ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2014 | ມີ 8 ຄຳເຫັນ ແລະ 0 trackback(s)

ປະເທດເຮົາປັດຈຸບັນເປັນປະເທດພວມພັດທະນາ, ການຜະລິດຂອງຊາວຜູ້ອອກແຮງງານສ່ວນຫຼາຍແມ່ນການກະສິກຳທີ່ອາໄສທຳມະຊາດເປັນຕົ້ນຕໍ. ຍ້ອນແນວນັ້ນປະຊາຊົນເຮົາຈຶ່ງທຸກຍາກລຳບາກ, ລາຍໄດ້ແຫ່ງຊາດຕ່ຳຫຼາຍ ສິນຄ້າຂາອອກຂາດຸນຢ່າງມະຫາສານ. ເພື່ອແກ້ໄຂສະພາບດັ່ງກ່າວ ພັກ ແລະ ລັດຖະບານເຮົາ ຈຶ່ງໄດ້ມີນະໂຍບາຍຫັນເສດຖະກິດແບບທຳມະຊາດໄປສູ່ເສດຖະກິດສິນຄ້າ ແລະ ກໍ່ມີແຕ່ແນວນັ້ນປະເທດຊາດ ແລະ ປະຊາຊົນຈຶ່ງຈະຮັ່ງມີຜາສຸກ ປະເທດຊາດມັ່ງຄັ່ງເຂັ້ມແຂງ ທຽມທັນກັບເພື່ອນມິດໃນໂລກ.

ເນື້ອໃນຂອງສຳຄັນຂອງການຫັນເສດຖະກິດທຳມະຊາດໄປສູ່ເສດຖະກິດສິນຄ້າແມ່ນ:

- ຂະຫຍາຍການຜະລິດກຳສິກຳ-ປ່າໄມ ໂດຍຖືເອົາການຄ້າເປັນຕ່ອງໂສ້ ແລະ ການຄົມມະນາຄົມເປັນປາຍແຫຼມ.

- ຫັນປ່ຽນແບບແຜນດຳລົງຊີວິດຢ່າງມີຈຸດສຸມ, ມີແຜນການ ແລະ ຜະລິດສິນຄ້າໃຫ້ນັບມື້ນັບຫຼາຍໃຫ້ແກ່ຕະຫຼາດ.

- ຈັດສັນອາຊີບ, ແບ່ງເຂດການຜະລິດ ແລະ ຂະແໜງການທີ່ມີລັກສະນະບູລິມະສິດ ເພື່ອເຮັດໃຫ້ມີການຜະລິດຂະໜາດໃຫຍ່ ແລະ ເຕົ້າໂຮມການຜະລິດໃນຂະແໜງເສດຖະກິດຕ່າງໆ.

ວິທີການດຳເນີນ ແມ່ນຖືເອົາແຕ່ລະຄອບຄົວຂອງຊາວກະສິກອນເປັນຫົວໜ່ວຍເສດຖະກິດ ແລະ ເປັນເປົ້າໝາຍຕົ້ນຕໍໃນການຂະຫຍາຍການຜະລິດ ຖືເອົາຄອບຄົວຕົວແບບເປັນປັນໄຈສົ່ງເສີມການຜະລິດທຸລະກິດໃນຂະແໜງການເສດຖະກິດຕ່າງໆ.

ສະຫຼບຄວາມວ່າ: ການຫັນເສດຖະກິດທຳມະຊາດ ໄປສູ່ເສດຖະກິດສິນຄ້າ ແມ່ນການຫັນພື້ນຖານເສດຖະກິດເອກະເທດແຈກຍາຍຂອງປະເທດເຮົາໄປສູ່ເສດຖະກິດໃຫຍ່, ບົນພື້ນຖານການນຳໃຊ້ພາຫະນະຜະລິດທີ່ທັນສະໄໝເທື່ອລະກ້າວ, ແມ່ນຂະບວນວິວັດແຫ່ງການສ້າງປະເທດເຮົາໃຫ້ກາຍປັນປະເທດທີ່ມີກະສິກຳຂະຫຍາຍຕົວກ້າວໜ້າ ແລະ ອຸດສາຫະກຳທີ່ທັນສະໄໝ, ເຮັດໃຫ້ປະເທດເຮົາຫຼຸດພົ້ນອອກຈາກຄວາມທຸກຍາກຫຼ້າຫຼັງ ແລ້ວ ພ້ອມກັນປະຕິບັດສອງໜ້າທີ່ຍຸດທະສາດຂອງພັກເຮົາຄື ປົກປັກຮັກສາລະບອບໃຫມ່ ແລະ ສ້າງສາປະເທດຊາດຕາມທິດສັງຄົມນິຍົມ.
 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2014 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

