ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2009 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

 

alt

 

 

 ພໍດີຂຽນແຕ່ວິທີ Windows ລືມ ຂອງ Mac

alt

ປົກະຕິ Mac OS X ຈະອ່ານພາສາລາວໄດ້ເລີຍ ແຕ່ຍັງບໍ່ສາມາດພິມພາສາລາວໄດ້ເທື່ອ, ສະນັ້ນ ທ່ານທັງຫລາຍ ຈົງດາວໂຫລດໄຟລຈາກໄດ້ຈາກ

www.laoscript.net/support/Mac%20OS%20X/How%20to%20use%20Lao%20on%20Mac%20OS%20X.php

alt

 

 

ກົດລິ້ງ ດັ່ງກ່າວ, ຖ້າໃຊ້ Safari ມັນຈະ ດາວໂຫລດເອງໂດຍອັດຕະໂນມັດ ເມື່ອໄດ້ໄຟລມາ Safari ຈະແຕກໄຟລ dmg ເອງ (ຖ້າຍັງບໍ່ໄດ້ປັບຫຍັງ ເປັນຄ່າຕັ້ງເດີມແຕ່ຕົ້ນ) ຈາກນັ້ນເປີດໂຟລເດີ້ Keyboard Layouts

alt

 

 

ເປີດແລ້ວຈະເຫັນໄຟລສອງອັນ ກ໊ອບມາຫມົດສອງ

alt

 

ແລ້ວເຂົ້າໄປທີ່ Library/Keyboard Layouts ແລ້ວ Paste ວາງໄວ້ບ່ອນນີ້

alt

 

 

 

ຂັ້ນຕອນສຸດທ້າຍ ເຂົ້າ   System Preferences/International/Input Source ແລ້ວ ເລື່ອນລົງມາ ຊອກຫາເອົາ LaoSTEA

alt

 

ກົດອອກກໍເປັນອັນຈົບພິທີ

 

ສຸດທ້າຍຂອບໃຈໂປຣແກຣມ Freeware ຈາກເວບ www.LaoScript.net

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

ກ່ອນອື່ນ ຄົນທີ່ເຂົ້າມາໃນນີ້ ກະຄືສິຮູ້ຈັກ ຫລື ມີ iPod ເປັນຂອງຕົວເອງ, ແຕ່ຮູ້ແນ່ບໍ່ວ່າ iPod ນັ້ນບໍ່ແມ່ນ Apple ຫລື ຄົນໃນບໍລິສັດເປັນຕົ້ນຄວາມຄິດໄອເດຍ ດັ່ງກ່າວເລີຍ.

 alt

ເລື່ອງມັນມີຢູ່ວ່າ ສະໄຫມກ່ອນມີ ກະຕ່າຍ ກັບ ເຕົ່າ ເອີບໍ່ແມ່ນ ຊາວອັງກິດ ຊື່ວ່າ KANE Kramer  ຜູ່ທີ່ຕ້ອງອອກຈາກໂຮງຮຽນເມື່ອອາຍຸ 15 ປີ ແລະເມື່ອ 23 ປິ ເກີດໄອເດັຍຄິດເຖິງ ອຸປະກອນທີ່ສາມາດຟັງເພງ ຄວາມຍາວ 3ນາທີ 30 ວິ ມີຈໍສະແດງຜົນນ້ອຍໆ ປຸ່ມບັງຄັບການຫລິ້ນເພງ ປັບສຽງ ໃນອຸປະກອນທີ່ຂະຫນາດເທົ່າກັບ ບັດເຄຣດິດ ແລະ  ຈາກນັ້ນກໍໄດ້ ແຕ້ມແບບໄວ້ໃນເຈັ້ຍ ແລະ ເອີ້ນມັນວ່າ IXI ແລະ ຈົດລິຂະສິດໄປ.

alt       alt

ແລະ ເມື່ອເຖິງເວລາທີ່ຕ້ອງຕໍ່ລິຂະສິດໃນເວລາຕໍ່ມາ ຄ່າຕໍ່ລິຂະສິດສູງເຖິງ $120,000 ເຊິ່ງ Kramer ບໍ່ມີທຶນຕໍ່ອາຍຸສິດທິບັດ. ແລະ ຄວາມຄິດໄອເດັຍ IXI ຈຶ່ງຕົກເປັນ ສິດທິ ຂອງ ສາທາລະນະຊົນ ແລ້ວ Apple ກະເລີຍສອຍໄປ. . .

alt

 

ອົດເປັນ ມະຫາເສດຖີເອົາຊື່ໆ ແງ່ວ~

Source : Wikipedia, kanekramer.com, engadget

 

 

 

 

 

 

alt

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 30, 2009 | ມີ 23 ຄຳເຫັນ ແລະ 0 trackback(s)

ພໍດີມື້ນີ້ໄປກວດອີເມລໃນ msn ເຊິ່ງບໍ່ໄດ້ໃຊ້ສົ່ງເມລຕາມປົກະຕິ (Junk mail ເຕັມເກົ້າຮ້ອຍກວ່າສະບັບ ເຮີ່ໆ)

 

ບໍ່ເວົ້າຍາວເບິ່ງກັນເລີຍ

alt

ຊ່ວຍແນ່!!!!!!

