ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 1-20 ຈາກທັງໝົດ 26  |  ໜ້າຕໍ່ໄປ »

ສ້າງເມື່ອ ທ.ວ.. 6, 2010 13 ຄົນໂຫວດ, 0 ຄຳເຫັນ, ອ່ານ 834 ເທື່ອ
ຖ້າທ່ານຈະໄປຮຽນລັດຖະສາດ ການເມືອງ ທ່ານຈະໄປຮຽນຢູ່ໃນປະເທດໃດ ທີ່ທ່ານຄິດວ່າຮຽນແລ້ວ ໜ້າຈະໄດ້ຄວາມຮູ້ຫລາຍ

 
ສ້າງເມື່ອ ພ.ຈ.. 30, 2010 28 ຄົນໂຫວດ, 0 ຄຳເຫັນ, ອ່ານ 5493 ເທື່ອ
ປະເທດລາວ ເປັນລັດທີ່ມີວິວັດທະນາການມາດົນພໍສົມຄວນ ແລະມີກະສັດປົກຄອງຫລາຍອົງ ຢາກຮູ້ວ່າກະສັດອົງສຸດທ້າຍຂອງລາວຊື່ຫຍັງ ແລະທ່ານມີບົດບາດທາງການເມືອງຫຍັງເເດ່?

 
ສ້າງເມື່ອ ພ.ຈ.. 8, 2010 23 ຄົນໂຫວດ, 0 ຄຳເຫັນ, ອ່ານ 1247 ເທື່ອ

 
ສ້າງເມື່ອ ຕ.ລ.. 27, 2010 35 ຄົນໂຫວດ, 0 ຄຳເຫັນ, ອ່ານ 544 ເທື່ອ

 
ສ້າງເມື່ອ ຕ.ລ.. 27, 2010 25 ຄົນໂຫວດ, 0 ຄຳເຫັນ, ອ່ານ 499 ເທື່ອ
ອົງການ Transparency International :TI) ເຊີງເປັນອົງກອນອິດສະຫລະ ໄດ້ຈັດອັນດັບດັດຊະນີຊີ້ວັດພາບລັກຄໍຣັປຊັ່ນ ປະຈຳປີ 2010 (Corruption Perceptions Index)..ລວມທັ້ງໝົດ 180 ປະເທດທົ່ວໂລກ ເຊິ່ງປະເທດລາວໄດ້ອັນດັບທີ 154 ເຊິ່ງໄດ້ຄະແນນພຽງ 2.1 ເຕັມ 10.. ເຊິ່ງດີຂຶ້ນຈາກປີ 2009 ຢູ່ທີ່ 4 ອັນດັບຈາກອັນດັບ 158.. ສ່ວນປະເທດທີ່ມີຄວາມໂປ່ງໃສທີ່ສຸດໃນໂລກມີ 3 ປະເທດໄດ້ແກ່ .. 1. ນິວຊີແລນດ໌, ສິງກະໂປຣ໌ ແລະ ເດນມາຣ໌ກ ເຊິ່ງໄດ້ຄະແນນເຖິງ 9.3 ເຕັມ 10..ແລະປະເທດທີ່ຕົກຕ່ຳສຸດໆກະຄື ມ້ຽນມ່າ 1.4 ອັບການີສຖານ1.4 ອີລັກ 1.5 ໂຊມາເລຍ 1.1 ໄດ້ຄະເເນນ ຢາກຖາມສະມາຊິກວ່າ ທ່ານພໍໃຈຊ່ຳໃດກັບປະເທດລາວ ທີ່ໄດ້ອັນດັບທີເທົ່ານີ້

 
ສ້າງເມື່ອ ຕ.ລ.. 22, 2010 23 ຄົນໂຫວດ, 0 ຄຳເຫັນ, ອ່ານ 377 ເທື່ອ

 
ສ້າງເມື່ອ ຕ.ລ.. 18, 2010 20 ຄົນໂຫວດ, 0 ຄຳເຫັນ, ອ່ານ 387 ເທື່ອ
ຢູ່ລາວເຮົາມີອົງການ ທຸລະກິດຂອງເອກະຊົນ ໜ່ວຍງານພັກລັດ ຫລາຍບ່ອນ ແລະແຕ່ລະປີມີນັກຮຽນນັກສຶກສາຈົບຈາກມະຫາໄລ ທັ້ງ ໃນ ແລະຕ່າງປະເທດຫລາຍ 100 ຄົນ ແລະຢາກຮູ່ວ່າໜ່ວຍຫງານພັກລັດ ລັດວິສາຫະກິດ ແລະທຸລະກິດເອກະຊົນ ເຂົາຕ້ອງການຄົນຈົບສາຍໃດຫລາຍທີ່ສຸດ

