ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ໂລກາເຄີຍຍໍຍ້ອງ          ວັດທະນະທຳລາວ ນ້ຳເອກ

ຍິງລາວຂາວຜ່ອງໜ້າ           ວ່າຈາເວົ້າອ່ອນລະໄມ

ນົງນາງນຸ່ງສິ້ນແຕ້ມ         ແຊມດວງດອກໄມ້

ຄອງພາດແພສະໃບຖື         ບ່ຽງງາມປານແຕ້ມ


ດຽວນີ້ ຍາມເມື່ອຍແນມເຫັນນ້ອງ           ບາງຍິງລາວຍຸກໃໝ່

ນ້ອງກໍ່ໃສຜ່ອງໜ້າ          ຄີງເຄົ້າຫຸ່ນດີຢູ່ດອກນາ

ເສຍແຕ່ມັກອວດໂອ້          ເນື້ອສິ່ງມັງສັງ

ບໍ່ໄຄ່ຄວນສະຫງວນຄິງ         ຮ່າງກາຍບັງໄວ້


ໃຜຜູ້ແນມເຫັນແລ້ວ       ແລດູຊວນສະເໜ່ ກໍ່ຈິງແລວ

ແຕ່ວ່າ ຄິງນາງນ້ອງ         ບໍ່ຄວນໂອ້ອວດໃຜ

ຄວນທີ່ຊອນເຊື່ອງໄວ້        ບໍ່ໃຫ້ໝົ່ນມອງສີ

ເໝື່ອດັ່ງລີລາຫົງ        ນຸ່ງຊົງຂົນເອ້


ແນມເບຶ່ງງາມເຫຼືອລົ້ນ         ມີມົນຂັງຄວນສະເໜ

ຄວນທີ່ຮັກຫໍ່ຫຸ້ມ        ຖະໝອມໄວ້ຄ່າແພງ

ດີກ່ອນ ໂອ້ອວດອ້າງ       ເນື້ອອ່ອນຜິວບາງ

ນຸ່ງໂສ້ງຂາເຂີນໆ            ຄ່າບໍ່ຄວນພໍນ້ອຍ


ຍ້ອນແບເຜີຍໃຫ້ຄົນຮູ້            ເໝືອນຂອງເລຂາຍຕະຫຼາດ

ເປັນດັ່ງຫົງຫຼົງຝ່າຍກ້ຳ         ຖະຫຼຳເບື້ອງບ່ອນກາ

ວັດທະນະທຳຕ່າງດ້າວ       ບໍ່ແຕກຕ່າງສະເໝີກາ

ບໍ່ພາບແພງພິມສະເໜ່             ຄ່າຄວນລາວໄດ້


ສະນັ້ນ ຄວນທີ່ນົງນາງນ້ອງ        ນ້ອຍໝຸ່ມຍິງລາວ ເອີຍ

ຄວນທີ່ແພງພຽນຖະໝອມ         ຮີດຄອງລາວໄວ້

ຢ່າໄດ້ຫຼົງໄຫຼຫຼົ້ມ        ປະເພນີ ນິຍົມໃໝ່

ວັດທະນະທຳລາວຈິ່ງຢູ່ໄດ້        ບໍ່ສູນສິ້ນຈາກຊາດລາວ ແທ້ແລ້ວ. 

 

 

                                                                                                                                                                                                                  ໂດຍ: ຊາຍ ແຫ່ງເມືອງນ້ຳໝອກ


Delicious Digg Fark Twitter