ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 31, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

1.kim ung yong: ​ເຂົ້າຮຽນຢູ່​ທີ່​ມະຫາວິທະຍາ​ໄລ​ເມື່ອ​ອາຍຸ 4 ປີ​ແລະ​ຈົບ​ປະລິນຍາ​ເອກ​ຕອນ​ອາຍຸ 15 ປີ ​ເປັນຄົນ​ທີ່​ສະຫລາດ​ທີ່​ສຸດ​ໃນ​ໂລກ.

kim ung yong ​ເກີດ​ເມື່ອ​ປີ 1962 ຖື​ວ່າ​ເປັນ​ມະນຸດ​ທີ່​ສະຫລາດ​ທີ່​ສຸດ​ທີ່​ຍັງ​ມີ​ຊີວິດ​ຢູ່. ​ໂດຍ​ກິນ​ເນສບຸກ​ໄດ້​ບັນ​ທຶກ​ວ່າ: ລາວ​ເປັນ​ຄົນ​ທີ່​ສະຫລາດ​ທີ່​ສຸດ​ໃນ​ໂລກ kim ສາມາດ​ອ່ານ​ພາສາ​ຍີ່​ປຸ່ນ, ​ເກົາຫລີ, ​ເຢຍລະ​ມັນ​ແລະ​ອັງກິດ​ໄດ້​ຕັ້ງ​ແຕ່​ຕອນ​ອາຍຸ 4ປີ. 

ຕອນ​ວັນ​ຄ້າຍ​ວັນ​ເກີດ​ຄົບຮອບ 5 ປີ​ ລາວ​ສາມາດ​ແກ້​ໂຈດ​ແກນ​ກລູລັດ​ທີ່​ມີ​ຄວາມ​ສັບສົນ​ທີ່​ສຸດ​ໄດ້, ຫລັງ​ຈາກ​ນັ້ນ​ບໍ່​ດົນ​ລາວ​ກໍ່​ໄດ້​ໄປ​ອອກ​ໂທລະພາບຍີ່ປຸ່ນ​ລາຍການ​ສະ​ແດງ​ ຄວາມ​ສາມ​າດທາງ​ດ້ານ​ພາສາ​ຈີນ, ພາສາ​ແອດ​ສປາຍ, ພາສາ​ຫວຽດນາມ, ພາສາ​ຕາ​ກະ​ລັອກ, ພາສາ​ເຢຍລະ​ມັນ​, ອັງກິດ, ຍີ່ປຸ່ນ​ແລະ​ເກົາຫລີ. 

Kim ​ເປັນນັກຮຽນ​ຮັບ​ເຊີນ​ໃນ​ຊັ້ນ​ວິຊາ​ຊີບສາຂາ​ຟິຊິກ​ສາດ​ທີ່​ມະຫາວິທະຍາ​ໄລ​ ຫັນຍາງ ຕັ້ງ​ແຕ່​ອາຍຸ 3-6 ປີ, ພໍ​ຮອດ​ອາຍຸ 7 ປີ​ອົງການ​ນາ​ຊາ​ໄດ້​ເຊີນ​ລາວ​ໄປ America ​ແລະ​ເຂົ້ຮຽນມະຫາວິທະຍາ​​ໄລ colorado ​ໃນ​ປີ 1974 ຈົນ​ສາມາດ​ໄດ້​ປະລິນຍາ​ເອກ​ດ້ານ​ຟິຊິກ​, ກ່ອນ​ທີ່​ເຂົາ​ຈະ​ມີ​ອາຍຸ​ຄົບ 15 ປີ.

