ຊອກຫມູ່:
ຫນ້າຫລັກ    ຊອກຫມູ່    ເຊີນຫມູ່ເຂົ້າຮ່ວມ    ຊ່ວຍເຫລືອ    ເກມ    ເວັບບອດ ສະມັກສະມາຊິກ    ເຂົ້າສູ່ລະບົບ
2:55 PM Aug. 15, 2008 - 9 ຄຳເຫັນ
ຫລັງຈາກທີ່ ຜົວເມັຍຄູ່ຫນື່ງ ກັບມາຈາກກວດສຸຂະພາບຢູ່ໂຮງຫມໍ,
ຝ່າຍຜົວ ນັ້່ນພົບວ່າ ຕົນເອງເປັນ ມະເລັງຂັ້ນສຸດທ້າຍ ຈື່ງນັ່ງລົມກັບເມັຍ
ຜົວ : ບໍ່ຫນ້າເຊື່ອເລີຍທີ່ຮັກ ຂ້ອຍກຳລັງຈະຈາກເຈົ້າໄປແລ້ວ, ຂ້ອຍຮັກເຈົ້າໃດ໋
ເມັຍ : ຢ່າ ເວົ້າຈ່າງຊັ້ນແມະທີ່ຮັກ ເຈົ້າຈະຢູ່ນຳຂ້ອຍໄປອີກດົນ ຂ້ອຍກໍຮັກເຈົ້າເຊັ່ນກັນ
ຜົວ : ຄັນຂ້ອຍ ຕາຍໄປເຈົ້າຈະໄປຢາມ ຫລຸມສົບຂ້ອຍທຸກອາທິດບໍ່ ທີ່ຮັກ?
ເມັຍ : ໂອ້ ແນ່ນອນ ທີ່ຮັກຂອງຂ້ອຍ, ສອງ ສາມ ເທື່ອ ພຸ້ນແຫລະອາທິດຫນື່ງ
ຜົວ : (ຍີ້ມຫນ້າແດງ ຮັກເມັຍຫລາຍຂື້ນ)
ເມັຍ : ເພາະມັນເປັນທາງຜ່ານໄປຮ້ານເສີມສວຍປະຈຳຂອງຂ້ອຍ
ມື້ຕໍ່ມາ ຫນັງສືພິມ ຫນ້າຫນື່ງ ຕີພິມມາວ່າ : ຜົວໂມໂຫຮ້າຍ ຂ້າເມັຍຍັດ ຫລຸມສົບ ຕາຍພ້ອມກັນ ອ່ານຕໍ່ຫນ້າ ສາມ
10:35 PM Jul. 30, 2008 - 10 ຄຳເຫັນ
ເທື່ອນີ້ຈະບໍ່ໃຊ້ຄຳວ່າ ບາງຄົນ ແຕ່ເປັນຫລາຍຄົນຍັງບໍ່ເຂົ້າໃຈວິທີການໃຊ້ງານ ເທື່ອນີ້ຈະອະທິບາຍຕັ້ງແຕ່ການອັບເພງ
ການປ່ຽນຊື່ເພງ ການເອົາເພງທີ່ອັບໃຫມ່ຂື້ນເທີງສຸດ ແລະ ຫລາຍໆຢ່າງ . . . .
ເລີ້ມເຂົ້າເລື່ອງກັນເລີຍ ເຂົ້າ ເພງ
ຈະເຫັນຫນ້າແນວນີ້ ຖ້າມັນໂຫລດແປບຫນື່ງ ເນັດບາງຄົນຊ້າ ກະໄປນັ່ງກິນເປັບຊີຖ້າ
ກົດ ເລືອກເພງ
ແລ້ວເລືອກເພງທີ່ມັກໃນຄອມຂອງຕົວເອງເດີ້
alt
ກົດ ອັບໂຫລດເພງ
alt
ກຳລັງໂຫລດ ບ່ອນລູກສອນຊີ້ນັ້ນແມ່ນຄວາມໄວຂອງການອັບໂຫລດ ແລະ ເຫລືອເວລາຈັກນາທີຈື່ງແລ້ວ
alt
ໂຫລດແລ້ວໆ
alt
ກັບໄປທີ່ຫນ້າເພງ ສັງເກດວ່າ ເພງເຮົາໂຫລດນັ້ນບໍ່ມີຊື່ (ເກີດຂື້ນໃນບາງກໍລະນີ) ເຂົ້າ ແກ້ໄຂ ແລ້ວປ່ຽນຊື່ເພງ
alt
ກັບມາທີ່ຫນ້າເກົ່າ ໂອ້! ເພງເຮົາຢູ່ລຸ່ມສຸດ?! ຍ້ອນວ່າເປັນນ້ອງໃຫມ່ຢູ່ໃນລາຍຊື່ເພງເຮົາ ກະເລີຍໄດ້ຢູ່ລຸ່ມສຸດ
ບໍ່ໄດ້ບໍ່ໄດ້! ເພງອັບໃຫມ່ ຕ້ອງເອົາຂື້ນມາໃຫ້ຫມູ່ຟັງກ່ອນ ກົດ ເລື່ອນຂື້ນ
alt
ຮືມມ.. ຢາກປ່ຽນເຄື່ອງຫລີ້ນເພງ ຂອງເຮົາເປັນແບບໃຫມ່? ເຂົ້າຫນ້າ ຕັ້ງຄ່າເພງ ມີເຄື່ອງຫລີ້ນຫລາຍແບບເລີຍ
alt
ກະຂໍຈົບການບັນຍາຍແຕ່ພຽງເທົ່ານີ້ ຖ້າຍັງບໍ່ເຂົ້າໃຈ ຄອມເມ້ນຖາມມາໄດ້
8:10 PM Jul. 29, 2008 - 13 ຄຳເຫັນ
ສອງສ່ຽວ ຜູ້ຂີ້ຄ້ານຮຽນລົມກັນ ຫລັງເລິກຮຽນ
ນົກ : ເອ້ະ! ແມ່ນໃຜສົ່ງຂໍ້ຄວາມມາຫັ້ນ
ໄກ່ : ຈັກນຳມັນ ພວກບ່າວຝຣັ່ງ ສົ່ງມາຕະຫລອດ
ນົກ : ໂອ້! ພາສາຝຣັ່ງ!! ຜູ້ບ່າວຝຣັ່ງ ສົ່ງມາຈີບຫວາ??!!! ໂຕຄືບໍ່ລົມເລີຍ?!
ໄກ່ : ຈັກເຮົາອ່ານບໍ່ອອກ ອີກຢ່າງບໍ່ມັກບ່າວຝຣັ່ງນ່າ
ນົກ : ດຽວເອົາມາເບີ່ງດຸມັນຂຽນແນວໃດ??