 

alt

ບໍ່ມີໃຜຊ່ວຍເລີຍ

alt

ຮືໆ ຕື່ນແມ້....

alt

ຮືໆໆ ເຮັດຈັ່ງໃດດີ ຕື່ນແມ້

alt

ເຮີ້ຍໆ ຖ່າຍຫລາຍ ພາໄປໂຮງຫມໍໝາແນ່ ອ້າຍ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

ຫວ່າງການຂຽນໄດ ມາດົນ ມື້ນີ້ໄປຮວບຮວມປະຫວັດສິ່ງທີ່ຕົວເອງມັກມາຄືນ

ສະເກັດບອດ ເກີດຂື້ນໃນຊຸມປີ 1950 ຈາກນັກ Surfboard ທີ່ມີໄອເດຍຢາກເຊີບເທິງຖະຫນົນ. ບໍ່ມີໃຜຮູ້ແນ່ຊັດວ່າແມ່ນໃຜເຮັດສະເກັດບອດປັນຄົນທຳອິດ, ແຕ່ກັບເປັນວ່າພວກເຂົານັ້ນມີຄວາມຄິດຄືກັນທີ່ຈະເຊີບເທີງຖະຫນົນ, ສະເກັດບອດລຸ້ນທຳອິດທີ່ເຮັດອອກມານັ້ນເຮັດມາຈາກໄມ້ແປ້ນກັບຖານລໍ້ inline-skate (ອັນທີ່ຢູ່ຫລັກສີ່ແຕ່ກີ້ຫັ້ນນາ) ຢ່າງທີ່ທຸກຄົນຄິດມີຄົນເຈັບຈາກສະເກັດທີ່ບໍ່ໄດ້ມາດຕະຖານເຫລົ່ານັ້ນໃນແຖວປີທຳອິດ ເຮັດໃຫ້ພວກເຂົາຕ້ອງຄິດປະດິດສະເກັດຂື້ນໃຫມ່
ຫລາຍບໍລິສັດໄດ້ເປີດໂຕຂື້ນພ້ອມດ້ວຍການພັດທະນາຂື້ນເລັກຫນ້ອຍ, ໄມ້ທີ່ພວກເຂົາໃຊ້ເຮັດເປັນແຜ່ນນັ້ນມີຫລາຍຊັ້ນຈາກທີ່ຈະເຮັດຫນາແຕ່ເປັນຊັ້ນດຽວ. ສະເກັດຈື່ງເປັນສີ່ງຫນື່ງທີ່ໄວຫນຸ່ມສະໄຫມນັ້ນເຮັດຫລັງຈາກຫລີ້ນເຊີພ.
 

alt

ໃນປີ 1963 ຄວາມນິຍົມສະເກັດນັ້ນຂະຫຍາຍຂື້ນຢ່າງໄວວາ ມີການແຂ່ງຂັນກັນທີ່ເອີ້ນວ່າ Free Style ທີ່ຄ້າຍໆເຕັ້ນ Ballet ເທິງ ສະເກັດ ເຊີ່ງຕ່າງກັບດຽວນີ້ລິບລັບ. ແຕ່ສອງປີຕໍ່ມາ ປີ 1965 ຄວາມຮຸ່ງເຮືອງຂອງສະເກັດນັ້ນດີ່ງລົງເຫວ ເນື່ອງຈາກມີຄົນລົ້ມແລ້ວຕາຍອະນາດດັບຊີບຢູ່ໂຮງຫມໍ ບໍລິສັດສະເກັດສະໄຫມນັ້ນຈື່ງໄດ້ທະຍອຍ
ປິດໂຮງງານກັນໄປເປັນແຖວ.

