ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ດວງຕາຂອງເຮົາມອງໄປໄດ້ໄກເທົ່າໃດ ເຄີຍນັບດາວເທີງຟ້າໄດ້ຈັກດວງກັນ

ຫນື່ງນາທີຂອງສາຍຕາທີ່ພັກເບິ່ງແສງດາວເຫລົ່ານັ້ນກໍ່ເກີດຄວາມຫມາຍໃດແດ່ກັບຊີວິດ

ຄຳຖາມແຫ່ງດວງດາວນີ້ອາດຟັງແລ້ວຄືເລື່ອນລອຍ ຫາກເຮົາບໍ່ເຫັນດາວຈັກດວງທີ່ວ່າ......ທໍແສງຢູ່ພາຍໃນກາງຕົວຂອງເຮົາເອງ.

ຂະນະທີ່ບາງຄົນຮູ້ສຶກວ່າຊີວິດທີ່ເຮົາເປັນຢູ່ຊ່າງກະພ່ອງກະແພ່ງເຫລືອເກີນແລະຄວາມກະພ່ອງກະແພ່ງ

ທີ່ວ່າອາດຈະລົ້ນເກີນໄປສຳລັບໃຜບາງຄົນດ້ວຍຊ້ຳ.   ໃນໂລກທີ່ເຮົາຢືນຢູ່ຈິງມີສີ່ງທີ່ຫນ້າພໍໃຈຫນ້າຢາກໄດ້ໄປຫມົດ

ຫລວງຫລາຍເສຍຈົນເກີດຄຳຖາມທີ່ວ່າ **  ຍາມໃດຈະພໍ ຫລືເມື່ອໃດຈະເຕັມ **

ຈຸດສົມດຸນຂອງຊີວິດຢູ່ບ່ອນໃດ ຈະຕ້ອງເຮັດແບບໃດຄົນທີ່ມີພ້ອມທຸກຢ່າງແລ້ວຈະບໍ່ເຄວ້ງ ແລະ ຄົນທີ່ຂາດທຸກຢ່າງຈະບໍ່ຮູ້ສຶກບົກຜ່ຶງ

ຄວາມສົມບູນຂອງຊີວິດຫາໄດ້ຍາກແທ້ຫລືບໍ່ ** ຖ້າຫນື່ງສະຫມອງແລະສອງມືເຮົາຍັງມີຄົບເລື່ອງນີ້ອາດມີຄຳຕອບກັບເຮົາໄດ້ **

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເປັນເລື່ອງລາວຂອງຊາຍຄົນຫນຶ່ງພາຍຫລັງທີ່ລາວແຕ່ງງານມາໄດ້ 21 ປີ

ມີມື້ຫນຶ່ງເມຍຂອງລາວໄດ້ບອກກັບລາວວ່າ ລາວຕ້ອງອອກເດດກັບຜູ້ຍິງຄົນຫນຶ່ງເຊິ່ງເປັນຄວາມຄິດຂອງຜູ້ເປັນເມຍລ້ວນໆ

* ຜູ້ເປັນເມຍ: ຂ້ອຍຮູ້ວ່າເຈົ້າຮັກລາວ

*ຜົວ : ແຕ່ຂ້ອນຮັກເຈົ້ານີ່  ຊາຍຄົນນັ້ນຖຽງ

* ຜູ້ເປັນເມຍ: ຂ້ອຍຮູ້ວ່າເຈົ້າຮັກຂ້ອຍແຕ່ເຈົ້າກໍ່ຮັກຜູ້ຍິງຄົນນີ້ເຊັ່ນກັນ

ຫລັງຈາກນັ້ນຊາຍຄົນນີ້ກໍ່ເດີນທາງໄປຍັງຮ້ານອາຫານແຫ່ງຫນື່ງໃນເມືອງ ແລະ ພົບວ່າຍິງທີ່ເມຍຂອງລາວນັດມາໃຫ້ອອກເດດນັ້ນຄື ແມ່ຂອງລາວເອງ

