ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຄອມມູນິດໝາຍຄວາມວ່າແນວໃດ ?
ສ້າງເມື່ອ ກ.ພ.. 18, 2012 12 ຄົນໂຫວດ, 16 ຄຳເຫັນ, ອ່ານ 6173 ເທື່ອ
ຕາມທັດສະນະສ່ວນໂຕແລ້ວ ເຂົ້າໃຈວ່າ ສັງຄົມຄອມມູນິດ ນັ້ນ ເປັນຈິນຕະການ ຂອງຄວາມຄິດທີ່ປະເສີດ ແລະ ດີຫຼາຍ ແຕ່ໃນທາງປະຕິບັດ ມັນບໍ່ມີທາງເປັນໄປໄດ້ໃນຄວາມເປັນຈິງ ເພາະມະນຸດເຮົານັ້ນມັນໜາໄປດ້ວຍກິເຫຼດຫຼາຍ ເຊິ່ງປຸຖຸຊົນຢ່າງພວກເຮົານັ້ນ ບໍ່ມີທາງທີ່ຈະກ້າວໄປຮອດ ( ສ່ວນການເຊື່ອໝັ້ນຈົງຮັກພັກດີຕໍ່ພັກ-ລັດ ທິດສະດີມາກ-ເລນິນ ນັ້ນ ແມ່ນມີ ດ້ວຍຄວາມເຕັມອົກເຕັມໃຈ ເນາະ )
ແລະ ແມ່ນໃຜທີ່ເຂົາໃຈຄວາມໝາຍຂອງຄຳວ່າ ຄອມມູນິດ ຢ່າງເລິກເຊິ່ງແລ້ວຊ່ວຍບອກແດ່?