ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

​    ກາລະຄັ້ງຫນຶ່ງດົນນານມາແລ້ວ ຍັງມີຍິງສາວຄົນຫນຶ່ງ, ນາງເປັນຍິງສາວທີ່ສະຫງ່າງາມ, ສະຫລາດ ແລະ ເຂັ້ມແຂງ. ນາງສາວຄົນນີ້ມີຈຸດພິເສດກໍ່ຄື ມັກໃສ່ແຫວນ ເຊິ່ງນາງຖືວ່າເປັນເຄື່ອງປະດັບປະຈຳຕົວທີ່ນາງໃສ່ບໍ່ເຄີຍຂາດ. ສະນັ້ນແຫວນແຕ່ລະວົງທີ່ນາງໃສ່ຈຶ່ງງົດງາມເພາະລ້ວນແລ້ວແຕ່ຜ່ານການຄັດເລືອກມາແລ້ວທັງນັ້ນ. ເຖິງວ່ານາງຈະມັກໃສ່ແຫວນຫລາຍປານໃດ໋ກໍ່ຕາມ ແຕ່ນາງຈະບໍ່ໃສ່ແຫວນພ້ອມກັນຫລາຍວົງ, ນາງຈະບໍ່ຊອກຫາແຫວນທີ່ງາມມາເກັບໄວ້ປ່ຽນໃສ່ຄືຄົນອື່ນໆ ເມື່ອນາງໄດ້ແຫວນວົງໃດ໋ມານາງກໍ່ຈະໃສ່ຢູ່ວົງດຽວ ແລະ ສວມຢູ່ແບບນັ້ນຈົນກວ່າແຫວນວົງນັ້ນໆຈະຫາຍໄປຈາກມືຂອງນາງເອງ. ແຫວນທຸກວົງທີ່ນາງສວມໃສ່ນັ້ນນາງຈະດູແລ ແລະ ຮັກສາມັນເປັນຢ່າງດີ. ນາງເຄີຍໃສ່ແຫວນທີ່ສວຍງາມມາຕັ້ງຫລາຍວົງ ແຕ່ແຫວນແຕ່ລະວົງທີ່ນາງໄດ້ໃສ່ນັ້ນບໍ່ເຄີຍມີວົງໃດ໋ທີ່ຢູ່ກັບມືຂອງນາງໄດ້ຍາວນານເລີຍນັ້ນກໍ່ເພາະວ່າເວລາທີ່ນາງເລືອກແຫວນນັ້ນນາງເລືອກພຽງແຕ່ຮູບຮ່າງຂອງແຫວນແຕ່ນາງບໍ່ໄດ້ເລືອກຂະນາດທີ່ພໍດີກັບນິ້ວມືທີ່ຮຽວງາມຂອງນາງເລີຍ. ນາງຈະເຮັດທຸກວິທີທາງເພື່ອເກັບຮັກສາແຫວນນັ້ນໄວ້ໃນມືຕົນໃຫ້ໄດ້ດົນທີ່ສຸດ ແຕ່ຈົນແລ້ວຈົນລອດແຫວນແຕ່ລະວົງກໍ່ຫລຸດຫາຍອອກໄປຈາກມືຂອງນາງດ້ວຍເຫດຜົນຕ່າງໆນາໆ. ເມື່ອແຫວນວົງຫນຶ່ງເສຍໄປນາງກໍ່ຈະເລີ່ມຕົ້ນຊອກຫາແຫວນວົງໃຫມ່ມາແທນຢູ່ແບບນີ້ເລື້ອຍໄປ ແຕ່ຍິງສາວກໍ່ບໍ່ເຄີຍຍອມແພ້ ແລະ ຍັງຫວັງວ່າ ມື້ຫນຶ່ງນາງຈະໄດ້ພົບກັບແຫວນທີ່ນາງສາມາດໃສ່ໄດ້ພໍດີ ແລະ ແຫວນວົງນັ້ນຈະຢູ່ກັບນາງຕະຫລອດໄປ.

