ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Jul. 10, 2008 | ມີ 17 ຄຳເຫັນ ແລະ 0 trackback(s)

ກ່ອນອື່ນຂໍບອກວ່າ ນີ້ເປັນບົດຄວາມທີ່ຖືກໂພສລົງພັນລາວຈໍ້າເມັດຄອມ ເປັນບ່ອນທໍາອິດ

ສິນລະປະໃນການເວົ້າ

 

ມາມື້ນີ້ອາຈານກິກູ່ຈະມາສອນກ່ຽວກັບການເວົ້າເນາະ, ການເວົ້າທີ່ດີ ນອກຈາກຈະເຮັດໃຫ້ຜູ້ທີ່ເວົ້ານຳເຮົາຮູ້ສຶກປະທັບໃຈແລ້ວ, ຍັງເປັນການກະຊັບໄມຕຣີ ແລະ ຄວາມຜູກພັນນຳອີກ ແລະ ບາດນີ້ລະ ອາຈານກິກູ່ຈະສອນວິທີເວົ້າໃຫ້ພວກນ້ອງໆຫຼານໆໃຫ້ເຂົ້າໃຈວ່າ ຕ້ອງເວົ້າແນວໃດຈຶ່ງຈະຖືກວິທີການ, ເວົ້າແນວໃດຈຶ່ງຈະຖືກກາລະເທສະ,​ ເວົ້າແນວໃດໃຫ້ຄົນອື່ນປະທັບໃຈ ແລະ ຢາກຈະເວົ້າກັບເຮົາອີກຫຼາຍໆເທື່ອຕໍ່ໆໄປ

1. ຄວນເວົ້າແບບສັ້ນໆ ກະທັດຮັດ, ມີເນື້ອໃນ ແລະ ຄວາມໝາຍຈະແຈ້ງ ບໍ່ຄວນເວົ້າແບບຍືດຍາວ

 

2. ພາສາລາວມີຫຼາຍຄໍາສັບທີ່ຄ້າຍຄືກັນ ແຕ່ຄວາມໝາຍຢາກຕ່າງກັນ ຜູ້ເວົ້າຈະຕ້ອງເລືອກໃຊ້ໃຫ້ເໝາະສົມ ແລະ ຖືກຕ້ອງ.

 

 

3. ບໍ່ຄວນເວົ້າແບບຍາກຫຼາຍ, ເວົ້າແບບໃຫ້ຄົນອື່ນເຂົ້າໃຈງ່າຍ ເພາະນອກຈາກຈະເຮັດໃຫ້ຜູ້ທີ່ເຮົາກຳລັງເວົ້າຢູ່ເຂົ້າໃຈງ່າຍແລ້ວ ມັນຍັງເປັນສິລະປະການເວົ້າຂອງເຮົາອີກແບບໜຶ່ງ. ດັ່ງນັ້ນ ບໍ່ຄວນເວົ້າຍາກຫຼາຍ ບາງຄົນເລືອກທີ່ຈະເວົ້າແບບຕ່າງປະເທດໜ້ອຍໜຶ່ງ ເພື່ອຢາກໃຫ້ຜູ້ທີ່ເຮົາເວົ້ານຳປະທັບໃຈ ແຕ່ອານິດຈາ ເຂົາເຈົ້າແຮ່ງເຂົ້າໃຈຍາກຊ້ຳ ເອົາໄປເອົາມາກາເກີດຄວາມສັບສົນ ແລະ ເບື່ອໜ່າຍ

 

 

4. ໃຊ້ພາສາໃຫ້ເໝາະສົມໃນການເວົ້າ, ການເວົ້າ ຄວນໃຊ້ພາສາໃຫ້ເໝາະສົມກັບກາລະເທສະ. ຖ້າໃຊ້ພາສາບໍ່ເໝາະສົມຈະເຮັດໃຫ້ຜູ້ທີ່ເຮົາເວົ້ານຳ ຂາດສັດທາໃນຕົວຂອງເຮົາຜູ້ທີ່ກຳລັງເວົ້າຢູ່ນິລະ ແລະ ກໍເປັນຜົນສະທ້ອນອັນໃຫຍ່ຫຼວງ ຕໍ່ສິລະປະການເວົ້າຂອງເຮົາ: ເຊັ່ນການໃຊ້ສັບທີ່ບໍ່ສຸພາບເວລາເວົ້າ, ໃຊ້ສັບກຸ່ມຄົນ, ໃຊ້ຄຳຫຍໍ້, ການເວົ້າແບບໃຊ້ຄຳສັບທ້ອງຖິ່ນ....ສະນັ້ນ ນ້ອງໆຫຼານໆບໍ່ຄວນເຮັດເດັດຂາດ

 

 

5. ຈັງຫວະການເວົ້າ, ນີ້ລະເປັນສິ່ງສຳຄັນທີ່ສຸດທີ່ອາຈານກິກູ່ຢາກຈະບອກນ້ອງໆ, ການເວົ້າໃນທີ່ສາທາລະນະຕ້ອງໃຊ້ຈັງຫວະທີ່ຊ້າກວ່າການເວົ້າແບບທຳມະດາເລັກນ້ອຍ, ຖ້າເວົ້າໄວເກີນໄປ ຜູ້ທີ່ເວົ້ານຳເຮົາຈະຮັບບໍ່ທັນ ແລ້ວເກີດຄວາມສັບສົນແລະບໍ່ສົນໃຈ, ກົງກັນຂ້າມ ຖ້າເວົ້າຊ້າເກີນໄປ ຜູ້ທີ່ເວົ້ານຳເຮົາກໍຈະເກີດຄວາມລຳຄານ,ເບື່ອໜ່າຍ, ແລະບໍ່ສົນໃຈເລີຍວ່າເຮົາກຳລັງເວົ້າຢູ່.