ຢູ່ຫນ້າຈໍໂທລະສັບ : Your account has less than 500kip. Please recharge to continue to make outgoing calls by dialing xxx - Tixo
ເລື່ອງນີ້ໃຊ້ນາມສົມມຸດໃນການສະແດງ
11:31 PM Jul. 23, 2008 - 8 ຄຳເຫັນ
ອາດມີບາງຄົນຍັງບໍ່ຮູ້ວິທີນຳໃຊ້ ອັລບັ້ມພາບຂອງພັນລາວ
ມື້ນີ້ ດ່ຽວເລີຍຖື ໂອກາດ ອາສາສອນ ການໃຊ້ງານຂອງມັນ
ນັບຕັ້ງແຕ່ ການ ສ້າງອັລບັ້ມ ອັບໂຫລດຮູບ ຈົນເຖິງການລຶບຮູບ
ເລີ້ມດ້ວຍການສ້າງອັລບັ້ມໃຫມ່ ໂດຍ ໃຊ້ ໂປຣໄຟຣ໌ ຂອງດ່ຽວເປັນບ່ອນ ສອນ
ຄລິກບ່ອນລູກສອນ ເພື່ອ ສ້າງອັລບັ້ມພາບຊຸດໃຫມ່
alt
ໃສ່ຂໍ້ມູນ ຂອງອັລບັ້ມນີ້ ໃຫ້ຄົບຖ້ວນ ຫລັງຈາກນັ້ນກົດ ເພີ່ມອັລບັ້ມຮູບ ເຊິ່ງຢູ່ລຸ່ມ
alt
ຫລັງຈາກທີ່ ອັລບັ້ມຮູບພາບໃຫມ່ ຖືກສ້າງແລ້ວ ເຮົາມາອັບຮູບກັນເລີຍ!
ດ່ຽວລອງເລືອກຮູບຖ່າຍເກົ່າຂອງຕົນເອງມາອັບໂຫລດ
ເລືອກຮູບໃສ່ ແລ້ວກົດ ອັບໂຫລດຮູບ
alt
ຫລັງຈາກຖ້າແປບຫນື່ງ ມັນຈະບອກວ່າຮູບໂຫລດຮຽບຮ້ອຍແລ້ວ ກົດ ກັບໄປທີ່ຮູບ
alt
ໃສ່ ຂໍ້ມູນຂອງຮູບທີ່ເຮົາອັບໂຫລດ ແລ້ວກົດ ບັນທຶກຄ່າ
alt
ອືມ ບາດນີ້ ມາເຖິງການລຶບຮູບ ອາດມີຮູບທີ່ເຮົາບໍ່ມັກ, ອືມ ມັນຫລາຍໂພດ ຢ້ານຄົນຄ້ານເບີ່ງ ຢາກລືບອອກ
ຈະລຶບແນວໃດ?? ຕອບເລີຍ ວ່າ ການລຶບຮູບມີ ສອງ ວິທີ ຄືການລຶບຫມົດ ອັລບັ້ມ ຫລື ລຶບເທື່ອລະຮູບ
ເຂົ້າໄປ  http://punlao.com/user_album.php
ຈະເຫັນ ອັລບັ້ມຮູບພາບ ທີ່ຫມູ່ເພື່ອນມີ, ຢູ່ທີ່ນີ້ຫມູ່ເພື່ອນສາມາດລຶບຮູບຫມົດ ອັລບັ້ມນັ້ນໄດ້ເລີຍ ໂດຍກົດ ລຶບຖິ້ມ, ແຕ່ຖ້າຫາກຢາກລຶບ ເປັນເທື່ອລະຮູບເດ??
ເຂົ້າ ແກ້ໄຂ ຂອງ ອັລບັ້ມ ນັ້ນໆ ຂອງຮູບທີ່ຢາກລຶບນັ້ນຢູ່
alt
ກົດ ລຶບ ແລ້ວ ບັນທຶກຄ່າ ຢູ່ລຸ່ມສຸດ ເປັນອັນສຳເລັດພິທີ
alt
ຖ້າຫາກຍັງມີບ່ອນໃດ ທີ່ຍັງສົງໃສ ຖາມມາໄດ້ ຍິນດີຕອບສະເໝີ
9:46 AM Jul. 11, 2008 - 7 ຄຳເຫັນ
ກ່ອນຈະເຂົ້ານອນມື້ຫນື່ງແມ່ສົ່ງລູກສາວທີ່ຮັກເຂົ້ານອນ, ແລ້ວ ລູກສາວ ຜູ້ຊ່າງຖາມໄດ້ຖາມແມ່ ຂື້ນວ່າ
ລູກສາວ : ແມ່.. ພຣະເຈົ້າທີ່ເຮົານັບຖືນີ້ ເປັນຜູ້ຍິງ ຫລື ຜູ້ຊາຍ
ແມ່ : ໂອ... ທ່ານເປັນທັງສອງ,
ລູກສາວ : ລະເພີ່ນເປັນຄົນຂາວ ຫລື ຄົນດຳ ລະ ແມ່ ?
ແມ່ : ເພີ່ນເປັນທັງສອງເຊັ່ນດຽວກັນ
ລູກສາວ : ອືມ ຊັ້ນລູກຮູ້ແລ້ວ ແມ່ນໃຜເປັນພຣະເຈົ້າ!
ແມ່ : ຮຶ?! ແມ່ນໃຜລູກ?
ລູກສາວ : Pop King Michael Jackson!
