ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 14, 2010 | ມີ 33 ຄຳເຫັນ ແລະ 0 trackback(s)

ຄວນ​ຮູ້​ສຶກ​ແບບ​ໃດ?

​ໃນ​ມື້​ວັນ​ເສົາ ກົງ​ກັບວັນ​ທີ່ 30 ​ເດືອນ ມັງກອນ ປີ 2010 ​ໃນ​ເວລາ 4:14 PM ​ໃນ​ຄະນະ​ທີ່​ກຳລັງ​ນັງຂຽນ​ໂປ​ຣ​ແກ​ມ Pattern Creator ​ໃຫ້​ທ່ານ​ບັກ​ໄກຢູ່​. ໃນເວລາດຽວ​ກັນນັ້ນ​​ໂທລະສັບໄດ້ດັງຂື້ນ (ທີ່​ຈິງ​ມັນ​ບໍ່​​ໄດ້ດັງ​ ​ເພາະ​ເຮົາ​ໃຊ້​ລະບົບ​ສັ່ນ)ມັນ​​ໂຊ​ຂື້ນຢູ່​ຫນ້າ​ຈໍ​ໂທລະສັບວ່າ​ “Nii”​.

ປະ​ວັດຄວາມ​ເປັນ​ມາກ່ຽວ​ກັບ Nii ​ໂດຍ​ຫຍໍ້.

​​​ເປັນ​ເບີ​ໂທລະສັບ​ນື່ງທີ່​ເຮົາ​ບໍ່​ທັນຮັບ ຫລື ລາວ​ອາດ​ຈະ​ຈົງ​ໃຈຊັອດ​ມາ ຫລື​ອາດ​ຈະ​ໂທ​ຜິດ​ແລ້ວ​ວາງ​ໄປ ​ໂດຍ​ປະ​ກະຕິ​ນິ​ໄສ​ຂອງ Fino ດ້ວຍຄວາມ​ເປັນ​ຄົນ​ຂີ້​ສົງ​ໄສ,ຂີ້ອາຍ,ຂີ້ລ້າຍ,ຂີ້​ຫຶງ,ຂີ້​ຫວງ,ຂີ້​ເຫີ​ງ,ຂີ້ເຫມັນ,ຂີ້​ດົນ,ຂີ້​ທົນ,ຂີ້ນານ ສະລະ​ພັດ​ຂີ້(​ແຕ່​ບໍ່​ມັກ​ຫລີ້​ນຂີ້). ​ເລີຍ​ໂທ​ຣກັບ​ໃນ​ທັນ​ໄດປາກົດ​ວ່າ​ມີ​ຜູ້ຍິງ​ສຽງ​ດີ​ແຕ່​ເວົ້າ​ບໍ່​ມວນ​ໃສ່​ວ່າ “ຢອດ​ເງີ​ນ​ໃນ​ບັນຊີ​ຂອງ​ທານ​ບໍ່​ພຽງພໍ​ທີ​ຈະສາມາດໂທອອກ​ໄດ້…” ກຳ​-*- ເລີຍ​ສົງ​ຂໍ້​ຄວາມ​ຕອບ​​ແຮງ​ໃຈ​ໄປ​ວ່າ “​ເບີ​ໃຜ​ນິ” ​​ແຕ່​ບໍ່​ມີ​ການ​ຕອບ​ຮັບ​ແຮງ​ໃຈ​ຈາກ​ເລກ​ໝາຍ​ດັ​ງກ່າວ. 2 ມື້ຜ່ານ​ໄປ​ ​ເຮົາຍັງຂີ້​ສົງ​ໄສ​ຢູ່ ”​ແມ່ນ​ໃຜ​ຫວະ”​​ ​ແຕ່​ແລ້ວພໍດີ​ມີ​ໝູ່​ມາ​ຫຼີ້ນນຳ​ແລ້ວ​ລາວກຳ​ລັງ​ຊິ​​ໃຊ້​ໂປ​ຣໂມຣຊັນ​​ໂທຣ 1 ຊົວ​ໂມງ​ດ້ວຍມູນຄ່າ​​ໂທ 3000 ກີບຢູ່​ພໍດີ ​ແຕ່​ດຽວ​ກ່​ອນມັນ​ລົງທະບຽນ​​ໃຊ້​ບໍລິການຍາກ​ອະຫຼີ. ​ແລ້ວ​ພໍ​​ໃຊ້​ບໍ​ລິ​ການ​ໄດ້​ແລ້​ວເຮົາ​ກໍ​ຂໍອະ​ນຸຍາດ​ໂທ​ໄປ​ເບີ​ຕ້ອງ​ສົງ​ໄສ​ນັ້ນ ”​ເບີ​ຜີ​ບໍ່ຫ​ວະ” ປາກົດ​ວ່າ​ບໍ່​ມີ​ມະນຸ​ດຕົນ​ໃດ​ຮັບ​ສາຍ ຈົນ​ວາ​ລາ​ຜ່ານ​ໄປ​ 30 ນາທີ ລາວ​ຈິງ​ໄດ້ ຊັອດ​ມາ ​ໄອ້​ເຮົາ​ກະ​ໂທ​ຣກັບ​ໃນ​ທັນ​ໄດ​ເພາະເວລາ​ຟຮີ​ກໍ່​ຢັງມີ​ຕັ້ງ30 ນາທີ.

