ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເປັນເລື່ອງລາວຂອງຊາຍຄົນຫນຶ່ງພາຍຫລັງທີ່ລາວແຕ່ງງານມາໄດ້ 21 ປີ

ມີມື້ຫນຶ່ງເມຍຂອງລາວໄດ້ບອກກັບລາວວ່າ ລາວຕ້ອງອອກເດດກັບຜູ້ຍິງຄົນຫນຶ່ງເຊິ່ງເປັນຄວາມຄິດຂອງຜູ້ເປັນເມຍລ້ວນໆ

* ຜູ້ເປັນເມຍ: ຂ້ອຍຮູ້ວ່າເຈົ້າຮັກລາວ

*ຜົວ : ແຕ່ຂ້ອນຮັກເຈົ້ານີ່  ຊາຍຄົນນັ້ນຖຽງ

* ຜູ້ເປັນເມຍ: ຂ້ອຍຮູ້ວ່າເຈົ້າຮັກຂ້ອຍແຕ່ເຈົ້າກໍ່ຮັກຜູ້ຍິງຄົນນີ້ເຊັ່ນກັນ

ຫລັງຈາກນັ້ນຊາຍຄົນນີ້ກໍ່ເດີນທາງໄປຍັງຮ້ານອາຫານແຫ່ງຫນື່ງໃນເມືອງ ແລະ ພົບວ່າຍິງທີ່ເມຍຂອງລາວນັດມາໃຫ້ອອກເດດນັ້ນຄື ແມ່ຂອງລາວເອງ

ເຊິ່ງນາງເປັນຫມ້າຍມາ 19 ປີແລ້ວໂດຍໃຊ້ຊີວິດກັບສັດລ້ຽງຂອງລາວ. ເຊິ່ງເຮັດໃຫ້ຊາຍຄົນນັ້ນຄິດອອກມາໄດ້ວ່າຕະລອດເວລາທີ່ເຂົາແຕ່ງງານມາ21ປີ

ເຂົາບໍ່ມີເວລາໃຫ້ແມ່ເຂົາເລີຍເພາະຕ້ອງມີພາລະຫາເງີນເກື້ອຫນູນຄອບຄົວ ເຊິ່ງເຮັດໃຫ້ລາວມີໂອກາດມາຢ້ຽມແມ່ເປັນບາງຄັ້ງຄາວເທົ່ານັ້ນ.

ໃນຂະນະທີ່ແມ່ຫລຽວເຫັນລາວ ໃບຫນ້າຂອງແມ່ຊາຍຄົນນີ້ກໍ່ມີແຕ່ຮອຍຍີ້ມ ແມ່ ຂອງລາວມ້ວນຜົມແລະໃ່ສເສື້ອທີ່ໃສ່ອອກເດດກັບພໍ່ຄັ້ງສຸດທ້າຍ

ພາຍໃນຮ້ານຊາຍຄົນນີ້ຕ້ອງເປັນຄົນອ່ານເມນູອາຫານເພຮາະແມ່ຂອງລາວສາຍຕາສັ້ນຫລາຍແລ້ວ

ໃບຫນ້າຂອງນາງຍີ້ມຕະຫລອດເວລາແລະນາງກໍ່ເອີ່ຍຄຳຫນື່ງອອກມາວ່າ:

** ຕອນທີ່ລູກຍັງນ້ອຍແມ່ຕ້ອງອ່ານເມນູໃຫ້ລູກຟັງຫລາຍໆເທື່ອຊ້ຳໄປຊ້ຳມາ

ຊາຍຄົນນັ້ນຕອບແມ່ວ່າ:

**ຊັ່ນຕອນນີ້ລູກຕ້ອງເປັນຝ່າຍອ່ານໃຫ້ແມ່ຟັງຫລາຍໆເທື່ອແລ້ວ

ແລະອາຫານຄ່ຳມື້ນັ້ນການຜ່ານໄປແມ່ລູກທັງສອງລົມກັນຢ່າງຖືກຄໍແລະພາຍຫລັງເລີກຊາຍຄົນນັ້ນກໍ່ມາສົ່ງແມ່ຂອງເຂົາທີ່ບ້ານ

ກ່ອນເຂົ້າບ້ານແມ່ເຂົາບອກວ່າ

** ແລ້ວແມ່ຈະອອກໄປທ່ຽວກັບລູກອີກເດີ້ ແຕ່ເທື່ອຫນ້າແມ່ຕ້ອງເປັນຄົນຈ່າຍຄ່າອາຫານໄດ້ຍິນບໍ່ **

ຊາຍຄົນນັ້ນຕອບດ້ວຍໃບຫນ້າຍີ້ມໆ

** ແນ່ນອນແມ່ **

******************************

ແຕ່ພາຍຫລັງຈາກນັ້ນສາມມື້ແມ່ຂອງຊາຍຄົນນີ້ກໍ່ໄດ້ເສຍຊີວິດຍ້ອນໂລກຫົວໃຈວາຍກະທັນຫັນ

ພາຍຫລັງງານສົບຂອງແມ່ລາວຜ່ານໄປອາທິດຫນຶ່ງກໍ່ມີຈົດຫມາຍສົ່ງມາຍັງບ້ານຂອງເຂົາ

ໃນຈົດຫມາຍມີໃບຈ່າຍຄ່າອາຫານທີ່ຮ້ານອາຫານແຫ່ງຫນື່ງ ແລະ ມີຈົດຫມາຍນ້ອຍໆຂອງແມ່ເຂົາ

ຂຽນຕິດມາບອກວ່າ:

** ແມ່ໄດ້ຈ່າຍຄ່າອາຫານມື້ນີ້ຮຽບຮ້ອຍແລ້ວ ແມ່ຮູ້ວ່າແມ່ຄົງບໍ່ມີໂອກາດໄປອີກຄັ້ງ

ແຕ່ຄ່າອາຫານນີ້ແມ່ຈ່າຍໄວ້ສຳລັບລູກແລະເມຍຂອງລູກ. ແມ່ຮັກລູກຫລາຍເດີ້**

ນະວິນາທີນັ້ນຊາຍຄົນນີ້ຈຶ່ງມາຫວນຄິດໄດ້ວ່າຄວາມສຳຄັນຂອງການກ່າວຄຳວ່** ຮັກ **

ຕໍ່ຄົນທີ່ເຮົາຮັກໃນຊ່ວງເວລາທີ່ເຂົາຕ້ອງການມັນ.

 

 

 

 

 

 

 

 

 

Delicious Digg Fark Twitter