ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ປະຈຸບັນນີ້ຊາວລາວຈຳນວນໜຶ່ງມັກສົນທະນາວຽກບ້ານການເມືອງຫລາຍຂຶ້ນ ໂດຍສະເພາະມັກອອກຄວາມເຫັນຢູ່ຕາມເວບໄຊຂອງເຄືອຄ່າຍອິນເຕີເນັດ, ສົນທະນາກັນຢູ່ຕາມບ້ານເຮືອນ, ລະຫວ່າງໝູ່ຄູູ່. ສົນທະນາບັນຫາການປົກຄອງໃນ ສ.ປ.ປ.ລາວ, ບັນຫາປະຊາທິປະໄຕປະຊາຊົນ ເຫລົ່ານີ້ເປັນຕົ້ນ. ຢູ່ໃນເວບໄຊຕ່າງໆກໍ່ປາກົດເຫັນວ່າຄົນລາວວິພາກວິຈານການເມືອງໃນ ສ.ປ.ປ. ລາວ ຫລາຍ ແຕ່ກໍ່ເປັນພຽງການແລກປ່ຽນຄວາມຄີດຄວາມເຫັນເທົ່ານັ້ນແລະ.ແຕ່ໃນທາງປະຕິບັດແມ່ນເປັນໄປໃດ້ຍາກທີ່ສຸດ ແລະ ປະຊາຊົນກໍ່ຍອມຮັບໄດ້ວ່າປະຊາຊົນມີຢູ່ມີກິນ ແບບບໍ່ເດືອດຮ້ອນເທົ່າໃດ ແລະ ກໍ່ໃຊ້ຊີວິດແບບທຳມະຊາດທຳມາຫາກິນ ໄປຕາມວິຖີຊິວິດຂອງໃຜມັນເພື່ອຄວາມຢູ່ລອດຂອງເຂົາເຈົ້າ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

     ຄ່ຳຄືນເດິກດື່ນຄ້ອຍ                                          ລົມວິວ່ອນລອຍສະບັດ

ພັດກົກບົກໃບບາງ                                                ປິ່ນເປືອງປາຍເປື້ອງ

ເນືອງນັນສຽງທະນີຮ້ອງ                                         ຕາມນະພາພົງໄພປ່າ

ສະກຸນາພ່ຳພ້ອມ                                                   ສຽງກ່ອງດັ່ງກ້ອງ

 

      ຈັບປືນມອງສ່ອງສິ້ງ                                         ຫຼິງເບິ່ງນານເຫິງ

ຢ້ານໝູ່ມວນມານມາ                                               ກໍ່ການກວນບ້ານ

ມາຮຸກຮານເຂັນຂ້າ                                                 ຮາວີວອດວີ່

ພາເກີດຄວາມວາຍວຸ້ນ                                            ສັງຄົມຮ້ອນເຮັ່ງຮອນ

 

     ກອດປືນກາງດົງດ່ານດ້າວ                                 ໜາວໜ່ວງຊູນຊວງ

ເຖິງວ່າທໍລະມານກາຍ                                            ໜຶ່ງດຽວເຮົານີ້

ປວງປະຊາຫຼາຍລ້ານ                                             ສຸກສຳລານຫຼາຍຫຼັ່ນ

ໃນດ່ານແດນແຫ່ງຫ້ອງ                                          ຊົມຊ້ອຍຊື່ນບານ

 

     ປວງຊົນກິນລາບກ່ອຍ                                      ຊອຍຈຸ່ມ ຊີ້ນດາດ

ເຮົານີ້ກິນກອຍມັນ                                                ປົ່ນໝາກເຂືອແນວນ້ອຍ

ປານວ່າຊອຍຊົງເພ້ຍ                                             ງົວຄວາຍຕ່ອນໃຫຍ່

ອຸດົມການຮັດແໜ້ນ                                              ບໍ່ຄອນແຄນເຄື່ອນຍ້າຍ

 

      ພຽງດິນແດນດ່ານນີ້                                       ມີຊື່ນສົມສະໝຸກ

ເພື່ອຊາດລາວຄົນລາວ                                          ຢູ່ສະບາຍຫາຍຮ້ອນ

ພັກ - ລັດມອບໝາຍໃຫ້                                       ປະຕິບັດຕາມໝ້າທີ່

ເອົາຊີວີຖະຫວາຍມອບໃຫ້                                    ພຽນແຕ້ມຕໍ່ແຜ່ນດິນ

 

     ຄົນບໍ່ສຸດສອດສິ້ນ                                         ຊາດບໍ່ມຸ່ນພັງທະລາຍ

ເອົາຫົວໃຈພຽນປະກັນ                                        ຍົກຊາດທູນເໜືອເກົ້າ

ຢູ່ຊາຍແດນມັນບໍ່ເສົ້າ                                           ເປັນໂສ່ງໂລ່ງເສງເລ່ງ

ເອົາເດືອນດາວເປັນແສງໄຟຮຸ່ງແຈ້ງ                         ປານສະຫວັນແຫ່ງຫ້ອງ

                                                             ເມືອງໃຕ້ມະນຸດຄົນ  ທ່ານເອີຍ..........!