   ພັກແມ່ນອົງການຈັດຕັ້ງການເມືອງຂອງຜູ້ທີ່ສະໝັກໃຈຂອງຄົນອຸດົມການດຽວກັນໃນການຕໍ່ສູ້ເພື່ອຜົນປະໂຫຍດຂອງຊົນຊັ້ນ ຫຼື ຊັ້ນຄົນທີ່ແນ່ນອນ. ຄຳສັບທີ່ວ່າ: " ພັກກຳອຳນາດ ", " ພັກກຳອຳນາດການປົກຄອງ " ແມ່ນໄດ້ຖືກໃຊ້ຢູ່ບັນດາປະເທດຕາເວັນຕົກມາດົນແລ້ວ, ໃຊ້ເພື່ອຊີ້ແຈງທີ່ຕັ້ງ ພາລະບົດບາດ ແລະ ຄວາມຮັບຜິດ ຊອບຂອງພັກທີ່ໄດ້ມີອຳນາດການປົກຄອງ; ເພື່ອໄຈ້ແຍກລະຫວ່າງພັກກຳອຳນາດ ແລະ ພັກບໍ່ກຳອຳນາດ, ພັກບໍ່ກຳອຳນາດແມ່ນພັກບໍ່ທັນໄດ້ຍາດໄດ້ອຳນາດ ຫຼື ທີ່ຕັ້ງກົງ ກັນຂ້າມ. ໃນສັງຄົມທີ່ມີຫຼາຍຊົນຊັ້ນ ແລະ ຫຼາຍຊັ້ນຄົນ, ອາດມີໜຶ່ງພັກ ຫຼື ຫຼາຍພັກ, ໃນນັ້ນ ມີພັກກຳອຳນາດ, ມີພັກບໍ່ກຳອຳນາດ ແລ້ວແຕ່ເງື່ອນໄຂ ແລະການຊັ່ງຊາ ກຳລັງຕົວຈິງຂອງແຕ່ລະປະເທດ, ບາງຄັ້ງອາດມີໜຶ່ງພັກ ຫຼື ພັກຈຳນວນໜຶ່ງຮ່ວມກັນຂຶ້ນອຳນາດ. ພັກກຳອຳນາດມີຄວາມໝາຍວ່າ ພັກນຳພາອຳນາດການປົກຄອງ, ຄອບງຳອຳນາດການປົກຄອງ, ເຮັດໃຫ້ການເຄື່ອນໄຫວທຸກຢ່າງຂອງອຳນາດປົກຄອງ ສະແດງອອກ ແລະ ປະຕິບັດຕາມແນວຄິດ, ແນວທາງຂອງພັກນັ້ນ, ສອດຄ່ອງກັບ ອຸດົມການ ແລະ ຮັບໃຊ້ສິດຜົນປະໂຫຍດຂອງຊົ້ນຊັ້ນ, ຊັ້ນຄົນ ທີ່ພັກດັ່ງກ່າວເປັນຕົວແທນ.

