ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ ມ.ສ.. 26, 2010 24 ຄົນໂຫວດ, 0 ຄຳເຫັນ, ອ່ານ 522 ເທື່ອ
ບໍ່ໄດ້ປະກອບສ່ວນດົນລະ ກະທູ້ແນວນີ້ ມີຫລາຍຄົນ ເຮັດຜ່ານມາແລ້ວ ແຕ່ມັນບໍ່ຕົງໃຈນະ ກະເລີຍເຮັດເອງຊະ...ຈຸດປະສົງທີ່ບັນດາທ່ານເຂົ້າຫລິ້ນພັນລາວນິ ຍ້ອນອີ່ຫຍັງ?

 
ສ້າງເມື່ອ ພ.ຈ.. 16, 2009 38 ຄົນໂຫວດ, 0 ຄຳເຫັນ, ອ່ານ 493 ເທື່ອ
ນີ້ເປັນແບບສອບຖາມທີ່ໄດ້ມາຈາກເລື່ອງຈິ່ງໃນພັນລາວຂອງເຮົານີ້ເອງ..ເນື້ອເລື່ອງບໍ່ມີ..ແຕ່ຢາກຮູ້ວ່າບັນດາສະຫາຍ ເອົາຈິງເອົາຈັງກັບການຫລິ້ນພັນລາວຫລາຍປານໃດ? 1. ຈິງຈັງ..ໂຄດໆ (ເອົາເປັນເອົາຕາຍ ບໍ່ໄດ້ຫລິ້ນຄືສິຢູ່ບໍ່ໄດ້ ໃຈສິຂາດ..ທຸກຄຳເວົ້າທຸກສິ່ງທຸກຢ່າງທີ່ຄອມເມັ້ນ ທີ່ບອກ ໃນພັນລາວ ຖືສຳຄັນຍິ່ງຊີວິດ) 2. ອຳບາຍໆ..ບໍ່ຖືກັນ (ຫລິ້ນກະໄດ້ ບໍ່ຫລິ້ນກະບໍ່ເປັນຫຍັງ ຫລິ້ນຄາດຕະກຳເວລາຊື່ໆ ຄອມເມັ້ນມາກະອ່ານ ຄົນອື່ນໂພດຫຍັງມາກະເບິ່ງ ບໍ່ໄດ້ສົນໃຈ) ຝາກຄຳປູ້ໄວ້ຫນ້ອຍຫນຶ່ງນະຈ໋ະ: ສິ່ງທີ່ເຮັດພາດໄປ ຂໍໃຫ້ຊາດລາວຈົ່ງອະໄພ...ສິ່ງທີ່ຈະເຮັດດຽວນີ້ ແລະ ຕໍ່ໄປ ຈົ່ງຢ່າເຮັດໃຫ້ຊາດລາວຜິດຫວັງ...ຊາດລາວຈົ່ງຈະເລີນ

 
ສ້າງເມື່ອ ຕ.ລ.. 30, 2009 21 ຄົນໂຫວດ, 0 ຄຳເຫັນ, ອ່ານ 522 ເທື່ອ
ແບບສຳຫລວດນີ້ມີໄວສຳຫລັບສະມາຊິກພັນລາວເທົ່ານັ້ນ ອາດມີບາງຄຳຕອບທີ່ຕົງເກີນໄປ ຫລື ອາດບໍ່ເຫມາະສົມ..ເດັກນ້ອຍອາຍຸຕ່ຳກ່ວາ 15 ປີ ຄວນມີຜູ້ໃຫຍ່ອາຍຸ 16 ປີ ຂຶ້ນໄປໃຫ້ການແນະນຳ

 
ສ້າງເມື່ອ ກ.ຍ.. 24, 2009 48 ຄົນໂຫວດ, 0 ຄຳເຫັນ, ອ່ານ 563 ເທື່ອ
ການເກີດມາເປັນຄົນຫນ້າຕາດີມີຂໍ້ເສຍຄື: ມີຄົນມັກຫລາຍ ໃຜກະຢາກໄດ້ເປັນແຟນ ສ່ວນຫລາຍພວກນີ້ສິມີແຟນນັບແຕ່ 2 ຄົນຂຶ້ນໄປ ລະທ່ານເດເປັນຄົນຫນ້າຕາດີບໍ່? ຖ້າເປັນ ..ເຄີຍມີແຟນຫລາຍຄົນພ້ອມກັນເບາະ? ຖ້າເຄີຍ..ຮູ້ສຶກຈັ່ງໃດນະ? ເອົາໃຫ້ເລືອກແຕ່2ຂໍ້ເດີ້ 1. ອຸກໃຈ ເມື່ອຍ ທໍ້ແທ້ ຢ້ານກະເຈົ້າຮູ້ ບໍ່ຫນ້າມີຫລາຍຄົນເລີຍ..ຕິ 2. ມີຄວາມສຸກ ສູດໆໆ ລະກະສິຫາເພີ່ມໄປເລື້ອຍໆ ໃຫ້ເກີດມາຫນ້າຕາດີລະຕ້ອງເອົາໃຫ້ຄຸ້ມ ເຫີ ເຫີ ເຫີ