 

ໂດຍ: ລ.ດ.ກ.ດ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 2, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

     ເມື່ອຍນຳພວກນຸ່ງສັ້ນ                    ໂຊຫຸ່ນເສີມສະເໜ່

ເກົ້າຜົມເພຕັດເປັນລອນ                       ທາປາກແດງດຳຂຽນຄິ້ວ

ຫິ້ວກະເປົາຍ່າງຊົງຟ້າວ                        ຄ້າຍຄືກັນກັບຄົນນອກ

ພິກອອກຈາກຮີດຄອງ                         ໄຮໂຊເຂົ້າເສື່ອມສິງ      ດີບໍ່ ຫ໋ະ !

 

     ເມື່ອຍນຳພວກຄໍເສື້ອກວ້າງ             ບ່າໄຫຼ່ບໍ່ຍອມປົກ

ເປີດໜ້າເອິກລົງເລິກ                           ບໍ່ຫ່ວງນຳມູນເຄົ້າ

ເຫັນເງົາຂາວເງົາແຫຼ້                             ແນວແພບາງໆຫຸ້ມ

ມູນພໍ່ແມ່ມອບໃຫ້                                ຄວນຊິເຊື່ອງເອົາໄວ້ ດີບໍ່ ນໍ້ !

 

     ເມື່ອຍນຳພວກເພດເອ້                    ບໍ່ຖືຮີດຄອງລາວ

ຊາຍໝຸ່ມພາໂລຖື                               ໝາກຕິ່ງຫູແຂວນຫ້ອຍ

ບາດຜູ້ຍິງຊ້ຳພັດສອຍຜົມສັ້ນ               ຊົງຊາຍສະເໜີວາດ

ຄາດສາຍແອວອອກນອກເສື້ອ             ບໍ່ຍອມມ້ວນເຊື່ອງໃນ

 

     ປະກົດການນີ້ພິກປີ້ນ                   ຈາກຮີດເກົ່າກາຍມາ

ໂບຮານພາສິດສອນ                          ມອບໝາຍຮັກສາໄວ້

ພາກັນໄປນິຍົມຍ້ອງ                         ຮີດຄອງຊາດອື່ນເຂົາ

ລື່ນລ່ວງໂລຫຼີກລ້ຽງ                         ບໍ່ຍອມເວົ້າວ່ານຳ ບໍ່ເປັນແລ້ວ

 

     ທຳທ່າໄປເອົາໝ້ຽງ                     ຂອງບ້ານເພິ່ນມາອົມ

ນິຍົມນຳຊົງຜົມ                               ຕ່າງແດນເພິ່ນມາເອ້          (ໂດຍສະເພາະແມ່ນບັນດາ ດາລາທັງຫຼາຍ ຄວນເປັນແບບຢ່າງ ໃຫ້ນັກຮຽນ)

ປະເພນີດີ ລາວມີແລ້ວ                      ຄົນລາວເຮົາຕ້ອງຮັກສາ

ຍໍຍົກກ້ຽວກອດແໜ້ນ                     ເປັນເຈົ້າຮ່ວມຮັກສາ  ແນ່ເດີ້.

 

ໂດຍ: ດ.ງ.ປ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 1, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ບັດນີ້ ຂ້າຂໍກ່າວ                              ເຕື່ອນໝູ່ຍິງສາວ