ການ​ສົນທະນາ​ເບື້ອງ​ຕົ້ນ

Fino: ຮາ​ໂລ​….(ຄັນ​ບໍ່​ເວົ້າ​ຮາ​ໂລ​ລະ​ມັນຊິ​ຜິດ​ຜີ​ບໍ່​ວະ)

Nii: ຮາ​ໂລ ນີ້​ແມ່ນ​ເບີ​ໃຜ​ນະ?

Fino: (​ເອີ​ໂວ໋ຍ ສຽງ​ຜູ້ຍິງ ​ເຫີ​ໆ ບໍ່​ເສຍ​ແຮງ​ທີ​​ໂທ​ໄປ)​.ເຈົ້າ​ໄດ້​ໂທ​ເຂົ້າ​ເບີ 54XXXXX ບໍ່​ເພາະ​ມື້​ນັ້ນ​ບໍ່​ທັນຮັບ ​​ເຈົ້າ​ມີ​ວຽກ​ຫຍັງ​ບໍ່​ເນາະ?(ທຳທ່າ​ຖາມ​ຈິງ​ຈັງ)

Nii: ບໍ່​ຮູ້​ເດຄື​ວ່າ​ບໍ່​ໄດ້​​ໂທ​ຣນ່າ ​ແລ້ວ​​ເຈົ້າຊືຫຍັງ?

Fino:​ ຊື່ໂນ່ ​ແລະ​ເຈົ້າ​ຊື່ຫຍັງ​ ​ເອຫຼື​ວ່າບໍ່​ແມ່ນໝູ່​ເຈົ້າ​ຢືມ​ໂທຣບໍ່?

Nii: ບໍ່​ຈັກ​ເດ່ ຊື່ ນີ່ ນະ

Fino: ​​(ໄອ້​ເຮົາກະຟັງບໍ່​ຄ່ອຍ​ດີ ຈາກ​ນີ່​ເປັນໝີ້) ຮະ ໝີ້​ຫວະ​ ລາວຢູ່​ບ້ານXXX ຮຽນ​ຢູ່XXXຕັວ!

Nii: ​ຮູ້​ຈັກ​ໝີ້​ຫວະ ຢູ່​ຂ້າງ​ບ້ານ​ເຂົາ​ນິ​ເດ ຮຽນ​ນຳ​ກັນ​ຫວະ?

Fino: ​ອ້າວ​ເພີ່ນ​ບອກ​ວ່າ​ລາວ​ຢື່ມ​ໂທລະສັບ​ເພີ່​ນ​ໂທ​ບໍ່​ແມ່ນ​ຫວະ? ​ແລ້​ວ​ເພີ່ນ​ຊືຫຍັງ​ນິ?

