ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 9, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ແມງມຸມແປດຂາ ໄຕ່ຢູ່ເທິງຝາເຮືອນທີ່ ຫລາຍຄົນຢ້ານນັ້ນຫນ້າຮັກຢູ່ໃດ໋. ໃຜຢ້ານແມງມຸມ ເຫັນຮູບລຸ່ມນີ້ອາດຢ້ານ

ຂື້ນໄປອີກ ຫລື ອາດປ່ຽນໃຈມາມັກແມງມຸມ ກໍເປັນໄດ້. ຮູບນີ້ໄດ້ມາຈາກເວບ

http://www.kontraband.com

 

 alt

alt

alt

alt

alt

alt

alt

alt

alt

alt


 

ເປັນຈັ່ງໃດ ຫນ້າຮັກແມ່ນບໍ່ຫັ້ນ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 2, 2008 | ມີ 50 ຄຳເຫັນ ແລະ 0 trackback(s)

ຫລາຍຄົນອາດຈະໄດ້ ເຫັນໃນ inbox ອີເມລ ຂອງ ຕົວເອງ

 

 

ແຕ່ສຳລັບ ຄົນທີ່ ຍັງບໍ່ໄດ້ເບິ່ງ ແລະ ຢາກເບີ່ງ ກົດລົງໄປລຸ່ມໆ (ຄົນຂວັນອ່ອນ, ເດັກຕ່ຳກວ່າ 12 ປີ, ແມ່ມານຖືພາ ບໍ່ຄວນເບີ່ງ)

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 




alt

FW : ໃນບັນດາ ນັກການຄ້າ ໃນກວາງຕົງ ກຳລັງຕື່ນເຕັ້ນກັບ ນ້ຳແກງເດັກນ້ອຍທາລົກ ທີ່ພຽງແຕ່ທ່ານຈ່າຍເງິນ 3,500 ຢວນ (Renminbi) ສະກຸນເງິນຈີນ ເຣດເງິນຕອນນີ້ ທຽບໃສ່ ເງິນ ດອລລ່າ ອະເມລິກາ 1 $ ກະປະມານ 6.81 (ຫາກໍໄປແຕກຫວ່າງກີ້ນີ້) ທ່ານກໍສາມາດ ຮັບປະທານນ້ຳແກງ ທີ່ໃຊ້ ເດັກນ້ອຍ ທີ່ຍັງຢູ່ໃນ ຄັນມານດາ ຊື່ງອາຍຸຫາກໍ 6-7 ເດືອນ ຫນື່ງຫມໍ້ ນັກການຄ້າຄົນນັ້ນກ່າວວ່າ  ມັນມີ ຄຸນະສົມບັດພິເສດ ໃນການ ປຸກສະມັດຕະພາບທາງເພດຂອງ ຜູ້ຊາຍ


ນັກການຄ້າທີ່ ກວາງຕົງ ແຊ້ຫວາງ ບອກວ່າ ຕົນເອງນັ້ນ ເປັນຂາປະຈຳຂອງນ້ຳແກງນັ້ນ " ເດັກນ້ອຍໃນຄັນ ອາຍຸບໍ່ພໍເທົ່າໃດເດືອນ ຕົ້ມກັບ ຢາສະຫມຸນໄພຈີນບາງຊະນິດ(Angelica, ຫມາກຮຶນ, ຫມາກຍໍ, ຂິງ, Codonopsis herb) ແລະ ຊີ້ນໄກ່ ກັບ ກະດູກ ຫມູ ຕົ້ມອີກ ແປດຊົ່ວໂມງ ສາມາດບຳລຸງເລືອດໄດ້ດີ "

 

ປ້າຍທຳອິດທີ່ໄປ ເຂົາພານັກຂ່າວໄປທີ່ເມືອງ ຝໍຊານ, ກວາງຕົງ ຫາຮ້ານທີ່ກິນແກງນີ້ເປັນປະຈຳ ແຕ່ຄາດບໍ່ເຖິງວ່າ ພໍ່ຄົວຂອງຮ້ານຈະບອກວ່າ ຕອນນີ້ບໍ່ມີ ກະດູກຫມູ (ຫມາຍເຖິງເດັກນ້ອຍໃນຄັນ)

 

ພໍ່ຄົວບອກວ່າ ຫາກຢາກຈະກິນແກງນັ້ນອີຫລີ "ມີພະນັກງານ ຜົວເມັຍຈາກຕ່າງແດນມາເຮັດວຽກຢູ່ນຳ ກຳລັງຖືພາໄດ້ ແປດເດືອນ ເນື່ອງຈາກ ຖືພາ ສອງເທື່ອທຳອິດ ເປັນລູກຜູ້ຍິງ ກຳລັງໃຊ້ນ້ຳເກືອເລັ່ງໃຫ້ເກີດລູກໄວ ຖ້າໄດ້ລູກສາວອີກ ເຖິງເວລານັ້ນ ກໍນຳມາເຮັດກິນໄດ້" (ສະແດງວ່າ ລູກສາວ ສອງຄົນກ່ອນ ... ເຮີ່ໆ)