   ຢູ່ລາວຫຼັງຈາກການປະຕິວັດຊາດປະຊາທິປະໄຕສຳເລັດລົງໃນເດືອນ ທັນວາ ປີ 1975 ພັກປະຊາຊົນປະຕິວັດລາວໄດ້ກາຍມາເປັນພັກກຳອຳນາດ. ສິ່ງດັ່ງກ່າວບໍ່ແມ່ນມີ ໂດຍບັງເອີນ, ອັນນີ້ແມ່ນໝາກຜົນແຫ່ງການຕໍ່ສູ້ອັນຍາວນານຂອງພັກ, ຂອງປວງຊົນລາວ. ແລະ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1955, ເປັນໄລຍະເວລາ 20 ປີ ແຫ່ງ ການຜ່ານຜ່າ, ເສຍສະຫຼະ, ທົບສອບ ພະນັກງານ ສະມາຊິກພັກ, ປະຊາຊົນຈຳນວນຫຼາຍ ໃນນັ້ນມີການນຳທີ່ເດັ່ນຂອງພັກໄດ້ເສຍສະຫຼະ, ການຕໍ່ສູ້ອັນລຳບາກຢ່າງພິລະ ອາດຫານ ລາວຈຶ່ງສາມາດປົດປ່ອຍຊາດໄດ້ ພັກປະຊາຊົນປະຕິວັດລາວຈຶ່ງສາມາດຍາດໄດ້ອຳນາດກາຍເປັນພັກກຳອຳນາດໃນຂອບເຂດທົ່ວປະເທດ, ນຳພາປະເທດຊາດ ກ້າວຂຶ້ນສັງຄົມນິຍົມ. ບັນດາໝາກຜົນທີ່ປະຊາຊົນໄດ້ຮັບພາຍໃຕ້ການນຳພາຂອງພັກ ໄດ້ເຮັດໃຫ້ປະຊາຊົນເຫັນແຈ້ງວ່າ ຢູ່ລາວມີພຽງແຕ່ພັກປະຊາຊົນປະຕິວັດລາວ ທີ່ສາມາດນຳພາປະຊາຊົນສ້າງຊີວິດທີ່ອີ່ມໜຳສຳລານ, ມີິສິດເສລີພາບ ແລະ ຄວາມຜາສຸກ, ສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າຕິດພັນກັບພາລະກິດຂອງພັກ, ເປົ້າໝາຍ ແລະ ອຸດົມການຂອງພັກກໍ່ແມ່ນຄວາມມຸ່ງມາດປາດຖະໜາ, ຄວາມມຸ່ງຫວັງຂອງປະຊາຊົນ. ມີ້ນີ້, ໃນຖານະເປັນພັກກຳອຳນາດ, ພັກປະຊາຊົນປະຕິວັດລາວ ຮັບຮູ້ແຈ້ງຕໍ່ຄວາມຮັບຜິດຊອບຂອງຕົນຕໍ່ກັບປະເທດຊາດ ແລະ ປະຊາຊົນບັນດາເຜົ່າ ເພື່ອກຳນົດແນວທາງພັດທະນາປະເທດຊາດ, ບົນພື້ນຖານດັ່ງກ່າວເສີມຂະ ຫຍາຍກຳລັງແຮງສັງລວມຂອງທົ່ວລະບົບການເມືອງ ຂອງທົ່ວສັງຄົມ, ເພື່ອຈັດຕັ້ງປະຕິບັດແນວທາງດັ່ງກ່າວໃຫ້ປະສົບຜົນສຳເລັດ, ພ້ອມກັນນັ້ນ ກໍ່ກຳນົດເນື້ອໃນ ແລະ ແບບແຜນການນຳພາຂອງພັກ, ເສີມຂະຫຍາຍດ້ານຕັ້ງໜ້າ, ກຳຈັດດ້ານຫຍຸ້ງຍາກ, ສະກັດກັ້ນ ແລະ ປັບປຸງບັນດາຄວາມສ່ຽງຂອງບັນຫາພັກໜຶ່ງພັກດຽວກຳ ອຳນາດ.

   ເມື່ອເວົ້າເຖິງພັກກຳອຳນາດ ແມ່ນເວົ້າເຖິງພັກນັ້ນນຳພາທົ່ວສັງຄົມ, ນຳໃຊ້ກົງຈັກລັດສັງລວມ ແລະ ເສີມຂະຫຍາຍກຳລັງແຮງຂອງທົ່ວປວງຊົນ ເພື່ອເຮັດໃຫ້ທັດສະ ນະຂອງພັກກຳບົດບາດເປັນເຈົ້າຕໍ່ກັບການພັດທະນາສັງຄົມ, ເປົ້າໝາຍ, ແນວທາງຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດໃນທົ່ວສັງຄົມ. ພັກກຳອຳນາດໝາຍຄວາມວ່າ ພັກຕ້ອງຮັບຜິດຊອບຕໍ່ປະຊາຊົນ ແລະ ຕໍ່ປະເທດຊາດ.

   ເມື່ອກາຍເປັນພັກກຳອຳນາດ ພັກຍັງມີເງື່ອນໄຂເປັນຕົວແທນໃຫ້ແກ່ຊົນຊັ້ນຕົນ, ກາຍເປັນກອງລະວັງໜ້າການເມືອງໃຫ້ແກ່ທັງຊາດ. ສິ່ງສຳຄັນຕັດສິນ ແມ່ນພັກ ຕອງກຳໄດ້ທາດແທ້ປະຕິວັດ ວິທະຍາສາດຂອງຕົນ, ບໍ່ປ່ຽນທາດ ແລະ ມີແບບແຜນການນຳພາທີ່ຖືກຕ້ອງ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2014 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ປະເທດເຮົາໄດ້ຮັບການປົດປ່ອຍຢ່າງສົມບູນ ມີອຳນາດອະທິປະໄຕ, ເອກະລາດ, ເອກະພາບ ແລະ ແຜ່ນດິນອັນຄົບຖ້ວນ, ສຳເລັດການປະຕິວັດຊາດປະຊາທິປະໄຕປະຊາ ຊົນ, ຈະຫັນໄປສູ່ໄລຍະຍຸດທະສາດໃໝ່, ໄລຍະກ້າວຂຶ້ນສັງຄົມນິຍົມໂດຍກົງ ໂດຍບໍ່ຜ່ານໄລຍະຂະຫຍາຍຕົວຂອງທຶນນິຍົມ.