ແມ່ : ໂອ້ ລູກເອີ່ຍ~*
9:27 AM Jun. 24, 2008 - 5 ຄຳເຫັນ
ໃຜມີເງີນຫລາຍໆ ສົນໃຈຊື້ຊີວິດຄົນມາທາງນີ້ເດີ້, ແຕ່ຊີວິດທີ່ ດ່ຽວ ເວົ້ານີ້ບໍ່ແມ່ນຄົນ ແຕ່ແມ່ນ ເຂົ້າຂອງເຄື່ອງໃຊ້ ເສື້ອຜ້າ ຊັບສິນທັງຫມົດ ລວມ ທັງຫນ້າທີ່ການງານ ຂອງຄົນໆຫນື່ງ
ເລື່ອງມີຢູ່ວ່າ
ຊາຍຫນຸ່ມ ອອສ໌ເຕເຣັຍ ຊື່ Ian Usher (ນາມສະກຸນ ປານຊື່ນັກຮ້ອງ) ເປັນຄົນເຊື້ອສາຍອັງກິດ ຖືກເມັຍ ຖີ້ມລົງຖັງຂີ້ເຫຍື້ອ ໂອ! ບໍ່ແມ່ນຖືກ ເມັຍ ຖີ້ມໄປ, ລາວເກິດອາການ ຈິດຕົກ ຄ້າຍໆ ຊາວພັນລາວລົມກັນມື້ຄືນຢູ່ Shoutbox. ລາວບໍ່ສາມາດລືມ ເລື່ອງເກົ່າໆໄດ້ ເລີຍຕັດສິນໃຈ ເລີ່ມຕົ້ນຊີວິດໃຫມ່ ດ້ວຍການ ຂາຍຊີວິດທັງຫມົດຂອງລາວ ໃນຊີວິດລາວລວມມີ :
ບ້ານ ສາມຫ້ອງນອນ ຢູ່ເມືອງ Perth ທາງຕາເວັນຕົກຂອງ ອອສ໌ເຕເຣັຍ ລາວວ່າຕິດທະເລ ງາມອີກວ່າຊັ້ນ
ລົດ
1989 Mazda 929
ລົດຈັກສະປ໊ອດ Kawasaki Ninja ZX6R (ຢາກໄດ້)
ເຄື່ອງຫລີ້ນຕາມຫາດ ເຊັ່ນ: Kite Surfing, ເຈັດສະກີ Kawasaki 650SX
ລົດຖີບ Polaris 15-speed bike
ເຄື່ອງ ໂດດຈ້ອງ (ອອກແນວພວກ Xtreme)
ລົດ Kart
ເຄື່ອງ Spa (ຢາກໄດ້)
ເຄື່ອງໂປຣເຈັກເຕີ້
ພ້ອມລຳໂພງເຕັມຫ້ອງ (ຫລີ້ນເກມຄື ສິ ມັນ)
ເຕົາ ບາບີຄິວ
ຜ້າພົມ (ເຮັດຢູ່ບໍລິສັດຂາຍພົມຢູ່ແລ້ວ)
ວຽກ : ພະນັກງານຂາຍພົມ, ຖ້າຈະເຮັດຕໍ່ ຕ້ອງທົດລອງງານສາມເດືອນ
ຫມູ່ ? ລາວບໍ່ໄດ້ຂາຍຫມູ່ ແຕ່ຫມູ່ຂອງລາວພ້ອມຈະເປັນຫມູ່ໃຫມ່ກັບທ່ານ
ອີກເວລາ ຫ້າມື້ ຈາກມື້ຂຽນ ກໍຈະປິດການປະມູນ ຊີວິດ ຂອງລາວ, ລາວຈະອອກຈາກບ້ານ ພຽງເສື້ອຜ້າ ຊຸດດຽວກະເປົ໋າແລະພາດສ໌ປອດ ໄປແວະຫາແມ່ຢູ່ອັງກິດບ້ານເກີດ
ໃຜສົນໃຈ ເຂົ້າປະມູນໄດ້ທີ່
http://www.alife4sale.com
ລາຄາຊີວິດຂອງ Ian ດ໋ຽວນີ້ຢູ່ທີ່
$300,100.00 Aus
ຈິດຕົກ ແທ້ເດ
8:34 AM Jun. 22, 2008 - 6 ຄຳເຫັນ
ເຫັນສອງສາມຄົນເຮັດລະ, ອືມ ກະງົມຢູ່ດົນຫນ້ອຍຫນື່ງ ກວ່າຈະໄດ້ ເຖີງ ດ່ຽວ ຮູ້ບໍ່ຫລາຍແຕ່ ກະຢາກແບ່ງປັນ, ເພື່ອເຮັດໃຫ້ ພັນລາວ ແຕ່ລະຄົນ ມີສີສັນທີ່ແຕກຕ່າງກັນ
ໄດ້ຫນ້າຮັກແລະສົດໃສກັນທຸກຄົນ (ມັກເວົ້າຄຳຂວັນ ລາວຊ້າ)
ເຂົ້າເລື່ອງກັນເລຍ
ວິທີສະແດງຮູບໃນກ່ອງໃສ່ຄວາມເຫັນ
-ອັນນີ້ກ່ອງ ໃສ່ຄວາມເຫັນ ຂອງດ່ຽວເອງ
alt
ໂຄດແມ່ນ:
textarea {
background:#FFFFFF url(ລີ້ງຂອງຮູບທີ່ຈະເອົາມາໃສ່)
ບ່ອນຢູ່ຂອງຮູບ;
background-repeat:no-repeat;
height:ຄວາມຄວາມສູງຂອງກ່ອງpx;
ລະຫັດສີ ສຳລັບບ່ອນນີ້ຫລາຍຄົນອາດຈະຍັງງົງວ່າແມ່ນຫຍັງ? ມັນຄືລະຫັດຂອງສີ ທີເປັນຈະເປັນສີພື້ນຫລັງຂອງຮູບ ເບີ່ງລະຫັດສີໄດ້ຢູ່ ລຸ່ມສຸດຂອງຫນ້າ http://punlao.com/Diow/blog/235/
ລີ້ງຂອງຮູບທີ່ຈະເອົາມາໃສ່ ແມ່ນ URL ຂອງຮູບຫາໄດ້ຕາມຮ້ານມິນິມາດ ເອີ້ຍ! ຕາມເວບຕ່າງໆໂດຍການກົດຂວາທີ່ຮູບເລືອກ Properties ລະເອົາ Location
ບ່ອນຢູ່ຂອງຮູບ ຕົວຢ່າງ top right ແປໄດ້ຢູ່ເນາະ ເທິງ ຂວາ. ທີ່ໃສ່ໄດ້ບ່ອນນີ້ ມີຄື:
- top ເທິງ
- bottom ລຸ່ມ
- left ຊ້າຍ
- right ຂວາ
- center ກາງ
ໃສ່ຄູ່ ຫລື ດ່ຽວ ກະໄດ້ (ແຕ່ບໍ່ແມ່ນດ່ຽວນີ້ເດີ້)
ຄວາມສູງຂອງກ່ອງ ແມ່ນຄວາມສູງຂອງຮູບ ຄວນໃສ່ພໍດີ ຫລື ສູງ ກວ່າຂະຫນາດຮູບທີ່ໃສ່
ແນະນຳໄປຂຽນໃສ່ Notepad ກ່ອນແລ້ວຈື່ງກ໊ອບປີ້ມາໃສ່
ຕັ້ງຄ່າໂປຣໄຟລ໌
ອືມ ກະຂໍຈົບການອະທິບາຍພຽງເທົ່ານີ້ ຖ້າຍັງບໍ່ເຂົ້າໃຈ ກໍຫຍັງຖາມມາໄດ້
9:20 PM Jun. 21, 2008 - 10 ຄຳເຫັນ
ທຸກມື້ນີ້ ສັງຄົມນັ້ນປ່ຽນໄປ ຕ່າງຄົນຕ່າງເລີ່ມເຫັນແກ່ຕົວກັນຫລາຍຂື້ນ ບໍ່ຄິດເຖີງໃຈເຂົາໃຈເຮົາ ເຮັດໃຫ້ເກີດຄວາມຂັດແຍ່ງຢູ່ ຕະຫລອດ ອາດຈະແມ່ນຊ່ວງນີ້ ຖືກຂະເຈົ້າ ເຮັດໃສ່ຫລາຍໂພດຕິ ເລີຍຄິດເຖີງເລື່ອງຫນື່ງທີ່ເຄີຍ ອ່ານໃນເນັດ. ກ່ອນຈະອ່ານຢາກຖາມທຸກຄົນວ່າ ທຸກຄົນ ເຊື່ອເລື່ອງເວນກຳບໍ່?