ແຕ່ຄົນກໍຍັງຫລີ້ນຢູ່ ເຖິງວ່າອຸປະກອນສະເກັດນັ້ນຈະຫາຍາກແລະແຜ່ນນັ້ນກໍເຮັດເອົາເອງ. ພວກເຂົາລອງປ່ຽນຜະລິດລໍ້ດ້ວຍຢາງຊະນິດໃຫມ່ທີ່ຫນຽວຂື້ນເປັນພິເສດ ທີ່ເປັນອັນຕະລາຍຍີ່ງຂື້ນແລະຍາກຕໍ່ການຄວບຄຸມ. ມາໃນປີ 1972 Frank Nasworthy ໄດ້ປະດິດລໍ້ຈາກຢາງ ຢູຣິເທນ (urethane) ເຊີ່ງໃກ້ຄຽງກັບລໍ້ທີ່ໃຊ້ຢູ່ໃນປັດຈຸບັນ. ບໍລິສັດຂອງລາວຊື່ Cadillac Wheels ແລະໄດ້ຜະລິດຫລາຍສີ່ງທີ່ເປັນຈຸດປະກາຍການຜະລິດສະເກັດແກ່ຜູ້ຫລີ້ນແລະນັກເຊີບ.

alt

ໃນປີ 1976 Alan Ollie Gelfand ກໍໄດ້ປ່ຽນໂຊມຫນ້າການຫລີ້ນສະເກັດດ້ວຍທ່າໂດດ ໂດຍຕັ້ງຊື່ທ່າຈາກຊື່ກາງຂອງຕົນ ແມ່ນທ່າທີ່ໃຊ້ຕີນຫລັງຢຽບລົງແລ້ວໃຊ້ຕີນຫນ້າປັດແຜ່ນໄປທາງຫນ້າ
ເຮັດໃຫ້ສະເກັດນັ້ນລອຍຕົວຈາກນັ້ນກໍລົງພື້ນໂດຍຫຍໍ້ໂຕເລັກນ້ອຍ, ດ້ວຍເຫດຄັ້ງນັ້ນມີຫລາຍຄົນທີ່ຫລີ້ນສະເກັດໄດ້ຄິດຄົ້ນທ່າຕ່າງໆຕໍ່ຈາກ Ollie. Rodney Mudlen
ກໍເປັນຫນື່ງໃນນັ້ນເຂົາໄດ້ຄິດຄົ້ນທ່າ kickflip, heelflip, 360 flip ເຊີ່ງເປັນທ່າຫມູນສະເກັດແລ້ວກັບມາຢຽບຄືນເຮັດໃຫ້ຄວາມນິຍົມສະເກັດກັບມາສູ່ຄົນທົ່ວໂລກ
ທີ່ມັກສະເກັດ.
 

alt

ມາໃນປີຫລັງໆສະເກັດໄດ້ພັດທະນາຕົວເອງເປັນຂັ້ນໆ ລວມທັງທ່າຕ່າງໆທີ່ໂປຣສະເກັດໄດ້ຄິດຂື້ນເຮັດໃຫ້ສະເກັດນັ້ນກ້າວສູ້ຄວາມນີຍົມ ຕາມການລາຍງານຂອງ American Sports Data ປີ 2002 ໄດ້ເວົ້າວ່າມີຄົນຫລີ້ນສະເກັດທົ່ວໂລກ 12.5 ລ້ານຄົນ 80%ນັ້ນແມ່ນຜູ້ຫລີ້ນອາຍຸນ້ອຍກວ່າ 16 ແລະ 74% ເປັນຜູ້ຊາຍ.

ແຜ່ນ (deck)

alt

ເພົາເຫລັກແກນກາງ (Truck)
alt
ລໍ້ (Wheel)
alt
ລູກປືນ (bearing)
alt
ກະດາດຊາຍ (grip tape)
alt

ທຸກມື້ນີ້ ຫລາຍຄົນອ່ານເຄີຍເຫັນຜ່ານຕາ ຫຍີ່ຫໍ້ : DC, Etnies, Zero, Vans, Circa.. ຫຍີ່ຫໍ້ພວກນີ້ແມ່ນຫຍີ່ຫໍ້ກະແມ່ນຫຍີ່ຫໍ້ສະເກັດ


:) ໃຜມີຄຳຖາມເລື່ອງສະເກັດກະຖາມໄດ້ເດີ້

 

Source : Wikipedia, Transworld skateboarding, American Sports Data

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2009 | ມີ 33 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

