​ຂຶ້ນ​ເຮືອນ​ໃຫ້​ລ້າງ​ຕີນ​ສາກ່ອນ.

12. ​ໃຫ້​ພາກັນ​ເຮັດ​ຮົ້ວອ້ອມ​ວັດ​ແລະ​ບ້ານ​ເຮືອນ​ຂອງ​ຕົນ​ໃຫ້​ດີ.

13. ​ເມື່ອ​ເຖິງ​ລະດູ​ການ​ເກັບ​ກ່ຽວ​ຜົນລະ​ປູກ ຢ່າ​ຟ້າວ​ກິນ​ກ່ອນ ​ໃຫ້​ເອົາ​ໄປ​​ເຮັດ​ບຸນ​ໃຫ້​ທານ​ແກ່​ຜູ​້ມີ​ສິນ​ກ່ອນ ​ແລ້ວ​ຈຶ່ງ​ຄ່ອຍ​ກິນ.(ຕົວຢ່າງ: ຍາມ​ເຂົ້າ​ໃໝ່ ກໍ​ເອົາ​ໄປ​ບູຊາ ຫຼື​ໃສ່​ບາດ​ກ່ອນ, ​ແລ້ວ​ຈຶ່ງ​ຄ່ອຍ​ກິນ).

14. ຢ່າ​ພາກັນ​ລັກ​ໂລບ​ຕາຊິງ, ຢ່າ​ພາກັນ​ຈ່າຍ​ເງິນ​ແດງ ​ແປງ​ເງິນ​ຄວ່າງ, ຢ່າ​ກ່າວ​ຄຳ​ຫຍາບຊ້າ​ ກ້າ​ແຂງ ຕໍ່​ກັນ​ແລະ​ກັນ.
ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ປາ​ນິນ​ຜັດ​ເຜັດ

ເຄື່ອງ​ປຸງ

ຊີ້ນ​ປາ​ນິນ​ຫຼືບ​ເອົາ​ແຕ່​ຊີ້ນ ຊອຍ​ເປັນ​ຕ່ອນ​ບາງໆ ​ລວກ​ສຸກ 200 ຂີດ ຫົວຜັກທຽມຊອຍ 1/2 ບ່ວງ

ຜັກ​ບົວລະພາ​ເດັດ​ເປັນ​ໃບ 10 ໃບ ນ້ຳ​ຕານ​ 1 ບ່ວງ​ກາ​ເຟ

ໝາກ​ເຜັດ​ແດງ​ຊອຍ​ສະຫຼຽງ​ບາງໆ 1 ໜ່ວຍ ນ້ຳ​ປາ 2 ບ່ວງ

ໝາກ​ເຜັດ​ເຫີ່ມ​ເຫລືອງ ຊອຍ​ສະຫຼຽງ​ບາງໆ 1 ໜ່ວຍ ນ້ຳ​ມັນ​ພືດ 1 ບ່ວງ

ໝາກ​ເຜັດ​ຊອຍ 1 ບ່ວງ ນ້ຳ​​ແກງ 3 ບ່ວງ

 

ວິທີ​ເຮັດ

1. ໃສ່​ນ້ຳ​ມັນ​ພືດ​ລົງ​ໃນ​ໝໍ້ ຕັ້ງ​ໄຟ​ຈົນ​ຮ້ອນ​ໃສ່​ໝາກ​ເຜັດ​ຊອຍ ຫົວ​ຜັກ​ທຽມ​ຊອຍ​ຜັດ​ພໍ​ຫອມ​ ໃສ່​ຊີ້ນປາ​ລົງ​ໄປ

2. ​ໃສ່​ນ້ຳ​ແກງ ປຸງ​ລົດ​ດ້ວຍ​ນ້ຳ​ປາ ນ້ຳ​ຕານ​ ຄົນ​ໃຫ້​ທົ່ວ ໃສ່​ໃບ​ບົວລະ​ພາ ໝາກ​ເຜັດ​ທີ່​ຊອຍ​ສະຫຼຽງ ຄົນ​ຄ່ອຍໆ ​ໃຫ້​ເຂົ້າ​ກັນ ຕັກ​ໃສ່​ຈານ​ພ້ອມ​ແຊບ​ໄດ້​ແລ້ວ​ເດີ່!!

ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ຄຳວ່າ " ທຸກ "

    • ທຸກ​ເພິ່ນບໍ່ວ່າດີ ມີເພິ່ນຈັ່ງວ່າພີ່ນ້ອງ ລຸງປ້າຈັ່ງວ່າຫຼານ
    • ທຸກ​ຄອບ​ປາກ ຍາກ​ຄອບ​ທ້ອງ ເຄີຍ​ແລ້ວ​ຢູ່​ບໍ່​ເປັນ
    • ທຸກ​ບໍ່ມີເສື້ອຜ້າ ຝາ​ເຮືອນ​ເພ​ກະ​ພໍ​ຢູ່ ທຸກ​ບໍ່ມີເຂົ້າ​ຢູ່​ທ້ອງ ນອນ​ລີ້​ຢູ່​ບໍ່ເປັນ
    • ທຸກ​ກາຍ​ຢູ່​ໄດ້ ທຸກ​ໃຈ​ຢູ່​ຍາກ
    • ທຸກ​ໃຫ້​ລ້ຽງ​ມ້າ ກຳ​ພ້າ​ໃຫ້​ລ້ຽງ​ໝູ
    • ບໍ່ທຸກບໍ່ຍາກ ບໍ່ອຶດບໍ່ຢາກ
    • ມີ​ເງິາເວົ້າ​ໄດ້ ມີ​ໄມ້​ເຮັດ​ເຮືອນ​ງາມ
    • ມີ​ເງິນໃຫ້​ເພິ່ກູ້ ມີ​ຊູ້​ໃຫ້​ເພີ່ນ​ຫລິ້ນ (ນີ້​ກະ​ທຸກ)
    • ສຸກ​ເພາະ​ມີ​ເຂົ້າ​ກິນ ສຸກເພາະ​ມີ​ດິນ​ຢູ່
      ສຸກ​ເພາະ​ມີ​ຄູ່ນ​ອນ​ນຳ ສຸກ​ເພາະ​ມີ​ຄຳ​ເຕັມ​ໄທ່ ສຸກ​ເພາະ​ມີ​ເຮືອນ​ໃຫຍ່​ມຸງ​ແປ້ນ​ກະ​ດານ ສຸກ​ເພາະ​ຫລານ​ຫລາຍ​ນັ່ງ​ເຝົ້າ
    • ຢາກ​ທຸກ​ໃຫ້ເປັນ​ນາຍ​ຄົນ ຢາກ​ສາ​ລະ​ວົນ​ໃຫ້​ເອົາ​ເມຍ​ນ້ອຍ
    • ຢາກ​ຈົນ​ໃຫ້​ຂີ້​ຖີ່ ຢາກ​ມີ​ໃຫ້​ທານ
    • ຢາກ​ທຸກ​ໃຫ້ເປັນ​ນາຍ ຢາກ​ສະບາຍໃຫ້ເປັນແຫຼ້ງ
    • ຢາກ​ທຸກ​ໃຫ້​ຄ້າ​ຄວາຍ ຢາກ​ລວຍ​ໃຫ້​ຄ້າ​ໂບກ​ຄ້າ​ເບ້ຍ
    • ຢາກ​ມີ​ຫລາຍ​ມັນ​ໄຮ້ ຢາກ​ໄດ້​ຫລາຍ​ມັນ​ຕາຍ
    • ຢາກ​ມີ​ໃຫ້​ຍືມ​ເງິນເພິ່ນໄປຄ້າ ຢາກ​ຂຶ້ນ​ຟ້າ​ໃຫ້​ຂ້າ​ເຈົ້າ​ເອົາ​ຂອງ
    • ທຸກ​ຍາກ​ຮ້າຍ ເຂາະ​ຂອດ​ແລງ​ງາຍ​ກໍ​ດີ ຢ່າ​ໄດ້​ລືມ​ຄຳ​ສັດ ທ່ຽງ​ຈິງ​ຄຳ​ໝັ້ນ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄຳສຸພາສິດອັງກິດ ພ້ອມຄຳແປ

“The secret of success in life is to be ready for your opportunity when it comes.”
ຄວາມ​ລັບ​ຂອງ​ຄວາມ​ສຳ​ເລັດ​ຄື​ຕຽມ​ຕົວ​ໃຫ້​ພ້ອມ​ຢູ່​ສະເໝີ​ສຳລັບ​ໂອ​ກາດ​ທີ່​ມາ​ເຖິງ


“He who loses money, loses much; He who loses a friend, loses more; He who loses faith, loses all.”