ຝູງນາຣີ                                          ສາວຮາມຍຸກໃໝ່

ພວມຂຶ້ນໃຫຍ່                                ພວມຈົບພວມງາມ

ຢ່າຮະຮາມ                                    ການນຸ່ງການແຕ່ງ


ເຫັນຫຼາຍແຫ່ງ                              ບໍ່ຈົບບໍ່ງາມ

ກາຍເປັນຊາມ                               ບໍ່ດີຫຼົງຊ່ົວ

ເບິ່ງໄປທົ່ວ                                    ເຫັນຢູ່ຫຼາຍຄົນ

ເຂົາບໍ່ວົນ                                      ບໍ່ອາຍຄົນອື່ນ


ເຮັດໜ້າຊື່ນ                                  ນຸ່ງສັ້ນນຸ່ງເຂີນ

ສຸດວ່າເຂີນ                                   ຕິດຈຳງ່າມກົ້ນ

ເຂີນລົ້ນພົ້ນ                                 ຕ່າງບ້ານຕ່າງເມືອງ

ທັງຂັດເຄື່ອງ                               ຜິດຮີດຜິດຄອງ


ຜິດສຸດຂີດ                                  ກັບວັດທະນະທຳ

ຈົ່ງຄະລຳ                                    ໃຜຢ່າເຮັດອີກ

ຟ້າວຫຼົບຫຼີກ                                ໃຜແມ່ນຄົນລາວ

ບໍ່ແມ່ນຊາວ                                  ຕ່າງແດນຕ່າງດ້າວ


ຟ້າວກັບເຂົ້າ                                ຫາຮີດຫາຄອງ

ເຂົ້າທຳນອງ                                ແຕ່ພໍ່ແຕ່ແມ່

ແຕ່ເຖົ້າແກ່                                 ເພິ່ນພາເຮັດມາ

ເປັນມັກຄາ                                ຫົນທາງອັນເລີດ


ເປັນປະເສີດ                              ດີແທ້ອີ່ຫຼີ

ຂໍຢ່າໜີ                                     ຄວາມເຕືອນຄວາມບອກ

ຈົ່ງຄິດອອກ                              ຈື່ໄວ້ຍ່າລືມ

ຄິດຊາບຊຶມ                              ໃນໃຈທຸກເມື່ອ


ເຫັນຫຼາຍເທື່ອ                         ທັງເຫັນທັງຍິນ

ຢ່າປໍປີ້ນ                                  ຊັງຄົນຜູ້ເວົ້າ

ເຕືອນໝູ່ເຈົ້າ                           ຟັງແລ້ວຕືກຕອງ

ຢ່າໄດ້ປອງ                            ຕິສິນນິນໂທດ      ກັນເດີ້    ຜູ້ສາວເອີ້ຍ...........!

ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

ການສ້າງສັງຄົມນິຍົມຢູ່ປະເທດລາວ

ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ້ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕຍຸຕິທຳ ແລະ ສີວິໄລ.

 ພວກເຮົາຮູ້ນຳກັນແລ້ວວ່າ ການສ້າງສັງຄົມນິຍົມຢູ່ໃນໂລກໃບນີ້ ແມ່ນມີຕົວແບບທີ່ແຕກຕ່າງກັນອອກໄປ. ແຕ່ຈະສ້າງສັງຄົມນິຍົມຕາມຕົວແບບ ອັນໃດນັ້ນ ມັນຂຶ້ນກັບເງື່ອນໄຂຈຳເພາະ ແລະ ສະພາວະ ຄວາມເປັນຈິງຂອງແຕ່ລະປະເທດ; ຂຶ້ນກັບການຄົ້ນຄວ້າປະດິດສ້າງໃນການທຽບໃຊ້ທິດສະດີ ມາກ - ເລນິນ ແລະ ບົດຮຽນຂອງປະເທດຕ່າງໆຂອງພັກພວກເຮົາ ເຊິ່ງມີຄວາມຮັບຜິດຊອບຕໍ່ໂຊກຊະຕາກຳຂອງປະເທດຊາດ ແລະ ຂອງປະຊາຊົນເຮົາ. ສະນັ້ນ ພັກເຮົາ ຈຶ່ງໄດ້ຕັ້ງໜ້າຄົ້ນຄວ້າຮ່ຳຮຽນບົດຮຽນ ແລະ ປະສົບການຈາກບັນດາປະເທດສັງຄົມນິຍົມທີ່ໄປກ່ອນ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາ ສ.ປ.ປ.ລາວ ຂຶ້ນໃນປີ 1975 , ພັກເຮົາໄດ້ເດັດດ່ຽວນຳພາປະຊາຊົນປະຕິບັດສອງໜ້າທີ່ຍຸດ ທະສາດຄື: ປົກປັກຮັກສາລະບອບໃໝ່ ແລະ ສ້າງສາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ, ອັນນັ້ນຊີ້ໃຫ້ເຫັນວ່າ ພັກເຮົາໄດ້ຢຶດໝັ້ນເດີນຕາມອຸດົມການ ຂອງພັກ ທີ່ກຳນົດໄວ້ໃນເວລາສ້າງຕັ້ງພັກ.

