
ຂຽນເມື່ອ: May. 13, 2008
| ມີ
11 ຄຳເຫັນ
ແລະ
0 trackback(s)
ກະບໍ່ຫຍັງຂຽນລົງໄດອາຣີ່ຂອງພັນລາວຈັກເທື່ອ ມຶ້ນີ້ມີເລື່ອງຂຽນ ມາອ່ານແນ່ເດີ້
ເລື່ອງແມ່ນມື້ນີ້ມີແຜ່ນດິນໄຫວ (ບໍ່ໄດ້ຈະມາຂຽນຂ່າວ) ປະມານຕອນບ່າຍສອງໂມງຂອງມື້ນີ້ ມີຮຽນຢູ່ແຕ່ບໍ່ໄດ້ໄປ ຂິ້ຄ້ານນອນຢູ່ຫ້ອງ
ຢູ່ດີໆຮູ້ສຶກຫ້ອງມັນສັ່ນແຕ່ກະບໍ່ໄດ້ສົນໃຈປານໃດຄິດວ່າ ພວກທີ່ເຂົາເຈົ້າເຮັດກໍ່ຕຶກຢູ່ໃກ້ ກຳລັງຕອກເສົາ ກະບໍ່ໄດ້ສົນຈົນນອນຕື່ນມາ
ເຂົ້າເນັດອ່ານຂ່າວແລະທີ່ສຳຄັນເຂົ້າພັນລາວ ຮະໆ ມີຂ່າວແຜ່ນດິນໄຫວ ຄົນຕາຍ7400ຄົນ ຢູ່ແຂວງຫນື່ງໃຈກາງຂອງຈີນ ຊື່ວ່າ
' ສົງຊີ່ງ CHONGQING' ຄາດວ່າຈະຫລາຍເຖີງ 9600 ຄົນ ມາຄິດ ອືມຕອນເຮົານອນນີ້ມີຄົນຕາຍປານນັ້ນພຸ້ນ
ກະຂໍໃຫ້ວີນຍານຂອງຄົນທີ່ຕາຍໃນເຫດແຜ່ນດີນໄຫວນັ້ນໄປສູ່ສຸຂະຕິດ້ວຍເຖີ້ນ