ພວກເຂົາ.. ຜູ້​ສູນ​ສິ້ນ​ຊັບ​ສິນ​ໄປ
ພວກເຂົາ.. ສູນ​ເສຍ​ຫລາຍ​ເຫລືອ​ເກີນ
ພວກເຂົາ.. ຜູ້​ສູນ​ສິ້ນ​ເພື່ອນ​ໄປ
ພວກເຂົາ.. ສູນ​ເສຍ​ຫລາຍກວ່າ
ພວກເຂົາ.. ຜູ້​ສູນ​ສິ້ນ​ຄວາມ​ສັດ​ທາ
ພວກເຂົາ.. ຜູ້​ນັ້ນ.. ສູນ​ເສຍ​ຍິ່ງ​ກວ່າ​ໃຜ​ໆ


“No bird soars too high if he soars with his own wings.”
ບໍ່​ມີ​ນົກ​ຕົວ​ໃດ​ບິນ​ສູງ​ເກີນ​ໄປ​ຖ້າ​ມັນ​ບິນ​ດ້ວຍ​ປີກ​ຂອງ​ມັນ​ເອງ


“Obstacles are those frightful things you see when you take your eyes off your goals.”
ອຸປະສັກ​ຄື​ສິ່ງ​ທີ່​ໜ້າ​ຕົກ​ໃຈ​ກໍ​ຕໍ່​ເມື່ອ​ເຈົ້າ​ບໍ່​ໄດ້​ມອງ​ໄປ​ທີ່​ຈຸດ​ໝາຍ​ປາຍ​ທາງ


“The only man who never makes mistakes is the man who never does anything.”

ຄົນທີ່​ບໍ່​ເຄີຍ​ເຮັດ​ຜິດ​ຄື​ຄົນທີ່​ບໍ່​ໄດ້​ເຮັດຫຍັງ​ເລີຍ


“Even a Step back can be fatal.”
ແມ່ນແຕ່​ການ​ກ້າວ​ຖອຍ​ຫລັງ​ກໍ​ອາດ​ເຖິງ​ແກ່​ຊີວິດ​ໄດ້

Some dream of worthy accomplishments, while others stay awake and do them.”
ບາງ​ຄົນ​ຝັນ​ທີ່​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ຢ່າງ​ງາມ​ຫລູ ໃນ​ຂະນະ​ທີ່​ບາງ​ຄົນ​ກຳ​ລັງ​ລົງ​ມື​ກະທຳ


“Great minds discuss ideas; Average minds discuss events; Small minds discuss people.”
ຈິດ​ໃຈ​ທີ່​ຍິ່ງ​ໃຫຍ່​ວິ​ພາກ​ວິ​ຈານຄວາມ​ຄິດ ຈິດ​ໃຈ​ສາ​ມັນ​ວິ​ພາ​ກວິ​ຈານ​ເຫດການ ແຕ່​ຈິດ​ໃຈ​ທີ່​ຕ່ຳ​ຕ້ອຍ​ນັ້ນ​ວິ​ຈານພຽງ​ຜູ້​ຄົນ


“If you always do what interests you, then at least one person is pleased.”
ຖ້າ​ເຈົ້າ​ລົງ​ມື​ເຮັດ​ໃນ​ສິ່ງ​ທີ່​ເຈົ້າ​ສົນ​ໃຈ​ຢູ່​ສະເໝີ ຢ່າງ​ຫນ້ອຍ​ຈະ​ມີ​ຄົນ​ຄົນ​ໜຶ່ງ​ທີ່​ພໍ​ໃຈ



“There is Nothing so Sweet as Love’s Young Dreams!”
ບໍ່​ມີ​ສິ່ງ​ໃດ​ຈະ​ຫອມ​ຫວານ​ເທົ່າ​ກັບ​ຄວາມ​ຝັນ​ໃນ​ໄວ​ເຍົາ


“To follow, without halt, one aim: There is the secret of success.”
ເຄັດ​ລັບ​ຂອງ​ຄວາມ​ສຳ​ເລັດ​ຄື​ການເດິນທາງ​ຢ່າງ​ຕໍ່​ເນື່ອງ​ໄປ​ສູ່​ຈຸດ​ມຸ້ງ​ໝາຍ


There is a magnet in your heart that will attract true friends. That magnet is unselfishness,thinking of others first. When you learn to live for others, they will live for you.
ມີ​ແມ່​ເຫລັກ​ຢູ່ໃນ​ຫົວ​ໃຈ​ຂອງ​ເຈົ້າ ຊຶ່ງ​ຈະ​ດຶງ​ດູດ​ມິດ​ແທ້ ແມ່​ເຫລັກ​ຊະນິດ​ນີ້​ຄື ຄວາມ​ບໍ່​ເຫັນ​ແກ່​ຕົວ ແລະ​ ການ​ຄິດ​ເຖິງ​ຄົນ​ອື່ນ​ກ່ອນ ເມື່ອ​ເຈົ້າ​ຮຽນ​ຮູ້​ທີ່​ຈະ​ຢູ່​ເພື່ອ​ຄົນ​ອື່ນ ພວກ​ພວກເຂົາ​ກໍ​ຈະ​ຢູ່​ເພື່ອ​ເຈົ້າ


Remember to always dream. More importantly to make those dreams come true and never give up.
ຈົ່ງ​ຝັນ​ຢູ່​ສະເໝີ ທີ່​ສຳຄັນ​ຫລາຍ​ໄປ​ກວ່າ​ນັ້ນ​ຄື ເຮັດ​ຄວາມ​ຝັນ​ນັ້ນ​ໃຫ້ເປັນ​ຄວາມ​ຈິງ ແລະ​ຢ່າ​ຍອມ​ພ່າຍແພ້


“You get the best out of others when you give the best of yourself.”
“ເຈົ້າ​ຈະ​ໄດ້ຮັບ​ສິ່ງ​ທີ່​ດີ​ທີ່ສຸດ​ຂອງ​ຄົນ​ອື່ນ ເມື່ອ​ເຈົ້າ​ໄດ້​ໃຫ້​ສິ່ງ​ທີ່​ດີ​ທີ່ສຸດ​ຂອງ​ເຈົ້າ​ໄປ”



ເອົາເທົ່ານີ້ກ່ອນນໍ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ຜະ​ຫຍາ​ກ້ຽວ​ພາ​ລາ​ສີ​ໂຕ້​ຕອບ​ໜຸ່ມ​ສາວ

 

 

(ຊາຍ).... ສຸກສະ​ບາຍ​ໝັ້ນ​ສະເໝີ​ມັນ​ເຄືອ​ເກົ່າ​ບໍ່ນໍ່ ທັງ​ພໍ່​ແມ່​ພີ່​ນ້ອງ​ສະ​ບາຍ​ຖ້ວນ​ຢູ່​ສູ່​ຄົນ​ບໍ່​ເດ

 

(ຍິງ).... ນ້ອງ​ນີ້ ສຸກ​ສະ​ບາຍ​ໝັ້ນ ສະເໝີ​ມັນ​ເຄືອ​ເກົ່າ​ອ້າຍເອີຍ ທັງ​ພໍ່​ແມ່​ພີ່​ນ້ອງ​ສະບາຍພ້ອມ​ສູ່​ຄົນ

 

(ຊາຍ).... ອ້າຍ​ນີ້​ຢາກ​ຖາມ​ຂ່າວ​ນ້ຳ ຖາມ​ຂ່າວ​ເຖິງ​ປາ ຖາມ​ຂ່າວ​ນາ ຢາກ​ຖາມ​ຂ່າວ​ເຖີງ​ເຂົ້າ ອ້າຍ​ຢາກ​ຖາມ​ຂ່າວ​ນ້ອງ​ວ່າ​ມີ​ຜົວ​ແລ້ວ​ຫລື​ບໍ່​ ຫລື​ວ່າ​ມີ​ແຕ່​ຊູ້ ຜົວ​ຊິຊ້ອນ​ຫາກ​ບໍ່ມີ

 