 
ສ້າງເມື່ອ ກ.ຍ.. 3, 2009 35 ຄົນໂຫວດ, 0 ຄຳເຫັນ, ອ່ານ 542 ເທື່ອ
ອັນ..ອັນ..ອັນ..ຖາມແນ່ ບ່າວ ສາວ ເອີ້ຍ ..ສິຍອມປ່ຽນໂຕເອງເພື່ອໃຫ້ເຂົ້າກັບແຟນບໍ່? ຖ້າມື້ຫນຶ່ງພວກສະຫາຍຮູ້ວ່າ: ມີນິໃສບາງຢ່າງຂອງໂຕເອງ ທີ່ແຟນບໍ່ມັກ ທ່ານຈະຍອມປ່ຽນມັນບໍ່?? ມີ 2 ຂໍ້ໃຫ້ເລືອກເດີ້ 1. ປ່ຽນ! ຊ່ຳສິປ່ຽນ..ໃຫ້ເຮັດຫລາຍກ່ວານີ້ກະໄດ້ ຈັ່ງໃດແຟນສິຮັກເຮັດຫມົດ 2. ບໍ່ປ່ຽນ! ເປັນໂຕຂອງໂຕເອງນັ້ນລະດີ..ຖ້າຮັບບໍ່ໄດ້ກະໃສຫົວໄປ..ບໍ່ໄດ້ສະອອນ ຫມາຍເຫດ: ເປັນຄຳຖາມທີ່ຄາໃນຫົວໃຈມາດົນແສນດົນ ຕັ້ງແຕ່ວານນີ້...ດ້ວຍຄວາມເຄົາລົບ ແລະ ນັບຖືແຟນຢ່າງສູງ ຈ໋ະ

 
ສ້າງເມື່ອ ສ.ຫ.. 24, 2009 27 ຄົນໂຫວດ, 0 ຄຳເຫັນ, ອ່ານ 494 ເທື່ອ
ມາໆ ຖາມແນ່ ສິເລືອກໃຜ?..ບໍ່ມີບຸກຄົນທີ່ສາມໃຫ້ເລືອກເດີ້ ຖ້າມີກະເອົາໃສໃຫ້ລະ ແຫລະແບບສອບຖາມນີ້ມີກະລະນີ້ດຽວ ຄືເຈົ້າຕ້ອງເລືອກ ຈັ່ງໃດກະຕ້ອງເລືອກຫັ້ນຫນ່າ ສິເລືອກໃຜ 1. ຂີ້ເຫລົ້າ ປະມານວ່າ: ເມົາທຸກມື້ ມື້ລະສາມເວລາ (ເມົາກະຢ່າ ຢ່າງຫນ້ອຍກະບໍ່ຕ້ອງຢ້ານວ່າສິມີໃຜມາຍຶດເຄື່ອງຍຶດເຮືອນ) 2. ຂີ້ເບ້ຍເຈ້ຍໄພ້ ປະມານວ່າ: ມັນຢູ່ໃນກະແສເລືອດ ຫາຍໃຈເຂົ້າອອກເປັນພະນັນ ຂະຫນາດເຫັນຍຸງບິນກາຍຍັງພະນັນວ່າສິເປັນໂຕຜູ້ຫລືໂຕແມ່(ກະຢ່າຢ່າງຫນ້ອຍມັນກະຍັງລົມກັນຮູ້ເລື່ອງ) ແບບສອບຖາມນີ້ບໍ່ໄດ້ມີເຈດຕະນາລົບລູ ຊຽນການພະນັນ ແລະ ຄໍທອງແດງ ທັງຫລາຍ ເພາະຂະນ້ອຍເອງກະມີເຫລົ້າເປັນສາຍເລືອດ ມີການພະນັນເປັນຈິດໃຈ ແຕ່ຈັ່ງໃດກະຮັກແຟນເປັນທີ່ສຸດ...

