ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

         ຂໍນົບນອບນິ້ວ                            ກົມກາບພະຄຸນຄູ    ກ່ອນເຢີ

ຜູ້ເພິ່ນມີປັນຍາ                                   ສັ່ງສອນຄວາມຮູ້

ອັນວ່າຄຸນຄູນັ້ນ                                   ຫາອັນບໍ່ປຸນປຽບ

ທຽບແຜ່ນດິນ ແລະ ຟ້າ                     ໂຮມເຂົ້າກໍ່ບໍ່ປານ

        ແມ່ນວ່ພອຍເພັດລ້ານ              ກ້ອນໃຫຍ່ປານພູ

ບໍ່ອາດແທນຄຸນຄູ                              ໝູ່ຫຼານຈຳໄວ້

ດວງໃຈນີ້                                           ມີຄູຄຽງຄູ່

ມີຫຍັງຍັງບໍ່ຮູ້                                   ຄູ່ພ້ອມພໍ່າສອນ       ແທ້ໄດ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

         ນ້ອງຂໍທູນທອດໄວ້              ບຸນໃຫຍ່ວັນຄູ

7 ຕຸລາວຽນມາເຖິງ                     ມ່ວນມະໂນນ້ອງນ້ອຍ

ນ້ອງຈິ່ງຄອຍອະທິຖານໃຫ້         ມະຫາໄຊສິດທິໂຊກ

ສະຖິດໃນໂລກນີ້                        ຈົ່ງມີແທ້ແກ່ຄູ     ແທ້ເດີ

          ຂໍໃຫ້ໂຊກລາບລົ້ນ           ໄຫຼເຂົ້າມາຫາ

ໂລຄາຫາຍ                                 ຢູ່ສະບາຍເບົາເນື້ອ

ສຸກສະເໝີໝັ້ນ                         ສະເໝີມັນເຄືອເກົ່າ

ອາຍຸຍືນຍັ່ງເຖົ້າ                         ເຖິງເທົ້າໝືນພັນສາ     ພຸ້ນເຢີ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 20, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 56 ປີ ( 20,7,1955-20,7,2011)

ຂໍໃຫ້ແມ່ຍິງລາວທຸກຄົນຈົ່ງມີຄວາມສຸກກາຍສະບາຍໃຈ, ປະສົມຜົນສຳເລັດທຸກໜ້າທີວຽກງານ