(ຍິງ).... ໂອນໍ່ອ້າຍ​ເອີຍ ນ້ອງ​ນີ້​ປອດ​ອ້ອຍ​ຊ້ອຍ​ສະເໝີ​ດັ່ງ​ຕອງ​ຕັດ ພັດ​ແຕ່​ເປັນ​ຍິງ​ມາ​ບໍ່ມີຊາຍ​ຊິມາ​ກ້ຽວ ພັດ​ແຕ່​ສອນ​ລອນ​ຂຶ້ນ​ບໍ່ມີ​ເຄືອ​ກ້ຽວ​ພຸ່ມ ພັດ​ແຕ່​ເປັນ​ພຸ່ມ​ໄມ້​ເຄືອ​ຊິກ້ຽວ​ກໍ່ບໍ່ມີ

 

(ຊາຍ).... ນ້ອງ​ຢ່າ​​ຕິ​ຖະແຫຼງເວົ້າ ເອົາ​ເລົາ​ມາ​ປູກ ບໍ່ແມ່ນເຊື້ອຊາດອ້ອຍກິນໄດ້ກໍ່ບໍ່ຫວານ

 

(ຍິງ).... ຄັນ​ບໍ່ຈິງນ້ອງບໍ່ເວົ້າ ຄັນບໍ່ເອົານ້ອງບໍ່ວ່າ ຄັນບໍ່ແມ່ນທ່ານ້ອງບໍ່ໄລ່ຄວາຍລົງ ຄັນແມ່ນຕີລົງແລ້ວຖອຍຄືນມັນຊິຍາກ ມັນຊິລຳບາກນ້ອງທຽວຫຍຸ້ງຢູ່ບໍ່ເຊົາ

 

(ຊາຍ).... ອ້າຍ​ນິ້ ເປັນ​ດັ່ງ​ອາ​ຊາ​ໄນ​ມ້າ ເດິນທາງ​ຫິວ​ຫອດ ມາ​ພໍ້​ນ້ຳ​ສ້າງ​ແລ້ວ​ໃນ​ຖ້ຳ​ກະ​ສ່ອງ​ດາຍ ກາຍ​ໄປ​ແລ້ວ ຜັດ​ຄືນ​ມາ​ກົ້ມ​ສ່ອງ ຢາກ​ກິນ​ກະ​ກິນ​ບບໍ່ໄດ້ ເລຍ​ລິ້ນ​ຢູ່​ເປົ່າ​ດາຍ

(ຍິງ).... ນ້ອງ​ນີ້​ເປັນ​ດັ່ງ​ເຮືອ​ຄາ​ແກ້ງ ເສົາ​ປະ​ດົງ​ຄຸງ​ຫາດ ຫາ​ຜູ້​ຄຶດ​ຊ່ອຍ​ແກ້ ໃຫ້​ຫາຍ​ຮ້ອນ​ກະ​ບໍ່ມີ

ໄຂ​ກະ​ໄຂ​ມາ​ຖ້ອນ​ໄຂ​ແປວ​ປ້ານ​ເປ່ງ ຄັນ​ບໍ່ໄຂ​ເປ່ງ​ທ້າງ​ທາງ​ນັ້ນ​ສິ​ຂາດ​ເຂີນ

ຄຳ​ປາກ​ເຈົ້າ​ບອກວ່າ​ໄຫລ​ໄຫລ ຫົວ​ໃຈ​ເຈົ້າ​ບອກວ່າ​ລ້ຽວ​ລ້ຽວ

ເຈົ້າ​ຫາກ​ຝັງ​ກ່ຽວ​ໄວ້​ໃນ​ຫັ້ນ​ໝື່ນ​ດວງ ບໍ່ຮູ້

ຄອງ​ກິນ​ນ້ອງ​ຊ້າງ​ສາມ​ປີ​ຂີ້​ບໍ່​ອອກ ຄອງ​ເອົາ​ລູກ​ພະ​ເຈົ້າ​ເລີຍ​ຊິເຖົ້າ​ແກ່​ຕາຍ

ຄອງ​ກິນ​ນ້ອງ​ຊ້າງ​ສາມ​ປີ​ຂີ້​ບໍ່​ອອກ ອອກ​ແຕ່​ຂີ້​ກຳ​ພ້າ​ສາມ​ກ້ອນ​ທໍ່​ສາ​ລາ

ຄາວ​ເມື່ອ​ເວົ້າ​ໝາຍ​ຊິ​ເອົາ​ມາ​ຈີ່ ບາດ​ວ່າ​ມາ​ຮອດ​ແລ້ວ​ສັງ​ບໍ່​ປິ້ງ​ຈີ່​ກິນ

ຄາວ​ເມື່ອ​ເວົ້າ​ແຕ່​ກີ້​ ວ່າ​ຊິຕົບ​ແຜ່ນ​ແປ້ນ​ແປນ​ມື​ໃຫ້​ນາງ​ນັ່ງ ບາດ​ວ່າ​ມາ​ຮອດ​ແລ້ວ​ຈຳ​ໃຫ້​ນັ່ງ​ໜາມ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຜະຫຍາຈີບສາວ

 

- ອ້າຍນີ້ຄິດຮອດນ້ອງ ນອນບໍ່ອິ່ມເຕັມຕາ ນາງເອີຍ

ຜະຫວາເຫັນແຕ່ຄົນຄັກ ຈ່ອຍເຫຼືອງຈົນເປັນໄຂ້

- ຄັນນ້ອງຄິດຮອດອ້າຍ ໃຫ້ນາງເບິ່ງເດືອນດາວ

ອັນວ່າແສງຕາເຮົາ ຊິຈວບກັນຢູ່ເທິງຟ້າ

- ນ້ອງຜູ້ແພຜືນກວ້າງ ປູມາໃຫ້ມັນເຫຼື່ອມ ແດ່ແມ໋

ນ້ອງເຫຼື່ອມອ້າຍ ອ້າຍເຫຼື່ອມນ້ອງ ໃຫ້ປານຟ້າເຫຼື່ອມດິນ

- ນ້ຳຕ້ອງຕາດ ຄືນ້ອງແກວ່ງຫຼາ ແທ້ເດ

ນ້ຳຕ້ອງພູຕ້ອງຜາ ຄືພະນາງແກວ່ງອິ້ວ

ບາດວ່າຟ້າຍິກຄິ້ວ ຄືນ້ອງຊິຍ່າງມາ

- ຄັນບໍ່ໄດ້ເຫັນຫນ້າ ເຫັນຫຼັງຄາກໍພໍຢູ່

ເຫັນແຕ່ເສື້ອພາດແຈ ເຫັນແຕ່ແພພາດຮົ້ວ

ຍິນສຽງຫົວຢູ່ບ້ານ ກໍປານໄດ້ນັ່ງນຳ ນ້ອງເອີຍ!