ເລື່ອງມັນມີຢູ່ວ່າມີ ຊາຍຄົນຫນື່ງ ເປັນຄົນໄຂ້ປະຈຳຂອງໂຮງຫມໍ ລາວເປັນຄົນທີ່ຕ້ອງໄດ້ຜ່າຕັດ ຕະຫລອດບໍ່ແມ່ນຍ້ອນລາວເປັນພະຍາດຊຳເຮື້ອ ຫລື ແນວໃດ ແຕ່ທຸກຄັ້ງທີ່ເຂົ້າຜ່າຕັດນັ້ນ ມັນຫນັກຫນາຂື້ນຢູ່ຕະຫລອດ ຊາຍຄົນນັ້ນມີຊື່ວ່າ ບຸນມາ. ບຸນມາ ເຂົ້າໂຮງຫມໍ ເທື່ອທຳອິດຍ້ອນ ແຜ ຢູ່ນີ້ວກ້ອຍຖືກ ປາຝາອອງກັດ ຫມໍໃຫ້ທາຢາແກ້ປວດ ກັບ ແກ້ອັກເສບ ລະກະ ກັບໄປ ເບີ່ງແລ້ວບໍ່ມີຫຍັງ. ເຄີ່ງເດືອນຕໍ່ມາ ບຸນມາ ກັບມາອີກ ພ້ອມກັບແຜເກົ່າ ທີ່ອັກເສບ ຮຸນແຮງ ແລະ ບວມໃຫຍ່ ຫມໍກວດພົບວ່າ ເຊື້ອພະຍາດຮ້າຍໄດ້ເຂົ້າກິນກັນກະດູກ ຈະຕ້ອງ ໄດ້ຕັດນິ້ວເພື່ອບໍ່ໃຫ້ແຜ ລຸກລາມ ຊື່ງນີ້ວນັ້ນຖ້າປະໄວ້ອາດຕາຍໄດ້, ຈາກນັ້ນມາກະມິດໄປດົນ ຈົນຮອດອີກ
ເຄີ່ງປີຕໍ່ມາ ບຸນມາໄດ້ໄປຫລີ້ນທະເລ ເທື່ອນີ້ ລາວຖືກ ປາຝາອອງກັດອີກ ລະມັນກັດເຂົ້າບ່ອນຕີນ ແຜອັກເສບ ບວມໃຫຍ່ຂື້ນ ຫລັງຈາກນັ້ນ ສອງວັນ ເມື່ອຜົນສາຍແສງ ທີ່ໂຮງຫມໍ ອອກມາ ພົບວ່າ ເຊື້ອໂລກກິນເຂົ້າ ກະດູກຫມົດ ຈື່ງຕ້ອງຕັດນີ້ວຕີນໄປອີກນີ້ວ ເວລາຜ່ານໄປໄຫລແລ້ວບໍກັບ (ນອກເລື່ອງ) ເວລາຜ່ານໄປປີຫນື່ງ ບຸນມາກັບມາໂຮງຫມໍອີກເທື່ອຫນື່ງ ພ້ອມແຜເກົ່າທັງສອງທີ່ອັກເສບກວ່າເກົ່າທີ່ບວມ ຂື້ນພ້ອມກັນ ພໍຜົນສາຍແສງອອກມາ ຕາຍແລ້ວ! ເຊື້ອຮ້າຍ ເຂົ້າກິນກະດູກຢ່າງຮຸນແຮງ ລະຍັງບໍ່ພໍ ເຊື້ອໂລກກຳລັງຈະກາຍເປັນມະເລັງຄັນບໍ່ຜ່າຕັດກ່ອນຈະລຸກລາມໄປກວ່ານີ້ ບຸນມາຕ້ອງໄດ້ນອນໂຮງຫມໍ ອີກເດືອນຫນື່ງ ໃນສະພາບ ຄົນເຈັບນີ້ວມື ແລະ ຕີນກຸດ. ມື້ຫນື່ງຫລັງຈາກທີ່ ບຸນມາອອກຈາກໂຮງຫມໍ ລູກຊາຍຂອງພີ່ນ້ອງສິບວດ ມື້ກ່ອນງານບວດ ບຸນມາເລີຍໄປຊ່ວຍວຽກຢູ່ວັດຈົນຮອດຄ່ຳຈື່ງນອນຢູ່ສາລາ ຈັກແມ່ນຄວາມຊວຍອີ່ຫຍັງມາບັງເກີດຕໍ່ບຸນມາ ຂະນະທີ່ນອນຢູ່ມີຫນູ ມາກັດຕີນບ່ອນທີ່ເປັນບາດຫາກໍເຊົາ ບຸນມາຮ້ອງຈົນທຸກຄົນໃນ ສາລາຕື່ນ,ແຜທີ່ຫນູກັດບໍ່ກວ້າງຫລາຍ ແຕ່ມີເລືອດເຊີ່ງກະເຮັດໃຫ້ທຸກຄົນຕື່ນ ແລະ ສົງໃສວ່າເປັນຫຍັງ ຫນູທີ່ປົກກະຕິ ມີແຕ່ກັດກິນ ສົບຄືມາກັດຄົນທີ່ຍັງເປັນໆ ຄຳເວົ້າຂອງພວກເຂົາ ເຮັກໃຫ້ບຸນມາເສັຍຂວັນ ພວກພີ່ນ້ອງພາບຸນມາ ໄປໂຮງຫມໍ ຜົນການສາຍແສງເທື່ອນີ້ອອກມາວ່າ ເຊື້ອມະເລັງຮ້າຍ ໄດ້ກິນເລືອກເຂົ້າໄປຫລາຍ ທ່ານຫມໍ ຈຳເປັນຕ້ອງຕັດແຂນ ແລະ ຂາ ຫມົດທ່ອນຂອງ ບຸນມາ ຖີ້ມໄປ (ເປັນຕາຢ້ານ)
ມາຮອດນີ້ ທຸກຄົນທີ່ອ່ານມາຮູ້ສຶກແນວໃດ ສົງສານ ບຸນມາບໍ່? ຫລື ວ່າຈັ່ງໃດ ເຮົາອ່ານຕໍ່ເນາະ
