ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 


ກອນອວຍພອນປີໃຫມ່ລາວ ປີ ພ.ສ 2553 ຈ.ສ 1372 ຄ.ສ 2010 ທີ່ໃກ້ຈະມາຮອດນີ້...

 

.......ດົນຕີຣ.......
ຈຳປາບານກີບອ້າ..............ບານທົ່ວແດນລາວ
ດອກແດງຂາວຫອມຫວນ.....ກິ່ນອວນເມື່ອລົມເປື້ອງ
ດອກຄູນເຫລືອງເຕັມຕົ້ນ......ພວງຍອຍຊ້ອງຊໍ່
ປີໃໝ່ລາວຫວນຈວບພໍ້........ລະດູເຄື້ອນເລື່ອນມາ...ອີກແລ້ວ

ຊຸມຊາວລາວທົ່ວໜ້າ...........ກໍ່ຊ້ອຍຊື່ນໃຈແສນ
ຕຽມຜູກແຂນບາສີ..............ໃຫ້ສິ່ງດີເຂົ້າມາຄ້ຳ
ພາກັນຫົດສົງນ້ຳ...............ອາຮາມ, ພຸດທະຮູບ
ທັງຈູດທຽນທູບໄຕ້..............ບູຊາໄຫວ້ພຸດທະອົງ ຊອບແລ້ວ

ປີໃໝ່ລາວຕ່າວໂຄ້ງ...........2553 ມາເຖິງ
ບໍ່ໄດ້ເຫິງດົນນານ..............ປີເກົ່າລາວກໍ່ກາຍພົ້ນ
ຝູງໝູ່ຄົນທັງຄ້າຍ..............ຊາວລາວທຸກຫົນແຫ່ງ
ຂໍໃຫ້ສຸກມ່ວນແມ້ງ.............ຮັກແພງເຊື້ອເຜົ່າລາວ...ແທ້ເນີ

ສາທຸ!
ຂໍຮັບພອນຈາກເຈົ້າ..........ຄຸນພຣະ 3 ປະການ
ພຣະພຸດ ພຣະທຳ ພຣະສົງ...ຈົ່ງໄດ້ລົງມາຄ້ຳ
ພຣະພຸດ ພຣະທຳ ພຣະສົງ...ຈົ່ງໄດ້ລົງມາຄ້ຳ
ປະຊາລາວເບີກແຍ້ມ........ສະໜຸກສ້າງພັດທະນາ...

ຂໍໃຫ້ພອນຈາກຟ້າ...........ລົງມາສູ່ຊາວລາວ ແດ່ທ້ອນ
ອາຍຸຍົງຍືນຍາວ..............ໝື່ນວະສາບໍ່ມີຮ້ອນ
ຄວາມຜາສຸກໃຫ້ມາທ້ອນ....ຄວາມຈະເລີນໃຫ້ມາກ່າຍ
ສຸຂະພາບ..ພາລານະໄມ....ໃຫ້ສຸກໃຈແຈ່ມແຈ້ງ....ປະສົງແມ້ງທຸກປະການ...ແທ້ແລ້ວ

ມອບແດ່ຊາວລາວຢູ່ທົ່ວທຸກມູມໂລກຈົ່ງມີແຕ່ຄວາມສຸກຄວາມສະບາຍປາດຖະນາສິ່ງໃດຂໍໃຫ້ສົມຫວັງທຸກປະການ...
ໂຊກດີປີໃໝ່ ແລະ ຕະຫລອດໄປ...

By: Apple KEOLADSAVONG

www.ep-computer.110mb.com