Nii: ບໍ່​ນ່າລາ​ວບໍ່​ໄດ້​ຢືມ ກະບອກ​ແລ້ວ​ເດ​ວ່າ​ຊື່​ນີ່​….

Fino: (ອ້າວ Drama ລະບາດ​ນິ​ໄປ​ຮູ້​ຈັກ​ກັບ ​”ໝີ້​” ທີ່​ຮຽນ​ຢູ່​ຫ້​ອງດຽວ​ກັນ​ອີກ) ​ແລ້ວ​ມື້​ນັ້ນສົງ​ຂໍ້​ຄວາມ​ໄປ​ຄື​ບໍ່​ຕອບ

Nii: ​ເຂົາອ່ານ Karaoke ບໍ່​ໄດ້​

Fino: ​ໂອ ຫວະ (ບອດ karaoke)

ຫຼັງ​ຈາກ​ນັ້ນ​ກໍ່​ຖາມ​ບ້ານ​ຖາມ​ການ​ສຶກສາຖາມ​ຫັ້ນຖາມ​ນີ້​ແລ້ວກໍ່​ຖາມ….

Fino: ອະ​ຫ້າ ​ເພີ່​ນມີ​​ແຟນລະ​ຫວະ (ຫມົດ​ແນ​ວຖາມ​ແລ້ວ​​ເຮົາ​ກໍ່​​ເຜີຍ​ນິໄສ​ທີ​ແທ້​ຈິງ​ອອກ​ມາ 555)

Nii: ຢັງ ​ເພີ່ນມີ​ລະ​ຫວາຊັນ

Fino: (ຕອນ​ນັ້ນ​ຢັງ​ເປັນ​ຊາຍ​ໂສດ ​ແຕ່ດຽວ​ນີ້​ພະຍາຍາມ​ສະລະ​​ໂສດຢູ່) ຢັງ ​​ເອີ​ນີ່ນີ້​ແມ່ນ​​ໂທຣລະ​ສັບ​ໝູ່​ເຂົາ​ເດີ່ ​ເທົ່າ​ນີ້​ກ່ອນ​ລະ ​ແລ້ວ​ມື້​ໜ້າ​ຊິ​ໂທ​ຣຫຼີ້ນນຳ​ໃຫມ່.