ທ່ານຫມໍ ສົງໃສ ກັບ ບາດແຜຂອງ ບຸນມາ ວ່າເປັນຫຍັງຄື ຖືກແຕ່ສັດມາກັດ ຈື່ງໂອ້ລົມສອບຖາມ ບຸນມາຈື່ງໄດ້ເລົ່າໃຫ້ ທ່ານຫມໍ ຟັງວ່າ ຕັ້ງແຕ່ ອາຍຸສາມສິບ ບຸນມາ ມັກກິນເຫລົ້າ ເຄື່ອງແກ້ມທີ່ ບຸນມາ ມັກແມ່ນ ປາຝາອອງ ບຸນມາໄດ້ຍີນວ່າ ໃຜທີ່ກິນ ປາຝາອອງດ້ຫລາຍສີບໂຕ ລະຕະຫລອດຊີວິດ ຈະບໍ່ເປັນ ໂລກຂໍ້ອັກເສບໃດໆ ທັງຍັງບຳລຸງໄຕ (ແມ່ນຫວາ ດ່ຽວຫາກໍຮູ້) ບຸນມາ ຈື່ງມັກຫາ ປາຝາອອງມາຜັດເຜັດກິນ ກັບເຫລົ້າຂາວ. ບຸນມາກິນມາໄດ້ຫລາຍປີແລ້ວ ຈົນນັບບໍ່ໄດ້ວ່າກິນຈັກໂຕ (ສົງໃສຂໍ້ອັກເສບຄືສິບໍ່ເປັນຈົນຊາດຫນ້າລະ) ມື້ຫນື່ງ ບຸນມາ ໄປໄດ້ ປາຝາອອງ ໂຕໃຫຍ່ ມາບໍ່ຮູ້ຈະເຮັດກິນແນວໃດ ໃຫ້ຫມົດແນວວ່າ ຢູ່ບ້ານບໍ່ມີໃຜກິນນຳ ລະກະຢູ່ບ້ານ ບຸນມາ ບໍ່ມີຕູ້ເຢັນ (ບໍ່ຫວ່າ ຈະເຮັດແນວນັ້ນ) ເຂົາກິນມື້ລະຫນ້ອຍ ລະຫນ້ອຍ ໂດຍບໍ່ຮູ້ເລຍວ່າມັນທໍລະມານ ຊ່ຳໃດ ດ້ວຍເຫດທີ່ ປາຝາອອງ ເປັນສັດອາຍຸຍືນ ບໍ່ຕາຍງ່າຍ ບໍ່ວ່າຈະຂັງມັນໄວ້ແນວໃດມັນກະຢູ່ໄດ້ເປັນປີ ບຸນມາເຫັນແກ່ກີນ ປາດກິນເທື່ອລະຫນ້ອຍ ຕາມຂາຂອງມັນ ຕາມສ່ວນຕ່າງໆ ຂອງມັນ ປາຝາອອງ ຕ້ອງທົນຢູ່ເປັນເວລາ ເຄີ່ງເດືອນ ກ່ອນທີ່ ເຂົາຈະຈັດການ ອາຫານ ພິດສະດານ ມື້ສຸດທ້າຍ. ແຫລະແລ້ວ ບຸນມາ ກໍສຸກໃຈກັບການກິນປາຝາອອງສົດໆ ແບບນີ້ເປັນຕົ້ນມາ.  ທຸກຄົນທີ່ອ່ານມາຮອດນີ້ (ຈະມີບໍ່ນໍ້ ມີລະລົງຊື່ໃຫ້ຄຳເຫັນແນ່ເດີ້) ໄດ້ເຫັນເຖິງຜົນຮ້າຍຂອງການທໍລະມານສັດ ນັ້ນຍ້ອນກັບມາສູ່ຕົວເອງ. ຢ່າທຳຮ້າຍ ແລະ ທໍລະມານສັດເນີ້
ຂໍຈົບແຕ່ພຽງເທົ່ານີ້ ພົບກັບ ໄດອາຣີ່ ຂອງດ່ຽວໃຫມ່ໃນມື້ຫນ້າ ສຳລັບມື້ນີ້ຂອງກ່າວຄຳວ່າ ສະບາຍດີ
ສົ່ງທ້າຍດ້ວຍຮູບແຕ້ມ ດ້ວຍ ເມົ້າສ໌ຂອງຕົວເອງ
alt
12:22 AM Jun. 18, 2008 - 15 ຄຳເຫັນ
ເນື່ອງຈາກຫລາຍຄົນສົນໃຈຖາມມາຕອນລົມກັນຢູ່ Shoutbox ເລື່ອງລະບົບ Top Friends ຫລາຍຄົນຖາມມາແລະມີບັນຫາເລື່ອງລີ້ງຮູບ ອີກຫນ້ອຍຫນື່ງ ແຕ່ວ່າພັນລາວຍັງບໍ່ທັນມີລະບົບດັ່ງກ່າວ ແຕ່ອີກບໍ່ດົນຢ່າງແນ່ນອນ
ມື້ນີ້ ດ່ຽວ ຈະມາສາທິດວິທີ ເຮັດTop Friends ແບບຊົ່ວຄາວ ແລະ ງ່າຍດາຍດ້ວຍໂຄດ HTML
ເລີ່ມກັນເລີຍ
ຫນ້າຕາ Top Friends ຂອງຕົວເຮົາເອງເປັນແນວນີ້ແຫລະ
alt
ຢູ່ໃນນີ້ຫມູ່ເພື່ອນຈະເຫັນວ່າ Top Friends ດ່ຽວມີ 4 ຄົນ (ໃຜຢາກແລກທັອບກະບອກເດີ້) ມີສາມແຖວ
- ແຖວທຳອິດແມ່ນຮູບ header
- ແຖວທີສອງແມ່ນຮູບ ຫມູ່ທັງ 4
- ແຖວທີ່ສາມແມ່ນ ໂຕຫນັງສືບອກຊື່
ສັງເກດເຫັນວ່າແຖວທີ່ສາມທີ່ ບອກຊື່ ຂອງດ່ຽວນັ້ນຈະມີໂຄດ ທີ່ຈະເຮັດໃຫ້ໂຕຫນັງສືມີສີ ສຳລັບລະຫັດສີເບີ່ງ http://html-color-codes.com/
ລະສຳລັບໃຜທີ່ມີຫມູ່ຫລາຍ ຢາກເຮັດເພີ່ມແຖວຈາກຫມູ່ແຖວດຽວເປັນສອງແຖວ ຫລື ຫລາຍກວ່າ ມີອະທິບາຍຢູ່ທັງລຸ່ມ
ມາເບີ່ງໂຄດເດີ້ບາດນີ້
Code:
ການໃສ່ລີ້ງ
ໃຫ້ແທນທີ່ບ່ອນທີ່ທາສີ ດ້ວຍລີ້ງຕ່າໆດັ່ງນີ້ :
- ສີແດງ ລີ້ງຂອງຮູບ ແທນດ້ວຍ ລີ້ງຮູບທີ່ຈະມາເປັນ Header ຂອງຫມູ່ເພື່ອນເອງ ແຕ່ຄັນບໍ່ມີຮູບພັນລາວມີ ລີ້ງຮູບໃຫ້ໃສ່ໄປກ່ອນ
http://punlao.com/images/my-top-friends.png