alt

ໃນສະໄຫມກ່ອນ ເຕົາຮູ້ສີຫອມຈະເປັນທີ່ຮຸ່ງເຮືອງຂອງແຫລ່ງລວມຕົວຂອງໄວລຸ້ນເມືອງວຽງ ເຊິ່ງໃນປີດັ່ງກ່າວ 1999959 ເສດ 3/4 ກ່ອນຕຸ໋ດສັກກະລາດ ໃນຫມູ່ບ້ານໂອໂຫແມ່ເຈົ້າ ກາງປ່າເລິກ ມີຊາຍສູງໄວ ຊື່ລຸງສາ ເປັນພໍ່ຂອງ ສາວສ່າ ສາວງາມຂອງຫມູ່ບ້ານທີ່ຕາມເອັມວີ ຈະໜີນຳ ບ່າວຄູ ແຕ່ກໍຊ່າງຫົວຍານາງ ເພາະບໍ່ກ່ຽວກັບເລື່ອງທີ່ເຮົາຈະເລົ່າໃນວັນນີ້. ລຸງສາ ເປັນນັກແຂ່ງບັ້ງໄຟ ມືວາງອັນດັບຫນື່ງຂອງບ້ານ ແລະ ອີກຫ້າຫມູ່ບ້ານນິນຈາຂ້າງຄຽງ ທັງປະເພດ ບັ້ງໄຟແສນ, ບັ້ງໄຟລ້ານ, ບັ້ງໄຟສິບລ້ານ,ບັ້ງໄຟສວຍງາມ, ບັ້ງໄຟແຕ່ງເຄື່ອງສຽງ, ບັ້ງໄຟແຕ່ງຈັກ ແລະ ອີກຫລາຍໆສາຂາທີ່ມີແຂ່ງຂັນໃນຂະນະນັ້ນ. ຝີມືຊັ້ນເທບເໜືອເທບຂອງ ລຸງສາ ນັ້ນມາຈາກຕຳລາບັ້ງໄຟສະຫວັນ ທີ່ຕົກທອດມາຈາກ ພໍ່ຂອງປ້າຂອງແມ່ເຖົ້າເຂີຍຂອງພໍ່ຕູ້ຂ້າງບ້ານ ເຊິ່ງລຸງສາໄດ້ປິດເປັນຄວາມລັບມາດົນແລະບໍ່ມີໃຜຮູ້ແມ່ນແຕ່ລູກສາວຂອງຕົນ.

alt

ຈົນມາໃນວັນຫນື່ງ ກ່ອນມື້ ແມນຢູ ພົບ ບາຊ້າ, ປະເທດອີເມີຣິກ້າ ໄດ້ເຂົ້າມາຫວັງຍຶດລາວເປັນຫົວເມືອງຂຶ້ນ ເຂົ້າໂຈມຕີທຸກພາກຂອງປະເທດ ປະຊາຊົນເຮົາກໍໄດ້ຮັບຜົນເດືອດຮ້ອນໄປທົ່ວ ບໍ່ເວັ້ນ ແມ່ນແຕ່ ບ້ານໂອໂຫແມ່ເຈົ້າ ທີ່ຢູ່ກາງປ່າເລິກ. ມື້ນັ້ນທີ່ກາງທົ່ງນາ ເປັນມື້ຝຶກການ ຍິງບັ້ງໄຟຊະນິດໃຫມ່ ຂອງ ລຸງສາ ພໍດີ ນາຍພັນກຸ່ມທະຫານຜົມທອງເຊິ່ງກາຍມາເຫັນພໍດີ ຈຶ່ງູຄິດແປກໃຈ ເອ໋? ປະເທດນີ້ ກະດຽວ ສາຍສືບ 006+1 ເຂົາວ່າເປັນປະເທດກຳລັງພັດທະນາ? ແຕ່ເປັນຫຍັງ ຄືມີ ເທັກໂນໂລຊີ ທີ່ລ້ຳເລີດປານນັ້ນ ຫລື ພວກເຂົາໄດ້ຮັບເທັກໂນໂລຊີຈາກ ເອລ້ຽນຕ່າງດາວ
ສິ້ນສຸດ ຂໍ້ຄວາມໃນສະໝອງ ນາຍພັນຍ່າງເຂົ້າໄປທັກ ລຸງສ່າ

alt
ເຮ້! ຈ່າວ ຊື່ ຢາງ? (ສຽງຝາຣ່າງເວົ້າລາວ ແຕ່ບໍ່ຊັດ)

ອິສັງເກາະ? ຂ້ອຍບໍ່ໄດ້ຊື່ຢາງ ຂ້ອຍບໍ່ແມ່ນຈີນ ຂ້ອຍຊື່ ສາ, ໂອ່ ເຈົ້ານິ ສຳນຽງພາສາລາວບໍ່ໄດ້ເລື່ອງ!

ຫ້ວຍ! ໝໍນີ່! (ສຽງຝາຣ່າງເວົ້າລາວ ແຕ່ຊັດ)

ເອີ້ ຈັ່ງຊີ້ຕວ່າ! ຫນ້າກະ ຝຣັ່ງແຕ່ເວົ້າລາວກະຂອດຢູ່, Can You Speak English?

