ຂຽນເມື່ອ: ຕ.ລ.. 24, 2011
| ມີ
16 ຄຳເຫັນ
ແລະ
0 trackback(s)
- 1. ການຮຽນເຖີງເມື່ອຍາກແຕ່ສຸດທ້າຍຍສິ່ງທີ່ລໍຖ້າເຮົາຢູ່ຄືອະນາຄົດທີ່ງົດງາມ
- 2. ໄຝ່ຮຽນໄຝ່ຮູ້ໄຝ່ກະຕັນຍູໄຝ່ຄວາມດີ
- 3. ຄວາມຈິງຈັງຈິງໃຈເປັນກະແຈໄປສູ່ຄວາມສຳເລັດ
- 4. ນັບຖືຕົວເອງ ນັບຖືຜູ້ອື່ນ ແລະ ຮັບຜິດຊອບໃໃນສິ່ງທີ່ຕົວເອງກະທຳ
- 5. ສັດຕູທີ່ຫນ້າຢ້ານກົວໃນຊີວິດຄືຕົວເຮົາເອງ
- 6.ຄວາມຜິດພາກມະຫັນໃນຊີວິດຄືການຍອມແພ້ຕົວເອງ
- 7. ການລົ້ມລະລາຍໃນຊີວິດເຮົາຄືຄວາມສິິ້ນຫວັງ
- 8. ຄົນດີບໍ່ເບັ່ງ ຄົນເກັ່ງບໍ່ໂມ້ ຄົນໃຫຍ່ໂຕບໍ່ອວດ
- 9. ບໍ່ມີຫຍັງທີ່ເປັນໄປບໍ່ໄດ້ ພຽງແຕ່ວ່າເປັນໄປໄດ້ຍາກຫລືງ່າຍເທົ່ານັ້ນເອງ
- 10.ເລ່ນຫມາກລຸກຢ່າເອົາແຕ່ບຸກຢ່າງດຽວ ເດີນຫມາກຮຸກຍັງຕ້ອງຄິດ ເດີນຫມາກຊີວິດບໍ່ຄິດໄດ້ແນວໃດ
- 11. ຢ່າໄລ່ຫມາໃຫ້ຈົນຕອກ ຢ່າຕ້ອນຄົນໃຫ້ຈົນມູມ
- 12. ເພາະສະແຫວງຫາບໍ່ແມ່ເພາະລໍຄອຍ ເພາະຊ່ຽວຊານບໍ່ແມ່ເພາະໂອກາດ ເພາະສາມາດບໍ່ແມ່ເພາະໂຊກຊ່ວຍ
- 13. ລິຂິດຟ້າຫລືຈະສູ້ມານະຄົນ
- 14. ອຳນາດທີ່ປາສະຈາກເຫດຜົນຄືອຳນາດຂອງຄົນພານ ອຳນາດທີ່ປາສະຈາກຄວາມເມດຕາ ຄືອຳນາດທີ່ໄດ້ມາແຫ່ງຄວາມປຼາໄຊ
- 15. ນົກເຮັດຮັງໃຫຫ້ເບີ່ງໄມ້ ຂ້າເລືອກນາຍໃຫ້ເບີ່ງນ້ຳໃຈ
- 16. ຜູ້ຍີ່ງໃຫຍ່ທີ່ສຸດຄືຜູ້ທີ່ເຮັດໂຕໃຫ້ນ້ອຍທີ່ສຸດ
- 17. ສະຕິບໍ່ມາປັນຍາກໍ່ບໍ່ເກີດ
- 18. ຄົນບໍ່ເບິ່ງການໄກໄພຈະມາເຖີງຕົວ
- 19. ໄມ້ຄົດເອົາໄວ້ເຮັດຂໍ ໄມ້ງໍເອົາໄວ້ເຮັດກ່ຽວ ຄົນຄົດລ້ຽວເຮັດຫຍັງບໍ່ໄດ້ເລີຍ
- 20. ເມື່ອເສຍຫລັກກໍ່ຕ້ອງຫລົບຢ່າງສະຫລາດ