My Top Friends
- ສີເທົາ ຄຳອະທິບາຍຮູບ ອັນນີ້ໃສ່ຫຍັງກະໄດ້ບໍ່ມີຜົນຫຍັງກັບທັອບ ພຽງເວລາເຮົາເອົາເມົ້າສ໌ ໄປວາງໄວ້ເທີງຮູບລະຈະມີໂຕຫນ້ງສືຂື້ນມາ
- ສີມ່ວງ ລີ້ງໄປຫາຫມູ່ ແທນດ້ວຍ ລີ້ງທີ່ຈະໄປຫາຫນ້າ ເພຈ ຂອງຫມູ່ເຮົາ http://punlao.com/(ຊື່ຫມູ່ຂອງເຮົາ)
- ສີຟ້າ ລິ້ງຂອງຮູບຫມູ່ ແທນດ້ວຍ ລີ້ງຮູບຫມູ່ເຮົາ ຫາໄດ້ຢູ່ຫນ້າເພຈຈາກການຄລິກຂວາໃສ່ຮູບ ແລ້ວເລືອກ Properties ເລືອກກັອບປີ້ເອົາຂອງ address ເບີ່ງລະອຽດຢູ່ດ້ານລຸ່ມຂອງໄດອາຣີ່ນີ້ ສຳລັບການໃສ່ ລີ້ງຂອງຮູບຫມູ່
- ສີເຫລືອງ ລະຫັດສີ ແທນດ້ວຍລະຫັດສີເຊັ່ນ : #FFFFFF ແມ່ນ ສີແດງ ເບີ່ງໄດ້ຈາກເວບ http://html-color-codes.com/
ສຳລັບຫມູ່ເພື່ອນທີ່ຢາກເຮັດເປັນສອງແຖວ ໃຫ້ເປິດແຖວອີກດ້ວຍ
ແລ້ວປິດດ້ວຍ
ຈະເປັນແຖວຫນື່ງ
alt
ຕົວຢ່າງ
- ຕອບບັນຫາ Mooya ແລະ Mimi
ທີ່ທັງສອງຖາມວ່າ ເປັນຫຍັງຮູບຫມູ່ຢູ່ດີໆ ຄືບໍ່ຂື້ນ?
ນັ້ນເປັນເພາະວ່າ ທັງສອງອາດເອົາລີ້ງຮູບທີ່ມາຈາກບ່ອນທີ່ມີການອັບເດດເລື້ອຍໆ ເຊັ່ນ ລີ້ງຮູບ Display ຂອງ Mooya  http://punlao.com/uploads_user/1000/263/0_7811.jpg
ສົມມຸດ Mimi ເອົາໄປໃສ່ບ່ອນທັອບຂອງຕົວເອງແລ້ວ(ຍັງສະແດງຮູບຢູ່ຄືປົກກະຕິ), ແຕ່ເວລາທີ່ Mooya ອັບໂຫລດຮູບໃຫມ່ຮູບນັ້ນຈະຖືກລຶບແລ້ວ ແລ້ວທັອບຂອງ Mimi ນັ້ນ ຮູບ Mooya ຈະບໍ່ຂຶ້ນ. ນັ້ນແມ່ນສາຍເຫດ
ການແກ້ກະມີ ສອງແບບ ຄື :
- ໄປເອົາລີ້ງຈາກຮູບໃຫມ່ Mooya (ແບບຊົ່ວຄາວ ຈົນກວ່າຫມູ່ຜູ້ນັ້ນຈະປ່ຽນຮູບ)
- ເຊພຮູບ Mooya ແລ້ວອັບໂຫລດຢູ່ເວບຝາກຮູບ (ແບບຖາວອນ)
ໄປເອົາລີ້ງຈາກຮູບໃຫມ່:
ເຂົ້າໂປຣ໌ໄຟຣ໌ ຄລິກຂວາ Properties ເບີ່ງເອົາ Picture link ກັອບປີ້ ມາໃສ່ບ່ອນເກົ່າ
ເຊພຮູບ ແລ້ວອັບໂຫລດ
ເລືອກຮູບທີ່ຈະໃຊ້ ເຂົ້າເວບຝາກຮູບ
ແນະນຳເວບຂອງ ນິນ http://img.laoupload.com
ອັບໂຫລດແລ້ວ, ເອົາລີ້ງເທິງສຸດມາໃສ່ບ່ອນເກົ່າ
ກະຂໍຈົບພຽງເທົ່ານີ້
ມີຫຍັງຜິດພາດ ຫລື ອະທິບາຍບໍ່ດີ,ຍັງບໍ່ເຂົ້າໃຈ ຂຽນມາບອກ ຂຽນມາຖາມໄດ້
ທາງລຸ່ມນີ້ແມ່ນລະຫັດຂອງສີຕ່າງ ໆ ເດີ້
alt
12:58 AM May. 21, 2008 - 5 ຄຳເຫັນ
Hi everybody in Punlao, Today I'm going to teach you how to install font and setup Lao keyboard in 5mn
First to read Lao in your computer, Let's start with click Here to download Lao Font, save it where easy to find out Desktop is good idea
alt
When download is done go to
Start > Control > Font ...
or
C:/Windows/Fonts/..
alt
You could see many fonts here, drag Saysettha.OT and drop it here to install
alt
Done.