ລະຫວ່າງ​ທີ່​ເຂົາ​ກໍາລັງ​ຮຽນ​ ຢູ່​ມະຫາວິທະຍາ​ໄລ​ລາວ​ກໍ່​ເລີ່​ມວິ​ໄຈ​ຢູ່​ທີ່​ອົງການ​ນາ​ຊານໍາ​ອີກ. ​ແລະ​ເຮັດມາ​ຕະຫລອດ​ຈົນ​ລາວ​ກັບ​ຄືນ​ເກົາຫລີ​ ໃນ​ປີ 1978 ​ແລະ​ໄດ້​ຕັນ​ສິນ​ໃຈ​ປ່ຽນ​ສາຂາ​ຈາກ​ສາຂາ​ຟິຊິກ​ສາດ​ມາ​ເປັນ​ວິສະວະ​ກໍາ​ ໂຍທາ. ​ແລ​ະ​ໄດ້​ສຶກສາ​ຈັນ​ໄດ້ຮັບ​ປະລິນຍາ​ເອກ​ໃບ​ທີ​ສອງ.

2. Gregory Smith: ຜູ້​ທີ່​ໄດ້​ຮັບ​ລາງວັນໂນ​ເບ​ລສາຂາ​ສັນຕິ​ພາບ​ເມື່ອ​ອາ​ຍຸ 12 ປີ.
Gregory ​ເກີດ​ເມື່ອ​ປີ 1990 ອ່ານໜັງສື​ອອກ​ຕັ້ງ​ແຕ່​ອາ​ຍຸ 2 ປີ​ແລະ​ເຂົ້າ​ຮຽນ​ມະຫາວິທະຍາ​ໄລ​ເມື່ອ​ອາຍຸ 10 ປີ. 

ຄວາມ​ເປັນ​ອັດ​ສະ​ລິ​ຍະ​ຂອງລາວ​ນັ້ນ, ຄວາມ​ສະຫລາດ​ຂອງ​ລາວຍັງ​ບໍ່​ໄດ້​ເຄິ່ງໜື່ງຂອງ​ເລື່ອງຂອງ​​ເດັກ. ​ລາວ​ຕັດສິນ​ໃຈ​​ເດີນທາງ​ອອກ​ໄປ​ທົ່ວ​​ໂລກ​ເພື່ອ​ຂົນ​ຂວາຍ​ເລື່ອງ​ສັນຕິພາບ​ ແລະ​ສິດທິ​ເດັກ.

ລາວ​ເປັນ​ຜູ້​ກໍ່​ຕັ້ງອົງການ international youth advocates ​ເຊິ່ງ​ເປັນ​ອົງການ​ທີ່​ໃຫ້ການ​ສະໜັບສະໜູນ​ລັກ​ການ​ແຫ່ງ​ສັນຕິພາບ​ແລະ​ຄວາມ​ ເຂົ້າ​ອົກ​ເຂົ້າ​ໃຈ​ໃນ​ລະຫວ່າງ​ເຍົາວະ​ຊົນ​ທົ່ວ​ໂລກ.

ລາວ​ເຄີຍ​ໄດ້​ ປະຖະຄາຖາ​ຢູ່​ກອງ​ປະຊຸມ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ອີກ​ດ້ວຍ. ຈາກ​ການ​ເຮັດວຽກ​ດ້ານ​ມະນຸດສະ​ທໍາ​ເຮັດ​ໃຫ້​ລາວ​ໄດ້ຮັບ​ລາງວັນ​ໂນ​ເບ​ລສາຂາ​ ສັນຕິພາບ​ເຖິງ 4 ຄັ້ງ. ແຕ່​ຄວາມ​ສໍາ​ເລັດ​ຄັ້ງ​ສຸດ​ທ້າຍ​ທີ່​ລາວ​ໄດ້ຮັບ​ກໍ່​ຄື​ມີ​ໃບ​ຂັບ​ຂີ່​ເປັນ ​ຂອງ​ຕົນ​ເອງ.

3. Akrit jaswal.

Akrit jaswal:​ເປັນ​ຄົນອິນ​ເດຍ​ແລະ​ໄດ້​ຮັບ​ການ​ຂະ​ໜານ​ນາມ​ວ່າ​: ເປັນ​ເດັກນ້ອຍ​ຜູ້​ຊາຍ​ທີ່​ສະຫລາດ​ທີ່​ສຸດ​ໃນ​ໂລກ. 