- 21. ປາໃຫຍ່ມັກຕາຍນ້ຳຕື້ນ
- 22.ເມື່ອໃຜຄົນຫນ່ຶງເຮັດຜິດຢ່າພືງຕຳນິເຂົາ
- 23. ຢ່າເຊື່ອຈົນກວ່າຈະພິສູດໄດ້ວ່າສີ່ງດັ່ງກ່າວເປັນຄວາມຈິງ
- 24. ການບໍລິຫານແມ່ນການເຮັດວຽກໃຫ້ສຳເລັດໂດຍການຢືມມືຄົນອື່ນ
- 25. ອ່ານຄົນອອກ ບອກຄົນໄດ້ ໃຊ້ຄົນເປັນ
- 26. ຄວາມກະຕັນຍູເປັນເຄື່ອງຫມາຍຂອງຄົນດີ
- 27. ຄົນສະຫລາດປາດເປືອງຍ່ອມນັ່ງນິ່ງສະຫງົບຄຳ
- 28. ຄິດຈະທຳການໃຫຍ່ຢ່າໃສ່ໃຈເລື່ອງເລັກນ້ອຍ
- 29. ແມ້ນແຕ່ການລ້ຽງເຂົ້າຄາບນ້ອຍໆຂອງໃຜບາງຄົນຍັງຫວັງຜົນຕອບແທນ
- 30. ສັດຕູທີ່ວ່າຮ້າຍເຫລືອຍັງບໍ່ເທົ່າເກືອທີ່ເປັນຫນອນ
- 31.ເຫນືອຟ້າຍັງມີຟ້າເຫນືອຄົນຍັງມີຄົນ ຈົ່ງຢ່າໃຊ້ຊີວິດປະຫມາດ
- 32. ຕາບາງຄ້ັງສາມາດເບີ່ງເຫັນສີ່ງທີ່ຢູ່ໄກລໄດ້ແຕ່ ບາງຄ້ັງກັບເບີ່ງບໍ່ເຫັນສີ່ງທີ່ໃກ້ທີ່ສຸດຂອງຕົວເອງ
- 33. ຄົນສະຫລາດຈະເບິ່ງໄປຍັງອະນາຄົດ
- 34. ດວງອາທິດເຮັດໃຫ້ທຸກຢ່າງກະຈ່າງຊັດເຈນແຕ່ເຮົາຍັງຕ້ອງເຮັດຄວາມເຂົ້າໃຈໃນສ່ວນທີ່ມືດທີ່ຍັງຄົງດຳລົງຢູ່
- 35. ຜູ້ນຳທີ່ສະຫລາດບໍ່ສະແຫວງຫາຊັບສິນ ແລະ ຄຳສັນເສີນເຍີນຍໍ ແຕ່ເຖີງບໍ່ສະແຫວງຫາຜູ້ນຳທີ່ສະຫລາດກໍ່ຍັງຄົງມີທັງຊັບສິນແລະຄຳສັນລະເສີນເຍີນຍໍ
- 36. ຄວາມງຽບຫລືການບໍ່ເວົ້າຄືຂຸມຊັບຢ່າງຫນຶ່ງ
- 37. ຄວາມຫລົງຕົວເອງແລະຄວາມເຫັນແກ່ຕົວຍ່ອມເຮັດໃຫ້ອັດຕາທີ່ຢູ່ໃນສ່ວນລຶກຂອງຄົນໆນັ້ນຫມົ່ນຫມອງ
- 38. ຫວ່ານພືດແນວໃດຍ່ອມໄດ້ຜົນເຊັ່ນນັ້ນ
- 39. ຢ່າມີຫົວໄວ້ໃຫ້ພຽງແຕ່ຜົມຂື້ນ
- 40. ພໍໃຈເທົ່າທີ່ມີ ຍິນດີເທົ່າທີ່ໄດ້
- 41. ສິ່ງທີ່ສອນກັນບໍ່ໄດ້ຄື ສາມັນສຳນຶກ