ນັກຂ່າວຍັງຕິດຕາມເຮັດຂ່າວຢູ່ຫລາຍອາທິດ ກໍມີແຕ່ຟັງເຂົາເຈົ້າມາ ຍັງບໍ່ເຫັນກັບຕາຕົວເອງ ຄຶດວ່າຈະຈົບ ຢູ່ພຽງແຕ່ ຄຳເວົ້າຂອງ ນັກການຄ້າ ແລະ ພໍ່ຄົວ, ຜ່ານໄປບໍ່ດົນ ນັກການຄ້າໂທມາວ່າ "ໄດ້ເຄື່ອງແລ້ວ" ເຂົາພານັກຂ່າວໄປທີ່ ຮ້ານດັ່ງກ່າວ . ພໍ່ຄົວນຳທຸກຄົນໄປທີ່ຫ້ອງຄົວ ເພື່ອເບີ່ງການ ເຮັດແກງເດັກນ້ອຍ, ນັກຂ່າວ ເຫັນເດັກນ້ອຍທາລົກ ຊຶ່ງໃຫຍ່ກວ່າ ແມວ ຫນ້ອຍດຽວ ວາງຢູ່ເທິງຂຽງ "ຫາກໍຫ້າເດືອນ ຍັງນ້ອຍໂພດ" ພໍ່ຄົວ ເວົ້າຢ່າງເສັຍໃຈ (ມັນບໍ່ໄດ້ເສັຍໃຈ ກັບສິ່ງທີ່ເຮັດໄປໃດ໋ນິ)


ພໍ່ຄົວ ບອກວ່າ ເດັກນ້ອຍທາລົກ ເພດຍິງນີ້ ເຂົາໄດ້ມາຈາກ ຫມູ່ຢູ່ບ້ານນອກ ເຂົາບໍ່ຍອມບອກວ່າ ຈ່າຍໃຫ້ ເທົ່າໃດ ເພື່ອໄດ້ເດັກນ້ອຍທາລົກນີ້ມາ ພຽງແຕ່ບອກວ່າ ລາຄານັ້ນ ຂື້ນກັບ ເດັກນ້ອຍ ອາຍຸ ຊ່ຳໃດ, ເປັນໆ ຫລື ຕາຍ.

 

ນັກຂ່າວນັ່ງຟັງ ພວກເຂົາລົມກັນ ສຳລັບເດັກໃນຄັນທີ່ຕາຍ ດ້ວຍວິທີ ເຮັດແທ້ງ ຄົນກາງກໍຈະຫໍ່ເງິນໃຫ້ ຫມໍຕຳແຍ ຫລາຍຮ້ອຍຢວນ ຫາກເປັນເດັກທີ່ເກືອບຈະຄົບເດືອນ ກໍຕ້ອງໃຫ້ ປະມານສອງພັນຢວນ ໃຫ້ກັບ ພໍ່ແມ່ເດັກ ຖື ວ່າຮັບຂະເຈົ້າມາລ້ຽງ ສຳລັບ ທາລົກທີ່ສົ່ງມາຮ້ານອາຫານ ກໍຕາຍແລ້ວທັງນັ້ນ ກ່ອນຈະມາຈະເປັນຫລືຕາຍ ກໍບໍ່ໄດ້ສົນໃຈ.

 

ນ້ຳແກງຫມໍ້ນີ້ ນັກຂ່າວບໍ່ກ້າຊິມ ຜ່ານການເບີ່ງໃນຫ້ອງຄົວ ບໍ່ອາດຈະກິນຫຍັງໄດ້ ຢູ່ດົນເຕີບ ເລີຍຕິວ່າບໍ່ສະບາຍ ລາກັບກ່ອນ



*ທີ່ພວກເຂົາກິນໄປນັ້ນກະແມ່ນ ທາລົກເພດຍິງ, ຜົນກະທົບ ມາຈາກ ນະໂຍບາຍ ມີລູກຄົນດຽວ ຂອງ ຈີນ ເຊີ່ງຂັດກັບ ຄວາມເຊື່ອ ຂອງ ພວກເຂົາທີ່ວ່າ ມີລູກຜູ້ຊາຍແມ່ນດີ*

 

 

 

ອ່ານເລື່ອງແລ້ວມາເບີ່ງຮູບບາດນິ

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

ໃຜຢາກກິນແນ່??

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 15, 2008 | ມີ 11 ຄຳເຫັນ ແລະ 0 trackback(s)
ຫລັງຈາກທີ່ ຜົວເມັຍຄູ່ຫນື່ງ ກັບມາຈາກກວດສຸຂະພາບຢູ່ໂຮງຫມໍ,
ຝ່າຍຜົວ ນັ້່ນພົບວ່າ ຕົນເອງເປັນ ມະເລັງຂັ້ນສຸດທ້າຍ ຈື່ງນັ່ງລົມກັບເມັຍ


ຜົວ : ບໍ່ຫນ້າເຊື່ອເລີຍທີ່ຮັກ ຂ້ອຍກຳລັງຈະຈາກເຈົ້າໄປແລ້ວ, ຂ້ອຍຮັກເຈົ້າໃດ໋

ເມັຍ : ຢ່າ ເວົ້າຈ່າງຊັ້ນແມະທີ່ຮັກ ເຈົ້າຈະຢູ່ນຳຂ້ອຍໄປອີກດົນ ຂ້ອຍກໍຮັກເຈົ້າເຊັ່ນກັນ

ຜົວ : ຄັນຂ້ອຍ ຕາຍໄປເຈົ້າຈະໄປຢາມ ຫລຸມສົບຂ້ອຍທຸກອາທິດບໍ່ ທີ່ຮັກ?