ວັນເວລາຜ່ານໄປ, ຍິງສາວຄົນນັ້ນໄປບັງເອີນໄປພົບກັບແຫວນວົງຫນຶ່ງທີ່ແສນຈະທຳມະດາ, ບໍ່ໄດ້ມີລວດລາຍຫລວງຫລາຍ ແຕ່ແຫວນວົງມັນເບິ່ງແລ້ວສະບາຍຕາ ແລະ ແຕກຕ່າງຈາກແຫວນວົງອື່ນໆ ທີ່ນາງເຄີຍໃສ່ມາ. ໃນຕອນທຳອິດທີ່ນາງໄດ້ເຫັນແຫວນວົງນັ້ນນາງບໍ່ໄດ້ຮູ້ສຶກມັກຫລືຄິດຢາກຈະໃສ່ມັນເລີຍແມ້ແຕ່ນ້ອຍ ຊ້ຳບໍ່ພໍນາງຍັງຄົງເສົ້າ ແລະ ເສຍໃຈກັບແຫວນວົງລ້າສຸດທີ່ຫລຸດຈາກມືນາງໄປ. ແຕ່ຍ້ອນວ່ານາງໄດ້ເຫັນແຫວນທຳມະດາວົງນັ້ນທຸກມື້ ເຮັດໃຫ້ນາງໄດ້ພິຈາລະນາ ແລະ ໄດ້ຮັບຮູ້ເຖິງພະລັງບາງຢ່າງທີ່ມີຢູ່ໃນແຫວນວົງນັ້ນ ເຮັດໃຫ້ນາງເກີດຄວາມຕ້ອງການທີ່ຈະໃສ່ມັນ. ນາງໄດ້ເກີດຄວາມຮູ້ສຶກຕ້ອງການຈະໃສ່ແຫວນວົງນັ້ນຢ່າງຍາກທີ່ຈະຫ້າມໃຈ ແລະ ແອບເສຍໃຈນ້ອຍໆທີ່ຮູ້ວ່າແຫວນວົງນັ້ນນ້ອຍກວ່າມືຂອງນາງ ແລະ ຮູ້ຕາມຫລັງວ່າແຫວນນັ້ນມີເຈົ້າຂອງແລ້ວ ແລະ ແມ້ແຕ່ແຫວນທຳມະດາວົງນີ້ນາງຍັງບໍ່ສາມາດໃສ່ມັນໄດ້.

ວັນເວລາຜ່ານໄປເລື້ອຍໆ, ນາງ ແລະ ແຫວນວົງນັ້ນກໍ່ຍັງຄົງຢູ່ໃກ້ໆກັນ. ຍິ່ງໃກ້ກັນດົນເທົ່າໃດນາງກໍ່ຍິ່ງສຳພັດໄດ້ເຖິງພະລັງຄວາມດຶງດູດຂອງແຫວນວົງນັ້ນ ແລະ ສຸດທ້າຍນາງກໍ່ຫລົງມນສະເນ່ຂອງແຫວນທຳມະດາວົງນັ້ນຢ່າງບໍ່ສາມາດຕ້ານທານໄດ້ອີກຕໍ່ໄປ. ນາງບໍ່ສາມາດຮູ້ໄດ້ເລີຍວ່າຄວາມຮູ້ສຶກແບບນັ້ນມັນເກີດຂື້ນຕັ້ງແຕ່ຕອນໃດ໋, ມາຮູ້ໂຕ ກະຕອນທີ່ນາງໄດ້ຫລົງຮັກແຫວນວົງນັ້ນໄປແລ້ວ.

 