ເຊິ່ງນາງເປັນຫມ້າຍມາ 19 ປີແລ້ວໂດຍໃຊ້ຊີວິດກັບສັດລ້ຽງຂອງລາວ. ເຊິ່ງເຮັດໃຫ້ຊາຍຄົນນັ້ນຄິດອອກມາໄດ້ວ່າຕະລອດເວລາທີ່ເຂົາແຕ່ງງານມາ21ປີ

ເຂົາບໍ່ມີເວລາໃຫ້ແມ່ເຂົາເລີຍເພາະຕ້ອງມີພາລະຫາເງີນເກື້ອຫນູນຄອບຄົວ ເຊິ່ງເຮັດໃຫ້ລາວມີໂອກາດມາຢ້ຽມແມ່ເປັນບາງຄັ້ງຄາວເທົ່ານັ້ນ.

ໃນຂະນະທີ່ແມ່ຫລຽວເຫັນລາວ ໃບຫນ້າຂອງແມ່ຊາຍຄົນນີ້ກໍ່ມີແຕ່ຮອຍຍີ້ມ ແມ່ ຂອງລາວມ້ວນຜົມແລະໃ່ສເສື້ອທີ່ໃສ່ອອກເດດກັບພໍ່ຄັ້ງສຸດທ້າຍ

ພາຍໃນຮ້ານຊາຍຄົນນີ້ຕ້ອງເປັນຄົນອ່ານເມນູອາຫານເພຮາະແມ່ຂອງລາວສາຍຕາສັ້ນຫລາຍແລ້ວ

ໃບຫນ້າຂອງນາງຍີ້ມຕະຫລອດເວລາແລະນາງກໍ່ເອີ່ຍຄຳຫນື່ງອອກມາວ່າ:

** ຕອນທີ່ລູກຍັງນ້ອຍແມ່ຕ້ອງອ່ານເມນູໃຫ້ລູກຟັງຫລາຍໆເທື່ອຊ້ຳໄປຊ້ຳມາ

ຊາຍຄົນນັ້ນຕອບແມ່ວ່າ:

**ຊັ່ນຕອນນີ້ລູກຕ້ອງເປັນຝ່າຍອ່ານໃຫ້ແມ່ຟັງຫລາຍໆເທື່ອແລ້ວ

ແລະອາຫານຄ່ຳມື້ນັ້ນການຜ່ານໄປແມ່ລູກທັງສອງລົມກັນຢ່າງຖືກຄໍແລະພາຍຫລັງເລີກຊາຍຄົນນັ້ນກໍ່ມາສົ່ງແມ່ຂອງເຂົາທີ່ບ້ານ

ກ່ອນເຂົ້າບ້ານແມ່ເຂົາບອກວ່າ

** ແລ້ວແມ່ຈະອອກໄປທ່ຽວກັບລູກອີກເດີ້ ແຕ່ເທື່ອຫນ້າແມ່ຕ້ອງເປັນຄົນຈ່າຍຄ່າອາຫານໄດ້ຍິນບໍ່ **

ຊາຍຄົນນັ້ນຕອບດ້ວຍໃບຫນ້າຍີ້ມໆ

** ແນ່ນອນແມ່ **

******************************

ແຕ່ພາຍຫລັງຈາກນັ້ນສາມມື້ແມ່ຂອງຊາຍຄົນນີ້ກໍ່ໄດ້ເສຍຊີວິດຍ້ອນໂລກຫົວໃຈວາຍກະທັນຫັນ

ພາຍຫລັງງານສົບຂອງແມ່ລາວຜ່ານໄປອາທິດຫນຶ່ງກໍ່ມີຈົດຫມາຍສົ່ງມາຍັງບ້ານຂອງເຂົາ

ໃນຈົດຫມາຍມີໃບຈ່າຍຄ່າອາຫານທີ່ຮ້ານອາຫານແຫ່ງຫນື່ງ ແລະ ມີຈົດຫມາຍນ້ອຍໆຂອງແມ່ເຂົາ

ຂຽນຕິດມາບອກວ່າ:

** ແມ່ໄດ້ຈ່າຍຄ່າອາຫານມື້ນີ້ຮຽບຮ້ອຍແລ້ວ ແມ່ຮູ້ວ່າແມ່ຄົງບໍ່ມີໂອກາດໄປອີກຄັ້ງ

ແຕ່ຄ່າອາຫານນີ້ແມ່ຈ່າຍໄວ້ສຳລັບລູກແລະເມຍຂອງລູກ. ແມ່ຮັກລູກຫລາຍເດີ້**

ນະວິນາທີນັ້ນຊາຍຄົນນີ້ຈຶ່ງມາຫວນຄິດໄດ້ວ່າຄວາມສຳຄັນຂອງການກ່າວຄຳວ່** ຮັກ **

ຕໍ່ຄົນທີ່ເຮົາຮັກໃນຊ່ວງເວລາທີ່ເຂົາຕ້ອງການມັນ.

 

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມີເດັກນ້ອຍຄົນຫນຶ່ງທີ່ສະແດງສີຫນ້າແລະອາລົມບໍ່ຄ່ອຍດີປານໃດ ພໍ່ຂອງລາວເລີຍໃຫ້ຕະປູກັບເຂົາຫນຶ່ງຖົງແລະບອກກັບເຂົາວ່າ

ທຸກຄັ້ງທີ່ເຂົາຮູ້ສຶກໃຈຮ້າຍຫີືູຄຽດຊັງໃຜຈັກຄົນໃຫ້ຕອກຕະປູ1ດອກໄປທີ່ຮົ້ວຫລັງບ້ານ

ຜ່ານໄປມື້ທຳອິດເດັກນ້ອຍຄົນນັ້ນຕອກຕະປູໄປ 37 ດອກແລະກໍ່ຄ່ອຍລຸດຈຳນວນລົງເລື້ອຍໆ ໃນແຕ່ລະມື້ຈຳນວນຕະປູຂອງລາວກໍ່ຫລຸດຫນ້ອຍລົງເລື້ອຍໆ

ເພາະເຂົາມາຮູ້ສຶກຕົວເອງວ່າການຄວບຄຸມອາລົມງຸດງິດໂມໂຫຂອງເຂົາງ່າຍກວ່າການຕອກຕະປູຫລາຍເທົ່າ ແລະ ພາຍຫລັງເຂົາສາມາດຄວບຄຸມອາລົມໄດ້ຈື່ງໄດ້

ໄປພົບກັບພໍ່ ແລະ ບອກກັບພໍ່ເຂົາວ່າເຂົາສາມາດຄວບຄຸມອາລົມຂອງຕົວເອງໄດ້ແລ້ວແລະພໍ່ກໍ່ບອກກັບເຂົາວ່າເປັນເຊັ່ນນັ້ນກະດີແລ້ວຖ້າຈັ່ງຊັ້ນໃນທຸກມື້ໃຫ້ລູກ

ໄປຖອດຕະປູນັ້ນອອກມື້ລະດອກ ເດັກຊາຍຜູ້ນັ້ນກໍ່ປະຕິບັດຕາມຈົນຖອນຕະປູດອກສຸດທ້າຍອອກຈາກຮົ້ວຫລັງບ້ານແລ້ວລາວກໍ່ຟ້າວແລ່ນໄປແຈ້ງຕໍ່ພໍ່ຂອງເຂົາ

ຜູ້ເປັນພໍ່ຍີ້ມບໍ່ເວົ້າຫຍັງແລ້ວຈູງມືລູກຊາຍໄປທີ່ຮົ້ວຫລັງບ້ານແລ້ວບອກລູກວ່າລູກເຮັດໄດ້ດີແລ້ວ ແຕ່ລູກສັງເກດເຫັນຫຍັງທີ່ມັນປ່ຽນໄປໃນຮົ້ວບໍ່ ໃຫ້ລູກຈື່ໄວ້ວ່າ