ເມັຍ : ໂອ້ ແນ່ນອນ ທີ່ຮັກຂອງຂ້ອຍ, ສອງ ສາມ ເທື່ອ ພຸ້ນແຫລະອາທິດຫນື່ງ

ຜົວ : (ຍີ້ມຫນ້າແດງ ຮັກເມັຍຫລາຍຂື້ນ)

ເມັຍ : ເພາະມັນເປັນທາງຜ່ານໄປຮ້ານເສີມສວຍປະຈຳຂອງຂ້ອຍ

ມື້ຕໍ່ມາ ຫນັງສືພິມ ຫນ້າຫນື່ງ ຕີພິມມາວ່າ : ຜົວໂມໂຫຮ້າຍ ຂ້າເມັຍຍັດ ຫລຸມສົບ ຕາຍພ້ອມກັນ ອ່ານຕໍ່ຫນ້າ ສາມ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2008 | ມີ 17 ຄຳເຫັນ ແລະ 0 trackback(s)
ສອງສ່ຽວ ຜູ້ຂີ້ຄ້ານຮຽນລົມກັນ ຫລັງເລິກຮຽນ

ນົກ : ເອ້ະ! ແມ່ນໃຜສົ່ງຂໍ້ຄວາມມາຫັ້ນ


ໄກ່ : ຈັກນຳມັນ ພວກບ່າວຝຣັ່ງ ສົ່ງມາຕະຫລອດ


ນົກ : ໂອ້! ພາສາຝຣັ່ງ!! ຜູ້ບ່າວຝຣັ່ງ ສົ່ງມາຈີບຫວາ??!!! ໂຕຄືບໍ່ລົມເລີຍ?!



ໄກ່ : ຈັກເຮົາອ່ານບໍ່ອອກ ອີກຢ່າງບໍ່ມັກບ່າວຝຣັ່ງນ່າ


ນົກ : ດຽວເອົາມາເບີ່ງດຸມັນຂຽນແນວໃດ??





ຢູ່ຫນ້າຈໍໂທລະສັບ : Your account has less than 500kip. Please recharge to continue to make outgoing calls by dialing xxx - Tixo

ເລື່ອງນີ້ໃຊ້ນາມສົມມຸດໃນການສະແດງ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 23, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ອາດມີບາງຄົນຍັງບໍ່ຮູ້ວິທີນຳໃຊ້ ອັລບັ້ມພາບຂອງພັນລາວ
ມື້ນີ້ ດ່ຽວເລີຍຖື ໂອກາດ ອາສາສອນ ການໃຊ້ງານຂອງມັນ
ນັບຕັ້ງແຕ່ ການ ສ້າງອັລບັ້ມ ອັບໂຫລດຮູບ ຈົນເຖິງການລຶບຮູບ

ເລີ້ມດ້ວຍການສ້າງອັລບັ້ມໃຫມ່ ໂດຍ ໃຊ້ ໂປຣໄຟຣ໌ ຂອງດ່ຽວເປັນບ່ອນ ສອນ
ຄລິກບ່ອນລູກສອນ ເພື່ອ ສ້າງອັລບັ້ມພາບຊຸດໃຫມ່


alt


ໃສ່ຂໍ້ມູນ ຂອງອັລບັ້ມນີ້ ໃຫ້ຄົບຖ້ວນ ຫລັງຈາກນັ້ນກົດ ເພີ່ມອັລບັ້ມຮູບ ເຊິ່ງຢູ່ລຸ່ມ


alt


ຫລັງຈາກທີ່ ອັລບັ້ມຮູບພາບໃຫມ່ ຖືກສ້າງແລ້ວ ເຮົາມາອັບຮູບກັນເລີຍ!
ດ່ຽວລອງເລືອກຮູບຖ່າຍເກົ່າຂອງຕົນເອງມາອັບໂຫລດ
ເລືອກຮູບໃສ່ ແລ້ວກົດ ອັບໂຫລດຮູບ



alt


ຫລັງຈາກຖ້າແປບຫນື່ງ ມັນຈະບອກວ່າຮູບໂຫລດຮຽບຮ້ອຍແລ້ວ ກົດ ກັບໄປທີ່ຮູບ


alt


ໃສ່ ຂໍ້ມູນຂອງຮູບທີ່ເຮົາອັບໂຫລດ ແລ້ວກົດ ບັນທຶກຄ່າ


alt

ອືມ ບາດນີ້ ມາເຖິງການລຶບຮູບ ອາດມີຮູບທີ່ເຮົາບໍ່ມັກ, ອືມ ມັນຫລາຍໂພດ ຢ້ານຄົນຄ້ານເບີ່ງ ຢາກລືບອອກ
ຈະລຶບແນວໃດ?? ຕອບເລີຍ ວ່າ ການລຶບຮູບມີ ສອງ ວິທີ ຄືການລຶບຫມົດ ອັລບັ້ມ ຫລື ລຶບເທື່ອລະຮູບ

ເຂົ້າໄປ  http://punlao.com/user_album.php

ຈະເຫັນ ອັລບັ້ມຮູບພາບ ທີ່ຫມູ່ເພື່ອນມີ, ຢູ່ທີ່ນີ້ຫມູ່ເພື່ອນສາມາດລຶບຮູບຫມົດ ອັລບັ້ມນັ້ນໄດ້ເລີຍ ໂດຍກົດ ລຶບຖິ້ມ, ແຕ່ຖ້າຫາກຢາກລຶບ ເປັນເທື່ອລະຮູບເດ??
ເຂົ້າ ແກ້ໄຂ ຂອງ ອັລບັ້ມ ນັ້ນໆ ຂອງຮູບທີ່ຢາກລຶບນັ້ນຢູ່


alt

ກົດ ລຶບ ແລ້ວ ບັນທຶກຄ່າ ຢູ່ລຸ່ມສຸດ ເປັນອັນສຳເລັດພິທີ


alt



ຖ້າຫາກຍັງມີບ່ອນໃດ ທີ່ຍັງສົງໃສ ຖາມມາໄດ້ ຍິນດີຕອບສະເໝີ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2008 | ມີ 8 ຄຳເຫັນ ແລະ 0 trackback(s)
ກ່ອນຈະເຂົ້ານອນມື້ຫນື່ງແມ່ສົ່ງລູກສາວທີ່ຮັກເຂົ້ານອນ, ແລ້ວ ລູກສາວ ຜູ້ຊ່າງຖາມໄດ້ຖາມແມ່ ຂື້ນວ່າ

ລູກສາວ : ແມ່.. ພຣະເຈົ້າທີ່ເຮົານັບຖືນີ້ ເປັນຜູ້ຍິງ ຫລື ຜູ້ຊາຍ

ແມ່ : ໂອ... ທ່ານເປັນທັງສອງ,

ລູກສາວ : ລະເພີ່ນເປັນຄົນຂາວ ຫລື ຄົນດຳ ລະ ແມ່ ?


