ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 8, 2010 | ມີ 8 ຄຳເຫັນ ແລະ 0 trackback(s)


     ລະບອບປະຊາທິປະໄຕ ຄື ລະບົບການປົກຄອງທີ່ໃຫິອຳນາດສູງສຸດແກ່ປະຊາຊົນ ປະຊາຊົນມີສ່ວນຮ່ວມໃນການປົກຄອງຢ່າງແທ້ຈີງ ທັ້ງທາງກົງ ແລະທາງອ້ອມ .

ປະຊາທິປະໄຕ (ລະບົບລັດຖະສະພາ) ລະບົບນີ້ເລີ້ມມາຈາກປະເທດອັງກິດ ແລະໄດ້ນິຍົມໃຊ້ກັນໄປທົ່ວປະເທດເອີລົບ ຕໍ່ມາອາຊີ ໄທ ຍີ່ປຸ່ນ ເປັນຕົ້ນ ຫລັກການສຳຄັນຈະໃຫ້ຄວາມສຳຄັນແກ່ສະພາແຫ່ງຊາດ ມີຄວາມສຳພັນກັບຄະນະລັດຖະບານຢ່າງໄກ້ຊິດ ເຂົາຈະກຳໜົດໃຫ້ສະພາມີອຳນາດເໜືອຄະນະລັດຖະບານ ກ່ອນລັດຖະມົນຕີ ແລະນາຍົກລັດຖະມົນຕີ ຈະເຂົ້າດຳລົງຕຳແຫນ່ງ ຕ້ອງໄດ້ຮັບຄວາມເຫັນຊອບຈາກສະພາກ່ອນ ສະພາມີໜ້າທີ່ຄວບຄຸມການເຮັດວຽກຂອງຄະນະລັດຖະບານຢ່າງໄກ້ຊິດ . ຄະນະລັດຖະບານຕ້ອງນຳກົດໝາຍຂອງສະພາທີ່ກຳໜົດໄປໃຊ້ ໂດຍສະຫລຸບແລ້ວ ອຳນາດບໍລິຫານ ແລະນິຕິບັນຍັດ ຕໍ່ມີຄວາມສຳພັນກັນ .

ປະຊາທິປະໄຕ (ລະບົບປະທານາທິບໍດີ) ເປັນການປົກຄອງທີ່ມີການແຍກອຳນາດບໍລິຫານ ແລະນິຕິບັນຍັດອອກຈາກກັນ ໂດຍໃຫ້ ປະທານາທິບໍດີໄດ້ຮັບການເລືອກຕັ້ງ ຈາກປະຊາຊົນໂດຍກົງ ແລະມີອຳນາດການບໍລິຫານ ໃຫ້ສະນິຕິບັນຍັດໄດ້ຮັບການເລືອກຕັ້ງຈາກປະຊາຊົນຄືກັນ ທັ້ງສອງອຳນາດ ນິຕິບັນຍັດ ແລະບໍລິຫານສາມາດຄານອຳນາດກັນໄດ້ ຄືວ່າລະບົບນີ້ແບ່ງແຍກອຳນາດປົກຄອງອອກຈາກກັນ ຢ່າງເປັນອິດສະຫລະ ບໍລິຫານ ນິຕິບັນຍັດ ແລະຕຸລາການ ມີປະທານະທິບໍດີເປັນຫົວໜ້າຝ່າຍບໍລິຫານ ຮັບເລືອກຕັ້ງຈາກປະຊາຊົນໂດຍກົງ .

ລະບອບຄອມມູນິດ ຄື ຄືລະບອບແນວຄິດ ທິດສະດີ ກ່ຽວກັບການປົກຄອງສັງຄົມ ແລະການເຄື່ອນໄຫວທາງການເມືອງ ພາຍໃຕ້ຂໍ້ກຳໜົດຂອງຄວາມເປັນເຈົ້າຂອງຮ່ວມກັນ ລາຍໄດ້ທັ້ງໝົດຂື້ນຢູ່ກັບການຜະລິດ ການເຄື່ອນໄຫວໃນທີ່ນີ້ໝາຍເຖິງ ການເຄື່ອນໄຫວເພື່ອໃຫ້ສັງຄົມ ບໍ່ມີລະບົບຊັ້ນວັນນະ ປະຊາຊົນທຸກໆຄົນມີຖານະເທົ່າທຽມກັນ ແລະສະເໝີພາກ ລະບອບການປົກຄອງນີ້ເນັ້ນໃຫ້ທຸກໆຄົນມີຄວາມສະເໝີພາກ ເທົ່າທຽມກັນ ບໍ່ສະໜັບສະໜູນໃຫ້ມີການຖືຄອງກຳມະສິດຊັບສິນ ຖືວ່າຂອງທຸກຢ່າງເປັນຂອງງລັດຖະບານກາງ ເຊີງມີໜ້າທີ່ສັນສັນປັນແບ່ງໃຫ້ປະຊາຊົນຢ່າງເທົ່າທຽມກັນ.

ລະບອບຜະເດັດການທະຫານ ຄືລະບອບການປົກຄອງນີ້ ທະຫານດຳລົງຕຳແຫນ່ງເປັນປະມຸກປະເທດ ທະຫານເປັນຜູ້ໃຊ້ອຳນາດໃນການໃຊ້ອຳນາດໃນທຸກໆດ້ານ ລວມທັ້ງໃຊ້ອຳນາດນິຕິບັນຍັດ ໂດຍການອອກກົດໝາຍຕ່າງໆ ລວມທັ້ງແຕ່ງຕັ້ງຄະນະລັດຖະບານ ໂດຍສ່ວນຫລາຍເປັນນາຍທະຫານ ຫຼືຜູ້ໄກ້ຊິດ ແລະອາດມີການຕັ້ງສະພາທະຫານ ຫຼືສະພາປະຕິວັດ ເຊີງມີອຳນາດສູງສຸດໃນການປົກຄອງປະເທດ ເຊັ່ນມຽນມາ ອີຣັກ ເປັນຕົ້ນ.

ລາຊາທິປະໄຕ ຄືເປັນລະບອບການປົກຄອງມະຫາກະສັດມີອຳນາດສູງສຸດ ທາງການບໍລິຫານ ແລະປົກຄອງ ເປັນປະມຸກລັດສູງສຸດຕະຫລອດຊີບ ແລະມີການສຶບສັນຕິວົງ ສຶບລັດທາຍາດ ຫລັງຈາກພະມະຫາກະສັດອົງກ່ອນສະຫວັນນະຄົດ ສູ່ມື້ນີ້ລະບອບການປົກຄອງນີ້ໝົດສິ້ນຈາກໂລກນີ້ໄປແລ້ວ.