Akrit ກາຍ​ເປັນ​ຈຸດ​ສົນ​ໃຈ​ຂອງ​ສາທາລະນະ​ໃນ​ປີ 2000 ​ເມື່ອລາວໄດ້​ປິ່ນປົວ​ຄົນ​ເຈັບ​ຄົນ​ທໍາ​ອິດ​ຢູ່​ທີ່​ເຮືອນ​ຂອງ​ລາວ​ເອງ​ ເມື່ອ​ອາຍຸ​ພຽງ 7 ປີ, ຄົນ​ເຈັບ​ຜູ້​ນີ້​ເປັນ​​ເດັກນ້ອຍ​ຜູ້ຍິງ​ອາຍຸ 8 ປີ, ມີ​ຖານະ​ທຸກ​ຍາກບໍ່​ມີ​ເງິນ​ພຽງພໍ​ທີ່​ຈະ​ໄປ​ຫາ​ໝໍ​ໄດ້. ​ມື​ຂອງ​ລາວ​ຖືກ​ຄວາມ​ຮ້ອນ​ຂອງ​ລົດ​​ໄຟ​ລວກ​ເຮັດ​ໃຫ້​ນີ້ວມື​ຂອງ​ລາວ​ຕິດ​ ກັນ.

Akrit ​ໃນ​ຕອນ​ນັ້ນ​ລາວ​ຍັງ​ບໍ່​ທັນ​ໄດ້​ຮຽນ​ແພດ​ຢ່າງ​ເປັນທາງ​ການ​ແລະ​ບໍ່​ມີ​ ປະສົບ​ການ​ໃນ​ການຜ່າຕັດ​ໃດໆ​ມາ​ກ່ອນ. ​ແຕ່​ລາວກໍ່​ສາມາດ​ເຮັດ​ໃຫ້​ນີ້ວມື​ຂອງ​ເດັກນ້ອຍ​ຍິງ​ຄົນ​ນັ້ນສາມາດ​ນໍາ​ໃຊ້ ​ໄດ້​ເປັນ​ປົກກະຕິ.

ຂະນະ​ທີ່​ລາວ​ກໍາລັງ​ຮຽນ​ປະລິນຍາ​ຕີ​ວິທະຍາສາດ​ ຢູ່​ວິທະຍາ​ໄລ Chandigarh ​ແລະ​ເປັນ​ນັກ​ສຶກສາ​ທີ່​ອາຍຸ​ນ້ອຍ​ທີ່​ສຸດ​ທີ່​ວິທະຍາ​ໄລ​ອິນ​ເດຍ​ເຄີຍ​ ເຂົ້າ​ຮຽນ.

4.Cleopatra stratan: ນັກ​ຮ້ອງ​ທີ່​ມີ​ອາຍຸ​ຍັງ​ນ້ອຍ​ພຽງ 3 ປີ​ມີ​ລາຍ​ໄດ້ 1000 ​ເອີ​ໂລ​ຕໍ່​ເພງ

 Cleopatra ​ເກີດ​ເມື່ອ​ວັນ​ທີ 6 ຕຸລາ 2002 ທີ່​ເມືອງ​ຄີ​ຊີ​ເນົາ, ປະ​ເທດ​ມອນ​ໂດ​ວາ ​ເປັນ​ລູກ​ສາວ​ຂອງ​ນັກຮ້ອງ​ເຊື້ອ​ສາຍ​ມອນ​ໂດ​ວາ-ລູມາ​ນີ, ລາວ​ເປັນ​ນັກຮ້ອງອາຍຸ​ນ້ອຍ​ທີ່​ສຸດ​ທີ່​ປະສົບ​ຜົນ​ສໍາ​​ເລັດ​ດ້ວຍ​ການ​ອອກ​ ອາ​ລະ​ບໍາ​ໃນ​ປີ 2006 ຂອງ​ລາວ​ຊື່ວ່າ: " at the age of 3 " ແລະ​ຍັງ​ເປັນ​ເຈົ້າ​ຂອງ​ສະຖິຕິ​ສິລະ​ປິ​ນອາຍຸ​ນ້ອຍ​ທີ່​ສຸດ​ທີ່​ເປີດ​ການສະ​ ແດງ​ສົດ​ຕະຫລອດ 2 ຊົ່ວ​ໂມງ. ຕໍ່ໜ້າ​ຜູ້​ຊົມ​ຈໍານວນ​ຫລາຍ​.