ແມ່ : ເພີ່ນເປັນທັງສອງເຊັ່ນດຽວກັນ

ລູກສາວ : ອືມ ຊັ້ນລູກຮູ້ແລ້ວ ແມ່ນໃຜເປັນພຣະເຈົ້າ!

ແມ່ : ຮຶ?! ແມ່ນໃຜລູກ?

ລູກສາວ : Pop King Michael Jackson!

ແມ່ : ໂອ້ ລູກເອີ່ຍ~*
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 22, 2008 | ມີ 18 ຄຳເຫັນ ແລະ 0 trackback(s)

ເຫັນສອງສາມຄົນເຮັດລະ, ອືມ ກະງົມຢູ່ດົນຫນ້ອຍຫນື່ງ ກວ່າຈະໄດ້ ເຖີງ ດ່ຽວ ຮູ້ບໍ່ຫລາຍແຕ່ ກະຢາກແບ່ງປັນ, ເພື່ອເຮັດໃຫ້ ພັນລາວ ແຕ່ລະຄົນ ມີສີສັນທີ່ແຕກຕ່າງກັນ
ໄດ້ຫນ້າຮັກແລະສົດໃສກັນທຸກຄົນ (ມັກເວົ້າຄຳຂວັນ ລາວຊ້າ)
ເຂົ້າເລື່ອງກັນເລຍ

ວິທີສະແດງຮູບໃນກ່ອງໃສ່ຄວາມເຫັນ

-ອັນນີ້ກ່ອງ ໃສ່ຄວາມເຫັນ ຂອງດ່ຽວເອງ


alt

ໂຄດແມ່ນ:


textarea {
background:#FFFFFF url(ລີ້ງຂອງຮູບທີ່ຈະເອົາມາໃສ່)
ບ່ອນຢູ່ຂອງຮູບ;
background-repeat:no-repeat;
height:ຄວາມຄວາມສູງຂອງກ່ອງpx
!important;
}



ລະຫັດສີ ສຳລັບບ່ອນນີ້ຫລາຍຄົນອາດຈະຍັງງົງວ່າແມ່ນຫຍັງ? ມັນຄືລະຫັດຂອງສີ ທີເປັນຈະເປັນສີພື້ນຫລັງຂອງຮູບ ເບີ່ງລະຫັດສີໄດ້ຢູ່ ລຸ່ມສຸດຂອງຫນ້າ http://punlao.com/Diow/blog/235/
ລີ້ງຂອງຮູບທີ່ຈະເອົາມາໃສ່ ແມ່ນ URL ຂອງຮູບຫາໄດ້ຕາມຮ້ານມິນິມາດ ເອີ້ຍ! ຕາມເວບຕ່າງໆໂດຍການກົດຂວາທີ່ຮູບເລືອກ Properties ລະເອົາ Location
ບ່ອນຢູ່ຂອງຮູບ ຕົວຢ່າງ top right ແປໄດ້ຢູ່ເນາະ ເທິງ ຂວາ. ທີ່ໃສ່ໄດ້ບ່ອນນີ້ ມີຄື:
- top ເທິງ
- bottom ລຸ່ມ
- left ຊ້າຍ
- right ຂວາ
- center ກາງ
ໃສ່ຄູ່ ຫລື ດ່ຽວ ກະໄດ້ (ແຕ່ບໍ່ແມ່ນດ່ຽວນີ້ເດີ້)
ຄວາມສູງຂອງກ່ອງ ແມ່ນຄວາມສູງຂອງຮູບ ຄວນໃສ່ພໍດີ ຫລື ສູງ ກວ່າຂະຫນາດຮູບທີ່ໃສ່
!important ໃສ່ເຕີ່ມເພື່ອໃຫ້ມັນສະແດງຜົນ


ແນະນຳໄປຂຽນໃສ່ Notepad ກ່ອນແລ້ວຈື່ງກ໊ອບປີ້ມາໃສ່ ຕັ້ງຄ່າໂປຣໄຟລ໌

ອືມ ກະຂໍຈົບການອະທິບາຍພຽງເທົ່ານີ້ ຖ້າຍັງບໍ່ເຂົ້າໃຈ ກໍຫຍັງຖາມມາໄດ້

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2008 | ມີ 11 ຄຳເຫັນ ແລະ 0 trackback(s)
ທຸກມື້ນີ້ ສັງຄົມນັ້ນປ່ຽນໄປ ຕ່າງຄົນຕ່າງເລີ່ມເຫັນແກ່ຕົວກັນຫລາຍຂື້ນ ບໍ່ຄິດເຖີງໃຈເຂົາໃຈເຮົາ ເຮັດໃຫ້ເກີດຄວາມຂັດແຍ່ງຢູ່ ຕະຫລອດ ອາດຈະແມ່ນຊ່ວງນີ້ ຖືກຂະເຈົ້າ ເຮັດໃສ່ຫລາຍໂພດຕິ ເລີຍຄິດເຖີງເລື່ອງຫນື່ງທີ່ເຄີຍ ອ່ານໃນເນັດ. ກ່ອນຈະອ່ານຢາກຖາມທຸກຄົນວ່າ ທຸກຄົນ ເຊື່ອເລື່ອງເວນກຳບໍ່?

