ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Mar. 19, 2008 | ມີ 6 ຄຳເຫັນ ແລະ 0 trackback(s)

ມື້ນີ້ ຝົນຕົກຕອນ ສາມໂມງ (ບໍ່ແນ່ໃຈ) ຮູ້ແຕ່ວ່າ ກັບມາຮອດເຮືອນມັນກະຕົກເລີຍ (ຂອບໃຈສະຫວັນ)

ເຫັນມັນຕົກລະເຮົາກະແກ້ເສື້ອອອກໄປຕາກຝົນຫລິ້ນ ໜາວໜ້ອຍໜຶ່ງ ແຕ່ກະມີຄວາມສຸກ

ບຶດໜຶ່ງກະເຫັນໝາກເຫັບຕົກ  ໂອ ຮູ້ສຶກຕື່ນເຕັ້ນຫຼາຍ  ຈື່ບໍ່ໄດ້ແລ້ວ ວ່າເທື່ອສຸດທ້າຍທີ່ເຫັນມັນຕອນໃດບຸ  ຕົກເມັດນ້ອຍໆ ບຶດດຽວກະເຊົາລະ -*-

ແຕ່ແລ້ວ ຟ້າກະຜ່າລົງ  ສຽງດັງ ຈ໋ອມ.....  ບ້າຫວາ!!  ຟ້າມັນກະຕ້ອງຜ່າສຽງດັງ  ປ້ຽງ!!! ຫຼືວ່າ ຕູ້ມມມ!!!  ຫຼືວ່າ  ປ້າງ!!!!ແຫລະເນາະ (ຕິ)

ແລະທັນທີທັນໃດ ໄຟຟ້າກະດັບ ຄອມທີ່ເປີດໄວ້ ຢູ່ກະດັບ ຮູ້ສຶກອີ່ຕົນມັນຫຼາຍໆ

ໝົດແລ້ວ ມາເລົ່າເທົ່ານີ້ລະ

ອ່ານຈົບແລ້ວກະເອົາຮູບສາວໄປເບິ່ງເລີຍເດີ້

alt
Delicious Digg Fark


LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com