ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 1, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

ໃຜແດ່ທີ່ເຄີຍຜົມຫຼົ່ນຍົກມືຂຶ້ນ!!

  ບັນຫາຜົມຫຼົ່ນນີ້ເປັນທຳມະຊາດຂອງມະນຸດເຮົາ, ເມື່ອເຮົາມີອາຍຸຫຼາຍຂຶ້ນ ເສັ້ນຜົມກໍເລີ່ມໝົດອາຍຸລົງ, ແຕ່ໃນບາງທ່ານຜົມຫຼົ່ນກ່ອນໄວໂດຍບໍ່ຮູ້ສາເຫດ.  ແຕ່ທ່ານລອງອ່ານເບິ່ງເດີບາງທີຂໍ້ມູນນີ້ອາດຊ່ວຍທ່ານໄດ້ໄດ໋!!

       ສາເຫດຫຼັກທີ່ພາໃຫ້ຜົມຫຼົ່ນ:

               1. ໄດ້ຮັບສານເຄມີເປັນປະຈຳ ເຊັ່ນ: ນ້ຳຢາດັດຜົມ, ສະເປຣ, ຄລໍຣິນທີ່ຢູ່ໃນນ້ຳ

               2. ໃຊ້ຢາສະຜົມ ແລະຄີມນວດຜົມທີ່ບໍ່ຖືກກັບໜັງຫົວ

              3. ເກີດຈາກຄວາມຄຽດ

              4. ຕິດຢາເສບຕິດ, ຢາສູບ

               5. ເປັນໂຣກຮ້າຍເຊັ່ນ: ມະເຮັງ

              6. ຂາດສານອາຫານໂດຍສະເພາະ ໂປຣຕີນຈາກສັດ

               7. ພາວະຫຼັງເກີດລູກ ເຊິ່ງເກີດຈາກການປ່ຽນແປງຂອງ ຮອກໂມນ. ບໍ່ຕ້ອງຕົກໃຈ ກໍລະນີນີ້ ມັນຈະປົ່ງຄືນໃໝ່ອີກ.

         ວິທີປ້ອງກັນ:

               1.  ເລືອກຮັບປະທານອາຫານ ແລະສິ່ງທີ່ມີປະໂຫຍດຕໍ່ເສັ້ນຜົມເຊັ່ນ  ພືດພັນທັນຍາຫານ, ເມັດໝາກອຶ, ແກ່ນຕາເວັນ, ງາດຳ.

               2. ຄວນນວດໜັງຫົວເພື່ອກະຕຸ້ນການໄຫຼວຽນຂອງເລືອດ ເພື່ອບຳລຸງຮາກຜົມ

               3. ທຳຄວາມສະອາດເສັ້ນຜົມຢ່າງສະມຳ່ສະເໝີ

               4. ຄວນໃສ່ຄີມບຳລຸງຜົມທຸກຄັ້ງທີ່ສະຜົມ

              5. ຄວນຮັບປະທານອາຫານທີ່ມີປະໂຫຍດຕໍ່ຮາກຜົມເຊັ່ນ Biotin   ສ່ວນຫຼາຍອາການຜົມບາງຈະດີຂຶ້ນ ມີການສ້າງຜົມໃໝ່ມາທົດແທນ, Zine ເຊິ່ັນແຮ່ທາດທີ່ຮ່າງກາຍເຮົາຂາດ ຈະເຮັດໃຫ້ເສັ້ນຜົມຫຼົ່ນ.

 

                                                                        ຂໍ້ມູນຈາກ :    ເດລິນິວສ

 

 

 

Delicious Digg Fark Twitter