ແຕ່ມາຮອດປະຈຸບັນ ຍັງມີຫຼາຍຄົນເຊິ່ງຍັງມີການລະແວງສົງໃສ ກ່ຽວກັບຄວາມຈຳເປັນຂອງການກ້າວຂຶ້ນສັງຄົມນິຍົມ, ບາງຄົນຍັງມີຄຳເຫັນວ່າ ບໍ່ຈຳເປັນນຳໃຊ້ມາດຕະເກນກ້າວຂຶ້ນສັງຄົມນິຍົມ ຫຼື ຄວານເລືອກເອົາເສັ້ນທາງໃໝ່ ເພາະມັນເປັນເສັ້ນທາງທີ່ຍາວໄກຫຼາຍ. ຍອນແນວນັ້ນເພື່ອສ້າງຄວາມເຂົ້າໃຈໃຫ້ຈະແຈ້ງກ່ຽວກັບຄວາມຈຳເປັນພາວະວິໄສ ແລະ ເນື້ອໃນຂອງການກ້າວຂຶ້ນສູ່ສັງຄົມນິຍົມ ຍັງແມ່ນບັນຫາຕັ້ງຂຶ້ນທັງທິດສະດີ ແລະ ພຶດຕິກຳໃນປະຈຸບັນ.

ການກ້າວຂຶ້ນສັງຄົມນິຍົມຈະຍາວນານ  ແລະ ຫຍຸ້ງຍາກຫຼາຍໜ້ອຍພຽງໄດນັ້ນ ມັນຂຶ້ນກັບຈຸດເລີ່ມຕົນຂອງແຕ່ລະປະເທດ, ໃນນັ້ນ ຖານະທີ່ຕັ້ງຂອງປະເທດຂຶ້ນກັບລະບອບເຈົ້າຊັບນ້ອຍຄອບງຳທີ່ດິນ ຫຼື ຂຶ້ນກັບລະບອບທັນສະໄໝຄອບງຳທີ່ດີນ, ຂຶ້ນກັບລະບອບນັ້ນ ແມ່ນລະບອບການຜະລິດຂະໜາດນ້ອຍ ຫຼື ລະບອບການຜະລິດຂະໜາດໃຫຍ່. ດ້ວຍເຫດໃດຈຶ່ງຍາວນານ ແລະ ຫຍຸ້ງຍາກ ໃນການກ້າວຂຶ້ນສັງຄົມນິຍົມ ເຮົາມາເບິ່ງນຳກັນ.

- ໜ້າທີ່ສຳຄັນຕົ້ນຕໍຂອງການກ້າວຂຶ້ນສູ່ສັງຄົມນິຍົມແມ່ນຕ້ອງສ້າງໃຫ້ໄດ້ສະມັດຕະພາບຂອງງານສູງຂຶ້ນ. ສັງລວມແລ້ວ ຢາກປະຕິບັດໄດ້ນັ້ນ ມີແຕ່ຜ່ານຂະບວນວິວັດຫັນພື້ນຖານເສດຖະກິດເປັນອຸດສາຫະກຳທັນສະໄໝ. ປະເທດເຮົາການດັດສ້າງການຜະລິດນ້ອຍ ຕົ້ນຕໍແມ່ນກະສິກຳນັອຍ, ເອກະເທດ, ກະແຈກກະຈາຍ, ຫຼ້າຫຼັງຫັນທຸກຢ່າງໃຫ້ກາຍເປັນການຜະລິດໃຫຍ່ ສັງຄົມນິຍົມ ໂດຍຜ່ານເສັ້ນທາງຫັນເປັນສະຫະກອນບົນພື້ນຖານຄວາມຕື່ນຕົວຂອງຊາວໄຮ່ຊາວນານັ້ນເປັນອັນແນ່ນອນວ່າຈະຕ້ອງດຳເນີນໄປເທື່ອລະກ້າວຢ່າງໜັກແໜ້ນ ແລະ ຈະຕ້ອງມີເວລາອັນຍາວນານພໍສົມຄວນ ຈຶ່ງຈະສາມາດສຳເລັດໄດ້.