 
ສ້າງເມື່ອ ສ.ຫ.. 18, 2009 31 ຄົນໂຫວດ, 0 ຄຳເຫັນ, ອ່ານ 406 ເທື່ອ
ບໍ່ມີຫຍັງຫລາຍເດີ້ ມື້ວານນີ້ຫມູ່ມາປຶກສານຳວ່າ: ກຳລັງສົນໃຈສາວຄົນຫນຶ່ງ ປະມານວ່າສະເປັກມັນເລີຍຫລະ ລົມກັນໄດ້ 2-3 ມື້ແລ້ວ ຮູ້ສຶກວ່າມັກ ມັກຫລາຍ ມັກເຂົ້າໃສ້ເລີຍ ແຕ່ຜ່ານການສອບຖາມ ປາກົດວ່າລາວມີແຟນແລ້ວ (ຈັກວ່າເປັນດ້ວຍກຳແລະເວນຂອງມັນ ຫລື ຍ້ອນບຸນວາດສະຫນາຂອງສາວຄົນນັ້ນ) ມັນກະເລີຍມາປຶກສາວ່າສິໃຫ້ເຮັດແນວໃດດີ..? ອັນນີ້ກະບໍ່ຈັກສິວ່າ ກະເລີຍລອງເອົາມາຖາມ ບ່າວໆ ສາວໆ..ມີໃຫ້ 2 ຂໍ້ເດີ້ 1. ຈີບຕໍ່ໂລດແຫລ້ວ ໃຜດີຜູ້ນັ້ນໄດ້ (ແຟນບໍ່ໄດ້ແມ່ນສາມີນໍ້) 2. ຕັດອົກຕັດໃຈ ຫາຄົນທີ່ຍັງບໍ່ມີໃຜດີກ່ວາ (ຊາດນີ້ຫາບໍ່ໄດ້ກະເອົາໄວ້ຊາດຫນ້າ)

 
ສ້າງເມື່ອ ສ.ຫ.. 10, 2009 44 ຄົນໂຫວດ, 0 ຄຳເຫັນ, ອ່ານ 456 ເທື່ອ
ມາໆ ຖາມແນ່ ບ່າວ ສາວ ທຸກຄົນ ສິປະຕິບັດກັບແຟນທ່ານຈັ່ງໃດ ເພື່ອໃຫ້ສາມາດຢູ່ນຳກັນໄປຈົນມມື້ເລີກ..ເອີ້ຍ..! ຫລົງໆ ຈົນຮອດມື້ແຕ່ງງານພຸ້ນລະ..ມີໃຫ້ເລືອກແຕ່ 2 ຂໍ້ເດີ້ 1.ເອົາອົກເອົາໃຈ ຍອມທຸກຢ່າງ ເຊື່ອຟັງທຸກປະການ (ປະມານວ່າ ສັ່ງຢູ່ ຢູ່, ສັ່ງໄປ ໄປ ບໍ່ມີຖຽງ ບໍ່ມີຄັດ ແລ້ວແຕ່ສິບັນຊາ) 2.ເສີຍໆ ເອົາໃຈຫນ້ອຍຫນຶ່ງ ພໍໃຫ້ຮູ້ວ່າຍັງເປັນແຟນກັນຢູ່ (ດຽວມັນໄດ້ໃຈລະສິໄປກັນໃຫຍ່ ແບບຂໍ້ 1 ຫັ້ນ) ຫມາຍເຫດ: ບໍ່ໄດ້ມີເຈດຕະນາລົບລູຄົນທີ່ຮັກແຟນທັງຫລາຍນະຈ໋ະ..ເພາະຂະນ້ອຍກະເປັນຄົນຫນຶ່ງທີ່ຮັກແລະຫວງແຟນຍິ່ງຊີວິດ..

