ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 37 ຄຳເຫັນ ແລະ 0 trackback(s)

           ອັນນີ້ແມ່ນເລື່ອງເລົ່າຂອງໝູ່ຂ້ອຍເດີ ເລື່ອງມັນເກີດຂື້ນຕອນປິ 1 ດຽວນີ້ລາວຢູ່ 4 ແລ້ວ ທີ່ຫໍພັກນັກສຶກສາຍິງ ...........ທີ່ຕືກ 15 16 17 18 . 4 ຕຶກນີ້ມັນຈະປີ່ນຫຼັງໃສ່ກັນ ...ຖ້າໃຜໄດ້ຮຽນຢູ່ບ່ອນນັ້ນກໍ່ຄົງຈະຮູ້ດີ ເນາະ ...

             ເລື່ອງມັນກໍ່ມີຢູ່ວ່າ ...ໃນຄືນຂອງມື້ໜື່ງ ປະມານ 2-3 ໂມງນີ້ ແຫຼະ . ເຊີ່ງວ່າຊ່ວງເວລານີ້ເປັນຊ່ວງທີ່ຕົນເຮົານອນຫຼັບແຈບທີ່ສຸດ ແລະ ເປັນເວລາທີ່ຄົນມັກປວດເບົາຕອນຄືນຫຼາຍທີ່ສຸດ..ໝູ່ຂ້ອຍກໍ່ເປັນໜື່ງໃນນັ້ນ ແລະ ບ່ອນທີ່ລາວນອນນັ້ນແມ່ນຕິດກັບປ່ອງຢ້ຽມພໍດີ (ລາວນອນຢູ່ຊັ້ນລຸ່ມຕືກ 17) ເພີ່ນກໍ່ປີນອອກປ່ອງຢ້ຽມແລ້ວໄປເບົາໃສຫຼັງຫ້ອງ ຊື່ງວ່າຕຶກ 17 ແມ່ນປີ່ນຫຼັງໃສ່ຕືກ 18 ..ໃນເວລາທີ່ລາວກຳລັງປົດທຸກຢູ່ນັ້ນ ລາວກໍ່ແນມ ເຫັນຜູ້ຍີງຄົນໜື່ງໃສ່ຊຸດແດງ ຜົມຍາວໆໆໆໆ ..ນັ່ງກອດຫົວ ເຂົ່າຢູ່ຫຼັງຕຶກ 18 (ຊື່ງວ່າ 2 ຕຶກນີ້ກໍ່ຫ່າງກັນປະມານ 15-20m ນີ້ແຫຼະ) ລາວກໍແນມ ເບີ່ງຄິດວ່າຕົວເອງຕາຝາດ ເຫັນບໍ່ຄ່ອຍ ຊັດເພາະວ່າມັນມືດແດ່ ນຶກວ່າແມ່ນຄົນ...ລາວກໍ່ບໍ່ໄດ້ສະເອ໋ໃຈ ອີຫຍັງ...ຈື່ງປີນປ່ອງຢ້ຽມກັບເຂົ້າໄປ ຫ້ອງ...ແຕ່ລາວກໍ່ຍັງແນມເບີ່ງຄົນຜູ້ນັ້ນຢູ່ ວ່າເດິກປານນີ້ແລ້ວແມ່ນໃຜຊິມາ ນັ່ງຢູ່ຈັ່ງຊີ້ ຫຼຽວເບີ່ງແຕ່ລະຫ້ອງກໍ່ອັດປະ ຕູໝົດ ...ລາວກໍ່ເລີຍປຸກໝູ່ລາວ ທີ່ນອນໃກ້ກັນນັ້ນລຸກມາເບີ່ງນຳ ສອງສ່ຽວກໍ່ພາກັນເບີ່ງລະກໍ່ລົມກັນໄປນຳ ສົງໄສວ່າແມ່ນຄົນລົມໂທລະສັບບໍ໋ ?? ...ເບີ່ງແລ້ວກໍ່ບໍ່ແມ່ນ ..ພາກັນສັງເກດ ໄປດົນເຕີບ ..ກໍ່ເຫັນສາວຄົນຊຸດແດງນັ້ນຄ່ອຍໆຫຼຽວໜ້າມາຫາສອງສຽວ ທີ່ຢືນເບີ່ງຢູ່ ...ໃນຂະນະນັ້ນແມ່ນຮູ້ເລີຍວ່າມັນແມ່ນອີ່ຫຍັງ "ຜີຫຼອກ" ຊັດໆ......... ຮູ້ຈັ່ງຊັ້ນແລ້ວກໍ່ພາກັນຮີບຟ້າວອັດປ່ອງຢ້ຽມແລ້ວຟ້າວເຂົ້ານອນເອົາຜ້າຫົ່ມ
ປົກຫົວ .(ເລົ່າມາລະຂົນລຸກ) ..ພໍຕື່ນເຊົ້າມາກໍ່ພາກັນເລົ່າສູ່ຫຼູ້ນເອື່ອຍທີ່ຢູ່ຫ້ອງນັ້ນຟັງ ...ເຂົາເຈົ້າວ່າເຄີຍມີຄົນແຂນຄໍຕາຍໃສ່ຊຸດແດງຢູ່ພາຍໃນ 4 ຕຶກນັ້ນ ..ແຕ່ບໍ່ຮູ້ວ່າຕຶກໃດ ...ແລະໄດ້ມີຄົນເຫັນຕະຫຼອດ ....

Delicious Digg Fark Twitter