ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2013 | ມີ 10 ຄຳເຫັນ ແລະ 0 trackback(s)

 ນີ້ເປັນຂ່າວໃໝ່ ຂ່າວດ່ວນ 

ຄືວ່າເຄີຍໄດ້ໄປກິນນ້ຳນົມສາລີຢີ່ຫໍ້ໜຶ່ງເຊິ່ງເປັນຂອງລາວ ຫາກບໍ່ຈື່ຊື່ຢີຫໍ້

ແລ້ວຕໍ່ມາຂ້ອຍກໍ່ໄດ້ເຫັນໂຄສະນາອັນໜຶ່ງຄື ນ້ຳນົມສາລີບ້ານເກີນ

ຫລັງຈາກທີ່ຂ້ອຍໄດ້ເຫັນໂຄສະນາ ນ້ຳນົມສາລີ ບ້ານເກີນ

ຈາກທາງໂທລະພາບຂອງລາວເຮົາ ຂ້ອຍຮູ້ສຶກສົນໃຈ

ແລະ ດີໃຈທີ່ລາວມີຜະລິດຕະພັນເປັນຂອງຕົວເອງ 

ແຕໃນໃຈກໍ່ແອບສົງໄສຢູຫນ້ອຍໆ ຄື ບັນຈຸພັນ ລົດຊາດ ແລະ ຂະບວນການຜະລິດ 

ຂ້ອຍເຂົ້າໃຈວ່າ ອັນທີ່ຂ້ອຍເຄີຍໄດ້ກິນມານັ້ນອາດຈະແມ່ນ ນ້ຳນົມສາລີ ບ້ານເກີນນີ້ 

 

ຂ້ອຍກໍ່ໄດ້ໂທສັ່ງໝູ່ຢູ່ວຽງຈັນ ໃຫ້ໍຊື້ ນ້ຳນົມສາລີມາໃຫ້ແດ່

ເພາະຈະເອົາມາຂາຍ ຈື່ໄດ້ວ່າກິນຕອນນັ້ນຄືວ່າແຊບດີ

ແລະໝູ່ກໍໄດ້ຊື້ມາໃຫ້ ຈຳນວນ 100 ຕຸກ ປາກົດວ່າ ເປັນນ້ຳນົມສາລີ

ນາງນ້ອຍ ຕຸກຄົນລະແບບກັນເລີຍ ສັ່ງຈາກໂຮງງານຢູ່ບ້ານໜອງດ້ວງ

ເຮັດສົດໆລະເອົາມາແຕ່ວຽງເລີຍ ວຽງຈັນນັ່ງລົດຕອນຄ່ຳມາທ່າແຂກຮອດເດິກ

ຂ້ອຍໄດ້ເອົານ້ຳນົມສາລີ ໄວ້ໃນຕູ້ແຊ່ ຫາກວ່າບໍ່ໄດ້ຂາຍຊ້ຳດອກ ກິນຫລາຍກ່ອນ

ກິນໄປກິນມາຮອດມື້ທີ 2 ກໍຍັງແຊບດີຢູ່ ຈົນມາຮອດມື້ທີ 3 ຂ້ອຍກໍ່ຮູ້ສຶກເທິງລົດຊາດ

ທີ່ມັນອອກລົດສົ້ມ ຂ້ອຍເລີຍໄດ້ເອົາໄປໃຫ້ແມ່ຊິມ ຈຶງໄດ້ຮູ້ວ່າມັນບູດແລ້ວ 

ເປັນແບບທີ່ຂ້ອຍຄິດໄວ້ເລີຍ ຕຸກຍາງທຳມະດາແບບນີ້ ມັນຈະເກັບຮັກສາໄດ້ດົນສ່ຳໃດ

ເພາະນ້ຳນົມສາລີບໍ່ໄດ້ໃສ່ສານກັນບູດ ແລ້ວ ຕຸກທີ່ເຫລືອຊິກິນໝົດທັນໄດ້ແນວໃດ 

ຂ້ອຍກະທ້ຽວກິນນ້ຳນົມສາລີ ໝົດໄປຫລາຍຕຸກ ຖືກຕຸກບູດແດ່ ດີແດ່

ບາງຕຸກກໍ່ເປັນກ້ອນລອຍໃຫ້ເຫັນຊັດເຈນເລີຍວ່າມັນບູດ

ສຸດທ້າຍຂ້ອຍໄດ້ຖິ້ມນ້ຳນົມສາລີໄປເກືອບເຄິ່ງ ແລ້ວຕໍ່ມາ ດົນເຕີບ

ຂ້ອຍກໍ່ໄດ້ເຫັນນ້ຳນົມສາລີບ້ານເກີນຢູຮ້ານຂາຍເຄື່ອງຂ້າງບ້ານຂ້ອຍ

ມື້ນີ້ເລີຍຕັດສິນໃຈໄປຊື້ມາລອງກິນເບິ່ງ ປາກົດວາ ຕຸກ 7ພັນກີບ

ເປັນນ້ຳນົມສາລີ ທີ່ບູດໄປແລ້ວ ຂ້ອຍເລີຍ ທຳຄວາມເຂົ້າໃຈກັບຕົວເອງວ່າ

ຜະລິດຕະພັນລາວຍັງບໍ່ໄດ້ເລື່ອງເລີຍ ຖ້າເຮັດເປັນຜະລິດຕະພັນ ບັນຈຸ ຫີບຫໍ່

ເຖິງຂັ້ນອອກໂຄສະນາ ກໍ່ນ່າຈະເກັບຮັກສາໄດ້ດົນກວ່ານີ້ ຊັ້ນຖ້າສົ່ງຂາຍຕ່າງແຂວງ

ກໍ່ຄົງຈະໄດ້ກິນນ້ຳນົມສາລີບູດ ແລ້ວຖ້າຊື້ມາຫລາຍຂາຍບໍ່ໝົດກໍ່ສ່ຽງຫລຸບທຶນ

ຄັນເປັນແບບຊັ້ນເຮົາຊິບໍລິໂພກນ້ຳນົມສາລີຕຸກເພື່ອຫຍັງ

ເພາະບ້ານເຮົາເອງກະມີລໍ້ຂາຍນ້ຳສາລີສົດໆທຸກມື້ຢູ່ແລ້ວ ແຊບກວ່າອີກ.

 

ນ້ຳນົມສາລີນາງນ້ອຍ

 

 

ນ້ຳນົມສາລີບ້ານເກີນ