ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ທີ່ຊົນນະບົດແຫ່ງນຶ່ງ ...

ພໍ່ຕູ້ແລະຫລານກຳລັງຍ່າງໄປນາ ບັງເອີນພໍ່ຕູ້ພັດເຈັບທ້ອງປວດຂີ້ກາງທາງກະທັນຫັນ ຈື່ງບອກຫລານຊາຍວ່າ:

ຫຳໆ ກູຊິໄປຂີ້ກ່ອນເດີ ບາດມີຄົນມາລະເອີ້ນບອກແດ່...ເວົ້າແລ້ວແລ່ນເຂົ້າໄປຈັດການປົດປ່ອຍທຸກຢູ່ປ່າແຄມທາງຫັ້ນລະ.

ຂະນະທີ່ກຳລັງປ່ອຍທຸກຢູ່ນັ້ນ ກໍ່ມີຄົນກຸ່ມນຶ່ງຍ່າງມຸ່ງໜ້າເຂົ້າມາ ເມື່ອ ບັກຫຳ ຜູ້ເປັນຫລານຊາຍແນມເຫັນຊິເຂົ້າມາຮອດແລ້ວ

ກໍ່ຮ້ອງຂື້ນວ່າ: ປ້າ...ປ້າ.. ພໍ່ຕູ້ຂອງຂ້ອຍນັ່ງຂີ້ຢູ່ພຸ່ມໄມ້ຫັ້ນເດີ.....
 ພໍ່ຕູ້ນັ່ງປົດທຸກຢູ່ກໍ່ບໍ່ເປັນສຸກ ຈັກທັນສຸດຫລືບໍ່ ຄິດຢາກຮ້າຍໃຫ້ບັກຫຳຜູ້ເປັນຫລານກະພ່ອງກັນ,ກະເລີຍຍ່າງອອກມາດ່າບັກຫຳ

 ພໍ່ຕູ້:  ກູບອກໃຫ້ເອີ້ນບອກກູພີ້ ມຶງພັດເສືອກໄປເອີ້ນບອກເຂົາມາເບິ່ງກູ ຮ່າມຶງເອີຍ......alt

ຫລານຊາຍ:...ແຮະໆໆ alt

 

Delicious Digg Fark Twitter