ຫຼັງ​ຈາກ​ນັ້ນ​ກໍ່ Save​ເບີ​ໄວ້​ໃສ່​ຊື່ວ່າ Nii

“ແລ້ວ​ມື້​ໜ້າ​ຊິ​ໂທ​ຣຫຼີ້ນນຳ​ໃຫມ່” ​ເປັນ​ຄຳ​ເວົ້າ​ແບບ​ບໍ່​ຄຶດຊິ​ໂທ​ໄປ​ໃຫມ່​ດອກ ຈົນ​ກະ​ທັ້ງອາ​ທິດ​ນຶ່ງ​ຜ່ານ​ໄປ ລາວ​ໂທ​ຣຫາດ້ວຍ​ເບີ​ໃໝ່​ທີ​ເປັນ​ເຄືອ​ຂ່າຍ​ດຽວ​ກັນ ​ແລ້ວ​ຖາມ​ວ່າ “​ໃສ່​ວ່າ​ຊິ​ໂທ​ຣມາ​ຫຼີ້ນນຳ” ​ໄອ້​ເຮົາ​ກະ​ຕອບ​ ”​ໂອ໋ຍ ວ່າ​ຊິ​​ໂທ​ຣມື້​ໄດ​ກະ​ລືມ(ຕໍ​ແຫຼ​ແກ້​ໂຕ)” ​ແລ້ວ​ມື້​ຕໍ​ມາ​ກໍ່​ສົ່ງ​ຂໍ້​ຄວາມ​ຫຼີ້ນນຳ​ລ​າວ​​​ເປັນ​ພາສາ​ໄທແຕ່​ປາກົດ​ວ່າ ລາວໂທຣມາບອກວ່າ “ໂທຣລະສັບເຂົາອ່ານໄທບໍ່ໄດ້ ເຂົາເຈົ້າຟາກມາໃຫ່ແຕ່ຕ່າງປະເທດ” (ບອດ ໄທ) ລົມກັນເລັກນ້ອຍ ແລ້ວກໍ່ວາງ ແລ້ວສົ່ງຂໍ້ຄວາມໄປປິດທ້າຍໃນເວລາອ່າວແລງເປັນພາສາປະກິດວ່າ ”What r u doing?  u have dinner yet?” ແລ້ວລາວກໍ່ໂທຣມາອີກ ແລ້ວບອກວ່າ “ບໍ່​ຮູ້ພາສາ​ປະກິດ”(ບອດ ອັງກິດ) ຫຼັງ​ຈາກ​ນັ້ນ​ລາວ​ກະ​ຊູ​ຊີ​ຖາມ​ເອົາ​ຮູບ​ນຳ ​ໃຫ້​​ຝາກ​ໝີ້​ໄປ​ໃຫ້​ເບີ່ງ​ແລກ​ກັນ​ຖ້າ​​ເຮົາ​ຝາກ​ໄປ​ລາວ​ກໍ່​ຈ​ະຝາກຮູບຂອງລາວ​ກັບ​ມາ ​​ໄອ້​ເຮົາ​ກະ​ບໍ່​ໄດ້​ຖ່າຍຮູບ​ໄວ້​​ເພາະ​ດ້ວຍ​ມີ່​ວ່າ​​ເປັນ​ຄົນ​ຂີ້ລ້າຍ ແລະ ​ຂີ້​ອາຍ ກະ​ເລີຍ​ບໍ່​ຮູບ​ຈັກ​ໃບ ຫຼຽວ​ໄປ​ເຫັນ​ແຕ່ຮູບ​ຕິດ​ມາ​ນຳ​ໃບ​ຊີວະ​ປະວັດ 5555 ຕອບໄປແບບກົງໆ “ບໍ່ໄດ້ຖ່າຍໄວ້” ລາວບອກໄປຖ່າຍມາ ເຫີໆ ເງີນຊິກິນເຂົ້າກະຢັງຄິດຍາກລະຊິໃຫ້ໄປຖ່າຍຮູບ ສະຫຼຸບແລ້ວລາວກໍ່ໄດ້ຝາກຮູບມາກັບ​ໝູ່​ທີ່​ຊື່ວ່າ:”ໝີ້” ແຕ່ເຮົາກະບໍ່ໄດ້ຖາມເອົານຳໝີ້ເພາະວ່າເຫັນມິດຢູ່ ແຕ່ໃນຕອນນັ້ນລາວກໍ່ໄດ້ໂທມາຫລີ້ນນຳ ເປັນບາງຄັ້ງຄາວແລ້ວເຮົາກໍ່ບໍ່ເຄີຍໂທໄປເລີຍ ມີພຽງຄັ້ງດຽວທີ່ລາວບອກວ່າ “ເງີນເຂົາຊິໝົດແລ້ໂທຣຫາເຂົາດຸຫັ່ນ” ເຮົາກໍ່ເລີຍໂທຣ ພໍດີມີເງີນ 1500 ກີບເລີຍໂທຣໄປໄດ້ປະມານນາທີກ່ວາມັນກໍ່ຕັດ ເງີນກ້ຽງແຊະ ນັບເທື່ອໄດ້ເປັນເທື່ອທີ່ສອງທີ່ໂທຣໄປຫາລາວ. ພໍດີວ່າຊ່ວງນັ້ນກຳລັງມີຊີເກມ ຄັ້ງທີ 25 ຢູ່ໂຮງຮຽນຈື່ງພັກຮຽນບໍ່ໄດ້ເຫັນຫນ້າໝີ້ກະເລີຍບໍ່ໄດ້ເຫັນຮູບເອົາຊື່ໆໆ ​ເຮົາເລີຍໂທຣຖາມໝີ້ເລື່ອງຮູບມັນບອກວ່າ”​ໂອ໋ຍ ກູລື່ມ ແລ້ວລາວກໍ່ເອົາຄືນແລ້ວ” ກຳໆໆໆໆໆ-*- ເລີຍຖາມລັກສະນະວ່ານີ່ເປັນຄົນແນວໃດ ມັນບອກມາສອງຄຳວ່າ “ຂາວ ອວບ” ແລ້ວຊ່ວງນັ້ນກໍກຳລັງຊິໄປຂອນແກ່ນ​ ຕອນຢູ່ລາວສາວນີ່ບອກວ່າໄປຮອດພູ້ນແລ້ວໂທຫາແດ່ ແຕ່ເຮົາພັດໄປຮອດເປັນທິດລະຈັ່ງໂທຣຫາ ແລ້ວມື້ດີຄືນດີລາວກະໂທຣມາຫລີ້ນນຳ (ໂອ່ໃຈຂະໜາດ) ຫຼັງຈາກຢູ່ຂອນແກ່ນໄດ້ເກືອບ2ເດືອນແລ້ວກໍ່ກັບຖີ່ນຖານຫຼວງພະບາງ ໃນທ້າຍເດືອນ 12 ເພື່ອໄປພໍ້ຫນ້າ ພໍ່ ແລະ ແມ່ ທີ່ເຄົາລົບຮັກແພງ ແລະ ນັບຖື ໃນຊ່ວງປີໃໝ່ລາວກໍ່ໂທມາອວຍພອນປີໃໝ່ ຈົນເຮົາເລີມມີຄວາມຮູ້ສືກວ່າ ແທນທີເຮົາຊິໄປສົນໃຈຄົນອືນເປັນຫຍັງຄືບໍ່ເຄີຍສົນໃຈລາວເລີຍຫວະ