ເປັນ​ສິລະ ​ປິນ​ເດັກນ້ອຍ​ທີ່​ຄ່າ​ຕົວ​ສູງ​ສຸດ​ແລະ​ເປັ​ນສິລະ​ປິ​ນອາຍຸ​ນ້ອຍ​ທີ່​ສຸດ​ ທີ່​ໄດ້​ຮັບ​ລາງວັນ MTV ​ແລະ​ເປັນສິລະ​ປິ​ນອາຍຸ​ນ້ອຍ​ທີ່​ສຸດ​ທີ່​ມີ​ເພງ​ຕິດ​ອັນ​ດັບ 1 ​ໃນ​ປະ​ເທດ​ລູມາ​ນີ.

5. Aelita nedre : ໜູ​ນ້ອຍ​ທີ່​ມີ​ຜົນງານ​ຖ່າຍຮູບ​ອອກ​ສະ​ແດງ​ໃນ​​ແກ​ລລໍ​ຣີມີ​ຊື່​ສຽງ​ພຽງ​ແຕ່​ອາ​ຍຸ 2 ປີ.

ສິລະ ​ປິນ​ແນວ Abstract ອ​າຍຸ​ພຽງ 2 ປີ​ຜູ້​ນີ້​, ໄດ້​ກາຍ​ເປັນ​ບຸກຄົນ​ທີ່​ຊາວ Austraria ​ເວົ້າ​ເຖິງ​ຫຼາຍ​ທີ່​ສຸດ ​ເມື່ອ​ຜົນງານ​ຂອງ​ລາວ​ໄດ້​ອອກ​ສະ​ແດງ​ຢູ່ Brunswick  Street Gally ​ໃນ Melbouene's Fitzroy Mark jamieson ຜູ້​ອໍານວຍ​ການ​ຂອງ​ແກ​ລລໍຣີດັ່ງກ່າວ​ໄດ້​​ເບິ່ງຮູບທີ່ Nikka kalasnikova ນັກ​ຖ່າຍຮູບ​ຄົນ​ໜື່ງທີ່​ມີ​ງານ​ສະ​​ແດງ​ໃນ​ແກ​ຫຼລໍຣີມາ​ໃຫ້​ເບິ່ງ​ ແລະ ​ກໍ່​ມັກ​ຈົນ​ຕົກລົງ​ໃຈ​ທີ່​ຈະ​ຈັດການ​ສະ​ແດງ​ຮູບ​ເຫຼົ່ານັ້ນ ຈົນ​ກວ່າ​ໄດ້​ມີ​ການຖຄສະນາ​ກ່ຽວ​ກັບ​ຜົນງານ​ໃນ​ໜັງສື​ຕ່າງໆ​ແລ້ວ​ເຂົາ​ຈື່​ງ ​ໄດ້​ຮູ້​ວ່າ​ຜົນງານ​ຄື​ລູກ​ສາວ​ຂອງ kalasnikova ນັ້ນ​ເອງ, ​ເຊິ່ງມີ​ອາຍຸ​ພຽງ​ແຕ່ 22 ​ເດືອນ.