- 42. ໄປໃຫ້ສຸດແລ້ວຫຍຸດທີ່ຄຳວ່າພໍ
- 43. ຫາກຍ່າງຕາມຮອຍຕີນຜູ້ອື່ນ ເຮົາກໍ່ບໍ່ມີບາດກ້າວເປັນຂອງຕົວເອງ
- 44. ຄວາມພະຍາຍາມຄັ້ງທີ່ຮ້ອຍ ດີກວ່າທໍ້ຖອຍກ່ອນທີ່ຈະທຳ
- 45. ການສຶກສາຄືຄວາມຮູ້ທີ່ໄດ້ມາ ບໍ່ແມ່ນສະຖາບັນ
- 46. ສິ່ງໃດທີ່ມັນຈະເກີດມັນກໍ່ຕ້ອງເກີດ
- 47.ອ່ອນໂຍນແຕ່ຢ່າອ່ອນແອ
- 48. ຖ້າຄົນເຮົາບໍ່ປ່ອຍວາງອະດີດກໍ່ຈະບໍ່ຮູ້ອະນາຄົດ
- 49. ມະນຸດນັ້ນແທ້ຈິງບໍ່ໄດ້ໃຫຍ່ມາດ້ວຍອາຫານແຕ່ໃຫຍ່ມາດ້ວຍຄວາມລຳບາກ
- 50. ການຕັດເຈ້ຍຕ້ອງໃຊ້ຂອງມີຄົມ ແຕ່ການຕັດໃຈຈາກຄົນຕ້ອງໃຊ້ເວລາ
- 51. ເຮັດໄປແລ້ວເສຍໃຈດີກວ່າເສຍໃຈໂດຍທີ່ບໍ່ໄດ້ກະທຳ
- 52. ລະດັບສູງຕ່ຳຂອງຄົນວັດດ້ວຍຄ່າຄວາມດີ ບໍ່ແມ່ນຖານະ
- 53. ຄວາມຈິງຂອງຄົນໆຫນຶ່ງບໍ່ແມ່ນຄວາມຈິງຂອງຄົນທັງຫມົດ
- 54. ເສັ້ນທາງພິສູດມ້າ ການເວລາພິສູດຄົນ
- 55. ເວລາຂອງຄວາມສຸກ1ນາທີແລະເວລາຂອງຄວາມສຸກ 1 ນາທີ ມັນຈະບໍ່ແຕກຕ່າງເພາະສຸດທ້າຍມັນຕ້ອງຜ່ານເລຍໄປ
- 56. ພອນສະຫວັນບໍ່ສຳຄັນເທົ່າພອນສະແຫວງ
- 57.ຄວາມຜິດພາດຄືສິ່ງທີ່ເຮັດໃຫ້ເຮົາພົບເຈີຄວາມຖືກຕ້ອງ
- 58. ປຶກສາຜູ້ອື່ນຍາມທູກ ແລະ ຢ່າລືມເປັນທີ່ປຶກສາໃຫ້ຜູ້ອື່ນດ້ວຍ
- 59. ຢ່າຕົວະໃນສີ່ງທີ່ເຮົາເອງຮູ້ດີວ່າວ່າມັນຜິດ
- 60. ໄວ້ໃຈບຸກຄົນທີ່ຄວນໄວ້ໃຈ
- 61. ລ້ານຄຳເວົ້າບໍ່ເທົ່າຫນຶ່ງການກະທຳ
- 62. ໃຫ້ ໃນສິ່ງທີ່ຜູ້ອື່ນຢາກໄດ້ ແລະ ບໍ່ມີ
- 63. ໃຊ້ຄວາມຄິດແລະເຫດຜົນ
- 64. ຄິດເຖີງສ່ວນລວມໃຫ້ຫລາຍຄິດເຖີງຕົວເອງໃຫ້ຫນ້ອຍ
- 65. ຢ່າປ່ອຍເວລາໃຫ້ຜ່ານໄປເສຍເປົ່າ
- 66. ຢ່າຮູ້ຄ່າສິ່ງທີ່ຢູ່ກັບເຮົາຊ້າເກີນໄປ