 ເລື່ອງມັນມີຢູ່ວ່າມີ ຊາຍຄົນຫນື່ງ ເປັນຄົນໄຂ້ປະຈຳຂອງໂຮງຫມໍ ລາວເປັນຄົນທີ່ຕ້ອງໄດ້ຜ່າຕັດ ຕະຫລອດບໍ່ແມ່ນຍ້ອນລາວເປັນພະຍາດຊຳເຮື້ອ ຫລື ແນວໃດ ແຕ່ທຸກຄັ້ງທີ່ເຂົ້າຜ່າຕັດນັ້ນ ມັນຫນັກຫນາຂື້ນຢູ່ຕະຫລອດ ຊາຍຄົນນັ້ນມີຊື່ວ່າ ບຸນມາ. ບຸນມາ ເຂົ້າໂຮງຫມໍ ເທື່ອທຳອິດຍ້ອນ ແຜ ຢູ່ນີ້ວກ້ອຍຖືກ ປາຝາອອງກັດ ຫມໍໃຫ້ທາຢາແກ້ປວດ ກັບ ແກ້ອັກເສບ ລະກະ ກັບໄປ ເບີ່ງແລ້ວບໍ່ມີຫຍັງ. ເຄີ່ງເດືອນຕໍ່ມາ ບຸນມາ ກັບມາອີກ ພ້ອມກັບແຜເກົ່າ ທີ່ອັກເສບ ຮຸນແຮງ ແລະ ບວມໃຫຍ່ ຫມໍກວດພົບວ່າ ເຊື້ອພະຍາດຮ້າຍໄດ້ເຂົ້າກິນກັນກະດູກ ຈະຕ້ອງ ໄດ້ຕັດນິ້ວເພື່ອບໍ່ໃຫ້ແຜ ລຸກລາມ ຊື່ງນີ້ວນັ້ນຖ້າປະໄວ້ອາດຕາຍໄດ້, ຈາກນັ້ນມາກະມິດໄປດົນ ຈົນຮອດອີກ
ເຄີ່ງປີຕໍ່ມາ ບຸນມາໄດ້ໄປຫລີ້ນທະເລ ເທື່ອນີ້ ລາວຖືກ ປາຝາອອງກັດອີກ ລະມັນກັດເຂົ້າບ່ອນຕີນ ແຜອັກເສບ ບວມໃຫຍ່ຂື້ນ ຫລັງຈາກນັ້ນ ສອງວັນ ເມື່ອຜົນສາຍແສງ ທີ່ໂຮງຫມໍ ອອກມາ ພົບວ່າ ເຊື້ອໂລກກິນເຂົ້າ ກະດູກຫມົດ ຈື່ງຕ້ອງຕັດນີ້ວຕີນໄປອີກນີ້ວ ເວລາຜ່ານໄປໄຫລແລ້ວບໍກັບ (ນອກເລື່ອງ) ເວລາຜ່ານໄປປີຫນື່ງ ບຸນມາກັບມາໂຮງຫມໍອີກເທື່ອຫນື່ງ ພ້ອມແຜເກົ່າທັງສອງທີ່ອັກເສບກວ່າເກົ່າທີ່ບວມ ຂື້ນພ້ອມກັນ ພໍຜົນສາຍແສງອອກມາ ຕາຍແລ້ວ! ເຊື້ອຮ້າຍ ເຂົ້າກິນກະດູກຢ່າງຮຸນແຮງ ລະຍັງບໍ່ພໍ ເຊື້ອໂລກກຳລັງຈະກາຍເປັນມະເລັງຄັນບໍ່ຜ່າຕັດກ່ອນຈະລຸກລາມໄປກວ່ານີ້ ບຸນມາຕ້ອງໄດ້ນອນໂຮງຫມໍ ອີກເດືອນຫນື່ງ ໃນສະພາບ ຄົນເຈັບນີ້ວມື ແລະ ຕີນກຸດ. ມື້ຫນື່ງຫລັງຈາກທີ່ ບຸນມາອອກຈາກໂຮງຫມໍ ລູກຊາຍຂອງພີ່ນ້ອງສິບວດ ມື້ກ່ອນງານບວດ ບຸນມາເລີຍໄປຊ່ວຍວຽກຢູ່ວັດຈົນຮອດຄ່ຳຈື່ງນອນຢູ່ສາລາ ຈັກແມ່ນຄວາມຊວຍອີ່ຫຍັງມາບັງເກີດຕໍ່ບຸນມາ ຂະນະທີ່ນອນຢູ່ມີຫນູ ມາກັດຕີນບ່ອນທີ່ເປັນບາດຫາກໍເຊົາ ບຸນມາຮ້ອງຈົນທຸກຄົນໃນ ສາລາຕື່ນ,ແຜທີ່ຫນູກັດບໍ່ກວ້າງຫລາຍ ແຕ່ມີເລືອດເຊີ່ງກະເຮັດໃຫ້ທຸກຄົນຕື່ນ ແລະ ສົງໃສວ່າເປັນຫຍັງ ຫນູທີ່ປົກກະຕິ ມີແຕ່ກັດກິນ ສົບຄືມາກັດຄົນທີ່ຍັງເປັນໆ ຄຳເວົ້າຂອງພວກເຂົາ ເຮັກໃຫ້ບຸນມາເສັຍຂວັນ ພວກພີ່ນ້ອງພາບຸນມາ ໄປໂຮງຫມໍ ຜົນການສາຍແສງເທື່ອນີ້ອອກມາວ່າ ເຊື້ອມະເລັງຮ້າຍ ໄດ້ກິນເລືອກເຂົ້າໄປຫລາຍ ທ່ານຫມໍ ຈຳເປັນຕ້ອງຕັດແຂນ ແລະ ຂາ ຫມົດທ່ອນຂອງ ບຸນມາ ຖີ້ມໄປ (ເປັນຕາຢ້ານ)