6.Saul aaron kripke: harvard ​​( ມະຫາວິທະຍາ​ໄລ​ອັນ​ດັບ​ໜື່ງຂອງ​ໂລກ) ​ເຊີນ​ໃຫ້​ໄປ​ສະໝັກ​ເປັນ​ອາຈານ​ສອນ​ຄະນະ​ທີ່​ຍັງ​ຮຽນ​ຢູ່​​ higth school

Kripke ​ເປັນ​ລູກ​ຊາຍ​ຂອງ​ພະ​ແຣບ​ໄບ​ເກີດ​ທີ່​ນີວຍອກ​ແລະ​ໃຫຍ່​ທີ່ omanha ລັດ Nebraska ​ເລີ່​ມສຶກສາ​ພຶດຊະ​ຄິນິດ​ເມື່ອ​ຕອນ​ຢູ່​ເກຣດ 4 ​ແລະ​ພໍ​ຈົບ​ຊັ້ນ​ປະຖົມ​ກໍ່​ຮຽນ​ຮູ້​ເລ​ຂາ​ຄະນິດ​ແລະ​ແຄ​ນຄູ​ລັດ​ຈົນ​​ເຂົ້າ ​ໃຈ​ຢ່າງ​ລະອຽດ​​ແລະ​ເລີ່​ມປ່ຽນ​ໄປ​ໃຫ້​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ປັດ​ສະຍາ.

 Kripke ຂຽນ​ບົດ​ຄວາມຫລາຍ​ເລື່ອງ​ທັງ​ໃນ​ເລື່ອງ​ຕັກ​ຖະສາດ​ແລະ​ຕັກ​ວິທະຍາ​ແບບ modal logic ​ໃນ​ຄະນະ​ທີ່​ມີ​ອາຍຸ​ພຽງ 16 ປີ ​ແລະ​ໜື່ງ​ໃນ​ຜົນງານ​ດ້ານຕັກ​ວິທະຍາ​ນັ້ນ​, ເຮັດ​ໃຫ້​ລາວ​ໄດ້​ຮັບ​ຈົດໝາຍ​ເຊີນ​ຈາກພາກ​ວິຊາ​ຄະນິດ​ສາດ​ຂອງ​ມະຫາວິທະຍາ​ໄລ Harvard ​ເຊີນຊວນ​ໃຫ້​ລາວໄປ​ສະໝັກ​ເປັນ​ອາຈານ​ສອນ ​ເຊິ່ງລາວກໍ່​ໄດ້​ຂຽນ​ຕອບ​ປະຕິ​ເສດ​ໄປ​ວ່າ: " ​ແມ່​ລາວ​ບອກ​ວ່າ​ໃຫ້​ລາວ​ຮຽນ​ຈົບ higth school and university ​ເສຍ​ກ່ອນ ' ​ແລະ​ເມື່ອ​ລາວ​ຮຽນ​ຈົບ higth school ລາວ​ກໍ່​ຮຽນ​ຕໍ່ Harvard.

Kripke ​ໄດ້​ຮັບ​ລາງວັນ shock prize ​ເຊິ່ງ​ເປັນ​ລາງວັນ​ທາງ​ດ້ານ​ປັດ​ສະຍາ​ທຽບ​ເທົ່າ​ໄດ້​ກັບ​ລາງວັນ​ໂນ​ເບ​ລ ປັດຈຸບັນລາວ​ໄດ້ຮບການ​ຍົກຍ້ອງ​ເປັນ​ນັກ​ປັດ​ສະຍາ​ຜູ້​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ​ໃນ​ໂລກທີ່​ຍັງ​ມີ​ຊີວິດ​ຢູ່.