ການເຮັດຫຍັງທີ່ໃຊ້ອາລົມສີ່ງນັ້ນມັກຈະເກີດເປັນຮອຍແຜ ຄືກັບການເອົາມີດທີ່ແຫລມຄົມໄປແທງທີ່ໃຜຈັກຄົນຕໍ່ໃຫ້ໃຊ້ຄຳເວົ້າວ່າຂໍໂທດຈັກຄັ້ງກໍ່ບໍ່ອາດລົບຄວາມ

ເຈັບປວດ ບໍ່ອາດລົບຮອຍແຜເປັນທີ່ເກີດຂື້ນກັບຄົນໆນັ້ນໄດ້.

 

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

1) ຊາວພຸດຖືເອົາ ພຮະພຸດ ພຮະທຳ ແລະ ພຮະສົງເປັນທີ່ເພີ່ງອັນປະເສີດ

2) ຊາວພຸດເຊື່ອຫມັ້ນໃນກົດຂອງກຳ ເຮັດດີໄດ້ດີ ແລະ ເຮັດຊົ່ວໄດ້ຊົ່ວ

3) ຊາວພຸດຍອມໃຫ້ພຮະພຸດທະເຈົ້າເປັນຜູ້ນຳທາງຊີວິດຖືເອົາພຮະທຳເປັນແນວທາງຂອງຊີວິດ ແລະ ຖືເອົາພຮະສົງເປັນບຸກຄົນຕົວຢ່າງຜູ້ນຳທາງຊີວິດແລະເດີນຕາມແບບພຮະສົງຕະຫລອດໄປ

4) ຊາວພຸດຈະບໍ່ກາບໄຫວ້ສີ່ງອື່ນທີ່ຊາວໂລກຖືວ່າຂັງຫລືວ່າສັກສິດ

5) ຊາວພຸດຈະບໍ່ເຊື່ອໃນຊາຕາຊີວິດໃນຫມໍດູແຕ່ຈະເຊື່ອວ່າຕົນເອງສ້າງຊີວິດໃຫ້ແກ່ຕົນເອງ

6) ຊາວພຸດເວລາມີຄວາມທຸກທີ່ຕົນເອງຈະບໍ່ແລ່ນໄປຫາຫມໍດູໃຫ້ເສຍເວລາໂດຍເປົ່າປະໂຫຍດ

7) ຊາວພຸດຖືວ່າຄວາມບັງເອີນບໍ່ມີ ແຕ່ທຸກຢ່າງເກີດຈາກເຫດເມື່ອປາສະຈາກເຫດ ຜົນຈະເກີດຂື້ນບໍ່ໄດ້ເຫດທີ່ແທ້ຈິງຢູ່ທີ່ການກະທຳຂອງຕົວເອງ

8) ຊາວພຸດຈະບໍ່ມີພິທີສະເດາະເຄາະແບບຫມໍດູ ແຕ່ຈະສະເດາະເຄາະດ້ວຍການຄົ້ນຫາເຫດໃຫ້ພົບແລ້ວຕັດມັນທີ່ຕົ້ນເຫດ

9) ເລີກງາມຍາມດີສຳລັບຊາວພຸດ ບໍ່ມີ ມີແຕ່ ເຮັດດີກໍ່ຈະສົ່ງຜົນໃຫ້ເວລາດີຂື້ນ ເຮັດຊົ່ວກໍ່ຈະເຮັດໃຫ້ເວລາຊົ່ວ ແລະ ດີຊົ່ວບໍ່ໄດ້ຂື້ນກັບເວລາແຕ່ຂື້ນກັບການກະທຳຂອງຕົນເອງເທົ່ານັ້ນ