ມາຮອດນີ້ ທຸກຄົນທີ່ອ່ານມາຮູ້ສຶກແນວໃດ ສົງສານ ບຸນມາບໍ່? ຫລື ວ່າຈັ່ງໃດ ເຮົາອ່ານຕໍ່ເນາະ

ທ່ານຫມໍ ສົງໃສ ກັບ ບາດແຜຂອງ ບຸນມາ ວ່າເປັນຫຍັງຄື ຖືກແຕ່ສັດມາກັດ ຈື່ງໂອ້ລົມສອບຖາມ ບຸນມາຈື່ງໄດ້ເລົ່າໃຫ້ ທ່ານຫມໍ ຟັງວ່າ ຕັ້ງແຕ່ ອາຍຸສາມສິບ ບຸນມາ ມັກກິນເຫລົ້າ ເຄື່ອງແກ້ມທີ່ ບຸນມາ ມັກແມ່ນ ປາຝາອອງ ບຸນມາໄດ້ຍີນວ່າ ໃຜທີ່ກິນ ປາຝາອອງດ້ຫລາຍສີບໂຕ ລະຕະຫລອດຊີວິດ ຈະບໍ່ເປັນ ໂລກຂໍ້ອັກເສບໃດໆ ທັງຍັງບຳລຸງໄຕ (ແມ່ນຫວາ ດ່ຽວຫາກໍຮູ້) ບຸນມາ ຈື່ງມັກຫາ ປາຝາອອງມາຜັດເຜັດກິນ ກັບເຫລົ້າຂາວ. ບຸນມາກິນມາໄດ້ຫລາຍປີແລ້ວ ຈົນນັບບໍ່ໄດ້ວ່າກິນຈັກໂຕ (ສົງໃສຂໍ້ອັກເສບຄືສິບໍ່ເປັນຈົນຊາດຫນ້າລະ) ມື້ຫນື່ງ ບຸນມາ ໄປໄດ້ ປາຝາອອງ ໂຕໃຫຍ່ ມາບໍ່ຮູ້ຈະເຮັດກິນແນວໃດ ໃຫ້ຫມົດແນວວ່າ ຢູ່ບ້ານບໍ່ມີໃຜກິນນຳ ລະກະຢູ່ບ້ານ ບຸນມາ ບໍ່ມີຕູ້ເຢັນ (ບໍ່ຫວ່າ ຈະເຮັດແນວນັ້ນ) ເຂົາກິນມື້ລະຫນ້ອຍ ລະຫນ້ອຍ ໂດຍບໍ່ຮູ້ເລຍວ່າມັນທໍລະມານ ຊ່ຳໃດ ດ້ວຍເຫດທີ່ ປາຝາອອງ ເປັນສັດອາຍຸຍືນ ບໍ່ຕາຍງ່າຍ ບໍ່ວ່າຈະຂັງມັນໄວ້ແນວໃດມັນກະຢູ່ໄດ້ເປັນປີ ບຸນມາເຫັນແກ່ກີນ ປາດກິນເທື່ອລະຫນ້ອຍ ຕາມຂາຂອງມັນ ຕາມສ່ວນຕ່າງໆ ຂອງມັນ ປາຝາອອງ ຕ້ອງທົນຢູ່ເປັນເວລາ ເຄີ່ງເດືອນ ກ່ອນທີ່ ເຂົາຈະຈັດການ ອາຫານ ພິດສະດານ ມື້ສຸດທ້າຍ. ແຫລະແລ້ວ ບຸນມາ ກໍສຸກໃຈກັບການກິນປາຝາອອງສົດໆ ແບບນີ້ເປັນຕົ້ນມາ.  ທຸກຄົນທີ່ອ່ານມາຮອດນີ້ (ຈະມີບໍ່ນໍ້ ມີລະລົງຊື່ໃຫ້ຄຳເຫັນແນ່ເດີ້) ໄດ້ເຫັນເຖິງຜົນຮ້າຍຂອງການທໍລະມານສັດ ນັ້ນຍ້ອນກັບມາສູ່ຕົວເອງ. ຢ່າທຳຮ້າຍ ແລະ ທໍລະມານສັດເນີ້

ຂໍຈົບແຕ່ພຽງເທົ່ານີ້ ພົບກັບ ໄດອາຣີ່ ຂອງດ່ຽວໃຫມ່ໃນມື້ຫນ້າ ສຳລັບມື້ນີ້ຂອງກ່າວຄຳວ່າ ສະບາຍດີ

ສົ່ງທ້າຍດ້ວຍຮູບແຕ້ມ ດ້ວຍ ເມົ້າສ໌ຂອງຕົວເອງ
alt
ຂຽນເມື່ອ ຂຽນເມື່ອ: ພ.ພ.. 21, 2008 | ມີ 62 ຄຳເຫັນ ແລະ 0 trackback(s)
Hi everybody in Punlao, Today I'm going to teach you how to install font and setup Lao keyboard in 5mn

First to read Lao in your computer, Let's start with click Here to download Lao Font, save it where easy to find out Desktop is good idea




When download is done go to
Start > Control > Font ...   
or
C:/Windows/Fonts/..



You could see many fonts here, drag Saysettha.OT and drop it here to install



Done.