7. Michael Kevin Kearney : ຣັບປະລິນຍາ​ໃບ​ທໍາ​ອິດ​ຕອນ​ອາຍຸ 10 ປີ​ແລະ​ກາຍ​ເປັນ​ເສດຖີ​ຈາກ​ການ​ຫລີ້ນ​ເຣຍລີ​ຕີ້​ໂຊ

ເປັນຊາຍ ​ໜຸ່ມ​ອາຍຸ 24 ປີ​ຜູ້ນີ້​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ​ເປັນຜູ້​ທີ່​ຮຽນ​ຈົບ​ມະຫາວິທະຍາ​ໄລ​ທີ່​ ມີ​ອາຍຸ​ນ້ອຍ​ທີ່​ສຸດ​ໃນ​ໂລກ​, ​ເປັນ​ອາຈານ​ມະ​ວິທະຍາ​ໄລ​ເມື່ອ​ອາຍຸ​ພຽງ 17 ປີ, ​ໃນ​ປີ 2008 ລາວ​ລາວ​ຊະນະ​ລາງວັນ 1 ລ້ານ​ຫລຽນ​ສະຫະ​ລັດຈາກ​ການ​ຫລີ້ນ​ເກ​ມ​ໂຊ​ທີ່​ຊື່ວ່າ: who wants to be a millionaire? ນອກຈາກ​ນີ້​ລາວ​ຍັງ​ເຮັດສະຖິຕິ​ໂລກ​ໄວ້​ອີກ​ຫລາຍ​ຢ່າງ.

Kearney ​ເຮີ່ມ​ເວົ້າ​ຄໍາ​ທໍາ​ອິດ​ເມື່ອ​ອາຍຸ 4 ​ເດືອນ, ​ເມື່ອ​ອາຍຸ 6​ເດືອນ​ລາວ​ບອກ​ກັບ​​ໝໍ​ປົວ​ເດັກນ້ອຍ​ຂອງ​ລາວ​ວ່າ: " ລາວ​ຕິດ​ເຊື້ອ​ຫູ​ຊ້າຍ " ອາຍຸ 10 ​ເດືອນ​ກໍ່​ເລີ່​ມຮຽນ​ຂຽນ​, ອ່ານ ອາຍຸ 4 ປີ​ໄດ້​ເຂົ້າ​ຮ່ວມ​ການ​ທົດ​ສອບ​ທາງຄະນິດສາດ​ຂອງ​ສະ​ຖາ​ບັນ johns Hopkins ​ແລະ​ໄດ້​ຄະ​ແນນ​ເຕັມ​ຮຽນ​ຈົບ higth school ​ເມື່ອ​ອາຍຸ 6 ປີ, ​ແລະ​ເຂົ້າ​ຮຽນ​ທີ່ santa rosa junior college ຈົນ​ຈົບ​ປະລິນຍາ​ເມື່ອອາຍຸ 10 ປີ.

ໃນ​ປີ 2006 ຊື່​ສຽງ​ຂອງ​ລາວ​ດັງ​ໄປ​ທົ່ວ​ໂລກ​ເມື່ອ​ລາວ​ເຫ​ລັ້ນ​ເກ​ມ online ​ gold rush ຈົນ​ໄດ້ຮັບໄຊຊະນະ​ແລະ​ໄດ້​ຮັບ​ເງິນ 1 ລ້ານ​ຫລຽນ​ເປັນ​ຄົນ​ທໍາ​ອິດ.

8.Fabiano luigi caruana: ​ເກ​ມມາສ​ເຕີ​ໝາກ​ລຸກ​ອາຍຸ​ນ້ອຍ​ທີ່​ສຸດ.

Fabiano ​ເປັນ​ເດັກນ້ອຍ​ 2 ສັນຊາດ( America and itary) ປະຈຸ​ບັນ​ ອາຍຸ 16 ປີ​ລາວ​ໄດ້​ເປັນ​ແກຣນມາສ​ເຕີ​ຕັ້ງ​ແຕ່​ປີ 2007 ຕອນ​ນັ້ນ​ລາວ​ມີ​ອາຍຸ​ພຽງ 14 ປີ 11 ​ເດືອນ 20 ວັນ.

