 |
ໃຜຢາກຊື້ຊີວິດຄົນແນ່
9:27 AM on Jun. 24, 2008
ໃຜມີເງີນຫລາຍໆ ສົນໃຈຊື້ຊີວິດຄົນມາທາງນີ້ເດີ້, ແຕ່ຊີວິດທີ່ ດ່ຽວ ເວົ້ານີ້ບໍ່ແມ່ນຄົນ ແຕ່ແມ່ນ ເຂົ້າຂອງເຄື່ອງໃຊ້ ເສື້ອຜ້າ ຊັບສິນທັງຫມົດ ລວມ ທັງຫນ້າທີ່ການງານ ຂອງຄົນໆຫນື່ງເລື່ອງມີຢູ່ວ່າ ຊາຍຫນຸ່ມ ອອສ໌ເຕເຣັຍ ຊື່ Ian Usher (ນາມສະກຸນ ປານຊື່ນັກຮ້ອງ) ເປັນຄົນເຊື້ອສາຍອັງກິດ ຖືກເມັຍ ຖີ້ມລົງຖັງຂີ້ເຫຍື້ອ ໂອ! ບໍ່ແມ່ນຖືກ ເມັຍ ຖີ້ມໄປ, ລາວເກິດອາການ ຈິດຕົກ ຄ້າຍໆ ຊາວພັນລາວລົມກັນມື້ຄືນຢູ່ Shoutbox. ລາວບໍ່ສາມາດລືມ ເລື່ອງເກົ່າໆໄດ້ ເລີຍຕັດສິນໃຈ ເລີ່ມຕົ້ນຊີວິດໃຫມ່ ດ້ວຍການ ຂາຍຊີວິດທັງຫມົດຂອງລາວ ໃນຊີວິດລາວລວມມີ :ບ້ານ ສາມຫ້ອງນອນ ຢູ່ເມືອງ Perth ທາງຕາເວັນຕົກຂອງ ອອສ໌ເຕເຣັຍ ລາວວ່າຕິດທະເລ ງາມອີກວ່າຊັ້ນ ລົດ 1989 Mazda 929 ລົດຈັກສະປ໊ອດ Kawasaki Ninja ZX6R (ຢາກໄດ້) ເຄື່ອງຫລີ້ນຕາມຫາດ ເຊັ່ນ: Kite Surfing, ເຈັດສະກີ Kawasaki 650SX ລົດຖີບ Polaris 15-speed bike ເຄື່ອງ ໂດດຈ້ອງ (ອອກແນວພວກ Xtreme) ລົດ Kart ເຄື່ອງ Spa (ຢາກໄດ້) ເຄື່ອງໂປຣເຈັກເຕີ້ ພ້ອມລຳໂພງເຕັມຫ້ອງ (ຫລີ້ນເກມຄື ສິ ມັນ) ເຕົາ ບາບີຄິວ ຜ້າພົມ (ເຮັດຢູ່ບໍລິສັດຂາຍພົມຢູ່ແລ້ວ) ວຽກ : ພະນັກງານຂາຍພົມ, ຖ້າຈະເຮັດຕໍ່ ຕ້ອງທົດລອງງານສາມເດືອນ ຫມູ່ ? ລາວບໍ່ໄດ້ຂາຍຫມູ່ ແຕ່ຫມູ່ຂອງລາວພ້ອມຈະເປັນຫມູ່ໃຫມ່ກັບທ່ານ
ອີກເວລາ ຫ້າມື້ ຈາກມື້ຂຽນ ກໍຈະປິດການປະມູນ ຊີວິດ ຂອງລາວ, ລາວຈະອອກຈາກບ້ານ ພຽງເສື້ອຜ້າ ຊຸດດຽວກະເປົ໋າແລະພາດສ໌ປອດ ໄປແວະຫາແມ່ຢູ່ອັງກິດບ້ານເກີດ ໃຜສົນໃຈ ເຂົ້າປະມູນໄດ້ທີ່ http://www.alife4sale.com
ລາຄາຊີວິດຂອງ Ian ດ໋ຽວນີ້ຢູ່ທີ່ $300,100.00 Ausຈິດຕົກ ແທ້ເດ
|