ໂອ້! ຕາຍ*********ລະໝໍນິ ເວົ້າອັງກິດໄດ້ນຳ (ສຽງຝາຣ່າງເວົ້າລາວ ແຕ່ຊັດແຈ່ມ)

<...> ຂໍຄັດການສົນທະນາອອກເພາະ ກວ່າສິເຂົ້າໃຈກັນມັນສິເປືອງເນື້ອທີ່ເວບ ຄ່າເຊົ່າ Server ພັນລາວແພງ (ໃຜໃຈດີ ຊ່ວຍເລື່ອງທຶນຕິດຕໍ່ ນິນ ເວບມາສເຕີ)
alt

ການສົນທະນາ ອັນຍາວນານ ຈັບໃຈຄວາມໄດ້ວ່າ ນາຍພັນຢາກຮຽນ ເຮັດບັ້ງໄຟນຳ ລຸງສາ ບໍ່ຊັ້ນ ຈະເອົາສາວສ່າໄປເປັນນາງເອກ ໜັງໂປ້ ລຸງສາ ເລີຍໄດ້ຈຳຍອມ, ເຊົ້າມື້ຖັດມາຫລັງ ແມນຢູ ເສັຍ ບາຊ້າ ລຸງສ່າ ທີ່ຫາກໍຖືກຜີຫລອກ ຈັດພິທີຮັບ ລູກສິດ ເຊີ່ງເປັນພິທີທີ່ສືບທອດກັນມາຢ່າງຍາວນານ ນາຍພັນຫົວທອງ ເຮັດ ຂັນຫ້າ ດອກໄມ້ ທູບທຽນ ພ້ອມເງິນໃຕ້ຂັນເຈັດຫລັກ ບໍ່ຮັບ ເຊັກ ແລະ ເຄຣດິດກາດ ຕາມທີ່ລຸງສາ ໄດ້ຂໍໄປເປັນຄ່າຄູ. ບ່າຍມື້ດຽວກັນ ລຸງສາ ພ້ອມນາຍພັນອອກໄປທີ່ທົ່ງນາຂອງລຸງສາເອງ ເພື່ອອະທິບາຍ ເຖິງກົດແຮງດຶງດູດຂອງໂລກ, ກົດເກນນິວເຕີນ, ອາກາດກົນລະສາດ ແລະ ທິດສະດີ ຂອງ ລຸງສາ ເອງ.

ອະທິບາຍໄດ້ຫຍໍ້ໆວ່າ :

- ບັ້ງໄຟທີ່ດີ ຕ້ອງລຳໃຫຍ່ແຕ່ເບົາຄືຂົນນົກເປັນໄຂ້ຫວັດ ເຊິ່ງວັດສະດຸທີ່ ລຸງສາ ໃຊ້ແມ່ນ ໄຟເບີ້ກລາສ ເຊິ່ງຫາໄດ້ຈາກປ່າຫລັງບ້ານ ລຸງສາເອງ.

alt
- ບັ້ງໄຟທີ່ດີ ຕ້ອງໃສ່ໝື້ທີ່ເໝາະສົມ ອັດຖັງ ໄນຕຣັສ ເພີ່ມແຮງມ້າທີ່ສູງຂື້ນໃນຂະນະອອກໂຕ ຫາໄດ້ຕາມຮ້ານຂາຍຢາພື້ນເມືອງໃນຕະຫລາດບ້ານໂອໂຫພໍ່ເຈົ້າ ເຊິ່ງຢູ່ຂ້າງກັນ

alt
- ບັ້ງໄຟທີ່ດີ ຕ້ອງເອົາໃຈໃສ່ ເຮັດດ້ວຍໃຈຮັກ ຈຶ່ງຕ້ອງກອດແລະຖະນຸຖະໜອມ ຄືລູກໃນໃສ້ ແຕ່ ເວລາຍິງໄປໃຫ້ຕັດໃຈຍິງໄປ ຄື ເວລາຕັດສາຍໃສ້ບື

alt



ລຸງສາ ສອນ ແລະ ອົບຮົມໄປໄດ້ດົນເຕີບ, ນາຍພັນຫົວທອງ ກໍນັບມື້ນັບເກັ່ງ ມືວາງອັນດັບສອງ ໃນ ຫ້າຫມູ່ບ້ານນິນຈາ ຮອງຈາກ ລຸງສາ ເອງ. ຈົນມາເຖິງວັນຫນື່ງວັນທີ່ ນາຍພັນ ໄດ້ຮູ້ວ່າ ລຸງສາ ມີຕຳລາບັ້ງໄຟສະຫວັນ ເຂົາຈື່ງຄິດການໃຫຍ່ ຕັ້ງຕົວເປັນຮ່ອງເຕ້! ເອີ ຄົນລະເລື່ອງ ເຂົາຈື່ງ ທ້າ ລຸງສາ ແຂ່ງບັ້ງໄຟ ຖ້າລຸງສາ ເສັຍ ຕ້ອງເອົາ ຕຳລາບັ້ງໄຟສະຫວັນໃຫ້ເຂົາ ຫລື ຖ້າ ລຸງສາ ຊະນະ ເຂົາຈະປຸກບ້ານຫລັງໃຫຍ່, ເດີ່ນກວ້າງ, ມີສະລອຍນ້ຳ, ເງິນຄຳ (ພໍປະມານດຽວ ທຶນກອງທັບຫມົດ) ແລະ ສາວໃຊ້ ໂຄຣນນິ່ງ Leah Dizon ມາເປະໆ. ລຸງສາ ພໍແຕ່ໄດ້ຍິນ ຊື່ Dizon ຕົກລົງຮັບຂໍ້ສະເໜີທັນທີ.
alt