ຍິງສາວໄດ້ຫລົງຮັກແຫວນວົງນັ້ນຢ່າງຍາກທີ່ຈະຫັກຫ້າມໃຈ ເຖິງນາງຈະຮູ້ຢູ່ເຕັມອົກວ່າແຫວນວົງນັ້ນນ້ອຍກວ່ານິ້ວມືຂອງນາງ, ນາງຈະເຈັບປວດຫາກຍັງຝືນຍັດແຫວນນັ້ນເຂົ້າໃສ່ນິ້ວນາງທີ່ແສນງາມນັ້ນ, ເທົ່ນັ້ນຍັງບໍ່ພໍ, ນາງຈະກາຍເປັນຄົນຂີ້ລັກ ແລະ ຖືກຕາຫນ້າວ່າເປັນຄົນເຫັນແກ່ຕົວ, ຢາກໄດ້ຂອງຄົນອື່ນມາເປັນຂອງໂຕຢ່າງຫນ້າບໍ່ອາຍ. ເມື່ອຄວາມຕ້ານທານຕໍ່ຄວາມຕ້ອງການຫມົດໄປນາງກໍ່ລັກລອບໃສ່ແຫວນວົງນັ້ນຢ່າງຕັ້ງໃຈ ແລະ ຮູ້ດີວ່າເມື່ອໃດກໍ່ຕາມທີ່ແຫວນວົງນີ້ເຂົ້າໄປຢູ່ໃນນິ້ວມືອັນສວຍງາມຂອງນາງແລ້ວນາງຈະກາຍເປັນຄົນຂີ້ຕົວະ ແລະ ຈະຕ້ອງເຊື່ອງຊ້ອນມືທີ່ໃສ່ແຫວນຂອງຄົນອື່ນເອົາໄວ້ເບື້ອງຫລັງຕະຫລອດເວລາ ເພື່ອບໍ່ໃຫ້ຄົນອື່ນເຫັນວ່ານາງໄດ້ກຳລັງໃສ່ແຫວນນັ້ນ.

ຕະຫລອດເວລາທີ່ນາງສວມໃສ່ນັ້ນນາງຮູ້ສຶກເຈັບປວດ ຈາກຂະຫນາດຂອງແຫວນທີ່ນ້ອຍກວ່າມືນັ້ນເຮັດໃຫ້ນິ້ວຂອງນາງຖືກຫນີບຮັດ, ນິ້ວມືຂອງນາງໄຄ່ບວມຈົນບໍ່ສາມາດທີ່ຈະຖອດມັນອອກໄດ້ ເຖິງວ່ານາງໄດ້ພະຍາຍາມທີ່ຈະຖອດແຫວນນັ້ນອອກຫລາຍຄັ້ງຫລາຍຫົນ ແຕ່ນາງກັບຮູ້ສຶກວ່າແຫວນນັ້ນຍິ່ງຮັດແຫນ້ນເຂົ້າກວ່າເກົ່າ, ນາງເຈັບປວດທີ່ນິ້ວມືຢ່າງຫນັກເພາະແຫວນທີ່ຮັດແຫນ້ນ ທັງຄວາມເຈັບປວດທາງໃຈທີ່ນາງບໍ່ສາມາດໃສ່ແຫວນວົງນີ້ຢ່າງເປີດເຜີຍ ແລະ ພາກພູມໃຈໄດ້. ນາງບໍ່ຮູ້ວ່າຈະເຮັດແນວໃດດີ ເພາະນາງໄດ້ພະຍາຍາມຢູ່ຫລາຍຄັ້ງທີ່ຈະຖອກແຫວນວົງນີ້ອອກແຕ່ຍັງບໍ່ສາມາດເຮັດໄດ້ແມ້ແຕ່ເທື່ອດຽວ ອີກທັງນາງເອງກໍ່ທັງຮັກ ແລະ ຫວງແຫນແຫວນວົງນີ້ເປັນທີ່ສຸດດັ່ງກັບເປັນແກ້ວຕາ ແລະ ດວງໃຈຂອງນາງເອງ. ນາງຮູ້ດີວ່ານາງຈະພົບກັບຄວາມເຈັບປວດຢ່າງແສນສາຫັດເມື່ອນາງບໍ່ມີແຫວນວົງນີ້ ແລະ ເຈັບປວດຈົນບໍ່ມີຄຳບັນຍາຍເມື່ອຕ້ອງຖອດແຫວນອອກ.