 
ສ້າງເມື່ອ ຕ.ລ.. 16, 2010 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 508 ເທື່ອ
ທຸກໆຄົນໃນໂລກບໍ່ມີໃຜສົມບູນແບບໄປທຸກຢ່າງ ທຸກຄົນມີຈຸດດີ ຈຸດເດັ່ນ ແລະຈຸດດ້ອຍແຕກຕ່າງກັນ ມີສະເໜ່ດຶງດູດຜູ້ຄົນຕ່າງກັນ

 
ສ້າງເມື່ອ ຕ.ລ.. 16, 2010 16 ຄົນໂຫວດ, 0 ຄຳເຫັນ, ອ່ານ 1028 ເທື່ອ
ຄຳວ່າຊາດ ລັດ ແລະປະເທດ ຄຳ 3 ຄຳນີ້ມີຄວາມໝາຍຄືກັນ ຫຼືແຕກກັນບ່ອນໃດ ຂໍຄວາມກາລຸນນາທ່ານຜູ້ຮູ້ຊ່ວຍຂະຫຍາຍຄວາມ ອະທິບາຍໃຫ້ເເດ່ເດີ

 
ສ້າງເມື່ອ ຕ.ລ.. 15, 2010 23 ຄົນໂຫວດ, 0 ຄຳເຫັນ, ອ່ານ 397 ເທື່ອ

 
ສ້າງເມື່ອ ຕ.ລ.. 13, 2010 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 1102 ເທື່ອ
ຈະເລີນພອນທ່ານສະມາຊິກພັນລາວ ໃນຖານະທີ່ທ່ານນັບຖືສາດສະໜາພຸດ ນ້ອມນຳພະລັດຕະນະໄຕ ພະພຸດ ພະທັມ ພະສົງ ເປັນສາລະນະ ໃນແນວຄິດຂອງທ່ານ ທ່ານຄິດວ່າ ພະພຸດ ພະທັມ ແລະພະສົງ ອັນໃດເກີດກ່ອນກັນ?

 
ສ້າງເມື່ອ ຕ.ລ.. 13, 2010 23 ຄົນໂຫວດ, 0 ຄຳເຫັນ, ອ່ານ 612 ເທື່ອ
ສະບາຍດີທ່ານສະມາຊິກພັນລາວ ຂພຈ ເຫັນຫລາຍຄົນມາວິຈານ ເພື່ອນສະມາຊິກວ່າ ໃຊ້ພາສາອື່ນນອກຈາກພາສາລາວ ແມ່ນເປັນຄົນທີ່ຂາດຄວາມເປັນລາວ ແລະບໍ່ຮັກຊາດ ໂດຍສະເພາະໃຊ້ພາສາໄທ ແຕ່ພັດໃຊ້ພາສາອື່ນໆ ເຊັ່ນພາສາຫວຽດນາມ ອັງກິດ ຈີນ ພັດບໍ່ມີໃຜວ່າຫຍັງ ເວົ້າພາສາໄທຄຳດຽວ ພັດມາວ່າເຮົາບໍ່ຮັກຊາດ ແຕ່ໃຊ້ຫວຽດນາມ 100 ຄຳພັດບໍ່ວ່າຫຍັງ ທ່ານຄິດວ່າແນວໃດ