- ພໍ່ແມ່ອ້າຍ ຢາກໄດ້ນ້ອງ ເມືອເປັນລູກໃພ້ກົກ ເພື່ອສືບແນນໝໍ້ຂາງ ນາງເອີຍ

ພໍ່ແມ່ຊາຍ ເພິ່ນນັ້ນຢາກໄດ້ນາງ ເມືອເປັນລູກໃພ້ກາງເພື່ອສືບແນນໝໍ້ຫ້າ

ພໍ່ແມ່ຮຽມ ຢາກໄດ້ສາວຄຳນາງ ເມືອເປັນລູກໃພ້ຫຼ້າ ເພື່ອສືບໜໍ່ແທນແນວ ວ່າເດ

- ນ້ອງຜູ້ໄດ້ກິນຊີ້ນ ຢ່າລືມຍອດພັກພາ ເດີນ້ອງເດີ

ຄັນເຈົ້າໄດ້ກິນປາ ຢ່າລືມແກງໜໍ່ໄມ້ບ້ອນ

ບາດເຈົ້າມີຊູ້ຊ້ອນ ຢ່າລືມອ້າຍຜູ້ຢູ່ພອຍ ນີ້ເດີ

- ອ້າຍນີ້ ປຽບດັງຈອກຢູ່ນ້ຳ ຮາກຢັ່ງບໍ່ເຖິງດິນ ນາງເອີຍ

ໄຫຼວຽນໄປວຽນມາ ຮອດບໍ່ມີເຟືອຍຄ້າງ

ຄິດຢາກໄຫຼໄປຄ້າງ ຕັກພະນາງຊິໄດ້ບໍ່

ດຳຂໍ້ຫຼໍ້ຄືຈັ່ງອ້າຍ ນາງນ້ອງຊິເມດຕາ ບໍເດ

- ເຫັນອ້າຍດຳຂີ້ຫຼີ້ ຢ່າຟ້າວຂີເຮືອກາຍ ເດີນ້ອງ

ເຫັນອ້າຍດຳຄອຍລອຍ ຢ່າຊູ່ພາຍເຮືອເວັ້ນ

ບາດວ່າເຮືອຄາແກ້ງ ດຳຄອຍລອຍຊິໄດ້ຊ່ອຍ

ຄັນບໍ່ໄດ້ຊ່ອຍຍູ້ ຍັງຊິໄດ້ຊ່ອຍພາຍ ຫັ້ນໄດ໋

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ບັນຫາພາສິດ

    • ກາ​ກິນ​ປິງ​ໄປ​ຄາ​ຄໍ​ແຮ້ງ ເຮືອ​ຄາ​ແກ້ງ​ໄປ​ຫລົ່ມ​ເຄີ່ງ​ວັງ
    • ກົກ​ບໍ່​ເຕື້ອງ​ຕິງ​ຕາຍ​ຕັ້ງ​ແຕ່​ງ່າ ງ່າ​ບໍ່ເຕື້ອງສັງໄປເຫຼື້ອງຕັ້ງແຕ່ໃບ
    • ກຳ​ສັງ​ໂອ້ ໂອ​ທອງ​ສັງ​ມາ​ແຕກ ບາດ​ກະ​ໂປະ​ໝາກ​ພ້າວ​ສັງ​ມາ​ໝັ້ນ​ກວ່າ​ໂອ
    • ເກົ້າ​ຊິຂ້າ​ສິບ​ຊິຂ້າ​ໃຫ້​ເອົາ​ແກ່ນ​ຄະ​ຍູງ​ຕີ ຢ່າ​ໄດ້​ເອົາ​ບາ​ລີ​ຕ່ອຍ​ຕີ​ຕາງ​ຄ້ອນ
    • ເກັບ​ເຫັດ​ໃຫ້​ເຈົ້າ​ແຍງ​ລົງ​ຫ້ວຍ ຢາກ​ໄດ້​ຜັກ​ພີພວຍ​ໃຫ້​ເຈົ້າ​ແຍງ​ລົງ​ບຸ່ງ
      ຢາກ​ໄດ້​ກຸ້ງ​ພາຍ​ຂ້ອງ​ຂຶ້ນ​ງ່າຍາງ ຢາກ​ເປັນ​ຂຸນ​ນາງ​ເກືອກ​ຂີ້​ໝິ່ນ​ໝໍ້
      ຢາກ​ເປັນ​ຄົນ​ສໍ້ຫຼໍ້ໃຫ້​ເຂົ້າ​ວັດ​ຈຳ​ສິນ
    • ຢາກກິນເຂົ້າໃຫ້ປູກໃສ່ພະລານຫິນ ຢາກຖືສິນໃຫ້ຂ້າພໍ່ຕີແມ່ ຢາກໃຫ້ມີຄົນແວ່ໃຫ້ຂ້າໝູ່ດຽວກັນ ຢາກໃຫ້ມີສັນສັນໃຫ້ນອນດິນເກືອກຂີ້ຝຸ່ນ ຢາກໃຫ້ອຸ່ນໃຫ້ອາບນ້ຳຍາມໜາວ ຢາກກິນປາຂາຍໃຫ້ແບກແຫຂຶ້ນໂຄກ ຢາກກິນໄກ່ຜູ້ໂ ອກໃຫ້ແບກຕຸ້ມລົງໜອງ.
    • ຄຶດເລິກໆ ຄືປາຊິວລອຍ ຄຶດຕື້ນໆ ຄືຮາກບົວຢື້ຢັ່ງ
      ຄຶດ​ໃຫ້​ມັນ​ຖ່ອງ​ ຖອງ​ບາ​ລີ​ໃຫ້​ມັນ​ແຕກ ຫຍ້ຳ​ແຫລກໆ ເສຍ​ແລ້ວ​ຈັ່ງ​ຄ່ອຍ​ກືນ
    • ໄຊ​ຫຼາງຫຼ້າ ບໍ່​ໝານ​ປາ​ຖືກ​ແຕ່​ເຕົ່າ ໄປ​ຢາມ​ແຕ່​ເຊົ້າໆ ​ຄຳ​ພໍ້​ວ່າ​ແມ່ນ​ໂພນ
    • ໃດໆ ມີ​ແຕ່​ຫຍ້າ​ທາງ​ໜ້າ​ໄຊ​ມີ​ແຕ່​ຫຍຸ້ງ​ຮາກ​ໄຜ່ ທາງ​ໃນ​ມີ​ແຕ່​ຫຍຸ້ງ​ຄື​ກຸ້ງ​ຊິແກວ່ນ​ດີ
    • ຕາ​ດີ​ໄປ​ຄ້ອງ​ຊ້າງ​ສາມ​ຄືນ​ມາ​ເປົ່າ ຕາບອດ​ໄປ​ຄ້ອງ​ຊ້າງຄາວ​ມື້​ຂີ່​ມາ
    • ບ້ານ​ເມືອງ​ຂ້ອນ​ຂຸນ​ກວານ​ຍາດ​ໄພ່ ເມືອງ​ຂວາ​ໄດ້​ໄກ່​ໂຈ້ນ​ເມືອງ​ຊ້າຍ​ໄດ້​ໄກ່​ຍອງ
      ເມືອງ​ຊອງ​ໄດ້​ໄກ່​ແຈ້ ຄາວ​ນີ້​ພ່າຍໄພ່​ເມືອງ
    • ເປັນ​ສັງ​ພາ​ກັນ​ໂຕນ​ລົງ​ນ້ຳ​ຫາ​ກິນ​ຕັ້ງ​ແຕ່​ເຕົ່າ ສັງ​ບໍ່​ຂຶ້ນ​ໂຄກ​ກວ້າງ​ຫາ​ຊ້າງ​ຄ່າ​ແພງ
    • ໄປ​ບໍ່​ກັບ ຫລັບ​ບໍ່ຕື່ນ ຟື້ນບໍ່ມີ ໜີບໍ່ມົ້ມ ກົ້ມບໍ່ຫວິດ
    • ພັດ​ແຕ່​ເປັນ​ມັນ​ອີ​ອ້ອນ​ໃຜ​ກະ​ຊອນ​ສຽມ​ໃສ່ ພັດ​ແຕ່​ເປັນ​ມັນ​ອີ​ມູ້​ໃຜ​ກະ​ຫິ້ວ​ກະ​ຕ່າ​ກາຍ
    • ຜັກ​ຫົມ​ຫ້ຽນ​ກາງ​ທາງ​ເຈົ້າ​ຢ່າ​ຟ້າວ​ຍ່ຳ ບາດ​ຫ່າ​ຖອດ​ຍອດ​ຂຶ້ນ​ຍັງ​ສິ​ໄດ້​ກ່າຍ​ເກີນ
    • ໄມ້​ລຳ​ດຽວ​ລ້ອມ​ຮົ້ວ​ບໍ່ໄຂວ່ ໄພ່ບໍ່​ພ້ອມ​ແປງບ້ານບໍ່ເຮືອງ
    • ສັ້ນ​ຂໍ້​ຫຼໍ້ມືຢື້ບໍ່ເຖິງ ສູງ​ເຈວ​ເວວ​ຊົ່ວ​ສາ​ມວາ​ຮີ້ນ
    • ສອງ​ເຂືອ​ເຖົ້າ​ເຮັດ​ນາ​ກາງ​ໂຄກ ປີ​ບໍ່​ໂຊກ​ໄດ້​ສາມ ປີ່​ງາມ​ໄດ້​ສີ່ ປີ​ບໍ່​ໄດ້​ດີ້​ໆ ຂາຍ​ໃຫ້​ສູ່​ຄົນ
    • ຫາບບໍ່ໜັກ ຕັກບໍ່ເຕັມ ເຄັມບໍ່ຈືດ ມືດບໍ່ແຈ້ງ
    • ອັດສະຈັນ​ໃຈ​ແຂ້​ຫາງ​ຍາວບໍ່ໄດ້ຮອງນັ່ງ ບາດ​ກະ​ຕ່າຍ​ຫາງ​ກ້ອມໆ ສັ່ງ​ມາ​ໄດ້​ນັ່ງ​ຮອງ
    • ໃຫ້​ເອົາ​ຍາວ​ໆໄວ້​ຄື​ຫົງຄຳຄາບ​ເຕົ່າ ຢ່າ​ໄດ້​ເຮັດ​ອຸ້ງ​ປຸ້ງ​ຄື​ຮຸ້ງ​ຄາບ​ງູ
      ໃຫ້​ເອົາ​ຍາວ​ໄວ້​ຄື​ສິນ​ໄຊ​ຖາງໄຮ່ ປີ​ນີ້​ໄດ້ແຕ່ປ້ຳ ປີ​ໜ້າ​ຈັ່ງ​ຄ່ອຍຮອນ
    • ກຳ​ຂີ້​ດີກວ່າ​ກຳ​ຕົດ ຫຳ​ຫົດ​ດີກວ່າ​ຄວາຍປຽກ
    • ບໍ່​ເປັນ​ນາຍ​ຢ່າ​ເວົ້າ​ການ​ເມືອງ ບໍ່​ໄດ້​ຕົດ​ໃສ່​ຜ້າ​ເຫລືອງ​ຢ່າ​ເວົ້າ​ການ​ວັດ
    • ສະ​ໜຸກ​ໃນ​ເມືອງ​ຟ້າ​ມີ​ແຕ່​ແດດ​ກັບ​ຝົນ ສະ​ໜຸກ​ໃນ​ເມືອງ​ຄົນ​ມີ​ແຕ່​ກິນ​ກັບ​ຫລິ້ນ
    • ບໍ່ໄດ້ນ້ອງ​ຊາດ​ນີ້​ຊິໜີ​ໄປ​ບວດ​ເປັນ​ສົງ ຊົງ​ສິກ​ຂາ​ຢູ່​ກຸ​ຕິ​ນອນ​ແລ້ງ
      ເອົາ​ໃຫ້​ຫົວ​ຫອມ​ແຫ້ງ​ເຖິງ​ຍາມ​ແລງ​ຕັກ​ນ້ຳ​ຈຸ່ມ ໃຫ້​ຊຸ່ມຢູ່​ເລື້ອຍໆ​ຄວາມ​ແຫ້ງ​ບໍ່ໃຫ້ມີ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ເບິ່ງ​ແຍງ​ຜິວ​ໃນ​ຍາມໜາວ