ສາມວັນກ່ອນແຂ່ງ ຕ່າງຄົນຕ່າງເກັບໂຕ ເຮັດບັ້ງໄຟຂອງຕົນ ລຸງສາ ເຮັດບັ້ງໄຟ Classic ຕາມສະບັບບູຮານ ຕົບແຕ່ງຈົບງາມ, ອັດໝື້ໃສ່ຕາມທີ່ເຄີຍເຮັດມາ. ສ່ວນ ນາຍພັນຫົວທອງ ບັ້ງໄຟ ຂອງເຂົາເຮັດຈາກ ໄຟເບີ້ກລາສ ທີ່ຄັດພິເສດຂອງຫລັງບ້ານລຸງສາ ແຕ່ເລິກລົງໄປຮອດປ່າຕ້ອງຫ້າມ ໃສ່ Nitros ອັດໝື້ແໜ້ນ ແລະ ຫລາຍກວ່າແບບດັ້ງເດີມທີ່ ລຸງສາສອນມາ. ຄືນກ່ອນແຂ່ງ ນາຍພັນໄດ້ສັ່ງໃຫ້ ທະຫານກະຈ໊ອກ ໃສ່ສານເຄມີ X ເຊິ່ງເປັນສ່ວນຫນື່ງໃນການສ້າງ ສາວນ້ອຍສົມບູນແບບalt ໃນບັ້ງໄຟຂອງ ລຸງສາ ແລະ ເປັນງານວິໃຈລັບຂອງນາຍພັນ. ເມື່ອເດັກກະຈ໊ອກກັບມາລາຍງານ ນາຍພັນກໍຍີ້ມ, ອ້າປາກຈົນເຫັນລີ້ນໄກ່, ແລ້ວເປັ່ງສຽງ ແບບທີ່ມະນຸດເຮົາເອີ້ນວ່າ ຫົວແບບຫົວຫນ້າທາງຮ້າຍໃນໜັງ ວາຮະ!ວາຮະ! ວາຮະຮະຮະຮະຮ! (ນາຍພັ໋ນ ນາຍພັນ)

ວັນແຂ່ງຂັນມາເຖິງ ບັ້ງໄຟລຸງສາ ສວຍງາມກວ່າປົກະຕິ ບັ້ງໄຟເຮັດລາຍພະຍານາກ ຕາມທຸກຂັ້ນຕອນປື້ມໃນຕຳລາບັ້ງໄຟສະຫວັນ, ບັ້ງໄຟຂອງນາຍພັນເອງ ກໍບໍ່ແມ່ນຂອງຄ່ອຍ ແຕ່ງລາຍໄຟ ມີທັງຕິດ Nitros ແລະ ໝື້ ເຊິ່ງເກີນມາດຕະຖານ ຂອງ ກົມຄວບຄຸມປະລິມານໝື້ໃນບັ້ງໄຟໂລກ. ນາຍພັນເປັນຄົນຈູດບັ້ງໄຟກ່ອນ ປະກາຍໄຟຈາກບັ້ງໄຟແຮງກວ່າລະເບີດໃດທີ່ເຂົາເຄີຍ ທັ່ງຂື້ນສູງຢ່າງຢຸດບໍ່ໄດ້ ຊາວບ້ານຫລາຍຮ້ອຍຄົນໄດ້ອອກມາ ແລະ ຊີ້ເບີ່ງ ເຮີ້ຍ! Superman! ບ້າ ນົກອ້ຽງ! ບ້າ ໝີແພນດ້າ! ບ້າ! ໄຂ້ຫວັດນົກ2007 ສາລະພັດຄວາມຄິດຕ່າງກັນໄປ. ຄວາມສູງຂອງບັ້ງໄຟ ນາຍພັນ ໄດ້ທຳລາຍສະຖິຕິ ກິລາບັ້ງໄຟໂອລຽມປິກລົງ ເຊິ່ງ ລຸງສາ ເປັນເຈົ້າຂອງສະຖິຕິ ສາມແສນ ກິໂລແມັດ ຄືສະຖິຕິດັ່ງກ່າວ, ລຸງສາ ນັ່ງຫນ້າບູດ ເອີ້! ຮອດຜຽນ ລຸງສາຈຸດບັ້ງໄຟ ຕອນບັ້ງໄຟກຳລັງຈະລອຍຂື້ນ ເກີດໃຈລອຍຄິດຮອດແຕ່ Dizon ມືຂອງລຸງສາຫລົງຂັດຄາຊ່ອງຫວ່າງລະບັ້ງໄຟແລະຖັງໄນຕຣັສ ແລະຍ້ອນຜົນຈາກສານເຄມີ X ເຊິ່ງຢູ່ໃນຂັ້ນທົດລອງ ເຮັດໃຫ້ ບັ້ງໄຟຂອງລຸງສາ ຂື້ນໄປສູງກວ່າບັ້ງໄຟ ນາຍພັນຫົວທອງອີກ ຈົນໄປຕົກຢູ່ດວງຈັນ ກາຍເປັນ ມະນຸດຄົນທຳອິດ ທີ່ຢຽບດວງຈັນ.