 
ສ້າງເມື່ອ ຕ.ລ.. 11, 2010 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 471 ເທື່ອ
ຈະເລີນພອນ ທ່ານສະມາຊິກຜູ້ໜ້າຮັກທັ້ງຫລາຍ ມື້ນີ້ຢາກສຶບທາວ ຕວນເລື່ອງປະຫວັດສາດລາວອີກເທື່ອໜຶ່ງເນາະ ເພາະວ່າເລື່ອງປະຫວັດສາດນີ້ ປື້ມແຕ່ຫົວ ຂຽນເຫດການ ລຽງລຳດັບເຫດການຕ່າງໆຈະບໍ່ຄືກັນ ສາເຫດກໍຄື ຜູ້ຂຽນມີທັດສະນະຄະຕິບໍ່ຄືກັນ ມີພູມຄວາມຮູ້ບໍ່ຄືກັນ ຮັບຂໍ້ມູນ ຈາກຕຳລາບໍ່ຄືກັນ ຈະໂດຍຈົງໃຈ ຫລືບໍ່ຈົງໃຈ ກະບໍ່ຮູ້ນຳເພີ່ນເນາະ ຄູບາເຂົ້າໃຈດີວ່າ ສະມາຊິກພັນລາວ ເຄີຍ ຜ່ານການຮຽນ ການສຶກສາກໍໄດ້ ຜ່ານການຮຽນວິຊາປະຫວັດສາດລາວ ມາໝົດແລ້ວທຸກຄົນເນາະ ຫວັງວ່າຈະຮັບຄວາມຮູ້ຈາກທ່ານບໍ່ຫລາຍກໍນ້ອຍ ຢາກໃຫ້ທ່ານເລືອກວ່າ ໄລຍະໃດສະຫຍາມຍຶດຄອງລ້ານຊ້າງເປັນຫົວເມືອງຂື້ນ.

 
ສ້າງເມື່ອ ຕ.ລ.. 10, 2010 18 ຄົນໂຫວດ, 0 ຄຳເຫັນ, ອ່ານ 442 ເທື່ອ
ຈະເລີນທຳ ທ່ານສະມາຊິກພັນລາວຜູ້ໜ້າຮັກທັ້ງຫລາຍ ມື້ນີ້ຢາກມາສຳຫລວດຄວາມເຫັນຂອງທ່ານສະມາຊິກວ່າ ວັດທະນະທຳລາວເຮົານັ້ນ ທຸກວັນນີ້ຮູ້ສຶກວ່າ ໄດ້ຖືກທຳລາຍເສຍຫາຍໄປເເດ່ເລັກນ້ອຍ ວັດທະນະທຳໃນທີ່ນີ້ ໝາຍເຖິງວັດທະນະທຳການນຸ່ງຖື ວິຖີການໃຊ້ຊີວິດຂອງຜູ້ຄົນໃນສັງຄົມ ແລະການສະເເດງອອກທັ້ງວາຈາ ແລະທາງກາຍ ການປະພຶດປະຕິບັດຕໍ່ຂະນົບທຳນຽມ ປະເພນີ ດັ້ງເດີມຂອງລາວເຮົາ ທ່ານວ່າຍ້ອນຫຍັງຈິງຖືກທຳລາຍ?

 
ສ້າງເມື່ອ ຕ.ລ.. 9, 2010 23 ຄົນໂຫວດ, 0 ຄຳເຫັນ, ອ່ານ 517 ເທື່ອ
ຢູ່ໃນມະຫາວິທະຍາໄລທັ້ງພາຍໃນ ແລະຕ່າງປະທດ ເປີດສອນຫລາກຫລາຍສາຂາວິຊາ ຢາກຖາມນັກສຶກສາທີ່ຮຽນຢູ່ລາວ ແລະຕ່າງປະເທດ ທ່ານມັກສາຂາໃດຫລາຍທີ່ສຸດ