ອາ​ກາດ​ເຢັນ​ເປັນ​ບາງມື້ ແລະ​ບາງ​ພື້ນ​ທີ່​ຄື​ໃນ​ໄລຍະ​ນີ້ ສາວໆ ຫລາຍໆ ຄົນ​ຄົງ​ຈະ​ບໍ່​ພົ້ນການ​ເປັນຫ່ວງ​ເລື່ອງ​ຜິວ​ງາມ​ຂອງ​ຕົນ​ແນ່ນອນ ເພາະ​ໃນ​ລະດູ​ໜາວ​ທີ່​ອາ​ກາດ​​ເຢັນໆ ແຫ້ງໆ ແບບ​ນີ້​ນີ້​ແຫລະ ຕົວ​ການເຮັດໃຫ້​ຜິວ​ແຕ​ກອອ ຫລື​ຜິວ​ໜ້າ​ເປັນ​ຂຸຍ​ໄດ້​ດີ​ຂະໜາດ​ເລີຍ ມື້​ນີ້​​ແສນ​ສຸກ​ດັອດ​ຄອມ​ກໍ​ເລີຍ​ມີ​ວິທີ​ເບິ່ງແຍງ​ຜິວ​ໃນ​​ລະດູ​ໜາວ​ມາ​ຝາກ​ສາວໆ ໃຫ້​ໄດ້​ນຳ​ເອົາ​ໄປ​ໃຊ້​

1. ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ດ້ວຍ​ເບ​ບີ້​ອອຍຫລື​ນ້ຳ​ມັນ​ໝາກ​ພ້າວ​ຫລັງ​ອາບນ້ຳ ຂະນະ​ທີ່​ຕົວ​ຍັງ​ປຽກ ໂດຍ​ໃຊ້​ເບ​ບີ້​ອອຍຫລື​ນ້ຳ​ມັນ​ໝາກພ້າວ​ພຽງ 4-5 ຢອດ ທາ​ໃຫ້​ທົ່ວ​ຜິວ​ກາຍ ແລ້ວ​ເຊັດ​ດ້ວຍ​ຜ້າ​ຂົນ​ໜູ​ຕາມ​ປົກຕິ ຄວາມ​ມັນ​ຂອງ​ເບ​ບີ້​ອອຍ ​ຫລື​ນ້ຳ​ມັນ​ໝາກພ້າວ​ຈະ​ຄົງ​ຢູ່​ເທິງ​ຜິວ ແລະ​ນອກ​ຈາກ​ຈະ​ເຮັດໃຫ້​ຜິວ​ນຸ່ມ​ຊຸ່ມ​ຊື່ນ​ແລ້ວ​ຍັງມີ​ກິ່ນ​ຫອມ​ອ່ອນໆ ທີ່​ແສນ​ຈະ​ຜ່ອນ​ຄາຍນຳ​ອີກ

2. ດື່ມ​ນ້ຳ​ຫຼາຍ ເພາະ​ຜິວ​ທີ່​ຊຸ່ມ​ຊື່ນ​ນັ້ນ​ບໍ່​ໄດ້​ມາ​ຈາກ​ການ​ເບິ່ງແຍງ​ພາຍນອກ​ພຽງ​ຢ່າງ​ດຽວ ແຕ່​ມາ​ຈາກ​ການ​ເບິ່ງແຍງ​ຈາກ​ພາຍ​ໃນ​ດ້ວຍ ການ​ດື່ມ​ນ້ຳ​ຫຼາຍໆ ນີ້​ແຫລະ​​ທີ່​ເຮັດໃຫ້​ຜິວ​ແຫ້ງ​ໄດ້​ຍາກ​ໃນ​ລະດູ​ໜາວ

3. ມອຍເຈີໄລ​ເຊີປ້ອງ​ກັນ​ຜິວ​ໜ້າລອກ​ເປັນ​ຂຸ ລອງ​​ເອົາ​ມອຍ​ເຈີ​ໄລ​ເຊີ​ທີ່​ບໍ່​ມັນ​ຫລາຍ ແລະ​ຊຶມ​ຊາບ​ສູ່​ຜິວ​ໄດ້​ດີ​ມາ​ໃຊ້​ ເພື່ອ​ເຮັດໃຫ້​ຜິວ​ຂອງ​ທ່ານ​ບໍ່​ແຫ້ງ​ຕະຫລອດ​ລະດູ​ໜາວ

4.ະຄຣັບ​ຜິວ​ອາທິດ​ລະ 2 ​ເທື່ອ ເພື່ອ​ເປັນ​ການ​ຜັດ​ເຊນຜິວ​ເກົ່າ ເຜີຍ​ຜິວ​ໃໝ່​ທີ່​ສະຫວ່າງ​ໃສ ໂດຍ​ສະຄຣັບ​ທີ່​ໃຊ້​ຄວນ​ເປັນ​ສະຄຣັບ​ສູດ​ອ່ອນ​ໂຍນ ເພື່ອ​ໃຫ້​ບໍ່​ທຳລາຍ​ຜິວ​ຫລາຍ​ເກີນ​ໄປ


5. ທາ​ຄີມ​ກັນ​ແດດ​ກ່ອນ​ອອກຈາກ​ເຮືອນ​ທຸກ​​ເທື່ອ ເພາະ​ບໍ່​ວ່າ​ລົມ​ໜາວ​ຈະ​ເຮັດໃຫ້​ທ່ານເພີດ​ເພີນ​ກັບ​ແສງ​ແດດ​ອຸ່ນ​ຢ່າງໃດ ລັງສີ UV ກໍ​ສາມາດ​ຊຶມ​ຜ່ານ​ຜິວ​ເຂົ້າໄປ​ທຳລາຍ​ຜິວ​ຂາວ​ງາມ​ຂອງ​ທ່ານໄດ້​ຢ່າງ​ງ່າຍ​ດາຍ

6. ຢ່າ​ລືມ​ທາ​ໂລ​ຊັ່ນ​ກ່ອນ​ເຂົ້າ​ນອນ​ທຸກຄືນ ໃຫ້​ໂລ​ຊັ່ນ​ໄດ້​ເຂົ້າໄປ​ບຳ​ລຸງ​ຜິວ​ແລະ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ຜິວ​ ພ້ອມ​ທັງ​ປ້ອງ​ກັນ​ບໍ່​ໃຫ້​ອາ​ກາດ​ໜາວ​ເຮັດໃຫ້​ຜິວ​ແຫ້ງ​ແລະ​ແຕກ​​ໄດ້