 

ຄວາມເຈັບປວດທັງທາງກາຍ ແລະ ທາງໃຈທີ່ນາງໄດ້ຮັບຈາກແຫວນວົງນັ້ນເຮັດໃຫ້ນາງເລືອກບໍ່ຖືກລະຫວ່າງ: ຄວາມເຈັບປວດທັງທາງກາຍ ແລະ ໃຈກັບຄວາມຖືກຕ້ອງ ຄືການຕັດນິ້ວມືຂອງຕົວເອງຖິ້ມເພື່ອເອົາແຫວນນັ້ນຄືນເຈົ້າຂອງເຂົາໄປ ຫລື ເລືອກທີ່ຈະໃສ່ແຫວນນັ້ນຕໍ່ໄປແລ້ວທົນກັບຄວາມເຈັບປວກທີ່ນິ້ວມື ແລະ ການປະນາມຈາກຄົນຮອບຂ້າງ ແລະ ເຈົ້າຂອງແຫວນັ້ນດີ. ສຸດທ້າຍນາງກໍ່ເລືອກທີ່ຈະຕັດນິ້ວມືຂອງຕົວເອງເພື່ອຄວາມຖືກຕ້ອງ. ການຕັດສິນໃຈຂອງນາງນັ້ນເກີດຂຶ້ນຊ້າເກິນໄປ, ນາງບໍ່ມີໂອກາດໄດ້ແກ້ຕົວໃນສິ່ງທີ່ຕົນເອງໄດ້ກະທຳເສຍແລ້ວ. ເຈົ້າຂອງແຫວນບໍ່ໄດ້ໃຫ້ໂອກາດຍິງສາວໄດ້ແກ້ຕົວ ຫລື ອະທິບາຍສິ່ງທີ່ເກີດຂຶ້ນເລີຍແມ້ແຕ່ຫນ້ອຍດຽວ, ເຈົ້າຂອງແຫວນລົງໂທດຍິງສາວດ້ວຍການໃຊ້ມີດປາດໄປທີ່ນິ້ວມືງາມນິ້ວນັ້ນຢ່າງເລືອດເຢັນເພື່ອເອົາແຫວນອອກຈາກມື ແລະ ສະແດງຄວາມສະໃຈທີ່ເຫັນນາງເຈັບປວດແທບສິ້ນສະຕິ….ຍິງສາວບໍ່ຮູ້ວ່າຈະບັນຍາຍຄວາມເຈັບປວກນັ້ນອອກມາໃຫ້ຊາວໂລກຮັບຮູ້ໄດ້ດ້ວຍພາສາໃດ ແຕ່ໃນສ່ວນຫນຶ່ງຂອງຄວາມຮູ້ສຶກນັ້ນຍິງສາວເອງກໍສຳນຶກເຖິງຄວາມເຈັບປວດ ແລະ ເສຍໃຈຂອງເຈົ້າຂອງແຫວນ ແລະ ນາງກໍ່ຍິນດີທີ່ຈະຂໍໂທດເຈົ້າຂອງແຫວນວົງນັ້ນ ທີ່ນາງໄດ້ສວມໃສ່ແຫວນໂດຍບໍ່ໄດ້ຮັບອະນຸຍາດ.

ເຖິງວ່າເຈັ້າຂອງແຫວນຈະໃຫ້ອະໄພໃນການກະທຳຂອງນາງຕາມພາຍຫລັງກໍ່ຕາມ ແຕ່ເວລານີ້ ນິ້ວມື ແລະ ຫົວໃຈຂອງນາງໄດ້ເກີດບາດແຜເລິກທີ່ຍາກແກ່ການຮັກສາເສຍແລ້ວ ນາງບໍ່ອາດຕອບໄດ້ວ່າແບດແຜທີ່ເກີດຂຶ້ນນັ້ນຈະເຊົາເປັນປົກກະຕິໄດ້ເມື່ອໃດ ແລະ ບໍ່ຮູ້ວ່າເມື່ອໃດທີ່ນາງຈະລືມແຫວນວົງນັ້ນໄປຈາກໃຈ

 

