ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ ມ.ນ.. 9, 2012 26 ຄົນໂຫວດ, 0 ຄຳເຫັນ, ອ່ານ 588 ເທື່ອ

 
ສ້າງເມື່ອ ກ.ພ.. 23, 2012 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 677 ເທື່ອ
ທ່ານຄິດວ່າຄົນເຮົາຕາຍແລ້ວຈະສູນບໍ່ເນາະ

 
ສ້າງເມື່ອ ກ.ພ.. 18, 2012 12 ຄົນໂຫວດ, 0 ຄຳເຫັນ, ອ່ານ 6172 ເທື່ອ
ຕາມທັດສະນະສ່ວນໂຕແລ້ວ ເຂົ້າໃຈວ່າ ສັງຄົມຄອມມູນິດ ນັ້ນ ເປັນຈິນຕະການ ຂອງຄວາມຄິດທີ່ປະເສີດ ແລະ ດີຫຼາຍ ແຕ່ໃນທາງປະຕິບັດ ມັນບໍ່ມີທາງເປັນໄປໄດ້ໃນຄວາມເປັນຈິງ ເພາະມະນຸດເຮົານັ້ນມັນໜາໄປດ້ວຍກິເຫຼດຫຼາຍ ເຊິ່ງປຸຖຸຊົນຢ່າງພວກເຮົານັ້ນ ບໍ່ມີທາງທີ່ຈະກ້າວໄປຮອດ ( ສ່ວນການເຊື່ອໝັ້ນຈົງຮັກພັກດີຕໍ່ພັກ-ລັດ ທິດສະດີມາກ-ເລນິນ ນັ້ນ ແມ່ນມີ ດ້ວຍຄວາມເຕັມອົກເຕັມໃຈ ເນາະ ) ແລະ ແມ່ນໃຜທີ່ເຂົາໃຈຄວາມໝາຍຂອງຄຳວ່າ ຄອມມູນິດ ຢ່າງເລິກເຊິ່ງແລ້ວຊ່ວຍບອກແດ່?

 
ສ້າງເມື່ອ ກ.ພ.. 16, 2012 14 ຄົນໂຫວດ, 0 ຄຳເຫັນ, ອ່ານ 502 ເທື່ອ
ອັລເບິຣ໌ ໄອສ໌ຕາຍ ພາຍຫຼັງຈາກການຄົ້ນພົບຄວາມຈິງແທ້ ຂອງເວລາຈົນສາມາດສ້າງທິດສະດີສຳພັນທະພາບຂຶ້ນມາໄດ້ ລາວເອງໄດ້ໝັ້ນໃຈວ່ານາມມະທຳກ່ຽວກັບເລື່ອງເວລາ ວ່າພຣະພຸດທະອົງນັ້ນຊົງເຫັນກ່ອນແລ້ວ ເຊິ່ງໄດ້ສ້າງຄວາມປະຫຼາດໃຈໃຫ້ລາວຫຼາຍ ແລະ ກ່ອນທີ່ ອັລເບິຣ໌ ໄອສ໌ຕາຍ ຈະມໍລະນະພາບ ລາວໄດ້ພະຍາຍາມບອກຕໍ່ນັກວິທະຍາສາດລຸ້ນນ້ອງໆວ່າ ການຄົ້ນພົບຂອງລາວນັ້ນຍັງບໍ່ສິ້ນສຸດ ຄວາມຈິງແລ້ວແມ່ນມີຢູ່ໃນພຸທ ( ເຊິ່ງລາວເອງຖືວ່າເປັນສາສະໜາແຫ່ງຈັກກະວານ ) ຂໍໃຫ້ທ່ານຊ່ວຍປະກອບຄວາມຄິດເຫັນໃຫ້ແດ່ ແລະ ຖ້າໃຜມີຂໍ້ມູນດີໆ ກ່ຽວກັບ ອັລເບິຣ໌ ໄອສ໌ຕາຍ ກໍ່ຊ່ວຍແນະນຳພ້ອມແດ່ເດີ້ ຂອບໃຈ

 
ສ້າງເມື່ອ ກ.ພ.. 16, 2012 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 639 ເທື່ອ
ໄດ້ສຶກສາມາແດ່ໜ້ອຍໜຶ່ງກ່ຽວກັບພຸດທະສາສະໜາ ເຫັນວ່າ ຫຼາຍຄົນກໍ່ໃຫ້ທັດສະນະໄປຕ່າງໆນາໆ ແຕ່ໄດ້ອ່ານບົດຄວາມຂອງສາດສະດາຈານ........(ບໍ່ຈື່) ຜ່ານການອ່ານຈັບໃຈຄວາມໄດ້ວ່າ ເພິ່ນທຳນວຍໄວ້ວ່າ ເມື່ອໝົດສັດສະວັດທີ່ 21 ແລ້ວ ແມ່ນສັດທາຈະເສື່ອມຖອຍໄປຫຼາຍຈາກຊີກໂລກຕາເວັນອອກຢ່າງຫຼວງຫຼາຍ ແຕ່ຈະມີສັດທາເພີ່ມຂຶ້ນ ຢູ່ທີ່ທາງຊີກໂລກຕາເວັນຕົກຢ່າງຫຼວງຫຼາຍແທນວ່າຊັ້ນ ສະນັ້ນ ຈິ່ງຂໍຄວາມຄິດເຫັນນຳແດ່ເນາະ ວ່າເປັນເພາະຫຍັງເພິ່ນຈິ່ງທຳນວຍໄວ້ວ່າຈະເປັນແນວນັ້ນ ແລະ ຄິດວ່າຖ້າເປັນເຊັ່ນນັ້ນແທ້ເພາະເຫດໃດ