ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 22, 2010 | ມີ 46 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

 ສືບຕໍ່ຈາກ ແບບສຳຫລວດ ເສື້ອພັນລາວ ຄັ້ງທີ ໓ ທີ່ຈົບໄປ (ດົນແລ້ວ)
ຜົນຈາກແບບສຳຫລວດແມ່ນ "ສົນໃຈຈອງ" ນັ້ນທັງຫມົດ 121 ຄົນໂຫວດ

ທາງທີມງານພັນລາວ ຕົກລົງກັນວ່າຈະເຮັດ ເສື້ອພັນລາວ ຄັ້ງທີ ໓ ແລະ ເພື່ອຄວາມເປັນກາງ ແລະ ເອກະສັນ ທີມງານເຮົາຂໍເຊີນ ສະມາຊິກພັນລາວທຸກຄົນຮ່ວມອອກແບບເສື້ອພັນລາວ ຄັ້ງທີ ໓ ໂດຍມີ ກະຕິກາ ດັ່ງນີ້ :

- ມີໂລໂກ້ ພັນລາວ໓ ໂຫລດໄດ້ທີ່ນີ້
- ສະມາຊິກ ສາມາດສົ່ງໄດ້ ແບບເສື້ອໄດ້ ຄົນລະ ສາມແບບ
- ສີບໍ່ຫລາຍເກີນ ສີ່ສີ (ຄ່າພິມຈະແພງຂຶ້ນນຳຈຳນວນສີຂອງລາຍເສື້ອ)
- ຢ່າລືມ ທີ່ຈະເຮັດຮູບໃຫຍ່ ຂະຫນາດໃຫຍ່ກວ່າ 1500px ແລະ ຢ່າລືມທີ່ຈະເຮັດຮູບນ້ອຍໃຫ້ຫມູ່ເພື່ອນຄົນອື່ນໄດ້ເຫັນ

ຜູ່ຊະນະ ຈະໄດ້:

ແບບເສື້ອຂອງທ່ານຈະຖືກພິມໃນ ເສື້ອພັນລາວ໓

ເສື້ອພັນລາວ໓ ຫນຶ່ງຜືນ

ເງິນພັນລາວ 10,000 ພັນລາວ


ຫມົດເຂດສົ່ງແບບເສື້ອ ວັນທີ 15 ກໍລະກົດ ນີ້

ການຕັດສິນ ຈະນັບຈາກຄະແນນໂຫວດຂອງເພື່ອນສະມາຊິກເອງ ເຊິ່ງແບບສຳຫລວດດັ່ງກ່າວ ຈະຕັ້ງຫລັງຈາກ ຫມົດເຂດສົ່ງ ແບບເສື້ອ

Delicious Digg Fark Twitter