ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ: Jul. 9, 2008 - 11 ຄຳເຫັນ [ Comment ] - 0 trackback(s) [ Trackback ]
ກ່ອນອື່ນກະຂໍບອກກ່ອນເດີ້ວ່າ ມັນເປັນເລື້ອງທີ່ໄຮ້ສາລະ ແຕ່ຂຽນມານີ້ ກາເພື່ອແບ່ງປັນຮອຍຍິ້ມ ເດີ້ alt

ເລື້ອງທຳອິດ.........ຊື່ວ່າ ບຸນມີ ແຕ່ຕາບໍ່ເຖິງ
ໃນກຸ່ມບ້ານນ້ອຍໆແຫ່ງໜຶ່ງ ມີ ຫລວງພໍ່ ສອນສາສະໜາ Catholic  ຄົນໜຶ່ງ ຊຶ່ງວ່າ ນັບຖືພະຜູ້ເປັນເຈົ້າຫຼາຍ
ມື້ໜຶ່ງ ມີນ້ຳຖ້ວມໃຫຍ່ ທຸກຄົນໃນບ້ານນັ້ນ ຕ່າງກໍ່ພາກັນ ອົບພະຍົບໜີໝົດ ແຕ່ຫລວງພໍ່ນັ້ນ ຍັງສວດອ້ອນວອນຈາກພະຜູ້ເປັນເຈົ້າຢູ່
ເມື່ອລະດັບນ້ຳສູງຂຶ້ນ ມີຊາຍຄົນໜຶ່ງ ພາຍເຮືອມາເພື່ອມາຊ່ອຍ ຫລວງພໍ່ ແຕ່ຫຼວງພໍ່ປະຕິເສດແລ້ວເວົ້າວ່າ
ທ່ານໄປກ່ອນເຖີດ ແລ້ວພະເຈົ້າ ຈະມາຊ່ອຍເຮົາເອງ
ຫຼັງຈາກນັ້ນ ມີຊາຍອີກ 2 ຄົນ ພາຍເຮືອມາຊ່ອຍຄືກັນ ແຕ່ຫລວງພໍ່ກາຍັງເວົ້າຄຳເກົ່າ ແລະ ໃນທີ່ສຸດກໍ່ຈົມນ້ຳຕາຍ
ເມື່ອຕາຍໄປແລ້ວ ກໍໄດ້ພົບກັບພະເຈົ້າເທິງສະຫວັນ , ບາດແລ້ວ ຫລວງພໍ່ຖາມພະເຈົ້າວ່າ
ເປັນຫຍັງພະອົງບໍ່ມາຊ່ອຍຂ້ານ້ອຍລະ
ພະເຈົ້າໄດ້ຕອບໄປວ່າ ຂ້ອຍສົ່ງຄົນໄປຊ່ອຍເຈົ້າແລ້ວ ແຕ່ເຈົ້າ ປະຕິເສດ

ເລື້ອງທີສອງ...........ຊື່ວ່າ ເຕັມເບົ້າຕາ (ເລື້ອງນີ້ສັ້ນ)

ໃນເຮືອນຫຼັງໜຶ່ງ ພໍ່ຕາກຳລັງຖຽງກັບລູກເຂີຍ, ລູກເຂີຍໃຈຮ້າຍທີ່ຖືກພໍ່ຕາດ່າ ກາເລີຍໃຈຮ້າຍ ຈຶ່ງຊົກເຂົ້າໄປທີ່ໜ້າຂອງພໍ່ຕາຢ່າງສຸດແຮງ
ພໍ່ຕາ: ຫ້ວຍ ມຶງເປັນລູກເຂີຍກູ ມາຊົກກູແບບນີ້ ບໍ່ຖືກໄດ໋
ລູກເຂີຍ: ບໍ່ຖືກໄດ້ແນວໃດວະ ກາເຕັມເບົ້າຕາຫັ້ນເດະ alt


ເລື້ອງທີສາມ.........ຊື່ວ່າ ໂອ໊ຍຍຍ!! ງູກັດ
ນັກສຳຫຼວດສອງຄົນ ອອກໄປທັດສະນະໃນປ່າ, ບາດແລ້ວມີຄົນໜຶ່ງຮູ້ສຶກເຈັບທ້ອງ ຈຶ່ງໄປນັ່ງຖ່າຍໜັກໃນພຸ່ມໄມ້....ທັນໃດນັ້ນ ມີງູໂຕໜຶ່ງເລືອມາຕອດທີ່ກົ້ນລາວ, ຊາຍຄົນນັ້ນຮ້ອງສຽງເຫຼີຢ່າງຕົກໃຈ ແລະ ໝູ່
ກໍຮີບແລ່ນມາເບິ່ງ ເມື່ອເຫັນອາການຂອງໝູ່ທີ່ຖືກງູກັດແລ້ວກໍ່ເວົ້າໃຫ້ກຳລັງໃຈວ່າ "ແຂັງໃຈໄວ້ສ່ຽງ ກູຂໍໂທຖາມໝໍກ່ອນວ່າຈະເຮັດແນວໃດດີ"
ເມື່ອໝໍຮັບສາຍໂທລະສັບ ລາວກໍ່ຈັດການຖາມທັນທີ "ທ່ານໝໍ ! ໝູ່ຂ້ອຍຖືກງູກັດ ເຮັດແນວໃດດີ"
ໝໍຕອບວ່າ "ຖ້າໝູ່ເຈົ້າຖືກງູກັດບ່ອນໃດ ໃຫ້ເອົາປາກດູດພິດບ່ອນນັ້ນອອກ ແລ້ວໝູ່ເຈົ້າຈະລອດ"
ນັກສຳຫຼວດວາງສາຍ ແລ້ວເຮັດທ່າທາງ ທີ່ຮູ້ສຶກບໍ່ດີປານໃດ
"ເຫີ້ຍສ່ຽວ ! ໝໍບອກວ່າແນວໃດວະ" ຄົນເຈັບຖາມ
ນັກສຳຫຼວດຕັດສິນໃຈບອກໝູ່ວ່າ
"ໝໍເວົ້າວ່າ ມືງບໍ່ລອດລະແຫຼະສ່ຽວ"