- 67. ໃຫ້ຮູ້ວ່າຕົວເອງກຳລັງເຮັດຫຍັງຢູ່
- 68. ຫັດຮຽນຮູ້ກັບຄວາມຜິດພາດໃນອະດີດບໍ່ແມ່ນເອາມາທຳຮ້າຍຕົວເອງ
- 69. ຄົນທີ່ບໍ່ຜິດຄືຄົນທີ່ບໍ່ເຮັດຫຍງັເລີຍ
- 70. ຢ່າເຫັນແກ່ຕົວ
- 71.ຢ່າລໍຄອຍສິ່ງທີ່ມາບໍ່ເຖີງ
- 72. ກຳລັງໃຈຄືສິ່ງທີ່ສຳຄັນຫັດເຕີມມັນໃຫ້ກັບຜູ້ອື່ນແດ່
- 73. ຈົງເປັນຜູ້ໃຫ້ ໃຫ້ຫລາຍກວ່າການຮັບ
- 74. ຄິດກ່ອນເວົ້າ
- 75. ຊີວິດຄົນເຮົາບໍ່ແມ່ນເກມພາດແລ້ວເລີ່ມໃຫມ່ບໍ່ໄດ້
- 76. ເຮົາຊື້ໂມງມາໄວ້ກັບຕົວໄດ້ແຕ່ເຮົາຊື້ເວລາມາຢຸດໄວ້ກັບຕົວບໍ່ໄດ້
- 77. ຄິດເຖີງຄົນທີ່ເຂົາຄິດເຖີງເຮົາກ່ອນສະເຫມີ
- 78. ເຮັດທຸກຢ່າງທີ່ຕົວເອງມີຄວາມສຸກແຕ່ຢ່າເຮັດມັນເທີງຄວາມທຸກຜູ້ອື່ນ
- 79. ຢ່າຄິດວ່າຕົວເອງໂຊກຮ້າຍທີ່ສຸດແລະໂຊກດີທີ່ສຸດ
- 80. ມີຄວາມຮູ້ອີກຫລາກຫລາຍໃນຫນັງສືທຸກເຫລັ້ມລອງເປີດອ່ານແລ້ວຈະຮູ້
- 81. ລູກທະນູທີ່ຖືກປ່ອຍຈາກຫນ້າໄມ້ຍັງອັນຕະລາຍບໍ່ເທົ່າຫອກທີ່ແທງມາຈາກທາງຫລັງ
- 82. ເບິ່ງໃຫ້ເຫັນຄຸນຄ່າຂອງຕົວເອງກ່ອນທີ່ຈະໃຫ້ຄົນອື່ນເຫັນມັນ
- 83. ຊອກຫາຄວາມສຸກທີ່ແທ້ຂອງຕົວເອງໃຫ້ເຫັນ
- 84. ອະດີດລືມບໍ່ໄດ້ແຕ່ເຊົາຄິດໄດ້
- 85. ຢ່າໄວ້ໃຈໃຜຫລາຍເກີນໄປ
- 86. ບໍ່ມີມິດແທ້ ແລະ ສັດຕູຖາວອນ
- 87. ຄວາມເມື່ອຍຍາກຈະມີຄວາມສຳຄັນເມື່ອເຮົາເອງຮູ້ວ່າເຮັດມັນເຜື່ອໃຜ
- 88. ຢ່າຢືນໃນບ່ອນທີ່ເປື້ອນດົນເກີນໄປເພຮາະມັນຈະຕິດໂຕເຮົາຂື້ນມາຫລາຍຂື້ນເລື້ອຍໆ
- 89. ວຽກຫນັກຈະຜ່ອນລົງເມື່ອຫລາຍຄົນຊ່ວຍກັນ
- 90. ຢ່າຝຶກນິໄສໃຫ້ຕົວເອງເປັນຄົນຜັດມື້ຜັດວັນ
|
|
|