ແລະ ນັ້ນ​ກໍ​ຄື​ວິທີ​ງ່າຍໆ ທີ່​​ເອົາ​ມາ​ຝາກ​ກັນ​ໃນ​ມື້​ນີ້ ເພາະ​ລະດູ​ໜາວ​ມັກ​ຈະ​ເຮັດໃຫ້​ສາວໆ ຜິວ​ແຕກ​ໄດ້​ສະເໝີ ດັ່ງ​ນັ້ນ ຢ່າ​ໄດ້​​ເຜີ​ໃຈ ​ແມ່ນ​ອາ​ກາດ​ຈະ​ເຢັນ​ສະບາຍ​ກໍ​ຕາມ​ເດີ້ ຜູ້​ສາວ​ເດີ້

ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ການ​ເລືອກ​ສີ​ເຄື່ອງນຸ່ງ ຕາມ​ວັນເກີດ

            ນອກຈາກ​ຮູບ​ແບບ​ຄວາມ​ທັນ​ສະໄໝ​ຂອງ​ເສື້ອ​ຜ້າ ແລະ​ເສັ້ນ​ໃຍ​ທີ່​ນຸ່ມ​ນວນ ນຸ່ງ​ສະບາຍ​ແລ້ວ ສີ​ສັນ​ຂອງ​ເສື້ອ​ຜ້າ​ກໍ​ເປັນ​ອີກ​ໜຶ່ງ​ຢ່າງ​ທີ່​ເຮົາ​ບໍ່​ຄວນ​​ເບິ່ງຂ້າມ ເພາະ​ສາດ ໃນ​ການ​ເລືອກ​ໃສ່​ເສື້ອ​ຜ້າ​ສີ​ສັນ​ຕ່າງໆ ຕາມ​ວັນເກີດ​ທີ່​ມີ​ມາ​ແຕ່​ບູຮານ​ກວ່າ 700 ປີ ຕັ້ງ​ແຕ່​ສະໄໝ​ບູຮານ. ນອກ​ຈາກ​ຄວາມ​ເປັນ​ສິ​ລິ​ມຸງຄຸນ​ແລ້ວ ຍັງ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມຫມັ້ນ​ໃຈ​ໃນ​ການ​ດຳ​ເນີນ​ຊີວິດ​ປະຈຳວັນ​ຢ່າງ​ມີ​ຄວາມ​ສຸກ​ໄດ້​ອີກ​ດ້ວຍ

 

 

             ສຳລັບ​ຜູ້​ທີ່​ເກີດ​ວັນອາທິດ

 

             ອາດຈະ​ໃຊ້​ສີ​ແດງ ສີ​ສົ້ມ ຫລື​ສີ​ອື່ນໆ ມາ​ປະກອບ ເພື່ອ​ໃຫ້​ເກີດ​ຄວາມ​ມີ​ສິ​ລິມຸງຄຸນ​ ສຳລັບ​ຊີວິດ ບໍ່ແມ່ນ​ສະເພາະ​ສີ​ປະຈຳວັນ​ຢ່າງ​ດຽວ ຄວນ​ຈະ​ເລືອກນຸ່ງ​ເສື້ອ​ຜ້າ ດ້ວຍ​ໂທນ​ສີ​ແດງ ທັງ​ແດງ​ສົດ ແດງ​ເຂັ້ມ ລວມ​ທັງ​ຊົມ​ພູ ສົ້ມ ຫລື​ແສດ ຈະ​ຊ່ວຍ​ໃຫ້ຄົນ​ເກີດ​ວັນນີ້​ຮູ້ສຶກ​ສົດ​ຊື່ນ

 

             ສ່ວນ​ສີ​ຄຳ ຄີມ ແລະ​ຂຽວ ຈະໃຫ້​ຄວາມ​ເປັນມຸງ​ຄຸນ​ໃນ​ເລື່ອງ​ຂອງ​ໂຊກລາບ

 

 

             ສຳລັບ​ຜູ້​ທີ່​ເກີດ​ວັນຈັນ

 

             ຜູ້ທີ່​ເກີດ​ມື້​ນີ້ ມີ​ນິ​ໄສ​ອ່ອນ​ໂຍນ ອ່ອນ​ຫວານ ນຸ່ມ​ນວນ ແຕ່​ຂີ້​ໃຈ​ນ້ອຍ​ໄປ​​ແດ່ ພະຍາຍາມ​ຢ່າ​ຄິດ​ຫຼາຍ ເພາະ​ອາດ​ເຮັດໃຫ້​ມີ​ເລື່ອງ​ຫງຸດ​ຫງິດ​ບໍ່​ສະບາຍ​ໃຈ ແຕ່​ກໍ​ເປັນ​ຄົນ​ດີ​ມີ​ນ້ຳ​ໃຈ ແລະ​ມີ​ສະ​ເໜ່ ​ຕົວ​ເອງ​ເປັນ​ພິເສດ

 

             ສີ​​ເຄື່ອງນຸ່ງ​ທີ່​ຄວນ​ນຸ່ງຄື ເຫລືອງ ຄຳ ໄຂ່​ໄກ່ ຄີມ ຟ້າ ເພາະ​ຈະ​ມີ​ຜູ້ໃຫຍ່​ໃຫ້​ຄວາມ​ຊ່ວຍເຫລືອ​ສະໜັບສະໜູນ

 

             ສີ​ຂຽວ ໝາຍ​ເຖິງ​ການ​ເລື່ອນ​ຕຳແໜ່ງ ຄວາມ​ດຸ​ໝັ່ນຂັນ​ແຂງ ຫລື​ຄວາມ​ກະ​ຕື​ລື​ລົ້ນ​ໃນ​ການເຮັດວຽກງານ

 

              ສ່ວນ​ສີ​ມ່ວງ ຈະ​ໝາຍ​ເຖິງໂຊກລາບ

 

              ສະຫລຸບ​ແລ້ວ​ສີ​ທີ່​ເໝາະ​ສຳລັບ​ຄົນ​ເກີດ​ວັນຈັນ​ຫລາຍ​ທີ່ສຸດ​ກໍ​ຄື ເຫລືອງ ເຫລືອງ​ຄຳ ໄຂ່​ໄກ່

 

 

              ສຳລັບ​ຜູ້​ທີ່​ເກີດ​ວັນອັງ​ຄານ

 

              ເປັນ ຄົນທີ່​ມີ​ຈິດ​ໃຈ​ເຂັ້ມແຂງ ໂດດ​ດ່ຽວ ຕັດ​ສິນ​ໃຈ​ຫຍັງ​ດ້ວຍ​ຕົວ​ເອງ ເປັນ​ຄົນ​ກົງ​ໄປ​ກົງ​ມາ ມີ​ຄວາມຍຸດຕິທຳ​ເປັນ​ທີ່ສຸດ ທີ່​ສຳຄັນ​ຄື​ເປັນ​ຄົນ​ຮັກ​ດຽວ​ໃຈ​ດຽວ ແລະ​ຮັກ​ຄອບຄົວ​ເປັນ​ທີ່ສຸດ

 

              ຜູ້​ທີ່​ເກີດ​ວັນນີ້​ຄວນ​ເລືອກ​ນຸ່ງ​ເຄື່ອງ​ສີ ຊົມ​ພູ ແດງ ສົ້ມ ຂຽວ ເປັນ​ພິເສດ ເພາະ​ເປັນ​ສິລິ​ມຸງຄຸນ ແລະ​ຈະ​ເຮັດໃຫ້​ຄົນ​ເກີດ​ວັນອັງ​ຄານ​ເບິ່ງ​ອ່ອນ​ຫວານ​ນຸ່ມ​ນວນ ແລະ​ເບິ່ງ​ເປັນ​ທຳມະຊາດ​ຫລາຍ​ຍິ່ງ​ຂຶ້ນ ນອກ​ຈາກ​ນີ້​ສີ​ຊົມ​ພູ ແລະ​ແດງ ຍັງ​ໝາຍ​ເຖິງ​ໂຊ​ກລາບ​ອີກ​ດ້ວຍ

 

 

             ສຳລັບ​ຜູ້​ທີ່​ເກີດ​ວັນພຸດ

 