ຫລັງຈາກທີ່ທ່ານລົງຟ້ອນລາວ ທ່ານຄືຈະເຫັນຕົວຫນັງສືລາວທີ່ຂຽນນີ້


ເລີ່ມເລຍນໍ້ອັນນີ້ຂຽນລາວ ຂັ້ນທຳອິດ ໃຫ້ໂຫລດໄຟລ໌ ມາກ່ອນ ອັນນີ້ຈະເປັນໂຕຕິດຕັ້ງ ດາວໂຫລດໄຟລ
ໂຫລດມາແລ້ວ ເກັບໄວ້ບ່ອນທີ່ງ່າຍແກ່ການຊອກເຫັນ ໃສ່ໄວ້ desktop ກະດີ



ກົດເຂົ້າໄປມັນຈະລົງໂປຣແກຣມໂດຍອັດຕະໂນມັດ ເມື່ອຕິດຕັ້ງສຳເລັດກົດປິດ



ບາດນີ້ເຮົາຈະມາຕັ້ງ Keyboard ນໍ້ ເຂົ້າ Start > Control Panel > Regional and Language Options



ເຂົ້າມາໃນນີ້ ແລ້ວກົດແທບ Languages



ຕໍ່ໄປກົດ Details..



ກົດ Add



ຮອດຕອນສຳຄັນແລ້ວ ເລືອກ Punlao Keyboard Layout ໃນຊ່ອງທີ ສອງ



ກົດໂອເຄ ແລ້ວກົດອອກທັງຫມົດ ສັງເກດຢູ່ຫນ້າຈໍຈະມີຮູບແປ້ນພີມ



ວິທີໃຊ້ກົດໃສ່ຮູບເພື່ອປ່ຽນພາສາຈາກອັງກິດເປັນລາວ ຫລື ມັກງ່າຍແບບເຮົາກໍກົດ Shift + Ctrl



ເອື້ອເຟື້ອຮູບພາບປະກອບໂດຍ au8ust

ຂຽນເມື່ອ ຂຽນເມື່ອ: ພ.ພ.. 17, 2008 | ມີ 14 ຄຳເຫັນ ແລະ 0 trackback(s)
ພໍດີ ທ້າທາຍ ຖາມເຂົ້າມາຫລາຍເທື່ອແຕ່ເນື່ອງຈາກ Shoutbox ນັ້ນມີແຕ່ໂຕຫນັງສືອາດຈະເຂົ້າໃຈຍາກ
ເຮົາມາເລີ່ມກັນເລຍ ຕັ້ງແຕ່ເຮົາມີຮູບຢູ່ໃນຄອມເນາະ

alt

ເຂົ້າ http://img.laoupload.com ເວບຂອງທ່ານນິນ ເວບມາສເຕີ ພັນລາວຂອງເຮົານີ້ ເອງ ຂໍ້ດີທີ່ວ່າ ບໍ່ຕ້ອງເປັນສະມາຊິກກະອັບໂຫລດຮູບໄດ້ ລະກະຍັງມີອີກຫລາຍເວບຂອງຕ່າງປະເທດອີກ ແຕ່ມື້ນີ້ຈະແນະນຳຂອງ ລາວອັບໂຫລດເນາະ. ນີ້ລະເນາະຫນ້າຕາຂອງເວບ

alt

ກົດ Browse ແລ້ວເລືອກຮູບ ສາມາດໃສ່ຮູບຫລາຍໃບໃນການອັບໂຫລດຄັ້ງຫນື່ງໄດ້ ແຕ່ຕອນນີ້ແມ່ນເຮົາຈະອັບແຕ່ໃບດຽວ
ຄັນອັບໂຫລດກາຍຫ້າຂື້ນໄປໃນການອັບບາດດຽວແລ້ວບ່ອນໃສ່ມັນບໍ່ພໍເຮັດແນວໃດ? ບໍ່ຍາກຢູ່ຝາກຊ້າຍຂອງ Start Uploading
ຈະມີຄຳສັ່ງ Add More Files ມັນຈະເພີ່ມບ່ອນໃສ່ຫນື່ງຊ່ອງໃນການກົດຄັ້ງຫນື່ງ

alt

ລະບົບທຳການອັບໂຫລດຢູ່

alt

ເມື່ອອັບໂຫລດແລ້ວໆຈະເຫັນຫນ້າເວບເປັນຈັ່ງຊີ້, ເລືອກເອົາລີ້ງເທີງສຸດບ່ອນທີ່ຫມາຍກອບສີແດງ ທຳການທຳຮ້າຍປ້າຍສີມັນ ຮະໆ ປ້າຍສີຫັ້ນແຫລະ
ແລ້ວກ໊ອບ Ctrl+C ຫຼື ກົດເມົ້າຂວາເລືອກ Copy

alt

ກັບມາຫນ້າໄດອາຣີ່ຂອງພັນລາວ ກົດໃສ່ຮູບພູ

alt

ຈະຂື້ນຫນ້າຕ່າງໃສ່URL ຂອງຮູບ ດ້ານຊ້າຍມີ ຕົວເລືອກເສີມ ປັບຂະຫນາດຂອງຮູບ, ກົດInsert ຮູບກໍເປັນການສຳເລັດພິທີ

alt

ຈົບພິທີນໍ່ຄັນມີຫຍັງສົງໃສກະລົງຄຳເຫັນໄວ້ເດີ້
ຂຽນເມື່ອ ຂຽນເມື່ອ: ພ.ພ.. 17, 2008 | ມີ 2 ຄຳເຫັນ ແລະ 0 trackback(s)
ຂໍຂຽນເລື່ອງໄຮ້ສາລະແນ່
ເລື່ອງມັນກະມີຢູ່ວ່າອາທິດກ່ອນນັ່ງຫລີ້ນເນັດຢູ່ສາມຄົນໃນຫ້ອງ (ຢູ່ຫໍພັກ) ລຸ້ນອ້າຍແຕ່ເປັນນັກຮຽນລຸ້ນດຽວກັນທີ່ຊື່ ສົມບູນ ແລະ ແອນດຣູ ຫມູ່ລຸ້ນດຽວກັນ ໄດ້ບັງເກີດຄວາມຄິດທ່ອງທ່ຽວຢ່າງປະຫຍັດ ພາຍໃນຕົວເມືອງທີ່ພວກເຮົາຢູ່ ຫນານນີງ ໄປບ່ອນທີ່ພວກເຮົາບໍ່ຄຸ້ນເຄີຍ ເປັນເວລາຄືນ ແລ້ວເລາະຖ່າຍຮູບແຖວນັ້ນ ພວກເຮົາຈະເດີນທາງດ້ວຍລົດເມປະຈຳທາງໄປກັບຫມົດ 2.40 ຢວນ ຕອນທີ່ນັ່ງໃນລົດ ກໍຈະຊື້ເຂົ້ານົມແລະນ້ຳກິນໄປນຳທາງ (ປານໄປທ່ຽວເອົາໂລດ) ມື້ເລີ້ມຕົ້ນການເດີນທາງຂອງເຮົາແມ່ນຄືນວັນສຸກກັບຫໍພັກຊ້າສຸດ 11ໂມງ