 
ສ້າງເມື່ອ ສ.ຫ.. 5, 2009 44 ຄົນໂຫວດ, 0 ຄຳເຫັນ, ອ່ານ 448 ເທື່ອ
ຖາມແນ່? ບ່າວ ສາວ ສິເຮັດຈັ່ງໃດ? ຖ້າແຟນຢູ່ໄກໆ ປະມານວ່າ ໄປຮຽນຕໍ່ຢູ່ຈີນພຸ້ນລະ, ປີ້ຍົນກະແພງໆ ສິນຳໄປກະຄືສິທຸກເລີຍລະ...ມີແຕ່ສອງຂໍ້ໃຫ້ເລືອກເດີ້..ຂໍນຳໆ ຢ່າຖາມວ່າມີຂໍ້ທີ່ສາມທີ່ສີ່ບໍ່ ໑. ໄປຫາ ທຸກກະທຸກບໍ່ສົນໃຈ ປະມານວ່າຍອມອົດເພື່ອແຟນ ໒. ອົດເອົາ ໃຫ້ເຂົາຮຽນຈົບຄ່ອຍວ່າກັນ ເຖິງສິຮູ້ວ່າມີຄົນອື່ນມາຈີບກະຢ່າມັນ ຫມາຍເຫດ: ຂະນ້ອຍເປັນຄົນຫນຶ່ງທີ່ຮັກ ແລະ ເທີດທູນແຟນເປັນຢ່າງຍຶ່ງ ບໍ່ໄດ້ມີເຈດຕະນາລົບລູໃດໆເລີຍ ນະຈ໋ະ

 
ສ້າງເມື່ອ ກ.ລ.. 24, 2009 51 ຄົນໂຫວດ, 0 ຄຳເຫັນ, ອ່ານ 545 ເທື່ອ
ເອົາໃຈສາວມາຫລາຍລະ ບາດນີ້ເອົາໃຈບ່າວແນ່..ມື້ກ່ອນມີສາວຄົນຫນຶ່ງຫນ້າຮັກໂຄດໆ ມາຖາມຂະນ້ອຍວ່າ:..ເຈົ້າຢ້ານແຟນເຈົ້ານອກໃຈຫວາ..ເຮັດໃຫ້ຂະນ້ອຍສະດຸງຂຶ້ນມາທັນທີ ເຂົ້າເລື່ອງເລີຍ, ຖ້າທ່ານຢ້ານແຟນທ່ານນອກໃຈ ຈະເຮັດແບບໃດ..? 1. ກວດເບິ່ງໂທລະສັບ, ສະກົດຮອຍ ເອົາແບບແມງວັນໄລຕອມ... 2. ຖາມຕົງໆ ແລ້ວ ເຮັດເສີຍໆ ປະມານວ່າຖ້າເຂົາບຸນບໍ່ຮອດເຮົາກະປ່ອຍເຂົາໄປ

 
ສ້າງເມື່ອ ກ.ລ.. 22, 2009 52 ຄົນໂຫວດ, 0 ຄຳເຫັນ, ອ່ານ 513 ເທື່ອ
ມີບ່າວມາໃຫ້ເລືອກອີກແລ້ວຈ໋ະ ສາວລາວນິຈັ່ງແມ່ນມີສະເນ່ນໍ້... ບາດນີ້ ຍາກຮູ້ວ່າສາວລາວມັກບ່າວແບບໃດ ລະຫວ່າງ 1.ປາກຫວານ, ໂລແມນຕິກ, ເອົາໃຈເກັ່ງ ແຕ່ເຈົ້າຊູ້ 2.ເວົ້າຕົງ, ແຂງກະດ້າງ, ບໍ່ຄ່ອຍເອົາໃຈ ແຕ່ຮັກເຈົ້າຄົນດຽວ

 
ສ້າງເມື່ອ ກ.ລ.. 20, 2009 42 ຄົນໂຫວດ, 0 ຄຳເຫັນ, ອ່ານ 830 ເທື່ອ
ຢາກຮູ້ວ່າສາວລາວສະໄຫມໃຫມ່ເປັນແບບໃດ? ຖ້າມີບ່າວ 2 ຄົນມາໃຫ້ເຈົ້າເລືອກ ລະຫວ່າງ 1. ບ່າວລໍ່ ເທ້ ສະມາດ ແຕ່ທຸກເຫລືອເກີນ 2. ບ່າວບໍ່ລໍ່ ເອົາເປັນວ່າ ເຫັນຫນ້າລະກິນເຂົ້າບໍ່ລົງເລີຍລະ ແຕ່ ລວຍໂຄດໆ ບິວເກດ ຢາກເປັນສ່ຽວນຳພຸ້ນລະ ແບບສອບຖາມນີ້ ບໍ່ມີເຈດຈະນາ ສຽດສີ ຫລື ມິນປະມາດບຸກຄົນໃດ ພຽງແຕ່ເປັນຄວາມຍາກຮູ້ ຂອງບ່າວຫນ້າຕາດີ ຊື່ໆ...!