             ເປັນຄົນທີ່​ມີ​ສະ​ເໜ່ ແລະ​ມີ​ສະຕິປັນຍາ​ປະຕິ​ພານ ຄຳ​ເວົ້າ​ຄຳ​ຈາ​ຂອງ​ຜູ້​ທີ່​ເກີດ​ວັນພຸດ​ນັ້ນ​ຖື​ວ່າ​ມີສະ​ເໜ່ຫລາຍ ບໍ່​ວ່າ​ຈະ​ເປັນ​ຍິງ​ຫລື​ຊາຍ ໃຜ​ໄດ້​ຟັງ​ຮັບຮອງ​ວ່າ​ຕ້ອງ​ເຄີບ​ເຄີ້ມ​ຕາມ​ໄປ​ນຳ​ແນ່ນອນ

 

            ສີ​ຂຽວ​ນອກ​ຈາກ​ຈະ ເປັນ​ສີ​ປະຈຳວັນ​ແລ້ວ ກໍ​ຍັງ​ເປັນ​ສີ​ແຫ່ງ​ໂຊ​ກລາບ​ຂອງ​ຄົນ​ວັນ​ພຸດ​ອີກ​ດ້ວຍ ບໍ່​ວ່າ​ຈະ​ເປັນ ຂຽວ​ອ່ອນ ຂຽວ​ແກ່ ຂຽວ​ໃບ​ໄມ້ ລວມ​ທັງ​ສີ​ທຳມະຊາດ ຂອງ​ສາຍ​ລົມ​ແລະ​ແສງ​ແດດ ກໍ​ຖື​ເປັນ​ສີ​ແຫ່ງ​ສິ​ລິ​ມຸງຄຸນ ທີ່​ຈະ​ຊ່ວຍ​ເສີມ​ສ້າງ​ພະລັງ​ຊີວິດ​ໃຫ້​ກັບ​ຜູ້​ທີ່​ເກີດ​ວັນພຸດ​ໄດ້​ເປັນ​ຢ່າງ​ດີ

 

 

             ສຳລັບ​ຜູ້​ທີ່​ເກີດ​ວັນ​ພະຫັດ

 

             ຄົນທີ່​ເກີດ​ວັນພະ​​ຫັດ ພວກເຂົາ​ບອກວ່າ​ເປັນ​ຜູ້​ທີ່​ມີ​ທຳ​ມະສູງ ຊື່ສັດ ຮັກ​ດຽວ​ໃຈ​ດຽວ ທີ່​ສຳຄັນ​ຄື​ມີ​ຄວາມ​ເປັນ​ຜູ້​ນຳ ເປັນ​ຜູ້​ທີ່​ຄິດ​ໄປ​ເຖິງ​ອະນາຄົດ ວາງ​ແຜນ​ໄກ ແລະ​ມີ​ສະ​ເໜ່ໜ້ຄົ້ນ​ຫາ

 

             ສີ​ສົ້ມ ສີ​ຄຳ ສີ​ປະ​ກາຍ​ຕ່າງໆ ອີກ​ທັງ​ສີ​ນ້ຳ​ຕານ​ອ່ອນ ແລະ​ນ້ຳ​ຕານ​ແກ່ ກໍ​ເປັນ​ມຸງ​ຄຸນ​ກັບ​ຜູ້​ທີ່​ເກີດ​ວັນນີ້ ​ເຄື່ອງນຸ່ງ​ທີ່​ເລືອກ​ນຸ່ງຄວນ​ເປັນ​ສີ​ສົ້ມ ແສດ ທອງ ເພາະ​ເປັນ​ທີ່​ຈະ​ນຳ​ເລື່ອງ​ດີໆ ມາສູ່​ຕົວ​ທ່ານ

 

 

             ສຳລັບ​ຜູ້​ທີ່​ເກີດ​ວັນ​ສຸກ

 

             ຊື່ກໍ​ບອກ​ຢູ່​ແລ້ວ​ວ່າ​ເປັນ​ຄົນທີ່​ມີ​ຄວາມ​ສຸກ ສົດ​ຊື່ນ ລື່ນ​ລົມ ສົດ​ໃສ​ຕະຫລອດ​ເວລາ ມອງ​ໂລກ​ໃນ​ແງ່​ດີ ແລະ​ມີ​ອາລົມ​ຂັນ ເປັນສະ​ເໜ່ຢ່າງດີ​ໃຫ້ ທັງ​ກັບ​ເພດ​ກົງກັນຂ້າມ ແລະ​ເພດ​ດຽວ​ກັນ ໃຜ​ໆ ກໍ​ຢາກ​ທຳ​ຄວາມ​ຮູ້​ຈັກ​ກັບ​ຄົນ​ເກີດ​ວັນສຸກ​ທັງ​ນັ້ນ​ແຫລະ ເຖິງ​ຈະ​ເບິ່ງ​ໂລກ​ໃນ​ແງ່​ດີ ແລະ​ຄິດ​ການໄກ ແຕ່​ກໍ​ຕ້ອງ​ລະ​ວັງ​ກັບ​ອາລົມ​ທີ່​ປ່ຽນ​ແປງ​ງ່າຍ​ໄວ້​ນຳ

 

            ສີ​ທີ່​ໃຫ້​ຄວາມເປັນ​ມຸງຄຸນ​ຂອງ​ຄົນ​ເກີດ​ວັນນີ້​ຄື ສີ​ຟ້າ​ທຸກ​ແບບ ​ສາມາດ​ເລືອກ​ນຸ່ງ​ເຄື່ອງ​ໄດ້​ທຸກ​ສີ ແຕ່​ສີ​ທີ່​ນຳ​ໂຊກລາບ​ໄດ້​ດີ​ຄື ສີ​ຊົມ​ພູ ຟ້າ ແດງ ເຫລືອງ​ອ່ອນ ຂາວ ຄີມ ແລະ​ສີ​ທອງ

 

 

              ສຳລັບ​ຜູ້​ທີ່​ເກີດ​ວັນ​ເສົາ

 

              ເປັນຄົນທີ່​ມີ​ຄວາມ​ມຸ່ງໝັ້ນ ແລະ​ເຊື່ອ​ໝັ້ນ​ໃນ​ຕົວ​ເອງ​ສູງ ບໍ່​ຄ່ອຍ​ຍອມ​ໃຜ ມີ​ຄວາມ​ຂີ້​ໃຈ​ນ້ອຍ ຕ້ອງ​ລຸດ​ທິ​ຖິ​ລົງ​ນຳ ເນື່ອງ​ຈາກ​ເປັນ​ຄົນ​ກົງ​ໄປ​ກົງ​ມາ ສະ​ເໜ່ ຂອງ​ຄົນທີ່​ເກີດ​ມື້​ເສົາ ຄື ເປັນ​ຜູ້​ທີ່​ມີ​ຄວາມ​ເລິກ​ລັບ ໜ້າ​ຄົ້ນ​ຫາ ແລະ​ມີ​ຄວາມ​ເປັນ​ຕົວ​ຂອງ​ຕົວ​ເອງ​ສູງ

 

             ຖ້າ​ຢາກ​ໃຫ້​ຜູ້​ທີ່​ເກີດ​ວັນ​ນີ້​ມີ​ສະ​ເໜ່ ກໍ​ຕ້ອງ​ເລືອກ​ໃສ່​ເສື້ອ​ຜ້າ​ສີ​ມ່ວງ ທັງ​ມ່ວງ​ອ່ອນ ສີ​ຟ້າ ສີ​ນ້ຳ​ເງິນ​ເຂັ້ມ ຫລື​ຊົມ​ພູ ຈະ​ຊ່ວຍ​ສົ່ງ​ເສີມ​ໃຫ້​ຄົນ​ວັນ​ເສົາ​ເບິ່ງ​ມີ​ສະ​ເໜ່ ໜ້າ​ຮັກ ອ່ອນ​ຫວານ​ແລະ​ນຸ່ມ​ນວນ​ຂຶ້ນ ອີກ​ທັງ​ເຮັດໃຫ້​ຜູ້ໃຫຍ່​ໃຫ້​ການ​ສະໜັບສະໜູນ​ອີກ​ດ້ວຍ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບໍ່​ຜ່ານ​ລະດູຫນາວ ຈະ​ບໍ່​ເຫັນ​ຄຸນຄ່າ​ຂອງ​ ຄວາມ​ອົບ​ອຸ່ນ

 

