ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 23, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ອາດມີບາງຄົນຍັງບໍ່ຮູ້ວິທີນຳໃຊ້ ອັລບັ້ມພາບຂອງພັນລາວ
ມື້ນີ້ ດ່ຽວເລີຍຖື ໂອກາດ ອາສາສອນ ການໃຊ້ງານຂອງມັນ
ນັບຕັ້ງແຕ່ ການ ສ້າງອັລບັ້ມ ອັບໂຫລດຮູບ ຈົນເຖິງການລຶບຮູບ

ເລີ້ມດ້ວຍການສ້າງອັລບັ້ມໃຫມ່ ໂດຍ ໃຊ້ ໂປຣໄຟຣ໌ ຂອງດ່ຽວເປັນບ່ອນ ສອນ
ຄລິກບ່ອນລູກສອນ ເພື່ອ ສ້າງອັລບັ້ມພາບຊຸດໃຫມ່


alt


ໃສ່ຂໍ້ມູນ ຂອງອັລບັ້ມນີ້ ໃຫ້ຄົບຖ້ວນ ຫລັງຈາກນັ້ນກົດ ເພີ່ມອັລບັ້ມຮູບ ເຊິ່ງຢູ່ລຸ່ມ


alt


ຫລັງຈາກທີ່ ອັລບັ້ມຮູບພາບໃຫມ່ ຖືກສ້າງແລ້ວ ເຮົາມາອັບຮູບກັນເລີຍ!
ດ່ຽວລອງເລືອກຮູບຖ່າຍເກົ່າຂອງຕົນເອງມາອັບໂຫລດ
ເລືອກຮູບໃສ່ ແລ້ວກົດ ອັບໂຫລດຮູບ



alt


ຫລັງຈາກຖ້າແປບຫນື່ງ ມັນຈະບອກວ່າຮູບໂຫລດຮຽບຮ້ອຍແລ້ວ ກົດ ກັບໄປທີ່ຮູບ


alt


ໃສ່ ຂໍ້ມູນຂອງຮູບທີ່ເຮົາອັບໂຫລດ ແລ້ວກົດ ບັນທຶກຄ່າ


alt

ອືມ ບາດນີ້ ມາເຖິງການລຶບຮູບ ອາດມີຮູບທີ່ເຮົາບໍ່ມັກ, ອືມ ມັນຫລາຍໂພດ ຢ້ານຄົນຄ້ານເບີ່ງ ຢາກລືບອອກ
ຈະລຶບແນວໃດ?? ຕອບເລີຍ ວ່າ ການລຶບຮູບມີ ສອງ ວິທີ ຄືການລຶບຫມົດ ອັລບັ້ມ ຫລື ລຶບເທື່ອລະຮູບ

ເຂົ້າໄປ  http://punlao.com/user_album.php

ຈະເຫັນ ອັລບັ້ມຮູບພາບ ທີ່ຫມູ່ເພື່ອນມີ, ຢູ່ທີ່ນີ້ຫມູ່ເພື່ອນສາມາດລຶບຮູບຫມົດ ອັລບັ້ມນັ້ນໄດ້ເລີຍ ໂດຍກົດ ລຶບຖິ້ມ, ແຕ່ຖ້າຫາກຢາກລຶບ ເປັນເທື່ອລະຮູບເດ??
ເຂົ້າ ແກ້ໄຂ ຂອງ ອັລບັ້ມ ນັ້ນໆ ຂອງຮູບທີ່ຢາກລຶບນັ້ນຢູ່


alt

ກົດ ລຶບ ແລ້ວ ບັນທຶກຄ່າ ຢູ່ລຸ່ມສຸດ ເປັນອັນສຳເລັດພິທີ


alt



ຖ້າຫາກຍັງມີບ່ອນໃດ ທີ່ຍັງສົງໃສ ຖາມມາໄດ້ ຍິນດີຕອບສະເໝີ
Delicious Digg Fark Twitter