ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ໂລກາເຄີຍຍໍຍ້ອງ          ວັດທະນະທຳລາວ ນ້ຳເອກ

ຍິງລາວຂາວຜ່ອງໜ້າ           ວ່າຈາເວົ້າອ່ອນລະໄມ

ນົງນາງນຸ່ງສິ້ນແຕ້ມ         ແຊມດວງດອກໄມ້

ຄອງພາດແພສະໃບຖື         ບ່ຽງງາມປານແຕ້ມ


ດຽວນີ້ ຍາມເມື່ອຍແນມເຫັນນ້ອງ           ບາງຍິງລາວຍຸກໃໝ່

ນ້ອງກໍ່ໃສຜ່ອງໜ້າ          ຄີງເຄົ້າຫຸ່ນດີຢູ່ດອກນາ

ເສຍແຕ່ມັກອວດໂອ້          ເນື້ອສິ່ງມັງສັງ

ບໍ່ໄຄ່ຄວນສະຫງວນຄິງ         ຮ່າງກາຍບັງໄວ້


ໃຜຜູ້ແນມເຫັນແລ້ວ       ແລດູຊວນສະເໜ່ ກໍ່ຈິງແລວ

ແຕ່ວ່າ ຄິງນາງນ້ອງ         ບໍ່ຄວນໂອ້ອວດໃຜ

ຄວນທີ່ຊອນເຊື່ອງໄວ້        ບໍ່ໃຫ້ໝົ່ນມອງສີ

ເໝື່ອດັ່ງລີລາຫົງ        ນຸ່ງຊົງຂົນເອ້


ແນມເບຶ່ງງາມເຫຼືອລົ້ນ         ມີມົນຂັງຄວນສະເໜ

ຄວນທີ່ຮັກຫໍ່ຫຸ້ມ        ຖະໝອມໄວ້ຄ່າແພງ

ດີກ່ອນ ໂອ້ອວດອ້າງ       ເນື້ອອ່ອນຜິວບາງ

ນຸ່ງໂສ້ງຂາເຂີນໆ            ຄ່າບໍ່ຄວນພໍນ້ອຍ


ຍ້ອນແບເຜີຍໃຫ້ຄົນຮູ້            ເໝືອນຂອງເລຂາຍຕະຫຼາດ

ເປັນດັ່ງຫົງຫຼົງຝ່າຍກ້ຳ         ຖະຫຼຳເບື້ອງບ່ອນກາ

ວັດທະນະທຳຕ່າງດ້າວ       ບໍ່ແຕກຕ່າງສະເໝີກາ

ບໍ່ພາບແພງພິມສະເໜ່             ຄ່າຄວນລາວໄດ້


ສະນັ້ນ ຄວນທີ່ນົງນາງນ້ອງ        ນ້ອຍໝຸ່ມຍິງລາວ ເອີຍ

ຄວນທີ່ແພງພຽນຖະໝອມ         ຮີດຄອງລາວໄວ້

ຢ່າໄດ້ຫຼົງໄຫຼຫຼົ້ມ        ປະເພນີ ນິຍົມໃໝ່

ວັດທະນະທຳລາວຈິ່ງຢູ່ໄດ້        ບໍ່ສູນສິ້ນຈາກຊາດລາວ ແທ້ແລ້ວ. 

 

 

                                                                                                                                                                                                                  ໂດຍ: ຊາຍ ແຫ່ງເມືອງນ້ຳໝອກ


ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 7, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

     ຫາກເຮົາຫາເຫດຜົນໃຫ້ກັບຕົນເອງວ່າ: ເປັນຫຍັງເຮົາຈຶ່ງຮັກຄົນໆນິຫລາຍ, ແລ້ວເຫດຜົນທີ່ໄດ້ກໍ່ມີພຽງຄຳວ່າ: ຮັກກໍ່ເພາະຮັກ, ຟັງເບິ່ງແລ້ວອາດເລື່ອນລອຍບໍ່ມີຈຸດໝາຍປາຍທາງເລີຍ. ແຕ່ສຳລັບຄົນທີ່ ຮັກກັນນັ້ນເຫດຜົນເທົ່ານີ້ກໍ່ພຽງພໍແລ້ວທີ່ຈະສານຕໍ່ຄວາມຮັກໃຫ້ຢູ່ໄດ້ຕໍ່ໄປ.

      ແຕ່ກັບຄົນທີ່ເຮົາຮັກເຂົາແລ້ວ ເຂົາຊ້ຳພັດບໍ່ຮັກບໍ່ສົນໃຈຄວາມຮັກທີ່ເຮົາມີໃຫ້ກັບເຂົາ, ເຂົາຄົນນັ້ນບໍ່ເຄີຍເບິ່ງເຫັນຄຸນຄ່າຂອງມັນເລີຍແມ່ນແຕ່ໜ້ອຍດຽວ ເຖິງແມ່ນວ່າເຮົາຈະເຮັດ ດີກັບເຂົາພຽງໃດກໍ່ຕາມ ເຊິ່ງກັບຄົນແນວນີ້ ຖ້າເຮົາມີຄວາມຫວັງ ຫລື ຕັ້ງຄວາມຫວັງຫລາຍພຽງໃດກັບເຂົາ ມັນກໍ່ຈະສ້າງຄວາມເມື່ອຍທັງກາຍ ແລະ ໃຈໃຫ້ກັບເຮົາຫລາຍເທ່ົານັ້ນ. ແຕ່ຖ້າ ຫາກວ່າເຮັດໄປແລ້ວ ຫລື ໄດ້ຮັກ ແລະ ເຮັດ ແລ້ວມີຄວາມສຸກກໍ່ຖືວ່າແລ້ວໄປ. ຖ້າຫາກມີຄວາມສຸກແລ້ວ ແຕ່ເມື່ອຍທັງກາຍ ແລະ ໃຈຕົນເອງ ເຮົາກໍ່ຄວນພິຈາລະນາເບິ່ງຄືນ.

     ຄົນເຮົາຖ້າຫາກເມື່ອຍແລ້ວບໍ່ວ່າເລື່ອງຫຍັງກໍ່ຕາມເຮົາກໍ່ຕ້ອງໄດ້ຢຸດພັກເສຍກ່ອນ. ຄວາມຮັກກໍ່ເຊັ່ນດຽວກັນ ຖ້າຫາກເມື່ອຍໃຈແລ້ວກໍ່ລອງຢຸດພັກຜ່ອນເບິ່ງຈັກໜ່ອຍ.

     ລອງເຊົາແລ່ນນຳໃຜຈັກຄົນໜຶ່ງ ແລ້ວ ກັບມາຢ່າງນຳຕົນເອງຈັກຄັ້ງ ແລ້ວເຮົາຈະຮູ້ສຶກດີກ່ອນທີ່ເຮົາຕ້ອງແລ່ນນຳຄົນໆນັ້ນ.

     ການທີ່ຮຽນຮູ້ຮັກຕົນເອງນັ້ນ ບໍ່ມີທາງທີ່ຈະເມື່ອຍຄືກັບເຮົາຮັກໃຜຄົນໜຶ່ງແລ້ວເຂົາບໍ່ຮັກເຮົາ.