ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

      ມີຄອບຄົວໜື່ງມີລູກຊາຍ 2 ຄົນ ລູກຜູ້ກົກແມ່ນໄດ້ອາຍຸປະມານ  6 ປີ , ສ່ວນລູກຜູ້ຫຼ້າແມ່ນຫາກໍ່ເກີດໄດ້ປະມານ 3 ເດືອນກ່ວາ . ເລື່ອງກໍ່ມີຢູ່ວ່າ ..............

ລູກຜູ້ກົກນັ້ນຕັ້ງແຕ່ນ້ອງຊາຍເກີດມາ ແມ່ນໄດ້ມີອັກຄະຕິກັບນ້ອງຕະຫຼອດ ຍາມໃດກໍ່ຄິດວ່າພໍ່ແມ່ມີລູກຄົນໃໝ່ແລ້ວບໍ່ຮັກຕົນເອງ ບໍ່ເຫັນຕົນເອງຢູ່ໃນສາຍຕາ , ອິດສານ້ອງ ຄິດວ່າພໍ່ກັບແມ່ຮັກນ້ອງຫຼາຍກ່ວາຕົວເອງ . ຢູ່ມາມື້ໜື່ງຄວາມຄິດຢາກກຳຈັດນ້ອງກໍ່ເກີດຂື້ນມາໃນຫົວ , ໂດຍຄິດວາງແຜນຢາກຂ້ານ້ອງໃຫ້ຕາຍ ແລະໄດ້ວາງກົນອຸບາຍ ໂດຍລັກເອົາຢາຜິດໄປທາໃສ່ຂັ້ວນນົມແມ່ ເພື່ອວ່າບາດນ້ອງດູດກິນນົມແມ່ແລ້ວໃຫ້ນ້ອງຕາຍ ...........................ແຕ່ໂຊກບໍ່ເຂົ້າແອວ

ຕື່ນເຊົ້າມາແມ່ໄດ້ບອກກັບລູກຜູ້ກົກວ່າ ::

ແມ່ : ອ້າຍເອີຍ...................ພໍ່ມືງຕາຍແລ້ວເດີ...................................

 

Delicious Digg Fark Twitter