ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 2, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ໂອຫົ່ມຜ້າ . .​ . ໃບໜາວ່າສົດຊື່ນ

ແສນຮົ່ມຮື່ນ...ເຢັນໃຈໃຫ້ຮ້ອນຫາຍ

ມີເຖົາວາຍ...ພັນຄູ່ຢູາມາກຫຼາຍ

ເຮົາເຢັນກາຍ...ເຢັນໃຈໃຕ້ຮົ່ມມັນ

 

ຮົ່ມແມ່ເຢັນ...ກ່ວາຮົ່ມຜ້າໃນຂັ້ນຕົ້ນ

ທ່ານບັນດົນ...ທຸກຢ່າງແລະສ້າງສັນ

ລູກປ່ວຍກາຍ...ແລະປ່ວຍໃຈໄປຕາມກັນ

ແສນສຸກສັນ...ແມ່ນັ້ນຊ່ວຍບັນເທົາ

 

ແມ່ທີໜຶ່ງ...ເມດຕາມາກຳເກີດ

ແມ່ສອງເລີດ...ລ້ຳວິຊາມາປະສານ

ນ້ຳໄຫຼຜ່ານ...ໃຕ້ຟ້າສຸທາທານ

ບໍ່ປຽບປານ...ນ້ຳໃຈແມ່ແນ່ນອນ

Delicious Digg Fark Twitter