ຫລັງຈາກທີ່ທ່ານລົງຟ້ອນລາວ ທ່ານຄືຈະເຫັນຕົວຫນັງສືລາວທີ່ຂຽນນີ້
ເລີ່ມເລຍນໍ້ອັນນີ້ຂຽນລາວ ຂັ້ນທຳອິດ ໃຫ້ໂຫລດໄຟລ໌ ມາກ່ອນ ອັນນີ້ຈະເປັນໂຕຕິດຕັ້ງ ດາວໂຫລດໄຟລ
ໂຫລດມາແລ້ວ ເກັບໄວ້ບ່ອນທີ່ງ່າຍແກ່ການຊອກເຫັນ ໃສ່ໄວ້ desktop ກະດີ
alt
ກົດເຂົ້າໄປມັນຈະລົງໂປຣແກຣມໂດຍອັດຕະໂນມັດ ເມື່ອຕິດຕັ້ງສຳເລັດກົດປິດ
alt
ບາດນີ້ເຮົາຈະມາຕັ້ງ Keyboard ນໍ້ ເຂົ້າ Start > Control Panel > Regional and Language Options
alt
ເຂົ້າມາໃນນີ້ ແລ້ວກົດແທບ Languages
alt
ຕໍ່ໄປກົດ Details..
alt
ກົດ Add
alt
ຮອດຕອນສຳຄັນແລ້ວ ເລືອກ Punlao Keyboard Layout ໃນຊ່ອງທີ ສອງ
alt
ກົດໂອເຄ ແລ້ວກົດອອກທັງຫມົດ ສັງເກດຢູ່ຫນ້າຈໍຈະມີຮູບແປ້ນພີມ
alt
ວິທີໃຊ້ກົດໃສ່ຮູບເພື່ອປ່ຽນພາສາຈາກອັງກິດເປັນລາວ ຫລື ມັກງ່າຍແບບເຮົາກໍກົດ Shift + Ctrl
alt
ເອື້ອເຟື້ອຮູບພາບປະກອບໂດຍ au8ust
3:48 PM May. 17, 2008 - 7 ຄຳເຫັນ
ພໍດີ ທ້າທາຍ ຖາມເຂົ້າມາຫລາຍເທື່ອແຕ່ເນື່ອງຈາກ Shoutbox ນັ້ນມີແຕ່ໂຕຫນັງສືອາດຈະເຂົ້າໃຈຍາກ
ເຮົາມາເລີ່ມກັນເລຍ ຕັ້ງແຕ່ເຮົາມີຮູບຢູ່ໃນຄອມເນາະ
alt
ເຂົ້າ http://img.laoupload.com ເວບຂອງທ່ານນິນ ເວບມາສເຕີ ພັນລາວຂອງເຮົານີ້ ເອງ ຂໍ້ດີທີ່ວ່າ ບໍ່ຕ້ອງເປັນສະມາຊິກກະອັບໂຫລດຮູບໄດ້ ລະກະຍັງມີອີກຫລາຍເວບຂອງຕ່າງປະເທດອີກ ແຕ່ມື້ນີ້ຈະແນະນຳຂອງ ລາວອັບໂຫລດເນາະ. ນີ້ລະເນາະຫນ້າຕາຂອງເວບ
alt
ກົດ Browse ແລ້ວເລືອກຮູບ ສາມາດໃສ່ຮູບຫລາຍໃບໃນການອັບໂຫລດຄັ້ງຫນື່ງໄດ້ ແຕ່ຕອນນີ້ແມ່ນເຮົາຈະອັບແຕ່ໃບດຽວ
ຄັນອັບໂຫລດກາຍຫ້າຂື້ນໄປໃນການອັບບາດດຽວແລ້ວບ່ອນໃສ່ມັນບໍ່ພໍເຮັດແນວໃດ? ບໍ່ຍາກຢູ່ຝາກຊ້າຍຂອງ Start Uploading
ຈະມີຄຳສັ່ງ Add More Files ມັນຈະເພີ່ມບ່ອນໃສ່ຫນື່ງຊ່ອງໃນການກົດຄັ້ງຫນື່ງ
alt
ລະບົບທຳການອັບໂຫລດຢູ່
alt
ເມື່ອອັບໂຫລດແລ້ວໆຈະເຫັນຫນ້າເວບເປັນຈັ່ງຊີ້, ເລືອກເອົາລີ້ງເທີງສຸດບ່ອນທີ່ຫມາຍກອບສີແດງ ທຳການທຳຮ້າຍປ້າຍສີມັນ ຮະໆ ປ້າຍສີຫັ້ນແຫລະ
ແລ້ວກ໊ອບ Ctrl+C ຫຼື ກົດເມົ້າຂວາເລືອກ Copy
alt
ກັບມາຫນ້າໄດອາຣີ່ຂອງພັນລາວ ກົດໃສ່ຮູບພູ
alt
ຈະຂື້ນຫນ້າຕ່າງໃສ່URL ຂອງຮູບ ດ້ານຊ້າຍມີ ຕົວເລືອກເສີມ ປັບຂະຫນາດຂອງຮູບ, ກົດInsert ຮູບກໍເປັນການສຳເລັດພິທີ
alt
ຈົບພິທີນໍ່ຄັນມີຫຍັງສົງໃສກະລົງຄຳເຫັນໄວ້ເດີ້
2:22 AM May. 17, 2008 - 2 ຄຳເຫັນ
ຂໍຂຽນເລື່ອງໄຮ້ສາລະແນ່
ເລື່ອງມັນກະມີຢູ່ວ່າອາທິດກ່ອນນັ່ງຫລີ້ນເນັດຢູ່ສາມຄົນໃນຫ້ອງ (ຢູ່ຫໍພັກ) ລຸ້ນອ້າຍແຕ່ເປັນນັກຮຽນລຸ້ນດຽວກັນທີ່ຊື່ ສົມບູນ ແລະ ແອນດຣູ ຫມູ່ລຸ້ນດຽວກັນ ໄດ້ບັງເກີດຄວາມຄິດທ່ອງທ່ຽວຢ່າງປະຫຍັດ ພາຍໃນຕົວເມືອງທີ່ພວກເຮົາຢູ່ ຫນານນີງ ໄປບ່ອນທີ່ພວກເຮົາບໍ່ຄຸ້ນເຄີຍ ເປັນເວລາຄືນ ແລ້ວເລາະຖ່າຍຮູບແຖວນັ້ນ ພວກເຮົາຈະເດີນທາງດ້ວຍລົດເມປະຈຳທາງໄປກັບຫມົດ 2.40 ຢວນ ຕອນທີ່ນັ່ງໃນລົດ ກໍຈະຊື້ເຂົ້ານົມແລະນ້ຳກິນໄປນຳທາງ (ປານໄປທ່ຽວເອົາໂລດ) ມື້ເລີ້ມຕົ້ນການເດີນທາງຂອງເຮົາແມ່ນຄືນວັນສຸກກັບຫໍພັກຊ້າສຸດ 11ໂມງ