- ເປົ້າໝາຍຂອງສົງຄົມນິຍົມ ແມ່ນການລົບລ້າງລະບອບຄົນຂູດຮີດຄົນ, ແຕ່ບໍ່ອາດເອົາສະນະຊົ້ນຊັ້ນຂູດຮີດດ້ວຍການນຳໃຊ້ກຳລັງຮຸນແຮງໃນທັນທີທັນໄດໃດ້. ການລົບລ້າງຊົນຊັ້ນແມ່ນວຽກໜຶ່ງທີ່ຍາວນານ ຈະປະຕິບັດໄດ້ນັ້ນກໍ່ຕໍ່ເມື່ອກຳລັງການຜະລິດຂະຫຍາຍຕົວ ເຖິງລະດັບອັນແນ່ນອນເພື່ອເອົາຊະນະການຜະລິດນ້ອຍ, ກະແຈກກະຈາຍ.

ຄວາມສາມາດລົບລ້າງຊົນຊັ້ນຈະປະກົດຂຶ້ນຈາກເງື່ອນໄຂວັດຖຸພື້ນຖານການຜະລິດໃຫຍ່ສັງຄົມນິຍົມທັນສະໄໝເທົ່ານັ້ນ.

ເພື່ອສ້າງສັງຄົມນິຍົມ, ນອກຈາກຈະຍົກສູງສະມັດຕະພາບຂອງງານແລ້ວ ຍັງຕ້ອງສ້າງໃຫ້ໄດ້ລະບຽບການອອກແຮງງານທີ່ຕື່ນຕົວ ແລະ ດຶງດູດປະຊາຊົນຊາວຜູ້ອອກແຮງງານເຂົ້າໃນການຄຸ້ມຄອງຂອງລັດ, ຢາກເຮັດໄດ້ຄືແນວນັ້ນ ຕ້ອງຍົກສູງລະດັບວັດທະນະທຳຂອງຊົນຊັ້ນຊາວຜູ້ອອກແຮງງານໃຫ້ສູງຂຶ້ນ ແລະ ລົບລ້າງຮີດຄອງປະເພນີອັນຫຼ້າຫຼັງຂອງຜູ້ຜະລິດນ້ອຍ, ເອກະເທດ. ພວກເຮົາອາດຈະທັບມ້າງໂຄງສ້າງການເມືອງໃນໄລຍະສັ້ນໄດ້, ແຕ່ບໍອາດຈະມາງ ແລະ ລົບລ້າງຮີດຄອງປະເພນີໃນເວລາອັນສັ້ນໄດ້, ຍ້ອນແນວນັ້ນ ການຍົກສູງລະດັບວັດທະນະທຳ ແລະ ດັດແປງຫັນປ່ຽນຮີດຄອງປະເພນີເກົ່າແກ່ ມັນຮຽກຮ້ອງໃຫ້ມີເວລາອັນແນ່ນອນ.

ການກ້າວຂຶ້ນສັງຄົມນິຍົມ ມັນແມ່ນເສັ້ນທາງທີ່ຍາວໄກຫຼາຍ ແຕ່ແນວໃດກໍ່ຕາມ ໜຶ່ງໃນນັ້ນຕ້ອງແມ່ນປະເທດເຮົາ ຕ້ອງໄປໃຫ້ມັນຮອດ. ຜູ້ທີ່ຈະເປັນກົນໄກເຄື່ອງມືດັ່ງກ່າວນັ້ນ ກໍ່ແມ່ນໄທເຮົາເຈົ້າຂ້ອຍນິແລະ ເປັນຜູ້ວາງຮາກຖານປະໄວໃຫ້ລຸ້ນຕໍ່ໄປ ເພື່ອຈະມີຄວາມກ້າວໜ້າໃນອານາຄົດ ແລ້ວ ພ້ອມກັນກ້າວຂຶ້ນສູ່ສັງຄົມນິຍົມ.

ເພາະສະນັ້ນແລ້ວ: " ຫາກບ່ອນໄດມີຊົນຊັ້ນ ບ່ອນນັ້ນຈະມີການຕໍ່ສູ້ເກີດຂຶ້ນ ໄວ ຫຼື ຊ້າ ມັນຂຶ້ນກັບສະພາບແວດລ້ອມຂອງປະເທດນັ້ນໆ "