ນາຍພັນຫລັງຈາກເສັຍພະນັນແຕ່ ບໍ່ມີຄົນຮັບລາງວັນ ສາວສ່າລູກສາວ ກໍໜີໄປນຳ ບ່າວຄູ ນາຍພັນຈື່ງບໍ່ຈຳເປັນຕ້ອງເສັຍຂອງເງິນ ແລະ ລັກຕຳລາບັ້ງໄຟສະຫວັນໜີກັບປະເທດ (ແໝ໋ ຫ້ຽນເທບ ກ໊າກກກ). ຫລັງຈາກທີ່ເຂົາກັບປະເທດ ເຂົາໄດ້ສ້າງໂຄງການບັ້ງໄຟທີ່ໃຫຍ່ກວ່າເກົ່າ ແຕ່ປ່ຽນໄປທາງສຳຫລວດອາກາດ ແລະ ຕັ້ງຊື່ ເປັນກຽດແກ່ ຄູ ທີ່ສອນເຂົາ ນາລຸງສາ ແຕ່ຫລາຍປີຜ່ານໄປ ຄຳວ່າ ລຸງ ເຊິ່ງຊາວອີເມຣິກ້ານັ້ນອອກສຽງຍາກ ເລີຍ ປ່ຽນເປັນ ນາຊ້າ ຫລື NASA ໃນປັດຈຸບັນ ແລະ ໄດ້ສ້າງໜັງທີ່ດັງລະດັບໂລກ ເລື່ອງຄົນຢຽບດວງຈັນ ແລະ ຂຽນຫນ້າປະຫວັດສາດໃຫມ່ວ່າ ໜີ້ວ ແຂນstrong ເປັນຄົນທຳອິດທີ່ຢຽບດວງຈັນແທນ ຄູສາ ຂອງເຂົາເອງ....

alt



ຈົບເນາະ!

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2009 | ມີ 23 ຄຳເຫັນ ແລະ 0 trackback(s)

alt

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ເຫັນແວ່ວໆ ຢູ່ວ່າຫນ້ານີ້ມັນເຂົ້າທາງໃດ?  ແຕ່ປຶບປັບ ນິນ ກໍເອົາໃສ່ ເຫັນຈົ່ມວ່າ ມັນຮົກໆ. ເຫດການໃຫມ່ ແມ່ນ ຫ້ອງອັບເດດ ເຫດການທີ່ຈັດແຕ່ງເອງໄດ້ ເຊິ່ງມັນຈະຮົກ ຫລື ບໍ່ຮົກ ກໍຂື້ນກັບການຈັດຮູບຊົງຂອງແຕ່ລະຄົນ ໃນຫນ້ານີ້ ສະມາຊິກສາມາດ ຍ້າຍໆສ່ວນຕ່າງໆ ໄປຊ້າຍຂວາ ລຸ່ມເທິງ ຕາມໃຈມັກໄດ້ ແລະ ມີໂປຣແກຣມ ຄັກໆ ທີ່ທາງເວບຈະອັບເດດ ເອົາເຂົ້າໃສ່ເຕີ່ມເພື່ອເລືອກໃສ່ໃຫ້ມັກຮົກ.

ການເຂົ້າໃຊ້ ຫ້ອງດັ່ງກ່າວ ງ່າຍໆ ບໍ່ຄື ການເຂົ້າໄປຫ້ອງແຫ່ງຄວາມລັບຂອງ ໂຮງຮຽນຮັອກວັອດ, ພຽງໃຊ້ມືຈັບໜູ ເອີ້ຍ ຈັບເມົ້າຍູ້ໄປຍູ້ມາ ພ້ອມເບີ່ງຫນ້າຈໍວ່າ ເມົ້າໄປວາງຢູ່ທີ່ ປຸ່ມ ເຫດການໃຫມ່ ແລ້ວເມນູຕົວເລືອກຂອງ ເຫດການໃຫມ່ຈະອອກມາເຊິ່ງໃນນີ້ມີ ເຫດການໃຫມ່ ແລະ ເຄືອຂ່າຍຂອງຂ້ອຍ, ກົດເຂົ້າ ເຫດການໃຫມ່

