ຊອກຫມູ່:   
ຫນ້າຫລັກ    ຊອກຫມູ່    ເຊີນຫມູ່ເຂົ້າຮ່ວມ    ຊ່ວຍເຫລືອ    ເກມ    ເວັບບອດ ສະມັກສະມາຊິກ    ເຂົ້າສູ່ລະບົບ

ວິທີສະແດງຮູບໃນກ່ອງໃສ່ຄວາມເຫັນ
8:34 AM on Jun. 22, 2008
ເຫັນສອງສາມຄົນເຮັດລະ, ອືມ ກະງົມຢູ່ດົນຫນ້ອຍຫນື່ງ ກວ່າຈະໄດ້ ເຖີງ ດ່ຽວ ຮູ້ບໍ່ຫລາຍແຕ່ ກະຢາກແບ່ງປັນ, ເພື່ອເຮັດໃຫ້ ພັນລາວ ແຕ່ລະຄົນ ມີສີສັນທີ່ແຕກຕ່າງກັນ
ໄດ້ຫນ້າຮັກແລະສົດໃສກັນທຸກຄົນ (ມັກເວົ້າຄຳຂວັນ ລາວຊ້າ)
ເຂົ້າເລື່ອງກັນເລຍ

ວິທີສະແດງຮູບໃນກ່ອງໃສ່ຄວາມເຫັນ

-ອັນນີ້ກ່ອງ ໃສ່ຄວາມເຫັນ ຂອງດ່ຽວເອງ


alt

ໂຄດແມ່ນ:


textarea {
background:#FFFFFF url(ລີ້ງຂອງຮູບທີ່ຈະເອົາມາໃສ່)
ບ່ອນຢູ່ຂອງຮູບ;
background-repeat:no-repeat;
height:ຄວາມຄວາມສູງຂອງກ່ອງpx;
}



ລະຫັດສີ ສຳລັບບ່ອນນີ້ຫລາຍຄົນອາດຈະຍັງງົງວ່າແມ່ນຫຍັງ? ມັນຄືລະຫັດຂອງສີ ທີເປັນຈະເປັນສີພື້ນຫລັງຂອງຮູບ ເບີ່ງລະຫັດສີໄດ້ຢູ່ ລຸ່ມສຸດຂອງຫນ້າ http://punlao.com/Diow/blog/235/
ລີ້ງຂອງຮູບທີ່ຈະເອົາມາໃສ່ ແມ່ນ URL ຂອງຮູບຫາໄດ້ຕາມຮ້ານມິນິມາດ ເອີ້ຍ! ຕາມເວບຕ່າງໆໂດຍການກົດຂວາທີ່ຮູບເລືອກ Properties ລະເອົາ Location
ບ່ອນຢູ່ຂອງຮູບ ຕົວຢ່າງ top right ແປໄດ້ຢູ່ເນາະ ເທິງ ຂວາ. ທີ່ໃສ່ໄດ້ບ່ອນນີ້ ມີຄື:
- top ເທິງ
- bottom ລຸ່ມ
- left ຊ້າຍ
- right ຂວາ
- center ກາງ
ໃສ່ຄູ່ ຫລື ດ່ຽວ ກະໄດ້ (ແຕ່ບໍ່ແມ່ນດ່ຽວນີ້ເດີ້)

ຄວາມສູງຂອງກ່ອງ ແມ່ນຄວາມສູງຂອງຮູບ ຄວນໃສ່ພໍດີ ຫລື ສູງ ກວ່າຂະຫນາດຮູບທີ່ໃສ່

ແນະນຳໄປຂຽນໃສ່ Notepad ກ່ອນແລ້ວຈື່ງກ໊ອບປີ້ມາໃສ່
ຕັ້ງຄ່າໂປຣໄຟລ໌

ອືມ ກະຂໍຈົບການອະທິບາຍພຽງເທົ່ານີ້ ຖ້າຍັງບໍ່ເຂົ້າໃຈ ກໍຫຍັງຖາມມາໄດ້


ຄຳເຫັນ (6)
Dvilman - 9:44 PM on Aug. 20, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ສະບາຍດີ ຂ້າພະເຈົ້າມີບັນຫາກ່ຽວກັບການຍ້າຍຮູບ ຂໍຖາມແດ່ ວ່າຈະຍ້າຍໄດ້ແນວໃດ ເພາະວ່າດຽວນີ້ຂ້າພະເຈົ້າໄດ້ເອົາຮູບໃສ່ແລ້ວມັນອອກມາຢູ ່ຂ້າງຊ້າຍລະດຽວນີ້ຢາກຍ້າຍມາດ້ານຂວາຂະເຮັດໄດ້ດ້ວຍວິທີ ໃດ ກະລຸນາບອກລາຍລະອຽດກະແຈ່ມແຈ້ງໃຫ້ຂ້າພະເຈົ້າແດ່
ຂໍຂອບໃຈ
aut - 1:10 PM on Aug. 1, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ເຂົ້າເລື່ອງກັນເລຍ
[ຂຽນໃໝ່ໃຫ້ຖືກແດ່ທ້າວດ້ຽວ]
yuanlaozone - 3:54 PM on Jun. 28, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ຂອບໃຈຈຈຈ
au8ust - 5:28 PM on Jun. 22, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ອ່າວ ຊັ້ນກໍ່ຕ້ອງໄດ້ວາງຢາກັນຫມົດລະຕິແນວນີ້
v
v
v
v
v
Diow - 2:29 PM on Jun. 22, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ໃສ່ນ້ຳຕານຫວາ ເອື້ອຍອ້ອຍ!?
aznsandra - 2:15 PM on Jun. 22, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ກ່ອງ comment ເຂົາຫວານເດີ້ .... ກັ໊ກໆໆໆ

LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com


Punlao.com © 2007 - 2008 All Right Reserved.
A Part of A8 network
ຕິດຕໍ່ໂຄສະນາ | ທີມງານພັນລາວ | ກ່ຽວກັບພັນລາວ | ຕິດຕໍ່ທີມງານ | ເວັບບອດ | ອີເມລ