 

 

6. ການໃຊ້ສຽງ, ສຽງເວົ້າ, ສຳນຽງການເວົ້າ ແລະ ການໃຊ້ອາລົມໃນການເວົ້າທີ່ດີ ຈະຈູງໃຈຜູ້ທີ່ເຮົາກຳລັງເວົ້ານຳ ໃຫ້ເກີດຄວາມສົນໃຈ ແລະ ຄ້ອຍຕາມໄດ້ດີ ແຕ່ຖ້າເວົ້າແບບ ອຸ່ມໆ ຫຼື ສຽງບໍ່ຊັດເຈນ ຄ້າຍໆຈົ່ມຄົນດຽວ ຈະເຮັດໃຫ້ຄວາມສົນໃຈຂອງຜູ້ທີ່ເວົ້ານຳເຮົາຫຼຸດລົງ. ດ້ວຍເຫດນັ້ນ ຜູ້ເວົ້າຈຶ່ງຈຳເປັນຕ້ອງໄດ້ສຶກສາ ແລະ ປັບປຸງຄຸນນະພາບຂອງສຽງຕົນໃຫ້ດີຂຶ້ນ.

 

 

7. ລີລາໃນການເວົ້າກໍເປັນສິ່ງສໍາຄັນທີ່ສຸດ!!, ເພາະລີລາການເວົ້າຈະມີຄວາມສຳຄັນຕໍ່ຜູ້ເວົ້າ, ການເວົ້າຈະປະທັບໃຈໜ້ອຍຫຼາຍປານໃດ ກາຢູ່ທີ່ລີລາໃນການເວົ້ານີ້ລະ. ລີລາການເວົ້າຂອງແຕ່ລະຄົນອາດຈະບໍ່ເໝືອນກັນ ຫຼື ອາດຈະສ້າງເປັນເອກະລັກຂອງແຕ່ລະຄົນເລີຍກາໄດ້.

ເພີ້ມເຕີມ
8. ເມື່ອມີຄົນໜຶ່ງກໍາລັງເວົ້າກັບອີກຄົນໜຶ່ງ ເຮົາບໍ່ຄວນໄປເວົ້າຕັດໜ້າເຂົາເຈົ້າ
ຄວນປ່ອຍໃຫ້ເຂົາເຈົ້າເວົ້າກັນໃຫ້ແລ້ວກ່ອນ ແລ້ວເຮົາຈຶ່ງໄປເວົ້ານໍາຜູ້ທີ່ເຮົາຢາກເວົ້າ
ຫຼືຖ້າໄດ້ເວົ້າເປັນກຸ່ມເລີຍ ກໍຈະດີຫຼາຍໆalt

 

 

ເປັນແນວໃດ ອ່ານຈົບແລ້ວ ຮູ້ສຶກວ່າ ໄດ້ຄວາມຮູ້ບໍ່ຫຼາຍກາໜ້ອຍນໍ້......

ແຕ່ເມື່ອຢາກໄດ້ຄວາມບັນເທີງຕ້ອງເຮັດແນວໃດ

ອາຈານກິກູ່ແນະນຳ ໃຫ້ພວກນ້ອງໆ ກັບຄືນໄປອ່ານອັນທາງເທິງໃໝ່ໝົດ

ແຕ່ໃຫ້ປ່ຽນຄຳວ່າ ເວົ້າ ທຸກຄຳ ເອົາໂຕ ດໍ ເດັກ ໄປແທນໃສ່ໂຕ ວໍ ວີ   ເຊິ່ງມັນກາຍເປັນ ດາເອົ້າ ນີ້ລະຄວາມໝາຍທີ່ແທ້ຈິງທີ່ຜູ້ຂຽນຢາກຈະບອກ ຫຶຫຶຫຶ

5555555555555555555555555555555555555555

(ຄັນບໍ່ຕະຫຼົກກາຂໍອະໄພ)

 

ຄັນມີຄົນໃຫ້ຄວາມສົນໃຈຫຼາຍ ບາງເທື່ອມີພາກຕໍ່

 

ປລ. ຄັນຊິ Copy ໄປບ່ອນອື່ນ ໃຫ້ເຄຣດິດ ອ້າຍແນ່ຈັກໜ້ອຍເດີ້

ຄັນບໍ່ໃຫ້ເຄຣດິດອ້າຍຈັກດີ້ເລີຍ ກາບອກວ່າ ເອົາມາຈາກ Punlao.com ເດີ້

 

Delicious Digg Fark


LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com