ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຄວາມຮັກກັບຄວາມຮັບຜິດຊອບທ່ານຈະເລືອກອັນໃດ
ສ້າງເມື່ອ ສ.ຫ.. 31, 2012 19 ຄົນໂຫວດ, 15 ຄຳເຫັນ, ອ່ານ 536 ເທື່ອ
ໃນຂະນະທີ່ເຮົາກຳລັງມີລູກກັບຜູ້ຊາຍຄົນທີ່ເຮົາຮັກເຂົາ ແຕ່ເຂົາບໍ່ໄດ້ຮັກເຮົາ ກໍ່ຍ້ອນຄວາມບໍ່ໄດ້ຕັ້ງໃຈ ຫຼື ຄວາມຜິດພາດໃນຕົວເຮົາເອງ
ຜູ້ຊາຍເຂົາກໍ່ຍິນຍອມພ້ອມໃຈຈະຮັບຜິດຊອບສິ່ງທີ່ເຂົາໄດ້ເຮັດ ເຊິ່ງມັນກໍ່ແມ່ນລູກຂອງເຂົາແທ້ໆ ແຕ່ວ່າຜູ້ຊາຍຄົນນັ້ນເຂົາບໍ່ໄດ້ມັກຫຍັງໃນຕົວຂອງເຮົາເລີຍ ກໍ່ຄືວ່າ ເຂົານັ້ນບໍ່ໄດ້ຮັກເຮົາ ສຳລັບຜູ້ຍິງເຮົາແລ້ວ ທ່ານເລືອກຈະທົນຢູ່ກັບຜູ້ຊາຍຄົນນັ້ນ ຍ້ອນຄວາມຮັບຜິດຊອບບໍ້ ຫຼືເລືອກຈະໄປ ເພາະຮູ້ວ່າເຂົາບໍ່ໄດ້ຮັກໃນຕົວເຮົາ ແລະເຕັມໃຈຢູ່ກັບເຮົາອີ່ຫລີ