ນາງບໍ່ອາດມີຄຽດແຄ້ນຕໍ່ແຫວນວົງນັ້ນໄດ້ ເພາະແຫວນກໍ່ຄືແຫວນ, ເປັນພຽງວັດຖຸທີ່ບໍ່ມີຄວາມຮູ້ສຶກ, ບໍ່ມີຄວາມຄິດ, ບໍ່ມີຈິດໃຈ; ຍິງສາວໄດ້ແຕ່ຄິດຢູ່ຄົນດຽວວ່າ ຖ້າຫາກແຫວນວົງນັ້ນເປັນຄົນທີ່ມີຊີວິດ ແລະ ຈິດໃຈ ແຫວນວົງນັ້ນຈະຄິດແນວໃດ? ແຫວນຈະເຂົ້າໃຈຄວາມຮູ້ສຶກຂອງນາງຫລື ບໍ່? ແລະ ແຫວນຈະເຮັດຫຍັງເພື່ອເປັນການປົກປ້ອງຍິງສາວ ຫລື ປອບປະໂລມນາງຈາກຄວາມເສົ້າເສຍໃຈນັ້ນ? ແຫວນຈະເສົ້າຫລືເສຍໃຈເຫມືອນກັບນາງ ຫລື ບໍ່ທີ່ມື້ນີ້ແຫວນບໍ່ໄດ້ຢູ່ກັບນາງອີກແລ້ວ? ແຫວນຈະຮັບຮູ້ຫລືບໍ່ວ່າມື້ນີ້ ນິ້ວທີ່ສວຍງາມຂອງນາງ ແລະ ຫົວໃຈທີ່ເຕັມປ່ຽມໄປດ້ວຍຄວາມຮັກທີ່ມີຕໍ່ແຫວນນັ້ນ ໄດ້ເກີດບາດແຜເລິກທີ່ຍາກແກ່ການຮັກສາ? ແຫວນຈະຮັບຮູ້ຫລືບໍ່ວ່າ ນາງໄດ້ຈາກແຫວນວົງນັ້ນມາດ້ວຍຄວາມເຈັບປວດທາງໃຈຢ່າງແສນສາຫັດ  ແລະ ຄວາມສູນເສຍທີ່ນາງບໍ່ອາດຈະຮຽກຮ້ອງຫຍັງໄດ້ເລີຍ.

 

ຍິງສາວໄດ້ແຕ່ຄິດ ແລະ ໂທດຕົວເອງວ່າສິ່ງທີ່ເກີດຂຶ້ນທັງຫມົດນັ້ນ ເປັນຄວາມຜິດຂອງນາງແຕ່ຜູ້ດຽວ. ນາງຍັງຄົງຄິດເຖິງແຫວນວົງນັ້ນທຸກລົມຫາຍໃຈ, ນາງເຈັບປວກທຸກຄັ້ງທີ່ຄິດເຖິງແຕ່ນາງກໍ່ບໍ່ອາດຫັກຫ້າມໃຈຂອງຕົວເອງໄດ້. ນາງຍັງເຈັບບາດແຜທີ່ຖືກເຈົ້າຂອງແຫວນໃຊ້ມີດປາດໂດຍທີ່ແຫວນບໍ່ສາມາດຊ່ວຍຫຍັງໄດ້ເລຍ, ນາງຍັງຄົງເຈັບປວດກັບການທີ່ຕໍ່ໄປນີ້ນາງຈະບໍ່ສາມາດໃສ່ແຫວນນັ້ນໄດ້ອີກ  ແຕ່ນາງກໍ່ເຊື່ອວ່າແຫວນວົງນັ້ນຈະໄດ້ຮັບການດູແລຈາກເຈົ້າຂອງມັນເປັນຢ່າງດີ ແລະ ບໍ່ປະຖິ້ມມັນຄືແຕ່ກ່ອນ

 

ນະມື້ນີ້ຍິງສາວຍັງຄົງເຈັບປວດຢ່າງທີ່ບໍ່ມີໃຜສາມາດເຂົ້າໃຈໄດ້ແລະບໍ່ມີໃຜສາມາດຕອບໄດ້ວ່າເມື່ອໃດຄວາມເຈັບປວດຂອງນາງຈະຫມັດໄປ, ຍິງສາວຈະຕໍ່ສູ່ກັບຄວາມເຈັບປວດນີ້ດ້ວຍວິທີໃດ ຫລືນາງຈະຮັບມືກັບມັນໄດ້ຮອດມື້ໃດ. ນາງຍັງຄົງເສຍນ້ຳຕາໃຫ້ກັບແຫວນວົງນັ້ນ ແຫວນທີ່ນາງຮັກດັ່ງແກ້ວຕາແລະດວງໃຈຂອງນາງ….

 

ແດ່ແຫວນອັນເປັນທີ່ຮັກ…..

       

 

Delicious Digg Fark Twitter
Fem
ອ່ານຄືນຫຼັງ
ໝວດໝູ່