ເລື້ອງທີສີ່...........ຊື່ວ່າ ນັກບວດ

ອ້າຍບ່າວ ໄອຣິຊ 3 ຄົນ  ຊຶ່ງເປັນຜູ້ຖືກຄັດເລືອກວ່າໃຜຈະໄດ້ເປັນນັກບວດ ກຳລັງຈະຜ່ານບົດທົດສອບສຸດທ້າຍ
ຜູ້ຄຸມກົດບອກວ່າເຂົາທັງສາມ ຈະຕ້ອງຜ່ານການທົດສອບຂັ້ນສຸດທ້າຍກ່ອນ ຊຶ່ງກໍ່ຄື ການທົດສອບເລື້ອງການລະເວັ້ນເລື້ອງເພດ
ວ່າແລ້ວຜູ້ຄຸມກົດກໍ່ສັ່ງໃຫ້ທັງສາມຖອດເຄື່ອງອອກຈົນໝົດ ແລ້ວເອົາ ກະດິ່ງນ້ອຍໆ ມັດໄວ້ທີ່ປາຍ (ອັນນັ້ນ) ເມື່ອກະດິ່ງມີສຽງ ສະແດງວ່າ
ພວກເຂົາເຫຼົ່ານັ້ນ ລະເວັ້ນເລື້ອງນີ້ບໍ່ໄດ້
ຕໍ່ມາ ກາມີສາວເຂົ້າມາໃນຊຸດນຸ່ງນ້ອຍຫົ່ມນ້ອຍ ບາດແລ້ວ ກະໂຊລີລາເຕັ້ນຢ່າງ ຍົ້ວຍວນ
ແລະແລ້ວ ກໍ່ໄດ້ຍິນສຽງ   "ກຣິ່ງ ກຣິ່ງ"

ໂອ້ຍຍ ແພທຣິກ "ຂ້ອຍເສຍໃຈແທ້ໆ ທີ່ເຈົ້າບໍ່ສາມາດຄວບຄຸມໂຕເອງໄດ້" ຜູ້ຄຸມກົດກ່າວ
ໄປ໊! ໄປອາບນ້ຳເຢັນໆ ແລະ ສວດມົນໃຫ້ກັບຄວາມອ່ອນແອຂອງເຈົ້າ.......ແລະ ແພທຣິກ ກໍ່ຍ່າງກົ້ມໜ້າຈາກໄປ

ຕໍ່ມາ ຜູ້ທີສອງ
ສາວນັກເຕັ້ນກໍ່ໂຊລີລາເຕັມທີ່ ແລະ ຄ່ອຍໆເຕັ້ນໄປຖອດໄປ ຈົນຮອດເຄື່ອງນຸ່ງ ຕ່ອນສຸດທ້າຍ

ກຣິ່ງ ກຣິ່ງ.............

ໂຈເຊຟ ເອີ້ຍ...........ຜູ້ຄຸມ ຫາຍໃຈໃຫຍ່ ......"ເຈົ້າກະບໍ່ມີຄວາມອົດທົນເຊັ່ນກັນ ໄປສາ ໄປອາບນ້ຳເຢັນກັບ ແພທຣິກ ແລ້ວກາສວດມົນ
 ໃຫ້ກັບຄວາມອ່ອນແອຂອງເຈົ້າ"

ມາຮອດຄົນສຸດທ້າຍ
ສາວນັກເຕັ້ນ ໄດ້ເຕັ້ນໄປ ແລະ ໄດ້ຄ່ອຍໆຖອດເຄື່ອງນຸ່ງຈົນໝົດຄືກັນ ແຕ່ບໍ່ມີຫຍັງເກີດຂຶ້ນ....ກໍ່ເລີຍ ເອົາຮ່າງກາຍອັນຂາວນຽນໄປບຽດກັບ ໄມເຄິລ
ແຕ່ບໍ່ມີຫຍັງເກີດຂຶ້ນ ຈົນສຸດທ້າຍແລ້ວ ສາວນັກເຕັ້ນຄົນນັ້ນ ຈຶ່ງໝົດຄວາມພະຍາຍາມ ຈຶ່ງຂໍຍອມແພ້

"ໄມເຄິລ.....ຂ້ອຍພູມໃຈໃນໂຕເຈົ້າຫຼາຍເດີ້"  ຜູ້ຄຸມກ່າວ

"ເຈົ້າເທົ່ານັ້ນ ທີ່ເໝາະສົມກັບກັບເປັນນັກບວດ, ເອົາລະ ໄປອາບນ້ຳ ຮ່ວມກັບໝູ່ເພື່ອນຜູ້ອ່ອນແອຂອງເຈົ້າໄດ້ແລ້ວ"

ກຣິ່ງ ກຣິ່ງ





5555 ຈົບໄປລະເດີ້ ມັກເລື້ອງໃດກາບອກກັນແນ່
Delicious Digg Fark
ອ່ານຄືນຫຼັງ
ໝວດໝູ່


LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com