 
ສ້າງເມື່ອ ຕ.ລ.. 8, 2010 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 1835 ເທື່ອ
ໃນໂລກໜ່ວຍນີ້ປະກອບໄປດ້ວຍຫລາຍປະເທດ ແຕ່ລະປະເທດນັ້ນມີລະບອບກການປົກຄອງ ແຕກຕ່າງກັນໄປຕາມບໍລິບົດຂອງແຕ່ລະສັງຄົມ ແລະຄວາມຄິດ ທັດສະນະຄະຕິ ຄ່ານິຍົມ ຄວາມເຊື່ອຂອງຜູ້ຄົນໃນລັດນັ້ນໆ ການປົກຄອງນັ້ນບາງປະເທດປົກຄອງລະບອບດຽວກັນ ແຕ່ມີກະບວນການ ວິທີການ ແຕກຕ່າງກັນຕາມລັກສະນະຂອງສັງຄົມ ແລະປະຫວັດສາດການເມືອງຂອງແຕ່ລະລັດນັ້ນໆ ໃນໂລກນີ້ມີຫລາຍລະບອບແຕ່ລະບອບແຕກຕ່າງກັນດ້ານໂຄ້ງສ້າງ ຂະບວນ ແລະວິທີການໃຊ້ອຳນາດລັດ ໃນທີ່ນີ້ຈະໃຫ້ທ່ານສະມາຊິກພັນລາວເລືອກວ່າ ທ່ານມັກລະບອບການປົກຄອງໃດຫລາຍທີ່ສຸດ

 
ສ້າງເມື່ອ ຕ.ລ.. 7, 2010 32 ຄົນໂຫວດ, 0 ຄຳເຫັນ, ອ່ານ 412 ເທື່ອ

 
ສ້າງເມື່ອ ຕ.ລ.. 6, 2010 44 ຄົນໂຫວດ, 0 ຄຳເຫັນ, ອ່ານ 2984 ເທື່ອ
ໂລກປັດຈຸບັນ ເປັນໂລກໄຊເບີ ຄົນທຸກໄວ ທຸກເພດ ທຸກສະຖານະເຂົ້າເຖິງສື່ນີ້ເປັນຈຳນວນຫລວງຫລາຍ ບໍ່ເວັ້ນແຕ່ຈົວຄູບາ ທີ່ເປັນນັກຮຽນນັກສຶກສາໄດ້ມາໃຊ້ບໍລິການອິນເຕີເນັດ ຖືວ່າໄປເຖິງທີ່ສຸດໆ ວັດໃນກຸງເທບ ເກືອບທຸກວັດມີອິນເຕີເນັດໝົດເລີຍ ພະລາວກະມາຮຽນຢູ່ໄທ 100% ພຸ້ນລະ ທີ່ຫລີ້ນອິນເຕີເນັດເນັດເປັນ ແລະໄດ້ມາຫລີ້ນ ຍີ້ມລາວ ພັນລາວ ຫລາຍພໍສົມຄວນ ທ່ານຄິດວ່າແນວໄດກັບສະຖານະການທີ່ເກີດຂື້ນ

