ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 27, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ແຮະໆໆອັບເດດຂ່າວ...alt

ຈາກໄດອາຣີ້ເດືອນກ່ອນpunlao.com/ETarBank/diary/2756/

ເພື່ອນໆຄົງໄດ້ອ່ານຫລາຍຄົນແລ້ວເນາະອັນຂ່າວ ທີ່ຂະນ້ອຍໄດ້ຂຽນລົງວ່າງເດືອນຫລັງນີ້ ກ່ຽວກັບເດັກອາຍຸ 13 ປີ ໄດ້ກາຍເປັນພໍ່ຄົນ.

ພາຍຫລັງທີ່ ອັລຟາຍ ( Alfie ) ປະກາດວ່າຕົນໄດ້ເປັນພໍ່ຄົນ ຫລັງມີເຊັກກັບແຟນສາວ ຊື່ ແຊນເທລ ( Chantelle )ອາຍຸ 15ປີ ໂດຍບໍ່ໄດ້ປ້ອງກັນນັັ້ນ

ເມື່ອຂ່າວໄດ້ຮືຮາໄປຫລາຍຕໍ່ຫລາຍ ກໍ່ໄດ້ມີບ່າວນ້ອຍ ອີກຫລາຍຄົນອອກມາປະກາດຕົວວ່າເປັນພໍ່ຂອງລູກ ທີ່ ແຊນເທລ ໄດ້ກຳເນີດອອກມານັ້ນ

- ບ່າວນ້ອຍ ຣີຊາຣ໌ດ (Richard ) ອາຍຸ 16 ປີ ແລະ ໄທເລີ້ ( Tyler ) ອາຍຸ  14 ປີ  ກໍ່ໄດ້ອອກມາຖະແຫຼງວ່າ ເປັນພໍ່ຂອງເດັກ ໂດຍທັງສອງລະບຸວ່າ:

ໄດ້ຫລັບນອນກັບ ນາງ ແຊນເທລ ( Chantelle )  ໂດຍມີເຊັກທີ່ບໍ່ໄດ້ປ້ອງກັນກັບນາງ ຂນະນັ້ນ ຣີຊາຣ໌ດ ກໍ່ເວົ້າຄືກັນວ່າ ຂ້ອຍກະມີເຊັກກັບນາງ

ຫຼາຍຄັ້ງ, ແຕ່ຫຼັງຈາກເລີກກັນແລ້ວຈິ່ງຮູ້ວ່ານາງໄດ້ທ່ຽວໄປມີເຊັກກັບອ້າຍບ່າວນ້ອຍອີກຫຼາຍໆຄົນ.

ສຳຫລັບ ອັລຟາຍ ຜູ້ທີ່ອ້າງວ່າເປັນພໍ່ກ່ອນແລ້ວນັ້ນ ຈື່ງໂຕ້ກັບວ່າ ນັ້ນເປັນການຫລອກລວງບໍ່ແມ່ນຄວາມຈິງ, ຕົນແມ່ນພໍ່ຂອງເດັກທີ່ແທ້ຈິງ ແລະເພື່ອ

ຄວາມກະຈ່າງແຈ້ງໃນເລື່ອງນີ້ຕົນພ້ອມທີ່ຈະກວດ DNA ເພື່ອພິສູດຄວາມເປັນພໍ່. ແລ້ວກໍ່ໄດ້ນຳເນີນທຳການກວດ DNA.

  ຈົນມາຮອດ ວັນທີ 27 ເດືອນ ມີນາ ນີ້ , " ບີລດ໌" ລາຍງານວ່າ: ຈາກຜົນກວດDNA ບຸດສາວຂອງນາງ ແຊນເທລ ( Chantelle )ນັ້ນຢັ້ງຢືນວ່າ: ອັລຟາຍ

ບໍ່ແມ່ນພໍ່ຂອງເດັກຈິງ.! (13-year-old boy not a dad after all )

ຣີຊາຣ໌ດ                       ໄທເລີ້                ອັລຟາຍ,ບຸດສາວ ແລະ ແຊນເທລ.     

altaltalt

ຊົມວີດີໂອ ກ່ຽວກັບຂ່າວ

www.msnbc.msn.com/id/21134540/vp/29898845#29898845

ລີ້ງກ່ຽວກັບຂ່າວ

www.newsoftheworld.co.uk/news/177665/Richard-Goodsell-Im-the-real-daddy-Alfie-and-I-want-a-DNA-test-to-prove-it.html

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ທີ່ຊົນນະບົດແຫ່ງນຶ່ງ ...

ພໍ່ຕູ້ແລະຫລານກຳລັງຍ່າງໄປນາ ບັງເອີນພໍ່ຕູ້ພັດເຈັບທ້ອງປວດຂີ້ກາງທາງກະທັນຫັນ ຈື່ງບອກຫລານຊາຍວ່າ:

ຫຳໆ ກູຊິໄປຂີ້ກ່ອນເດີ ບາດມີຄົນມາລະເອີ້ນບອກແດ່...ເວົ້າແລ້ວແລ່ນເຂົ້າໄປຈັດການປົດປ່ອຍທຸກຢູ່ປ່າແຄມທາງຫັ້ນລະ.

ຂະນະທີ່ກຳລັງປ່ອຍທຸກຢູ່ນັ້ນ ກໍ່ມີຄົນກຸ່ມນຶ່ງຍ່າງມຸ່ງໜ້າເຂົ້າມາ ເມື່ອ ບັກຫຳ ຜູ້ເປັນຫລານຊາຍແນມເຫັນຊິເຂົ້າມາຮອດແລ້ວ

ກໍ່ຮ້ອງຂື້ນວ່າ: ປ້າ...ປ້າ.. ພໍ່ຕູ້ຂອງຂ້ອຍນັ່ງຂີ້ຢູ່ພຸ່ມໄມ້ຫັ້ນເດີ.....
 ພໍ່ຕູ້ນັ່ງປົດທຸກຢູ່ກໍ່ບໍ່ເປັນສຸກ ຈັກທັນສຸດຫລືບໍ່ ຄິດຢາກຮ້າຍໃຫ້ບັກຫຳຜູ້ເປັນຫລານກະພ່ອງກັນ,ກະເລີຍຍ່າງອອກມາດ່າບັກຫຳ

 ພໍ່ຕູ້:  ກູບອກໃຫ້ເອີ້ນບອກກູພີ້ ມຶງພັດເສືອກໄປເອີ້ນບອກເຂົາມາເບິ່ງກູ ຮ່າມຶງເອີຍ......alt

ຫລານຊາຍ:...ແຮະໆໆ alt