ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2012 | ມີ 1 ຄຳເຫັນ ແລະ 0 trackback(s)
A participant gestures during a rally in support of Russian Prime Minister Vladimir Putin held close to Moscow 's Kremlin, March 5, 2012.
ຮູບຈາກ: Reuters
ພວກສະໜັບສະໜຸນ ສະຫລອງໄຊຊະນະ ຂອງທ່ານພູຕິນ ໃກ້ໆກັບວັງແຄຣມລິນ, ວັນທີ 5 ມີນາ 2012.

ບັນດາ​ປະ​ເທດ​ເພື່ອນ​ບ້ານ​ຂອງຣັດ​ເຊຍ​​​ໃນຂົງ​ເຂດ​ເອ​ເຊຍກ່າວ​ວ່າ ​ພວກ​ຕົນຄາດໝາຍວ່າ
ສາຍສໍາພັນກັບຣັດ​ເຊຍຈະກະ​ຊັບ​ແໜ້ນ​ຂຶ້ນກວ່າ​ເກົ່າ ຫລັງ​ຈາກ​ທີ່ຣັດ​ເຊຍໄດ້​ເລືອກ​ເອົາ
ນາຍົກລັ​ດຖະມົນຕີ Vladimir Putin ​ເປັນ​ປະທານາທິບໍດີ ອີກ​ຄັ້ງ​ນຶ່ງ.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ຈີນ ທ່ານ Liu Weimin ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ໃນ​ວັນ​ຈັນ​ມື້​ນີ້​ທີ່​ກຸງ​ປັກ​ກິ່ງວ່າ ຄວາມ​ສໍາພັນ​ຂອງ​ຈີນ​ກັບຣັດ​ເຊຍ​ນັ້ນ ​ແມ່ນ​​ໄດ້ມີ​​ກາ​ນຂະ​ຫຍາ​ຍ​ໂຕ​ໃນ​ທາງ​ບວກຢ່າງ​ໝັ້ນຄົງມາ​ຕະຫລອດ ​ແລະ​ທາງ ກຸງ​ປັກ​ກິ່​ງ ກໍຄາດຫວັງ​ທີ່​ຈະ​​ໃຫ້​ເປັນ​ເຊ່ນ​ນັ້ນສືບ​ຕໍ່​ໄປ ພາຍ​ໃຕ້​ປະທານາທິບໍດີ Putin.

ທ່ານ Liu ຍັງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ອີກ​ວ່າ ທັງກຸງ​ປັກ​ກິ່ງ​ແລະ​ກຸງມົສກູ​ນັ້ນ​ ແມ່ນ​ມີ​ມູມມອງ​​ແບບ​ດຽວ​ກັນ ທາງດ້ານ​ນະ​ໂຍບາຍ​​ຕ່າງປະ​ເທດ.

ຫວ່າງໝໍ່ໆ​ມາ​ນີ້ ຈີນ​ແລະຣັດ​ເຊຍ​ໄດ້ເປັນພຽງສອງສະມາຊິກໃນສະພາຄວາມໝັ້ນຄົງສະຫະ
ປະຊາຊາດ ​ທີ່​ໄດ້​ອອກສຽງ​ຍັບ​ຍັ້ງ​ມະຕິ​ທີ່​ຮຽກຮ້ອງ​​ໃຫ້ປະ​ທາ​ນາ​ທິບໍດີ​​ຊີ​ເຣຍ ທ່ານ Bashar
al-Assad ກ້າວລົງ​ຈາກ​ອໍານາດ​ນັ້ນ.

ທີ່​ກຸງ​ໂຕ​ກຽວ ຫົວໜ້າ​ຫ້ອງການ​ລັດຖະບານຍີ່​ປຸ່ນ ທ່ານ Osamu Fujimura ​ກໍໄດ້​ບອກ​ກັບ​ບັນດາ​ນັກ​ຂ່າວ​ວ່າ​​ ​ໂດຍ​ພື້ນຖານ​ແລ້ວ ນະ​ໂຍບາຍ​ຂອງປະ​ເທດ​ຂອງ​ທ່ານ​ກ່ຽວ​ກັບ​ຮັດ​ເຊຍ​ນັ້ນ ແມ່ນ​ສົ່ງ​ເສີມ​​ການ​ຮ່ວມ​ມືກັນ​​ໃນຫຼາຍໆດ້ານ ​ເພື່ອ​ກໍ່ສ້າງ​​ການ​ເປັນ​ພາ​ຄີ​ທີ່​ເໝາະ​ສົມ.

ທ່ານ Fujimura ​ໄດ້​ກ່າວ​ອີກວ່າ ໂຕ​ກຽວຫວັງ​ວ່າຈະ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງ​ເລື່ອງດິນ​ແດນກ່ຽວ​ກັບ 4 ​ເກາະ ທີ່ກໍາລັງ​ຂອງຣັດ​ເຊຍ​ໄດ້​​ຍຶດ​ເອົາໃນ​​ໄລຍະ ຫຼາຍ​ໆອາທິດ ຫຼັງ​ຈາກທີ່​ຍີ່ປຸ່ນ​ໄດ້​ປລາ​ໄຊ​ໃນສົງຄາມ​ໂລກ​ຄັ້ງ​ທີ 2 ນັ້ນ. ທ່ານ Putin​ ​ເອງ​ກໍໄດ້ສະ​ແດງຄວາມ​ປາດ​ຖະໜາຢາກ​ຈະ​ຍຸດ​ຕິ​ການ​ຜີ​ດ​ຖຽງ​ກັນ ກ່ຽວ​ກັບໝູ່ເກາະ ​Kuril ນັ້ນ.

ລິ້ງຄ໌ທີ່ກ່ຽວຂ້ອງກັນ

Delicious Digg Fark Twitter