ຫຼັງຈາກນັ້ນລາວກໍ່ບໍ່ໄດ້ໂທຣມາເປັນເວລາເກືອບເດືອນ

ບົດສະຫຼຸບ

ການສົນທະນາໃນ​ມື້​ວັນ​ເສົາ ​ທີ່ 30 ​ເດືອນ ມັງກອນ ປີ 2010 ​ໃນ​ເວລາ 4:14 PM

Fino: ຮາ​ໂລ​

Nii: ເອີໂນ່ ນີ່ເອົາຜົວແລ້ວເດີ່ ໂທມາບອກຢ້ານເພີ່ນຊິໂທຮມາລະຜົວເຂົາຊິເຂົ້າໃຈຜິດ

Fino: ຫວະ! (ກະເຄີຍໂທໄປສອງເທື່ອຫັ້ນລະຫວາ(-_-)a)

ເອີ່ໄດ້ຍິນໝີ້ເວົ້າໃຫ້ຟັງຢູ່ (ໝີ້ມັນເລົ່າໃຫ້ກູຟັງຕອນໃດຫວະ ຕໍແຫຼອີກລະ)

Nii: ເອີ ເຂົາຂໍໂທດຫຼາຍໆເດີ ກັບເວລາທີ່ຜ່ານມາ

Fino:​ ບໍ່ເປັນຫຍັງ ເຂົາເຂົ້າໃຈ

ແລ້ວກໍ່ ວາງ ສາຍ

ຄຳຖາມທ້າຍບົດ

ຈົ່ງ​ອ່ານ​ຂໍ້​ຄວາມ 3 ຂໍ້ຄວາ​ມດັ່ງ​ລຸ່ມ​ນີ້​ແລ້ວ​ອະທິ​ບາຍ

1. ລາວໂທຣຫລີ້ນນຳຕະຫຼອດ

2. ຂ້ອຍໂທຮຫາລາວ 2 ເທື່ອ

3. ບໍ່ເຄີຍເຫັນໜ້າກັນ

ຂ້ອຍຄວນ​ຮູ້​ສຶກ​ແບບ​ໃດ? ຄວນເສຍໃຈບໍ່? ຄວນອາໄລ ມີນ້ຳຕາ(T-T)ບໍ່?

ແລ້ວຖ້າເປັນເຈົ້າເດ ຊິຮູ້ສືກແບບໃດ?


ຈົບບໍລິບູນ

 

 

 

Delicious Digg Fark Twitter