ຖື​ໄດ້​ວ່າ​ອາຍຸ​ນ້ອຍ​ທີ່​ສຸດ​ໃນ​ປະຫວັດສາດ​ ຂອງ America and itary ​ແລະ​ເມື່ອ​ຕົ້ນ​ເດືອນ​ເມສາ​ທີ່​ຜ່ານ​ມາສະ​ມາ​ພັນ​ໝາກ​ລຸກ​ໂລກ ( world chess fedelation ) ​ໄດ້​ປະກາດ​ວ່າ: Fabiano ນັ້ນ​ມີ​ອັນ​ດັບ​ໂລກ​ຢູ່​ທີ່ 2694 ​ເຮັດ​ໃຫ້​ລາວ​ກາຍ​ເປັນ​ນັກ​ໝາກ​ລຸກ​ທີ່​ມີ​ອັນ​ດັບ​ສູງ​ສຸດ​ສໍາລັບ​ ລຸ້ນຕໍ່າ​ກວ່າ 18 ປີ.

9.Willie mosconi : ​ເລີ່​ມຊີ​ວິດ​ນັກ​ບິ​ລ​ລຽດອາຊີ​ບ​ເມື່ອ​ອາ​ຍຸ​ພຽງ 6 ປີ.

William joseph mosconi ຫລື​ mr pocket billiard ໜຸ່ມ​ນ້ອຍ​ຈາກ Philadelphia, pennsyvania ມີ​ພໍ່​ເປັນ​ເຈົ້າ​ຂອງ​ໂຕະ​ພູລ​ແຕ່​ບໍ່​ຍອມ​ໃຫ້​ລາວ​ເຫລັ້ນ​ພູລ ​ແຕ່ willie ກໍ່​ບໍ່​ຍອມ​ແພ້​​ໂດຍ​ລັກ​ໄປ​ຝຶກ​ຝົນ​ດ້ວຍ​ຫົວ​ມັນຝຣັ່ງກັບ​ກ້ານ​ໄມ້​ຟອຍ​ ເກົ່າໆ​ຢູ່​ເຮືອນຄົວ​ຂອງ​ແມ່​ລາວ ບໍ່​ດົນ​ພໍ​ຂອງ​ລາວ​ກໍ່​ເຫັນ​ຄວາມ​ສະຫລາດ​ຂອງ​ລາວ​ຈື່ງ​ໄດ້​ມີ​ການຈັດ​ໃຫ້​ ມີ​ການ​ແຂ່ງຂັນ​ແລະ Willie ກໍ່​ສາມາດ​ເອົາ​ຊະນະ​ຄູ່​ແຂ່ງ​ທີ່​ມີ​ອາຍຸ​ນ້ອຍ​ແລະ​ປະສົບ​ການ​ເໜືອກ​ວ່າ​ ຕົນ​ເອງ.ຫລາຍ​ໄດ້. ທັງ​ທີ​່ລາວ​ຕ້ອງ​ຢືນ​ເທີ​ງກ່ອງ​ເຕໍ່​ຂາ​ເພື່ອ​ສູງ​ໃຫ້​ເຖິງ​ໂຕະ​ຈົນ​ຫລີ້ນ​ ໄດ້​ກໍ່ຕາມ.

ໃນ​ປີ 1919 ​ໄດ້​ມີ​ການ​ຈັດການ​ແຂ່ງຂັນ​ລະຫວ່າງ​ເດັກນ້ອຍ Willie ອາຍຸ 6 ປີ ​ແຊມ​ໂລກ​ Ralph Greenleaf ຈະ​ເປັນ​ຜູ້​ຊະນະ​ແຕ່ Willie ກໍ່​ໄດ້​ເປັນ​ແຊມ world championship ​ເຖິງ 15 ສະ​ໄໝ​, ເປັນ​ຜູ້​ລິ​ເລີ່​ມ​​ເຕັກ​ນິກ​ໃໝ່ໆ​ໃນ​ການ​ຫລີ້ນ​ບີ​ລລຽດສະໜຸກ​​ເກີ, ສ້າງ​ສະຖິຕິ​ຢ່າງ​ຫລວງຫລາຍ​ແລະ​ຍັງ​ເຣັດ​ໃຫ້​ກິລາ​ບີ​ລລຽດກາຍ​ເປັນ​ທີ່​ ນິຍົມ​ຂອງ​ຄົນ​ອີກ​ດ້ວຍ, ປະຈຸ​ບັນ​ລາວ​ກໍ​ຍັງ​ເປັນ​ເຈົ້າ​ຂອງ​ສະຖິຕິ ສູງ​ສຸດ​ໃນ​ການ​ຕີ​ລູກ​ໄດ້​ຕິດ​ຕໍ່​ກັນ​ເຖິງ 526 ລູກ.