alt


ເມື່ອເຂົ້າມາກໍຈະເຫັນ ຫນ້າທີ່ຮົກໆ ຄືຫ້ອງຫນຸ່ມໂສດ ຍັງບໍ່ທັນແຕ່ງເມັຍ

alt


ຫນື່ງໃນຫັ້ນມີ! Shoutbox ຂອງແທ້ ແທ້ອີ່ຫລີ ໃຊ້ໄວ້ຮ້ອງ ເຖິງວ່າເຮົາຈະພິມເອົາກໍຕາມ ແຕ່ບໍ່ໄດ້ໃຊ້ໄວ້ລົມກັນແບບ Shoutbox ຫນ້າເວບ

alt


altສຳລັບໃຜທີ່ຫລີ້ນ Twitter ໃນຫນ້ານີ້ ເຮົາສາມາດ ສົ່ງຂໍ້ຄວາມໄປຫາ ໂປຣໄຟລ Twitter ເຮົາໄດ້ (ສ່ວນຕົວມັກອັນນີ້ແຫລະ)

 

alt

ມາຮອດລຸ່ມສຸດເຮົາຈະເຫັນປຸ່ມ ຫມາຍບວກ, ຮຶ? ບ່ອນຈອດເຮືອໂນອາ (ຄິດໄດ້ຈັ່ງໃດ?) ລອງກົດເບີ່ງເບົາໆ

alt

ແລະພົບວ່າມັນຄື ຂຸມໂປຣແກຣມເສີມ ເຊິ່ງຈະມີມາເພີ່ມໃຫ້ເລືອກອີກໃນອານະຄົດອັນໃກ້, ກົດເລືອກເອົາ ໂປຣແກຣມທີ່ມັກ ແລ້ວກົດປຸ່ມ ເພີ່ມໂປຣແກຣມທີ່ເລືອກໄວ້ ເພື່ອດຶງໂປຣແກຣມດັ່ງກ່າວຂື້ນມາໃຊ້

alt


ມາຮອດນີ້ໃຜມີບັນຫາຫຍັງກ່ຽວກັບການໃຊ້ ຫນ້າ ເຫດການໃຫມ່ ກໍຄອມເມ້ນກັນມາໄດ້

ຂຽນເມື່ອ ຂຽນເມື່ອ: ມ.ກ.. 6, 2009 | ມີ 32 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ການຈະຂຽນໄດອາຣີ່ ທີ່ມີຄົນອ່ານ ແລະ ໃຫ້ຄຳເຫັນຫລາຍນັ້ນ ເນື້ອໃນ ນັ້ນສຳຄັນ ແລະ ຖ້າຈະໃຫ້ ຄັກກວ່າເກົ່າອີກ ມັນຕ້ອງມີຮູບປະກອບນຳ ແຕ່ການຈະອັບໂຫລດຮູບເຂົ້າໃນ ໄດອາຣີ່ ຂອງຕົນເອງນັ້ນ ຫລາຍຄົນອາດຍັງສັບສົນເລື່ອງການໃຊ້ເວບຝາກຮູບ : ຂີ້ຄ້ານໂຫລດ, ຫຍຸ້ງຍາກ, ເນັດຊ້າ.. ແຕ່ ບັນຫາຂອງທ່ານຈະຫມົດໄປຖ້າທ່ານມີ ຮູບທີ່ຈະໃຊ້ປະກອບ ໄດອາຣີ່ ໃນ ອັລບັ້ມຮູບຂອງທ່ານ.


ແຕ່ເອະລະມັນເອົາມາຈ່າງໃດລະ?

ຄລິກເຂົ້າຮູບ ພູ.

 

alt

 

ເອ໋? ບໍ່ເຫັນມີຫຍັງແຕກຕ່າງຈາກເກົ່າ? ຊັ້ນລອງເບີ່ງຮູບຕໍ່ໄປ

 

alt

 

ກົດແທບ browse server. ໂອ້ ຮູບເຕັມເລີຍ ລອງຄລິກ ອັລບັ້ມ Low Skill Photographer

 

alt

 

ອືມ ລອງຮູບນີ້ເບີ່ງ

 

alt

 

ໃນຫນ້າກ່ອນ ກ່ອນຈະເອົາຮູບລົງໄດອາຣີ່ ທ່ານສາມາດ ປັບຂະຫນາດ ຂອງຮູບໄດ້ອີກ ໂດຍ ການກົດຮູບ ລ໊ອກ ອອກແລ້ວ ໃສ່ຂະຫນາດທີ່ຕ້ອງການ. ກົດ OK

 

alt

 

====================================================================

alt