ວັນເສົາທີ 16 ພຶດສະພາ (ຂໍອະໄພເນື່ອງຈາກກ້ອງຂອງເຮົາຖ່າຍບໍ່ໄດ້ດີໃນຕອນກາງຄືນ)
ຫລັງຈາກຫ້າງສະບຽງອາຫານ ເຮົາກໍມາຖ້າຂື້ນລົດເມ ເວລາ 9 ໂມງກວ່າໆ
alt
ມາເບີ່ງຫນ້າຜູ້ຮ່ວມເດີນທາງ ແອນດຣູ ແລະ ສົມບູນ
alt
ແລະຕົວລະຄອນລັບ ຮິໆ alt
alt
ພາຍໃນລົດ ລົດຫາກໍອອກຈາກສະຖານີລະກະເດິກແນ່ຄົນເລຍບໍ່ຫລາຍ
alt
ນັ່ງໄປດົນໆຮູ້ສຶກວ່າມັນລ້ຽວໄປທາງບໍ່ຮູ້ລະ ແຕ່ລຸ້ນອ້າຍທີ່ຈະຈົບປີນີ້ວ່າລົດສາຍນີ້ໄປເຂດເມືອງໃຫມ່ຂອງຫນານນີງ (ເລີ່ມຫນັກໃຈ)
alt
ຢູ່ດີໆມີຄົນເມົາ ມານອນຢູ່ແຖວຫລັງສຸດ ມັນຈ່າຍຄົນດຽວ ລະເອົາຮອດສອງບ່ອນ ແຕ່ກະດີເມົາບໍ່ຂັບ ດ໋ຽວຈະຫລັບບໍ່ຕື່ນ
alt
ນັ່ງກິນມັນຝຣັ່ງທອດໄປກັບໂຄ໊ກ ສິຫມົດຫລຽວໄປເຫັນຄວາມສາມາດພິເສດຂອງ ສົມບູນ ລາວເປົ່າໄຟໄດ້
alt
ເຫັນສວນຫຍັງບຸມີຮູບປັ້ນຊ້າງຢູ່ອີກຝາກທາງ ກໍເລຍລົງລົດ
alt
ຈະຂ້າມທາງໄປອີກຝາກຕ້ອງຍ່າງລົງທາງໄຕ້ດິນ ລະເຮົາເຫັນຮູບຊາຍຄົນຫນື່ງ ຫນ້າຄຸ້ນໆ ຂະເຈົ້າວ່າເປັນຝາແຝດກັນ ຮິໆ
alt
ສົມບູນ ກັບ ແອນດຣູ ກະຂໍຖ່າຍນຳ ສັງເກດ ສົມບູນ ສົງໃສຈະມັກກັນແຮງ
alt
ຖ່າຍຮູບໄວ້ເປັນ ທີລະທຶກ ວ່າຫນ່ວຍກ້າຕາຍຫ້ອງເຮົາໄດ້ມາຢຽບບ່ອນນີ້ແລ້ວ
alt
ຕັ້ງກ້ອງຖ່າຍໃຊ້ກະເປົ໋າເປັນຂາກ້ອງ ສັງເກດສົມບູນຢາກເປັນ ຄືຊ່າງປະປາ ໃນໄດອາຣີ່ ຂອງ ນີນ ເວບມາສເຕີ ພັນລາວເຮົາບໍ່?
alt
ຢູ່ຈີນມີຊ້າງສີ່ຫົວ ແລະ ຫນື່ງໂຕ ຮະໆ ບໍ່ຮູ້ມັນຊື່ເຖີງຫຍັງ ອ່ານຈີນຍັງບໍ່ເກັ່ງ ອ່ານປ້າຍອະທິບາຍບໍ່ອອກ
alt
ອອກຈາກບ່ອນນັ້ນ ລະກະຍ່າງໄປຍ່າງມາແຖວປະມານເກືອບສອງຊົ່ວໂມງ ມາຖ່າຍເກ໊ກຢູ່ຫນ້າ ສູນການຄ້າ Expo Nanning
alt
ເດີກແລ້ວລົດເມບໍ່ແລ່ນແລ້ວ ຕ້ອງໄດ້ນັ່ງແທັກຊີກັບ ເອົາໄປເອົາມາຫມົດຄ່າແທັກຊີ 50yuan ຢວນຫນື່ງ ເທົ່າກັບ 1500 ກີບ ກະ 75000ກີບ (ເຝີຫລາຍຖ້ວຍໃດ໋ນີ້)
alt
ແລະແລ້ວການເດີນທາງອັນນ້ອຍໆຂອງພວກເຮົາກໍສີ້ນສຸດ
ເລື່ອງນີ້ສອນໃຫ້ຮູ້ວ່າ ໄປໄວ ກັບໄວ ປະຫຍັດເງີນຄ່າ ແທັກຊີ (ເຮິ້ໆ)
ຂໍອະໄພຄັນມັນໄຮ້ສາລະຈົນເກີນໄປ
12:12 AM May. 13, 2008 - 11 ຄຳເຫັນ
ກະບໍ່ຫຍັງຂຽນລົງໄດອາຣີ່ຂອງພັນລາວຈັກເທື່ອ ມຶ້ນີ້ມີເລື່ອງຂຽນ ມາອ່ານແນ່ເດີ້
ເລື່ອງແມ່ນມື້ນີ້ມີແຜ່ນດິນໄຫວ (ບໍ່ໄດ້ຈະມາຂຽນຂ່າວ) ປະມານຕອນບ່າຍສອງໂມງຂອງມື້ນີ້ ມີຮຽນຢູ່ແຕ່ບໍ່ໄດ້ໄປ ຂິ້ຄ້ານນອນຢູ່ຫ້ອງ
ຢູ່ດີໆຮູ້ສຶກຫ້ອງມັນສັ່ນແຕ່ກະບໍ່ໄດ້ສົນໃຈປານໃດຄິດວ່າ ພວກທີ່ເຂົາເຈົ້າເຮັດກໍ່ຕຶກຢູ່ໃກ້ ກຳລັງຕອກເສົາ ກະບໍ່ໄດ້ສົນຈົນນອນຕື່ນມາ
ເຂົ້າເນັດອ່ານຂ່າວແລະທີ່ສຳຄັນເຂົ້າພັນລາວ ຮະໆ ມີຂ່າວແຜ່ນດິນໄຫວ ຄົນຕາຍ7400ຄົນ ຢູ່ແຂວງຫນື່ງໃຈກາງຂອງຈີນ ຊື່ວ່າ
' ສົງຊີ່ງ CHONGQING' ຄາດວ່າຈະຫລາຍເຖີງ 9600 ຄົນ ມາຄິດ ອືມຕອນເຮົານອນນີ້ມີຄົນຕາຍປານນັ້ນພຸ້ນ
ກະຂໍໃຫ້ວີນຍານຂອງຄົນທີ່ຕາຍໃນເຫດແຜ່ນດີນໄຫວນັ້ນໄປສູ່ສຸຂະຕິດ້ວຍເຖີ້ນ
alt
LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com
Punlao.com © 2007 - 2008 All Right Reserved.
A Part of A8 network
ຕິດຕໍ່ໂຄສະນາ | ທີມງານພັນລາວ | ກ່ຽວກັບພັນລາວ | ຕິດຕໍ່ທີມງານ | ເວັບບອດ | ອີເມລ