10. elaina smith: ຜູ້​ໃຫ້​ຄໍາ​ປຶກສາ​ປັນ​ຫາ​ຊີວິດ​ອາຍຸ 7 ປີ

ສະຖານີ ​ວິທະຍຸ​ທ້ອງ​ຖິ່ນ​ໄດ້​ສະ​ເໜີ​ຜົນງານ​ການ​​ໃຫ້​ຄໍາ​ປືກສາ​ປັນ​ຫາ​ຊີວິດ​ ກັບສາວ​ນ້ອຍ elaina ​ເມື່ອ​ລາວ​ເຂົ້າ​ມາ​ໃຫ້​ຄໍ​ແນະ​ນໍາ​ກັບ​ຍິງ​ສາວ​ຄົນ​ໜື່ງທີ່​ໂທ​ເຂົ້າ​ມາ​ ໃຫ້​ຄໍາ​ປຶກສາ​ສະຖານີ​ວິທະ​ຍຸ​ເລື່ອງ​ທີ່​ລາວ​​ເຊົາກັບ​ແຟນ, ຄໍາ​ແນະ​ນໍາ​ງ່າຍໆ​ຂອງ elaina ກໍ່​ຄື: ການ​ບອກ​ໃຫ້​ສາວ​ຜູ້​ນັ້ນ​ອອກ​ໄປ​ໂຍນ​ໂບລິງ​ກັບ​ໝູ່​ຂອງ​ລາວ​ແລະ​ດື່​ມນົມ​ ຈອກ​ໃຫຍ່ໆ​ຈັກ​ໜື່ງຈອກ,​ແລະ​ເຮັດ​ໃຫ້​ລາວ​ໄດ້​ເວລາ​ວຈັດ​ລາຍການ​ແກ້​ບັນຫາ​ ຊີວິດລາຍ​ສັບປະດາ​ຈົນ​ໄດ້ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ຟັງ​ນັບ​ເປັນ​ພັນໆ ​ຄົນ, ລາວ​ໃຫ້​ຄໍາ​ປຶກສາ​ຕັ້ງ​ແຕ່​ບັນຫາ​ເລື່ອ​ງການ​ຜິດ​ຖຽງກັບ​ແຟນຈົນ​ລວມ​ໄປ​ ເຖິງ​ບັນຫາ​ກິ່ນ​ຕົວຂອງ​ຄົນ​ໃນ​ບ້ານ​ອີກ.

ຄັ້ງ​ໜື່ງ​ໄດ້​ມີ​ຄົນ​ຟັງ​ ໂທລະສັບ​ມາ​ຖາມ elaina ວ່າ​ເຮັດ​ແນວ​ໃດ​ຈື່ງ​ຈະ​ໄດ້​ແຟນຂອງ​ລາວ​ກັບ​ມາ, ສາວ​ນ້ອຍ​ຄົນ​ນີ້​ຕອບ​ໄປ​ວ່າ: ຜູ້ຊາຍຄົນ​ນັນ​ບໍ່​ມີຄ່າ​ພໍ​ທີ່​ຈະ​ອາ​ໄລ​ອາວ​ອນຫາ​ຊີວິດ​ຄົນ​ເຮົາ​ມັນ​ສັນ​ ເກີນ​ກວ່າ​ຈະ​ໄປ​ໂສກ​ເສົ້າ​ຫາ​ຊາຍ​ພຽງຄົນ​ດຽວ.

http://laos.cri.cn/521/2012/02/22/122s154837.htm

Delicious Digg Fark Twitter