           ຮອບ​ວຽນ​ຂອງ​ເວລາ​ໃນ​ປີ​ໜຶ່ງ​ຊ່າງ​ໄດ້​ສອນ​ອີ່​ຫຍັງ​ຫຼາຍຢ່າງ​ແກ່​ຄົນ​ເຮົາ. ​ແຕ່​ກໍ​ຂຶ້ນກັບ​ວ່າ​ແຕ່ລະຄົນ​ຈະ​ຢຸດ​ນິ້ງ​ເພື່ອ​ຮັບ​ເອົາບົດຮຽນ​ຈາກ​ເຫດການ​ຂອງທຳ​ມະ​ຊາດທີ່​ຜ່ານ​ເຂົ້າມາ​ຫຼືບໍ່. ປີ​ນີ້​ຄື​ກັນ​ກັບ​ປີ​ກາຍ ​ແລະ​ຄື​ກັບ​ປີ​ທີ່​ຜ່ານໆ ມາ ທີ່​ມີ​ທັງ​ລະດູຮ້ອນ(ລະດູຝົນ) ລະດູ​ແລ້ງ(ລະດູໜາວ) ​ແລະ​ກໍ​ຄົງ​ຈະ​ຜ່ານ​ໄປ​​​ຄື​ກັນ​ກັບ​ປີ​ທີ່​ຜ່ານ​ມາ. ​ເຊັ່ນ​ດຽວ​ກັນ​ກັບ​ຊີວິດ​ຂອງ​ຄົນ​ເຮົາ​ທີ່​ປຽບ​ເໝືອນ​ລົງ​ເຮືອ​ລຳ​ໜຶ່ງ​ແລ້ວ​ພາຍ​ໄປ​ຫາ​ຈຸດໝາຍ​ປາທາ​ງ ຍ່ອມ​ໄດ້​ຜ່ານ​ຄື້ນ, ຟອງ, ພະຍຸ, ​ເກາະດອນ, ​ແກ້ງ, ​ແກ່ວ, ຂອນ​ໄມ້, ​ໂງ່ນຫິນ ຫຼືຕາດ​ເຫວທີ່​ສູງ​ຊັນ ​ແຕ່​ໃນ​ຂະນະ​ດຽວ​ກັນ​ນາວາ​ຊີວິດ​ລຳ​ດັ່ງກ່າວ​ນີ້​ກໍ​ອາດ​ຈະ​ພົບ​ພໍ້​ກັບ​ວັງ​ນ້ຳ​ທີ່​​ໃສ​ເຢັນ, ມີ​ຮູບ​ທິວ​ທັດ​ທຳ​ມະ​ຊາດ​ອັນ​ສວຍ​ງາມ​ໃຫ້​ຊົມ ​ແລະ​ມີ​ປູ​ປາ​ເປັນ​ອາຫານ​ລ້ຽງ​ຊີບ.

            ຫຼາຍຄົນ​ທີ່​​ໂຊກ​ດີ​ ​ໄດ້​ເກີດ​ໃນ​ສະກຸນ​ອັນ​ສູງ​ສັກ ພຽບພ້ອມ​ໄປ​ດ້ວຍ​ວັດ​ຖຸສິ່ງ​ຂອງແລະ​ເງິນ​ຄຳ​ກຽດ​ຍົດ​ສັກ​ສີ. ​ເມື່ອ​ເຂົາ​ເຈົ້າ​ໄດ້​ເຕີບ​ໃຫຍ່​ຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ແສນ​ສະດວກ​ສະບາຍ​ຄື​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ບໍ່​ມີ​ໂອກາດ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ເມື່ອຍ​ຍາກ​ຂອງ​ການ​ອອກ​ແຮງ​ງານ, ບໍ່ສາມາດ​ຮັບ​ຮູ້​ເຖິງ​ລົດ​ຊາດ​ຂອງ​ຄວາມທຸກ​ຍາກ​ຂາດ​ເຂີນ... ຄື​ດັ່ງ​ຄຳ​ເວົ້າຂ້າງ​ເທິງ​ວ່າ “ບໍ່​ຜ່ານ​ລະດູທີ່​ເໜັບ​ໜາວ ຈະ​ບໍ່​ເຫັນ​ຄຸນຄ່າ​ຂອງ​ຄວາມ​ອົບ​ອຸ່ນ”.

            ບາງຄົນ​ເມື່ອ​ມີ​ເງື່ອນ​ໄຂ​ດີ ​ໄດ້​ຢູ່​ສະດວກ​ສະບາຍ​ແລ້ວ​ກໍ​ເພີດ​ເພີນ​ຈະ​ເລີ​ນ​ໃຈ​ຫຼົງ​ໃຫຼ​ໄປ​ກັບ​ສິ່ງ​ແວດລ້ອມຈົນ​ຫຼົງທາງ ​ເຮັດ​ໃຫ້​ບັ້ນ​ປາຍ​ຂອງ​ຊີວິດ​ຕົກ​ຕ່ຳ ​​​ເຖິງ​ຕອນ​ນັ້ນ​ເຂົາ​ຈຶ່ງ​ໄດ້​ຮູ້​ວ່າ​ລົດ​ຊາດ​ຂອງ​ຊີວິດ​ທີ່​ລຳບາກ​ເປັນ​ແນວ​ໃດ. ​​ເຊັ່ນ​ກັນ​ກັບ​ຄົນ​ທີ່​ກຳລັງ​ຕົກ​ລະກຳ​ລຳບາກ, ຫຼັງສູ້​ຟ້າ​ໜ້າ​ສູ້​ດິນ, ຂຸດ​ດິນ​ສິນ​ໄມ້, ກົ່ນ​ກົກ​ເລົາ​ເກົາ​ກົກ​ຫຍ້າ ​ເພື່ອ​ຫາ​ລ້ຽງ​ປາກ​ລ້ຽງ​ທ້ອງ ຫຼື​ເພື່ອ​ຄວາມ​ຈະ​ເລີ​ນກ້າວໜ້າ​ຂອງ​ຊີວິດ ​ເມື່ອ​ປະສົບ​ຜົນສຳ​ເລັດ​ເຂົາ​ເຈົ້າຈະ​ຮູ້ສຶກ​ວ່າ​ມີ​ຄວາມສຸກ​ທີ່​ແທ້​ຈິງ ​ເພາະ​ໄດ້​ຜ່ານ​ຄວາມທຸກ​ມາ​ຢ່າງ​ຫຼວງຫຼາຍ​ແລ້ວ.

            ດີ​ແລ້ວ​ທີ່​ທຳ​ມະ​ຊາດ​ໄດ້​ສ້າງ​ລະດູໜາວ​ມາ​ເພື່ອ​ໃຫ້​ມວນ​ມະນຸດ​ໄດ້ຮັບ​ຮູ້​​ເຖິງ​ຄຸນຄ່າ​ຂອງ​ລະດູ​ແຫ່ງຄວາມ​ອົບ​ອຸ່ນ​ ​ເພາະ​ເມື່ອ​ບໍ່​ມີ​ຄວາມ​ເໜັບ​ໜາວ​ແລ້ວ​ບໍ່​ຮູ້​ວ່າຈະ​ເອົາ​ອັນ​ໃດ​ມາ​ປຽບທຽບ​ວ່າຄວາມ​ເໜັບ​ໜາວ​ຄື​ຫຍັງ. ບັນດາ​ອຸປະສັກ​ທີ່​ຂວາງ​ທາງ ​ເປັນ​ດັ່ງ​ເຄື່ອງ​ອຸປະກອນ​ທີ່​ໃຫ້​ເຮົາ​ເຝິກຊ້ອມ​ເພື່ອ​ໃຫ້​ມີ​ທັກ​ສະ​ໃນ​ການ​ດຳ​ເນີ​ນຊີວິດ​ຕໍ່​ໄປ. ຄົນ​ເຮົາ​ຖ້າ​ບໍ່​ລົ້ມ​ຈະ​ຮູ້​​ໄດ້​ຈັ່ງ​ໃດ​ວ່າການ​ລຸກ​ມັນ​ເປັນ​ຈັ່ງ​ໃດ ລົ້ມ​ຫຼາຍໆ​ຄັ້ງ​ຈະບໍ່​ແມ່ນ​ຈະ​ເຮັດ​ໃຫ້​ມີ​ຄວາມ​ຊຳນານ​ໃນ​ວິທີ​ລຸກ​ທີ່​ວ່ອງ​ໄວ​ເທົ່າ​ນັ້ນ ຫາກ​ຍັງ​ສອນ​ໃຫ້​ຮູ້​ແມ່ນ​ແຕ່​ວິທີ​ລົ້ມ​ເພື່ອ​ບໍ່​ໃຫ້​ເຈັບ.