 
ສ້າງເມື່ອ ຕ.ລ.. 5, 2010 14 ຄົນໂຫວດ, 0 ຄຳເຫັນ, ອ່ານ 690 ເທື່ອ
ການສຶກສາຖືວ່າເປັນສິ່ງທີ່ສຳຄັນ ເປັນກົນໄກໃນການທີ່ຈະພັດທະນາປະເທດໃນທຸກໆດ້ານ ຈະພັດທະນາດ້ານໄດ ບໍ່ວ່າເສດຖະກິດ ສັງຄົມ ການເມືອງ ກ່ອນຈະພັດທະນາຕ້ອງຄົນມີອົງຄວາມຮູ້ເລື່ອງນັ້ນໆສາກ່ອນ ຈິງສາມາດພັດທະນາໄດ້ ສປປ ລາວ ຖືວ່າເປັນປະເທດໜຶ່ງທີ່ມີລະບົບການສຶກສາຍັງດ້ອຍພັດທະນາພໍສົມຄວນ ຖ້າທຽບໃສ່ກັບປະເທດອ້ອມຂ້າງ ເທົ່າທີ່ ຂພຈ ສັງເກດສະຖານະການ ເຫັນວ່າລະບົບການສຶກສາລາວເຮົານັ້ນສ່ວນຫລາຍຈະເນັ້ນທີ່ການເລົ່າທ່ອງ ໃຫ້ນັກຮຽນຈົດຈຳບົດຮຽນເນື້ອຫາຕ່າງໆ ແລະ ຄູກະບໍ່ຄ່ອຍມີປະສິດທິພາບເທົ່າໄດ ບໍ່ຄ່ອມມີສະປາຍຣິດຂອງຄວາມເປັນຄູເທົ່າທີ່ຄວນ ການໃຫ້ນັກຮຽນເລົ່າທ່ອງໂດຍບໍ່ສົ່ງເສີມໃຫ້ນັກຮຽນ ຫັດຄິດ ຫັດວິເຄາະ ຫັດຈິນຕະນາການ ດ້ວຍຕົນເອງ ມັນເປັນການເຮັດໃຫ້ນັກຮຽນບໍ່ສາມາດຄິດໃນເຊີງສ້າງສັນໄດ້ ແລະບໍ່ສາມາດທີ່ຈະສ້າງອົງຄວາມຮູ້ໃຫມ່ໆເກີດຂື້ນໄດ້ ເເທົ່າທີ່ ຂພຈ ໄດ້ສຳຜັດມາສ່ວນຫລາຍວິທີການສອນຂອງຄູຢູ່ ສປປ ລາວເຮົາ ຈະເນັ້ນໃຫ້ຄູເປັນສູນກາງໃນການຮຽນ ຄືນັກຮຽນເອົານຳຄູຢ່າງດຽວ ໂດຍນັກຮຽນບໍ່ໄດ້ເປັນສູງກາງເລີຍ ນັກຮຽນມັກຊອບແບບໄດ ຄູບໍ່ສົນຂໍແຕ່ໄດ້ສິດສອນໄປຕາມຕຳລາກະພໍ ແຕ່ປະເທດທີ່ພັດທະນາແລ້ວເຂົາຈະສົ່ງເສີມໃຫ້ນັກຮຽນເປັນສູນກາງ ນັກຮຽນຕ້ອງການແບບໄດ ເປີດຟອກາດໃຫ້ນັກຮຽນມີສ່ວນຮ່ມຫລາຍທີ່ສຸດ ເນັ້ນສ້າງໃຫ້ນັກຮຽນ ຮຽນດ້ວນຕົນເອງ ເນັ້ນຄວາມຮ່ວມມື ເຮັດເຮັດກິດຈະກຳຮ່ວມກັນກັບໝູ່ເພື່ອນ . ຈະພັດທະນາໄປໃນແນວໄດນັ້ນ ຂໍໃຫ້ສະມາຊິກລອງວິເຄາະນຳກັນເບິ່ງເດີ ຂອບໃຈຫລາຍໆເດີ

 
ສ້າງເມື່ອ ຕ.ລ.. 4, 2010 24 ຄົນໂຫວດ, 0 ຄຳເຫັນ, ອ່ານ 659 ເທື່ອ
ປະເທດລາວເຮົາ ນັບແຕ່ ຄສ 1975 ໄດ້ຍຶດອຳນາດຈາກລະບອບປະຊາທິປະໄຕ ອັນມີພະມະຫາກະສັດຊົງເປັນປະມຸກ ມາເປັນລະບອບຄອມມູນິດ ສັງຄົມນິຍົມ ແລະໄດ້ໃສ່ຊື່ວ່າ ສປປ ລາວ ໄດ້ມີການພັດທະນາປະເທດມາເລື້ອຍໆ ບາງໄລຍະ ກໍລົ້ມເຫລວ ບາງໄລຍະກະເຟື່ອງຟູ ປະເທດເຮົາເປັນປະທດໜຶ່ງທີ່ຢູ່ໃນປະເທດດ້ອຍພັດທະນາບໍ່ວ່າທາງດ້ານໄດ ຍັງບໍ່ທັນມີຄວາມຈະເລີນກ້າວໜ້າເທົ່າທີ່ຄວນ ຖ້າຈະທຽບກັບປະເທດອື່ນໆ ທີ່ກຳລັງພັດທະນາ ແລະພັດທະນາແລ້ວ ຂພຈ ຢາກຖາມສະມາຊິກທີ່ເຄົາລົບທັ້ງຫລາຍວ່າ ໃນຖານະເຮົາເປັນສ່ວນໜຶ່ງ ຂອງສະໝອງໃນການພັດທະນາປະເທດລາວ ເຮົາຈະພັດທະນາດ້ານໄດກ່ອນຈິງຈະສົມຄວນ ເປັນໄປຕາມລະດັບຂອງການພັດທະນາ ໃຫ້ຖືກຕ້ອງຕາມຫລັກການ

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 1-20 ຈາກທັງໝົດ 26  |  ໜ້າຕໍ່ໄປ »