ເພື່ອຮັບປະກັນໃຫ້ພາລະກິດປ່ຽນແປງໃໝ່ໄປສູ່ຈຸດໝາຍທີ່ວ່າງໄວ້ນັ້ນ, ກອງປະຊຸມຄົບຄະນະສູນກາງພັກ ຄັ້ງທີ 8 (ສະໄໝທີ VI) ໄດ້ວາງ 6 ຫຼັກການ ຂອງ ການປ່ຽນແປງໃໝ່ດັ່ງນີ້:

  1. ຫຼັກການທີ ໜຶ່ງ: ຢຶດໝັ້ນຈຸດໝາຍສັງຄົມນິຍົມ.
  2. ຫຼັກການທີ ສອງ: ຢຶດໝັ້ນລັດທິມາກ - ເລນິນ ແລະ ໝູນໃຊ້ຢ່າງປະດິດສ້າງ, ສອດຄ່ອງກັບຈຸດພິເສດຂອງປະເທດລາວເຮົາ.
  3. ຫຼັກການທີ ສາມ: ຢຶດໝັ້ນໃນການນຳພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ແນວທາງຂອງພັກ.
  4. ຫຼັກການທີ ສີ່: ເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ, ສາ້ງກຳລັງສາມັກຄີທົ່ວປວງຊົນ ແລະ ຄວາມເປັນປືກແຜ່ນຂອງ ຊາດລາວເອກະພາບ.
  5. ຫຼັກການທີ ຫ້າ: ເພີ່ມທະວີຄວາມສັກສິດຂອງລະບົບອຳນາດປະຊາທິປະໄຕປະຊາຊົນ, ອີງໃສ່ກຳລັງແຮງຂອງປະຊາຊົນ ແລະ ເພື່ອປະຊາຊົນ, ຕ້ານປະ ກົດການຂອງພະຍາດອາຍາສິດໃນທຸກຮູບແບບ.
  6. ຫຼັ້ກການທີ ຫົກ: ເຊີດຊູຈິດໃຈເອກະລາດເປັນເຈົ້າຕົນເອງ, ສົມທົບກັບກຳລັງແຮງຂອງຍຸກສະໄໝ.

ຄຽງຄູ່ກັບຫຼັກການທີ່ກ່າວມາຂ້າງເທິງນັ້ນ ພັກຮົາຍັງໄດ້ຢຳ້ຕື່ມກ່ຽວກັບສິ່ງທີ່ຕ້ອງຕ້ານ ໃນຂະບວນວິວັດແຫ່ງການດຳເນີນພາລະກິດປ່ຽນແປງໃໝ່ດັ່ງນີ້: ຕ້ານແນວຄິດ ແລະ ທັດສະນະທີ່ຢາກປະລະຫຼັກໝັ້ນຊົນຊັ້ນ, ຕ້ານລັດທິຫຼາຍພັກ ແລະ ແນວຄິດເສລີປະຊາທິປິໄຕແບບນາຍທືນ, ຕ້ານແນວຄິດ ແລະ ທັດ ສະນະທີ່ຢາກປະລະຫຼັກການລວມສູນປະຊາທິປະໄຕ, ຂາດລະບຽບວິໄນ, ອະນາທິປະໄຕ, ແບບຊ້າຍຈັດ ແລະ ລັດທິສວຍໂອກາດ, ຂວາຈັດ, ຕ້ານແບບ ແຜນອາຍາສິດ, ປະເດັດການອ້າຍດຽວ, ຫ່າງເຫີນຈາກມະຫາຊົນ ແລະ ບໍ່ຕິດແທດກັບຕົວຈິງ.

ບົນພື້ນຖານການກຳແໜ້ນສັນຍາລັກ ແລະ ເງື່ອນໄຂການສ້າງລະບອບປະຊາທິປະໄຕປະຊາຊົນຕາມທິດສັງຄົມນິຍົມດັ່ງກ່າວນັ້ນ ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກເຮົາຈຶ່ງໄດ້ກຳນົດວ່າ ສັງຄົມນິຍົມທີ່ພວກເຮົາຈະໄປເຖິງນັ້ນແມ່ນສັງຄົມທີ່ "ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ້ງເຂັ້ມແຂງ, ສັງຄົມສາມັກຄີ ປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ".