ວັນເສົາທີ 16 ພຶດສະພາ (ຂໍອະໄພເນື່ອງຈາກກ້ອງຂອງເຮົາຖ່າຍບໍ່ໄດ້ດີໃນຕອນກາງຄືນ)
ຫລັງຈາກຫ້າງສະບຽງອາຫານ ເຮົາກໍມາຖ້າຂື້ນລົດເມ ເວລາ 9 ໂມງກວ່າໆ

alt

ມາເບີ່ງຫນ້າຜູ້ຮ່ວມເດີນທາງ ແອນດຣູ ແລະ ສົມບູນ


alt

ແລະຕົວລະຄອນລັບ ຮິໆ alt

alt

ພາຍໃນລົດ ລົດຫາກໍອອກຈາກສະຖານີລະກະເດິກແນ່ຄົນເລຍບໍ່ຫລາຍ

alt

ນັ່ງໄປດົນໆຮູ້ສຶກວ່າມັນລ້ຽວໄປທາງບໍ່ຮູ້ລະ ແຕ່ລຸ້ນອ້າຍທີ່ຈະຈົບປີນີ້ວ່າລົດສາຍນີ້ໄປເຂດເມືອງໃຫມ່ຂອງຫນານນີງ (ເລີ່ມຫນັກໃຈ)

alt

ຢູ່ດີໆມີຄົນເມົາ ມານອນຢູ່ແຖວຫລັງສຸດ ມັນຈ່າຍຄົນດຽວ ລະເອົາຮອດສອງບ່ອນ ແຕ່ກະດີເມົາບໍ່ຂັບ ດ໋ຽວຈະຫລັບບໍ່ຕື່ນ

alt

ນັ່ງກິນມັນຝຣັ່ງທອດໄປກັບໂຄ໊ກ ສິຫມົດຫລຽວໄປເຫັນຄວາມສາມາດພິເສດຂອງ ສົມບູນ ລາວເປົ່າໄຟໄດ້

alt

ເຫັນສວນຫຍັງບຸມີຮູບປັ້ນຊ້າງຢູ່ອີກຝາກທາງ ກໍເລຍລົງລົດ

alt

ຈະຂ້າມທາງໄປອີກຝາກຕ້ອງຍ່າງລົງທາງໄຕ້ດິນ ລະເຮົາເຫັນຮູບຊາຍຄົນຫນື່ງ ຫນ້າຄຸ້ນໆ ຂະເຈົ້າວ່າເປັນຝາແຝດກັນ ຮິໆ

alt

ສົມບູນ ກັບ ແອນດຣູ ກະຂໍຖ່າຍນຳ ສັງເກດ ສົມບູນ ສົງໃສຈະມັກກັນແຮງ

alt

ຖ່າຍຮູບໄວ້ເປັນ ທີລະທຶກ ວ່າຫນ່ວຍກ້າຕາຍຫ້ອງເຮົາໄດ້ມາຢຽບບ່ອນນີ້ແລ້ວ

alt

ຕັ້ງກ້ອງຖ່າຍໃຊ້ກະເປົ໋າເປັນຂາກ້ອງ ສັງເກດສົມບູນຢາກເປັນ ຄືຊ່າງປະປາ ໃນໄດອາຣີ່ ຂອງ ນີນ ເວບມາສເຕີ ພັນລາວເຮົາບໍ່?

alt

ຢູ່ຈີນມີຊ້າງສີ່ຫົວ ແລະ ຫນື່ງໂຕ ຮະໆ ບໍ່ຮູ້ມັນຊື່ເຖີງຫຍັງ ອ່ານຈີນຍັງບໍ່ເກັ່ງ ອ່ານປ້າຍອະທິບາຍບໍ່ອອກ

alt

ອອກຈາກບ່ອນນັ້ນ ລະກະຍ່າງໄປຍ່າງມາແຖວປະມານເກືອບສອງຊົ່ວໂມງ ມາຖ່າຍເກ໊ກຢູ່ຫນ້າ ສູນການຄ້າ Expo Nanning

alt

ເດີກແລ້ວລົດເມບໍ່ແລ່ນແລ້ວ ຕ້ອງໄດ້ນັ່ງແທັກຊີກັບ ເອົາໄປເອົາມາຫມົດຄ່າແທັກຊີ 50yuan ຢວນຫນື່ງ ເທົ່າກັບ 1500 ກີບ ກະ 75000ກີບ (ເຝີຫລາຍຖ້ວຍໃດ໋ນີ້)

alt

ແລະແລ້ວການເດີນທາງອັນນ້ອຍໆຂອງພວກເຮົາກໍສີ້ນສຸດ
ເລື່ອງນີ້ສອນໃຫ້ຮູ້ວ່າ ໄປໄວ ກັບໄວ ປະຫຍັດເງີນຄ່າ ແທັກຊີ (ເຮິ້ໆ)


ຂໍອະໄພຄັນມັນໄຮ້ສາລະຈົນເກີນໄປ