ໃນຈຸດໝາຍໃຫຍ່ດັ່ງກ່າວນັ້ນ, ພັກເຮົາຍັງໄດ້ກຳນົດຄຸນລັກສະນະພື້ນຖານຈຳນວນໜຶ່ງຂອງສັງຄົມນິຍົມ ຊຶ່ງແມ່ນລະບອບສັງຄົມທີ່ພວກເຮົາມຸ່ງໝາຍໄວ້ ດັ່ງນີ້:

  •  ໜຶ່ງ: ດ້ານການເມືອງ: ແມ່ນຢຶດໝັ້ນການນຳພາຂອງພັກປະຊາຊົນປະຕິວັດລາວພຽງພັກດຽວ, ສ້າງລັດແຫ່ງກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ເພື່ອ ປະຊາຊົນ. ປະຊາຊົນເປັນເຈົ້າ, ອຳນາດທັງໝົດແມ່ນຂອງປະຊາຊົນ.
  • ສອງ: ດ້ານເສດຖະກິດ: ເສດຖະກິດແຫ່ງຊາດມີການຂະຫຍາຍຕົວສູງດ້ວຍກຳລັງການຜະລິດທີ່ນັບມື້ນັບທັນສະໄໝ ແລະ ມີການພົວພັນການຜະລິດທີ່ ກ້າວໜ້າ, ສອດຄ່ອງກັບລະດັບການຂະຫຍາຍຕົວຂອງກຳລັງການຜະລິດ.
  • ສາມ: ດ້ານສັງຄົມ - ວັດທະນະທຳ: ພົນລະເມືອງທຸກຄົນໄດ້ຮັບການປົດປ່ອຍອອກຈາກການກົດຂີ່ຂົມເຫັງທຸກຮູບແບບ ແລະ ມີເງື່ອນໄຂພັດທະນາຕົວ ເອງຢ່າງຮອບດ້ານ, ປະຊາຊົນທຸກເຜົ່າມີຄວາມສະເໝີພາບ, ມີຄວາມສາມັກຄີປອງດອງ ແລະ ພ້ອມກັນຂະຫຍາຍຕົວ, ມີວັດທະນະທຳທີ່ກ້າວໜ້າ ເຂັ້ມຂຸ້ນ ດ້ວຍລັກສະນະຊາດ ແລະ ຮັບເອົາຄຸນຄ່າອັນດີງາມຂອງວັດທະນະທຳນາໆຊາດ.
  • ສີ່: ມີການພົວພັນມິດຕະພາບ ແລະ ຮ່ວມມືຢ່າງກ້ວາງຂວາງກັບນາໆຊາດ.

ບັນດາຄຸນລັກສະນະພື້ນຖານທີ່ກ່າວມານັ້ນ ທັງເປັນອຸດົມການ ແລະ ທັງເປັນຈຸດໝາຍທີ່ພວກເຮົາຕ້ອງສູ້ຊົນກ້າວໄປເຖິງ, ມັນເປັນຍຸດທະສາດແຫ່ງການ ຊີ້ນຳ ນຳພາຂອງພັກເຮົາໃນການສ້າງສາພັດທະນາປະເທດຊາດອີກດວ້ຍ.

ລວມຄວາມແລ້ວ ທິດສະດີແນວທາງຂອງພັກເຮົາກ່ຽວກັບສັງຄົມນິຍົມ ແລະ ເສັນທາງກ້າວຂຶ້ນສູ່ສັງຄົມນິຍົມແມ່ນໄດ້ຮັບການປັບປຸງບູລະນະໃຫ້ສົມບູນ ຈະແຈ້ງຂຶ້ນຕື່ມຫຼາຍ, ແຕ່ກໍ່ຍັງຢູ່ໃນໄລຍະບຸກເບີກຊອກຄົ້ນ ແລະ ບໍ່ທັນມີການສະຫຼຸບສັງລວມເປັນລະບົບທີ່ຄົບຖ້ວນ. ອັນນີ້ຕ້ອງໄດ້ໄຊ້ເວລາ ແລະ ຜ່ານ ການຢັ້ງຢືນຈາກພຶດຕິກຳຕື່ມອີກ. ໂດຍຢຶດໝັ້ນໃນທັດສະນະກ້າເບິ່ງຄວາມເປັນຈິງ ແລະ ຖືພຶດຕິກຳເປັນຫຼັກສັດຈະທຳ, ພວກເຮົາຕ້ອງສືບຕໍ່ຊອກຄົ້ນຢ່າງ ເປັນເຈົ້າການ ແລະ ມີຄວາມປະດິດສ້າງສູງ ເພື່ອສາມາດກຳນົດບາດກ້າວ ແລະ ນະໂຍບາຍກ່ຽວກັບການສ້າງສາພັດທະນາປະເທດຊາດຢ່າງຖືກຕ້ອງສອດ ຄ່ອງຍິ່ງຂຶ້ນ.

 

ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍຶນ !